ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາປະໄຕ ເອກະພາບ ວັດທະນາຖາວອນ

ປະທານປະເທດ       ເລກທີ 033/ປປທ
ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2020

ລັດຖະດຳລັດ
ຂອງປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍ ການສົ່ງເສີມລົງທຶນ ສະບັບປັບປຸງ ປີ 2016

  • ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI  ມາດຕາ 67 ຂໍ້ 1;
  • ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 35/ສພຊ, ລົງວັນທີ 04 ທັນວາ 2019 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ  2016;
  • ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 37/ຄປຈ, ລົງວັນທີ 18 ທັນວາ 2019.

ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ:

ມາດຕາ 1  ປະກາດໃຊ້ກົດໝາຍວ່າດ້ວຍການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016.

ມາດຕາ 2 ລັດຖະດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ປະທານປະເທດ ແຫ່ງ ສປປ ລາວ

ບຸນຍັງ ວໍລະຈິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ     ເລກທີ 35/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 04/12/19

ມະຕິ
ຂອງກອງປະຊຸມສະພາແຫ່ງຊາດ

ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016

  • ອີງຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( ສະບັບປັບປຸງ ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2015) ມາດຕາ 11 ຂໍ້ 1.

     ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຄົ້ນຄວ້າພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບເນື້ອໃນຂອງກົດໝາຍວ່າດ້ວຍການບັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016 ຄັ້ງວັນທີ 4 ທັນວາ 2019.

ກອງປະຊຸມສະພາແຫ່ງຊາດ ຕົກລົງ:

ມາດຕາ 1 ຮັບຮອງເອົາການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບ         ປັບປຸງ ປີ 2016 ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາແຫ່ງຊາດ ທີ່  ເຂົ້າຮ່ວມກອງປະຊຸມ.

ມາດຕາ 2 ມະຕິສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ      ເລກທີ 80/ສພຊ
ນະຄອນຫຼວງວຽງຈັນ, ວັນທີ 4 ທັນວາ 2019

ກົດໝາຍວ່າດ້ວຍ

ການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ

ສະບັບປັບປຸງ ປີ 2016

 

    ກົດໝາຍສະບັບນີ້ ກຳນົດເນື້ອໃນການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ແນໃສ່ສ້າງເງື່ອນໄຂ ແລະ ກົນໄກສະດວກໃຫ້ແກ່ການຊຸກຍູ້, ສົ່ງເສີມການລົງທຶນ ດັ່ງນີ້:

ມາດຕາ 12 ນະໂຍບາຍສົ່ງເສີມດ້ານພາສີ ແລະ ອາກອນ

    ຜູ້ທີ່ລົງທຶນ ຢູ່ ສປປ ລາວ ນອກຈາກໄດ້ຮັບນະໂຍບາຍສົ່ງເສີມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ນະໂຍບາຍສົ່ງເສີມກິດຈະການຕາມຂະແໜງການ ແລະ ມາດຕາ 11 ນະໂຍບາຍດ້ານອາກອນກໍາໄລໃນກິດຈະການ ຕາມຂະແໜງການ ແລະ ເຂດ ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ມາດຕາ 12 ກິດຈະການທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມແລ້ວ ຍັງຈະໄດ້ຮັບນະໂຍບາຍດ້ານພາສີ ແລະ ອາກອນ ດັ່ງນີ້:

  1. ການນຳເຂົ້າ ວັດຖຸປະກອນທີ່ບໍ່ສາມາດ ສະໜອງ ຫຼື ຜະລິດໄດ້ໃນ ສປປ ລາວ ເພື່ອເປັນຊັບສົມບັດຄົງທີ່ ແລະ ພາຫະນະກົນຈັັກຮັບໃຊ້ການຜະລິດໂດຍກົງ ຈະໄດ້ຮັບການຍົກເວັ້ນ ພາສີ ແລະ ອາກອນມູນຄ່າເພີ່ມ; ສ່ວນການນຳເຂົ້າ ນ້ຳມັນເຊື້ອໄຟ, ອາຍແກັສ, ນ້ຳມັນຫຼໍ່ລື່ນ, ພາຫະນະຮັບໃຊ້ບໍລິຫານ ແລະ ວັດຖຸປະກອນອື່ນ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ;

ສຳລັບການນຳເຂົ້າຊົ່ວຄາວ ພາຫະນະກົນຈັກ ຕ້ອງໄດ້ປະຕິບັດຕາມກົດໝາຍວ່າດ້ວຍພາສີ.

  1. ການນຳເຂົ້າ ວັດຖຸດິບ, ແຮ່ທາດ, ວັດຖຸອຸປະກອນ ແລະ ຊີ້ນສ່ວນປະກອບ ທີ່ຮັບໃຊ້ການຜະລິດ ເພື່ອສົ່ງອອກ ຈະໄດ້ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ໃນກໍລະນີສິນຄ້າດັ່ງກ່າວບໍ່ສົ່ງອອກ ໃຫ້ເກັບພາສີ, ອາກອນ ຕາມກົດໝາຍທີ່ກ່ຽວຂ້ອງກຳນົດ;
  2. ການນຳໃຊ້ ວັດຖຸດິບ, ວັດຖຸປະກອນ ແລະ ຊີ້ນສ່ວນປະກອບ ຢູ່ພາຍໃນ ທີ່ຮັບໃຊ້ການຜະລິດເປັນຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ເພື່ອສົ່ງອອກ ຖືກຍົກເວັ້ນອາກອນມູນຄ່າເພີ່ມ.

ສຳລັບການສົ່ງອອກ ວັດຖຸດິບ ແລະ ຜະລິດຕະພັນ ຈາກແຮ່ທາດ ໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.

ລັດຖະບານ ເປັນຜູ້ກຳນົດ  ບັນຊີລາຍການຜະລິດຕະພັນເຄິ່ງສຳເລັດຮູບ ເພື່ອສົ່ງອອກ.

   ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ ແລະ ປ່ຽນແທນ ມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ່ 17 ພະຈິກ 2016.

ປະທານສະພາແຫ່ງຊາດ

ປານີ ຢາທໍ່ຕູ້

 

# ຫົວຂໍ້ ດາວໂຫຼດ
1 ກົດໝາຍ ວ່າດ້ວຍ ການປັບປຸງມາດຕາ 12 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ປີ 2016, ເລກທີ 80/ສພຊ, ລົງວັນທີ 04 ທັນວາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.