ພາບປະກອບ

 

     ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ) ສາມາດຢຶດໄມ້ໄດ້ຈຳນວນ 2,209 ຕັບ/ເສັ້ນ, ບໍລິມາດ 84,002 ແມັດກ້ອນ (ແປດສິບສີ່ ຈຸດ ສູນສູນສອງ ແມັດກ້ອນ). ທ່ານໄດທີ່ສົນໃຈໃນການປະມູນ ກະລຸນາເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ (ຂະແໜງການນໍາເຂົ້າ ແລະ ສົ່ງອອກສິນຄ້າ) ໃນໂມງລັດຖະການ.

     ເງື່ອນໄຂຜູ້ເຂົ້າຮ່ວມປະມູນ ມີດັ່ງນີ:

  • ແມ່ນ ບໍລິສັດ/ໂຮງງານປຸງແຕ່ງໄມ້ ທີ່່ຜ່ານການດັດສົມ ແລະ ຮັບອະນຸຍາດດໍາເນີນທຸລະກິດການຜະລິດປຸງແຕ່ງໄມ້ ທີ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ;
  • ມີໃບທະບຽນວິສາຫະກິດ, ມີໃບອາກອນ, ມີໃບອະນຸຍາດດໍາເນີນກິດຈະການທຸລະກິດໄມ້ ແລະ ໃບອະນຸຍາດອື່ນໆ ທີ່ຖືກຕ້ອງຕາມລະບຽບ ແລະ ເປັນໂຮງງານທີ່ບໍ່ເຄີຍກະທໍາຜິດດ້ານທຸລະກິດໄມ້, ບໍ່ເຄີຍມີໜີ້ສິນຄ້າງສໍາລະພັນທະໄມ້ກັບພາກລັດ.

     ເງື່ອນໄຂຖານະການເງິນຜູ້ເຂົ້າຮ່ວມປະມູນ ມີດ່ັງນີ້:

  • ຕ້ອງມີບັນຊີເງິນສົດ, ເຊັກສົດໃນການສໍາລະຄ່າພັນທະໄມ້ ໂດຍໄດ້ຮັບການຢັ້ງຢືນ ຈາກທະນາຄານໄດໜຶ່ງ ວ່າມີເງິນແທ້ ແລະ ສາມາດຖອນເງິນໄດ້;
  • ໃນການເຂົ້າຮ່ວມການປະມູນຊື້ໄມ້ ຜູ້ເຂົ້າປະມູນຕ້ອງສົ່ງຊອງປະມູນມາຍັງຄະນະກໍາມະການປະມູນຊື້-ຂາຍໄມ້ຂັ້ນແຂວງຄື: ຊອງເງື່ອນໄຂ ແລະ ລາຄາປະມູນຊື້ໄມ້ຂອງໂຮງງານທີ່ເຂົ້າຮ່ວມການປະມູນ;
  • ໃນລາຄາປະມູນຂາຍໄມ້ ແມ່ນມີແຕ່ຄ່າພັນທະໄມ້ເທົ່ານັ້ນ ຍັງບໍ່ທັນໄດ້ບວກອາກກອນຕ່າງໆເຂົ້ານໍາ.

     ລາຍລະອຽດຂອງ ວັນເວລາເປີດຂາຍຊອງປະມູນຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ ມີດັ່ງນີ

  • ກຳນົດວັນເວລາຂາຍຊອງປະມູນ ນັບຕັ້ງແຕ່ວັນທີ 16/6/2020 ຫາ 30/06/2020;
  • ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 08:30 ໂມງເຊົ້າ ຂອງວັນທີ 01/07/2020;
  • ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ
  • ລາຄາຊອງປະມູນ 300.000 ກີບ/ຊອງ (ສາມແສນກີບ).

     ຕິດຕໍ່ພົວພັນລາຍລະອຽດເພີ່ມເຕີບໄດ້ທີ່ ທ່ານ ນາງ ໄວສອນ ພິມມະສອນ, ເບີຕິດຕໍ່: 020 9831 8380 ແລະ ທ່ານ ສົມໄຊ ໄຊຍະສານ, ເບີຕິດຕໍ່: 020 2229 8810.

          ລາຍລະອຽດ ແຈ້ງການສະບັບເລກທີ 028/ພອຄ.ຊກ, ລົງວັນທີ 16/06/2020

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.