ໃນວັນທີ 10-11 ກັນຍາ 2020, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ເພື່ອທົບທວນຄືນວຽກງານການສຶກສາຂັ້ນຕອນໃນການຂໍໃບອະນຸຍາດ ແລະ ເວລາໃນການກວດປ່ອຍສິນຄ້າ (TRS) ຢູ່ ດ່ານ ປະຈໍາປີ 2020 ທີ່ ລ່ອງງື່ມວິວ ຣີສອດ, ທ່າລາດ, ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ພ້ອມທັງຜູ້ຕາງໜ້າມາຈາກກົມພາສີ, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ກົມອາຫານ ແລະ ຢາ, ກົມມາດຕະຖານ ແລະ ວັດແທກ, ກົມຄຸ້ມຄອງບໍ່ແຮ່, ແລະ ກົມຂົນສົ່ງ ລວມທັງໝົດ 40 ທ່ານ.

          ໃນກອງປະຊຸມ ຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງໄດ້ນໍາສະເໜີບັນດານິຕິກໍາ ແລະ ບັນຍາຍຂັ້ນຕອນການຂໍໃບອະນຸຍາດນໍາເຂົ້າ,​ ຜ່ານແດນ ແລະ ສົ່ງອອກ ບາງປະເພດສິນຄ້າ ທີ່ມີຄວາມຈໍາເປັນໃນການຄຸ້ມຄອງ ເຊັ່ນວ່າ: ພືດ,ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ; ສັດ ແລະ ຜະລິດຕະພັນສັດ, ຍານພາຫະນະ ແລະ ຊີ້ນສ່ວນຍານພາຫະນະ,​ ອາຫານ ແລະ ຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນຢາ, ນໍ້າມັນເຊື້ອໄຟ ແລະ ອາຍແກັສ, ແຮ່ທາດຊະນິດຕ່າງໆ.

            ທ່ານ ສຸລິຍົນ ພິລາວົງ ໄດ້ກ່າວວ່າ:​ ວຽກງານການສຶກສາເວລາໃນການກວດປ່ອຍສິນຄ້າ ນຳເຂົ້າ ແລະ ສົ່ງອອກ ຫຼື Time Release Study: TRS ໃນປີ 2020, ອີງຕາມພັນທະຂອງ ສປປ ລາວ ທີ່ມີຕໍ່ປະເທດອາຊຽນ ກໍ່ຄືກອບຂອງອົງການພາສີໂລກ (WCO) ແມ່ນຈໍາເປັນຕ້ອງມີການສຶກສາຂອງເວລາໃນການ ເວລາຂອງການອອກອະນຸຍາດຂອງຂະແໜງການ ແລະ ເວລາຂອງການກວດປ່ອຍຢູ່ດ່ານ. ໃນນາມ ກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ເຫັນວ່າ ປະຈຸບັນແມ່ນມີຄວາມຮຽກຮ້ອງຕ້ອງ ການໃຫ້ເນື້ອໃນຂອງບົດສຶກສາປະກອບມີຂະແໜງການຫຼັກ ເຊັ່ນ: ອຸດສາ ຫະກຳ ແລະ ການຄ້າ, ກະສິກຳ ແລະ ປ່າໄມ້, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ວິທະຍາສາດ ແລະ ເຕັກໂນໂລຊີ, ພະລັງງານ ແລະ ບໍ່ແຮ່ ເພື່ອເຮັດໃຫ້ບົດສຶກມີການວິເຄາະ ແລະ ໃຫ້ຄຳແນະນຳ ກ່ຽວກັບ ວິທີການ, ຂັ້ນຕອນທີ່ຖືກຕ້ອງ ແນໃສ່ເຮັດໃຫ້ເວລາ ແລະ ຕົ້ນທຶນຂອງການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ຫຼຸດລົງ ເພື່ອທີ່ຈະນຳເອົາໄປເປັນຜົນຊີ້ວັດທີ່ຖືກຕ້ອງໃນການຈັດລຳດັບຄວາມງ່າຍດາຍໃນການດຳເນີນທຸລະກິດຂອງ ສປປ ລາວ

           ຜ່ານການປຶກສາຫາລື ໃນກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ແລະ ຮັບຮູ້ກ່ຽວກັບລະບຽບການ, ຂະບວນການຂັ້ນຕອນການອອກອະນຸຍາດ; ກໍານົດຂອບເຂດການສຶກສາ ແລະ ການສ້າງແຜນວາດຂັ້ນຕອນຂອງບັນດາຂະແໜງການ; ຮັບຮອງເອົາສິນຄ້າທີ່ເປັນທ່າແຮງຂອງ ສປປ ລາວ ເຂົ້າໃນການສຶກສາໃນປີ 2020 ແລະ ຂື້ນແຜນການຈັດຕັ້ງປະຕິບັດໃນໄລຍະຕໍ່ໄປ.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.