ໃນໄລຍະ 6 ເດືອນຕົ້ນປີ 2020 ຜ່ານມານີ້ໄດ້ມີີເຫດການທີ່ພົ້ນເດັ່ນຢູ່ສາກົນ ແລະ ພາກພື້ນ ທີ່ຍັງເປັນສິໍ່ງທ້າທາຍຕໍໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການແພ່ລະບາດຂອງພະຍາດ COVID-19 ທີ່ເຮັດໃຫ້ເສດຖະກິດແຫ່ງຊາດ ໃນປີ 2020 ອາດຂະຫຍາຍຕົວຕໍໍ່າສຸດໃນຮອບຫຼາຍທົດສະວັດຜ່ານມາ. ອີງຕາມການຄາດຄະເນ່ຂອງ ກອງທຶນການເງິນລະຫວ່າງປະເທດ (IMF) ເຊິ່ງໄດ້ປະເມີນວ່າ ເດືອນມິຖຸນາ ຈະມີຕົວເລກຄາດຄະເນເສດຖະກິດໂລກ ປີ 2020 ຫຼຸດລົງເປັນ -4,9%, ໃນນັ້ນ ປະເທດໄທ ແມ່ນ -7,7% ແລະ ສປ ຈີນ 1%. ສໍາລັບ ສປປ ລາວ, IMF ຄາດໄວ້ໃນເດືອນເມສາ ຢູ່ທີ່ລະດັບ 0,7% ແຕ່ກໍໍ່ມີຄວາມເປັນໄປໄດ້ສູງທີ່ຈະມີການປະເມີນຄືນໃໝ່ຫຼຸດລົງອີກ.

          ເຖິງຢ່າງໃດກໍ່ຕາມ, ພັກ ແລະ ລັດຖະບານໄດ້ມີຄວາມພະຍາຍາມໃນການສະກັດກັ້ນ ແລະ ຈໍາກັດການແພ່ລະບາດຂອງພະຍາດ COVID-19 ໂດຍໄດ້ກໍານົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນປີ 2020 ເຊິ່ງມີລາຍລະອຽດຂອງບາງນະໂຍບາຍ ເຊັ່ນ: ດ້ານການຄຸ້ມຄອງລາຄາ ແລະ ການຈໍລະຈອນສິນຄ້າ ທີ່ໄດ້ມີການຄຸ້ມຄອງລາຄາສິນຄ້າ ໂດຍສະເພາະສິນຄ້າອຸປະໂພກທີ່ຜະລິດຢູ່ພາຍໃນປະເທດ ໃຫ້ຢູ່ໃນລະດັບປົກກະຕິ, ເຮັດໃຫ້ລາຄາບໍ່ມີການເໜັງຕີງຫຼາຍ. ສ່ວນບັນຫາການຈໍລະຈອນສິນຄ້າລະຫວ່າງແຂວງຕໍ່ແຂວງຢູ່ພາຍໃນປະເທດ ແລະ ກັບປະເທດເພື່ອນບ້ານ ກໍ່ໄດ້ມີມາດຕະການແກ້ໄຂ ໃຫ້ຄວາມໂລ່ງລ່ຽນຂື້ນ.

          ດັ່ງນັ້ນ, ການເຕີບໂຕຂອງເສດຖະກິດແຕ່ປະຈຸບັນນີ້ເຖິງທ້າຍປີ ຄາດວ່າຍັງບອບບາງ ແລະ ມີຄວາມສ່ຽງສູງທີ່ອາດຈະຫຼຸດລົງຈາກລະດັບທີ່ຄາດການໄວ້ເບື້ອງຕົ້ນ ເຊັ່ນ: ມູນຄ່າສົ່ງອອກ 6 ເດືອນ (ບໍ່ລວມຄ່າໄຟຟ້າ) ຍັງຢູ່ໃນລະດັບຕໍ່າ ມີປະມານ 2.600 ລ້ານໂດລາ ຫຼຸດລົງ -5,1% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (2.800 ລ້ານໂດລາ). ສິນຄ້າປະເພດເຄື່ອງນຸ່ງຫົ່ມ, ມັນຕົ້ນ, ກ້ວຍ, ກາເຟ, ເຍື້ອໄມ້, ເຈ້ຍ ແລະ ຊີ້ນສ່ວນເຄື່ອງເອເລັກໂທນິກ ຄາດວ່າໄດ້ຮັບຜົນກະທົບຫຼາຍສຸດ ຍ້ອນເສດຖະກິດຂອງຕະຫຼາດສົ່ງອອກ ເຊັ່ນ: ໄທ, ຈີນ, ຫວຽດນາມ ຂະຫຍາຍຕົວຊ້າ ຫຼື ຫຼຸດລົງ.

 

ສາລະບານ

ຄໍາເຫັນຂອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ...............................................................i

1. ສະພາບສາກົນ ແລະ ພາກພືົ້ນທີໍ່ພົ້ນເດັໍ່ນ ແລະ ຄວາມສ່ຽງຕໍໍ່ເສດຖະກິດຂອງ ສປປ ລາວ ......................1

2. ສະພາບລວມຂອງເສດຖະກິດມະຫາພາກໃນ ສປປ ລາວ ...............................................................4

2.1 ນະໂຍບາຍ ແລະ ມາດຕະການຟືົ້ນຟູເສດຖະກິດ ໃນໄລຍະ COVID-19 ..........................................4

2.2 ຄວາມຄືບໜ້າການຟືົ້ນຕົວຂອງເສດຖະກິດ ............................................................................5

2.3 ຄວາມບອບບາງ ແລະ ສິ່ງທ້າທາຍ.........................................................................................7

3. ມາດຕະການທີ່ຄວນເອົາໃຈໃສ່ ..............................................................................................8

3.1 ສືບຕໍໍ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຜູ້ໃຊ້ແຮງງານ .................................................8

3.2 ຟືົ້ນຟູການຜະລິດ-ທຸລະກິດ ................................................................................................8

3.3 ເອົາໃຈໃສ່ບັນຫາສະຖຽນລະພາບເສດຖະກິດມະຫາພາກ ............................................................9

 

ບົດປະເມີນສະພາບເສດຖະກິດມະຫາພາກຂອງ ສປປ ລາວ 6 ເດືອນຕົ້ນປີ 2020 ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.