ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
   ສັນຕິພາບ
ເອກະລາດ ປະຊາທິປະໄຕເອກະພາບ ວັດທະນະຖາວອນ​     

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການຄ້າພາຍໃນ       ເລກທີ 0614/ກຄພນ.ຄພຄ
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 24 ກໍລະກົດ 2020

ເຖິງ : ບັນດາຫົວໜ່ວຍວິສາຫະກິດ ທີ່ກ່ຽວ​ຂ້ອງ.

ເລື່ອງ : ໃຫ້ວິສາຫະກິດທີ່ໄດ້ຮັບໃບອະນຸຍາດດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ    ຈາກ​ກົມ​ການ​ຄ້າ​ພາຍ​ໃນ ນັບ​ແຕ່​ວັນ​ທີ 5/03/2019 – 30/10/2019 ເຂົ້າມາພົບ ແລະ   ອະ​ທິ​ບາຍ​ເຫດ​ຜົນຕໍ່​ເຈົ້າ​ໜ້າ​ທີ່​ກົມການຄ້າພາຍໃນ.

  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມການຄ້າພາຍໃນ ເລກທີ 1753/ອຄ, ລົງວັນທີ 19 ກັນຍາ 2016;
  • ອີງຕາມ ແຈ້ງການ ຂອງກົມການຄ້າພາຍໃນ (ຄັ້ງທີ 1) ສະບັບເລກທີ 1409/ກຄພນ.ຄພນ, ລົງວັນທີ 26/12/2019.

    ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງໃຫ້ວິສາຫະກິດ ທີ່ໄດ້ຮັບ        ໃບອະນຸຍາດດຳເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຈາກ​ກົມ​ການ​ຄ້າ​ພາຍ​ໃນ ນັບແຕ່ວັນທີ 5/03/2019 – 30/10/2019 ເຂົ້າມາພົບ ແລະ ອະທິບາຍເຫດຜົນ ຕໍ່ເຈົ້າໜ້າທີ່ກົມການຄ້າພາຍໃນ ບໍ່ໃຫ້ກາຍ ວັນທີ  30 ກັນຍາ 2020 (ລາຍ​ຊື່​ວິ​ສາ​ຫະ​ກິດ​ທີ່ບໍ່​ປະ​ຕິ​ບັດ​ໄດ້​ຕາມ​ເງື່ອນ​ໄຂ ຄັດ​ຕິດ​ມາ​ພ້ອມນີ້).  

   ຖ້າວິສາຫະກິດໃດຫາກບໍ່ເຂົ້າມາພົບ ຫຼື ບໍ່ມີເຫດຜົນພຽງພໍ ​ເຈົ້າ​ໜ້າ​ທີ່​ ​ກົມ​ການ​ຄ້າ​ພາຍ​ໃນ ຈະ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ ແຈ້ງ​ໂຈະ, ລົບ​ລ້າງ​ໃບ​ອະ​ນຸ​ຍາດ ​ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ.

ດັ່ງນັ້ນ, ​ຈຶ່ງແຈ້ງມາຍັງບັນດາຫົວໜ່ວຍວິສາຫະກິດ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ.

ຫົວໜ້າກົມ

ວາລະໄຊ ເລັ່ງສະຫວັດ

 

# ຫົວຂໍ້ ດາວໂຫຼດ
1 Notification to the enterprises that have a business license, from the Department of Internal Trade from 05/03/2019 - 30/10/2019, to meet and explain reasons to the Department of Internal Trade’s Authority Officers, No 0614/DIT.TNMD, dated 24 July 2020. PDF
2 ແຈ້ງການ ໃຫ້ວິສາຫະກິດທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍ ຈາກກົມການຄ້າພາຍໃນ ນັບແຕ່ວັນທີ 05/03/2019 – 30/10/2019 ເຂົ້າມາພົບ ແລະ ອະທິບາຍເຫດຜົນຕໍ່ເຈົ້າໜ້າທີ່ກົມການຄ້າພາຍໃນ, ເລກທີ 0614/ກຄພນ.ຄພຄ, ລົງວັນທີ 24 ກໍລະກົດ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.