ໃນວັນທີ 30 ກໍລະກົດ 2020 ຂະແໜງອຸດສາຫະກຳ ແລະ ການຄ້າ (ອຄ) ຂອບເຂດທົ່ວປະເທດ ໂດຍຜ່ານລະບົບວິດີໂອຄອນເຟເລັນ (ກອງປະຊຸມທາງໄກ), ຢ່າງເປັນທາງການ ໂດຍການເປັນປະທານ ຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ກອງປະຊຸມຈະດໍາເນີນເປັນເວລາ 2 ວັນ. ມີທ່ານຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງພະແນກ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ, ປະທານສະພາບໍລິຫານນິຄົມອຸດສາຫະກໍາ-ການຄ້າ ວຽງຈັນ-ໂນນທອງ, ບັນດາທ່ານທີ່ປຶກສາທູດຝ່າຍເສດຖະກິດ-ການຄ້າ ປະຈໍາການຢູ່ຕ່າງປະເທດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາລັດວິສາຫະກິດ ອ້ອມຂ້າງກະຊວງ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຫົວໜ້າຂະແໜງກ່ຽວຂ້ອງ ຈາກທ້ອງຖິ່ນ ເຂົ້າຮ່ວມ ຈຳນວນປະມານ 244 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳປີ 2019, 06 ເດືອນຕົ້ນປີ 2020, ແຜນ 06 ເດືອນທ້າຍປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ (ພ້ອມທັງ ການສະເໜີ 8 ຫົວຂໍ້ທີ່ປິ່ນອ້ອມວຽກງານຂະແໜງ ອຄ).

     ກອງປະຊຸມໄດ້ລົງເລີກ ສະຫລຸບຜົນງານ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ຂໍຄວາມກະຈ່າງແຈ້ງ ໃນບັນຫາຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ໃນຂະແໜງ ອຄ; ໂດຍໃນມື້ທີ 1 ຈະດໍາເນີນການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2019, 06 ເດືອນຕົ້ນປີ 2020, ແລະ ແຜນ 06 ເດືອນທ້າຍປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ; ສະເໜີໂດຍຫຍໍ້ ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2021-2025; ສະເໜີໂດຍຫຍໍ້ ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ 2021-2025; ແຜນດຳເນີນງານປະຈຳປີ 2020 ເພື່ອສົ່ງເສີມ ແລະ ພັດທະນາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ; ສະເໜີແຜນການສົ່ງເສີມການຜະລິດເປັນສິນຄ້າ ແລະ ຫຼຸດຜ່ອນການນໍາເຂົ້າ ແລະ ກ້າວໄປສູ່ການສົ່ງອອກ; ລາຍງານການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ລວມທັງແຜນການສ້າງນິຕິກຳ ຂອງຂົງເຂດວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ມື້ທີ 2 ຈະໄດ້ສືບຕໍ່ປຶກສາຫາລືກ່ຽວກັບຄວາມຄືບໜ້າ ແລະ ແຜນການຫຼຸດຜ່ອນຂັ້ນຂອດໃນການສ້າງຕັ້ງທຸລະກິດ; ບາງບັນຫາທີ່ຍົກຂຶ້ນໃນກອງປະຊຸມທຸລະກິດລາວ LBF ທີ່ຍັງແກ້ບໍ່ຕົກ; ການລາຍງານຂອງພາກທຸລະກິດ ໃນນາມຕົວແບບທີ່ດີ ໃນການຜະລິດເປັນສິນຄ້າ ຂອງແຂວງ ຫຼວງພະບາງ ແລະ ແຂວງ ສະຫວັນນະເຂດ.

     ໃນໄລຍະຜ່ານມາການປະຕິບັດຕົວເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2019 ຂອງຂະແໜງ ອຄ ມີດັ່ງນີ້: 1. ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງໃນ ປີ 2019 ປະຕິບັດໄດ້ 12.144 ຕື້ກີບ, ຫຼຸດແຜນການ 0,5% ແລະ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມຂຶ້ນ 16,37%. 2. ດ້ານການຄ້າພາຍໃນ: ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ປະຕິບັດໄດ້ 65.596 ຕື້ກີບ, ລື່ນແຜນ 1,9% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມຂຶ້ນ 13,86%. 3. ດ້ານການຄ້າກັບຕ່າງປະເທດ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຕິບັດໄດ້ 11.604,69 ລ້ານໂດລາສະຫະລັດ, ລື່ນແຜນການ 2,77%, ທຽບໃສ່ປີຜ່ານມາ ອັດຕາຂະຫຍາຍຕົວເພີ່ມ 3,08%. ໃນນີ້, ການສົ່ງອອກ: ປະຕິບັດໄດ້ 5.864,14 ລ້ານໂດລາສະຫະລັດ, ທຽບ ໃສ່ແຜນປະຕິບັດໄດ້ລື່ນແຜນ 6,3%, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເຫັນວ່າມີອັດຕາຂະຫຍາຍຕົວ ເພີ່ມຂຶ້ນ 8,39%. ສໍາລັບ ການນໍາເຂົ້າ: ປະຕິບັດໄດ້ 5.740,55 ລ້ານໂດລາ, ຫຼຸດແຜນການ 0,6% ແລະ ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ຫຼຸດລົງ 1,84%. ເຮັດໃຫ້ການຄ້າ ເກີນດູນການຄ້າ 123 ລ້ານໂດລາສະຫະລັດ.

          1. ການປະຕິບັດບາງວຽກຈຸດສຸມທີ່ພົ້ນເດັ່ນຕາມ 03 ແຜນງານ:

          ໜຶ່ງ, ແຜນງານການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ: ໂດຍລວມແມ່ນມີຜົນສໍາເລັດສູງ ໂດຍສະເພາະການຮ່ວມລົງນາມໃນສັນຍາການຄ້າດ້ານການບໍລິການ ໃນອາຊຽນ ແລະ ອະນຸສັນຍາສະບັບທີ 4 ເພື່ອປັບປຸງສັນຍາວ່າດ້ວຍການລົງທຶນຮອບ ດ້ານອາຊຽນ; ການຂໍສັດຕະຍາບັນ ໃຫ້ແກ່ສັນຍາການເພີ່ມທະວີ “ສັນຍາວ່າດ້ວຍການເພີ່ມທະວີການຮ່ວມມືເສດຖະກິດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ”; ການໂອນຖ່າຍຕາຕະລາງຫຼຸດຜ່ອນອັດຕາພາສີຈາກສະບັບ HSC 2012 ມາເປັນລະບົບ HSC 2017 ສໍາລັບຂອບອາຊຽນ-ເກົາຫຼີ ແລະ ຂອບອາຊຽນ-ອົດສະຕາລີ-ນິວຊີແລນ; ການຮັບຮອງເຂົ້າເປັນພາຄີ ສົນທິສັນຍາສະຫະປະຊາຊາດວ່າດ້ວຍສັນຍາຊື້-ຂາຍ ສິນຄ້າລະຫວ່າງປະເທດ; ການສະເໜີຮັບຮອງສັດຕະຍາບັນ ໃຫ້ແກ່ອະນຸສັນຍາວ່າດ້ວຍການປັບປຸງກົນໄກແກ້ໄຂຂໍ້ຂັດແຍ່ງອາຊຽນ; ການສະເໜີຮັບຮອງສັດຕະຍາບັນ ໃຫ້ແກ່ ຂໍ້ຕົກລົງຂອງອາຊຽນ ວ່າດ້ວຍການຮັບຮູ້ເຊິ່ງກັນ ແລະ ກັນ ກ່ຽວກັບການອະນຸມັດຊະນິດຜະລິດຕະພັນຍານຍົນ.

          ສອງ, ດ້ານການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ພາກທຸລະກິດ:

ດ້ານນິຕິກໍາ: ສ້າງກົດໝາຍວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການຊ່ວຍໜູນ ຂອງປະເທດຜູ້ສົ່ງອອກ; ອອກຄໍາແນະນຳກ່ຽວກັບການຈັດຕັ້ງປະຕິບັດ ມາດຕາ 10, ມາດຕາ 11 ແລະ ມາດຕາ 18 ຂອງກົດໝາຍດັ່ງກ່າວ; ຈັດຕັ້ງຜັນຂະຫຍາຍດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກ 299/ລບ, ລົງວັນທີ 04 ກັນຍາ 2019.

     ສໍາລັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ມີທັງໝົດ 36 ນິຕິກໍາ ທີ່ຕິດພັນກັບບັນດາກະຊວງ, ໃນນີ້, ກະຊວງ ອຄ ໄດ້ປັບປຸງ ແລະ ສ້າງໃໝ່ຈໍານວນ 16 ນິຕິກໍາ.

      ວຽກງານຈໍລະຈອນຊື້-ຂາຍສິນຄ້າ ແລະ ວຽກງານຄຸ້ມຄອງລາຄາສິນຄ້າ: ຈັດຕັ້ງປະຕິບັດບົນພື້ນຖານການຜັນຂະຫຍາຍ ດໍາລັດ 474/ນຍ ລົງວັນທີ 18 ພະຈິກ 2010 ເພື່ອເປັນບ່ອນອີງໃນການຕິດຕາມຄວບຄຸມລາຄາສິນຄ້າປະເພດສະບຽງອາຫານ; ອອກແຈ້ງການເພີ່ມຕື່ມ ສະບັບເລກທີ 1151/ອຄ.ກຄພນ, ລົງວັນທີ 6 ກັນຍາ 2019 ກ່ຽວກັບ ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດຢູ່ພາຍໃນ ແຂວງຂອງຕົນ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນຊ່ວງໄລຍະນໍ້າຖ້ວມ; ແຈ້ງການສະບັບເລກທີ 0851/ກຄພນ.ຄສລ, ລົງວັນທີ 23 ກໍລະກົດ 2019 ເພື່ອເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າປະເພດເຂົ້າກິນ ຢ່າງໃກ້ຊິດ. ໃນປີ 2019 ລາຄາເຂົ້າເໜັງຕີງຍ້ອນຜົນກະທົບໄພທໍາມະຊາດ ລັດຖະບານໄດ້ອອກມາດຕະການແຊກແຊງລາຄາ ໂດຍສະເພາະແມ່ນແຂວງຄໍາມ່ວນ, ເຊກອງ ແລະ ນະຄອນຫຼວງວຽງຈັນ ທີ່ນອນໃນໂຄງການຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດ ໄດ້ນໍາເອົາເຂົ້າຄັງແຮດັ່ງກ່າວ ອອກມາຂາຍ ແລະ ດັດສົມຕະຫຼາດ ຈໍານວນ 327 ໂຕນ, ເປັນເຂົ້າໜຽວປະເພດ 2 ໃນລາຄາ 6.700 ກີບ/ກິໂລ ຖືກກວ່າລາຄາໃນທ້ອງຕະຫຼາດ 1.800 ກີບ/ກິໂລ.

     ພ້ອມດຽວກັນນີ້, ຍັງໄດ້ຈັດຕັ້ງປະຕິບັດ ການຄຸ້ມຄອງ ແລະ ຈັດສັນຕະຫຼາດ ຕາມຂໍ້ຕົກລົງ 0903/ອຄ.ຄພນ ໂດຍການແບ່ງ ຂະໜາດຂອງຕະຫຼາດ ເປັນແຕ່ລະປະເພດເຊັ່ນ: ຕະຫຼາດຂະໜາດໃຫຍ່ 48 ແຫ່ງ, ຂະໜາດກາງ 145 ແຫ່ງ, ຂະໜາດນ້ອຍ 406 ແຫ່ງ, ຕະຫຼາດນັດ 257 ແຫ່ງ ແລະ ຕະຫຼາດມາດຕະຖານ 5 ແຫ່ງ.

     ການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ: ກ່ອນຄໍາສັ່ງ 02/ນຍ, ສປປ ລາວ ສະພາບການເລີ່ມຕົ້ນທຸລະກິດ ຂອງປະເທດເຮົາ ແມ່ນມີຄວາມຫຍຸ້ງຍາກ, ຫຼາຍຂັ້ນ, ຫຼາຍຂອດ ແລະ ມີຄວາມສິ້ນເປືອງໃນການປະກອບທຸລະກິດພໍສົມຄວນ ເຮັດໃຫ້ການຈັດອັນດັບ ຂອງການເລີ່ມຕົ້ນທຸລະກິດ ຢູ່ທີອັນດັບ 154 ແລະ ການຄ້າຂ້າມແດນ ຢູ່ອັນດັບທີ 124 ໃນປີ 2018. ຫຼັງຄໍາສັ່ງ 02/ນຍ ກະຊວງ ອຄ ກໍ່ໄດ້ສຸມໃສ່ປັບປຸງບັນດາຂໍ້ຫຍຸ້ງຍາກຕ່າງໆ ທີ່ຕິດພັນກັບ 2 ຕົວຊີ້ວັດ ຄື: 1). ການເລີ່ມຕົ້ນທຸລະກິດ ສາມາດປັບປຸງ ແລະ ແກ້ໄຂໄດ້ການຫຼຸດຂັ້ນຂອດ ຈາກ 10 ຂອດເຫຼືອ 03 ຂອດ ຄື: ການຂຶ້ນທະບຽນວິສາຫະກິດ, ຄວັດຕາປະທັບ ແລະ ການຈົດທະບຽນປະກັນສັງຄົມ ແລະ ໃຊ້ເວລາບໍ່ເກີນ 17 ວັນ. (ຈາກເມື່ອກ່ອນ 174 ວັນ); ໃນປີ 2019 ຂຶ້ນທະບຽນວິສາຫະກິດໄດ້ທັງໝົດ 15.331 ຫົວໜ່ວຍ, ທຽບໃສ່ປີ 2018 ເພີ່ມຂຶ້ນ 48% ແຕ່ມູນຄ່າທຶນຈົດທະບຽນຫຼຸດລົງ 31,64% ໝາຍຄວາມວ່າຂະໜາດຂອງທຶນທີ່ແຈ້ງຈົດທະບຽນວິສາຫະກິດປີ 2019 ມີມູນຄ່າໜ້ອຍກວ່າມູນຄ່າ ໃນໄລຍະດຽວກັນຂອງປີຜ່ານມາ. 2). ການຄ້າຂ້າມແດນ ສຸມໃສ່ຄົ້ນຄວ້າ ສ້າງກົນໄກ ໃນການແກ້ໄຂບັນຫາຂອງພາກທຸລະກິດ ແລະ ການປະສານງານ ລະຫວ່າງຂະແໜງການກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ອໍານວຍຄວາມສະດວກທາງດ້ານການຄ້າ. ປີ 2019 ແມ່ນຈັດຢູ່ໃນອັນດັບທີ 76 ຈາກອັນດັບ 124 ໃນປີ 2018.

     ວຽກງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ, ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້; ໃນປີ 2019 ສາມາດປັບປຸງໄດ້ ຈໍານວນ 7 ໂຮງງານ ໂດຍສຸມໃສ່ປັບປຸງມາດຖານໂຮງງານ ແລະ ມາດຕະຖານຜະລິດຕະພັນ ໂດຍເອົາໂຮງງານຈໍານວນໜຶ່ງ ປັບປຸງລະບົບອາຄານໂຮງງານ, ຂະບວນການຜະລິດໃຫ້ເປັນລະບົບຕ່ອງໂສ້, ນໍາເຄື່ອງຈັກ ແລະ ເຕັກໂນໂລຊີການຜະລິດທີ່ທັນສະໄໝ ເຂົ້າມານໍາໃຊ້ຢູ່ໃນໂຮງງານ, ປັບປຸງລະບົບຄວາມປອດໄພ ແລະ ສຸຂະນາໄມ, ນັບທັງການຄຸ້ມຄອງສະພາບແວດລ້ອມຂອງໂຮງງານ.

     ສາມ, ແຜນງານການສ້າງຄວາມພ້ອມໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບການແຂ່ງຂັນທີ່ເພີ່ມຂຶ້ນ: ໂດຍການສຸມໃສ່ ຍຸດທະສາດການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເນັ້ນໜັກ 7 ຂົງເຂດນະໂຍບາຍ ຊຶ່ງມີການກະທົບທາງກົງ ແລະ ທາງອ້ອມ ໄປຄຽງຄູ່ກັບການປ່ອຍສິນເຊື່ອຕາມລະບົບ ຂອງທະນາຄານທຸລະກິດເອງ, ຂະແໜງການອຸດສາຫະກໍາ ແລະ ການຄ້າ ກໍ່ໄດ້ມີຄວາມພະຍາຍາມເອົາໃຈໃສ່ ໃນດ້ານການຄົ້ນຄວ້າຊອກຫາແຫຼ່ງທຶນເພີ່ມ ຈາກພາຍໃນ ແລະ ຕ່າງປະເທດ ສ້າງເປັນກອງທຶນ ເພື່ອປ່ອຍສິນເຊື່ອຜ່ານທະນາຄານໃຫ້ແກ່ຫົວໜ່ວຍທຸລະກິດ ເວົ້າລວມ, ເວົ້າສະເພາະ ກໍ່ຄືຫົວໜ່ວຍ SMEs ໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້.

      ການຈັດຕັ້ງປະຕິບັດ 06 ເດືອນຕົ້ນປີ 2020 ຂອງຂະແໜງ ອຄ ເຫັນໄດ້ວ່າ ປະເທດເຮົາປະສົບບັນຫາທາງດ້ານເສດຖະກິດຫຼາຍໆດ້ານ ເປັນຕົ້ນແມ່ນການແຜ່ລະບາດ ຂອງພະຍາດໂຄວິດ 19 (Covid-19) ຊຶ່ງເປັນພະຍາດຕິດແປດແຜ່ລາມໄວ ທີ່ສືບເນື່ອງມາແຕ່ທ້າຍປີ 2019. ສົ່ງຜົນກະທົບຕໍ່ເສດຖະກິດພາຍໃນປະເທດ ເປັນຕົ້ນດ້ານອຸດສາຫະກຳປຸງແຕ່ງ ແລະ ການຄ້າ ກໍ່ໄດ້ຮັບຜົນກະທົບບໍ່ໜ້ອຍ ເຮັດໃຫ້ບັນດາໂຮງຈັກ, ໂຮງງານ, ບໍລິສັດ, ຫ້າງຮ້ານ, ສຸບເປີ້ມາເກັດ, ຮ້ານມິນິມາກ, ຕະຫຼາດ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ອື່ນໆ ກໍ່ໄດ້ມີການປິດກິດຈະການ ແລະ ຢຸດການດໍາເນີນການຜະລິດໄວ້ຊົ່ວຄາວ ເຮັດໃຫ້ການຈໍລະຈອນຊື້-ຂາຍສິນຄ້າ ແລະ ການບໍລິການພົບຄວາມຫຍຸ້ງຍາກ. ໃນນີ້ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ປະຕິບັດໄດ້ປະມານ 6.256 ຕື້ກີບ ເທົ່າກັບ 42,7% ຂອງແຜນປີ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ -4,8%. ມູນຄ່າການຈໍລະຈອນສິນຄ້າພາຍໃນ (ຂາຍຍົກ-ຂາຍຍ່ອຍ) ຄາດຄະເນປະຕິບັດໄດ້ປະມານ 29.290,47 ຕື້ກີບ, ເທົ່າກັບ 40,47% ຂອງແຜນການ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ -10,25%. ທາງລັດຖະບານ ກໍຄືກະຊວງ ອຄ ໄດ້ວາງມາດຕະການຊ່ວຍເຫຼືອ ຕໍ່ຫົວໜ່ວຍ SMEs ທີ່ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດ Covid-19 ເຊັ່ນ: ສົມທົບກັບທະນາຄານພັດທະນາລາວ ຄົ້ນຄວ້ານະໂຍບາຍເລື່ອນຊໍາລະຕົ້ນທຶນໃຫ້ SMEs ໄລຍະ 3 ເດືອນ; ທະນາຄານພັດທະນາລາວຫຼຸດອັດຕາດອກເບ້ຍໃຫ້ SMEs 2% ເປັນເວລາ 03 ເດືອນ (ມິຖຸນາ-ສິງຫາ 2020); ອອກແຈ້ງການ ເລກທີ 371/ທສວ, ລົງວັນທີ 9/7/2020 ໃນບ້ວງເງິນ 200 ຕື້ກີບ ເພື່ອໃຫ້ທະນາຄານປ່ອຍສິນເຊື່ອໃຫ້ ວນກ 4 ຂະແໜງບູລິມະສິດຄື: ອຸດສາຫະກໍາປຸງແຕ່ງຜະລິດຕະພັນສິນຄ້າກະສິກໍາ, ຂະແໜງຫັດຖະກໍາ, ກະສິກໍາປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທ່ຽວ.

     ພ້ອມດຽວກັນນີ້, ໄດ້ວາງບັນດາແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2020 ດັ່ງນີ້: 1/ ແຜນງານເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໂດຍສຸມໃສ່ຄົ້ນຄວ້າຮູບແບບ (Modality) ໃນການເຈລະຈາເປີດຕະຫຼາດການຄ້າດ້ານສິນຄ້າໃນຮອບທີ 05 ຂອງ ຂອບສັນຍາການຄ້າອາຊີ-ປາຊີຟິກ ແລະ ຮ່າງສັນຍາການຄ້າດ້ານບໍລິການ; ສືບຕໍ່ຮ່ວມກັບຝ່າຍ ສສ ຫວຽດນາມ ໃນການສ້າງກົນໄກສົ່ງເສີມການຄ້າຊາຍແດນ ແລະ ເຮັດບົດບັນທຶກຄວາມເຂົ້າໃຈຮ່ວມກັນກ່ຽວກັບການພັດທະນາ ແລະ ເຊື່ອມຈອດພື້ນຖານໂຄງລ່າງການຄ້າຊາຍແດນລາວ ແລະ ຫວຽດນາມໃຫ້ສໍາເລັດ. 2/ ແຜນງານສ້າງສະພາບແວດລ້ອມເພື່ອເອື້ອອໍານວຍ ໃຫ້ແກ່ພາກທຸລະກິດ: ສຸມໃສ່ສ້າງນິຕິກໍາລຸ່ມກົດໝາຍໃຫ້ສໍາເລັດໃນທ້າຍປີ 2020 ຄື: ດໍາລັດວ່າດ້ວຍການ ຄ້າທາງເອເລັກໂຕນິກ ແລະ ດໍາລັດວ່າດ້ວຍການຄຸ້ມຄອງສິນຄ້າ ທີ່ສາມາດນໍາໃຊ້ໄດ້ສອງດ້ານ; ຄົ້ນຄວ້າສ້າງລະບຽບຄຸ້ມຄອງການເປີດສູນຈໍາໜ່າຍສິນຄ້າ ODOP ແຫ່ງຊາດ ເພື່ອສົ່ງເສີມການສ້າງແຮງຈູງໃຈໃຫ້ແກ່ທຸລະກິດກ່ຽວກັບການປະດັບດາວມະຍົດ ODOP ແຫ່ງຊາດ ໂດຍຄົ້ນຄວ້າສະເໜີຍົກລະດັບລະບຽບຕິດດາວ ໃຫ້ເປັນດໍາລັດ ແລະ ເພີ່ມທະວີຂອດປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະຜັກດັນໃຫ້ມີການອອກນິຕິກໍາໃຫ້ຈະແຈ້ງ ແລະ ບັນຊີກິດຈະການຕ່າງໆໂດຍໄວ. 3/ແຜນງານສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດ ເພື່ອຮອງຮັບກັບການແຂ່ງຂັນທີ່ເພີ່ມຂຶ້ນ: 1) ເພີ່ມທະວີການຈັດຕັ້ງປະຕິບັດການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ແລະ ຄຸ້ມຄອງການນໍາ ເຂົ້າສິນຄ້າອຸປະໂພກ-ບໍລິໂພກ ຕາມຂໍ້ຕົກລົງເລກທີ 51/ນຍ; 2) ການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບການສົ່ງອອກ ແມ່ນສຸມໃສ່ຄົ້ນຄວ້າ, ແນະນຳກ່ຽວກັບການໃຫ້ຂໍ້ມູນຂ່າວສານການຄ້າກ່ຽວກັບເງື່ອນໄຂ, ມາດຖານ ແລະ ຕະຫຼາດການສົ່ງອອກສິນຄ້າກະສິກໍາ ຂອງລາວໄປ ສປ ຈີນ ໂດຍເນັ້ນໃສ່ໝາກກ້ວຍ, ໝາກໂມ, ສາລີແຂງ, ມັນຕົ້ນແຫ້ງ, ເຂົ້າ ແລະ ມັນດ້າງ ທີ່ເຮົາເຈລະຈາເປີດຕະຫຼາດສໍາເລັດແລ້ວ; 3) ສຸມໃສ່ການສ້າງລະບົບຖານຂໍ້ມູນສິນຄ້າ ໃຫ້ສາມາດນຳໃຊ້ໄດ້ໃນລະບົບ Smart Phone ແລະ Tablet ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ເພື່ອໃຫ້ເຂົ້າເຖິງຕະຫຼາດສິນຄ້າໄດ້ງ່າຍ. ພ້ອມດຽວກັນນີ້ ຍັງຈະໄດ້ພັດທະນາລະບົບການເຊື່ອມຕໍ່ຖານຂໍ້ມູນຂ່າວສານຕະຫຼາດເຂົ້າ ແລະ ສັດ ຮ່ວມກັບກະຊວງ ກປ (ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ) ເພື່ອເຊື່ອມຕໍ່ຂໍ້ມູນຮ່ວມກັນ; 4)ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານການຄ້າ ທາງສື່ສິ່ງພິມປື້ມວາລະສານໂອດ໋ອບ, ປື້ມສິນຄ້າທ່າແຮງຂອງແຕ່ລະແຂວງ ແລະ ເຜີຍແຜ່ທາງສື່ອອນລາຍເຊັ່ນ: ເວັບໄຊທ໌ຂອງກົມສົ່ງເສີມການຄ້າ ແລະ ເວັບໄຊທ໌ Plaosme.com ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຜູ້ປະກອບການ SME ສາມາດເຂົ້າຕະຫຼາດອາຊີໄດ້ ແລະ ຫັນໄປເປັນເວັບໄຊທ໌ e-commerceໃຫ້ມີການຊື້-ຂາຍແບບ online ໄດ້; 5) ເພີ່ມທະວີການປັບປຸງ ແລະ ຍົກລະດັບໂຮງງານຫັດຖະກໍາ ເພື່ອສ້າງເປັນກຸ່ມການຜະລິດ ແລະ ກ້າວໄປເຖິງການຮັບຮອງສິນຄ້າໂອດ໋ອບ ແລະ ສ້າງພື້ນຖານ, ກຽມຄວາມພ້ອມໃຫ້ແກ່ສິນຄ້າ ທີ່ໄດ້ຮັບກາໝາຍ ODOP ເພື່ອໃຫ້ໄດ້ຮັບມາດຕະຖານ ກ້າວໄປເຖິງການຮັບກາໝາຍ (Brand Name); 6) ຊຸກຍູ້ສົ່ງເສີມການຜະລິດຫັດຖະກໍາ ຕິດພັນກັບການທ່ອງທ່ຽວທໍາມະຊາດ ແລະ ວັດທະນາທໍາຢ່າງກົມກຽວ, ສົ່ງເສີມການສົ່ງອອກກັບທີ່ ແລະ ຊຸກຍູ້ພາກທຸລະກິດສ້າງສູນຈໍາໜ່າຍຜະລິດຕະພັນ, ສິນຄ້າໂອດ໋ອບພາຍໃນເມືອງ ຫຼື ແຂວງ ລະໜຶ່ງແຫ່ງ; 7) ຊຸກຍູ້ສົ່ງເສີມການເຂົ້າເຖິງ ແລະ ການຂະຫຍາຍຕະຫຼາດຂອງບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍຮູບການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ໃຫ້ເປັນປະຈໍາ; 8) ສົ່ງເສີມການຝຶກອົບຮົມການໃຫ້ຄວາມຮູ້ທຸລະກິດລາວ ທີ່ຈະເຂົ້າເຖິງຕະຫຼາດຍີ່ປຸ່ນ ແລະ ຮຽນຮູ້ມູມມອງ ຂອງນັກທຸລະກິດຍີ່ປຸ່ນ ໃນການຊອກຫາຄູ່ຮ່ວມທຸລະກິດ; 9) ຍຸດທະສາດສົ່ງອອກເຂົ້າ ທ້າຍປີ 2020 ກະກຽມເປີດກອງປະຊຸມ ຂອງຄະນະພັດທະນາຍຸດທະສາດ, ພ້ອມທັງສ້າງຖານຂໍ້ມູນ MIS ຜະລິດຕະພັນເຂົ້າ, ສາລີ ແລະ ພືດຜັກ ໂດຍການສ້າງຖານຂໍ້ມູນກຸ່ມຜະລິດ, ກຸ່ມທຸລະກິດເກັບຊື້ ແລະ ຖານຂໍ້ມູນດ້ານການຕະຫຼາດ.

 

     ແຫຼ່ງຂໍ້ມູນ: ໜ້າເຟດຈ໌ເຟັກສບຸກຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.