ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ           ເລກທີ 199/ລບ
ນະຄອນຫຼວງວຽງຈັນ, ວັນທີ 13 ມີນາ 2020

ດໍາລັດ

ວ່າດ້ວຍ ຢາສັດຕະວະແພດ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນທີ 11ພະຈິກ 2016;
  • ອີງຕາມ ໜັງສືສະເໜີ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0051/ກປ, ລົງວັນທີ 24 ມັງກອນ 2020.

ລັດຖະບານອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

   ດໍາລັດສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ, ກວດກາ ວຽກງານຢາສັດຕະວະແພດ ເພື່ອເຮັດໃຫ້ການດໍາເນີນທຸລະກິດ ແລະ ການນໍາໃຊ້ຢາສັດຕະວະແພດ ຖືກຕ້ອງຕາມຫຼັກວິຊາການ, ມີປະສິດທິພາບ, ປະສິດທິຜົນ ແນໃສ່ຮັບປະກັນປອດໄພຕໍ່ ຊີວິດ ແລະ ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2 ຢາສັດຕະວະແພດ

   ຢາສັດຕະວະແພດ ແມ່ນ ຢາກັນພະຍາດ, ປິ່ນປົວ ແລະ ບຳລຸງສຸຂະພາບສັດ ແລະ ສັດນ້ຳ ເປັນຕົ້ນ ຢາວັກຊິນ, ຢາຕ້ານເຊື້ອ, ຢາຂ້າແມ່ກາຝາກ, ຢາວິຕາມິນ ໂດຍໄດ້ຈົດທະບຽນນຳກະຊວງກະສິກຳ ແລະ ປ່າໄມ້ ຢ່າງຖືກຕ້ອງ ລວມທັງອາຫານສັດທີ່ປຸງແຕ່ງເປັນຢາ, ສານເຄມີ ຫຼື ສານຊີວະວັດຖຸທີ່ເປັນຢາສັດຕະວະແພດແບບເຄິ່ງສຳເລັດຮູບ ທັງເປັນວັດຖຸດິບທາງການຢາທີ່ນຳໃຊ້ເພື່ອການສັດຕະວະແພດອີກດ້ວຍ.

ມາດຕາ 3 ການອະທິບາຍຄໍາສັບ

   ຄໍາສັບທີ່ນໍາໃຊ້ໃນດໍາລັດສະບັບນີ້ມີ ຄວາມໝາຍ ດັ່ງນີ້:

  1. ຢາຕ້ານເຊື້ອຈຸລະຊີບ (Antimicrobial) ໝາຍເຖິງ ຢາສັດຕະວະແພດທີ່ໄດ້ຈາກເຊື້ອຈຸລະຊີບໃດໜຶ່ງ ແລະ ໄດ້ຈາກການສັງເຄາະທາງເຄມີ ຊຶ່ງສາມາດອອກລິດຢຸດ ຫຼື ຢັບຢັ້ງ ການຈະລີນເຕີບໂຕ ຫຼື ການແບ່ງຕົວຂອງເຊື້ອຈຸລະຊີບທີ່ເຮັດໃຫ້ເກີດພະຍາດສັດໄດ້;
  2. ຢາຕ້ານເຊື້ອ (Antibiotic) ໝາຍເຖິງສານປະກອບທີ່ສ້າງຂຶ້ນໂດຍເຊື້ອຈຸລະຊີບ ຊະນິດໃດໜຶ່ງ ອາດເປັນເຊື້ອແບັກທີເຣຍ ຫຼື ເຊື້ອເຫັດ ຊຶ່ງສາມາດຢັບຢັ້ງ ຫຼື ຢຸດການຈະເລີນເຕີບໂຕ ຫຼື ມີລິດທໍາລາຍເຊື້ອຈຸລະຊີບອີກກຸ່ມອື່ນ ກຸ່ມໃດກຸ່ມໜຶ່ງໄດ້;
  3. ການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ (Antimicrobial resistance) ໝາຍເຖິງ ຄວາມສາມາດຂອງເຊື້ອແບັກທີເຣຍ ຫຼື ເຊື້ອລາສາຍພັນໃດໜຶ່ງທີ່ຍັງສາມາດເຕີບໂຕ ຫຼື ຢູ່ລອດ ເຖິງວ່າຈະໄດ້ສໍາພັດກັບຢາຕ້ານເຊື້ອຈຸລະຊີບ ທີ່ມີຄວາມເຂັ້ມຂຸ້ນພຽງພໍກັບການປ້ອງກັນ ຫຼື ປິ່ນປົວທີ່ໄດ້ຜົນມາກ່ອນໜ້ານັ້ນແລ້ວກໍຕາມ;
  4. ສ່ວນປະກອບຂອງຢາສັດຕະວະແພດ ໝາຍເຖິງ ວັດຖຸທີ່ໄດ້ຈາກທໍາມະຊາດ ຫຼື ສັງເຄາະຂຶ້ນ ທີ່ເປັນຕົວຢາຫຼັກທີ່ອອກລິດໃນການປ້ອງກັນ ແລະ ປິ່ນປົວພະຍາດໄດ້ໂດຍກົງ, ວັດຖຸທີ່ເປັນຕົວຢາເສີມເພື່ອເຮັດໃຫ້ການອອກລິດຂອງຕົວຢາຫຼັກມີປະສິດທິພາບດີຂຶ້ນ ແລະ ວັດຖຸທີ່ເປັນສານປຸງແຕ່ງຢາທີ່ບໍ່ອອກລິດ ເພື່ອເຮັດໃຫ້ຢາຄົງຕົວເປັນຮູບແບບຕ່າງໆ ເປັນຕົ້ນ ສານແຕ່ງກິ່ນ, ລົດ, ສີ ຫຼື ສານເຮັດໃຫ້ຢາເປັນຮູບແບບຕ່າງໆ ເຊັ່ນ: ເປັນນໍ້າ, ຂອງແຫຼວ, ກ້ອນ, ຝຸ່ນ, ແຄບຊູນ ຫຼື ລູກກອນ;
  5. ຢາສັດຕະວະແພດປະສົມອາຫານສັດ ໝາຍເຖິງ ຜະລິດຕະພັນທີ່ໄດ້ມາຈາກການປະສົມລະຫວ່າງຢາອາຫານສັດ ແລະ ຢາສັດຕະວະແພດ ເພື່ອເປົ້າໝາຍບຳລຸງ, ກັນ ຫຼື ປິ່ນປົວພະຍາດສັດ ແລະ ສັດນໍ້າ ໃດໜຶ່ງເປັນການສະເພາະ;
  6. ຕຳລາຢາສັດຕະວະແພດ ໝາຍເຖິງ ສູດທີີ່ໃຊ້ເຂົ້າໃນການຜະລິດຢາ ຊຶ່ງລະບຸເຖິງສ່ວນປະກອບ ແລະ ປະລິມານຂອງສ່ວນປະກອບຂອງຢາ ທີ່ໄດ້ນໍາມາປະສົມລວມກັນ ໃຫ້ເປັນຜະລິດຕະພັນສຳເລັດຮູບທີ່ມີສັບພະຄຸນເປັນຢາສັດຕະວະແພດ;
  7. ພາຊະນະບັນຈຸ ໝາຍເຖິງ ວັດຖຸໃດໜຶ່ງ ທີ່ໃຊ້ບັນຈຸ ຫຼື ຫຸ້ມຫໍ່ຢາສັດຕະວະແພດເປັນການສະເພາະ;
  8. ສະຫຼາກຢາ ໝາຍເຖິງ ຮູບພາບ ແລະ ຂໍ້ຄວາມ ​ທີ່ຕິດ​ ຫຼື ພິມໃສ່ພາຊະນະ​ບັນຈຸ ​ເພື່ອ​ໃຫ້​ຂໍ້​ມູນ​ກ່ຽວ​ກັບ​ຊື່ຢາສັດຕະວະແພດ, ສັບພະຄຸນ​, ຄຸນປະໂຫຍດ, ສ່ວນປະກອບ, ວັນທີ່ຜະລິດ, ວັນໝົດອາຍຸການນໍາໃຊ້, ວິທີການ​ເກັບ​ຮັກສາ, ວິທີນໍາໃຊ້ ແລະ ຂໍ້ມູນຂອງຜູ້ຜະລິດຢາສັດຕະວະແພດ;
  9. ໃບແນະນຳການນຳໃຊ້ຢາ ໝາຍເຖິງ ເອກະສານທີ່ມີຂໍ້ຄວາມກ່ຽວກັບຢາສັດຕະວະແພດຢູ່ໃນ ພາຊະ ນະ ຫຼື ກ່ອງບັນຈຸ ເພື່ອເຮັດໃຫ້ຜູ້ນໍາໃຊ້ສາມາດອ່ານໃຫ້ເຂົ້າໃຈຄວາມໝາຍ ແລະ ລາຍລະອຽດກ່ຽວກັບຢາສັດຕະວະແພດ;
  10. ຜູ້ໄດ້ຮັບອະນຸຍາດ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດ​ຕັ້ງ ທີ່​ອົງການຄຸ້ມຄອງວຽກງານຢາສັດຕະວະແພດ ອະນຸຍາດ​ໃຫ້​ດຳ​ເນີນທຸລະກິດກ່ຽວ​ກັບ​ການຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງ​ອອກ ຫລື ສົ່ງຜ່ານ​​ຢາສັດຕະວະແພດ;
  11.  ຢາສັດຕະວະແພດປອມ ໝາຍເຖິງ ຢາສັດຕະວະແພດທີ່ເຮັດທຽມຂຶ້ນແລ້ວອ້າງວ່າເປັນຢາແທ້ ຊຶ່ງອາດຈະປອມເຄື່ອງໝາຍການຄ້າ ຫຼື ສະຖານທີ່ຂອງຜູ້ຜະລິດຢາ ຫຼື ເປັນຢາທີ່ບໍ່ຖືກຕາມທີ່ໄດ້ຂຶ້ນທະບຽນໄວ້ ຫຼື ເປັນຢາສະແດງສະຫຼາກ ຫຼື ເອກະສານກໍາກັບຢາທີ່ບໍ່ເປັນຄວາມຈິງ ຫຼື ເປັນຢາສັດຕະວະແພດປະສົມຢາສັດຕະວະແພດ ແຕ່ຢາສັດຕະວະແພດນັ້ນນັ້ນເປັນຢາສັດຕະວະແພດປອມ ຫຼື ເປັນຢາທີ່ບໍ່ຖືກຕ້ອງຕາມມາດຕະຖານທີ່ກໍານົດໄວ້ໃນຕໍາລາຢາທີ່ໄດ້ຂື້ນທະບຽນກັບ ອົງການຄຸ້ມຄອງວຽກງານຢາສັດຕະວະແພດ;
  12. ຢາສັດຕະວະແພດບໍ່ໄດ້ມາດຕະຖານ ໝາຍເຖິງ ຢາສັດຕະວະແພດ ທີ່ມີປະລິມານ ຫຼື ຄວາມແຮງຂອງສານອອກລິດຫຼຸດຄ່າຕໍ່າສຸດ ຫຼື ເກີນຄ່າສູງສຸດ ທີ່ກໍານົດໄວ້ໃນຕໍາລາຢາທີ່ໄດ້ຂຶ້ນທະບຽນໄວ້ ຫຼື ເປັນຢາທີ່ມີສ່ວນປະກອບ, ຄ່າຄວາມບໍລິສຸດ, ຄຸນລັກສະນະຜິດໄປຈາກຕໍາລາຢາທີ່ໄດ້ຂຶ້ນທະບຽນໄວ້ ຫຼື ເປັນຢາສັດຕະວະແພດປະສົມອາຫານສັດ ແຕ່ອາຫານສັດນັ້ນ ເປັນອາຫານສັດທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ໄດ້ຂຶ້ນທະບຽນຢ່າງຖືກຕ້ອງຕາມກົດໝາຍ;
  13. ຢາສັດຕະວະແພດເສື່ອມຄຸນນະພາບ ໝາຍເຖິງ ຢາໝົດອາຍຸການນໍາໃຊ້ ຫຼື ຢາທີ່ພົບພາຍຫຼັງວ່າເປັນຢາທີ່ໄດ້ປ່ຽນສະພາບທີ່ມີລັກສະນະຄືກັນກັບຢາປອມ ຫຼື ຢາທີ່ບໍ່ໄດ້ມາດຕະຖານ ຫຼື ເປັນຢາສັດຕະວະແພດປະສົມຢາສັດຕະວະແພດ ແຕ່ເປັນຢາສັດຕະວະແພດທີ່ເສື່ອມຄຸນນະພາບແລ້ວ;
  14. ເພສັດສະກອນ ໝາຍເຖິງ ບຸກຄົນ ທີ່ໄດ້ສຳເລັດການສຶກສາດ້ານວິຊາການ ການຢາ ໂດຍມີປະກາສະນີຍະບັດຊັ້ນປະລິນຍາຕີຂຶ້ນໄປ.

ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຢາສັດຕະວະແພດ

   ລັດ ເອົາໃຈໃສ່ຕໍ່ວຽກງານຢາສັດຕະວະແພດ ດ້ວຍການບໍາລຸງບຸກຄະລາກອນ, ຄົ້ນຄວ້າ, ທົດລອງ, ພັດທະນາ ແລະ ຖ່າຍທອດເຕັກນິກວິຊາການ ກ່ຽວກັບຢາສັດຕະວະແພດ ລວມທັງການກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸເຕັກນິກ ເພື່ອຮັບປະກັນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.

   ລັດ ຊຸກຍູ້ ແລະ ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນເຂົ້າໃນການດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ, ການນໍາໃຊ້ທ່າແຮງຊັບພະຍາກອນທໍາມະຊາດທີ່ມີໃນທ້ອງຖິ່ນ ເພື່ອປຸງແຕ່ງເປັນຢາ, ລວມທັງສົ່ງເສີມການຜະລິດ-ສະໜອງຢາສັດຕະວະແພດ ດ້ວຍການສະໜອງຂໍ້ມູນຂ່າວສານ, ເຕັກນິກວິຊາການ ແລະ ນະໂຍບາຍດ້ານພາສີ, ອາກອນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 5 ຫຼັກການ ກ່ຽວກັບການຄຸ້ມຄອງຢາສັດຕະວະແພດ

   ການຄຸ້ມຄອງຢາສັດຕະວະແພດ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບ ນະໂຍບາຍ, ກົດໝາຍ, ລະບຽບການ, ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  3. ຮັບປະກັນ ຄຸນນະພາບ, ປະສິດທິຜົນ ແລະ ຄວາມປອດໄພ ຕໍ່ສຸຂະພາບສັດ, ສັດນໍ້າ ແລະ ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ;
  4. ຮັບປະກັນ ຄວາມໂປ່ງໃສ, ຍຸຕິທໍາ ແລະ ສາມາດກວດສອບໄດ້;

ມາດຕາ 6 ຂອບເຂດການນຳໃຊ້               

   ດໍາລັດສະບັບ​ນີ້ ນຳ​ໃຊ້​ສຳລັບ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ເຄື່ອນໄຫວກ່ຽວກັບ ວຽກງານຢາສັດຕະວະແພດ ຢູ່ ສປປ ລາວ.

ມາດຕາ 7 ການຮ່ວມມືກັບສາກົນ

   ລັດ ສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບຢາສັດຕະວະແພດດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ, ການພັດທະນາຊັບ ພະຍາກອນມະນຸດ, ການຊ່ວຍເຫຼືອດ້ານວິຊາການ ແລະ ທຶນຮອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນ.

ໝວດທີ 2
ການຈັດປະເພດ ແລະ ບັນຊີ ຢາສັດຕະວະແພດ

ມາດຕາ 8 ການຈັດປະເພດ ຢາສັດຕະວະແພດ

    ຢາສັດຕະວະແພດຢູ່ ສປປ ລາວ ໄດ້ຈັດແບ່ງອອກເປັນ 4 ປະເພດ ດັ່ງນີ້:

  1. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ຕາມໃບສັ່ງຢາຈາກສັດຕະວະແພດເທົ່ານັ້ນ (prescription only);
  2. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍເພສັດຊະກອນ ທີ່ບໍ່ຈຳເປັນມີໃບສັ່ງຢາຈາກສັດຕະວະແພດ (pharmacy);
  3. ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍຜູ້ໄດ້ຮັບສິດສະເພາະ (authorised dealer);
  4. ຢາສັດຕະວະແພດທີ່ ຂາຍ ຫຼື ຈ່າຍໄດ້ ທົ່ວໄປ (general sale).

ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ຕາມໃບສັງຢາຈາກສັດຕະວະແພດເທົ່ານັ້ນ (prescription only): ແມ່ນ ຢາສັດຕະວະແພດ ຢູ່ໃນບັນຊີຄວບຄຸມ ແລະ ມີຂໍ້ຈໍາກັດນໍາໃຊ້ຕາມລະບຽບສາກົນ ໂດຍໄດ້ບັງຄັບໃຫ້ຂາຍ ຫຼື ຈ່າຍໄດ້ໂດຍສັດຕະວະແພດ ຫຼື ເພສັດຊະກອນ ທີ່ມີໃບສັ່ງຢາຂອງສັດຕະວະແພດ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ;

ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ຢູ່ຮ້ານຂາຍຢາ (pharmacy): ແມ່ນ ຢາສັດຕະວະແພດ ທີ່ຕ້ອງໄດ້ແນະນຳເຖິງຄວາມສ່ຽງ ຫຼື ຜົນຂ້າງຄຽງໃຫ້ແກ່ຜູ້ໃຊ້ ຊຶ່ງສາມາດ ຂາຍ ຫຼື ຈ່າຍໄດ້ ໂດຍສັດຕະວະແພດ ຫຼື ເພສັດຊະກອນ ທີ່ປະຈຳຢູ່ຮ້ານຂາຍຢາສັດຕະວະແພດ ຫຼື ຕົວແທນຈຳໜ່າຍທີ່ໄດ້ຮັບອະນຸຍາດ ຊຶ່ງກ່ອນ ຂາຍ ຫຼື ຈ່າຍ ອາດມີ ຫຼື ບໍ່ມີໃບສັ່ງຢາຂອງສັດຕະວະແພດ;

ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ໂດຍຜູ້ໄດ້ຮັບສິດສະເພາະ (authorised dealer): ແມ່ນ ກຸ່ມຢາສັດຕະວະແພດ ສະເພາະໃດໜຶ່ງ ຊຶ່ງສາມາດ ຂາຍ ຫຼື ຈ່າຍໄດ້ ໂດຍສັດຕະວະແພດ, ເພສັດຊະກອນ, ຕົວແທນຈຳໜ໋າຍ ຫຼື ຜູ້ທີ່ໄດ້ຮັບມອບສິດຈຳໜ່າຍ ແຕ່ບໍ່ສາມາດຈັດເປັນກຸ່ມຢາ ທີ່ຂາຍ ຫຼື ຈ່າຍໄດ້ ໂດຍທົ່ວໄປ;

ຢາສັດຕະວະແພດທີ່ ຂາຍ ຫຼື ຈ່າຍໄດ້ ທົ່ວໄປ (general sale): ແມ່ນ ຢາສັດຕະວະແພດ ທີ່ສາມາດຂາຍ ຫຼື ຈ່າຍໄດ້ ໂດຍບຸກຄົນທົ່ວໄປ ທີ່ບໍ່ແມ່ນສັດຕະວະແພດ ຫຼື ເພສັດຊະກອນ ແຕ່ການຈຳໜ່າຍ ນັ້ນ ແມ່ນບໍ່ອະນຸຍາດໃຫ້ແກະກ່ອງຂອງຜູ້ຜະລິດ ຫຼື ແບ່ງຂາຍຍ່ອຍໄດ້.

ມາດຕາ 9 ບັນຊີ ຢາສັດຕະວະແພດ

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ລວບລວມ ແລະ ສ້າງບັນຊີຢາສັດຕະວະແພດທີ່ຈໍາເປັນ, ຈໍາເປັນຫຼາາຍ ແລະ ຈຳເປັນທີ່ສຸດ ສໍາລັບຮັບໃຊ້ວຽກງານລ້ຽງສັດ, ສັດຕະວະແພດ ແລະ ການປະມົງ ໂດຍຕ້ອງຈັດໃຫ້ເປັນໄປຕາມໝວດໝູ່ຂອງວິຊາການຢາ, ສອດຄ່ອງກັບຄຳແນະນຳຂອງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໂດຍມີການທົບທວນປັບປຸງໃຫ້ເໝາະສົມເປັນແຕ່ລະໄລຍະ ແລະ ໃຫ້ກຳນົດເອົາຢາສັດຕະວະແພດບຸລິມມະສິດ ທີ່ຕ້ອງຂຶ້ນທະບຽນ, ຜະລິດ, ນໍາເຂົ້າ, ແຈກຢາຍ ແລະ ຈໍາໜ່າຍ.

ມາດຕາ 10 ການມີຢາສັດຕະວະແພດໄວ້ຄອບຄອງ

   ການມີຢາສັດຕະວະແພດໄວ້ໃນຄອບຄອງ ມີກໍລະນີ ດັ່ງນີ້:

  1. ຢາສັດຕະວະແພດ ຢູ່ ຄລີນິກ, ໂຮງໝໍປົວສັດ, ສູນວິໄຈ, ຟາມລ້ຽງສັດ, ສະຖາບັນການສຶກສາ;
  2. ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ;
  3. ເຈົ້າຂອງສັດລ້ຽງ ຫຼື ຜູ້ທີ່ໄດ້ຮັບມອບໝາຍຈາກສັດຕະວະແພດ ເພື່ອປິ່ນປົວສັດລ້ຽງທີ່ກໍາລັງເຈັບປ່ວຍ ຫຼື ຜູ້ກໍາກັບດູແລ ໃນລະຫວ່າງມີການຂົນສົ່ງສັດ.

ໝວດທີ 3
ການຂຶ້ນທະບຽນ ຢາສັດຕະວະແພດ

ມາດຕາ 11 ການຂຶ້ນທະບຽນຢາສັດຕະວະແພດ

   ຜູ້ທີ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດແລ້ວ ກ່ອນຈະມີ ການຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຕ້ອງຂຶ້ນທະບຽນຢາສັດຕະວະແພດ ນຳກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້.

   ໃນກໍລະນີ ຜູ້ທີ່ໄດ້ຮັບໃບທະບຽນຢາສັດຕະວະແພດແລ້ວ ແຕ່ມີຄວາມຕ້ອງການຈະດັດແກ້ເນື້ອໃນຂອງສະຫຼາກ ຫຼື ປ່ຽນລາຍການສູດຢາ ຕ້ອງຍື່ນຄໍາຮ້ອງຂໍດັດແກ້ຕໍ່ກົມລ້ຽງສັດ ແລະ ການປະມົງ.

   ສໍາລັບ ຢາສັດຕະວະແພດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນ ກ່ອນດໍາລັດສະບັບນີ້ມີຜົນບັງຄັບໃຊ້ ຜູ້ດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ ຕ້ອງຂໍຂຶ້ນທະບຽນ ນໍາກົມລ້ຽງສັດ ແລະ ການປະມົງ ພາຍໃນເວລາ ໜຶ່ງຮ້ອຍແປດສິບວັນ ນັບ​ແຕ່​​ວັນທີ່ ດຳລັດ ສະບັບນີ້​ມີຜົນສັກສິດ.

ມາດຕາ 12 ຢາສັດຕະວະແພດທີ່ຍົກເວັ້ນການຂຶ້ນທະບຽນ

   ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂຶ້ນທະບຽນຢູ່ ສປປ ລາວ ມີດັ່ງນີ້:

  1. ຕົວຢ່າງຢາສັດຕະວະແພດ ທີ່ນໍາມາເພື່ອການຄົ້ນຄວ້າ, ວິເຄາະ, ວິໄຈ;
  2. ຢາສັດຕະວະແພດ ທີ່ຈະນໍາມາວາງສະແດງ;
  3. ຢາສັດຕະວະແພດ ທີ່ຕິດຕາມມານໍາເຈົ້າຂອງສັດ ຫຼື ສັດຕະວະແພດທີ່ຕິດຕາມມານໍາການຂົນສົ່ງສັດ;
  4. ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດໍາເນີນການຜະລິດ, ນໍາເຂົ້າ ຫຼື ຈຳໜ່າຍ ຕາມທີ່ກະຊວງກະສິກໍາແລະ ປ່າໄມ້ ກໍານົດ.

   ຢາສັດຕະວະແພດ ທີ່ໄດ້ຮັບການຍົກເວັ້ນການຂຶ້ນທະບຽນ ຢູ່ ສປປ ລາວ ຕ້ອງໄດ້ໃຫ້ຄວາມຮ່ວມມືກັບອົງການຄຸ້ມຄອງວຽກງານຢາສັດຕະວະແພດ ໃນກໍລະນີທີ່ມີການກວດກາ ແລະ ຕິດຕາມ.

ມາດຕາ 13 ຢາສັດຕະວະແພດທີ່ບໍ່ອະນຸຍາດໃຫ້ຂຶ້ນທະບຽນ

   ຢາສັດຕະວະແພດ ທີ່ບໍ່ອະນຸຍາດໃຫ້ຂຶ້ນທະບຽນ ມີດັ່ງນິີ້:

  1. ຖືກຖອນທະບຽນແລ້ວ ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ;
  2. ມີສ່ວນປະກອບຂອງ​ສານ ​ເຄມີ ຫຼື ວັດຖຸ​​ອື່ນ ​ທີ່ເປັນອັນຕະລາຍ ແລະ ບໍ່ປອດໄພຕໍ່ສັດ ແລະ ຜູ້ບໍລິໂພກ;
  3. ມີການໃສ່ຊື່ບໍ່ສອດຄ່ອງກັບວັດທະນະທຳລາວ ຫຼື ເຮັດໃຫ້ເຂົ້າໃຈຜິດຈາກຄວາມເປັນຈິງ;
  4. ມີຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ມີສານອອກລິດທີ່ບໍ່ຖືກຕ້ອງ ຕາມລະບຽບ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ.

ມາດຕາ 14 ເງື່ອນໄຂການຂຶ້ນທະບຽນຢາສັດຕະວະແພດ

   ເງື່ອນໄຂການຂຶ້ນທະບຽນຢາສັດຕະວະແພດ ມີດັ່ງນີ້:

  1. ເປັນຢາສັດຕະວະແພດ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ ຫຼື ຈຳໜ່າຍ ຢູ່ ສປປ ລາວ;
  2. ເປັນຢາສັດຕະວະແພດທີ່ມີການທົດລອງນໍາໃຊ້, ວິໄຈດ້ານຄຸນນະພາບ ແລະ ຄວາມປອດໄພແລ້ວ;
  3. ຢາສັດຕະວະແພດທີ່ນໍາເຂົ້າ ຕ້ອງໄດ້ຂຶ້ນທະບຽນຈາກປະເທດຜູ້ຜະລິດ ແລະ ໄດ້ຮັບການມອບສິດຈາກຜູ້ຜະລິດ ຂອງປະເທດສົ່ງອອກ;
  4. ມີເອກະສານ ແລະ ສະໜອງຕົວຢ່າງຢາສັດຕະວະແພດ ຕາມການກໍານົດຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້;
  5. ໃນກໍລະນີ ທີ່ມີການຂຶ້ນທະບຽນຢາສັດຕະວະແພດຊ້ຳກັນ ຕ້ອງໄດ້ຮັບການເຫັນດີເປັນລາຍລັກອັກສອນ ຈາກຜູ້ໄດ້ຮັບທະບຽນກ່ອນ.

ມາດຕາ 15 ເອກະສານ ແລະ ຕົວຢ່າງຢາສັດຕະວະແພດ

   ເອກະສານ ແລະ ຕົວຢ່າງຢາສັດຕະວະແພດ ທີ່ນໍາມາຂໍຂຶ້ນທະບຽນ ມີດັ່ງນີ້:

  1. ຄໍາຮ້ອງ ຕາມແບບພິມທີ່ກົມລ້ຽງສັດ ແລະ ການປະມົງກໍານົດ;
  2. ສໍາເນົາໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດຢາສັດຕະວະແພດ;
  3. ໃບມອບສິດຈາກຜູ້ຜະລິດຢາສັດຕະວະແພດ ແລະ ໃບຂຶ້ນທະບຽນຢາສັດຕະວະແພດ ຈາກປະເທດສົ່ງອອກ  ຖ້າເປັນຢານໍາເຂົ້າ;
  4. ໃບມອບສິດ ແລະ ບັດປະຈໍາຕົວຂອງຜູ້ຕາງໜ້າ ໃນກໍລະນີໃຫ້ຜູ້ອື່ນມາຂໍຂື້ນທະບຽນແທນ;
  5. ສະຫຼາກ ແລະ ຂໍ້ຄວາມເອກະສານກໍາກັບຢາສັດຕະວະແພດ;
  6. ຕົວຢ່າງ ຢາສັດຕະວະແພດ ຫຼື ສ່ວນປະກອບຂອງຢາສັດຕະວະແພດຕາມຈໍານວນ ທີ່ກົມລ້ຽງສັດ ແລະ ການປະມົງກໍານົດ;
  7. ຫຼັກຖານທີ່ສະແດງເຖິງ ຂໍ້ມູນດ້ານວິຊາການກ່ຽວກັບ ຄຸນນະພາບ, ຄວາມປອດໄພ ແລະ ປະສິດທິພາບຂອງຢາ;
  8. ລາຍລະອຽດກ່ຽວກັບຢາສັດຕະວະແພດ ທີ່ລະບຸ ຊື່, ຮູບແບບ, ູວາມແຮງ, ຂະໜາດບັນຈຸ, ລັກສະນາ ຂອງຢາ ພ້ອມທັງບອກ ຊື່ ແລະ ປະລິມານ ຂອງສານຢາທີ່ສຳຄັນ ແລະ ສ່ວນປະກອບຢູ່ໃນຕຳລາຂອງຢາ;
  9. ເອກະສານອື່ນທີ່ເຫັນວ່າມີຄວາມຈຳເປັນ ຕາມການຮຽກຮ້ອງຂອງກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 16 ລາຍລະອຽດຂອງຢາສັດຕະວະແພດທີ່ຈະຂໍຂຶຶ້ນທະບຽນ

   ລາຍລະອຽດຂອງຢາສັດຕະວະແພດ ທີ່ຈະນໍາມາຂໍຂຶຶ້ນທະບຽນ ຕ້ອງຂຽນເປັນພາສາລາວ ແລະ ພາສາອັງກິດ ໂດຍຕ້ອງມີລາຍລະອຽດຕົ້ນຕໍ ດັ່ງນີ້:

  1. ຊື່ສູດຕໍາລາຢາ ຫຼື ຊື່ຢາສັດຕະວະແພດ;
  2. ຊື່ທາງການຄ້າ;
  3. ສ່ວນປະກອບຫຼັກ;
  4. ຂະບວນການຜະລິດ;
  5. ເລກທະບຽນຢາຂອງປະເທດຜູ້ຜະລິດ (ຖ້າເປັນຢາທີ່ຂຶ້ນທະບຽນຢູ່ຕ່າງປະເທດແລ້ວ);
  6. ສັບພະຄຸນ;
  7. ວິທີການນຳໃຊ້, ການເກັບຮັກສາ, ໄລຍະຢຸດໃຊ້ຢາ ແລະ ຄຳເຕືອນ;
  8. ຊື່ ແລະ ທີ່ຢູ່ຜູ້ຜະລິດຢາ, ປຸງແຕ່ງ ຫຼື ບັນຈຸ ຫຼື ຕົວແທນຈຳໜ່າຍ;
  9. ຂໍ້ມູນອ່ືນ ຕາມທີ່ມີຄວາມຈໍາເປັນ ຕາມປະເພດຂອງຢາ.

ມາດຕາ 17 ການພິຈາລະນາອອກໃບທະບຽນຢາສັດຕະວະແພດ

   ພາຍຫຼັງກົມລ້ຽງສັດ ແລະ ການປະມົງ ໄດ້ຮັບຄໍາຮ້ອງ ແລະ ເອກະສານປະກອບຂໍຂຶ້ນທະບຽນຢາສັດຕະວະແພດແລ້ວ ຕ້ອງດຳເນີນການກວດກາຄວາມສອດຄ່ອງດ້ານເອກະສານພາຍໃນ ຫ້າວັນ ລັດຖະການ.

   ໃນກໍລະນີ  ເອກະສາານຖືກຕ້ອງ, ຄົບຖ້ວນ ກົມລ້ຽງສັດ ແລະ ການປະມົງ ຕ້ອງດໍາເນີນການວິໄຈ, ທົດສອບຕົວຢ່າງຢາ ຫຼື ສ່ວນປະກອບຂອງຢາ ແລະ ຂຶ້ນທະບຽນ ພາຍໃນກຳນົດເວລາ ໜຶ່ງຮ້ອຍຊາວ ວັນ.

   ໃນກໍລະນີ  ບໍ່ສາມາດຂຶ້ນທະບຽນໄດ້ ຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນໃຫ້ແກ່ຜູ້ຂໍຂຶ້ນທະບຽນຊາບ.

   ໃບທະບຽນຢາສັດຕະວະແພດມີອາຍຸນໍາໃຊ້ໄດ້ຕະຫຼອດໄປ.

ມາດຕາ 18 ການດັດແກ້ໃບທະບຽນຢາສັດຕະວະແພດ

   ຜູ້ໄດ້ຮັບໃບທະບຽນຢາສັດຕະວະແພດແລ້ວ ແຕ່ມີຈຸດປະສົງຈະດັດແກ້ໃບທະບຽນ ໃຫ້ຍື່ນຄໍາຮ້ອງຕໍ່ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຂໍດັດແກ້ຢ່າງເປັນລາຍລັກອັກສອນ.

ມາດຕາ 19 ການໂຈະໃບທະບຽນຢາສັດຕະວະແພດ

​   ໃບທະບຽນຢາສັດຕະວະແພດ ຈະຖືກໂຈະໃນກໍລະນີ ​​ດັ່ງ​ນີ້:

  1. ຕາມການສະເໜີຂອງຜູ້ໄດ້ຮັບໃບທະບຽນຢາສັດຕະວະແພດ;
  2. ຢາສັດຕະວະແພດ ທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ບໍ່ມີການ​ເຄື່ອນ​ໄຫວຜະລິດ ຫຼື ນຳເຂົ້າ ພາຍໃນ ສອງປີ;
  3. ຢາສັດຕະວະແພດ ທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ນຳໃຊ້ໃນຈຸດປະສົງອື່ນ ທີ່ບໍ່ຖືກຕ້ອງຕາມທີ່ໄດ້ຂຶ້ນທະ ບຽນໄວ້.

ການໂຈະໃບທະບຽນຢາສັດຕະວະແພດ ຕ້ອງແຈ້ງ ໃຫ້ຜູ້ຖືກໂຈະ ຢ່າງເປັນລາຍລັກອັກສອນ.

ມາດຕາ 20 ການຖອນໃບທະບຽນຢາສັດຕະວະແພດ

   ໃບທະບຽນຢາສັດຕະວະແພດຈະຖືກຖອນ ໃນກໍລະນີ ດັ່ງນີ້:         

  1. ຖືກໂຈະໃບທະບຽນຢາສັດຕະວະແພດ ໂດຍບໍ່ມີການປັບປຸງ ຫຼື ແກ້ໄຂ;
  2. ໃບທະບຽນຢູ່ປະເທດທີ່ເປັນແຫຼ່ງກໍາເນີດຂອງຜະລິດຕະພັນຖືກຍົກເລີກ;
  3. ພົບ ແລະ ມີການຢັ້ງຢືນວ່າ ຢາສັດຕະວະແພດທີ່​ຜະລິດ ຫຼື ນຳເຂົ້ານັ້ນ ມີຜົນກະທົບຮ້າຍແຮງ ຕໍ່ສຸຂະພາບຂອງສັດ, ສັດນ້ຳ ແລະ ຜູ້ບໍລິໂພກ ຫຼື ເປັນຢາປອມ;

   ກົມລ້ຽງສັດ ແລະ ການປະມົງ ຕ້ອງ ລົບການຂຶ້ນທະບຽນອອກຈາກບັນຊີຜະລິດຕະພັນຢາສັດຕະວະແພດ ແລ້ວແຈ້ງຜ່ານ ສື່ມວນຊົນ ໃຫ້ສາທາລະນະຊົນຊາບ.

ມາດຕາ 21 ການສະເໜີ ຫຼື ອຸທອນ ການໂຈະ ຫຼື ການຖອນໃບທະບຽນຢາສັດຕະວະແພດ

   ຜູ້ຖືກໂຈະ ຫຼື ຖອນໃບທະບຽນຢາສັດຕະວະແພດ ສາມາດສະເໜີ ຫຼື ອຸທອນ ຢ່າງເປັນລາຍລັກອັກສອນ ຕໍ່ກະຊວງກະສິກໍາ ແລະ ປ່າໄມ້ ພາຍໃນ ສາມສິບວັນ ນັບແຕ່ວັນທີ່ໄດ້ຮັບຄຳສັ່ງໂຈະ ຫຼື ຖອນໃບທະບຽນຢາສັດຕະວະແພດເປັນຕົ້ນໄປ  ເພື່ອພິຈາລະນາລົບລ້າງ ຖ້າຫາກສາມາດພິສູດໃຫ້ເຫັນວ່າ ຕົນໄດ້ປະຕິບັດຕາມເງື່ອນໄຂ ຫຼື ລະບຽບການຢ່າງຖືກຕ້ອງ ແລະ ຄົບຖ້ວນແລ້ວ.

ໝວດທີ 4
ມາດຕະຖານ ແລະ ຄວາມປອດໄພ
ກ່ຽວກັບຢາສັດຕະວະແພດ

ມາດຕາ 22 ມາດຕະຖານ ກ່ຽວກັບຢາສັດຕະວະແພດ

   ມາດຕະຖານ ກ່ຽວກັບຢາສັດຕະວະແພດ ແມ່ນ ຄຸນລັກສະນະສະເພາະ ຂອງຢາສັດຕະວະແພດ ທາງດ້ານຄຸນນະພາບ ແລະ ປະລິມານທີ່ເໝາະສົມສຳລັບການປ້ອງກັນ ແລະ ປິ່ນປົວສັດ  ແລະ ສັດນໍ້າ ຕາມຊະນິດ, ນໍ້າໜັກ ແລະ ອາຍຸ ເພື່ອເປັນກໍານົດໝາຍໃຫ້ແກ່ ຜູ້ຜະລິດ ແລະ ຜູ້ນໍາໃຊ້ ປະຕິບັດ.

   ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກໍານົດ ມາດຕະຖານຢາສັດຕະວະແພດ ແລະ ສ່ວນປະກອບຂອງຢາສັດຕະວະແພດ ໂດຍປະສານສົມທົບກັບກະຊວງສາທາລະນະສຸກ ເພື່ອເປັນພື້ນຖານໃຫ້ແກ່ການຕິດຕາມ, ກວດກາ, ຢັ້ງຢືນ ແລະ ຂຶ້ນທະບຽນຢາສັດຕະວະແພດ.

ມາດຕາ 23 ຄວາມປອດໄພ ກ່ຽວກັບຢາສັດຕະວະແພດ

   ຄວາມປອດໄພ ກ່ຽວກັບຢາສັດຕະວະແພດ ແມ່ນ ມາດຕະການຕ່າງໆທີ່ນຳໃຊ້ ເພື່ອປົກປ້ອງສຸຂະພາບ ແລະ ຊີວິດຂອງສັດ ແລະ ຜູ້ບໍລິໂພກ ຊຶ່ງປະກອບດ້ວຍ:

  1. ການຜະລິດຢາສັດຕະວະແພດ;
  2. ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ຢາສັດຕະວະແພດ;
  3. ສະຫຼາກ ແລະ ການຕິດສະຫຼາກ ຢາສັດຕະວະແພດ;
  4. ການຂົນສົ່ງ ແລະ ການເກັບຮັກສາ ຢາສັດຕະວະແພດ;
  5. ການຝຶກອົບຮົມ ບຸກຄະລາກອນ;
  6. ການໂຄສະນາຢາສັດຕະວະແພດ;
  7. ການເກັບຕົວຢ່າງ ແລະ ວິໄຈຢາສັດຕະວະແພດ;
  8. ການນຳເຂົ້າຢາສັດຕະວະແພດ;
  9. ການສົ່ງອອກຢາສັດຕະວະແພດ;
  10. ການສົ່ງຜ່ານຢາສັດຕະວະແພດ;
  11. ການຈຳໜ່າຍຢາສັດຕະວະແພດ;
  12. ການນຳໃຊ້ຢາສັດຕະວະແພດ;
  13. ຢາສັດຕະວະແພດທີ່ບໍ່ມີຄວາມປອດໄພ;
  14. ການຮຽກເກັບຄືນ ຢາສັດຕະວະແພດ.

ມາດຕາ 24 ການຜະລິດຢາສັດຕະວະແພດ

   ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ ທີ່ຈະມາຜະລິດ ຢາສັດຕະວະແພດ ຫຼື ສ່ວນປະກອບຂອງຢາສັດຕະວະແພດ ຕ້ອງປະຕິບັດຕາມມາດຕະການ ດັ່ງນີ້:

  1. ດຳເນີນການຜະລິດຢາສັດຕະວະແພດ ຕາມມາດຕະຖານການຜະລິດທີ່ດີ ແລະ/ຫຼື ມີລະບົບວິເຄະຈຸດສ່ຽງ ແລະ ຄວບຄຸມຈຸດອັນຕະລາຍ;
  2. ໂຮງເຮືອນ, ເຄື່ອງຈັກ, ເຄື່ອງມື ຕ້ອງອອກແບບ, ກໍ່ສ້າງ ແລະ ຕິດຕັ້ງ ຢ່າງເປັນລະບົບ ທີ່ຮັບປະກັນໃຫ້ສະດວກໃນການປະຕິບັດງານ ແລະ ຫຼີກເວັ້ນການປົນເປື້ອນ;
  3. ນ້ຳທີ່ໃຊ້ຜະລິດຕ້ອງສະອາດ ແລະ ໄດ້ມາດຕະຖານຈາກຂະແໜງການທີ່ກ່ຽວຂ້ອງ, ຖັງເກັບນ້ຳ ແລະ ທໍ່ນ້ຳ ຕ້ອງສ້າງດ້ວຍວັດຖຸທີ່ປອດໄພ;
  4. ເຄື່ອງຈັກ, ວັດຖຸປະກອນ ທີ່ໃຊ້ກັບຢາສັດຕະວະແພດ ຫຼື ສ່ວນປະກອບຂອງຢາສັດຕະວະແພດ ຕ້ອງທຳຄວາມສະອາດ ເຮັດໃຫ້ແຫ້ງທຸກຄັ້ງ ທັງກ່ອນ ແລະ ຫຼັງການໃຊ້ງານ ເພື່ອປ້ອງກັນບໍ່ໃຫ້ເກີດເຊື້ອຣາ ຫຼື ເຊື້ອຈຸລິນຊີ;
  5. ເຄື່ອງປະສົມ, ຊິງຊັ່ງນ້ຳໜັກ ແລະ ເຄື່ອງມືຕ່າງໆ ທີ່ໃຊ້ໃນການຜະລິດຢາສັດຕະວະແພດ ຕ້ອງໃຫ້ເໝາະສົມກັບ ປະລິມານ, ບໍລິມາດ ຂອງຢາສັດຕະວະແພດ ຫຼື ສ່ວນປະກອບ ຂອງຢາສັດຕະວະແພດ ໂດຍຕ້ອງມີການຮັກສາໃຫ້ສະອາດ ແລະ ກວດສອບຄວາມຖືກຕ້ອງຊັດເຈນ ຕາມລະບຽບການຂອງຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ ຢ່າງເຂັ້ມງວດ;
  6. ມີລະບົບເກັບ ແລະ ບຳລັດນ້ຳເສຍທີ່ມີປະສິດທິພາບ;
  7. ກ່ອນຈະດຳເນີນການຜະລິດເພື່ອຈຳໜ່າຍ ຕ້ອງໄດ້ນຳເອົາຜະລິດຕະພັນໄປຂຶ້ນທະບຽນ ນຳກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ຕ້ອງຜະລິດໃຫ້ຖືກຕາມຕຳລາຢາທີ່ໄດ້ຂຶ້ນທະບຽນໄວ້;
  8. ຕ້ອງຢູ່ພາຍໃຕ້ການດູແລ ຂອງຜູ້ດຳເນີນການ ແລະ ຜູ້ປະຕິບັດການ ທີ່ຖືກມອບໝາຍ ແລະ ຮັບຮູ້ໂດຍອົງການຄຸ້ມຄອງຢາສັດຕະວະແພດເທົ່ານັ້ນ;
  9. ຜະລິດຕະພັນຢາສັດຕະວະແພດທີ່ຜະລິດໃນແຕ່ລະຊຸດ ກ່ອນນຳອອກຈຳໜ່າຍ ຕ້ອງຜ່ານການວິໄຈ, ມີການຢັ້ງຢືນດ້ານຄຸນນະພາບ ແລະ ເກັບເອກະສານການຢັ້ງຢືນນັ້ນໄວ້ບໍ່ໃຫ້ຫຼຸດ ສາມ ປີ.

ມາດຕາ 25 ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ຢາສັດຕະວະແພດ

   ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ຢາສັດຕະວະແພດ ຕ້ອງມີຄວາມໝັ້ນໜຽວທົນທານ, ມີຄວາມເໝາະສົມສໍາລັບຮູບແບບຂອງຢາແຕ່ລະປະເພດ ແລະ ຕ້ອງປິດບໍ່ໃຫ້ຮົ່ວຊຶມ.

ມາດຕາ 26 ສະຫຼາກ ແລະ ການຕິດສະຫຼາກຢາສັດຕະວະແພດ

   ຢາສັດຕະວະແພດ ຕ້ອງມີສະຫຼາກ ແລະ ເອກະສານກໍາກັບຢາ ​ທີ່ເປັນຮູບພາບ ຫຼື ສິ່ງພິມ ທີ່ມີຂໍ້ຄວາມເປັນພາສາລາວ ແລະ ພາສາອັງກິດຊັດເຈນ, ຕິດ, ພິມ ຫຼື ບັນຈຸໃສ່​ພາຊະນະ ໂດຍມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ຊື່ ແລະ ທີ່ຢູ່ຂອງສະຖານທີ່ຜະລິດ, ນໍາເຂົ້າ ຫຼື ຈຳໜ່າຍ; 
  2. ເລກທະບຽນຢາສັດຕະວະແພດ;
  3. ກາໝາຍ ຫຼື ເຄື່ອງໝາຍການຄ້າທີ່ຕິດຢູ່ພາຊະນະບັນຈຸ;
  4. ຊື່ສາມັນ ຫຼື ຊື່ທາງການຄ້າຂອງຢາ;
  5. ຮູບແບບ;
  6. ສັບພະຄຸນ;
  7. ສ່ວນປະກອບຫຼັກໃນສູດຕໍາລາຢາ;
  8. ນ້ຳໜັກ ຫຼື ບໍລິມາດ ບັນຈຸ;
  9. ເລກທີ ຊຸດຜະລິດ, ວັນ, ເດືອນ, ປີ ຜະລິດ ​ແລະ ວັນ, ເດືອນ, ປີໝົດອາຍຸ;
  10. ວິທີນຳໃຊ້, ການເກັບຮັກສາ ແລະ ຄໍາເຕືອນ.

ມາດຕາ 27 ການຂົນສົ່ງ ແລະ ການເກັບຮັກສາ ຢາສັດຕະວະແພດ

   ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ ຕ້ອງຂົນສົ່ງ ແລະ ເກັບຮັກສາ ຕາມຄໍາແນະນໍາຂອງຜູ້ຜະລິດ ແລະ/ຫຼື ປະຕິບັດຕາມມາດຕະຖານເຕັກນິກ ທີ່ກະຊວງກະສິກຳ ແລະ ປ່າໄມ້ ກຳນົດ. 

ມາດຕາ 28 ການຝຶກອົບຮົມ ບຸກຄະລາກອນ

   ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບການຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍຢາສັດຕະວະແພດ ຕ້ອງມີແຜນການຝຶກອົບຮົມບຸກຄະລາກອນ ທີ່ເຮັດວຽກຢູ່ໂຮງງານຜະລິດ, ສາງເກັບຮັກສາ, ບ່ອນຂົນສົ່ງ, ແຈກຢາຍ ແລະ ຈໍາໜ່າຍ ຢາສັດຕະວະແພດຂອງຕົນເປັນແຕ່ລະໄລຍະ ເພື່ອໃຫ້ເຂົ້າໃຈກ່ຽວກັບ ການປົກປັກຮັກສາ ແລະ ປ້ອງກັນບໍ່ໃຫ້ຢາເສື່ອມຄຸນນະພາບ.

ມາດຕາ 29 ການໂຄສະນາຢາສັດຕະວະແພດ

   ການໂຄສະນາຢາສັດຕະວະແພດ ຕ້ອງໃຫ້ຖືກກັບເນື້ອໃນ, ຮູບການ ແລະ ສະຖານທີ່ທີ່ຮັບອະນຸຍາດ. ເນື້ອໃນການໂຄສະນາ ຕ້ອງໃຫ້ຊັດເຈນ, ຖືກຕາມ ຄຸນລັກສະນະ, ຄຸນນະພາບ ແລະ ຫຼີກລ່ຽງການໂຄສະນາ ເກີນຄວາມເປັນຈິງ ທີ່ເປັນການບິດເບືອນ ຫຼອກລວງຜູ້ອື່ນໃຫ້ຫຼົງເຊື່ອ​.

   ຜູ້ທີ່ມີຈຸດປະສົງໂຄສະນາ ກ່ຽວກັບຢາສັດຕະວະແພດ ຕ້ອງຂໍອະນຸຍາດ ຈາກ ຂະແໜງການ ກະສິກໍາ ແລະ ປ່າໄມ້, ຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.

ມາດຕາ 30 ການເກັບຕົວຢ່າງ ແລະ ວິໄຈຢາສັດຕະວະແພດ

   ຜູ້ຜະລິດຢາສັດຕະວະແພດ, ສ່ວນປະກອບຂອງຢາສັດຕະວະແພດ, ສານເພີ່ມຢາສັດຕະວະແພດ ຕ້ອງເກັບຕົວຢ່າງ ແລະ ວິໄຈ ຢູ່ຫ້ອງວິໄຈຢາສັດຕະວະແພດ ທີ່ໄດ້ມາດຕະຖານ ແລະ ປະຕິບັດຕາມຫຼັກການ, ຂັ້ນຕອນ ແລະ ວິທີການວິໄຈຢາສັດຕະວະແພດ ທີ່ ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ.

   ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງເກັບຕົວຢ່າງ ແລະ ວິໄຈ ຢາສັດຕະວະແພດ ທີ່ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງອອກ ເພື່ອຕິດຕາມ ແລະ ກວດກາ ຄຸນນະພາບຂອງຢາສັດຕະວະແພດເປັນແຕ່ລະໄລຍະ.

   ໃນກໍລະນີທີ່ຕ້ອງໄດ້ສົ່ງຕົວຢ່າງໄປວິໄຈຢູ່ຕ່າງປະເທດ ຫ້ອງວິໄຈນັ້ນຕ້ອງໄດ້ມາດຕະຖານສາກົນ ແລະ ຮັບຮູ້ຈາກກະຊວງກະສິກໍາ ແລະ ປ່າໄມ້.

ມາດຕາ 31 ການນຳເຂົ້າຢາສັດຕະວະແພດ

   ການນໍາເຂົ້າຢາສັດຕະວະແພດ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດດຳເນີນທຸລະກິດນຳເຂົ້າ ຢາສັດຕະວະແພດ ແລະ ຂຶ້ນທະບຽນ ຕາມທີ່ກຳນົດໄວ້ໃນ ດຳລັດ ສະບັບນີ້;
  2. ຮັບປະກັນ ພາຊະນະບັນຈຸ ແລະ ຫຸ້ມຫໍ່, ການຕິດສະຫຼາກ, ເກັບຮັກສາ ແລະ ຂົນສົ່ງ ຢ່າງປອດໄພ;
  3. ມີການຮັບປະກັນດ້ານຄຸນນະພາບຕາມທີ່ໄດ້ຂຶ້ນທະບຽນໄວ້;
  4. ນຳເຂົ້າຕາມດ່ານ ທີ່ກຳນົດໄວ້ໃນໃບອະນຸຍາດນຳເຂົ້າ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ຈາກເຈົ້າໜ້າທີ່ສັດສັດຕະວະແພດປະຈຳດ່ານ;
  5. ມີການເກັບຮັກສາຢ່າງຖືກຕ້ອງຕາມເຕັກນິກ;
  6. ປະຕິບັດຂັ້ນຕອນ, ເງື່ອນໄຂ ແລະ ມາດຕະຖານຂອງກະຊວງກະສິກຳ ແລະ ປ່າໄມ້ ກຳນົດ ໃນແຕ່ລະໄລຍະ.

ມາດຕາ 32 ການສົ່ງອອກຢາສັດຕະວະແພດ

   ການສົົ່ງອອກຢາສັດຕະວະແພດ ຕ້ອງປະຕິບັດດັ່ງນີ້:

  1. ຕ້ອງຂໍອະນຸຍາດດຳເນີນທຸລະກິດສົ່ງອອກ ຢາສັດຕະວະແພດ ແລະ ຂຶ້ນທະບຽນ ຕາມທີ່ກຳນົດໄວ້ໃນ ດຳລັດ ສະບັບນີ້;
  2. ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ;
  3. ປະຕິບັດຕາມ ເງື່ອນໄຂ ແລະ ລະບຽບການຂອງປະເທດນຳເຂົ້າ ແລະ ສົ່ງຜ່ານ;
  4. ສົ່ງອອກຕາມດ່ານ ທີ່ກຳນົດໄວ້ໃນໃບອະນຸຍາດນຳເຂົ້າ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ຈາກເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ.

ມາດຕາ 33 ການສົ່ງຜ່ານຢາສັດຕະວະແພດ

   ການສົ່ງຜ່ານຢາສັດຕະວະແພດ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດສົ່ງຜ່ານຢາສັດຕະວະແພດ ຕາມທີ່ກຳນົດໄວ້ໃນ ດຳລັດສະບັບນີ້;
    ປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ;
  2. ປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ, ສັນຍາສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ;
  3. ປະຕິບັດຕາມ ເງື່ອນໄຂ ແລະ ລະບຽບການຂອງປະເທດສົ່ງອອກ ແລະ ປະເທດນຳເຂົ້າ;
  4. ສົ່ງອອກຕາມດ່ານທີ່ກຳນົດໄວ້ໃນໃບອະນຸຍາດ ແລະ ໄດ້ຮັບການກວດກາຄວາມຖືກຕ້ອງ ຈາກເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ;
  5. ຮັບປະກັນການຂົນສົ່ງດ້ວຍຄວາມປອດໄພ ແລະ ໄປຕາມເສັ້ນທາງຂົນສົ່ງທີ່ກຳນົດໄວ້. ໃນກໍລະນີຈຳເປັນທີ່ມີການຄ່ຽນຖ່າຍສິນຄ້າ ຫຼື ນຳສິນຄ້າລົງເກັບໄວ້ສາງກ່ອນການຂົນສົ່ງຕໍ່ ຕ້ອງມີການກວດກາ ຢັ້ງຢືນຈາກ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານທີ່ສິນຄ້າຈະຖືກສົ່ງອອກຊາບ.

ມາດຕາ 34 ການຈຳໜ໋າຍຢາສັດຕະວະແພດ

   ການຈໍາໜ່າຍຢາສັດຕະວະແພດ ຕ້ອງປະຕິບັດ ດັ່ງນີ້:

  1. ຕ້ອງຂໍອະນຸຍາດ ຈຳໜ່າຍຢາສັດຕະວະແພດ
  2. ຮັບປະກັນ ການຫຸ້ມຫໍ່, ຕິດສະຫຼາກ ແລະ ຂົນສົ່ງຢາສັດຕະວະແພດຢ່າງປອດໄພ;
  3. ມີການເກັບຮັກສາຢາສັດຕະວະແພດ ຢ່າງຖືກຕ້ອງຕາມເຕັກນິກ;
  4. ຈຳໜ່າຍຢາສັດຕະວະແພດ ທີ່ມີຄຸນນະພາບ, ປອດໄພ ແລະ ໃຫ້ຖືກຕ້ອງຕາມສູດຕຳລາຢາ ຕາມທີ່ໄດ້ຂຶ້ນທະບຽນ ແລະ ຕາມການອະນຸຍາດ;
  5. ການຈຳໜ່າຍ ຕ້ອງຢູ່ພາຍໃຕ້ການດູແລ ຂອງຜູ້ດຳເນີນການ ແລະ ຜູ້ປະຕິບັດການ ທີ່ຖືກມອບໝາຍເທົ່ານັ້ນ ໂດຍຕ້ອງມີບຸກຄະລາກອນຢ່າງພຽງພໍ;
  6. ການຂາຍຢາສັດຕະວະແພດ ທີ່ຕ້ອງຂາຍ ແລະ ຈ່າຍ ຕາມໃບສັ່ງຢາຂອງສັດຕະວະແພດເທົ່ານັ້ນ ແລະ ຕ້ອງແມ່ນຜູ້ປະຕິບັດການຢູ່ຮ້ານຂາຍຢາເທົ່ານັ້ນເປັນຜູ້ຂາຍ;
  7. ໃບສັ່ງຢາສຳລັບຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍ ຕ້ອງອອກໂດຍສັດຕະວະແພດ ທີ່ມີໃບອະນຸຍາດປະກອບອາຊີບເທົ່ານັ້ນ;
  8. ບໍ່ອະນຸຍາດໃຫ້ຮ້ານຂາຍຢາຍ່ອຍ ແບ່ງຂາຍຢາສັດຕະວະແພດດ້ວຍຕົນເອງ;
  9. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ສັດຕະວະແພດ ໃນການກວດກາຄຸນນະພາບຂອງຢາສັດຕະວະແພດ.

ມາດຕາ 35 ການນຳໃຊ້ຢາສັດຕະວະແພດ

   ການນໍາໃຊ້ຢາສັດຕະວະແພດ ຕ້ອງນໍາໃຊ້ຢາທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມຮັບຜິດຊອບ, ຮອບຄອບ, ສົມເຫດສົມຜົນ ແລະ ປະຕິບັດ ຕາມຄຳແນະນຳຂອງສັດຕະວະແພດ ຫຼື ຜູ້ຜະລິດຢ່າງເຄັ່ງຄັດ.

ມາດຕາ 36 ຢາສັດຕະວະແພດທີ່ບໍ່ມີຄວາມປອດໄພ

   ຢາສັດຕະວະແພດທີ່ບໍ່ມີຄວາມປອດໄພ ແມ່ນ ຢາ​ປອມ ຫຼື ເສື່ອມ​ຄຸນ​ນະພາ​ບ, ຢາສັດຕະວະແພດ​ບໍ່​ໄດ້ມາດຕະຖານ.

   ໃນກໍລະນີ ພົບເຫັນ ມີ ການຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງຜ່ານຢາສັດຕະວະແພດທີ່ບໍ່ມີຄວາມປອດໄພ ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ປະຕິບັດ ດັ່ງນີ້:

  1. ສັ່ງຢຸດຕິການ ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງຜ່ານ ເປັນລາຍລັກອັກສອນ ຫຼື ປະຕິບັດມາດຕະການອື່ນ ຕາມກົດໝາຍ ແລະ ລະບຽບການ;
  2. ຮຽກເກັບຄືນຢາສັດຕະວະແພດ ແລະ ໃຫ້ຜູ້ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຫຼື ສົ່ງຜ່ານ ຢາສັດຕະວະແພດທີ່ບໍ່ມີຄວາມປອດໄພນັ້ນ ຮັບຜິດຊອບຄ່າໃຊ້ຈ່າຍທີ່ກ່ຽວຂ້ອງ ກັບການເກັບຄືນ ແລະ ທໍາລາຍ;
  3. ປະກາດ ຜ່ານສື່ມວນຊົນ ກ່ຽວກັບ ຢາສັດຕະວະແພດທີ່ບໍ່ມີຄວາມປອດໄພນັ້ນ ໃຫ້ສາທາລະນະຊົນ ຮັບຊາບ.

ມາດຕາ 37 ການຮຽກເກັບຄືນ ຢາສັດຕະວະແພດ

   ໃນກໍລະນີທີ່ມີການພົບຢາສັດຕະວະແພດທີ່ບໍ່ປອດໄພ ໃຫ້ຂະແໜງການ ກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງເປັນລາຍລັກອັກສອນ ສັ່ງໃຫ້ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ຢຸດຕິການຈຳໜ່າຍ, ດໍາເນີນມາດຕະການເກັບຄືນ ພ້ອມທັງແນະນໍາກ່ຽວກັບ ວິທີການກໍາຈັດ, ທໍາລາຍ.

   ການຈໍາກັດ ແລະ ທໍາລາຍຢາສັດຕະວະແພດ ໃຫ້ປະຕິບັດຕາມລະບຽບການ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ.

ໝວດທີ 5
ຢາຕ້ານເຊື້ອຈຸລະຊີບສໍາລັບ ສັດ ແລະ ສັດນ້ຳ

ມາດຕາ 38 ຢາຕ້ານເຊື້ອຈຸລະຊີບສຳລັບ ສັດ ແລະ ສັດນ້ຳ

   ຢາຕ້ານເຊື້ອຈຸລະຊີບສໍາລັບ ສັດ ແລະ ສັດນໍ້າ (Veterinary Antimicrobials) ແມ່ນ ຢາທີ່ໄດ້ຈາກສິ່ງທີ່ມີຊີວິດ ຫຼື ຈາການສັງເຄາະທີ່ມີລິດ ສາມາດຢັບຢັ້ງການຈະເລີນເຕີບໂຕ ຫຼື ຂ້າເຊື້ອຈຸລະຊີບ ຈຳພວກ ເຊືອກາລະໂຣກ (ຈຸລິນຊີ, ແບັກທີເຣຍ), ຈຸລະໂຣກ (ໄວຣັດ), ແມ່ກາຝາກ ແລະ ເຊື້ອເຫັດ.

ມາດຕາ 39 ບັນຊີຢາຕ້ານເຊື້ອຈຸລະຊີບ

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດບັນຊີຢາຕ້ານເຊື້ອຈຸລະຊີບ ທີ່ມີຄວາມສຳຄັນ, ສຳຄັນຫຼາຍ ແລະ ສຳຄັນທີ່ສຸດ ເພື່ອນຳໃຊ້ເຂົ້າໃນການຮັກສາສຸຂະພາບ ສັດ ແລະ ສັດນ້ຳ ໂດຍໃຫ້ສອດຄ່ອງກັບຄຳແນະນຳ ຂອງອົງການສຸຂະພາບສັດສາກົນ ແລະ ເຜີຍແຜ່ ຜ່ານສື່ມວນຊົນໃຫ້ສາທາລະນະຊົນຊາບ.

ມາດຕາ 40 ຫຼັກການນຳໃຊ້ຢາຕ້ານເຊື້ອຈຸລະຊີບ

   ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

  1. ໃຊ້ຕາມຄວາມຈຳເປັນ ພາຍໃຕ້ການສັ່ງຢາຂອງສັດຕະວະແພດ;
  2. ໃຊ້ຢາທີ່ໄດ້ຈົດທະບຽນ ແລະ ຈາກແຫຼ່ງທີ່ໄດ້ຮັບອະນຸຍາດ;
  3. ໃຊ້ຢາຖືກຕາມພະຍາດ;
  4. ໃຊ້ໃຫ້ຖືກຕ້ອງຕາມປະລິມານ ທີ່ກໍານົດໄວ້ໃນສະຫຼາກຢາ ແລະ ຕ້ອງມີການຄໍານວນປະລິມານຢາທີ່ໃຊ້ ໃຫ້ຖືກຕ້ອງ;
  5. ໃຊ້ໃຫ້ຖືກວິທີ;
  6. ໃຊ້ໃຫ້ຖືກກັບສັດ ແລະ ສັດນ້ຳ ທີ່ເຈັບປ່ວຍ ຕາມການບົ່ງມະຕິພະຍາດ;
  7. ໃຊ້ໃຫ້ຖືກຕາມກຳນົດເວລາ ເພື່ອຮັກສາລະດັບຢາໃຫ້ຢູ່ໃນຮ່າງກາຍສັດຄົງທີ່ ແລະ ສາມາດອອກລິດຢັບຢັ້ງ ຫຼື ທໍາລາຍເຊື້ອຈຸລະຊີບໄດ້ຢ່າງພຽງພໍ ແລະ ຕ້ອງໃຊ້ຢາໃຫ້ຄົບຕາມເວລາທີ່ລະບຸໄວ້ໃນໃບສັ່ງຢາຂອງສັດຕະວະແພດ.

   ສໍາລັບລາຍລະອຽດກ່ຽວກັບ ການຄຸ້ມຄອງ ແລະ ນໍາໃຊ້ຢາຕ້ານເຊື້ອຈຸລະຊີບ ສໍາລັບສັດ ແລະ ສັດນ້ໍາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ໝວດທີ 6
ກຳນດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ

ມາດຕາ 41 ການດຳເນີນທຸລະກິດ ກ່ຽກັບຢາສັດຕະວະແພດ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ໃຫ້ຍື່ນຄຳຮ້ອງພ້ອມເອກະສານຄົບຊຸດ ຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ, ພາຍຫຼັງທີ່ໄດ້ໃບທະບຽນວິສາຫະກິດແລ້ວ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ນຳຂະແໜງກະສິກຳ ແລະ ປ່າໄມ້.

ມາດຕາ 42 ປະເພດທຸລະກິດກ່ຽວກັບຢາສັດຕະວະແພດ

   ປະເພດທຸລະກິດ ກ່ຽວກັບຢາສັດຕະວະແພດ ມີ ດັ່ງນີ້:

  1. ການຜະລິດຢາສັດຕະວະແພດ;
  2. ການວິໄຈກ່ຽວກັບຢາສັດຕະວະແພດ;
  3. ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຢາສັດຕະວະແພດ;
  4. ການຈໍາໜ່າຍຢາສັດຕະວະແພດ;
  5. ທຸລະກິດອື່ນທີ່ກ່ຽວຂ້ອງກັບຢາສັດຕະວະແພດ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ.

ມາດຕາ 43 ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດຳເນີນທຸລະກິດ

   ຢາສັດຕະວະແພດທີ່ໄດ້ຮັບການຍົກເວັ້ນການຂໍອະນຸຍາດດຳເນີນທຸລະກິດ ມີ ດັ່ງນີ້:

  1. ຢາສັດຕະວະແພດ ທີ່ໜ່ວຍງານຂອງລັດ ປຸງແຕ່ງຂຶ້ນ ເພື່ອການຄົ້ນຄວ້າທົດລອງ;
  2. ຢາສັດຕະວະແພດ ທີ່ນຳເຂົ້າ ເພື່ອການສົ່ງເສີມ, ສຶກສາຄົ້ນຄວ້າ, ທົດລອງ ຫຼື ຜົນປະໂຫຍດອື່ນຕາມການຕົກລົງຂອງລັດຖະບານ ແຕ່ບໍ່ອະນຸຍາດໃຫ້ຈຳໜ່າຍ;
  3. ຕົວຢ່າງຢາສັດຕະວະແພດ ທີ່ນຳເຂົ້າ ເພື່ອຂໍຂຶ້ນທະບຽນ;
  4. ຢາສັດຕະວະແພດ ທີ່ເປັນຢາພື້ນເມືອງ ທີ່ປຸງແຕ່ງຂຶ້ນ ໂດຍບໍ່ມີລັກສະນະເປັນທຸລະກິດ ຫຼື ການຄ້າ.

ຜູ້ປຸງແຕ່ງ ຫຼື ຜູ້ນໍາເຂົ້າ ຢາສັດຕະວະແພດ ທີ່ຖືກຍົກເວັ້ນການຂໍອະນຸຍາດ ຕ້ອງລາຍງານ ແລະ ແຈ້ງສູດຕໍາລາຢາ ຕໍ່ຂະແໜງກະສິກຳ ແລະ ປ່າໄມ້ ຕາມການຮຽກຮ້ອງ.

ມາດຕາ 44 ເງື່ອນໄຂຂອງຜູ້ດຳເນີນທຸລະກິດຢາສັດຕະວະແພດ

   ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດຢາສັດຕະວະແພດ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ມີທຶນ, ສຳນັກງານ, ສິ່ງປຸກສ້າງ, ວັດຖຸປະກອນ, ພາຫະນະຮັບໃຊ້;
  2. ມີສັດຕະວະແພດ ທີ່ມີລະດັບຄວາມຮູ້ລະດັບປະລິນຍາຕີຂຶ້ນໄປ ແລະ ມີປະສົບການ ດ້ານຢາສັດຕະວະແພດແຕ່ສອງປີຂຶ້ນໄປ ໂດຍມີໃບຢັ້ງຢືນການປະຕິບັດງານຕົວຈິງ ສຳລັບການຜະລິດຢາສັດຕະວະແພດ, ມີເພສັດຊະກອນທີ່ມີລະດັບຄວາມຮູ້ ແລະ ມີປະສົບການ ສຳລັບການຈຳໜ່າຍຢາສັດຕະວະແພດ ແລະ ມີບຸກຄະລາກອນຢ່າງພຽງພໍ ສຳລັບການດຳເນີນທຸລະກິດກ່ຽວກັບຢາສັດຕະວະແພດອື່ນ;
  3. ບໍ່ເຄີຍລະເມີດລະບຽບການ ກ່ຽວກັບ ຢາ, ຢາສັດຕະວະແພດ ຫຼື ຢາເສບຕິດ;
  4. ມີສຸຂະພາບແຂງແຮງດີ;
  5. ເງື່ອນໄຂອື່ນທີ່ຈຳເປັນຕາມການກຳນົດຂອງກະຊວງກະສິກຳ ແລະ ປ່າໄມ້.

ມາດຕາ 45 ເອກະສານປະກອບການຂໍອະນຸຍາດ

   ເອກະສານ ປະກອບຂໍອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ມີ ດັ່ງນີ້:

  1. ໃບຄຳຮ້ອງຂໍໃບອະນຸຍາດ ຕາມແບບພິມ ທີ່ກົມລ້ຽງສັດ ແລະ ການປະມົງ ກໍານົດ;
  2. ສຳເນົາບັດປະຈຳຕົວ ຫຼື ສໍາມະໂນຄົວ, ໃບມອບສິດ ຂອງຜູ້ຕາງໜ້າ ໃນກໍລະນີໃຫ້ຜູ້ອື່ນມາແລ່ນເອກະສານແທນ;
  3. ສຳເນົາໃບທະບຽນວິສາຫະກິດ ຫຼື  ສໍາເນົາໃບອະນຸຍາດການລົງທຶນ;
  4. ບົດ​ວິພາກ​ເສດ​ຖະກິດ-​ເຕັກນິກ ຫຼື ບົດສະເຫນີແຜນການ ຫຼື ໂຄງການ;
  5. ໃບ​ຢັ້ງຢືນສິ່ງແວດລ້ອມ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  6. ເອກະສານອື່ນທີ່ຈຳເປັນ ຕາມການຮຽກຮ້ອງຂອງຂະແໜງກະສິກຳ ແລະ ປ່າໄມ້.

ມາດຕາ 46 ການພິຈາລະນາ ການດຳເນີນທຸລະກິດ ຢາສັດຕະວະແພດ

   ພາຍຫຼັງທີ່ຂະແໜງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບສຳນວນເອກະສານຢ່າງຖືກຕ້ອງ, ຄົບຖ້ວນ ແລະ ຜ່ານການກວດກາສະຖານທີ່ແລ້ວ ຕ້ອງພິຈາລະນາ ການຂໍອະນຸຍາດດຳເນີນທຸລະກິດກ່ຽວກັບຢາສັດຕະວະແພດ ຕາມຂັ້ນຄຸ້ມຄອງ ດັ່ງນີ້:

   ກະຊວງກະສິກໍາ ແລະ ປ່າໄມ້ ຄົ້ນຄວ້າພິຈາລະນາ ດັ່ງນີ້:

  1. ການຜະລິດ ແລະ ການວິໄຈຢາສັດຕະວະແພດ ແລະ ສ່ວນປະກອບຂອງຢາສັດຕະວະແພດ;
  2. ການນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຢາສັດຕະວະແພດ
  3. ຢາສັດຕະວະແພດທີ່ຂາຍ ແລະ ຈ່າຍຕາມໃບສັ່ງຢາຂອງສັດຕະວະແພດ;
  4. ຢາສັດຕະວະແພດທີ່ຕ້ອງຂາຍ ແລະ ຈ່າຍໃນຮ້ານຂາຍຢາ;
  5. ການຈຳໜ່າຍ ຢາສັດຕະວະແພດແບບຂາຍຍົກ.

   ພະແນກກະສິກໍາ ແລະ ປ່າໄມ້ ຄົ້ນຄວ້າພິຈາລະນາ ດັ່ງນີ້:

  1. ການນໍາເຂົ້າ ແລະ ສົ່ງອອກ ຢາສັດຕະວະແພດທີ່ສາມາດຂາຍໂດຍຕົວແທນຈຳໜ່າຍທີ່ໄດ້ຮັບສິດ ແລະ ຢາສັດຕະວະແພດ ທີ່ຂາຍ ຫຼື ຈ່າຍໄດ້ ທົ່ວໄປ;
  2. ການຈຳໜ່າຍ ຢາສັດຕະວະແພດແບບຂາຍຍ່ອຍ.

   ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ໃຫ້ປະຕິບັດຕາມກຳນົດເວລາ ດັ່ງນີ້:

  1. ຊາວວັນລັດຖະການ ສຳລັບການຜະລິດ ແລະ ການວິໄຈຢາສັດຕະວະແພດ;
  2. ສິບວັນລັດຖະການ ສຳລັບການນຳເຂົ້າ, ການສົ່ງອອກ, ການສົ່ງຜ່ານ ແລະ ການຈຳໜ່າຍ.

   ກໍລະນີບໍ່ສາມາດອອກໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ໄດ້ຕາມກໍານົດເວລາດັ່ງກ່າວ ຕ້ອງແຈ້ງເຫດຜົນຢ່າງເປັນລາຍລັກອັກສອນ ໃຫ້ຜູ້ຂໍອະນຸຍາດຊາບ.

   ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ກໍານົດແບບພິມໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ.

ມາດຕາ 47 ການນຳໃຊ້ໃບອະນຸຍາດ

   ການ​ນຳ​ໃຊ້​ໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບການ​ຜະລິດ​, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ແລະ ສົ່ງຜ່ານຢາສັດຕະວະແພດ ຕ້ອງປະຕິບັດຕາມແຕ່ລະກໍລະນີ ຕາມທີ່ລະບຸໄວ້ໃນໃບອະນຸຍາດແຕ່ລະຢ່າງ.

   ອາຍຸ​ຂອງໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບ​ຢາສັດຕະວະແພດ ມີ ດັ່ງນີ້:  

  1. ໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບການຜະລິດ​ຢາສັດຕະວະແພດ ​ແມ່ນມີອາຍຸ​ນຳໃຊ້​ໄດ້ ສາມ ປີ;
  2. ໃບ​ອະນຸຍາດດໍາເນີນທຸລະກິດ ກ່ຽວກັບການສົ່ງອອກ​ຢາສັດຕະວະແພດ ​ແມ່ນມີອາຍຸ​ນຳໃຊ້​ໄດ້ ສອງ ປີ;
  3. ໃບ​ອະນຸຍາດດໍາເນີນທຸລະກິດກ່ຽວກັບການນໍາເຂົ້າ ຈຳໜ່າຍ ແລະ ສົ່ງຜ່ານ ​ຢາສັດຕະວະແພດ ​ແມ່ນມີອາຍຸ​ນຳໃຊ້​ໄດ້ ໜຶ່ງ ປີ.

   ກ່ອນ​ໃບ​ອະນຸ​ຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ຈະໝົດ​ອາຍຸນຳໃຊ້ ສາມສິບວັນ ຜູ້ໄດ້​ຮັບໃບ​ອະນຸຍາດ ​ຕ້ອງຍື່ນ​ຄຳ​ຮ້ອງ​ເພື່ອຂໍ​ຕໍ່​ອາຍຸການນຳໃຊ້ ​ນຳ​ອົງການທີ່​ອອກ​ໃບ​ອະນຸຍາດ ຕາມແບບພິມ ທີ່ກະຊວງກະສິກຳ ແລະ ປ່າໄມ້ ກໍານົດ. ການ​ພິຈາລະນາ ຕໍ່ ຫຼື ບໍ່​ຕໍ່​ ໃບ​ອະນຸຍາດ​ ຕ້ອງ​ພິຈາລະນາ​ພາຍໃນກຳນົດເວລາ ສິບຫ້າວັນ ນັບ​ແຕ່​ວັນ​ທີ່​ໄດ້​ຮັບ​ໃບສະ​ເໜີເປັນຕົ້ນໄປ.

ມາດຕາ 48 ສິດ ແລະ ພັນທະຂອງຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ

   ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບທຸລະກິດຢາສັດຕະວະແພດ ມີສິດ ແລະ ພັນທະ ດັ່ງນີ້:

  1. ດໍາເນີນທຸລະກິດຂອງຕົນໃຫ້ຖືກຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ ແລະ ກົດໝາຍ ຢ່າງເຂັ້ມງວດ;
  2. ຈັດຫາຜູ້ດໍາເນີນການ ແລະ ຜູ້ປະຕິບັດການ ເປັນພະນັກງານປະຈໍາຢູ່ໃນວິສາຫະກິດຂອງຕົນ ຕາມຈໍານວນ ແລະ ເງື່ອນໄຂ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກໍານົດ;
  3. ເປັນເຈົ້າການຮັກສາຄວາມປອດໄພ, ນຳໃຊ້ທຸກວິທີການເພື່ອສະກັດກັ້ນ ຢາສັດຕະວະແພດທີ່ບໍ່ປອດໄພທີ່ມີຜົນກະທົບຕໍ່ຄົນ, ສັດ, ສິ່ງແວດລ້ອມ ພ້ອມທັງຮັບຜິດຊອບຕໍ່ຄວາມເສຍຫາຍ ຈາກການດຳເນີນທຸລະກິດຂອງຕົນ;
  4. ຕິດປ້າຍສະຖານທີ່ປະກອບການໄວ້ ບ່ອນທີ່ສາທາລະນະຊົນເຫັນໄດ້ຢ່າງຊັດເຈນ;
  5. ຝຶກອົບຮົມບຸກຄະລາກອນ ໃຫ້ມີຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບຄວາມຮັບຜິດຊອບ ແລະ ການຮັກສາຄຸນນະພາບ ແລະ ຄວາມປອດໄພຂອງຢາສັດຕະວະແພດ;
  6. ສ້າງລະບົບບັນທຶກ ແລະ ຖານຂໍ້ມູນ ກ່ຽວກັບການຜະລິດ, ການທົດສອບ, ການນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ແລະ ເກັບຂໍ້ມູນໄວ້ຢ່າງໜ້ອຍ ສາມປີ;
  7. ໃຫ້ການຮ່ວມມື, ສະໜແງຂໍ້ມູນ ຂ່າວສານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
  8. ປະກອບສ່ວນດ້ານທຶນຮອນ ຫຼື ແຮງງານ ເຂົ້າໃນການພັດທະນາຄຸນນະພາບຢາສັດຕະວະແພດ;
  9. ເສຍຄ່າທໍານຽມ, ຄ່າບໍລິການ ແລະ ພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;
  10. ຮັບຂໍ້ມູນຂ່າວສານ ກ່ຽວກັບວຽກງານຢາສັດຕະວະແພດ;
  11. ຮັບນະໂຍບາຍປົກປ້ອງສິດອື່ນ ຢ່າງເປັນທຳ ຕາມທີ່ກຳນົດໄວ້ໃນກົດໝາຍ;
  12. ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງທີ່ມີສິດອຳນາດ ກ່ຽວກັບການລະເມີດກົດໝາຍຂອງພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ.

ມາດຕາ 49 ການຍ້າຍສະຖານທີ່, ການຢຸດເຊົາ, ການໂອນກິດຈະການ

   ຜູ້ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ທີ່ມີຈຸດປະສົງຈະຍ້າຍສະຖານທີ່ຜະລິດ, ສາງເກັບຮັກສາ ຫຼື ຮ້ານຈຳໜ່າຍ ຢາສັດຕະວະແພດ ຫຼື ຢຸດເຊົາກິດຈະການ ຕ້ອງແຈ້ງ​ເປັນ​ລາຍ​ລັກ​ອັກສອນ ຕໍ່ຂະແໜງກະສິກຳ ແລະ ປ່າໄມ້ ພາຍໃນກຳນົດເວລາ ສິບຫ້າ ວັນ ກ່ອນມີການຍົກຍ້າຍ ຫຼື ຍົກເລີກກິດຈະການ. ພ້ອມທັງໃຫ້ຂາຍ, ຈຳໜ່າຍ ຫຼື ນຳໃຊ້ຢາສັດຕະວະແພດໃຫ້ໝົດ ພາຍໃນກຳນົດເວລາ ເກົ້າສິບ ວັນ ນັບແຕ່ ວັນທີ່ຜູ້ອະນຸຍາດໄດ້ຮັບແຈ້ງການຢຸດເຊົາກິດຈະການເປັນຕົ້ນໄປ.

   ສໍາລັບການໂອນກິດຈະການ ຜູ້ຮັບໂອນກໍຕ້ອງປະຕິບັດພັນທະ ຄືກັນກັບຜູ້ມອບໂອນ.

ມາດຕາ 50 ການໂຈະການດໍາເນີນທຸລະກິດ

   ການດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ຈະຖືກໂຈະໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ຕາມການສະເໜີຂອງຜູ້ດຳເນີນທຸລະກິດ;
  2. ບໍ່ປະຕິບັດຕາມການແຈ້ງເຕືອນຂອງ ອົງການຄຸ້ມຄອງ ແລະ ກວດກາ ຢາສັດຕະວະແພດ ກ່ຽວກັບການປັບປຸງການປະຕິບັດ ເງື່ອນໄຂ, ມາດຕະຖານເຕັກນິກ ແລະ ຄຸນນະພາບຂອງການດຳເນີນທຸລະກິດ;
  3. ດຳເນີນທຸລະກິດ ບໍ່ຖືກຕ້ອງຕາມການອະນຸຍາດ.

   ການໂຈະການດຳເນີນທຸລະກິດ ແມ່ນ ເພື່ອໃຫ້ຜູ້ໄດ້ຮັບອະນຸຍາດປັບປຸງແກ້ໄຂ ​ພາຍ​ໃນກຳນົດເວລາ ເກົ້າສິບ ວັນ ແລະ ຕ້ອງແຈ້ງໃຫ້ຜູ້ໄດ້ຮັບອະນຸຍາດຮັບຮູ້ຢ່າງເປັນລາຍລັກອັກສອນ.

ມາດຕາ 51 ການຖອນໃບອະນຸຍາດດໍາເນີນທຸລະກິດ

   ການ​ດຳ​ເນີນທຸລະກິດ ກ່ຽກັບຢາສັດຕະວະແພດ ຈະຖືກຖອນໃນກໍລະນີທີ່ຜູ້ໄດ້ຮັບອະນຸຍາດ ບໍ່ປະຕິບັດຕາມເງື່ອນໄຂ, ມາດຕະຖານເຕັກນິກ, ຄຸນນະພາບຂອງການດຳເນີນທຸລະກິດ ແລະ ເວລາທີ່ໄດ້ກຳນົດໄວ້ໃນການແຈ້ງໂຈະ.

   ຢາສັດຕະວະແພດ ຫຼື ສ່ວນປະກອບຂອງຢາສັດຕະວະແພດ ຂອງຜູ້ຖືກຖອນໃບອະນຸຍາດ ສາມາດຈຳໜ່າຍ ຫຼື ມອບໃຫ້ຜູ້ອື່ນ ໃຫ້ໝົດ ພາຍໃນກຳນົດເວລາ ເກົ້າສິບ ວັນ ນັບແຕ່ວັນທີ່ໄດ້ຮັບແຈ້ງການຖອນໃບອະນຸຍາດຢ່າງເປັນທາງການເປັນຕົ້ນໄປ.

ມາດຕາ 52 ການສະເໜີ ຫຼື ອຸທອນ ການໂຈະ ຫຼື ຖອນ ບອະນຸຍາດດໍາເນີນທຸລະກິດ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກ ໂຈະ ຫຼື ຖອນ ໃບໃບອະນຸຍາດ ດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ສາມາດສະເໜີ ຫຼື ຂໍອຸທອນ ຕໍ່ອົງການທີ່ແຈ້ງ ໂຈະ ຫຼື ຖອນນັ້ນ ເພື່ອພິຈາລະນາລົບລ້າງ ຖ້າຫາກສາມາດພິສູດໃຫ້ເຫັນວ່າຕົນໄດ້ປະຕິບັດຕາມເງື່ອນໄຂ ຫຼື ລະບຽບການຢ່າງຖືກ ຕ້ອງແລ້ວ ຫຼື ມີຂໍ້ມູນຫຼັກຖານທາງດ້ານວິທະຍາສາດ ທີ່ຢັ້ງຢືນໄດ້ວ່າເຫດຜົນຂອງການ ແຈ້ງໂຈະ ຫຼື ຖອນນັ້ນ ບໍ່ຖືກຕ້ອງຕາມຄວາມເປັນຈິງ.

ໝວດທີ 7
ຂໍ້ຫ້າມ

ມາດຕາ 53 ຂໍ້ຫ້າມ ສຳລັບຜູ້ໄດ້ຮັບໃບທະບຽນ ແລະ ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດກ່ຽວກັບຢາສັດຕະວະແພດ

   ຫ້າມຜູ້ໄດ້ຮັບໃບທະບຽນ ແລະ ຜູ້ໄດ້ຮັບອະນຸຍາດດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ  ມີພຶດຕິກໍາ ດັ່ງນີ້:

  1. ດຳເນີທຸລະກິດຢູ່ສະຖານທີ່ ທີ່ບໍ່ໄດ້ຮັບອະນຸຍາດ;
  2. ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢາສັດຕະວະແພດ ທີ່ບໍ່ປອດໄພ, ຢາທີ່ບໍ່ໄດ້ຂຶ້ນ ຫຼື ຖືກຖອນ ທະບຽນ;
  3. ປອມແປງຜະລິດຕະພັນຢາສັດຕະວະແພດ ທີ່ຜູ້ອື່ນໄດ້ຂຶ້ນທະບຽນແລ້ວ;
  4. ຂາຍຢານອກບັນຊີ, ຢາປອມ, ຢາຕົກມາດຕະຖານ, ໝົດອາຍຸ ແລະ ຢາເສຍຄຸນນະພາບ;
  5. ໂອນ ຫຼື ໃຫ້ເຊົ່າໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດ;
  6. ມອບໃຫ້ຜູ້ອື່ນທີ່ບໍ່ໄດ້ຮັບອະນຸຍາດທາງການ ຊຶ່ງບໍ່ມີຄວາມຮູ້ຕາມຫຼັກວິຊາການການຢາ ຂາຍຢາ ແທນ;
  7. ນຳໃຊ້ສານທີ່ເປັນອັນຕະລາຍ ຫຼື ສານທີ່ຕ້ອງຫ້າມ ປະສົມລົງໃນສູດຕໍາລາຢາສັດຕະວະແພດ;
  8. ນໍາໃຊ້ພາຊະນະບັນຈຸ ທີ່ບໍ່ປອດໄພ ຫຼື ບໍ່ເໝາະສົມ ສໍາລັບບັນຈຸ ແລະ ຫຸ້ມຫໍ່ຢາສັດຕະວະແພດ;
  9. ຈັດວາງຢາສັດຕະວະແພດ ປະປົນກັບ ສານເຄມີທີ່ເປັນອັນຕະລາຍຕໍ່ສັດລ້ຽງ ຫຼື ຂົນສົ່ງຢາສັດຕະວະແພດບໍ່ເປັນໄປຕາມເງື່ອນໄຂທີ່ກໍານົດໄວ້;
  10. ແຈກຈ່າຍຢາ ທີ່ບໍ່ມີການຫຸ້ມຫໍ່, ຕິດສະຫຼາກ ຕາມທີ່ໄດ້ຂຶ້ນທະບຽນໄວ້;
  11. ປອມແປງ ຫຼື ເປີດເຜີຍຄວາມລັບລາຍລະອຽດການຂຶ້ນທະບຽນ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ ຫຼື ສ້າງຄວາມເສັຍຫາຍໃຫ້ແກ່ຊື່ສຽງຂອງຜູ້ອື່ນທີ່ໄດ້ຂຶ້ນທະບຽນໄວ້ແລ້ວ;
  12. ໂຄສະນາຂໍ້ມູນກ່ຽວກັບຢາສັດຕະວະແພດບໍ່ຖືກຕ້ອງ ຫຼື ເກີນຄວາມເປັນຈິງ;
  13. ນາບຂູ່, ໃຊ້ຄວາມຮຸນແຮງ ແລະ ວາຈາທີ່ບໍ່ເໝາະສົມຕໍ່ພະນັກງານ ຫຼື ເຈົ້າໜ້າທີ່;
  14. ປະຕິເສດຄວາມຮັບຜິດຊອບ, ຫຼົບຫຼີກ, ບິດເບືອນ ຫຼື ເຊື່ອງອຳການກວດກາຂອງເຈົ້າໜ້າທີ່;
  15. ໃຫ້ສິນບົນແກ່ພະນັກງານ ຫຼື ຮ່ວມກັນສໍ້ໂກງລັດ ແລະ ຜູ້ນໍາໃຊ້ຢາສັດຕະວະແພດ;
  16. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 54 ຂໍ້ຫ້າມ ສຳລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ

   ຫ້າມພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ ມີພຶດຕິກໍາ ດັ່ງນີ້:

  1. ສວຍໃຊ້ສິດ, ໜ້າທີ່, ຕໍາແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ເພື່ອຫວັງຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ພັກພວກຂອງຕົນ;
  2. ທວງເອົາ, ຂໍເອົາ, ຮັບສິນບົນ ຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ;
  3. ປະຕິບັດໜ້າທີ່ດ້ວຍຄວາມປະໝາດ, ເລີ່ນເລີ້, ເມີນເສີຍ, ຂາດຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່;
  4. ກົດໜ່ວງ, ຖ່ວງດຶງ, ປອມແປງ ເອກະສານ, ອອກເອກະສານບໍ່ຖືກຕ້ອງ ຫຼື ທຳລາຍເອກະສານ;
  5. ຮຽກເອົາ ຄ່າທຳນຽມ, ຄ່າບໍລິການ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
  6. ເປີດເຜີຍຄວາມລັບຂອງລັດ ຫຼື ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
  7. ບິດເບືອນຄວາມຈິງ, ປິດບັງ, ເຊື່ອງອໍາ ແລະ ປົກປ້ອງ ຫຼື ໃຫ້ຄວາມຮ່ວມມືກັບຜູ້ກະທໍາຜິດ;
  8. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ມາດຕາ 55 ຂໍ້ຫ້າມ ສຳລັບຜູ້ນໍາໃຊ້ຢາສັດຕະວະແພດ

   ຫ້າມຜູ້ນໍາໃຊ້ຢາສັດຕະວະແພດ ມີພຶດຕິກໍາ ດັ່ງນີ້:

  1. ໂຄສະນາໃສ່ຮ້າຍປ້າຍສີ ຫຼື ມີພຶດຕິກໍາທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ໄດ້ຮັບອະນຸຍາດ;
  2. ນຳໃຊ້ຢາສັດຕະວະແພດ ທີ່ບໍ່ໄດ້ຂຶ້ນທະບຽນ ຫຼື ບໍ່ເປັນໄປຕາມຄໍາແນະນໍາຂອງຜູ້ຜູ້ຜະລິດ ຫຼື ສັດຕະວະແພດ;
  3. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.

ໝວດທີ 8
ການຄຸ້ມຄອງ ແລະ ກວດກາ ວຽກງານຢາສັດຕະວະແພດ

ມາດຕາ 56 ອົງການຄຸ້ມຄອງ ແລະ ກວດກາ ວຽກງານຢາສັດຕະວະແພດ

   ລັດຖະບານ ຄຸ້ມຄອງ ແລະ ກວດກາວຽກງານຢາສັດຕະວະແພດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນໃຈກາງປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

   ອົງການຄຸ້ມຄອງ ແລະ ກວດກາວຽກງານຢາສັດຕະວະແພດ ປະກອບດ້ວຍ:

  1. ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນກົມລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  2. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ໂດຍແມ່ນຂະແໜງລ້ຽງສັດ ແລະ ການປະມົງ ເປັນເສນາທິການ;
  3. ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ໂດຍແມ່ນໜ່ວຍງານລ້ຽງສັດ ແລະ ການປະມົງ ເປັນເສນາທິການ.

ມາດຕາ 57 ສິດ ແລະ ໜ້າທີ່ ຂອງກະຊວງກະສິກໍາ ແລະ ປ່າໄມ້

   ກະຊວງກະສິກຳ ແລະ ປ່າໄມ້ ​ມີ​ສິດ​ ແລະ ໜ້າ​ທີ່​ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງ​ນີ້​:

  1. ຄົ້ນຄວ້າ ສ້າງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງກັບວຽກງານຢາສັດຕະວະແພດ ເພື່ອສະເໜີລັດຖະບານພິຈາລະນາ;
  2. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການ ແລ້ວຈັດຕັ້ງປະຕິບັດ;
  3. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານຢາສັດຕະວະແພດ;
  4. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ;
  5. ຂຶ້ນທະບຽນ, ກຳນົດບັນ​ຊີ, ຢັ້ງຢືນ ມາດຕະຖານການຜະລິດທີ່ດີ, ການວິໄຈຄຸນນະພາບ, ອະນຸຍາດການໂຄສະນາ, ສົ່ງອອກ, ນຳເຂົ້າ ແລະ ຈຳໜ່າຍ;
  6. ອອກ, ໂຈະ ຫຼື ລົບລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ແຈ້ງການ ກ່ຽວກັບວຽກງານຢາສັດຕະວະແພດ;
  7. ຕິດຕາມ ກວດກາ ການຈັັດຕັ້ງປະຕິບັດ ວຽກງານຢາສັດຕະວະແພດ ໂດຍສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ​;
  8. ແຕ່ງຕັ້ງເຈົ້າໜ້າທີ່ສັດຕະວະແພດ ເພື່ອຊ່ວຍໃນການພັດທະນາ, ກວດກາ, ຕິດຕາມ ວຽກງານຢາສັດຕະວະແພດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  9. ບຳລຸງ ສ້າງຊັບພະຍາກອນມະນຸດ ພ້ອມທັງປູກຈິດສຳນຶກໃຫ້ແກ່ທຸກພາກສ່ວນໃນສັງຄົມ ກ່ຽວກັບວຽກງານຢາສັດຕະວະແພດ ໂດຍປະສານສົມທົບກັບຂະແໜງການ ແລະ ອັງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
  10. ຮັບ ແລະ ພິຈາລະນາແກ້ໄຂ ຄຳສະເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຢາສັດຕະວະແພດ;​
  11. ພົວພັນຮ່ວມມື ປະສານສົມທົບກັບ ກະຊວງ, ອົງການ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຢາສັດຕະວະແພດ​;
  12. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດໃຫ້ແກ່ລັດຖະບານຢ່າງເປັນປົກກະຕິ;
  13. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 58 ສິດ ແລະ ຫນ້າທີ່ຂອງ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ

   ພະແນກກະສິກໍາ ແລະ ​ປ່າໄມ້ ຂັ້ນແຂວງ ມີ​ສິດ​ ແລະ ໜ້າ​ທີ່​ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງ​ນີ້​:​

  1. ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ແລ້ວຈັດຕັ້ງປະຕິບັດ;
  2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  3. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ;
  4. ອອກ, ໂຈະ ຫຼື ລົບລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ແຈ້ງການ ກ່ຽວກັບວຽກງານຢາສັດຕະວະແພດ;
  5. ຕິດຕາມ ກວດກາ ການຈັັດຕັ້ງປະຕິບັດ ວຽກງານຢາສັດຕະວະແພດ ໂດຍສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ​;
  6. ແຕ່ງຕັ້ງເຈົ້າໜ້າທີ່ສັດຕະວະແພດ ເພື່ອຊ່ວຍໃນການພັດທະນາ, ກວດກາ, ຕິດຕາມ ວຽກງານຢາສັດຕະວະແພດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  7. ບຳລຸງ ສ້າງຊັບພະຍາກອນມະນຸດ ພ້ອມທັງປູກຈິດສຳນຶກໃຫ້ແກ່ທຸກພາກສ່ວນໃນສັງຄົມ ກ່ຽວກັບວຽກງານຢາສັດຕະວະແພດ ໂດຍປະສານສົມທົບກັບຂະແໜງການ ແລະ ອັງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
  8. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ;
  9. ຮັບ ແລະ ພິຈາລະນາແກ້ໄຂ ຄຳສະເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຢາສັດຕະວະແພດ;​
  10. ປະສານສົມທົບກັບ ພະແນກການ, ຫ້ອງການ ຂັ້ນແຂວງ​, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດ​;
  11. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
  12. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 59 ສິດ ແລະ ໜ້າທີ່ ຂອງ ຫ້ອງການ ກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ

   ຫ້ອງການ​ກະສິກໍາ ແລະ​ ປ່າໄມ້ ຂັ້ນເມືອງ ມີ​ສິດ​ ແລະ ໜ້າ​ທີ່​ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້​:​

  1. ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ;
  2. ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  3. ອະນຸຍາດໃຫ້ສ້າງຕັ້ງ, ໂຈະ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ;
  4. ອອກ, ໂຈະ ຫຼື ລົບລ້າງ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຫຼື ແຈ້ງການ ກ່ຽວກັບວຽກງານຢາສັດຕະວະແພດ;
  5. ຕິດຕາມ ກວດກາ ການຈັັດຕັ້ງປະຕິບັດ ວຽກງານຢາສັດຕະວະແພດ ໂດຍສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ​;
  6. ສະເໜີ ບຳລຸງ ສ້າງຊັບພະຍາກອນມະນຸດ ພ້ອມທັງປູກຈິດສຳນຶກໃຫ້ແກ່ທຸກພາກສ່ວນໃນສັງຄົມ ກ່ຽວກັບວຽກງານຢາສັດຕະວະແພດ;
  7. ສະເໜີ ພະແນກກະສິກຳ ແລະ ປ່າໄມ້ ພິຈາລະນາ ແຕ່ງຕັ້ງ ຫຼື ຍົກຍ້າຍ ພະນັກງານ, ເຈົ້າໜ້າທີ່ສັດຕະວະແພດ ຂັ້ນເມືອງ;
  8. ຮັບ ແລະ ພິຈາລະນາແກ້ໄຂ ຄຳສະເໜີ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບວຽກງານຢາສັດຕະວະແພດ;​
  9. ປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດ​;
  10. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານຢາສັດຕະວະແພດໃຫ້ແກ່ ພະແນກກະສິກຳ ແລະ ປ່າໄມ້, ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ເຈົ້ານະຄອນ ຢ່າງເປັນປົກກະຕິ;
  11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 60 ສິດ ແລະ ໜ້າທີ່ ຂອງຂະແໜງການ ແລະ ພາກສ່ວນອື່ນ

   ຂະແໜງການ ແລະ ພາກສ່ວນອື່ນ ມີສິດ ແລະ ໜ້າທີ່ ປະສານສົມທົບກັບຂະແໜງການກະສິກໍາ ແລະ ປ່າໄມ້ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບ ຂອງຕົນ ເພື່ອຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຄຸ້ມຄອງຢາສັດຕະວະແພດ ໃຫ້ມີຄຸນນະພາບ, ປອດໄພ, ເໝາະສົມສໍາລັບການກັນ ແລະ ປິ່ນປົວພະຍາດ ສັດ ແລະ ສັດນ້ຳ ໃຫ້ໄດ້ຮັບຜົນດີ.

ມາດຕາ 61 ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ສັດຕະວະແພດ

   ເຈົ້າໜາທີ່ສັດຕະວະແພດ ແມ່ນພະນັກງານຈາກກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ, ຫ້ອງການ​ກະສິກໍາ ແລະ​ ປ່າໄມ້ ຂັ້ນເມືອງ ໃຫ້ປະຕິບັດໜ້າທີ່ກວດກາຢາສັດຕະວະແພດ.

  ໃນການຄຸ້ມຄອງ ແລະ ກວດກາ ວຽກງານຢາສັດຕະວະແພດ ເຈົ້າໜ້າທີ່ສັດຕະວະແພດ ມີສິດ ແລະ ໜ້າທີ່ ດັ່ງນີ້ີ້ີ້:​

  1. ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນຮັບຮູ້ ແລະ ເຂົ້າໃຈ;
  2. ລົງກວດກາໃນສະຖານທີ່ຜະລິດ, ສະຖານທີ່ວິໄຈ, ການນຳເຂົ້າ, ການສົ່ງອອກ, ສົ່ງຜ່ານ, ຮ້ານຈຳໜ່າຍ, ສາງເກັບຮັກສາຢາສັດຕະວະແພດ, ຍານພາຫະນະບັນທຸກ ແລະ ສະຖານທີ່ນຳໃຊ້ຢາສັດຕະວະແພດ;
  3. ກວດຄົ້ນ, ຢຶດ, ອາຍັດຢາສັດຕະວະແພດ ທີ່ບໍ່ໄດ້ຮັບອະນຸຍາດ, ຢາສັດຕະວະແພດ ບໍ່ໄດ້ມາດຕະຖານ, ຢາສັດຕະວະແພດ ເສື່ອມຄຸນນະພາບ, ຢາສັດຕະວະແພດ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ຢາສັດຕະວະແພດ ທີ່ຖືກຖອນໃບທະບຽນ ພ້ອມທັງສະເໜີຕໍ່ອົງການຄຸ້ມຄອງວຽກງານຢາສັດຕະວະແພດຖັດຕົນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການທີ່ຈຳເປັນ ເປັນຕົ້ນ ການສັ່ງຢຸດລົດເພື່ອກວດຄົ້ນ ຫຼື ເຂົ້າໄປສະຖານທີ່ສົງໄສ ຫຼື ເປັນເປົ້າໝາຍ;
  4. ປັບໃໝຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບວຽກງານຢາສັດຕະວະແພດ ພ້ອມທັງແຈ້ງເຕືອນຜູ້ລະເມີດ;
  5. ຮັບ, ບັນທຶກການແຈ້ງຄວາມ, ທວງເອົາເອກະສານ ແລະ ກວດກາເອກະສານ ແລະ ຄຳໃຫ້ການເບື້ອງຕົ້ນທີ່ເຫັນວ່າມີການລະເມີດລະບຽບ ກ່ຽວກັບຢາສັດຕະວະແພດ;
  6. ເກັບຕົວຢ່າງຢາສັດຕະວະແພດ ເພື່ອນຳໄປວິໄຈຄຸນນະພາບ ແລະ ນຳໃຊ້ເປັນຫຼັກຖານ;
  7. ສຶກສາອົບຮົມຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຢາສັດຕະວະແພດ;
  8. ສະຫຼຸບຜົນການກວດກາ ແລະ ປະກອບເອກະສານ ສົ່ງໃຫ້ອົງການຄຸ້ມຄອງວຽກງານຢາສັດຕະວະແພດຖັດຕົນ ຫຼື ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອແກ້ໄຂ ຫຼື ດຳເນີນຄະດີ ຕາມກົດໝາຍ;
  9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 62 ເນື້ອໃນການກວດກາ

   ການກວດກາວຽກງານຢາສັດຕະວະແພດ ປະກອບມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ການປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບຢາສັດຕະວະແພດ;
  2. ການປະຕິບັດໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ຢາສັດຕະວະແພດ;
  3. ການດຳເນີນທຸລະກິດ ກ່ຽວກັບການຜະລິດ, ນໍາເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈໍາໜ່າຍຢາສັດຕະວະແພດ ຂອງຜູ້ໄດ້ຮັບອະນຸຍາດດ້ານວິຊາການ ລວມທັງ ການນຳໃຊ້ອາຫານສັດຂອງຜູ້ລ້ຽງສັດ;
  4. ການສ້າງ ແລະ ປະຕິບັດແຜນການ ກ່ຽວກັບວຽກງານຢາສັດຕະວະແພດ.

ມາດຕາ 63 ຮູບການກວດກາ

   ການກວດກາວຽກງານຢາສັດຕະວະແພດ ດຳເນີນດ້ວຍ ຮູບການ ດັ່ງນີ້:

  1. ການກວດກາຕາມປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາທີ່ແນ່ນອນ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນການ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍມີການແຈ້ງໃຫ້ຜູ້ຖືກກວດກາ ຮູ້ກ່ອນລ່ວງໜ້າ;
  3. ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

   ການກວດກາ ໃຫ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

ໝວດທີ 9
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
​ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 64 ນະໂຍບາຍຕໍ່ຜູ້ມີຜົນງານ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດໍາລັດສະບັບນີ້ ເປັນຕົ້ນ ການດໍາເນີນທຸລະກິດ ກ່ຽວກັບຢາສັດຕະວະແພດ ທີ່ໄດ້ຕາມມາດຕະຖານເຕັກນິກ, ມີຄຸນນະພາບ ແລະ ຄວາມປອດໄພດີ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 65 ມາດຕະການຕໍ່ຜູ້ລະເມີດ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ໜັກ.

ມາດຕາ 66 ມາດຕະການສຶກສາອົບຮົມ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດຳລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຈະຖືກກ່າວເຕືອນ ແລະ ສຶກສາອົບຮົມ.

ມາດຕາ 67 ມາດຕະການທາງວິໄນ

   ເຈົ້າໜ້າທີ່ ແລະ ພະນັກງານ-ລັດຖະກອນ ທີ່ລະເມີດດໍາລັດສະບັບນີ້ ເປັນຕົ້ນ ຂໍ້ຫ້າມ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສຍຫາຍ ແຕ່ບໍ່ຈິງໃຈລາຍງານ ຈະຖືກລົງວິໄນ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.

ມາດຕາ 68 ມາດຕະການປັບໃໝ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດດໍາລັດສະບັບນີ້ ຈະຖືກປັບໃໝຕາມກໍລະນີ ດັ່ງນີ້:

  1. ດໍາເນີນທຸລະກິດຢາສັດຕະວະແພດທີ່ບໍ່ໄດ້ຮັບອະນຸຍາດ ແລະ ໄດ້ມີການສຶກສາອົບຮົມມາແລ້ວ ແຕ່ຍັງກະທໍາຜິດຊໍ້າ ຈະຖືກປັບໃໝ ຊາວຫ້າ ສ່ວນຮ້ອຍ ຂອງມູນຄ່າຢາສັດຕະວະແພດ ພ້ອມທັງຖືກໂຈະ ແລະ ຢຶດຢາສັດຕະວະແພດດັ່ງກ່າວ;
  2. ຜະລິດ, ນໍາເຂົ້າ, ສົ່ງອອກ ແລະ ຈໍາໜ່າຍ ຢາສັດຕະວະແພດ ທີ່ບໍ່ໄດ້ຂຶ້ນທະບຽນ, ຢາສັດຕະວະແພດທີ່ຖືກຖອນທະບຽນ ແລະ ໄດ້ມີການສຶກສາອົບຮົມໃຫ້ໄປຂຶ້ນທະບຽນແລ້ວ ແຕ່ບໍ່ມີການປັບປຸງປ່ຽນແປງ ຈະຖືກປັບໃໝ ສີ່ສິບ ສ່ວນຮ້ອຍ ຂອງມູນຄ່າຢາສັດຕະວະແພດ ພ້ອມທັງຖືກໂຈະ ແລະ ຢຶດຢາສັດຕະວະແພດດັ່ງກ່າວ;
  3. ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຢາສັດຕະວະແພດທີ່ບໍ່ໄດ້ມາດຕະຖານ, ຢາເສື່ອມຄຸນນະພາບ ຈະຖືກປັບໃໝ ຫົກສິບ ສ່ວນຮ້ອຍ ຂອງມູນຄ່າຢາສັດຕະວະແພດ ພ້ອມທັງຖືກໂຈະ ແລະ ຢຶດຢາສັດຕະວະແພດດັ່ງກ່າວ;
  4. ຜະລິດ, ນໍາເຂົ້າ, ຈໍາໜ່າຍ ຢາສັດຕະວະແພດປອມ, ຢາທີ່ປະສົມສານທີ່ບໍ່ເພິ່ງປາດຖະໜາ ທີ່ໄດ້ພິສູດວ່າ ມີລະດັບທີ່ເຮັດໃຫ້ເກີດຜົນກະທົບຕໍ່ສຸຂະພາບຂອງສັດ ແລະ ຜູ້ບໍລິໂພກ ຈະຖືກປັບໃໝ ໜຶ່ງເທົ່າຂອງມູນຄ່າຢາສັດຕະວະແພດ ພ້ອມທັງຖືກຖອນອະນຸຍາດດໍາເນີນທຸລະກິດ ແລະ ຢຶດຢາສັດຕະວະແພດດັ່ງກ່າວ.

ມາດຕາ 69 ມາດຕະການທາງແພ່ງ

   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດດໍາລັດສະບັບນີ້ ແລະ ໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 70 ມາດຕະການທາງອາຍາ

   ບຸກຄົນ, ນິຕິບຸກຄົນ ​ທີ່​ລະ​ເມີດດຳລັດສະບັບນີ້ ຊຶ່ງ​ເປັນ​ການ​ກະທຳ​ຜິດ​ທາງ​ອາຍາ ກໍ່​ຈະ​ຖືກ​ລົງ​ໂທດ ຕາມ​ກົດໝາຍ​ອາຍາ ແລ້ວແຕ່​ກໍລະນີ​ເບົາ ຫຼື ໜັກ.

ໝວດທີ 10
ບົດບັນຍັດສຸດທ້າຍ

ມາດຕາ 71 ການຈັດຕັ້ງປະຕິບັດ

   ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້  ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ໃຫ້ມີປະສິດທິຜົນ.

   ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ປະຕິບັດດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 72 ຜົນສັກສິດ

   ດໍາລັດສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

   ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບດໍາລັດສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ຕາງໜ້າ ລັດຖະບານ​ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

# ຫົວຂໍ້ ດາວໂຫຼດ
1 Decree on Veterinary Medicine, No 199/GoL, dated 13 March 2020 PDF
2 ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂື້ນທະບຽນຢາສັດຕະວະເເພດນໍາເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະເເພດນໍາເຂົ້າ ຕ້ອງໄດ້ຮັບການຂື້ນທະບຽນ ຈາກກົມລ້ຽງສັດ ແລະ ການປະມົງ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
2 ຮຽກຮ້ອງໃຫ້ຢາສັດຕະວະເເພດນໍາເຂົ້າຕ້ອງໄດ້ຮັບການຢັ້ງຢືນຈາກປະເທດສົ່ງອອກ SPS ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະເເພດນໍາເຂົ້າ ຕ້ອງໄດ້ຮັບມອບສິດຈາກປະເທດຜູ້ຜະລິດ (ຜູ້ສົ່ງອອກ) ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
3 ຮຽກຮ້ອງໃຫ້ຢາສັດຕະວະເເພດນໍາເຂົ້າ ຕ້ອງຜ່ານດ່ານສະເພາະທີ່ກໍານົດໃຫ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະແພດ ຕ້ອງນໍາເຂົ້າຜ່ານດ່ານທີ່ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
4 ຮຽກຮ້ອງໃຫ້ມີການກວດກາຢາສັດຕະວະເເພດນໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະເເພດນໍາເຂົ້າຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
5 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ນໍາເຂົ້າ - ຢາສັດຕະວະແພດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າຢາສັດຕະວະເເພດ ຕ້ອງໄດ້ຮັບອະນຸຍາດດໍາເນີນທຸລະກິດ ແລະ ຂື້ນທະບຽນດໍາເນີນທຸລະກິດນໍາເຂົ້າ ຈາກກົມລ້ຽງສັດ ແລະ ການປະມົງ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
6 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ສົ່ງອອກ - ຢາສັດຕະວະແພດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ສົ່ງອອກຢາສັດຕະວະເເພດຕ້ອງໄດ້ຮັບອະນຸຍາດ ແລະ ຂື້ນທະບຽນດໍາເນີນທຸລະກິດສົ່ງອອກ ຈາກກົມລ້ຽງສັດ ແລະ ການປະມົງ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
7 ຮຽກຮ້ອງໃຫ້ມີການຂື້ນທະບຽນຢາສັດຕະວະເເພດສົ່ງອອກ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະເເພດສົ່ງອອກ ຕ້ອງໄດ້ຮັບການຂື້ນທະບຽນກັບ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
8 ຮຽກຮ້ອງໃຫ້ມີໃບອະນຸຍາດນໍາເຂົ້າຢາສັດຕະວະເເພດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າຢາສັດຕະວະແພດ ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກກົມລ້ຽງສັດ ແລະ ການປະມົງ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
9 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກຢາສັດຕະວະເເພດ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຢາສັດຕະວະແພດ ຕ້ອງໄດ້ຮັບອະນຸຍາດນໍາເຂົ້າ ຈາກກົມລ້ຽງສັດ ແລະ ການປະມົງ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
10 ຮຽກຮ້ອງໃຫ້ຢາສັດຕະວະເເພດສົ່ງອອກ ຕ້ອງຜ່ານດ່ານທີ່ກໍານົດໄວ້ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະແພດສົ່ງອອກ ຕ້ອງໄດ້ສົ່ງຜ່ານດ່ານທີ່ກໍານົດໄວ້ໃນອະນຸຍາດສົ່ງອອກ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
11 ຮຽກຮ້ອງໃຫ້ມີການກວດກາຢາສັດຕະວະເເພດສົ່ງອອກ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ຢາສັດຕະວະເເພດສົ່ງອອກ ຕ້ອງໄດ້ຮັບການກວດກາ ໂດຍເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານ ດໍາລັດ ວ່າດ້ວຍ ຢາສັດຕະວະແພດ, ເລກທີ 199/ລບ, ລົງວັນທີ 13 ມີນາ 2020 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.