ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ          ເລກທີ 07888/ກພສ
ນະຄອນຫຼວງວຽງຈັນ, ວັນທີ 12 ທັນວາ 2018

ແຈ້ງການແນະນໍາ

ເຖິງ : ບັນດາທ່ານຜູ້ປະກອບການທີ່ດໍາເນີນທຸລະກິດນໍາເຂົ້າສິນຄ້າ, ເຄື່ອງຂອງ ເຂົ້າມາ ສປປ ລາວໃນຂອບເຂດທົ່ວປະເທດ.

ເລື່ອງ: ການປະກອບເອກະສານເພື່ອຂໍຫນັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີໃນກອບສັນຍາການຄ້າເສລີຕ່າງໆ ທີ່ ສປປ ລາວ ເປັນພາຄີ.

  • ອີງຕາມ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງກົມພາສີ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.
  • ອີງຕາມ ຄໍາແນະນໍາຂອງກົມພາສີ ສະບັບເລກທີ 03782/ກພສ, ລົງວັນທີ 16 ກຸມພາ 2016 ກ່ຽວກັບແຫຼ່ງກໍາເນີດສິນຄ້າ ແລະ ການໃຫ້ສິດທິພິເສດດ້ານອັດຕາພາສີ ຕາມເງື່ອນໄຂຂອງບັນດາສັນຍາການຄ້າເສລີຕ່າງໆ ທີ່ ສ.ປ.ປ ລາວ ເຂົ້າເປັນພາຄີ.

   ເພື່ອກະກຽມຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ ແລະ ເອື້ອອໍານວຍຄວາມສະດວກໃຫ້ຜູ້ປະກອບການໃນການປະກອບເອກະສານ ເພື່ອຂໍຫນັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີ ໃນກອບການຄ້າເສລີຕ່າງໆ ທີ່ ສ.ປ.ປ ລາວ ເປັນພາຄີ ສໍາລັບການນໍາເຂົ້າສິນຄ້າ, ເຄື່ອງຂອງ ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງກໍານົດ ເປັນການປະຢັດເວລາ ແລະ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.

ກົມພາສີ ອອກແຈ້ງການແນະນໍາ ດັ່ງນີ້ :

  1. ເລີ່ມແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ ບັນດາທ່ານຜູ້ປະກອບການທີ່ມີຈຸດປະສົງຂໍຫນັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີໃນກອບສັນຍາການຄ້າເສລີຕ່າງໆ ທີ່ ສປປ ລາວ ເປັນພາຄີ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:
  • ໃບສະເຫນີຫາກົມພາສີ (ພະແນກນິຕິກໍາ);
  • ສໍາເນົາໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ;
  • ສໍາເນົາໃບແຈ້ງລາຄາ (Invoice) ແລະ ໃບລາຍການຫຸ້ມຫໍ່ສິນຄ້າ (Packing List);
  • ສໍາເນົາໃບຂົນສົ່ງສິນຄ້າ: Bill of Landing, Truck Bill, Air WayBill, Manifest (Master Bill or House Bill) ແລະ ອື່ນໆທີ່ນໍາໃຊ້ທົ່ວໄປໃນລະບົບການຂົນສົ່ງສິນຄ້າສາກົນ (ບໍ່ລວມເອົາໃບຂົນສົ່ງ ສບ 3);
  • ສໍາເນົາໃບທະບຽນວິສາຫະກິດ (ດ້ານຫນ້າ-ຫຼັງ); ໃບທະບຽນອາກອນ ແລະ/ຫຼື ໃບຢັ້ງຢືນການມອບພັນທະອາ ກອນປະຈໍາປີ (ປີຫຼ້າສຸດ).

ບັນດາເອກະສານສໍາເນົາດັ່ງກ່າວຕ້ອງໄດ້ຈໍາ້ກາບໍລິສັດ ເພື່ອຢັ້ງຢືນສໍາເນົາຖືກຕ້ອງຕາມສະບັບຕົ້ນ

2. ການສົ່ງເອກະສານສາມາດມາຍື່ນດ້ວຍຕົນເອງ ທີ່ພະແນກນິຕິກໍາ (ກົມພາສີ) ແລະ/ຫຼື ສົ່ງຜ່ານທາງລະບົບເອເລັກໂຕຣນິກ  E-mail: [email protected] ຫຼືເບີໂທ: 021 285294, 030 5185800 ຫຼື ຖ້າບໍລິສັດໃດຕ້ອງການຂໍ້ມູນລະອຽດໃຫ້ປະສານຫາ ຂະແຫນງຈັດລະຫັດສິນຄ້າ ແລະ ມູນຄ່າແຈ້ງພາສີ ພະແນກນິຕິກໍາ, ກົມພາສີ (ຕາມວັນ ແລະ ເວລາລັດຖະການ);

3. ການຄົ້ນຄວ້າ ແລະ ອອກເອກະສານຢັ້ງຢືນການໄດ້ຮັບສິດທິພິເສດດ້ານອັດຕາພາສີແມ່ນມີກໍານົດ 03 ວັນທາງລັດຖະການ (ໃນກໍລະນີເອກະສານຖືກຕ້ອງຄົບຖ້ວນ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຮັກສາການຫົວຫນ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification in requesting relevant documents for customs declaration in the preferential framework of various free trade agreements which Lao PDR is a party, No.07888/DOC, dated 12 December 2018. PDF
2 ແຈ້ງການແນະນໍາ ກ່ຽວກັບ ການປະກອບເອກະສານເພື່ອຂໍໜັງສືຢັ້ງຢືນສິດທິພິເສດດ້ານອັດຕາພາສີໃນກອບສັນຍາການຄ້າເສລີຕ່າງໆ ທີ່ ສປປ ລາວ ເປັນພາຄີ, ເລກທີ 07888/ກພສ, ລົງວັນທີ 12 ທັນວາ 2018. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.