ຜູ້ປະກອບການມາດຕະຖານເອອີໂອ ຫລື Authorized Economic Operator (AEO) ໝາຍເຖິງຜູ້ປະກອບການທີ່ໄດ້ຮັບຮອງຢ່າງເປັນທາງການຈາກລັດຖະການພາສີ ໃຫ້ໄດ້ຮັບສິດທິພິເສດກ່ຽວກັບການປະຕິບັດຂັ້ນຕອນການແຈ້ງພາສີ ແລະ ການກວດປ່ອຍສິນຄ້າ ຕາມທີ່ໄດ້ກໍານົດໄວ້ໃນບົດແນະນໍາ ເລກທີ 1159/ກງ, ລົງວັນທີ 18 ເມສາ 2019.

ພາບປະກອບ

 

     ເງື່ອນໄຂ ແລະ ມາດຖານຂອງຜູ້ປະກອບການມາດຕະຖານເອອີໂອ ຕ້ອງມີເງື່ອນໄຂ ແລະ ມາດຖານ ດັ່ງນີ້:

  • ຕ້ອງມີທຸລະກິດທີ່ໄດ້ຂື້ນ ທະບຽນວິສາຫະກິດ ແລະ ທະບຽນຜູ້ເສຍອາກອນ;
  • ຕ້ອງມີການດໍາເນີນທຸລະກິດທີ່ຕິດພັນກັບການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ, ເຄື່ອງຂອງ ຢ່າງໜ້ອຍ 3 ປີ ແລະ ມີການແຈ້ງເສຍພາສີເປັນລາຍລະອຽດຢ່າງໜ້ອຍ 250 ຊຸດຕໍ່ປີ. ໃນກໍລະນີທີ່ບໍລິສັດແມ່ນຕົວແທນ ຫຼື ສາຂາ ຂອງການລົງຕ່າງປະເທດ ແມ່ນຈະມີການພິຈາລະນາເປັນກໍລະນີສະເພາະ;
  • ຕ້ອງມີປະຫວັດການຈ່າຍພາສີທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີອັດຕາການປະຕິບັດຖືກຕ້ອງໃນການແຈ້ງພາສີ ຢ່າງໜ້ອຍ 98% ຂອງການແຈ້ງພາສີທັງໝົດ;
  • ຕ້ອງບໍ່ຖືກດໍາເນີນຄະດີ ແລະ/ຫຼື ບໍ່ຖືກລົງໂທດຄະດີ ໃນການກະທໍາຜິດທາງພາສີ ເປັນໄລຍະ 3 ປີ ກ່ອນການຂໍສະເໜີເຂົ້າ ເອອີໂອ.
ພາບປະກອບ

 

     ຂັ້ນຕອນການສະເໜີຂໍການຢັ້ງຢືນເປັນຜູ້ປະກອບການມາດຕະຖານເອອີໂອ ເຊິ່ງມີຂັ້ນຕອນດັ່ງນີ້:

  1. ຕ້ອງໄດ້ຕື່ມແບບຟອມປະເມີນຜົນ ຈາກກົມພາສີ ໂດຍລາຍລະອຽດຕ່າງໆ ສາມາດດາວໂຫລດແບບຟອມຈາກເວັບໄຊ໌ ກົມພາສີ: http://www.customs.gov.la/ ຫຼື ເບີຕິດຕໍ່: +856 21 213810;
  2. ຢືນໜັງສືສະເໜີເປັນຜູ້ປະກອບການມາດຕະຖານເອອີໂອ ທີ່ສະແດງເຖິງເຈດຈໍານົງແບບສະໝັກໃຈ ເຖິງຫົວໜ້າກົມພາສີ ພ້ອມດ້ວຍແບບຟອມປະເມີນຜົນທີ່ໄດ້ຕື່ມໄປແລ້ວນັ້ນ ແລະ ເອກະສານທີ່ກ່ຽວຂ້ອງອື່ນໆ.
ພາບປະກອບ

 

     ຂັ້ນຕອນການກວດກາເງື່ອນໄຂ ແລະ ມາດຖານຂອງຜູ້ປະກອບການເອອີໂອ ແມ່ນມີ 3 ຂັ້ນຕອນດັ່ງນີ້:

  1. ພາຍຫລັງກົມພາສີໄດ້ຮັບໜັງສືສະເໜີ ຈາກຜູ້ປະກອບການ ແມ່ນຈະໄດ້ພິຈາລະນາ ແລະ ກວດກາເອກະສານທັງໝົດໃຫ້ສໍາເລັດ ແລະ ແຈ້ງຜົນການພິຈາລະນາເປັນລາຍລັກອັກສອນ ໃຫ້ຜູ້ປະກອບການຮັບຊາບພາຍໃນ 5 ວັນລັດຖະການຄື:
  • ກໍລະນີທີ່ການສະເໜີໄດ້ຮັບການພິຈາລະນາ ແລະ ຕັດສິນໃຫ້ຜ່ານຕາມເງື່ອນໄຂ ແມ່ນກົມພາສີຈະມີການແຈ້ງໃຫ້ຜູ້ປະກອບການຮັບຊາບ ແລະ ລົງກວດກາສະຖານທີ່ຕົວຈີງ ພາຍໃນ 5 ວັນຫລັງຈາກອອກແຈ້ງການ;
  • ກໍລະນີທີ່ການສະເໜີໄດ້ຮັບການພິຈາລະນາ ແລະ ຕັດສິນວ່າບໍ່ຜ່ານ ແມ່ນກົມພາສີ ຕ້ອງແຈ້ງຜູ້ປະກອບການ ແລະ ອະທິບາຍເຖິງເຫດຜົນທີ່ຖືກປະຕິເສດ ແລະ ການປັບປຸງຄືນໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຖານ ທີ່ວ່າງອອກ.
ພາບປະກອບ
  1. ພາຍຫລັງສໍາເລັດການກວດກາສະຖານທີ່ຕົວຈີງ, ກົມພາສີ ຕ້ອງດໍາເນີນການ ດັ່ງນີ້:
  • ກໍລະນີທີ່ຜ່ານຕາມເງື່ອນໄຂ ແລະ ມາດຖານ ແມ່ນກົມພາສີ ຕ້ອງອອກໜັງສືຢັ້ງຢືນໃຫ້ເປັນຜູ້ປະກອບການມາດຕະຖານເອອີໂອ ພາຍໃນ 5 ວັນລັດຖະການ;
  • ກໍລະນີທີ່ບໍ່ຜ່ານຕາມເງື່ອນໄຂ ແລະ ມາດຖານ ແມ່ນກົມພາສີ ຕ້ອງອອກໃບແຈ້ງການເຖິງຜູ້ປະກອບການຮັບຊາບ ແລະ ເຂົ້າໃຈສິ່ງທີ່ຍັງຕ້ອງໄດ້ປັບປຸງຄືນໃໝ່.
  1. ຜູ້ປະກອບການທີ່ໄດ້ຮັບການແຈ້ງຈາກພາສີ ວ່າມີເງື່ອນໄຂ ແລະ ມາດຖານຖືກຕ້ອງຕາມລະບຽບການຕ້ອງເຂົ້າມາເຊັນສັນຍາກັບ ກົມພາສີ ພາຍໃນ 5 ວັນຫລັງຈາກໄດ້ຮັບແຈ້ງພາສີ.

 

ລາຍລະອຽດເພີ່ມເຕີບກ່ຽວກັບ ຄໍາແນະນໍາ ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ ເລກທີ 1159/ກງ, ລົງວັນທີ 18 ເມສາ 2019.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.