ໃນວັນທີ 11 ສິງຫາ 2020 ທີ່ ໂຮງແຮມແສງສະຫວັນ, ເມືອງແປກ, ແຂວງຊຽງຂວາງ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 – 2022 ໄລຍະກາງສະໄໝ (03 ປີຜ່ານມາ) ແລະ ການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ. ໂດຍການເປັນປະທານ ທ່ານ ນາງ ມະນີວອນ ວົງໄຊ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມດ້ວຍແຂກທີ່ຖືກເຊີນ ຈໍານວນ 55 ທ່ານ ທີ່ມາຈາກ 09 ແຂວງພາກເໜືອ.

        ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ ນັບແຕ່ປິ 2017 ເຖິງປະຈຸບັນ ແມ່ນອີງໃສ່ແຜນດຳເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 (ຕາມຂໍ້ຕົກລົງ ສະບັບເລກທີ 0051/ກຂອຄ, ລົງວັນທີ 25 ກັນຍາ 2017). ເຊິ່ງວ່າ ການຈັດຕັ້ງປະຕິບັດແຜນດຳເນີນງານວຽກອຳນວຍຄວາມສະດວກທາງດ້ານການຄ້າ ປີ 2017 - 2022 ໄລຍະກາງສະໄໝ ຂອງຂັ້ນທ້ອງຖິ່ນ ແມ່ນບັນດາແຂວງໄດ້ ສໍາເລັດການສ້າງຕັ້ງ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ຄອຄຂ) ພາຍໃນແຂວງຂອງຕົນ ເພື່ອເປັນບ່ອນອີງ ແລະ ເປັນກົນໄກໃນການປະສານງານ ຢ່າງເປັນລະບົບ. ໄດ້ຮັບການສະໜັບສະໜູນ ແລະ ຊີ້ນຳ-ນຳພາຢ່າງໃກ້ຊິດຈາກຄະນະນຳຂອງແຂວງ ເຮັດໃຫ້ວຽກງານອຳນວຍຄວາມສະດວກທາງດ້ານການຄ້າໃນຂັ້ນແຂວງມີປະສິດທິຜົນດີເປັນກ້າວໆ.

        ຄຽງຄູ່ກັນນັ້ນ ກໍ່ໄດ້ຜັນຂະຫຍາຍເນື້ອໃນຈິດໃຈຂອງ ຄໍາສັ່ງ ສະບັບເລກທີ 12/ນຍ ຂອງ ທ່ານນາຍົກລັດຖະມົນຕີ.ບັນດາແຂວງ ໄດ້ຈັດກອງປະຊຸມພາຍໃນຄະນະ ຄອຄຂ ເພື່ອປຶກສາຫາລື, ຮ່ວມກັນແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆທີ່ຕິດພັນກັບວຽກອຳນວຍຄວາມສະດວກທາງດ້ານການຄ້າຂອງພາກທຸລະກິດ ເຊັ່ນ: ການຫຼຸດຜ່ອນຂັ້ນຂອດທີ່ເປັນອຸປະສັກຕໍ່ການຄ້າ, ການອອກອະນຸຍາດ, ການກວດກາຕາມເສັ້ນທາງ ແລະ ການຂົນສົ່ງ.

        ໃນວາລະສຸດທ້າຍຂອງກອງປະຊຸມ, ທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ປະທານກອງປະຊຸມ ໄດ້ກ່າວເຖິງແຜນສືບຕໍ່ຈັດຕັ້ງປະຕິບັດດັ່ງນີ້:

  1. ສືບຕໍ່ນຳໃຊ້ກົນໄກກອງເລຂາຄະນະກຳມະການ ອຄ ຂັ້ນແຂວງ ເພື່ອເປັນບ່ອນປະສານງານ ລະຫວ່າງພາກລັດ ແລະ ພາກລັດ, ພາກລັດ ແລະ ພາກທຸລະກິດ ແນໃສ່ແກ້ໄຂບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກທຸລະກິດ;
  2. ຈັດຝຶກອົບຮົມໃຫ້ແກ່ຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ພ້ອມທັງຂະແໜງການກ່ຽວຂ້ອງ ໃຫ້ກຳໄດ້ນິຕິກຳທີ່ຕິດພັນ, ຂັ້ນຕອນການອອກອະນຸຍາດຕ່າງໆ ແນໃສ່ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ເປັນຂະບວນການຟົດຟື້ນ ແລະ ໄດ້ຮັບໝາກຜົນຫຼາຍຂື້ນ;
  3. ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງທັງໃນຂັ້ນແຂວງ ແລະ ເມືອງ ທີ່ເຫັນວ່າຍັງບໍ່ໄດ້ປັບປຸງ ແລະ ສ້າງແຜນວາດມາດຕະຖານການບໍລິການ ໃຫ້ສຳເລັດໂດຍໄວ ພ້ອມທັງເຜີຍແຜ່, ຄຽງຄູ່ກັນນັ້ນກໍ່ປັບປຸງ ແລະ ສ້າງນິຕິກຳໃຫ້ສອດຄ່ອງກັບ ຄຳສັ່ງ ຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ ແນໃສ່ແກ້ໄຂບັນຫາການເຄື່ອນຍ້າຍສິນຄ້າ ທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ທີ່ຍັງພົບພໍ້ກັບຄວາມຫຍຸ້ງຍາກ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.