ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່      ເລກທີ 2406/ພບ
ນະຄອນຫຼວງວຽງຈັນ, ວັນທີ 04 ທັນວາ 2019

ຂໍ້ຕົກລົງ

ວ່າດ້ວຍ ບັນຊີປະເພດຜະລິດຕະພັນແຮ່ທາດ ສໍາລັບອຸດສາຫະກໍາບໍ່ແຮ່

  • ອີງຕາມກົດໝາຍວ່າດ້ວຍແຮ່ທາດ (ສະບັບປັບປຸງ) ເລກທີ 31/ສພຊ, ລົງວັນທີ 03 ພະຈິກ 2017;
  • ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1582/ຫສນຍ, ລົງວັນທີ 12 ກັນຍາ 2019 ກ່ຽວກັບ ການປັບປຸງບາງມາດຕາຂອງກົດໝາຍທີ່ຕິດພັນກັບການສົ່ງອອກຊັບພະຍາກອນທໍາມະຊາດ ທີ່ກໍານົດໃນກົດໝາຍວ່າດ້ວຍແຮ່ທາດ;
  • ອີງຕາມໜັງສືສະເໜີຂອງ ກົມນິຕິກໍາ ເລກທີ 452/ກນກ,​ ລົງວັນທີ 27 ພະຈິກ 2019.

ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ອອກຂໍ້ຕົກລົງ:

ມາດຕາ 1  ບັນຊີປະເພດຜະລິດຕະພັນແຮ່ທາດ ສໍາລັບອຸດສາຫະກໍາບໍ່ແຮ່

   ການກໍານົດບັນຊີປະເພດຜະລິດຕະພັນແຮ່ທາດ ສໍາລັບອຸດສາຫະກໍາບໍ່ແຮ່ ຕາມແຕ່ລະປະເພດແຮ່ທາດ ເພື່ອເປັນພື້ນຖານໃຫ້ແກ່ການອະນຸຍາດ ຊື້-ຂາຍ, ຈໍາໜ່າຍ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ດັ່ງນີ້:

ລ/ດ

ປະເພດແຮ່ທາດ

ປະເພດຜະລິດຕະພັນແຮ່ທາດ

  1. ປະເພດແຮ່ທາດໂລຫະ (Metals)

ກ. ໂລຫະມີຄ່າ (Precious Metals)

1

ແຮ່ຄໍາ

ແຮ່ເຂັ້ມຂຸ້ນ

ຄໍາແທ່ງປະສົມ ຄໍາ+ເງິນ (Dore bars)

ຄໍາແທ່ງບໍລິສຸດ (Bullion)

2

ແຮ່ເງິນ

ແຮ່ເຂັ້ມຂຸ້ນ

ເງິນແທ່ງປະສົມ(Smelting Product ຫຼື Dore bars)

ເງິນແທ່ງບໍລິສຸດ

ຂ. ໂລຫະພື້ນຖານ (Base metals)

1

ແຮ່ກົ່ວ

ແຮ່ເຂັ້ມຂຸ້ນ

ກົ່ວແທ່ງປະສົມ(Smelting Product ຫຼື Dore bars)

ກົ່ວແທ່ງບໍລິສຸດ

2

ແຮ່ທອງ

ແຮ່ເຂັ້ມຂຸ້ນ

 

ແຜ່ນທອງ/ໂລຫະທອງ Cathode-Anode

Metal, Ingots…

3

ແຮ່ຊືນ

ແຮ່ເຂັ້ມຂຸ້ນ

ຊືນແທ່ງປະສົມ (Smelting product ຫຼື Dore bars)

 

4

ແຮ່ສັງກະສີ

ແຮ່ສັງກະສີ ZnS 39/55 -56/61% Zn 47,56%

 

ສັງກະສີແທ່ງ (Ingot Zinc)

Zn 99,99% LME

5

ບົກຊິດ

ເສີມຄຸນຄ່າສິນແຮ່ບົກຊິດ

(Beneficial Bauxite ore)

ອາລູມີນາ Alumina (Al2O3)

ອາລູມີນຽມແທ່ງ

(Ingot  Aluminium)

6

ແຮ່ອັງຕີມອນ

 

 

Sb ແຮ່ອັງຕີມອນຊັນຟາຍຊະນິດກ້ອນ (Lump sulphide ore) Sb 60% ແຮ່ອັງຕີມອນ ອອກໄຊ (Sb2O3 95,3%) ເພື່ອປະສົມກັບແຮ່ໂລຫະປະເພດອື່ນເປັນຜະລິດຕະພັນໂລຫະປະສົມ (Alloys)

ຄ. ໂລຫະເຫຼັກ (Ferrous metal)

 

ແຮ່ເຫຼັກ

ແຮ່ເຫຼັກຄັດຄຸນນະພາບ ≥55% ຂື້ນໄປ

ໂລຫະເຫຼັກກ້ອນ (Direct Reduction Iron Products: Pig Iron, Sponge Iron,…)

ໂລຫະເຫຼັກບໍລິສຸດ (Finished mill products)

II.  ປະເພດແຮ່ທາດພະລັງງານເຊື້ອໄຟ

 

ຖ່ານຫີນ

  • ຖ່ານຫີນ ແອນຕຣາໄຊ (Anthracite coal)
  • ຖ່ານຫີນ ບີຕູມີນັດ (Bituminous coal)
  • ຖ່ານຫີນ ຊັບບີຕູມີນັດ (Sub-bituminous coal)
  • ຖ່ານຫີນລິກໄນ (Lignite)

ຂື້ນກັບ: ຄ່າຄວາມຮ້ອນ, ຄວາມຊຸ່ມ ປະລິມານຂີ້ເຖົ່າ ແລະ ປະລິມານບັນຈຸມາດ

III.  ປະເພດແຮ່ທາດອະໂລຫະ ສໍາລັບອຸດສາຫະກໍາ

1

ເກືອໂປຕາສ

 

ເກືອໂປຕາສ ຝຸ່ນ ຫຼື ເປັນເມັດ

(Potassium Powder KCl≥95% ຫຼື Potassium Oxide K2O≥60%)

2

ເກືອກີນ

 

ເກືອກິນ (Salt) NaCl

3

ເກືອອຸດສາຫະກໍາ

 

ເກືອອຸດສາຫະກຳ (Industrial Salt)

4

ເກືອໂບຣມ

 

ເກືອໂບຣມ (NaBr)

5

ຫີນກາວ

ຫີນກາວກ້ອນ (Gypsum)

ຝຸ່ນຫີນກາວ (Gypsum Powder)

6

ແຮ່ບາຣິດ

ແຮ່ບາຣິດກ້ອນ (Barite)

ຝຸ່ນແຮ່ບາຣິດ (Barite Powder)

7

ຫີນປູນ

ຫີນປູນ ສໍາລັບອຸດສາຫະກໍາ

  • ຫີນປູນທີ່ບັນຈຸແຄນຊຽມ ອົກໄຊ (CaO) 54% ຂື້ນໄປທັງເປັນຝຸ່ນ ແລະ ອັດເມັດ

(Calcium Carbonate Powder and Granula) ປູນຂາວ (ຫີນປູນເຜົາບົດເປັນແປ້ງ)

  1. ປະເພດແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ (ໝວດຫີນ)

1

ຫີນປະເສີດ

ຫີນປາໂກໄດ (ຄັດຂະໜາດ ແລະ ແຍກກ້ອນ)

ຫີນປາໂກໄດ ທີ່ໄດ້ແກະສະຫຼັກເປັນຜະລິດຕະພັນໃດໜຶ່ງ

2

ຫີນປູນ

ຫີນປູນສໍາລັບການກໍ່ສ້າງຄັດຂະໜາດ >25 mm – 250 mm

ຫີນກໍ່ສ້າງທີ່ມີຂະໜາດ ≤ 25 mm

ມາດຕາ 2  ການກໍານົດບັນຊີປະເພດຜະລິດຕະພັນແຮ່ທາດ ສໍາລັບອຸດສາຫະກໍາບໍ່ແຮ່

  ຂໍ້ຕົກລົງສະບັບນີ້ ໄດ້ກໍານົດສະເພາະສໍາລັບປະເພດແຮ່ທາດ ທີ່ລັດຖະບານໄດ້ອອກອະນຸຍາດຜ່ານມາເທົ່ານັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈະຄົ້ນຄວ້າ ແລະ ກໍານົດ ປະເພດຜະລິດຕະພັນແຮ່ທາດ ສາລັບອຸດສາຫະກໍາບໍ່ແຮ່ ໃນແຕ່ລະໄລຍະ.

ມາດຕາ 3  ການຈັດຕັ້ງປະຕິບັດ

  ມອບໃຫ້ກົມຄຸ້ມຄອງບໍ່ແຮ່ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ, ບໍລິສັດທີ່ດໍາເນີນທະລຸກິດບໍ່ແຮ່ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 4  ຜົນສັກສິດ

  ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ແລະ ນໍາໃຊ້ໄດ້ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງລົງຈົດ    ໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ກໍານົດ, ບົດບັນຍັດໃດ ທີ່ຂັດກັບ ຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ

ດຣ. ຄຳມະນີ ອິນທິລາດ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ບັນຊີປະເພດຜະລິດຕະພັນແຮ່ທາດ ສໍາລັບອຸດສາຫະກໍາບໍ່ແຮ່, ເລກທີ 2406/ພບ, ລົງວັນທີ 04 ທັນວາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.