ສາທາລະນລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

                                                                                     ກະຊວງການເງີນ                                                                                     

ເລກທີ: 1618/ກງ

ນະຄອນຫຼວງວຽງຈັນ,  ວັນທີ 30  ພຶດສະພາ 2019

ແຈ້ງການ

 

ເຖີງ  :      ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ອອ້ມຂ້າງສູນກາງ ແລະ ທ້ອງຖີ່ນ.

ເລື່ອງ :     ການປັບປຸງກົນໄກ, ຂັ້ນຕອນ ການດຳເນີນງານ ລະຫວ່າງ ການຈົດທະບຽນເອກະສານຂອງຂະແໜງ ຊັບສິນ ແລະ ການອອກທະບຽນອາກອນ.

 

  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ, ສະບັບເລກທີ 144/ນຍ, ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ.
  • ອີງຕາມ ຄຳສັ່ງນາຍົກລັດຖະມົນຕິສະບັບເລກທີ 12/ນຍ,  ລົງວັນທີ 23/8/2018 ວ່າອ້ວຍການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດ.
  • ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຮ່ວມ ລະຫວ່າງ ຂະແໜງການກ່ຽວຂ້ອງ ຄັ້ງວັນທີ  13 ພຶດສະພາ 2019.   
  • ອີງຕາມ ການຄົ້ນຄ້ວາ ແລະ ສະເໜີຂອງກົມຄຸ້ມຄອງຊັບສິນຂອງລັດ ສະບັບເລກທີ 1073/ຊລ, ລົງວັນທີ 21  ພຶດສະພາ 2019.

 

ເພື່ອຈັດຕັ້ງຜັນຂະຫຍາຍ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດໃຫ້ເປັນຮູບປະທໍາ ໂດຍສະເພາະມາດຕະການ 2 ກ່ຽວກັບ ການປັບປຸງສິ່ງແວດລ້ອມ ແລະອໍານວຍຄວາມ ສະດວກໃນການດໍາເນີນທຸລະກິດ, ເຊິ່ງໃນໄລຍະຜ່ານມາ ການຈົດທະບຽນເອກະສານບຸກຄົນ, ນິຕິບຸກຄົນ ແລະ ອົງ ການຈັດຕັ້ງທີ່ກ່ຽວຂ້ອງ ແມ່ນຕ້ອງດໍາເນີນກ່ອນການອອກທະບຽນອາກອນ. ແຕ່ເນື່ອງຈາກລະບົບການຈົດທະບຽນຊັບສິນ ຍັງໃຊ້ການຈົດດ້ວຍມື ແລະ ຍັງບໍ່ທັນຫັນເປັນທັນສະໄໝທັນຕາມຄວາມຮຽກຮ້ອງຕ້ອງການ ລວມທັງກົນໄກການອອກໃບ ມອບເງິນ, ການດໍາເນີນຂັ້ນຕອນການຈົດທະບຽນຊັບສິນໃຊ້ເວລາ 1-2 ວັນ, ເຊິ່ງສົ່ງຜົນໃຫ້ການອອກທະບຽນອາກອນ ມີ ການຊັກຊ້າ. ສະນັ້ນ, ເພື່ອເຮັດໃຫ້ການດໍາເນີນຂັ້ນຕອນ ການອອກທະບຽນອາກອນ ມີຄວາມວ່ອງໄວ, ກະຊວງການເງິນ ຈຶ່ງແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຊາບດັ່ງນີ້:

  1. ນັບແຕ່ວັນທີ 1 ມິຖຸນາ 2019 ເປັນຕົ້ນໄປ ໃນຂັ້ນຕອນການອະນຸຍາດລົງທຶນ, ການຂຶ້ນທະບຽນວິສາຫະກິດ, ຂຶ້ນທະບຽນອາກອນແມ່ນສາມາດດໍາເນີນໄດ້ກ່ອນ. ສໍາລັບ ຂັ້ນຕອນການຈົດທະບຽນຊັບສິນ, ຈົດທະບຽນສັນຍາສ້າງຕັ້ງ, ສັນຍາຮ່ວມທຶນຂອງບໍລິສັດ ແລະ ເອກະສານຂໍ້ຜູກພັນສັນຍາອື່ນໆ ແມ່ນສາມາດດໍາເນີນຕາມພາຍຫຼັງ.
  2. ປະຈຸບັນກະຊວງການເງິນ ກໍາລັງຄົ້ນຄວ້າປັບປຸງກົນໄກການມອບລາຍຮັບຈາກຊັບສິນຂອງລັດ ແລະ ການຈົດທະບຽນເອກະສານຂອງຂະແໜງຊັບສິນໃຫ້ເປັນລະບົບທີ່ທັນສະໄໝ, ເຊິ່ງຈະເຮັດໃຫ້ການມອບເງິນ ແລະ ການຈົດທະບຽນ ເອກະສານນໍາຂະແໜງຊັບສິນ ໃຊ້ເວລາສັ້ນລົງ ແລະ ສະດວກງ່າຍດາຍຂຶ້ນໃນອະນາຄົດ, ເວລາໃດການກະກຽມ ສໍາເລັດ, ກະຊວງການເງິນຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ ເພື່ອຈັດຕັ້ງປະຕິບັດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການນີ້ດ້ວຍ.

 

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 The Notification on improving mechanism and procedures for Property and Tax Registration, No. 1618/MOF, dated 30 May 2019. PDF
2 ແຈ້ງການ ກ່ຽວກັບການປັບປຸງກົນໄກ, ຂັ້ນຕອນ ການດໍາເນີນງານ ລະຫວ່າງ ການຈົດທະບຽນເອກະສານຂອງ ຂະແໜງຊັບສີນ ແລະ ການອອກທະບຽນອາກອນ, ເລກທີ 1618/ກງ, ລົງວັນທີ 30 ພຶດສະພາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.