ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 0464/ອຄ.ກນຄຕ
ນະຄອນຫຼວງວຽງຈັນ, ວັນທີ 12 ພຶດສະພາ 2020
ຄໍາແນະນໍາ
ກ່ຽວກັບ ການຈັດຕັ້ງປະຕິບັດ ມາດຕາ 10, 11 ແລະ 18 ຂອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ສະບັບເລກທີ 65/ສພຊ, ລົງວັນທີ 14 ມິຖຸນາ 2019
- ອີງຕາມ ກົດໝາຍວ່າດ້ວຍ ການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ສະບັບເລກທີ 65/ສພຊ, ລົງວັນທີ 14 ມິຖຸນາ 2019;
- ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017;
- ອີງຕາມ ໜັງສືສະເໜີຂອງກົມນະໂຍບາຍການຄ້າຕ່າງປະເທດ ສະບັບເລກທີ 0014/ກນຄຕ.ຫຼຝ, ລົງວັນທີ 10 ມັງກອນ 2020;
ເພື່ອຜັນຂະຫຍາຍເນື້ອໃນ ມາດຕາ 10, 11 ແລະ 18 ຂອງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ສະບັບເລກທີ 65/ສພຊ, ລົງວັນທີ 14 ມິຖຸນາ 2019 ໃຫ້ເປັນອັນລະ ອຽດ, ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາ:
- ການກຳນົດລາຄາປົກກະຕິ
ການກຳນົດລາຄາປົກກະຕິ ໃນກໍລະນີບໍ່ມີການຈໍາໜ່າຍສິນຄ້າທີ່ຄ້າຍຄືກັນໃນຕະຫຼາດພາຍໃນຂອງປະເທດຜູ້ສົ່ງອອກ ຫຼື ການຈໍາໜ່າຍສິນຄ້າດັ່ງກ່າວບໍ່ສາມາດນໍາມາປຽບທຽບໄດ້ ເນື່ອງຈາກຕະຫຼາດໃນປະເທດຜູ້ສົ່ງອອກມີລັກສະນະສະເພາະ ຫຼື ມີການຈໍາໜ່າຍສິນຄ້າໃນປະລິມານທີ່ໜ້ອຍກວ່າ ຫ້າສ່ວນຮ້ອຍ ຂອງປະລິມານສິນຄ້າທີ່ສົ່ງເຂົ້າມາຈໍາໜ່າຍຢູ່ ສປປ ລາວ ຕາມທີ່ໄດ້ກໍານົດໃນມາດຕາ 10 ຂອງກົດໝາຍ ໃຫ້ກຳນົດດັ່ງນີ້:
- ລາຄາສົ່ງອອກສິນຄ້າທີ່ຄ້າຍຄືກັນໄປຍັງປະເທດທີສາມທີ່ມີການນໍາເຂົ້າສິນຄ້າທີ່ຖືກພິຈາລະນາ ຖ້າມີເຫດຜົນທີ່ເຊື່ອໄດ້ວ່າ ລາຄານັ້ນສະແດງເຖິງລາຄາໃນຕະຫຼາດປະເທດຜູ້ສົ່ງອອກ
ໃຫ້ພິຈາລະນາຈາກປະລິມານການສົ່ງອອກສິນຄ້າຂອງປະເທດຜູ້ສົ່ງອອກໄປຍັງປະເທດທີສາມນັ້ນ ຫຼາຍກວ່າ ປະລິມານການສົ່ງອອກໄປຍັງປະເທດອື່ນ ຊຶ່ງສິນຄ້າທີ່ສົ່ງອອກໄປຍັງປະເທດດັ່ງກ່າວ ຕ້ອງເປັນສິນຄ້າທີ່ຄ້າຍຄືກັນກັບສິນຄ້າທີ່ສົ່ງອອກມາຍັງ ສປປ ລາວ; ຫຼື ຄະນະສືບຫາຂໍ້ມູນ ສາມາດພິຈາລະນາປັດໄຈອື່ນເພີ່ມຕື່ມ ທີ່ເຫັນວ່າ ເໝາະສົມ.
- ລາຄາຄິດໄລ່ຈາກຕົ້ນທຶນການຜະລິດຂອງປະເທດແຫຼ່ງກໍາເນີດສິນຄ້າ ບວກກັບຄ່າໃຊ້ຈ່າຍໃນການບໍລິຫານ, ການຈໍາໜ່າຍ ແລະ ຄ່າໃຊ້ຈ່າຍອື່ນ ລວມທັງກໍາໄລທີ່ເກີດຂຶ້ນ
ລາຄາຕ້ອງຖືກຄິດໄລ່ບົນພື້ນຖານຂໍ້ມູນການບັນທຶກບັນຊີຂອງ ຜູ້ສົ່ງອອກ ຫຼື ຜູ້ຜະລິດສິນຄ້າທີ່ຖືກພິຈາລະນາ ໃນໄລຍະການສືບຫາຂໍ້ມູນ ຊຶ່ງການບັນທຶກບັນຊີດັ່ງກ່າວ ຕ້ອງສອດຄ່ອງກັບຫຼັກການບັນຊີທີ່ເປັນທີ່ຍອມຮັບທົ່ວໄປໃນປະເທດຜູ້ສົ່ງອອກ ແລະ ສະທ້ອນເຖິງຕົ້ນທຶນທີ່ຕິດພັນກັບການຜະລິດ ແລະ ຈໍາໜ່າຍ ຢ່າງສົມເຫດສົມຜົນ.
- ສູດຄິດໄລ່ອັດຕາການທຸ່ມຕະຫຼາດ
ການກຳນົດອັດຕາການທຸ່ມຕະຫຼາດ ຕາມທີ່ໄດ້ກໍານົດໃນມາດຕາ 11 ຂອງກົດໝາຍ ມີສູດຄິດໄລ່ລະອຽດດັ່ງນີ້:
- ສູດຄິດໄລ່ອັດຕາການທຸ່ມຕະຫຼາດ
ອັດຕາການທຸ່ມຕະຫຼາດ = (ສ່ວນຕ່າງ ÷ ລາຄາສົ່ງອອກ) x 100
- ສູດຄິດໄລ່ສ່ວນຕ່າງ
ການຄິດໄລ່ ເພື່ອຊອກຫາສ່ວນຕ່າງ ລະຫວ່າງ ລາຄາປົກກະຕິ ກັບ ລາຄາສົ່ງອອກ ທີ່ດໍາເນີນການຄ້າໃນລະດັບ ແລະ ໄລຍະເວລາດຽວກັນ ມີ ສາມ ວິທີການປຽບທຽບ ດັ່ງນີ້:
2.1. ການປຽບທຽບ ລະຫວ່າງ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ກັບ ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ
ໃຫ້ເອົາ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ປຽບທຽບກັບ ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ ຊຶ່ງເປັນລາຄາ ສະເລ່ຍຂອງ ປະລິມານ ແລະ ຈໍານວນຄັ້ງ ຂອງການຈໍາໜ່າຍ ຫຼື ສົ່ງອອກສິນຄ້າທີ່ຖືກພິຈາລະນາ ເນື່ອງຈາກການຈໍາໜ່າຍ ຫຼື ສົ່ງອອກສິນຄ້າແຕ່ລະຄັ້ງມີປະລິມານຕ່າງກັນ ແລະ ປະລິມານທີ່ຕ່າງກັນນັ້ນ ມີຜົນເຮັດໃຫ້ລາຄາປົກກະຕິ ຫຼື ລາຄາການສົ່ງອອກ ແຕ່ລະຄັ້ງບໍ່ເທົ່າກັນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ສ່ວນຕ່າງ = ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ - ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ
ການຄິດໄລ່ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ແມ່ນໃຫ້ ຄູນແຕ່ລະລາຄາດ້ວຍປະລິມານຖ່ວງນໍ້າໜັກ, ບວກລາຄາທີ່ມີການຖ່ວງນໍ້າໜັກເຂົ້າກັນ ແລະ ຫານໃຫ້ປະລິມານທັງໝົດ ດັ່ງນີ້:
ລາຄາສະເລ່ຍແບບຖ່ວງນໍ້າໜັກ = [(ລາຄາ 1 × ປະລິມານ 1) + (ລາຄາ 2 × ປະລິມານ 2) + (ລາຄາ 3 × ປະລິມານ 3)] ÷ [(ປະລິມານ 1 + ປະລິມານ 2 + ປະລິມານ 3)]
2.2. ການປຽບທຽບ ລະຫວ່າງ ລາຄາປົກກະຕິ ກັບ ລາຄາສົ່ງອອກຂອງການເຮັດທຸລະກໍາທາງການຄ້າແຕ່ລະຄັ້ງ
ໃຫ້ເອົາ ລາຄາປົກກະຕິ ໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການຈໍາໜ່າຍພາຍໃນປະເທດຜູ້ສົ່ງອອກ ປຽບ ທຽບກັບ ລາຄາສົ່ງອອກ ໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການສົ່ງອອກ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ສ່ວນຕ່າງ = ລາຄາປົກກະຕິຂອງການເຮັດທຸລະກໍາແຕ່ລະລາຍການ - ລາຄາສົ່ງອອກຂອງການເຮັດທຸລະກໍາແຕ່ລະລາຍການ
2.3. ການປຽບທຽບ ລະຫວ່າງ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ກັບ ລາຄາສົ່ງອອກຂອງການເຮັດທຸລະກໍາ ທາງການຄ້າແຕ່ລະຄັ້ງ
ໃຫ້ປຽບທຽບ ໃນກໍລະນີທີ່ລາຄາສົ່ງອອກມີຄວາມແຕກຕ່າງກັນ ລະຫວ່າງ ຜູ້ຊື້, ຂົງເຂດ ຫຼື ໄລຍະເວລາທີ່ສົ່ງອອກ ຊຶ່ງໃຫ້ເອົາ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ປຽບທຽບກັບ ລາຄາສົ່ງອອກໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການສົ່ງອອກ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ສ່ວນຕ່າງ = ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ - ລາຄາສົ່ງອອກຂອງການເຮັດທຸລະກໍາແຕ່ລະລາຍການ
- ວິທີການການກຳນົດຄວາມເສຍຫາຍຢ່າງຮ້າຍແຮງ
ການກໍານົດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຜູ້ຜະລິດສິນຄ້າພາຍໃນຈາກ ການທຸ່ມຕະຫຼາດ ຫຼື ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ແມ່ນໃຫ້ພິຈາລະນາຈາກຂໍ້ມູນປ່ຽນແປງທີ່ຊັດເຈນ ແລະ ຢ່າງຕໍ່ເນື່ອງຂອງ ສາມ ຂໍ້ມູນຫຼັກຖານ ດັ່ງທີ່ໄດ້ກຳນົດໃນມາດຕາ 18 ຂອງກົດໝາຍ ທຽບກັບ ຂໍ້ມູນຍ້ອນຫຼັງ ບໍ່ເກີນ ຫ້າ ປີ ໂດຍປະຕິບັດ ດັ່ງນີ້:
- ປະລິມານການນໍາເຂົ້າສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ເພີ່ມຂຶ້ນແບບເດັດຖານ ຫຼື ທຽບຖານ ເມື່ອທຽບໃສ່ການຜະລິດ ຫຼື ການບໍລິໂພກພາຍໃນ ສປປ ລາວ
ໃຫ້ພິຈາລະນາຈາກຫຼັກຖານ ແລະ ຂໍ້ມູນການປ່ຽນແປງຂອງການນໍາເຂົ້າສິນຄ້ານັ້ນວ່າ ມີປະລິມານການນໍາເຂົ້າທີ່ເພີ່ມຂຶ້ນຢ່າງຊັດເຈນ ຫຼື ມີການປ່ຽນແປງປະລິມານການນໍາເຂົ້າໃນສັດສ່ວນທີ່ເພີ່ມຂຶ້ນ ເມື່ອປຽບທຽບກັບປະລິມານການຜະລິດຂອງຜູ້ຜະລິດສິນຄ້າ ຫຼື ການບໍລິໂພກ ພາຍໃນ ສປປ ລາວ.
ຫາກຜົນຂອງການພິຈາລະນາ ຕົກຢູ່ໃນກໍລະນີໃດໜຶ່ງດັ່ງລຸ່ມນີ້ ແມ່ນບໍ່ໃຫ້ຖືວ່າເປັນຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ຄະນະສືບຫາຂໍ້ມູນ ຕ້ອງຍົກເລີກການດໍາເນີນການສືບຫາຂໍ້ມູນ:
1.1. ປະລິມານການນໍາເຂົ້າສິນຄ້າທີ່ມີການທຸ່ມຕະຫຼາດ ໜ້ອຍກວ່າ ສາມສ່ວນຮ້ອຍ ຂອງການນໍາເຂົ້າສິນຄ້າທີ່ຄ້າຍຄືກັນເຂົ້າມາໃນ ສປປ ລາວ;
1.2. ປະລິມານການນໍາເຂົ້າສິນຄ້າທີ່ມີການທຸ່ມຕະຫຼາດຈາກແຕ່ລະປະເທດລວມກັນ ໜ້ອຍກວ່າ ເຈັດສ່ວນຮ້ອຍ ຂອງປະລິມານການນໍາເຂົ້າສິນຄ້າທີ່ຄ້າຍຄືກັນທັງໝົດ;
1.3. ປະລິມານການນໍາເຂົ້າສິນຄ້າທີ່ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ທີ່ມີແຫຼ່ງກໍາເນີດຈາກປະເທດກໍາລັງພັດທະນາທີ່ເປັນສະມາຊິກຂອງອົງການການຄ້າໂລກ ໜ້ອຍກວ່າ ສີ່ສ່ວນຮ້ອຍ ຂອງການນໍາເຂົ້າສິນຄ້າທີ່ຄ້າຍຄືກັນ;
1.4. ປະລິມານຂອງສິນຄ້ານໍາເຂົ້າທີ່ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ຈາກແຕ່ລະປະເທດ ລວມກັນ ໜ້ອຍກວ່າ ເກົ້າສ່ວນຮ້ອຍ ຂອງປະລິມານການນໍາເຂົ້າສິນຄ້າທີ່ຄ້າຍຄືກັນທັງໝົດ.
- ຜົນກະທົບຂອງສິນຄ້າ ທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ຕໍ່ລາຄາສິນຄ້າທີ່ຄ້າຍຄືກັນ ໃນ ສປປ ລາວ ຊຶ່ງເຮັດໃຫ້ຜູ້ຜະລິດພາຍໃນ ຕ້ອງຫຼຸດລາຄາ, ຖືກກົດລາຄາ ຫຼື ຈຳໜ່າຍສິນຄ້າໃນລາຄາຂາດທຶນ
2.1. ການຫຼຸດລາຄາ ແມ່ນໃຫ້ປຽບທຽບ ລະຫວ່າງ ລາຄານໍາເຂົ້າຂອງສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ກັບ ລາຄາຈໍາໜ່າຍສິນຄ້າທີ່ຄ້າຍຄືກັນຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງຕ້ອງເປັນລາຄາໃນລະດັບການຄ້າດຽວກັນ. ລາຄາໃນລະດັບການຄ້າດຽວກັນ ມີຄວາມໝາຍຄືດັ່ງສອງຕົວຢ່າງຂ້າງລຸ່ມນີ້:
ຕົວຢ່າງ 1: ຖ້າເອົາລາຄານໍາເຂົ້າຂອງສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ຊຶ່ງກໍານົດເປັນລາຄາໜ້າໂຮງງານ ກໍຕ້ອງເອົາມາສົມທຽບກັບ ລາຄາໜ້າໂຮງງານຂອງຜູ້ຜະລິດສິນຄ້າພາຍໃນ ເຊັ່ນກັນ.
ຕົວຢ່າງ 2: ຖ້າເອົາລາຄານໍາເຂົ້າຂອງສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ຊຶ່ງກໍານົດເປັນລາຄາທີ່ລວມຄ່າຂົນສົ່ງ ແລະ ປະກັນໄພ ກໍຕ້ອງເອົາມາສົມທຽບກັບ ລາຄາທີ່ລວມຄ່າຂົນສົ່ງ ແລະ ປະກັນໄພຂອງຜູ້ຜະລິດສິນຄ້າພາຍໃນ ເຊັ່ນກັນ ຊຶ່ງບໍ່ສາມາດເອົາລາຄາໜ້າໂຮງງານ ມາສົມທຽບກັບລາຄາທີ່ລວມປະກັນໄພ ແລະ ຄ່າຂົນສົ່ງໄດ້.
2.2. ການຖືກກົດລາຄາ ແມ່ນໃຫ້ພິຈາລະນາວ່າ ລາຄາສິນຄ້າທີ່ຄ້າຍຄືກັນຂອງຜູ້ຜະລິດສິນຄ້າພາຍໃນປະເທດ ມີທ່າອ່ຽງຫຼຸດລົງ ເພື່ອໃຫ້ສາມາດແຂ່ງຂັນກັບ ສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ.
2.3. ການຈໍາໜ່າຍສິນຄ້າໃນລາຄາຂາດທຶນ ແມ່ນໃຫ້ພິຈາລະນາວ່າ ການນໍາເຂົ້າສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ເຮັດໃຫ້ລາຄາສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນປະເທດ ບໍ່ສາມາດເພີ່ມສູງຂຶ້ນ ຫຼື ເມື່ອປຽບທຽບກັບຕົ້ນທຶນຂອງຜູ້ຜະລິດສິນຄ້າພາຍໃນ ເຫັນວ່າມີການຈໍາໜ່າຍຕໍ່າກວ່າຕົ້ນທຶນ ຫຼື ບໍ່ສາມາດຈໍາໜ່າຍໄດ້ໃນລາຄາທີ່ສູງຂຶ້ນ ຕາມອັດຕາການເພີ່ມຂຶ້ນຂອງຕົ້ນທຶນ.
3. ຜົນກະທົບຂອງສິນຄ້າຈາກການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ທີ່ມີຕໍ່ຜູ້ຜະລິດສິນຄ້າພາຍໃນ
ໃຫ້ພິຈາລະນາ ຜົນກະທົບຕົວຈິງ ຫຼື ທ່າອ່ຽງທີ່ມີຜົນກະທົບທາງລົບຕໍ່ປັດໄຈດັ່ງຕໍ່ໄປນີ້ ຊຶ່ງຕ້ອງພິຈາ ລະນາຜົນກະທົບໃນພາບລວມ ດັ່ງນີ້:
3.1. ຜົນກະທົບຕໍ່ຍອດຈໍາໜ່າຍ ໃຫ້ພິຈາລະນາຈາກການຫຼຸດລົງຂອງປະລິມານ ຫຼື ມູນຄ່າການຈໍາໜ່າຍສິນຄ້າທີ່ຄ້າຍຄືກັນ ທີ່ຜະລິດພາຍໃນປະເທດ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ຍອດຈໍາໜ່າຍ = [(ປະລິມານ ຫຼື ມູນຄ່າການຈໍາໜ່າຍສິນຄ້າຂອງປີທີ່ດໍາເນີນການສືບສວນ - ປະລິມານ ຫຼື ມູນຄ່າການຈໍາໜ່າຍສິນຄ້າຂອງປີຜ່ານມາ) ÷ (ປະລິມານ ຫຼື ມູນຄ່າການຈໍາໜ່າຍສິນຄ້າຂອງປີຜ່ານມາ)] x 100
ວິທີຄິດໄລ່ປະລິມານ ຫຼື ມູນຄ່າການຈໍາໜ່າຍສິນຄ້າ ມີດັ່ງນີ້:
ປະລິມານການຈໍາໜ່າຍສິນຄ້າ = ປະລິມານສິນຄ້າທີ່ຜະລິດໄດ້ - ສິນຄ້າທີ່ຍັງເຫຼືອ
ມູນຄ່າການຈໍາໜ່າຍສິນຄ້າ = ປະລິມານສິນຄ້າທີ່ຈໍາໜ່າຍໄດ້ x ລາຄາສິນຄ້າຕໍ່ໜ່ວຍ
3.2. ຜົນກະທົບຕໍ່ກໍາໄລ ໃຫ້ພິຈາລະນາຈາກການຫຼຸດລົງຂອງຜົນກໍາໄລຈາກການຜະລິດ ແລະ ຈໍາໜ່າຍສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ກໍາໄລ = [(ຜົນກໍາໄລຂອງປີທີ່ດໍາເນີນການສືບສວນ - ຜົນກໍາໄລຂອງປີຜ່ານມາ) ÷ (ຜົນກໍາໄລຂອງປີຜ່ານມາ)] x 100
ວິທີຄິດໄລ່ຜົນກໍາໄລ ຫຼື ຂາດທຶນ ມີດັ່ງນີ້:
ຜົນກໍາໄລ = [(ມູນຄ່າການຈໍາໜ່າຍສິນຄ້າ) - (ຕົ້ນທຶນການຜະລິດ + ຄ່າໃຊ້ຈ່າຍໃນການບໍລິຫານ)]
3.3. ຜົນກະທົບຕໍ່ຜົນຜະລິດ ໃຫ້ພິຈາລະນາຈາກການຫຼຸດລົງຂອງປະລິມານການຜະລິດສິນຄ້າທີ່ຄ້າຍຄືກັນ ທີ່ຜະລິດພາຍໃນປະເທດ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ຜົນຜະລິດ = [(ຜົນຜະລິດສິນຄ້າຂອງປີທີ່ດໍາເນີນການສືບສວນ - ຜົນຜະລິດສິນຄ້າຂອງປີຜ່ານມາ) ÷ (ຜົນຜະລິດສິນຄ້າຂອງປີຜ່ານມາ)] x 100
3.4. ຜົນກະທົບຕໍ່ສ່ວນແບ່ງຕະຫຼາດ ໃຫ້ພິຈາລະນາຈາກສ່ວນແບ່ງຕະຫຼາດຂອງຜູ້ຜະລິດສິນຄ້າພາຍໃນທີ່ຫຼຸດລົງ ເນື່ອງຈາກການປ່ຽນແປງອັດຕາສ່ວນແບ່ງຕະຫຼາດທີ່ເພີ່ມຂຶ້ນຂອງສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກທີ່ມີຕໍ່ຕະຫຼາດສິນຄ້າທັງໝົດພາຍໃນປະເທດ ເມື່ອປຽບທຽບກັບອັດຕາສ່ວນແບ່ງຕະຫຼາດປີຜ່ານມາ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ສ່ວນແບ່ງຕະຫຼາດ = ອັດຕາສ່ວນແບ່ງຕະຫຼາດຂອງປີທີ່ດໍາເນີນການສືບສວນ - ອັດຕາສ່ວນແບ່ງຕະຫຼາດຂອງປີຜ່ານມາ
ວິທີຄິດໄລ່ອັດຕາສ່ວນແບ່ງຕະຫຼາດ ມີດັ່ງນີ້:
ອັດຕາສ່ວນແບ່ງຕະຫຼາດ = (ມູນຄ່າການຈໍາໜ່າຍສິນຄ້ານຳເຂົ້າ ÷ ມູນຄ່າການຈໍາໜ່າຍສິນຄ້າທັງໝົດພາຍໃນປະ ເທດ) x 100
3.5. ຜົນກະທົບຕໍ່ຜະລິດຕະພາບ ໃຫ້ພິຈາລະນາຈາກການຫຼຸດລົງຂອງປະສິດທິພາບໃນການຜະລິດສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜະລິດຕະພາບ = [(ຜະລິດຕະພາບຂອງປີທີ່ດໍາເນີນການສືບສວນ - ຜະລິດຕະພາບຂອງປີຜ່ານມາ) ÷ (ຜະລິດຕະພາບຂອງປີຜ່ານມາ)] x 100
ຜະລິດຕະພາບ ມີດັ່ງນີ້:
ຜະລິດຕະພາບ = ຜົນຜະລິດທັງໝົດ ÷ ປັດໄຈການຜະລິດ
ສຳລັບປັດໄຈການຜະລິດ ປະກອບມີ ວັດສະດຸ, ແຮງງານ ແລະ ຄ່າໃຊ້ຈ່າຍອື່ນໆທີ່ປະກອບເຂົ້າໃນຂະບວນການຜະລິດສິນຄ້າ.
3.6. ຜົນກະທົບຕໍ່ຜົນຕອບແທນຈາກການລົງທຶນ ໃຫ້ພິຈາລະນາຈາກການຫຼຸດລົງຂອງອັດຕາຜົນຕອບແທນຂອງຜູ້ຜະລິດທີ່ໄດ້ຮັບຈາກການລົງທຶນໃນການຜະລິດ ແລະ ຈໍາໜ່າຍສິນຄ້າທີ່ຄ້າຍຄືກັນຂອງຜູ້ຜະລິດສິນຄ້າພາຍໃນ ເມື່ອປຽບທຽບກັບ ອັດຕາຜົນຕອບແທນຂອງປີຜ່ານມາ ຊຶ່ງມິສູດຄິດໄລ່ ດັ່ງນີ້:
ຜົນຕອບແທນຈາກການລົງທຶນ = ອັດຕາຜົນຕອບແທນຈາກການລົງທຶນຂອງປີທີ່ດໍາເນີນການສືບສວນ - ອັດຕາຜົນຕອບແທນຈາກການລົງທຶນຂອງປີຜ່ານມາ
ຜົນຕອບແທນຈາກການລົງທຶນ ມີດັ່ງນີ້:
ອັດຕາຜົນຕອບແທນຈາກການລົງທຶນ = [(ລາຍຮັບຈາກການລົງທຶນ - ລາຍຈ່າຍທີ່ໃຊ້ໃນການລົງທຶນ) ÷ (ລາຍຈ່າຍທີ່ໃຊ້ໃນການລົງທຶນ)] x 100
3.7. ຜົນກະທົບຕໍ່ກໍາລັງການຜະລິດ ໃຫ້ພິຈາລະນາຈາກການຫຼຸດລົງຂອງອັດຕາການນໍາໃຊ້ກໍາລັງການຜະລິດສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນ ເມື່ອປຽບທຽບກັບອັດຕາການນໍາໃຊ້ກໍາລັງການຜະລິດຂອງປີຜ່ານມາ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ກໍາລັງການຜະລິດ = ອັດຕາການນໍາໃຊ້ກໍາລັງການຜະລິດຂອງປີທີ່ດໍາເນີນການສືບສວນ - ອັດຕາການນໍາໃຊ້ກໍາລັງການຜະລິດຂອງປີຜ່ານມາ
ວິທີຄິດໄລ່ອັດຕາການນໍາໃຊ້ກໍາລັງການຜະລິດ ມີດັ່ງນີ້:
ອັດຕາການນໍາໃຊ້ກໍາລັງການຜະລິດ = (ຜົນຜະລິດຕົວຈິງ ÷ ຄວາມອາດສາມາດຜົນຜະລິດສູງສຸດ) x 100
ວິທີຄິດໄລ່ຄວາມອາດສາມາດຜົນຜະລິດສູງສຸດ ມີດັ່ງນີ້:
ຄວາມອາດສາມາດຜົນຜະລິດສູງສຸດ = ຊົ່ວໂມງເຮັດວຽກຂອງເຄື່ອງຈັກ ÷ ເວລາຕົວຈິງທີ່ໃຊ້ເຂົ້າໃນການຜະລິດສິນຄ້າໜຶ່ງຫົວໜ່ວຍ
3.8. ປັດໄຈທີ່ມີຜົນກະທົບຕໍ່ລາຄາພາຍໃນປະເທດ ໃຫ້ພິຈາລະນາຈາກການຫຼຸດລົງຂອງລາຄາຈໍາໜ່າຍສິນຄ້າທີ່ຄ້າຍຄືກັນພາຍໃນປະເທດ ຈາກລາຄາຂອງສິນຄ້າທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ທີ່ສົ່ງເຂົ້າມາຈໍາໜ່າຍພາຍໃນປະເທດ.
3.9. ຜົນກະທົບຕໍ່ກະແສເງິນສົດ ໃຫ້ພິຈາລະນາຈາກການຫຼຸດລົງຂອງກະແສເງິນສົດລວມຈາກການເຄື່ອນ ໄຫວທຸລະກິດ ຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ກະແສເງິນສົດ = [(ກະແສເງິນສົດລວມຈາກການເຄື່ອນໄຫວທຸລະກິດປີດໍາເນີນການສືບສວນ - ກະແສເງິນສົດລວມຈາກການເຄື່ອນໄຫວທຸລະກິດປີຜ່ານມາ) ÷ (ກະແສເງິນສົດລວມຈາກການເຄື່ອນໄຫວທຸລະກິດປີຜ່ານມາ)] x 100
ວິທີຄິດໄລ່ ກະແສເງິນສົດລວມຈາກການເຄື່ອນໄຫວທຸລະກິດ ມີດັ່ງນີ້:
ກະແສເງິນສົດລວມຈາກການເຄື່ອນໄຫວທຸລະກິດ = ຜົນກໍາໄລ + ຄ່າເສື່ອມລາຄາ + ຄ່າປ່ຽນແປງຂອງເງິນທຶນໝູນວຽນ
ເງິນໝູນທຶນວຽນ ມີດັ່ງນີ້:
ເງິນທືນໝູນວຽນ = ຊັບສິນໝູນວຽນ - ໜີ້ສິນໝູນວຽນ
ຄ່າປ່ຽນແປງເງິນທືນໝູນວຽນ = ເງິນທຶນໝູນວຽນປີປະຈຸບັນ - ເງິນທຶນໝູນວຽນປີຜ່ານມາ
ສໍາລັບຄ່າເສື່ອມລາຄາ ໝາຍເຖິງ ຄ່າໃຊ້ຈ່າຍທີ່ຫັກຈາກມູນຄ່າຂອງຊັບສິນຄົງທີ່ ທີ່ໃຊ້ເຂົ້າໃນການເຄື່ອນ ໄຫວທຸລະກິດຂອງຜູ້ຜະລິດສິນຄ້າພາຍໃນ ເຊັ່ນ ຕຶກ, ອຸປະກອນ, ເຄື່ອງຈັກ ຊຶ່ງເປັນຊັບສິນທີ່ມີມູນຄ່າສູງ ແລະ ອາຍຸການນໍາໃຊ້ຍາວນານ.
3.10. ຜົນກະທົບຕໍ່ສິນຄ້າໃນສາງ ໃຫ້ພິຈາລະນາຈາກການເພີ່ມຂຶ້ນຂອງປະລິມານສິນຄ້າທີ່ຄ້າຍຄືກັນໃນສາງ ຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ສິນຄ້າໃນສາງ = [(ປະລິມານສິນຄ້າໃນສາງຂອງປີທີ່ດໍາເນີນການສືບສວນ - ປະລິມານສິນຄ້າໃນສາງຂອງປີຜ່ານມາ) ÷ (ປະລິມານສິນຄ້າໃນສາງຂອງປີຜ່ານມາ)] x 100
ວິທີຄິດໄລ່ປະລິມານສິນຄ້າໃນສາງ ມີດັ່ງນີ້:
ສິນຄ້າໃນສາງ = ປະລິມານສິນຄ້າທີ່ຜະລິດໄດ້ - ປະລິມານການຈໍາໜ່າຍສິນຄ້າ
3. 11. ຜົນກະທົບຕໍ່ການຈ້າງງານ ໃຫ້ພິຈາລະນາຈາກການຫຼຸດລົງຂອງປະລິມານການຈ້າງແຮງງານໃນການຜະລິດ ແລະ ແຮງງານທີ່ໃຊ້ເຂົ້າໃນວຽກງານບໍລິຫານ ຂອງສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນ ເນື່ອງຈາກຜູ້ຜະລິດສິນຄ້າພາຍໃນ ພະຍາຍາມຫຼຸດຕົ້ນທຶນການຜະລິດ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ການຈ້າງງານ = [(ປະລິມານການຈ້າງງານຂອງປີທີ່ດໍາເນີນການສືບສວນ - ປະລິມານການຈ້າງງານຂອງປີຜ່ານມາ) ÷ (ປະລິມານການຈ້າງງານງານຂອງປີຜ່ານມາ)] x 100
ວິທີຄິດໄລ່ປະລິມານການຈ້າງງານ ມີດັ່ງນີ້:
ປະລິມານການຈ້າງງານ = ແຮງງານການຜະລິດ + ແຮງງານບໍລິຫານ
3.12. ຜົນກະທົບຕໍ່ຄ່າຈ້າງແຮງງານ ໃຫ້ພິຈາລະນາຈາກການຫຼຸດລົງຂອງຄ່າຈ້າງແຮງງານໃນການຜະລິດ ແລະ ບໍລິຫານ ສິນຄ້າທີ່ຄ້າຍຄືກັນ ຂອງຜູ້ຜະລິດສິນຄ້າພາຍໃນ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຄ່າຈ້າງແຮງງານ = [(ຄ່າຈ້າງແຮງງານຂອງປີທີ່ດໍາເນີນການສືບສວນ - ຄ່າຈ້າງແຮງງານປີຜ່ານມາ) ÷ (ຄ່າຈ້າງແຮງງານຂອງປີຜ່ານມາ)] x 100
ວິທີຄິດໄລ່ປະລິມານການຈ້າງງານ ມີດັ່ງນີ້:
ຄ່າຈ້າງແຮງງານ = ຄ່າແຮງງານຕໍ່ມື້ໃນການຜະລິດ ຫຼື ບໍລິຫານ x ຈໍານວນມື້ເຮັດວຽກ
3.13. ຜົນກະທົບຕໍ່ອັດຕາການເຕີບໂຕຂອງທຸລະກິດ ໃຫ້ພິຈາລະນາຈາກການຫຼຸດລົງຂອງລາຍຮັບຈາກການດໍາເນີນທຸລະກິດ ເນື່ອງຈາກຜູ້ຜະລິດສິນຄ້າພາຍໃນ ບໍ່ສາມາດເພີ່ມປະລິມານການຈໍາໜ່າຍໃນອັດຕາສ່ວນດຽວກັນກັບການເພີີ່ມຂຶ້ນຂອງປະລິມານການຊົມໃຊ້ພາຍໃນ ເນື່ອງຈາກມີການເພີ່ມຂຶ້ນຂອງປະລິມານສິນຄ້າ ທີ່ມີການທຸ່ມຕະຫຼາດ ຫຼື ໄດ້ຮັບການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ຊຶ່ງມີສູດຄິດໄລ່ ດັ່ງນີ້:
ຜົນກະທົບຕໍ່ອັດຕາການເຕີບໂຕ = [(ລາຍຮັບຂອງປີທີ່ດໍາເນີນການສືບສວນ - ລາຍຮັບຂອງປີຜ່ານມາ) ÷ (ລາຍຮັບຂອງປີຜ່ານມາ)] x 100
3.14. ຜົນກະທົບຕໍ່ຄວາມສາມາດໃນການເພີ່ມທຶນ ຫຼື ການລົງທຶນ ໃຫ້ພິຈາລະນາຈາກງົບການເງິນ ຖ້າເຫັນວ່າຜູ້ຜະລິດສິນຄ້າພາຍໃນຂາດທຶນສະສົມຢ່າງຕໍ່ເນື່ອງ ຊຶ່ງເປັນອຸປະສັກໃນການເພີ່ມທຶນ ຫຼື ການລົງທຶນ.
ຜົນກະທົບຕໍ່ຄວາມສາມາດໃນການເພີ່ມທຶນ ຫຼື ການລົງທຶນ = [(ຜົນການຂາດທຶນຂອງປີທີ່ດໍາເນີນການສືບສວນ - ຜົນການຂາດທຶນຂອງປີຜ່ານມາ) ÷ (ຜົນການຂາດທຶນຂອງປີຜ່ານມາ)] x 100
ວິທີຄິດໄລ່ຜົນການຂາດທຶນ ມີດັ່ງນີ້:
ຜົນການຂາດທຶນ = [(ຕົ້ນທຶນການຜະລິດ + ລາຍຈ່າຍບໍລິຫານ) - (ມູນຄ່າການຈໍາໜ່າຍສິນຄ້າ)]
- ການຈັດຕັ້ງປະຕິບັດ
ມອບໃຫ້ ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ໃຫ້ມີປະສິດທິຜົນສູງ.
ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.
ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.