ສາລະບານ

ຫມວດທີ I - ວ່າດ້ວຍຫລັກການທົ່ວໄປ

ມາດຕາ 1. ການຂຶ້ນທະບຽນຜະລິດຕະພັນສີນຄ້າ…
ມາດຕາ 2. ບັນດາການຈັດຕັ້ງລັດ, ລວມຫມູ່, ເອກະຊົນ…
ມາດຕາ 3. ການຈັດຕັ້ງ ແລະ ບຸກຄົນ…
ມາດຕາ 4. ອົງການຄຸ້ມຄອງມາດຕະຖານ…

ຫມວດທີ II - ວ່າດ້ວຍລະບຽບການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 5. ການຈັດຕັ້ງ ຫລື ບຸກຄົນທີ່ທຳການຜະລິດ…
ມາດຕາ 6. ການຂຶ້ນທະບຽນຜະລິດຕະພັນສີນຄ້າ…
ມາດຕາ 7. ຜູ້ຂຶ້ນທະບຽນຜະລິດຕະພັນສີນຄ້າ…

ຫມວດທີ III - ວ່າດ້ວຍຫລັກການພິຈາລະນາການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 8. ຫລັກການພິຈາລະນາ…
ມາດຕາ 9. ບັນດາບຸລິມະສິດກ່ຽວກັບເງື່ອນໄຂພິຈາລະນາ…
ມາດຕາ 10. ໃນກໍລະນີທີ່ຜະລິດຕະພັນໄດ້ຜະລິດຈາກໂຮງງານສອງແຫ່ງຂຶ້ນໄປ…

ຫມວດທີ IV - ວ່າດ້ວຍການຢັ້ງຢືນການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 11. ອົງການຄຸ້ມຄອງມາດຕະຖານ...
ມາດຕາ 12. ໃນເມື່ອຜູ້ຂໍຮ້ອງຂຶ້ນທະບຽນ...
ມາດຕາ 13. ໃນກໍລະນີທີ່ມີການຍົກຍ້າຍສະຖານທີ່...
ມາດຕາ 14. ອາຍຸການຂອງໃບຢັ້ງຢືນ...

ຫມວດທີ V - ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສໍານັກງານນາຍົກລັດຖະມົນຕີ
ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ    ເລກທີ 1037/ອວຕສ-ສນຍ
ນະຄອນຫລວງວຽງຈັນ, ວັນທີ: 11/06/2002

ຂໍ້ກຳນົດ
ວ່າດ້ວຍການຂຶ້ນທະບຽນຜະລິດຕະພັນສິນຄ້າ

  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 85/ນຍ, ລົງວັນທີ 02 ພະຈິກ 1995 ວ່າດ້ວຍການຄຸ້ມຄອງມາດຕະຖານ ແລະ ຄຸນນະພາບຜະລິດຕະ ພັນສີນຄ້າ.
  • ອີງຕາມຄວາມຮຽກຮ້ອງຕ້ອງການໃນການສົ່ງເສີມ ແລະ ຊຸກຍູ້ການຜະລິດຢູ່ພາຍໃນປະເທດໃຫ້ມີການປັບປຸງຄຸນນະພາບ ແລະ ມາດຕະຖານຂອງຜະລິດຕະພັນ ເພື່ອໃຫ້ກາຍເປັນສີນຄ້າທີ່ສາມາດແຂ່ງຂັນໃນທ້ອງຕະຫລາດບໍ່ວ່າທັງພາຍໃນ ແລະ ຕ່າງປະເທດ.
  • ອີງໃສ່ຄວາມຮຽກຮ້ອງຕ້ອງການ ໃຫ້ດັດແກ້ບາງມາດຕາຂອງຂໍ້ກຳນົດວ່າດ້ວຍການຂຶ້ນທະບຽນຜະລິດຕະພັນສີນຄ້າ ສະບັບເລກທີ 228/ອວຕສ, ລົງວັນທີ 14/2/1996 ທີ່ເຫັນວ່າບໍ່ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.

ຫົວຫນ້າອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມອອກຂໍ້ກຳນົດ:

ຫມວດທີ I
ວ່າດ້ວຍຫລັກການທົ່ວໄປ

ມາດຕາ 1. ການຂຶ້ນທະບຽນຜະລິດຕະພັນສີນຄ້າແມ່ນແນໃສ່ຮັບຮອງຄຸນນະພາບຂອງສີນຄ້າຊົ່ວຄາວ ໃນຄະນະທີ່ຜະລິດຕະພັນສີນຄ້າດັ່ງກ່າວ ຍັງບໍ່ໄດ້ຮັບ ການກຳນົດມາດຕະຖານຂຶ້ນມາເທື່ອ ເພື່ອເຮັດໃຫ້ຜະລິດຕະພັນສີນຄ້ານັ້ນ ໄດ້ຮັບການປັບປຸງທາງດ້ານຄຸນນະພາບ ແລະ ກ້າວໄປເຖີງການກຳນົດມາດຕະຖານ ແຫ່ງຊາດຂຶ້ນ. ຂ້າງເທິງ

ມາດຕາ 2. ບັນດາການຈັດຕັ້ງລັດ, ລວມຫມູ່, ເອກະຊົນ (ຕໍ່ໄປນີ້ເອີ້ນວ່າ ການຈັດຕັ້ງ) ແລະ ບຸກຄົນທີ່ທໍາການຜະລິດສີນຄ້າ, ເຊີ່ງຜະລິດຕະພັນດັ່ງກ່າວ ຍັງບໍ່ໄດ້ຮັບການກຳນົດມາດຕະຖານ ໂດຍມີຈຸດປະສົງຢາກປັບປຸງຄຸນນະພາບສີນຄ້າຂອງຕົນ ກ້າວໄປເຖີງການກຳນົດມາດຕະຖານ ແລະ ນຳໃຊ້ກາຫມາຍມາດຕະ ຖານແຫ່ງຊາດ ກັບຜະລິດຕະພັນດັ່ງກ່າວນັ້ນ ໃຫ້ຍື່ນຄຳຮ້ອງຂໍຂຶ້ນທະບຽນ ຜະລິດຕະພັນສີນຄ້າ ນຳອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ (ຕໍ່ໄປນີ້ເອີ້ນຫຍໍ້ວ່າ ອົງການຄຸ້ມຄອງມາດຕະຖານ). ຂ້າງເທິງ

ມາດຕາ 3. ການຈັດຕັ້ງ ແລະ ບຸກຄົນ ທີ່ໄດ້ຍື່ນຄໍາຮ້ອງຂຶ້ນທະບຽນຜະລິດຕະພັນສີນຄ້າ ຈະໄດ້ຮັບໃບຢັ້ງຢືນຄຸນນະພາບຊົ່ວຄາວ, ຮັບການປົກປ້ອງ ແລະ ຕິດຕາມຊ່ວຍເຫລືອ ຈາກອົງການຄຸ້ມຄອງມາດຕະຖານ ໃນການປັບປຸງຄຸນນະພາບ ແລະ ການກຳນົດມາດຕະຖານຂອງຜະລິດຕະພັນສີນຄ້າດັ່ງກ່າວ. ຂ້າງເທິງ

ມາດຕາ 4. ອົງການຄຸ້ມຄອງມາດຕະຖານຈະຮັບການພິຈາລະນາຂຶ້ນທະບຽນຜະລິດຕະພັນສີນຄ້າກໍ່ຕໍ່ເມື່ອ ຜະລິດຕະພັນສີນຄ້າດັ່ງກ່າວໄດ້ຜະລິດຈາກໂຮງງານຢູ່ ສປປ ລາວ. ຂ້າງເທິງ

ຫມວດທີ II
ວ່າດ້ວຍລະບຽບການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 5. ການຈັດຕັ້ງ ຫລື ບຸກຄົນທີ່ທໍາການຜະລິດມີຄວາມຕ້ອງການຂໍຂຶ້ນທະບຽນຜະລິດຕະພັນສີນຄ້າຈະຕ້ອງໄດ້ຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງມາດຕະຖານ ເຊີ່ງປະກອບດ້ວຍຂໍ້ມູນ ແລະ ເອກະສານຕ່າງໆ (ຕາມແບບຟອມຂອງອົງການຄຸ້ມຄອງມາດຕະຖານ) ຄື:

  1. ລາຍການລະອຽດກ່ຽວກັບຜະລິດຕະພັນສີນຄ້າທີ່ຂໍຂຶ້ນທະບຽນ (ຊື່ການຄ້າ, ປະເພດ..)
  2. ລາຍລະອຽດກ່ຽວກັບກຳມະວິທີການຜະລິດ,
  3. ແຫລ່ງວັດຖຸດີບທີ່ຈະນຳໃຊ້,
  4. ລາຍລະອຽດກ່ຽວກັບຕົ້ນທືນຂອງການຜະລິດ,
  5. ລາຄາຂາຍ
  6. ເອກະສານອ້າງອີງ ຫລື ມາດຕະຖານທີ່ໄດ້ນຳໃຊ້
  7. ຫລັກຖານການຮັບຮອງຄຸນນະພາບ ຫລື ຜົນຂອງການກວດສອບ
  8. ສາຂາຜະລິດຢູ່ພາຍໃນປະເທດ
  9. ເປົ້າຫມາຍຜູ້ຊົມໃຊ້ ແລະ ແຜນການຈຳຫນ່າຍ
  10.  ສໍາເນົາເອກະສານປະກອບກິດຈະການຂອງໂຮງງານ. ຂ້າງເທິງ

ມາດຕາ 6. ການຂຶ້ນທະບຽນຜະລິດຕະພັນສີນຄ້າປະກອບດ້ວຍຂັ້ນຕອນດັ່ງນີ້:

  1. ການກວດກາ ແລະ ເອກະສານຕ່າງໆ ເມື່ອເຫັນວ່າຄົບຖ້ວນແລ້ວ ອົງການຄຸ້ມຄອງມາດຕະຖານຈະໄດ້ສົ່ງຄະນະວິຊາການລົງກວດກາຕົວຈີງຢູ່ໂຮງງານ.
  2. ອົງການຄຸ້ມຄອງມາດຕະຖານຈະຕີລາຄາ, ທຳການຂຶ້ນທະບຽນຜະລິດຕະພັນສີນຄ້າ ແລະ ສົ່ງຄະນະວິຊາການລົງສົມທົບກັບໂຮງງານ ເພື່ອໃຫ້ຄຳແນະນຳ ໃນການປັບປຸງຂໍ້ບົກຜ່ອງຕ່າງໆ ແລະ ກ້າວໄປເຖີງການກຳນົດມາດຕະຖານຜະລິດຕະພັນສີນຄ້າຮ່ວມກັນຂຶ້ນ. ຂ້າງເທິງ

ມາດຕາ 7. ຜູ້ຂຶ້ນທະບຽນຜະລິດຕະພັນສີນຄ້າຕ້ອງໄດ້ເສຍຄ່າບໍລິການ ແລະ ຄ່າທໍານຽມດັ່ງນີ້:

  1. ໃບຄຳຮ້ອງ 1 ຊຸດ           5,000 ກີບ.
  2. ລົງເກັບກຳສະພາບ          15,000 ກີບ.
  3. ໃບຢັ້ງຢືນຄຸນນະພາບຊົ່ວຄາວ   50.000 ກີບ.
  4. ຄ່າກວດສອບຄຸນນະພາບແຕ່ລະຄັ້ງໃຫ້ອີງໃສ່ມູນຄ່າຂອງການກວດສອບຕົວຈິງຂອງຫ້ອງກວດສອບທີ່ກ່ຽວຂ້ອງ. ຂ້າງເທິງ     

ຫມວດທີ III
ວ່າດ້ວຍຫລັກການພິຈາລະນາການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 8. ຫລັກການພິຈາລະນາປະກອບມີເນື້ອໃນສໍາຄັນຄື:

  1. ການຮ້ອງຂໍຂຶ້ນທະບຽນຜະລິດຕະພັນ,
  2. ເຊີນຜູ້ກ່ຽວຂ້ອງມາໃຫ້ຄຳອະທິບາຍ ແລະ ສອບຖາມຂໍ້ມູນຕ່າງໆ. ຂ້າງເທິງ

ມາດຕາ 9. ບັນດາບຸລິມະສິດກ່ຽວກັບເງື່ອນໄຂພິຈາລະນາຂໍຂຶ້ນທະບຽນຜະລິດຕະພັນສີນຄ້າມີດັ່ງນີ້:

  1. ຜະລິດຕະພັນດັ່ງກ່າວມີການນຳໃຊ້ວັດຖຸດີບຢູ່ພາຍໃນປະເທດ, ມູນຄ່າ ແລະ ຕົ້ນທືນການຜະລິດສູງ ແລະ ອື່ນໆ,
  2. ຜະລິດຕະພັນດັ່ງກ່າວໄດ້ນຳໃຊ້ກາຫມາຍມາດຕະຖານຈາກຕ່າງປະເທດ ຫລື ລະຫວ່າງປະເທດ,
  3. ຫລັກການອື່ນໆຄື:
  • ເປັນຜະລິດຕະພັນທີ່ໄດ້ທຳການຜະລິດມາແລ້ວແຕ່ຍັງບໍ່ທັນໄດ້ປະກາດໃຊ້ມາດຕະຖານ,
  • ຜະລິດຕະພັນດັ່ງກ່າວບໍ່ຈັດຢູ່ໃນປະເພດຍານພາຫານະ ຫລື ກົນຈັກ,
  • ເປັນຜະລິດຕະພັນທີ່ຜະລິດເພື່ອແຂ່ງຂັນກັບຜະລິດຕະພັນຈາກຕ່າງປະເທດ,
  • ກໍາມະວິທີການຜະລິດທີ່ໄດ້ເກີດມີການພັດທະນາດ້ານອຸດສາຫະກຳ,
  • ກໍາມະວິທີການຜະລິດເຫມາະສົມ ແລະ ສາມາດຄວບຄຸມຄຸນນະພາບໄດ້ງ່າຍສະຫມ່ຳສະເໝີ,
  • ເປັນຜະລິດຕະພັນທີ່ສາມາດກຳນົດມາດຕະຖານໄດ້,
  • ມີໃບອະນຸຍາດຕ່າງໆທີ່ປະກອບໃນກິດຈະການຂອງໂຮງງານ. ຂ້າງເທິງ

ມາດຕາ 10. ໃນກໍລະນີທີ່ຜະລິດຕະພັນໄດ້ຜະລິດຈາກໂຮງງານສອງແຫ່ງຂຶ້ນໄປ ເຊີ່ງໄດ້ນໍາໃຊ້ເຄື່ອງຫມາຍການຄ້າອັນດຽວກັນ ຜູ້ຂໍຂຶ້ນທະບຽນຈະຕ້ອງໄດ້ແຈ້ງລາຍຊື່ ຂອງໂຮງງານທີ່ໄດ້ຜະລິດສີນຄ້າດັ່ງກ່າວ ໃຫ້ອົງການຄຸ້ມຄອງມາດຕະຖານຊາບ. ຂ້າງເທິງ

ຫມວດທີ IV
ວ່າດ້ວຍການຢັ້ງຢືນການຂຶ້ນທະບຽນຜະລິດຕະພັນສີນຄ້າ

ມາດຕາ 11. ອົງການຄຸ້ມຄອງມາດຕະຖານຈະອອກໃບຢັ້ງຢືນຄຸນນະພາບຊົ່ວຄາວ ໃຫ້ຜູ້ຮ້ອງຂໍຖ້າຕອບສະຫນອງຕາມເງື່ອນໄຂຕ່າງໆດັ່ງທີ່ໄດ້ກ່າວມາຂ້າງເທີງນັ້ນ. ຂ້າງເທິງ

ມາດຕາ 12. ໃນເມື່ອຜູ້ຂໍຮ້ອງຂຶ້ນທະບຽນຜະລິດຕະພັນສີນຄ້າເລີກປະກອບກິດຈະການ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຮັບຮູ້ ພາຍໃນສາມສີບ (30) ວັນກ່ອນ ຫລື ຫລັງວັນເລີກປະກອບກິດຈະການ. ຂ້າງເທິງ

ມາດຕາ 13. ໃນກໍລະນີທີ່ມີການຍົກຍ້າຍສະຖານທີ່ ຫລື ການໂອນໃບຢັ້ງຢືນ ຂຶ້ນທະບຽນຜະລິດຕະພັນສີນຄ້າໃຫ້ຜູ້ອື່ນ ຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານ ຊາບເສັຍກ່ອນ. ຂ້າງເທິງ

ມາດຕາ 14. ອາຍຸການຂອງໃບຢັ້ງຢືນຄຸນນະພາບຊົ່ວຄາວຈະຫມົດອາຍຸກໍ່ຕໍ່ເມື່ອ:

  1. ໄດ້ມີການປະກາດນຳໃຊ້ມາດຕະຖານຂອງຜະລິດຕະພັນດັ່ງກ່າວ,
  2. ໄດ້ມີການຮ້ອງທຸກ ຫລື ຮ້ອງຟ້ອງຈາກມວນຊົນກ່ຽວກັບຄຸນນະພາບຂອງຜະລິດຕະພັນສີນຄ້າ,
  3. ພາຍຫລັງການກວດສອບຕິດຕາມ ແລະ ເຫັນວ່າຄຸນນະພາບຂອງຜະລິດຕະພັນສີນຄ້າທີ່ໄດ້ຂຶ້ນທະບຽນໄປນັ້ນ ບໍ່ເປັນໄປຕາມກຳນົດໄວ້ ຫລື ຂັດຕໍ່ລະບຽບ ການຕ່າງໆກ່ຽວກັບການຂຶ້ນທະບຽນ,
  4. ເຈົ້າຂອງທະບຽນບໍ່ໄດ້ທຳການຜະລິດ, ບໍລິມາດຜະລິດຕ່ຳ ແລະ ບໍ່ໄດ້ມີການປັບປຸງຄຸນນະພາບ ພາຍຫລັງຈາກການຂຶ້ນທະບຽນເປັນໄລຍະ 2 ປີ,
  5. ເຈົ້າຂອງທະບຽນບໍ່ໄດ້ໃຫ້ຄວາມຮ່ວມມືກ່ຽວກັບການຕິດຕາມກວດສອບ ຫລື ການຕອບສະຫນອງຂໍ້ມູນຕ່າງໆ,
  6. ເມື່ອມີເວລາມີການຍ້າຍ ຫລື ໂອນໂຮງງານໃຫ້ຄົນອື່ນ ໂດຍທີ່ບໍ່ໄດ້ແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຊາບ. ຂ້າງເທິງ

ຫມວດທີ V
ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 15. ອົງການວິທະຍາສາດ, ເຕັກໂນໂລຊີ ແລະ ສີ່ງແວດລ້ອມ ມອບໃຫ້ກົມຊັບສີນທາງປັນຍາ, ມາດຕະຖານ ແລະ ວັດແທກເປັນຜູ້ຈັດຕັ້ງປະຕິບັດ ຂໍ້ກຳນົດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 16. ຂໍ້ກໍານົດສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກຂໍ້ກໍານົດ ແລະ ລະບຽບການອື່ນໆຫາກຂັດກັບຂໍ້ກໍານົດສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ຫົວໜ້າອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ
ສຈ.ດຣ. ບຸນຕຽມ ພິດສະໄໝ

 

# ຫົວຂໍ້ ດາວໂຫຼດ
1 Regulation On the Registration of Product and Goods No. 1037/STEA-PMO, dated 11/06/2002 PDF
2 ຂໍ້ກຳນົດ ວ່າດ້ວຍ ການຂຶ້ນທະບຽນ ຜະລິດຕະພັນສິນຄ້າ ເລກທີ 1037/ອວຕສ-ສນຍ, ລົງວັນທີ 11/06/2002 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.