ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ          ເລກທີ ເລກທີ 0376/ອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ  ວັນທີ 08 ເມສາ 2020.

ແຈ້ງ​ການ

ເຖິງ: - ທ່ານ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ, ນະ​ຄອນຫຼວງວຽງຈັນ.

 - ທ່ານ ຫົວ​ໜ້າ​ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າເມືອງ, ນະ​ຄອນ.

ເລື່ອງ:  ການອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການຮ້ານຄ້າຂາຍຍົກ ແລະ ຮ້ານຄ້າຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະ ອຸປະໂພກ-ບໍລິໂພກ.

  • ອີງຕາມ ຄຳສັ່ງ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020;
  • ອີງ​ຕາມ ​ບົດ​ແນະ​ນຳ ວ່າ​ດ້ວຍ​ການ​ຜັນຂະ​ຫຍາຍ​ຄຳ​ສັ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ສະບັບເລກ​ທີ 020/ສກ​ພ, ລົງ​ວັນ​ທີ 02 ເມ​ສາ 2020;
    • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຮັບມືການແຜ່ລະບາດ ຂອງພະຍາດໂຄວິດ 19 ສະບັບເລກທີ 0358/ອຄ.ກຈພງ, ລົງວັນທີ 02 ເມສາ 2020.

 ​   ເພື່ອ​ຜັນ​ຂະ​ຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020. ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ການ​ຕິດ​ຕາມ, ການກວດ​ກາ ແລະ ການ​ຄຸ້ມ​ຄອງ ຊຶ່ງ​ໄດ້​ກຳ​ນົດ​ໄວ້ໃນ​ຂໍ້​ທີ 10 ຂອງ​ຄຳ​ສັ່ງສະ​ບັບ​ນີ້ ໃນ​ການ​ອະ​ນຸ​ຍາດ​ໃຫ້​ສືບ​ຕໍ່​ດຳ​ເນີນ​ກິດ​ຈະ​ການ​ທີ່​ມີ​ຄວາມ​ຈຳ​ເປັນ ໂດຍສະເພາະ ການກໍານົດຄວາມເປັນເອກະພາບໃນຄໍາວ່າຮ້ານຂາຍເຄື່ອງຍ່ອຍ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ​:

  1. ​ ອະນຸຍາດໃຫ້ສືບຕໍ່ດຳເນີນກິດຈະການທີ່ມີຄວາມຈຳເປັນ ເປັນຕົ້ນ ຮ້ານຄ້າຂາຍຍົກ ແລະ ຮ້ານຄ້າຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກທີ່ຮັບໃຊ້ຊີວິດການເປັນຢູ່ປະຈໍາວັນ, ຮ້ານຂາຍອຸປະກອນການແພດ, ຮ້ານຂາຍຢາ ທີ່ຕັ້ງຢູ່ ຫຼື ບໍ່ຕັ້ງຢູ່ ໃນສູນການຄ້າ, ຮ້ານສັບພະສິນຄ້າ, ຕະຫຼາດສົດ ຫຼື ຕະຫຼາດຂາຍ ເຄື່ອງກະສິກຳ;
  2. ການຈຳໜ່າຍສິນຄ້າ​ຢູ່ສູນ​ການ​ຄ້າ ແລະ ​ຮ້ານ​ສັບ​ພະ​ສິນ​ຄ້າທີ່ມີເຄື່ອງຫຼາຍປະເພດຢູ່ນໍາກັນ ອະ​ນຸ​ຍາດ​ໃຫ້​ເປີດຈຳໜ່າຍສະ​ເພາະ​ຮ້ານ​ຊຸບ​ເປີ້​ມາ​ເກັດ ທີ່​ຂາຍ​ສິນ​ຄ້າ​ປະ​ເພດ​ສະ​ບຽງ​ອາ​ຫານ, ເຄື່ອງອຸປະໂພກ-ບໍລິໂພກ, ຮ້ານຂາຍອຸປະກອນການແພດ, ຮ້ານຂາຍຢາ ນອກນັ້ນ​ແມ່ນ​ໃຫ້​ປິດ​ບໍ​ລິ​ການຊົ່ວຄາວ.
  3. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເຮັດບົດບັນທຶກກັບບໍລິສັດ ນໍາເຂົ້າ-ສົ່ງອອກ, ຂາຍຍົກ ຮັບປະກັນການສະໜອງສິນຄ້າສະບຽງອາຫານ ແລະ ສິນຄ້າອຸປະໂພກ-ບໍລິໂພກ ເພື່ອຮັບປະກັນການສະໜອງ ມີການເກັບຮັກສາເຄື່ອງຢູ່ໃນສາງໃຫ້ສາມາດກຸ້ມໄດ້ 1-2 ເດືອນ ເປັນຢ່າງຕໍ່າ ແລະ ໃຫ້ພະແນກ ຊ່ວຍອໍານວຍຄວາມສະດວກໃຫ້ບໍລິສັດດັ່ງກ່າວຂ້າງເທິງ ເພື່ອສາມາດເຮັດຫຼ້ອນພາລະບົດບາດດັ່ງກ່າວ.
  4. ມອບ​ໃຫ້​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ, ນະ​ຄອນຫຼວງວຽງຈັນ, ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ, ນະ​ຄອນ ກຳນົດຈຸດຈຳໜ່າຍສິນຄ້າປະ​ເພດ​ສະບຽງອາຫານ ທີ່​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ແລະ ເໝາະ​ສົມ ຕາມ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງທີ່​ໄດ້​ກຳ​ນົດ​ໄວ້​ໃນ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ຕະຫຼາດ, ຮັບ​ປະ​ກັນດ້ານ​ລາ​ຄາ ແລະ ການ​ສະ​ໜອງ​ສິນ​ຄ້າ​ໃຫ້ໄດ້​​ປົກ​ກະ​ຕິ ແລະ ປະ​ຕິ​ບັດ​ຕາມ​ລະ​ບຽບ​ການ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ວາງ​ອອກ ເພື່ອ​ປ້ອງ​ກັນ ແລະ ຫຼີກ​ລ້ຽງ​ການ​ແຜ່​ລະ​ບາດ​ຂອງ​ພະຍາດ​ໂຄວິດ 19. ສຳລັບ​ຈຸດຈຳໜ່າຍສິນຄ້າ​ທີ່​ແຂວງ, ເມືອງບໍ່​ໄດ້​ກຳ​ນົດ​ ແມ່ນ​ໃຫ້​ປິດ​ຮ້ານ​ຊົ່ວ​ຄາວ​ໃນ​ໄລຍະ​ນີ້;
  5. ມອບ​ໃຫ້​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ, ນະ​ຄອນຫຼວງວຽງຈັນ ແລະ ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ, ນະ​ຄອນ ຊຸກ​ຍູ້​ສົ່ງ​ເສີມ​ຜູ້​ປະ​ກອບ​ການ​ທີ່​ມີ​ເງື່ອນ​ໄຂ ຂາຍ​ສິນ​ຄ້າ​ຜ່ານ​ສື່​ອອນ​ລາຍຕ່າງໆ ເພື່ອຫຼຸດຜ່ອນ​ຄວາມ​ແອ​ອັດ​ໃນ​ການ​ໄປ​ຊື້​ສິນ​ຄ້າ​​ຕົວ​ຈິງໃນ​ທ້ອງ​ຕະຫຼາດ, ​ສູນ​ການ​ຄ້າ ແລະ ຮ້ານ​ສັບ​ພະ​ສິນ​ຄ້າ. ການ​ຂາຍ​ສິນຄ້າຕ້ອງ​ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​ພາບ​, ຄວາມ​ສະ​ອາດ ແລະ ຄວາມ​ປອດ​ໄພຂອງ​ສິນ​ຄ້າ ແລະ ຫ້າມເດັດຂາດບໍ່ໃຫ້ເກງກໍາໄລ ຫຼື ຂຶ້ນລາຄາສິນຄ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງອຸດສາຫະກໍາ ແລະການຄ້າ;
  6. ສໍາລັບຮ້ານຂາຍຍົກ-ຂາຍຍ່ອຍທີ່ບໍ່ໄດ້ຈໍາໜ່າຍສິນຄ້າປະເພດສະບຽງອາຫານ, ເຄື່ອງອຸປະໂພກ-ບໍລິໂພກ ຮ້ານຂາຍອຸປະກອນການແພດ, ຮ້ານຂາຍຢາ, ອຸປະກອນທີ່ຮັບໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້້ນການລະບາດຂອງພະຍາດ ໂຄວິດ 19 ແມ່ນໃຫ້ປິດຮ້ານຊົ່ວຄາວ.
  7. ມອບ​ໃຫ້​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ, ນະ​ຄອນຫຼວງວຽງຈັນ ແລະ ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ, ນະ​ຄອນ ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແຈ້ງ​ການ​ສະ​ບັບ​ນີ້​ຢ່າງ​ເຂັ້ມ​ງວດ. ຖ້າ​ຫາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພົບ​ບັນ​ຫາ ຫຼື ຂໍ້​ຫຍຸ້ງ​ຍາກ ໃຫ້ປະສານຫາຄະນະສະເພາະກິດຂອງແຂວງ, ເມືອງ ຂອງຕົນ ຂໍທິດຊີ້ນໍາເພື່ອຄວາມເປັນເອກະພາບ ຫຼື ສາ​ມາດ​ສະ​ເໜີ​​ຫາ ຄະນະສະເພາະກິດຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຮັບມືການແຜ່ລະບາດຂອງພະຍາດໂຄວິດ 19;
  8. ແຈ້ງ​ການ​ສະ​ບັບ​ນີ້​ມີ​ຜົນ​ສັກ​ສິດ​ນັບ​ແຕ່ມື້​ລົງ​ລາຍ​ເຊັນ​ເປັນ​ຕົ້ນ​ໄປ ​ແລະ ມີ​ຜົນ​ບັງຄັບ​ໃຊ້​ຈົນ​ກວ່າ​ພົ້ນ​ວິ​ກິດ​ການ ການ​ແຜ່ລະບາດ​ຂອງ​ພະຍາດ​ໂຄ​ວິດ 19 ຕາມ​ການ​ແຈ້ງ​ການ​ຂອງ​ລັດຖະບານ.

       ດັ່ງ​ນັ້ນ, ຈຶ່ງ​ແຈ້ງ​ມາ​ຍັງ​ທ່ານ​​ເພື່ອ​ຊາບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ.

ລັດຖະ​ມົນຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບການອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການຮ້ານຄ້າຂາຍຍົກ ແລະ ຮ້ານຄ້າຂາຍຍ່ອຍ ທີ່ຂາຍສິນຄ້າປະເພດສະບຽງອາຫານ ແລະ ອຸປະໂພກ-ບໍລິໂພກ, ເລກທີ 0376/ອຄ.ກຄພນ, ລົງວັນທີ 08 ເມສາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.