ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ         ເລກທີ 03220/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 15 ກໍລະກົດ 2020

ແຈ້ງການ

ເຖິງ:  ຫົວໜ້າກອງຄຸ້ມຄອງພາສີ I-VII

   ຫົວໜ້າດ່ານພາສີສາກົນໃນຂອບເຂດທົ່ວປະເທດ.

ເລື່ອງ:  ແນະນຳກ່ຽວກັບການຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 749/ຫສນຍ, ລົງວັນທີ 30/04/2019.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20/12/2011;
  • ອີງຕາມ ແຈ້ງການຂອງຫ້ອງການສຳນັກງານນາຍົກ ສະບັບເລກທີ 749/ຫສນຍ, ລົງວັນທີ 30/04/2019;
  • ອີງຕາມ ແຈ້ງການຂອງຫ້ອງການສຳນັກງານນາຍົກ ສະບັບເລກທີ 1783/ຫສນຍ, ລົງວັນທີ 08/10/2019;
  • ອີງຕາມ ທິດຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ກະຊວງການເງິນ ຄັ້ງວັນທີ 11/03/2020;
  • ອີງຕາມບົດບັນທຶກປຶກສາຫາລື ກ່ຽວກັບການນຳເຂົ້າ ເສດປລາສະຕິກ ຄັ້ງວັນທີ 07/07/2020.

ກົມພາສີອອກແຈ້ງການ:

  1. ກົມພາສີແຈ້ງມາຍັງໃຫ້ຫົວໜ້າກອງຄຸ້ມຄອງພາສີ I - VII ແລະ ຫົວໜ້າດ່ານພາສີສາກົນໃນຂອບເຂດທົ່ວປະເທດຊາບວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 749/ຫສນຍ, ລົງວັນທີ 30/04/2019 ສຳລັບກິດຈະການຢາສູບ ແມ່ນບໍ່ເຫັນດີໃຫ້ການສະໜັບສະໜູນດ້ານນະໂຍບາຍພາສີ, ໃຫ້ບໍລິສັດປະຕິບັດຕາມກົດໝາຍກ່ຽວຂ້ອງ ແລະ ສະບັບເລກທີ 1738/ຫສນຍ, ລົງວັນທີ 08/10/2019 ບໍ່ເຫັນດີໃຫ້ນະໂຍບາຍ ການນຳເຂົ້າເສດຂີ້ເຫຍື້ອດັ່ງກ່າວ ຂອງບໍລິສັດ ລາວ-ຈີນ ກິດຈະການຢາງ ຈຳກັດຜູ້ດຽວ, ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຫ້າມ ການນຳເສດຂີ້ເຫຍື້ອຈາກຕ່າງປະເທດ ໃນຮູບການນຳເຂົ້າໂດຍການເສຍພາສີ-ອາກອນ ຕາມກົດໝາຍ ຫຼື ຂໍນຳເຂົ້າໂດຍການຂໍນະໂຍບາຍດ້ານພາສີ-ອາກອນ ແລະ ທິດຊີ້ນຳຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຄັ້ງວັນທີ 11/03/2020 “ເຫັນດີໃຫ້ປະຕິບັດຕາມແຈ້ງການ ຫສນຍ ໃຫ້ເສຍພາສີ-ອາກອນຕາມກົດໝາຍ”
  2. ໃນໄລຍະລໍຖ້າກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການຜັນຂະຫຍາຍແຈ້ງການ ສະບັບເລກທີ 1783/ຫສນຍ, ລົງວັນທີ 08/10/2019, ມອບຄວາມຮັບຜິດຊອບໃຫ້ບັນດາດ່ານພາສີສາກົນໃນຂອບເຂດທົ່ວປະເທດ ໃນການກວດກາ, ຄຸ້ມຄອງການນຳເຂົ້າໃບຢາສູບ, ຂີ້ເຫຍື້ອເກົ່າ(ເສດປລາສະຕິກ), ວັດຖຸປະກອບ, ເຄື່ອງຈັກ, ພາຫະນະ (ທີ່ລະບຸໃນແຜນຄວາມຕ້ອງການ ອ.3) ແມ່ນໃຫ້ຈັດຕັ້ງປະຕິບັດ ຕາມແຈ້ງການຂອງຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 749/ຫສນຍ, ລົງວັນທີ 30/04/2019 ຢ່າງເຂັ້ມງວດ ໂດຍຮັບການແຈ້ງເສຍພາສີ-ອາກອນນຳເຂົ້າ (IM4) ຕາມຈຳນວນທີ່ໄດ້ຮັບອະນຸຍາດຈາກຂະແໜງທີ່ກ່ຽວຂ້ອງ (ໃບອະນຸຍາດນຳເຂົ້າຊອງກົມອຸດສາຫະກຳ ແລະ ຫັດຖະກຳ ຢ່າງຖືກຕ້ອງ).
  3. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບບັນຫາ ຫຼື ຂໍ້ຫຍຸ້ງຍາກໃຫ້ລາຍງານກົມພາສີ (ພະແນກຄຸ້ມຄອງການຍົກເວັ້ນພາສີ ແລະ ງົດເກັບພາສີ) ເພື່ອມີວິທີການແກ້ໄຂຕາມລະບຽບການ;
  4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຫຼື ຈົນກວ່າຈະມີແຈ້ງການສະບັບໃໝ່ລົບລ້າງ.

   ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ

ພູເຂົາຄຳ ວັນນະວົງໄຊ

ນຳສົ່ງ:

  • ກອງຄຸ້ມຄອງພາສີ       01 ສະບັບ  “ເພື່ອຈັດຕັ້ງປະຕິບັດ”
  • ດ່ານພາສີສາກົນໃນຂອບເຂດທົ່ວປະເທດ     01 ສະບັບ  “ເພື່ອຈັດຕັ້ງປະຕິບັດ”
  • ສຳເນົາເກັບມ້ຽນ      01 ສະບັບ

 

# ຫົວຂໍ້ ດາວໂຫຼດ
1 A Notification No. 03220/DOC, dated 15 July 2020 in implementing Prime Minister’s Notification No. 749/PM, dated 30 April 2020. PDF
2 ແຈ້ງການ ເລກທີ 03220/ກພສ, ລົງວັນທີ 15 ກໍລະກົດ 2020 ເພື່ອແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 749/ຫສນຍ, ລົງວັນທີ 30/4/2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.