ໃນວັນທີ 17 ກໍລະກົດ 2020 ທີຜ່ານມາ, ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ແລະ ພາກທຸລະກິດຂື້ນຢູ່ທີ່ ໂຮງແຮມໂຊກບຸນມາ, ແຂວງບໍໍລິຄໍາໄຊ ໃຫ້ກຽດເປັນປະທານ ທ່ານ ໂພສອນ ທະລາພອນ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ທັງເປັນ ຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ມີຜູ້ເຂົ້າຮ່ວມຈາກຂະແໜງການກ່ຽວຂ້ອງ ແລະ ນັກທຸລະກິດພາຍໃນແຂວງ ລວມທັງໝົດ 45 ທ່ານ.

 

       ກອງປະຊຸມໄດ້ເຜີຍແຜ່ຄຳສັ່ງ ສະບັບເລກທີ 12/ນຍ ຂອງ ທ່ານນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ,​ ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ, ຂໍ້ຕົກລົງ ສະບັບເລກທີ 313/ຂບຊ, ລົງວັນທີ 19 ມີຖຸນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຂໍ້ຕົກລົງ ສະບັບເລກທີ 0007/ຄອຄຂ, ລົງວັນທີ 26 ມີຖຸນາ 2019 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະອຳນວຍຄວາມສະດວກທາງດ້ານການຄ້າ ແຂວງບໍລິຄຳໄຊ.

       ທ່ານ ໂພສອນ ທະລາພອນ ໄດ້ກ່າວວ່າ ວຽກອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ກາຍເປັນວຽກໜຶ່ງທີ່ມີຄວາມສໍາຄັນຫຼາຍ ທັງນີ້ກໍ່ເພື່ອຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງພາກທຸລະກິດພາຍໃນໃຫ້ສູງຂື້ນ ກໍຄືການແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກຂອງການດໍາເນີນທຸລະກິດການຄ້າ ຢູ່ພາຍໃນແຂວງໃຫ້ຫຼຸດລົງແບບກ້າວກະໂດດ.

       ທ່ານ ຍັງກ່າວຕື່ມວ່າ ທຸກຂະແໜງການຈົ່ງພ້ອມພຽງກັນຮິບຮ້ອນຄົ້ນຄວ້າແກ້ໄຂບັນຫາຕ່າງໆ ໃຫ້ທັນກັບສະພາບການຂະຫຍາຍຕົວຂອງເສດຖະກິດພາຍໃນແຂວງ ທີ່ພາກທຸລະກິດໄດ້ສະເໜີຂື້ນມາກ່ຽວກັບການເຄື່ອນຍ້າຍ, ນຳເຂົ້າ ແລະ ສົ່ງອອກ ຜະລິດຕະພັນເຂົ້າ, ຢາງພາລາ, ຜະລິດຕະພັນມັນຕົ້ນ, ຫີນກໍ່ສ້າງ ແລະ ອື່ນໆ.

       ທຸກຂະແໜງການກ່ຽວຂ້ອງເຫັນດີເປັນເອກະພາບ ຈະດໍາເນີນການຄົ້ນຄົ້ວາພິຈາລະນາ ແກ້ໄຂບັນຫາຂໍ້ຫຍຸ້ງ ຍາກຕ່າງໆ ທີ່ຍັງຄົງຄ້າງ ຫຼື ມີຜົນກະທົບທາງລົບຕໍ່ຜູ້ປະກອບການດໍາເນີນທຸລະກິດພາຍໃນແຂວງ ແລະ ພາກ ສ່ວນອື່ນໆ ໃຫ້ຄວາມຮ່ວມມືໃນການປະ ສານວຽກງານຕ່າງໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.