ສາລະບານ

ໝວດທີ I - ຫລັກການທົ່ວໄປ

ມາດຕາ 1. ວັດຖຸປະສົງຂອງຂໍ້ກຳນົດ
ມາດຕາ 2. ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ
ມາດຕາ 3. ພື້ນຖານລະບຽບການຂອງການດຳເນີນທຸລະກິດ

ໝວດທີ II - ເງື່ອນໄຂ ແລະ ການຈັດຕັ້ງທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ

ມາດຕາ 4. ເງື່ອນໄຂຂອງການດຳເນີນທຸລະກິດ
ມາດຕາ 5. ການຈັດຕັ້ງກຸ່ມ
ມາດຕາ 6. ສະມາຊິກຂອງກຸ່ມ

ໝວດທີ III - ລະບຽບການສົ່ງອອກ ແລະ ນຳເຂົ້າສິນຄ້າຊາຍແດນ

ມາດຕາ 7. ລະບຽບການທົ່ວໄປ
ມາດຕາ 8. ຈຸດຊາຍແດນ
ມາດຕາ 9. ເຂດຊາຍແດນຫ່າງໄກສອກຫລີກ
ມາດຕາ 10. ຜະລິດຕະພັນ, ສິນຄ້າຊາຍແດນສົ່ງອອກ
ມາດຕາ 11. ຜະລິດຕະພັນ, ສິນຄ້າຊາຍແດນນຳເຂົ້າ
ມາດຕາ 12. ແຜນດຸ່ນດ່ຽງສິນຄ້າຊາຍແດນ
ມາດຕາ 13. ຂັ້ນຕອນການສົ່ງອອກ ແລະ ນຳເຂົ້າສິນຄ້າຕາມຊາຍແດນ

ໝວດທີ IV - ມາດຕະການຕໍ່ຜູ້ລະເມີດ ແລະ ການຈັດຕັ້ງປະຕິບັດ

ມາດຕາ 14. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ການປ່ຽນແທນຂໍ້ກຳນົດເກົ່າ
ມາດຕາ 17. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການຄ້າ      ເລກທີ 0948/ກຄ.ຕປທ
ວຽງຈັນ, ວັນທີ 13/8/2001

ຂໍ້ກຳນົດ
ວ່າດ້ວຍທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ

  • ອີງຕາມລະບຽບ, ກົດໝາຍຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ;
  • ອີງຕາມດຳລັດເລກທີ 24/ນຍ, ລົງວັນທີ 24/03/99 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຄ້າ.

ລັດຖະມົນຕີວ່າການກະຊວງການຄ້າອອກຂໍ້ກຳນົດ:

ໝວດທີ I
ຫລັກການທົ່ວໄປ

ມາດຕາ 1. ວັດຖຸປະສົງຂອງຂໍ້ກໍານົດ
   ຂໍ້ກໍານົດສະບັບນີ້ວາງອອກ ເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ແລະ ຄຸ້ມຄອງການຄ້າຂາຍຕາມຊາຍແດນໃຫ້ເຄື່ອນໄຫວຢ່າງມີການຈັດຕັ້ງ, ສອດຄ່ອງກັບ ແຜນການພັດທະນາເສດຖະກິດການຄ້າ, ລະບຽບ, ກົດໝາຍຕ່າງໆ ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສ້າງວຽກເຮັດງານທຳ ແລະ ລາຍໄດ້, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊາຍແດນຫ່າງໄກສອກຫລີກໃຫ້ນັບມື້ນັບດີຂຶ້ນ. ຂ້າງເທິງ

ມາດຕາ 2. ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ
   ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນແມ່ນທຸລະກິດຜະລິດ ແລະ ເກັບຊື້ສິນຄ້າ ເພື່ອສົ່ງອອກຂະໜາດນ້ອຍຕາມຈຸດຊາຍແດນຂອງປະຊາຊົນ, ຫົວໜ່ວຍ ເສດຖະກິດຄອບຄົວ ແລະ ທຸລະກິດຮ່ວມມືຜະລິດສິນຄ້າຊາຍແດນ.
   ທຸລະກິດຮ່ວມມື້ຜະລິດສິນຄ້າຊາຍແດນແມ່ນການຜະລິດຂະໜາດນ້ອຍຢູ່ຊາຍແດນເບື້ອງລາວ (ໃນຖານະຜູ້ສົ່ງອອກ) ໂດຍຮ່ວມມືກັບປະຊາຊົນ ຫລື ຫົວ ໜ່ວຍທຸລະກິດຂອງປະເທດໃກ້ຄຽງ (ໃນຖານະຜູ້ສະໜອງແນວພັນ ຫລື ວັດຖຸດິບ ທັງເປັນຜູ້ນຳເຂົ້າຜະລິດຕະພັນ, ສິນຄ້າຈາກການຜະລິດດັ່ງກ່າວ).
   ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນສາມາດນໍາເຂົ້າບາງປະເພດສິນຄ້າທີ່ຈໍາເປັນ ສໍາລັບແກ້ໄຂຊີວິດການເປັນຢູ່ ແລະ ການຜະລິດຕາມເງື່ອນໄຂທີ່ ບົ່ງໄວ້ໃນຂໍ້ກຳນົດສະບັບນີ້ເທົ່ານັ້ນ. ຂ້າງເທິງ

ມາດຕາ 3. ພື້ນຖານລະບຽບການຂອງການດຳເນີນທຸລະກິດ
   ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນຕ້ອງດໍາເນີນບົນພື້ນຖານ ການປະຕິບັດຢ່າງເຂັ້ມງວດຕາມລະບຽບການທີ່ໄດ້ບົ່ງໄວ້ ໃນຂໍ້ກໍານົດສະບັບນີ້ ແລະ ລະບຽບ, ກົດໝາຍອື່ນໆທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ໝວດທີ II
ເງື່ອນໄຂ ແລະ ການຈັດຕັ້ງທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ

ມາດຕາ 4. ເງື່ອນໄຂຂອງການດຳເນີນທຸລະກິດ
   ຜູ້ທີ່ສາມາດດໍາເນີນທຸລະກິດສົ່ງອອກສິນຄ້າຂະໜາດນ້ອຍ ແລະ ນໍາເຂົ້າບາງປະເທດສິນຄ້າ ຕາມຈຸດຊາຍແດນຈະຕ້ອງເຂົ້າເປັນສະມາຊິກຂອງກຸ່ມທຸລະກິດ ທີ່ເອີ້ນຫຍໍ້ວ່າ “ກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ”. ຂ້າງເທິງ

ມາດຕາ 5. ການຈັດຕັ້ງກຸ່ມ
   ກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນແມ່ນການຈັດຕັ້ງໜຶ່ງຂອງຜູ້ຜະລິດ ແລະ ຜູ້ເກັບຊື້ສິນຄ້າ ເພື່ອສົ່ງອອກຂະໜາດນ້ອຍຕາມຈຸດຊາຍແດນລາວກັບ ປະເທດໃກ້ຄຽງ ກຸ່ມທຸລະກິດດັ່ງກ່າວຈະຕ້ອງສ້າງຕັ້ງ ແລະ ເຄື່ອນໄຫວຕາມເງື່ອນໄຂ ແລະ ລະບຽບການຂອງຂໍ້ກຳນົດ ເລກທີ 0834/ກຄ.ພນ, ລົງວັນທີ 13/7/2001 ວ່າດ້ວຍສະມາຄົມ ຫລື ກຸ່ມທຸລະກິດການຄ້າ. ຂ້າງເທິງ

ມາດຕາ 6. ສະມາຊິກຂອງກຸ່ມ
   ສະມາຊິກຂອງກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ ອາດຈະປະກອບດ້ວຍສອງລັກສະນະຄື: ສະມາຊິກທີ່ມີພື້ນຖານການຜະລິດໃດໜຶ່ງ ເປັນຂອງຕົນເອງ ແລະ ສະມາຊິກທີ່ບໍ່ມີພື້ນຖານການຜະລິດເປັນຕົນເອງ, ໃນນີ້:

  • ສະມາຊິກທີ່ມີພື້ນຖານການຜະລິດເປັນຂອງຕົນເອງ ອາດຈະມີທະບຽນວິສາຫະກິດກ່ຽວກັບທຸລະກິດຈຳໜ່າຍສິນຄ້າພາຍໃນ ຫລື ບໍ່ກໍໄດ້, ໃນກໍລະນີບໍ່ມີທະບຽນ ວິສາຫະກິດດັ່ງກ່າວ ກ່ອນຈະສະໝັກເປັນສະມາຊິກຂອງກຸ່ມ ຜູ້ກ່ຽວຕ້ອງແຈ້ງໃຫ້ຫ້ອງການ ການຄ້າເມືອງຊາບ ແລະ ຕົກລົງກ່ອນ.
  • ສະມາຊິກທີ່ບໍ່ມີພື້ນຖານການຜະລິດເປັນຂອງຕົນເອງຈະຕ້ອງມີທະບຽນວິສາຫະກິດກ່ຽວກັບທຸລະກິດຈຳໜ່າຍສິນຄ້າພາຍໃນ.

   ຜະລິດຕະພັນ, ສິນຄ້າທີ່ສະມາຊິກສົ່ງອອກ ອາດຈະໄດ້ມາຈາກການຜະລິດຂອງຕົນເອງ ຫລື ເກັບຊື້ຈາກແຫລ່ງຜະລິດຕ່າງໆ ຫລື ຈາກຕະຫລາດພາຍໃນກໍໄດ້. ຂ້າງເທິງ

ໝວດທີ III
ລະບຽບການສົ່ງອອກ ແລະ ນຳເຂົ້າສິນຄ້າຊາຍແດນ

ມາດຕາ 7. ລະບຽບການທົ່ວໄປ
   ຜະລິດຕະພັນ, ສິນຄ້າທີ່ສົ່ງອອກ ແລະ ນໍາເຂົ້າຕາມຊາຍແດນຕ້ອງຜ່ານ “ຈຸດຊາຍແດນ” ທີ່ໄດ້ຮັບອະນຸຍາດ ຈາກອຳນາດການປົກຄອງທ້ອງຖິ່ນແຂວງ, ນະຄອນຫລວງ ແລະ ເຂດພິເສດ ແລະ ຕ້ອງເສັຍພາສີ, ອາກອນ ຕາມລະບຽບການທີ່ກ່ຽວຂ້ອງຂອງຂະແໜງການເງິນ, ເວັ້ນເສັຍແຕ່ຈຸດຊາຍແດນທີ່ຖືກກຳນົດ ໃຫ້ເປັນເຂດຢ່າງໃດຢ່າງໜຶ່ງເຊັ່ນ: ຕະຫລາດຊາຍແດນຊຶ່ງມີລະບຽບການກຳນົດໄວ້ເປັນຢ່າງອື່ນ.
   ການນໍາເຂົ້າ ຫລື ສົ່ງອອກສິນຄ້າຊາຍແດນຜ່ານດ່ານລະດັບປະເທດແມ່ນເກືອດຫ້າມ, ໃນກໍລະນີຫາກເປັນເຄື່ອງຂອງຕິດຕົວຕ້ອງປະຕິບັດບົດບັນຍັດຂອງ ກົດໝາຍພາສີ.
   ທຸກປະເພດຜະລິດຕະພັນ, ສິນຄ້າຊາຍແດນທີ່ນໍາເຂົ້າມາແມ່ນແນໃສ່ຮັບໃຊ້ການຜະລິດພາຍໃນ ແລະ ແກ້ໄຂຊີວິດການເປັນຢູ່ອັນຈໍາເປັນເທົ່ານັ້ນຊຶ່ງຈະ ໄດ້ມີການກຳນົດລາຍການສິນຄ້າຈາກກະຊວງການຄ້າ. ຂ້າງເທິງ

ມາດຕາ 8. ຈຸດຊາຍແດນ
    ຈຸດຊາຍແດນປະກອບດ້ວຍ 2 ປະເພດຄື: ຈຸດຊາຍແດນທີ່ຕັ້ງຢູ່ໃນເຂດຫ່າງໄກສອກຫລີກ ແລະ ຈຸດຊາຍແດນທີ່ບໍ່ຕັ້ງຢູ່ໃນເຂດຫ່າງໄກສອກຫລີກ, ໃນນີ້:

  • ບັນດາສະມາຊິກຂອງກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງຕົນໃນຈຸດຊາຍແດນທີ່ຕັ້ງຢູ່ເຂດຫ່າງໄກສອກ ຫລີກສາມາດສົ່ງອອກ ແລະ ນຳເຂົ້າສິນຄ້າຮັບໃຊ້ການຜະລິດ ແລະ ຮັບໃຊ້ຊີວິດການເປັນຢູ່ອັນຈຳເປັນຂອງຕົນຕາມລາຍການທີ່ອະນຸຍາດໃຫ້ໃນແຕ່ລະ ໄລຍະ.
  • ບັນດາສະມາຊິກຂອງກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງຕົນ ໃນຈຸດຊາຍແດນທີ່ບໍ່ຕັ້ງຢູ່ຫ່າງໄກສອກຫລີກ ສາມາດສົ່ງຜະລິດຕະພັນ, ສິນຄ້າ ແລະ ນຳເຂົ້າສິນຄ້າຮັບໃຊ້ການຜະລິດຂອງຕົນ, ສ່ວນປະເພດສິນຄ້າຮັບໃຊ້ຊີວິດການເປັນຢູ່ທົ່ວໄປຕ້ອງຊື້ຢູ່ຕະຫລາດ ພາຍໃນເທົ່ານັ້ນ. ຂ້າງເທິງ

ມາດຕາ 9. ເຂດຊາຍແດນຫ່າງໄກສອກຫລີກ
   ເຂດຊາຍແດນຫ່າງໄກສອກຫລີກຈະຕ້ອງແມ່ນເຂດທີ່ປະກອບຄົບຕາມສອງເງື່ອນໄຂລຸ່ມນີ້:

  • ຈະຕ້ອງເປັນເຂດທີ່ເຂົ້າສູ່ຕະຫລາດພາຍໃນບໍ່ໄດ້ ຫລື ໄດ້ຍາກ ອັນເນື່ອງມາຈາກຄວາມຫ່າງໄກ, ທຸລະກັນດານດັ່ງນີ້ເປັນຕົ້ນຄຳວ່າ “ຕະຫລາດ” ໃນທີ່ນີ້ລວມ ຄວາມໝາຍໄປເຖິງຕາໜ່າງຮ້ານຄ້າຂາຍຍ່ອຍລະດັບຕ່າງໆທີ່ບໍລິການສິນຄ້າຢູ່ແຕ່ລະບ່ອນ.
  • ເປັນເຂດທີ່ຫົວໜ່ວຍທຸລະກິດພາຍໃນບໍ່ສາມາດສະໜອງສິນຄ້າໃຫ້ໄດ້ ຫລື ຕອບສະໜອງໄດ້ພຽງແຕ່ເລັກໜ້ອຍຊຶ່ງບໍ່ສາມາດແກ້ໄຂຄວາມຂາດເຂີນອັນເປັນ ພື້ນຖານຂອງທ້ອງຖິ່ນນັ້ນໄດ້ເທື່ອ.

   ການກໍານົດລະອຽດກ່ຽວກັບເຂດຊາຍແດນຫ່າງໄກສອກຫລີກ, ມອບໃຫ້ພະແນກການຄ້າແຂວງ, ນະຄອນຫລວງ ແລະ ເຂດພິເສດເປັນເຈົ້າການປະສານກັບ ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງພິຈາລະນາແລ້ວລາຍງານໃຫ້ກະຊວງຊາບ ແລະ ຕິດຕາມ, ຊີ້ນຳໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 10. ຜະລິດຕະພັນ, ສິນຄ້າຊາຍແດນສົ່ງອອກ
   ຜະລິດຕະພັນ, ສິນຄ້າຊາຍແດນສົ່ງອອກປະກອບດ້ວຍທຸລະກິດປະເພດສິນຄ້າ, ເວັ້ນເສັຍແຕ່ປະເພດສິນຄ້າທີ່ເກືອດຫ້າມ ຫລື ກໍານົດເງື່ອນໄຂການຄວບຄຸມ ການສົ່ງອອກໄວ້ເປັນຢ່າງອື່ນ. ຂ້າງເທິງ

ມາດຕາ 11. ຜະລິດຕະພັນ, ສິນຄ້າຊາຍແດນນຳເຂົ້າ
   ປະເພດຜະລິດຕະພັນ, ສິນຄ້າຊາຍແດນທີ່ຈະນໍາເຂົ້າໄດ້ກໍຕໍ່ເມື່ອ:

  • ສອດຄ່ອງກັບເງື່ອນໄຂທີ່ໄດ້ບົ່ງໄວ້ໃນມາດຕາ 08 ຂອງຂໍ້ກໍານົດສະບັບນີ້.
  • ສອດຄ່ອງກັບປະເພດຜະລິດຕະພັນ, ສິນຄ້າທີ່ກຳນົດໃຫ້ນຳເຂົ້າໄດ້ສະເພາະໃນແຕ່ລະຈຸດຊາຍແດນ. ມອບໃຫ້ພະແນກການຄ້າແຂວງ, ນະຄອນຫລວງ ແລະ ເຂດພິເສດປະສານກັບອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອກຳນົດລາຍລະອຽດກ່ຽວກັບປະເພດສິນຄ້າດັ່ງກ່າວໃນແຕ່ລະໄລຍະນອນຢູ່ ໃນຂອບເຂດມູນຄ່າຂອງແຜນດຸ່ນດ່ຽງສິນຄ້າທີ່ໄດ້ອະນຸຍາດ ໃຫ້ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນໃນແຕ່ລະປີ.
  • ສອດຄ່ອງກັບບັນຊີລາຍການສິນຄ້າລວມທີ່ກະຊວງການຄ້າອະນຸຍາດ ໃຫ້ທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນນຳເຂົ້າ. ມອບໃຫ້ກົມການຄ້າຕ່າງປະເທດ ຄົ້ນຄວ້າບັນຊີສິນຄ້າດັ່ງກ່າວ. ຂ້າງເທິງ

ມາດຕາ 12. ແຜນດຸ່ນດ່ຽງສິນຄ້າຊາຍແດນ
   ການມອບແຜນດຸ່ນດ່ຽງສິນຄ້າຊາຍແດນໃຫ້ແຕ່ລະກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນແມ່ນມອບເປັນມູນຄ່າລວມ ເພື່ອນໍາເຂົ້າໃນແຕ່ລະປີໂດຍບໍ່ ກຳນົດມູນຄ່າສົ່ງອອກ, ແຕ່ການນຳເຂົ້າຕົວຈິງຈະຕ້ອງປະຕິບັດຢ່າງເຂັ້ມງວດຕາມເງື່ອນໄຂລຸ່ມນີ້:

  • ເງື່ອນໄຂຕາມທີ່ໄດ້ບົ່ງໄວ້ໃນມາດຕາ 08 ແລະ ມາດຕາ 11 ຂອງຂໍ້ກໍານົດສະບັບນີ້.
  • ມູນຄ່ານຳເຂົ້າສຳລັບຮັບໃຊ້ຊີວິດການເປັນຢູ່ອັນຈຳເປັນຕ້ອງບໍ່ເກີນມູນຄ່າສົ່ງອອກ, ເມື່ອສະຫລຸບທ້າຍບັນຊີທ້າຍປີ (ປີການບັນຊີວິສາຫະກິດ).

   ສໍາລັບການນໍາເຂົ້າບາງປະເພດສິນຄ້າຮັບໃຊ້ການຜະລິດເຊັ່ນ: ວັດຖຸດິບ ຫລື ແນວພັນ, ບໍ່ຈໍາເປັນຈະຕ້ອງໄລ່ລຽງກັບສັດສ່ວນມູນຄ່າສົ່ງອອກກໍໄດ້. ໃນກໍລະນີຈຳເປັນໃຫ້ສາມາດນຳເຂົ້າມາ ແຕ່ຕ້ອງຂໍອະນຸຍາດນຳເຂົ້າຈາກຫ້ອງການການຄ້າເມືອງກ່ອນ.
   ມູນຄ່ານໍາເຂົ້າກໍານົດໃນແຜນດຸ່ນດ່ຽງສິນຄ້າຊາຍແດນ ທີ່ມອບໃຫ້ແຕ່ລະກຸ່ມທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນ ຕ້ອງນອນໃນຂອບເຂດແຜນດຸ່ນດ່ຽງ ສິນຄ້າລວມທີ່ກະຊວງການຄ້າໄດ້ມອບໃຫ້ ແຕ່ລະທ້ອງຖິ່ນຈັດຕັ້ງປະຕິບັດໃນແຕ່ລະປີ, ເວັ້ນເສັຍແຕ່ບາງກໍລະນີທີ່ບົ່ງໄວ້ໃນມາດຕານີ້.
   ມອບໃຫ້ພະແນກການຄ້າແຂວງ, ນະຄອນຫລວງ ແລະ ເຂດພິເສດເປັນຜູ້ແບ່ງປັນ, ມອບແຜນດຸ່ນດ່ຽງສິນຄ້າຊາຍແດນ ແລະ ຊີ້ນໍາລວມຕໍ່ກຸ່ມທຸລະກິດສົ່ງອອກ ຂະໜາດນ້ອຍຊາຍແດນ ແລະ ຫ້ອງການການຄ້າເມືອງເປັນຜູ້ຄຸ້ມຄອງໂດຍກົງຕໍ່ການຈັດຕັ້ງປະຕິບັດແຜນດຸ່ນດ່ຽງ ແລະ ການເຄື່ອນໄຫວຂອງກຸ່ມດັ່ງກ່າວໃນຂອບ ເຂດທີ່ຕົນຮັບຜິດຊອບ. ຂ້າງເທິງ

ມາດຕາ 13. ຂັ້ນຕອນການສົ່ງອອກ ແລະ ນຳເຂົ້າສິນຄ້າຕາມຊາຍແດນ
   ການສົ່ງອອກ ແລະ ນໍາເຂົ້າສິນຄ້າຊາຍແດນຈະຕ້ອງປະຕິບັດຢູ່ບົນພື້ນຖານລະບຽບການ ແລະ ຂັ້ນຕອນທີ່ວ່ອງໄວ ແລະ ງ່າຍດາຍທີ່ສຸດ, ໃນນີ້:

  • ສຳລັບການສົ່ງອອກແມ່ນໃຫ້ນຳສິນຄ້າສົ່ງອອກໄປແຈ້ງໂດຍກົງຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ໃນຈຸດຊາຍແດນກ່ຽວກັບຈຳນວນ, ປະເພດ ແລະ ມູ່ນຄ່າຂອງສິນຄ້າ ເພື່ອເກັບກຳສະຖິຕິ ແລະ ກວດກາຄວາມຖືກຕ້ອງດ້ານອື່ນໆຂອງສິນຄ້າສົ່ງອອກຕາມທີ່ໄດ້ບົ່ງໄວ້ໃນຂໍ້ກຳນົດສະບັບນີ້.
  • ສຳລັບສິນຄ້ານຳເຂົ້າ, ກ່ອນການນຳເຂົ້າຈະຕ້ອງປະກອບເອກະສານນຳເຂົ້າທີ່ເອີ້ນວ່າ “ໃບຕິດຕາມສິນຄ້ານຳເຂົ້າຊາຍແດນ” ແລ້ວໄປແຈ້ງໂດຍກົງຕໍ່ເຈົ້າໜ້າ ທີ່ ທີ່ກ່ຽວຂ້ອງຢູ່ຈຸດຊາຍແດນ ເພື່ອເກັບກຳສະຖິຕິ ແລະ ຄຸ້ມຄອງການນຳເຂົ້າຕາມເງື່ອນໄຂທີ່ບົ່ງໄວ້ໃນມາດຕາ 11 ຂອງຂໍ້ກໍານົດສະບັບນີ້.

   ໃບຕິດຕາມສິນຄ້ານໍາເຂົ້າຊາຍແດນຈະຕ້ອງເປັນແບບຟອມທີ່ງ່າຍດາຍ. ມອບໃຫ້ກົມການຄ້າຕ່າງປະເທດເປັນຜູ້ຄົ້ນຄວ້າແບບຟອມລະອຽດ. ຂ້າງເທິງ

ໝວດທີ IV
ມາດຕະການຕໍ່ຜູ້ລະເມີດ ແລະ ການຈັດຕັ້ງປະຕິບັດ

ມາດຕາ 14. ມາດຕະການຕໍ່ຜູ້ລະເມີດ
   ທຸກການກະທໍາທີ່ເປັນການລະເມີດຕໍ່ຂໍ້ກໍານົດສະບັບນີ້, ນອກຈາກຈະຖືກຫ້າມບໍ່ໃຫ້ເຄື່ອນໄຫວທຸລະກິດສົ່ງອອກຂະໜາດນ້ອຍຊາຍແດນແລ້ວ ຍັງຈະຖືກດໍາ ເນີນຄະດີຕາມສະຖານະການກະທຳຜິດຕາມກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 15. ການຈັດຕັ້ງປະຕິບັດ
   ມອບໃຫ້ກົມການຄ້າຕ່າງປະເທດເປັນເຈົ້າການປະສານກັບກົມ, ພະແນກການຄ້າ, ຫ້ອງການການຄ້າ ແລະ ພາກສ່ວນໆທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ຂໍ້ກຳນົດສະບັບນີ້ໃຫ້ມີປະສິດທິຜົນ. ຂ້າງເທິງ

ມາດຕາ 16. ການປ່ຽນແທນຂໍ້ກຳນົດເກົ່າ
   ຂໍ້ກໍານົດສະບັບນີ້ປ່ຽນແທນຂໍ້ກໍານົດ (ຊົ່ວຄາວ) ເລກທີ 465/ກຄທ, ລົງວັນທີ 8/12/1993 ວ່າດ້ວຍທຸລະກິດການຄ້າຊາຍແດນ. ຂ້າງເທິງ

ມາດຕາ 17. ຜົນສັກສິດ
   ຂໍ້ກໍານົດສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ເຊັນ ແລະ ປະທັບຕາ
ລັດຖະມົນຕີວ່າການກະຊວງການຄ້າ
ພູມີ ທິບພະວອນ

 

# ຫົວຂໍ້ ດາວໂຫຼດ
1 Provision on Small Export Business at Borders No.0948/MOIC.FTD PDF
2 ຂໍ້ກຳນົດ ວ່າດ້ວຍ ທຸລະກິດສົ່ງອອກ ຂະໜາດນ້ອຍ ຊາຍແດນ ເລກທີ 0948/ກຄ.ຕປທ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.