ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

                                                                                            ກົມພາສີ                                                                                             

ເລກທີ 01987/ກພສ

ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2020

 

 

ແຈ້ງການ

ເຖິງ : ທ່ານ ຫົວໜ້າກອງຄຸ້ມຄອງພາສີ I-VII.

                     ທ່ານ ຫົວໜ້າດ່ານພາສີສາກົນໃນຂອບເຂດທົ່ວປະເທດ.

             ເລື່ອງ : ການນໍາເຂົ້າສິນຄ້າປະເພດ: ຜ້າປິດປາກ-ດັ່ງ, ນໍ້າຢາລ້າງມື, ຖົງມື, ເຄື່ອງວັດແທກອຸນນະພູມ ແລະອຸປະກອນການແພດອື່ນໆທີ່ຈໍາເປັນ ດ້ວຍການຍົກເວັ້ນພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆເພື່ອມາຮັບໃຊ້ປ້ອງກັນ ແລະ ຕ້ານພະຍາດ (COVID-19).

 

  • ອີງຕາມ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ: 04/ສພຊ, ລົງວັນທີ 20/12/2011
  •  ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 3/ນຍ, ລົງວັນທີ 02/04/2020.
  • ອີງຕາມຄໍາເຫັນຂອງ ທ່ານ ຮອງນາຍົກ, ລັດຖະມົນຕີ ກະຊວງການເງິນ ຄັ້ງວັນທີ 03/04/2020.
  • ອີງຕາມ ຫນັງສືສະເຫນີຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0345/ອຄ,ກຄພນ, ລົງວັນທີ 31/03/2020.

ກົມພາສີ ມອບຄວາມຮັບຜິດຊອບໃຫ້ປະຕິບັດ ດັ່ງນີ້:

  1. ມອບໃຫ້ບັນດາກອງຄຸ້ມຄອງພາສີ I-VII ຊີ້ນໍາດ່ານພາສີສາກົນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນອໍານວຍຄວາມສະດວກໃນການນໍາເຂົ້າສິນຄ້າປະເພດ: ຜ້າປິດປາກ-ດັ່ງ, ນ້ໍາຢາລ້າງມື, ຖົງມື, ເຄື່ອງວັດແທກ ອຸນນະພູມ ແລະ ອຸປະກອນການແພດອື່ນໆທີ່ຈໍາເປັນ ເພື່ອມາຮັບໃຊ້ປ້ອງກັນ ແລະ ຕ້ານພະຍາດ (COVID-19).
  2.  ການນໍາເຂົ້າຮູບການຊ່ວຍເຫຼືອໃຫ້ອີງໃສ່ຫນັງສືສະເຫນີ, ການຕົກລົງມອບຮັບຂອງຂະແຫນງການລັດທີ່ກ່ຽວຂ້ອງ ຫຼືຄະນະສະເພາະກິດຕ້ານພະຍາດ (COVID-19) ໃນການປະຕິບັດ; ການນໍາເຂົ້າຂອງບຸກຄົນ, ນິຕິບຸກຄົນ ເປັນເຄື່ອງຕິດຕົວຜູ້ໂດຍສານເພື່ອມາຮັບໃຊ້ຄອບຄົວ ຫຼື ຫ້ອງການ ເປັນຈໍານວນນ້ອຍ ທີ່ບໍ່ແມ່ນລັກສະນະທາງການຄ້າ ແມ່ນໃຫ້ປະຕິບັດນະໂຍບາຍຍົກເວັ້ນ.
  3.  ສໍາລັບການນໍາເຂົ້າຂອງບັນດານິຕິບຸກຄົນ, ບໍລິສັດ, ຫ້າງຮ້ານ ລັກສະນະທາງການຄ້າເພື່ອມາຈໍາຫນ່າຍ ແມ່ນໃຫ້ນໍາສະເຫນີຈຸດປະສົງແຈ້ງຕໍ່ ຂະແຫນງອຸດສາຫະກໍາ ແລະການຄ້າ ເພື່ອຄຸ້ມຄອງຕາມລະບຽບການຄ້າ, ແລະໃຫ້ປະຕິບັນະໂຍບາຍຍົກເວັ້ນ.
  4. ການປະກອບເອກະສານການນໍາເຂົ້າຍົກເວັ້ນພາສີ-ອາກອນ ແລະຄ່າທໍານຽມຕ່າງໆ ແມ່ນໃຫ້ອີງໃສ່ເງື່ອນໄຂຕ່າງໆຂ້າງເທິງນີ້ ແລະໃຫ້ປະຕິບັດນະໂຍບາຍຕາມຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 02 ເມສາ 2020 ແລະກົດຫມາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ: 20 ທັນວາ 2011.
  5. ໃຫ້ເຈົ້າຫນ້າທີ່ພາສີ ຄຸ້ມຄອງ, ຕິດຕາມ ແລະກວດກາການສວຍໂອກາດລັກລອບເຄື່ອນຍ້າຍສິນຄ້າທີ່ບໍ່ຖືກຕ້ອງ ຖ້າພົບເຫັນການກະທໍາຜິດ ແລະ ສົ່ງຜົນຕໍ່ສັງຄົມ ໃຫ້ປະຕິບັດມາດຕະການຕາມລະບຽບກົດຫມາຍ ຢ່າງເຂັ້ມງວດ.
  6. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າຫາກພົບບັນຫາຫຍຸ້ງຍາກໃຫ້ລາຍງານ ກົມພາສີ ເພື່ອມີວິທີແກ້ໄຂ ໃຫ້ທັນສະພາບການ.
  7. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ຈົນກວ່າຈະມີການກໍານົດນະໂຍບາຍ ແລະ ນິຕິກໍາປ່ຽນແທນໃນການປະຕິບັດ.

ດັ່ງນັ້ນ, ຈຶ່ງແຈ້ງການມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ຫົວໜ້າກົມພາສີ

ວົງຄໍາແພງ ວົງທະຈັກ

 

# ຫົວຂໍ້ ດາວໂຫຼດ
1 Notification of the exemption duties on the tax and fees of: masks, hand sanitizers, gloves, temperature measurement and other necessary medical supplies in order to against the COVID-19 pandemic, No. 01987/CD, dated 11 April 2020. PDF
2 ແຈ້ງການ ການນໍາເຂົ້າສິນຄ້າປະເພດ: ຜ້າປິດປາກ-ດັງ, ນໍ້າຢາລ້າງມື, ຖົງມື, ເຄື່ອງວັດແທກອຸນນະພູມ ແລະ ອຸປະກອນການແພດອື່ນໆທີ່ຈໍາເປັນ ດ້ວຍການຍົກເວັ້ນພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆ ເພື່ອມາຮັບໃຊ້ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ - 19, ເລກທີ 01987/ກພສ, ລົງວັນທີ 11 ເມສາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.