ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກຄໍາແນະນໍາເພີ່ມເຕີບ ເລກທີ 0464/ອຄ.ກນຄຕ, ລົງວັນທີ 12 ພຶດສະພາ 2020 ເພື່ອຜັນຂະຫຍາຍເນື້ອໃນ ມາດຕາ 10, 11 ແລະ 18 ຂອງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ສະບັບເລກທີ 65/ສພຊ, ລົງວັນທີ 14 ມິຖຸນາ 2019 ໃຫ້ເປັນອັນລະອຽດ, ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ດັ່ງລາຍລະອຽດຕໍ່ໄປນີ້:

ພາບປະກອບ

      1. ການກຳນົດລາຄາປົກກະຕິ

ໃນກໍລະນີບໍ່ມີການຈໍາໜ່າຍສິນຄ້າທີ່ຄ້າຍຄືກັນໃນຕະຫຼາດພາຍໃນຂອງປະເທດຜູ້ສົ່ງອອກ ຫຼື ການຈໍາໜ່າຍສິນຄ້າດັ່ງກ່າວບໍ່ສາມາດນໍາມາປຽບທຽບໄດ້ ເນື່ອງຈາກຕະຫຼາດໃນປະເທດຜູ້ສົ່ງອອກມີລັກສະນະສະເພາະ ຫຼື ມີການຈໍາໜ່າຍສິນຄ້າໃນປະລິມານທີ່ໜ້ອຍກວ່າ ຫ້າສ່ວນຮ້ອຍ ຂອງປະລິມານສິນຄ້າທີ່ສົ່ງເຂົ້າມາຈໍາໜ່າຍຢູ່ ສປປ ລາວ ຕາມທີ່ໄດ້ກໍານົດໃນມາດຕາ 10 ຂອງກົດໝາຍ ໃຫ້ກຳນົດດັ່ງນີ້:

ພາບປະກອບ
  • ລາຄາສົ່ງອອກສິນຄ້າທີ່ຄ້າຍຄືກັນໄປຍັງປະເທດທີສາມທີ່ມີການນໍາເຂົ້າສິນຄ້າທີ່ຖືກພິຈາລະນາ ຖ້າມີເຫດ ຜົນທີ່ເຊື່ອໄດ້ວ່າ ລາຄານັ້ນສະແດງເຖິງລາຄາໃນຕະຫຼາດປະເທດຜູ້ສົ່ງອອກ: ໃຫ້ພິຈາລະນາຈາກປະລິມານການສົ່ງອອກສິນຄ້າຂອງປະເທດຜູ້ສົ່ງອອກໄປຍັງປະເທດທີສາມນັ້ນ ຫຼາຍກວ່າ ປະລິມານການສົ່ງອອກໄປຍັງປະເທດອື່ນ ຊຶ່ງສິນຄ້າທີ່ສົ່ງອອກໄປຍັງປະເທດດັ່ງກ່າວ ຕ້ອງເປັນສິນຄ້າທີ່ຄ້າຍຄືກັນກັບສິນຄ້າທີ່ສົ່ງອອກມາຍັງ ສປປ ລາວ; ຫຼື ຄະນະສືບຫາຂໍ້ມູນ ສາມາດພິຈາລະນາປັດໄຈອື່ນເພີ່ມຕື່ມ ທີ່ເຫັນວ່າ ເໝາະສົມ.
  • ລາຄາຄິດໄລ່ຈາກຕົ້ນທຶນການຜະລິດຂອງປະເທດແຫຼ່ງກໍາເນີດສິນຄ້າ ບວກກັບຄ່າໃຊ້ຈ່າຍໃນການບໍລິຫານ, ການຈໍາໜ່າຍ ແລະ ຄ່າໃຊ້ຈ່າຍອື່ນ ລວມທັງກໍາໄລທີ່ເກີດຂຶ້ນ: ລາຄາຕ້ອງຖືກຄິດໄລ່ບົນພື້ນຖານຂໍ້ມູນການບັນທຶກບັນຊີຂອງ ຜູ້ສົ່ງອອກ ຫຼື ຜູ້ຜະລິດສິນຄ້າທີ່ຖືກພິຈາລະນາ ໃນໄລຍະການສືບຫາຂໍ້ມູນ ຊຶ່ງການບັນທຶກບັນຊີດັ່ງກ່າວ ຕ້ອງສອດຄ່ອງກັບຫຼັກການບັນຊີທີ່ເປັນທີ່ຍອມຮັບທົ່ວໄປໃນປະເທດຜູ້ສົ່ງອອກ ແລະ ສະທ້ອນເຖິງຕົ້ນທຶນທີ່ຕິດພັນກັບການຜະລິດ ແລະ ຈໍາໜ່າຍ ຢ່າງສົມເຫດສົມຜົນ.
ພາບປະກອບ

      2. ສູດຄິດໄລ່ອັດຕາການທຸ່ມຕະຫຼາດ

ການຄິດໄລ່ ເພື່ອຊອກຫາສ່ວນຕ່າງ ລະຫວ່າງ ລາຄາປົກກະຕິ ກັບ ລາຄາສົ່ງອອກ ທີ່ດໍາເນີນການຄ້າໃນລະດັບ ແລະ ໄລຍະເວລາດຽວກັນ ມີ ສາມ ວິທີການປຽບທຽບ ດັ່ງນີ້:

  • ການປຽບທຽບ ລະຫວ່າງ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ກັບ ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ: ໃຫ້ເອົາ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ປຽບທຽບກັບ ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ ຊຶ່ງເປັນລາຄາ ສະເລ່ຍຂອງ ປະລິມານ ແລະ ຈໍານວນຄັ້ງ ຂອງການຈໍາໜ່າຍ ຫຼື ສົ່ງອອກສິນຄ້າທີ່ຖືກພິຈາລະນາ ເນື່ອງຈາກການຈໍາໜ່າຍ ຫຼື ສົ່ງອອກສິນຄ້າແຕ່ລະຄັ້ງມີປະລິມານຕ່າງກັນ ແລະ ປະລິມານທີ່ຕ່າງກັນນັ້ນ ມີຜົນເຮັດໃຫ້ລາຄາປົກກະຕິ ຫຼື ລາຄາການສົ່ງອອກ ແຕ່ລະຄັ້ງບໍ່ເທົ່າກັນ ຊຶ່ງມີສູດຄິດໄລ່ ດັ່ງນີ້:

ສ່ວນຕ່າງ = ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ - ລາຄາສົ່ງອອກສະເລ່ຍຖ່ວງນໍ້າໜັກ

ພາບປະກອບ

ການຄິດໄລ່ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ແມ່ນໃຫ້ ຄູນແຕ່ລະລາຄາດ້ວຍປະລິມານຖ່ວງນໍ້າໜັກ, ບວກລາຄາທີ່ມີການຖ່ວງນໍ້າໜັກເຂົ້າກັນ ແລະ ຫານໃຫ້ປະລິມານທັງໝົດ ດັ່ງນີ້:

ລາຄາສະເລ່ຍແບບຖ່ວງນໍ້າໜັກ =  [(ລາຄາ 1 × ປະລິມານ 1) + (ລາຄາ 2 × ປະລິມານ 2) + (ລາຄາ 3 × ປະລິມານ 3)] ÷ [(ປະລິມານ 1 + ປະລິມານ 2 + ປະລິມານ 3)]

  • ການປຽບທຽບ ລະຫວ່າງ ລາຄາປົກກະຕິ ກັບ ລາຄາສົ່ງອອກຂອງການເຮັດທຸລະກໍາທາງການຄ້າແຕ່ລະຄັ້ງ: ໃຫ້ເອົາ ລາຄາປົກກະຕິ ໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການຈໍາໜ່າຍພາຍໃນປະເທດຜູ້ສົ່ງອອກ ປຽບ ທຽບກັບ ລາຄາສົ່ງອອກ ໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການສົ່ງອອກ ຊຶ່ງມີສູດຄິດໄລ່ ດັ່ງນີ້:

ສ່ວນຕ່າງ = ລາຄາປົກກະຕິຂອງການເຮັດທຸລະກໍາແຕ່ລະລາຍການ - ລາຄາສົ່ງອອກຂອງການເຮັດທຸລະກໍາແຕ່ລະລາຍການ

ພາບປະກອບ
  • ການປຽບທຽບ ລະຫວ່າງ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ກັບ ລາຄາສົ່ງອອກຂອງການເຮັດທຸລະກໍາ ທາງການຄ້າແຕ່ລະຄັ້ງ: ໃຫ້ປຽບທຽບ ໃນກໍລະນີທີ່ລາຄາສົ່ງອອກມີຄວາມແຕກຕ່າງກັນ ລະຫວ່າງ ຜູ້ຊື້, ຂົງເຂດ ຫຼື ໄລຍະເວລາທີ່ສົ່ງອອກ ຊຶ່ງໃຫ້ເອົາ ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ ປຽບທຽບກັບ ລາຄາສົ່ງອອກໃນແຕ່ລະຄັ້ງທີ່ມີການເຮັດທຸລະກໍາການສົ່ງອອກ ຊຶ່ງມີສູດຄິດໄລ່ ດັ່ງນີ້:

                                                              ສ່ວນຕ່າງ = ລາຄາປົກກະຕິສະເລ່ຍຖ່ວງນໍ້າໜັກ - ລາຄາສົ່ງອອກຂອງການເຮັດທຸລະກໍາແຕ່ລະລາຍການ

 

ລາຍລະອຽດ ຄໍາແນະນໍາເພີ່ມເຕີບ ເລກທີ 0464/ອຄ.ກນຄຕ, ລົງວັນທີ 12 ພຶດສະພາ 2020, ກ່ຽວກັບ ການຈັດຕັ້ງປະຕິບັດ ມາດຕາ 10, 11 ແລະ 18 ຂອງກົດໝາຍວ່າດ້ວຍການຕອບໂຕ້ ການທຸ່ມຕະຫຼາດ ແລະ ການຊ່ວຍໜູນຂອງປະເທດຜູ້ສົ່ງອອກ ສະບັບເລກທີ 65/ສພຊ, ລົງວັນທີ 14 ມິຖຸນາ 2019

 

# ຫົວຂໍ້ ດາວໂຫຼດ
1 ກະຊວງ ອຄ ອອກມາດຕະການຕ້ານການທຸ່ມຕະຫຼາດຂອງ ສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.