ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ຫ້ອງການກະຊວງ              ເລກທີ 1556/ຫກ.ກງ
ນະຄອນຫລວງວຽງຈັນ, ວັນທີ 08 ກໍລະກົດ 2009

ແຈ້ງການ

ເຖິງ: ບັນດາທ່ານຜູ້ອໍານວຍການບໍລິສັດນໍ້າມັນເຊື້ອໄຟ ແລະ ໂຄງການຕ່າງໆ.
ເລື່ອງ: ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງນໍ້າມັນຍົກເວັ້ນທີ່ນໍາເຂົ້າມາຮັບໃຊ້ໂຄງການຕ່າງໆໃນທົ່ວປະເທດ.

  • ອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20.5.2005.
  • ອີງຕາມບົດແນະນຳຂອງລັດຖະມົນຕີ ວ່າການກະຊວງການເງິນ ສະບັບເລກທີ 491/ກງ, ລົງວັນທີ 12.3.2009.
  • ອີງຕາມແຈ້ງການຂອງກົມພາສີ ສະບັບເລກທີ 1539/ກພສ, ລົງວັນທີ 8.6.2009 ວ່າດ້ວຍການຮັບຮອງເອົາເປັນສາງນ້ຳມັນພິເສດ ແລະ ລະບຽບການ ຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟຍົກເວັ້ນພາສີ, ຊ່ວຍເຫຼືອລ້າ ຫຼື ກູ້ຢືມຂອງບັນດາໂຄງການຕ່າງໆ.

   ເພື່ອຮັບປະກັນການຄຸ້ມຄອງນໍ້າມັນຍົກເວັ້ນ ທີ່ນໍາເຂົ້າມາຮັບໃຊ້ໂຄງການຕ່າງໆ ຕາມການອະນຸຍາດຂອງລັດຖະບານ ນໍາໃຊ້ໃຫ້ຖືກເປົ້າໝາຍ ແລະ ເພີ່ມມາດຕະການໃຫ້ການຄຸ້ມຄອງ ແນໃສ່ຈຳກັດບັນດາຊ່ອງວ່າງທີ່ອາດຈະພາໃຫ້ມີການສວຍໃຊ້ນ້ຳມັນຍົກເວັ້ນລັກລອບຈຳໜ່າຍຂາຍພາຍໃນ.

   ກະຊວງການເງິນຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານຜູ້ອໍານວຍການບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟ ແລະ ໂຄງການຕ່າງໆທີ່ໄດ້ຮັບນະໂຍບາຍ ຍົກເວັ້ນຄ່າພາສີ-ອາກອນ ສຳລັບນ້ຳມັນເຊື້ອໄຟນຳເຂົ້າມາຮັບໃຊ້ໂຄງການຊາບຢ່າງທົ່ວເຖິງກັນວ່າ:

  1. ເລີ່ມແຕ່ວັນທີ 15.7.2009 ເປັນຕົ້ນໄປການນໍາເຂົ້ານໍ້າມັນຍົກເວັ້ນ ເພື່ອມາຮັບໃຊ້ໂຄງການຕ່າງໆໃນທົ່ວປະເທດຕ້ອງໄດ້ໃສ່ສານສີຕາມທາງການໄດ້ກໍານົດໄວ້ ຄື: ນ້ຳມັນກາຊວນເປັນສີຟ້າ ແລະ 
  2. ນ້ຳມັນແອັດຊັງທຸກຊະນິດເປັນສີມ້ວງ. ການໃສ່ສານສີນ້ຳມັນຍົກເວັ້ນແມ່ນກຳນົດເປັນຫລັກການດັ່ງນີ້ຄື:
  • ການນໍາເຂົ້າຜ່ານດ່ານຂົວມິດຕະພາບ I, ນະຄອນຫລວງວຽງຈັນ, ຕ້ອງໄດ້ເກັບມ້ຽນຢູ່ສາງນ້ຳມັນພິເສດ ແລະ ປະສົມສານສີໃສ່ນ້ຳມັນ ກ່ອນຈະຈ່າຍໃຫ້ແກ່ ໂຄງການ. ໃນກໍລະນີບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ຫາກມີສັນຍາກັບໂຄງການ ແລະ ໄດ້ຮັບອະນຸຍາດຈາກລັດຖະການພາສີທຳການຂົນສົ່ງນ້ຳມັນຍົກເວັ້ນ ຈາກດ່ານພາສີບ່ອນນຳເຂົ້າໄປຫາໂຄງການກໍ່ສ້າງ ໂດຍບໍ່ເກັບມ້ຽນຢູ່ສາງນ້ຳມັນພິເສດ, ນ້ຳມັນຍົກເວັ້ນດັ່ງກ່າວຕ້ອງໄດ້ໃສ່ສານສີກ່ອນການນຳເຂົ້າ.
  • ການນໍາເຂົ້າຜ່ານດ່ານພາສີຢູ່ແຂວງອື່ນໆ ທີ່ບໍ່ມີການສ້າງຕັ້ງສາງນໍ້າມັນພິເສດ, ແມ່ນໃຫ້ປະສົມສານສີໃສ່ນ້ຳມັນຍົກເວັ້ນ ທີ່ສາງເກັບມ້ຽນຂອງບໍລິສັດ. ໃນກໍລະນີຫາກມີການຂົນສົ່ງນ້ຳມັນຍົກເວັ້ນ ຈາກດ່ານພາສີບ່ອນນຳເຂົ້າ ໄປຫາໂຄງການກໍ່ສ້າງໂດຍກົງ ຕ້ອງໄດ້ໃສ່ສານສີກ່ອນການນຳເຂົ້າ.
  1. ປະຈຸບັນບໍລິສັດອິນຊີໂລຈິສຕິກຈໍາກັດ ໄດ້ສ້າງຕັ້ງສາງນໍ້າມັນພິເສດ ທີ່ນະຄອນຫລວງວຽງຈັນ ເພື່ອບໍລິການສາງເກັບມ້ຽນນ້ຳມັນຍົກເວັ້ນ, ແຕ່ບໍ່ໝາຍວ່າ ຈຳກັດພຽງຜູ້ດຽວ, ໃນກໍລະນີຫາກມີນິຕິບຸກຄົນອື່ນຂໍອະນຸຍາດລົງທຶນສ້າງຕັ້ງ ຈາກຂະແໜງການກ່ຽວຂ້ອງຢ່າງຖືກຕ້ອງ ກະຊວງການເງິນ ຈະຄົ້ນຄ້ວາຕາມລະບຽບກົດໝາຍກຳນົດໄວ້.
  2. ການຈັດຕັ້ງຜັນຂະຫຍາຍລະບຽບ ການຄຸ້ມຄອງນໍ້າມັນຍົກເວັ້ນ ມອບໃຫ້ກົມພາສີເປັນຜູ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
  3. ໃນການຈັດຕັ້ງປະຕິບັດຕົວຈິງ ຫາກພົບເຫັນບັນຫາຫຍຸ້ງຍາກໃຫ້ສັງລວມລາຍງານ ຄະນະນໍາກະຊວງການເງິນ ເພື່ອມີທິດທາງນຳໃນການແກ້ໄຂ.
  4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າຫ້ອງການກະຊວງການເງິນ
ສີແພງ ພົນສາມາດ

# ຫົວຂໍ້ ດາວໂຫຼດ
1 Notification on The Management of Importation of Exempted Fuel for the Developing Projects No. 1556/MOF PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ ນໍ້າມັນ ຍົກເວັ້ນ ທີ່ນໍາເຂົ້າມາ ຮັບໃຊ້ໂຄງການຕ່າງໆ ໃນທົ່ວປະເທດ ເລກທີ 1556/ຫກ.ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.