ສາ​ທາ​ລ​ະ​ນະ​ລັດ ປະ​ຊາ​ທິປະ​ໄຕ ປະ​ຊາ​ຊົນ​ລາວ
ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນະ​ຖາ​ວອນ

ຄະນະກໍາມະການຊີ້ນຳລວມອໍານວຍຄວາມສະດວກທາງການຄ້າຂັ້ນສູນກາງ     ເລກ​ທີ 002/ຄອຄສ
ນະ​ຄອນຫຼວງວຽງ​ຈັນ, ວັນ​ທີ 02 ກໍລະກົດ 2020

ຂໍ້ຕົກລົງ

ວ່າດ້ວຍ ການຮັບຮອງເອົານິຕິກໍາ ແລະ ແຜນການສ້າງ, ປັບປຸງນິຕິກໍາ ກ່ຽວກັບການອອກອະນຸຍາດ, ຢັ້ງຢືນ ນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍ ສິນຄ້າ (ເອກະສານຊ້ອນທ້າຍ 01) ຂອງຄໍາສັ່ງ ວ່າດ້ວຍ ການອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019

 

  • ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ເລກທີ     48/ນຍ, ລົງວັນທີ 26 ກໍລະກົດ 2018.
  • ອີງຕາມ ຄຳສັ່ງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019.
  • ອີງຕາມ ໜງສືແຈ້ງຕອບ ຂອງຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບເອກະສານຊ້ອນທ້າຍ 01 ຂອງຄໍາສັ່ງ ເລກທີ 12/ນຍ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າ ຄະນະກໍາມະການຊີ້ນຳລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ (ຄອຄສ) ອອກ​ຂໍ້ຕົກລົງ:

ມາດຕາ 1. ການຮັບຮອງ

     ຮັບຮອງເອົາເອກະສານຊ້ອນທ້າຍ 01 ຂອງຄໍາສັ່ງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນໍາ   ເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍ ສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019.

ມາດຕາ 2. ການຈັດຕັ້ງປະຕິບັດ

   ໃຫ້ບັນດາຂະແໜງການ ລາຍງານຄວາມຄືບໜ້າຂອງການສ້າງ ແລະ ປັບປຸງ ບັນດານິິຕິກໍາທີ່ກໍານົດຢູ່ໃນເອກະສານຊ້ອນທ້າຍ 01 ມາຍັງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເປັນແຕ່ລະໄລຍະ ເພື່ອສັງລວມລາຍງານຕໍ່ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງ ພິຈາລະນາ ແລະ ໃຫ້ທິດຊີ້ນໍາ.

   ໃຫ້ບັນດາຂະແໜງການທີ່ຢູ່ໃນເອກະສານຊ້ອນທ້າຍ 01 ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ມາດຕາ 3. ຜົນບັງຄັບໃຊ້

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
ຮອງຫົວໜ້າ ຄອຄສ, ຜູ້ປະຈໍາການ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ເລກທີ 002/ຄອຄສ, ລົງວັນທີ 02 ກໍລະກົດ 2020, ວ່າດ້ວຍ ການຮັບຮອງເອົານິຕິກໍາ ແລະ ແຜນການສ້າງ, ປັບປຸງນິຕິກໍາ ກ່ຽວກັບການອອກອະນຸຍາດ, ຢັ້ງຢືນນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ (ເອກະສານຊ້ອນທ້າຍ 01) ຂອງຄໍາສັ່ງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.