ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະພາບ ວັດທະນະ​ຖາວອນ

ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ        ເລກທີ 0729/ຄອຄສ
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 10 ສິງຫາ 2020

ຂໍ້ຕົກລົງ

ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ  (Time Release Study) ປະຈໍາປີ 2020

­­­­­­

  • ອີງ​ຕາມ ຂໍ້​ຕົກລົງ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ ກອງ​ເລຂາ​ຄະນະກຳມະການອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ສະບັບ​ເລກທີ 001/ຄອຄສ, ລົງ​ວັນ​ທີ 26 ທັນວາ 2018;
  • ອີງຕາມແຜນວຽກງານຂອງ Component B1 ແລະ B2.3 ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ທີ່ໄດ້ຮັບການຮັບຮອງຈາກຄະນະຊີ້ນຳແຜນງານໂຄງການ ແລະ ທະນາຄານໂລກ ຄັ້ງວັນທີ 12 ທັນວາ 2019.

ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໃນນາມຫົວໜ້າກອງເລຂາຄະນະກຳມະການຊີ້ນຳລວມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ອອກຂໍ້ຕົກລົງ:

ມາດຕາ 1. ແຕ່ງຕັ້ງຄະນະຊີ້ນໍາລວມໃນການສຶກສາເວລາກວດປ່ອຍສິນຄ້າ (TRS) 2020 ດັ່ງນີ້:

  1. ທ່ານ ສຸລິຍົນ ພິລາວົງ       ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ    ເປັນຫົວໜ້າຄະນະ
  2. ທ່ານ ຄຳມິດ ໄຊອາສາ       ຮອງຫົວໜ້າກົມພາສີ    ເປັນຮອງຄະນະ
  3. ທ່ານ ປອ ສຸລະພອນ ອິນທະວົງ    ຮອງຫົວໜ້າກົມປູກຝັງ    ຄະນະ
  4. ທ່ານ ສີທອງ ພິພັກຂະວົງ             ຮອງຫົວໜ້າກົມ ລ້ຽງສັດ ແລະ ການປະມົງ    ຄະນະ
  5. ທ່ານ ດຣ ນ. ວຽງໄຊ ວັນສີລາລົມ    ຮອງຫົວໜ້າກົມອາຫານ ແລະ ຢາ    ຄະນະ
  6. ທ່ານ ທ່ານ ນິສິດ ຄຳມູນເຮືອງ      ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ    ຄະນະ
  7. ທ່ານ ທ່ານ ກົງຄຳ ຈັນທະວິຈິດ      ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່       ຄະນະ
  8. ທ່ານ ວິໄລພັນ ໄຊຍະວົງ       ຮອງຫົວໜ້າກົມຂົນສົ່ງ       ຄະນະ
  9. ທ່ານ ດາວວອນ ພະຈັນທະວົງ      ຮອງປະທານ ສຄອຊ         ຄະນະ
  10. ທ່ານ ວິຈິດ ສະເດັດຕັນ    ຮອງປະທານສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດ      ຄະນະ
  • ຄະນະຊີ້ນຳມີໜ້າທີ່ດັ່ງນີ້:

- ຊີ້ນໍາລວມໃນການສ້າງແຜນສຶກສາເວລາກວດປ່ອຍສິນຄ້າ (TRS) 2020;

- ຈັດສັນແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ;

- ຕິດຕາມການດໍາເນີນການສຶກສາ (TRS) 2020;

 - ກວດກາ ແລະ ຮັບຮອງເອົາບົດລາຍງານ (TRS) 2020.

ມາດຕາ 2. ແຕ່ງຕັ້ງຄະນະວິຊາການໃນການຮັບຜິດຊອບສຶກສາເວລາກວດປ່ອຍສິນຄ້າ (TRS) 2020 ດັ່ງນີ້:

  1. ທ່ານ ມົວ​ວິ​ໄຊ ປາລີ       ຮອງ​ຫົວໜ້າ​ກົມການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ   ເປັນຫົວໜ້າຄະນະ
  2. ທ່ານ ສົມປະສົງ ອຳແພງໄພ     ຫົວໜ້າດ່ານສາກົນສະໜາມບິນວັດໄຕ ກົມພາສີ ເປັນ ຊ່ຽວຊານ    ຮອງຫົວໜ້າຄະນະ          
  3. ທ່ານ ສອນມາລາ ນວນທະສິງ     ຮອງຫົວໜ້າພະແນກ ກົມ ຂອ     ເປັນຮອງຄະນະ
  4. ທ່ານ ນາງ ບຸນເຖິງ ສຸກຂະຫວັດ      ຮອງຫົວໜ້າພະແນກນິຕິກຳ, ກົມພາສີ     ເປັນຮອງຄະນະ
  5. ທ່ານ ນາງ ທັດສະນະລີ ສະພັງທອງ   ຮັກສາການຫົວໜ້າພະແນກ ກົມປູກຝັງ      ຄະນະ
  6. ທ່ານ ສູນທອນ ຈັນທະເດດ        ຫົວໜ້າສູນ ກົມມາດຕະຖານ ແລະ ວັດແທກ      ຄະນະ
  7. ທ່ານ ອຸດອນ ອາລຸນສະຫວັດ      ຮອງຫົວໜ້າພະແນກ, ສຄອຊ      ຄະນະ
  8. ທ່ານ ວອນນະເດດ ມະນີລາ        ຮອງພະແນກເສດຖະກິດບໍ່ແຮ່ ກົມຄຸ້ມຄອງບໍ່ແຮ່      ຄະນະ
  9. ທ່ານ ນາງ ອຳໄພວັນ ພັນທະສົມບັດ ຫົວໜ້າຂະແໜງກົມລ້ຽງສັດ ແລະ ການປະມົງ       ຄະນະ
  10. ທ່ານ ນາງ ວາດສະໜາ ຈັນທະວົງ    ຫົວໜ້າຂະແໜງກົມລ້ຽງສັດ ແລະ ການປະມົງ      ຄະນະ
  11. ທ່ານ ຈັນທະຄານ ໄຊຍະສອນ      ຮອງຫົວໜ້າຂະແໜງກົມລ້ຽງສັດ ແລະ ການປະມົງ     ຄະນະ
  12. ທ່ານ ບຸດສະກອນ ຫຼວງລາດ      ຮອງຫົວໜ້າສູນ ກົມມາດຕະຖານ ແລະ ວັດແທກ     ຄະນະ
  13. ທ່ານ ວົງເດືອນ ​ແພງ​ລັດຕະນະ​       ວິຊາການ, ກົມພາສີ       ຄະນະ
  14. ທ່ານ ສີສະເກດ ຂຸນທຳ        ວິຊາການ, ກົມອາຫານ ແລະ ຢາ      ຄະນະ
  15. ທ່ານ ນາງ ພູສົມພອນ ສີຫອມວົງ    ວິຊາການ, ກົມການນຳເຂົ້າ ແລະ ສົ່ງອອກ     ຄະນະ
  16. ທ່ານ ນາງ ວັນນິດາ ວິທາເທບ       ວິຊາການ, ກົມການນຳເຂົ້າ ແລະ ສົ່ງອອກ      ຄະນະ
  17. ທ່ານ ໂສພາ ຄຳອິນ    ວິຊາການ ກົມປູກຝັງ      ຄະນະ
  18. ທ່ານ ວັນນິຖາ ກິມະນີວົງ    ວິຊາການ ກົມຂົນສົ່ງ      ຄະນະ
  19. ທ່ານ ນາງ ດາລາ​ວອນ ວັນ​ສາ​ວົງ​ຄາ ວິຊາ​ການ ສຄອຊ      ຄະນະ
  20. ທ່ານ ຜູ້ຕາງໜ້າຈາກສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດ      ຄະນະ
  21. ບັນດາທ່ານຫົວໜ້າຄະນະຄຸ້ມ​ຄອງ​ດ່ານຊາຍ​ແດນທີ່ດໍາເນີນການສຶກສາ TRS     ຄະນະ

ມາດ​ຕາ 3. ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ

ຄະນະດັ່ງກ່າວມີໜ້າທີ່ຮັບຜິດຊອບ ດັ່ງນີ້:

  • ກໍານົດຫຼັກການ, ວິທີການ, ຂອບເຂດ ແລະ ເວລາໃນການສຶກສາ TRS;
  • ສ້າງແຜນດໍາເນີນງານ ແລະ ແບ່ງຄວາມຮັບຜິດຊອບຕາມການເຫັນດີຂອງຄະນະຊີ້ນໍາ;
  • ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນເຈົ້າການເຂົ້າຮ່ວມການສຶກສາ  ​​TRS;
  • ດໍາເນີນການສຶກສາເວລາໃນການກວດກາເອກະສານ ແລະ ກວດປ່ອຍສິນຄ້າໃຫ້ສໍາເລັດໃນເດືອນ ທັນວາ 2020;
  • ລາຍງານຜົນການສຶກສາ TRS ໃຫ້ຄະນະອໍານວຍຄວາມສະດວກທາງດ້ານການຄ້າຮັບຊາບ ພ້ອມທັງເຜີຍແຜ່ໃຫ້ສັງຄົມຮັບຊາບຢ່າງກ້ວາງຂວາງ;
  • ເຜີຍ​ແຜ່ ​ແລະ ນຳ​ສົ່ງ​ບົດ​ລາຍ​ງານ​ໃຫ້ ​ກອງ​ເລຂາ ອາ​ຊຽນ ຕາມ​ກຳນົດ.

ມາດຕາ 4. ສໍາລັບງົບປະມານ ຮັບໃຊ້ການເຄື່ອນໄຫວວຽກງານຂອງຄະນະດັ່ງກ່າວ ແມ່ນນໍາໃຊ້ເງິນໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ລະຫັດເລກທີ່ B1CI003 ທີ່ໄດ້ຮັບຮອງຈາກຄະນະຊີ້ນໍາແຜນງານໂຄງການ ແລະ ທະນາຄານໂລກ ຄັ້ງວັນທີ 12 ທັນວາ 2019.

ມາດຕາ 5. ມອບໃຫ້ບັນດາ ທ່ານ ທີ່ຖືກແຕ່ງຕັ້ງ ແລະ ພາກສ່ວນທີ່ ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 6. ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ

(ຫົວໜ້າກອງເລຂາ ຄອຄ)

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ, ເລກທີ 0729/ຄອຄສ, ລົງວັນທີ 10 ສິງຫາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.