ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ        ເລກທີ 2273/ກພສ
ນະຄອນຫລວງວຽງຈັນ, ວັນທີ 7 ກັນຍາ 2009

ແຈ້ງການ

ເຖິງ: ຫົວໜ້າກົມພາສີປະຈໍາເຂດ, ຫົວໜ້າຫ້ອງການພາສີປະຈໍາແຂວງ ແລະ ບັນດາດ່ານພາສີຊາຍແດນທົ່ວປະເທດ.
ເລື່ອງ: ການກຳນົດມູນຄ່າແຈ້ງພາສີສຳລັບໄມ້ສົ່ງອອກເພື່ອເປັນພື້ນຖານຄິດໄລ່ຄ່າຊັກພິເສດຂາອອກ.

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.5.2005.
  • ອີງຕາມການແຈ້ງການຄະນະເລຂາທິການລັດຖະບານ ສະບັບເລກທີ 159/ຄລບ, ລົງວັນທີ 29.1.2008 ວ່າດ້ວຍການເກັບຄ່າຊັກພິເສດຂາອອກສິນຄ້າ ປະເພດໄມ້ທ່ອນ, ໄມ້ແປຮູບ ແລະ ໄມ້ເຄື່ອງເຮືອນເວລາສົ່ງອອກຜ່ານດ່ານພາສີໄປຕ່າງປະເທດ.
  • ອີງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 23/ນຍ, ລົງວັນທີ 24.2.2009 ວ່າດ້ວຍການອະນຸມັດໃຫ້ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ສົ່ງໄມ້ແປຮູບທີ່ເປັນໄມ້ຄຸ້ມຄອງ1, 2, 3 ແລະ ຕໍໄມ້ອອກຕ່າງປະເທດ.

   ເພື່ອຮັບປະກັນການຄຸ້ມຄອງການສົ່ງອອກສິນຄ້າ ປະເພດໄມ້ໃຫ້ມີຄວາມເປັນເອກະພາບໃນທົ່ວປະເທດ ໂດຍສະເພາະການຈັດເກັບຄ່າຊັກພິເສດຂາອອກ ໃຫ້ຖືກຕ້ອງສອດຄ່ອງກັບລະບຽບການ.

ກົມພາສີອອກແຈ້ງການຄື:

   ການກໍານົດມູນຄ່າແຈ້ງພາສີໄມ້ແປຮູບສົ່ງອອກ ໃຫ້ອີງໃສ່ຕາຕະລາງລາຄາໄມ້ທ່ອນສະໜາມ II ສົກປີ2007-2008 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ທີ່ລັດຖະບານໄດ້ຮັບຮອງເປັນພື້ນຖານ ໃນການຄິດໄລ່ ແລະ ຈັດເກັບຄ່າຊັກພິເສດໄມ້ສົ່ງອອກ.
   ໃນກໍລະນີມູນຄ່າໄມ້ແປຮູບສົ່ງອອກ ຫາກສູງກວ່າຕາຕະລາງໄມ້ທ່ອນສະໜາມ II ສົກປີ 2007-2008 ໃຫ້ປະຕິບັດຕາມມູນຄ່າສົ່ງອອກຕົວຈິງ, ຖ້າຫາກຕ່ຳກວ່າ ໃຫ້ປະຕິບັດຕາມຕາຕະລາງລາຄາໄມ້ທ່ອນເປັນພື້ນຖານຄິດໄລ່.

  1. ການເກັບຄ່າຊັກພິເສດໄມ້ທ່ອນສົ່ງອອກ ໃຫ້ຈັດເກັບຕາມອັດຕາທີ່ກຳນົດໄວ້ໃນມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 23/ປສລ, ລົງວັນທີ 18 ເມສາ 1990.
  2. ການເກັບຄ່າຊັກພິເສດໄມ່ທ່ອນສົ່ງອອກ ໃຫ້ຖືກຕ້ອງຕາມເງື່ອນໄຂທີ່ກຳນົດໄວ້ ໃນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ເລກທີ 23/ນຍ ໃຫ້ກຳນົດມູນຄ່າແຈ້ງພາ ສີຄືກັບການສົ່ງອອກໄມ້ແປຮູບ (ຂໍ້1ຂ້າງເທິງ), ຖ້າບໍ່ສອດຄ່ອງຕາມເງື່ອນໄຂ ໃຫ້ຈັດເກັບຕາມອັດຕາທີ່ກຳນົດໄວ້ ໃນມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 23/ປສລ.
  3. ການປ່ຽນແປງອັດຕາຈັດເກັບ ແລະ ມູນຄ່າໄມ້ສົ່ງອອກ ທີ່ຕ່ຳກວ່າຕາຕະລາງລາຄາໄມ້ທ່ອນ ສະໜາມ  II ສົກປີ 2007-2008 ມີພຽງລັດຖະບານເທົ່ານັ້ນ ມີສິດດັດແກ້.
  4. ມອບໃຫ້ຫົວຫນ້າພາສີປະຈຳເຂດ, ຫົວຫນ້າຫ້ອງການພາສີປະຈຳແຂວງ ແລະ ບັນດາດ່ານພາສີຊາຍແດນໃນທົ່ວປະເທດເອົາໃຈໃສ່ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ຢ່າງເຂັ້ມງວດ, ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບຄວາມຫຍຸ້ງຍາກໃຫ້ຂຸ້ນຂ້ຽວລາຍງານກົມພາສີ ເພື່ອມີທິດຊີ້ນຳ.
  5. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມພາສີ
ບຸນໂຈມ ອຸບົນປະເສີດ

ນຳສົ່ງ:

  • ລັດຖະມົນຕີກະຊວງການເງິນ         1 ສະບັບ “ເພື່ອລາຍງານ”
  • ກົມຄຸ້ມຄອງຊັບສິນລັດ              1 ສະບັບ “ເພື່ອຊາບ”
  • ກົມສ່ວຍສາອາກອນ                1 ສະບັບ “ເພື່ອຊາບ”
  • ກົມຄຸ້ມຄອງນຳເຂົ້າສົ່ງອອກ          1 ສະບັບ “ເພື່ອຊາບ”
  • ກົມການຄ້າພາຍໃນ                1 ສະບັບ “ເພື່ອຊາບ”
  • ກົມກວດກາປ່າໄມ້                 1 ສະບັບ “ເພື່ອຊາບ”
  • ຄະນະກົມພາສີ ທ່ານລະ            1 ສະບັບ “ເພື່ອຕິດຕາມຊີ້ນຳ”
  • ບັນດາພະແນກອ້ອມຂ້າງກົມພາສີ      1 ສະບັບ “ເພື່ອຕິດຕາມກວດກາ”
  • ເກັບມ້ຽນສຳເນົາ                  1 ສະບັບ    
# ຫົວຂໍ້ ດາວໂຫຼດ
1 Notification on definition of the custom declaration value of exporting logs for a basis for export duty calculation No. 2273/CD PDF
2 ແຈ້ງການ ກ່ຽວກັບ ການກຳນົດ ມູນຄ່າແຈ້ງພາສີ ສຳລັບ ໄມ້ສົ່ງອອກ ເພື່ອເປັນພື້ນຖານຄິດໄລ່ ຄ່າຊັກພິເສດ ຂາອອກ ເລກທີ 2273/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.