ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ 

ເລກທີ ເລກທີ 0374/ອຄ.ກຄພນ
ນະຄອນຫຼວງວຽງຈັນ, ວັນທີ  ວັນທີ 08 ເມສາ 2020.

ແຈ້ງການ

ເຖິງ: ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

ເລື່ອງ: ການກໍານົດລາຄາຂາຍຜ້າອັດປາກ-ດັງ.

  • ອີງຕາມ ແຈ້ງການສະບັບເລກທີ 0328/ອຄ.ກຄພນ, ລົງວັນທີ 26 ມີນາ 2020 ກ່ຽວກັບ ການກຳນົດລາຄາຂາຍຜ້າອັດປາກ-ດັງແຕ່ລະຊະນິດ.

    ໃນສະພາບປະຈຸບັນ ຈໍານວນຜູ້ຕິດເຊື້ອໂຄວິດ-19 (COVID-19) ໃນຫຼາຍປະເທດທົ່ວໂລກຍັງເພີ່ມສູງຂຶ້ນ ເຮັດໃຫ້ຄວາມຕ້ອງການຜ້າປິດປາກ-ດັງ ໂດຍລວມຍັງມີຄວາມຕ້ອງການຫຼາຍ, ເວົ້າສະເພາະ ສປປ ລາວ ຄວາມຕ້ອງການຊົມໃຊ້ຜ້າອັດປາກ-ດັງ ຍັງເພີ່ມຂຶ້ນຫຼາຍ ເມື່ອທຽບກັບໄລຍະກ່ອນການລະບາດ, ເຮັດໃຫ້ສິນຄ້າຂາດຕະຫຼາດ ຊຶ່ງເປັນຜົນມາຈາກຄວາມຕ້ອງການທົ່ວໂລກ ແລະ ປະເທດເຮົາບໍ່ສາມາດຜະລິດໄດ້. ດ້ວຍເຫດນັ້ນ, ລັດຖະບານໄດ້ປະກາດເອົາຜ້າອັດປາກ-ດັງ ເຂົ້າເປັນສິນຄ້າຄວບຄຸມ ຊຶ່ງ ກະຊວງອຸດສາຫະກຳ ແລະ ການຄ້າໃນນາມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນສູນກາງ ໄດ້ອອກແຈ້ງການແນະນໍາເຖິງບັນດາຄະນະຊີ້ນໍາວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການຂັ້ນແຂວງ ກໍຄື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ກ່ຽວກັບການກຳນົດລາຄາຜ້າອັດປາກ-ດັງ ແຕ່ລະຊະນິດ ໄປແລ້ວ 3 ຄັ້ງ, ບົນພື້ນຖານການປັບປຸງ, ເພີ່ມເຕີມເນື້ອໃນຂອງແຈ້ງການໃນແຕ່ລະຄັ້ງແມ່ນເພື່ອຄວາມເປັນເອກກະພາບໃນການກໍານົດລາຄາຂາຍໃນແຕ່ລະໄລຍະຕາມຕົ້ນທຶນນຳເຂົ້າຕົວຈິງ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ:

  1. ໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ປະສານກັບ ບໍລິສັດນຳເຂົ້າອຸປະກອນການແພດ, ບໍລິສັດການຢາ ຂອງແຂວງ ຫຼື ຫົວໜ່ວຍທຸລະກິດຕ່າງໆ ທີ່ມີເງື່ອນໄຂ, ມີທຶນ ແລະ ສາມາດນຳເຂົ້າຜ້າອັດປາກ-ດັງ ມາໄດ້ ແລະ ບໍລິສັດ ທີ່ມີຈຸດປະສົງໃນການຈຳໜ່າຍຜ້າອັດປາກ-ດັງ ຊຶ່ງບໍລິສັດຕ່າງໆເຫຼົ່າ ນັ້ນຕ້ອງໄດ້ມາລົງທະບຽນກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ໝາຍວ່າ ຕ້ອງແຈ້ງເຈດຈໍານົງວ່າສາມາດນໍາເຂົ້າຜ້າອັດປາກ-ດັງ ມາຈຳໜ່າຍໄດ້ ແລະ ບໍລິສັດຕ້ອງແຈ້ງຂໍ້ມູນຕົ້ນທຶນນໍາເຂົ້າ ພ້ອມທັງສົ່ງຕົວຢ່າງຜ້າອັດປາກ-ດັງ ທີ່ຈະນຳເຂົ້າມາຈຳໜ່າຍເພື່ອໃຫ້ເຈົ້າໜ້າທີ່ກວດກາຄຸນນະພາບ ບົນພື້ນຖານສົມທົບກັບພະແນກສາທາລະນະສຸກ ຂັ້ນແຂວງ, ນະຄອນຫຼວງວຽງຈັນ ຊ່ວຍຢັ້ງຢືນມາດຕະຖານໃຫ້.
  2. ສຳລັບການກຳນົດລາຄາຂາຍຜ້າອັດປາກ-ດັງ ແຕ່ລະຊະນິດນັ້ນ ແມ່ນປະຕິບັດຕາມແຈ້ງການເພີ້ມເຕີມ ສະບັບເລກທີ 0347/ອຄ.ກຄພນ, ລົງວັນທີ 31 ມີນາ 2020 ໂດຍອະນຸຍາດໃຫ້ບວກກຳໄລຂາຍຍົກ 10% ຂອງຕົ້ນທຶນການນໍາເຂົ້າ ແລະ ຖ້າສົ່ງໃຫ້ຮ້ານຂາຍຍ່ອຍ ແມ່ນໃຫ້ບວກກຳໄລ 10% ຂອງລາຄາຂາຍຍົກ.
  3. ມອບໃຫ້ ພະແນກອຸດສະຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ລາຍງານຂໍທິດຊີ້ນຳຈາກຄະນະຊີ້ນຳວຽກງານຄຸ້ມຄອງລາຄາຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ເພື່ອກຳນົດລາຄາ, ວິທີການຈຳໜ່າຍ, ຈຸດຈໍາໜ່າຍ ແລະ ການຄຸ້ມຄອງການຈໍາໜ່າຍຕົວຈິງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີ ທີ່ຂະແໜງການຕ່າງໆໄດ້ແຈ້ງອອກ ຫລີກເວັ້ນບໍ່ໃຫ້ເປັນການຊຸມນຸມຂອງຄົນຈຳນວນຫຼາຍ ແລະ ສຳຄັນແມ່ນຫຼີກເວັ້ນບໍ່ໃຫ້ບຸກຄົນໃດໜຶ່ງຊື້ໄປກັກຕຸນ ແລະ ຂາຍຕໍ່ໃນລາຄາທີ່ແພງເກີນກວ່າທີ່ໄດ້ກໍານົດໄວ້. ພາຍຫຼັງຄົ້ນຄ້ວາແລ້ວ ໃຫ້ນໍາສະເໜີຕໍ່ເຈົ້າແຂວງ/ເຈົ້າຄອງນະຄອນຫຼວງ ກໍຄືຫົວໜ້າຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອຮັບຮອງ ແລະ ຈັດຕັ້ງປະຕິບັດຢູ່ແຂວງຂອງຕົນ.
  4. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາໃຫ້ເປັນປົກກະຕິ ຕິດຕາມອໍານວຍຄວາມສະດວກໃນການຂາຍ, ຖ້າຫາກພົບ ບໍລິສັດທີ່ຈຳໜ່າຍຜ້າອັດປາກ-ອັດດັງ ຫາກປະຕິບັດບໍ່ຖືກຕ້ອງຕາມການແນະນຳແລ້ວ, ໃຫ້ຮີບຮ້ອນລາຍງານຄືນຫົວໜ້າຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນແຂວງ ເພື່ອຂໍທິດຊີ້ນຳ ແລະ ຄວາມເປັນເອກະພາບໃນການປະຕິບັດມາດຕະການຕາມກົດໝາຍ ແລະ ລະບຽບການຂອງແຕ່ລະຂະແໜງ ການທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດດ້ວຍ.

ລັດຖະມົນຕີ

ນ ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 The Notification on masks’ price, No. 0374/MOIC.DIT, dated 08 April 2020 PDF
2 ແຈ້ງການ ກ່ຽວກັບການກໍານົດລາຄາຜ້າອັດປາກ-ດັງ, ເລກທີ 0374/ອຄ.ກຄພນ, ລົງວັນທີ 08 ເມສາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.