ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງ ຄຳສັ່ງ 12/ນຍ, ລົງວັນທີ 16 ຕຸລາ 2019 ໂດຍແນ່ໃສ່ອໍານວຍຄວາມສະດວກທາງດ້ານການຄ້າ, ຫຼຸດຜ່ອນສິ່ງກີດຂວາງທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ໃນການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ພ້ອມທັງຮັບປະກັນການສະກັດກັ້ນການຄ້າຂາຍເຖື່ອນ ແລະ ການເກັບຄ່າພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

       ໃນຕອນເຊົ້າ ວັນທີ 18 ກັນຍາ 2020 ທີ່ ຫ້ອງປະຊຸມໃຫຍ່ຂອງ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ GIZ ໄດ້ຈັດກອງປະຊຸມເປັນ ຄັ້ງທີ 2 ຂຶ້ນ ເພື່ອປຶກສາຫາລື ກັບພາກທຸລະກິດ ໃນການສ້າງ “ຮ່າງ ແຈ້ງການວ່າດ້ວຍການເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ. ໂດຍການເປັນປະທານຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມທີ່ຕາງໜ້າຈາກ ບັນດາຂະແໜງການທີ່ກ່ຽວຂ້ອງ ຄື: ກົມນິຕິກຳ (ຫສນຍ), ກົມພາສີ, ກົມປ່າໄມ້, ກົມຂົນສົ່ງ, ກົມລ້ຽງສັດ ແລະ ການປະມົງ, ລັດວິສາຫະກິດ, ບໍລິສັດຂົນສົ່ງ ແລະ ບັນດານັກທຸລະກິດ ທີ່ກ່ຽວຂ້ອງອື່ນທີ່ເປັນສະມາຊິກ ກຄອຄ ຈໍານວນ 50 ທ່ານ.

       ພາຍຫຼັງທ່ານ ນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເພື່ອເປັນບ່ອນອີງທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດວຽກອໍານວຍຄວາມສະດວກທາງດ້ານການຄ້າ. ໃນຕົ້ນປີ 2020 ທີ່ຜ່ານມາ, ກົມ ຂອ ໄດ້ສົມທົບກັບ ກົມປ່າໄມ້, ກົມຄຸ້ມຄອງບໍ່ແຮ່, ກົມຄຸ້ມຄອງຊັບສິນຂອງລັດ, ກົມພາສີ, ກົມຕໍາຫຼວດຈະລາຈອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແຜ່ຄໍາສັ່ງເລກທີ 12/ນຍ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ແກ່ພະນັກງານ ຂອງຂະແໜງການທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ຊຶ່ງໂດຍລວມແລ້ວທຸກພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ ເຫັນດີເປັນເອກະພາບ ແລະ ພ້ອມກັນໃນການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 12/ນຍ ຢ່າງເຂັ້ມງວດ.

       ຜ່ານການຕິດຕາມ ແລະ ເກັບກໍາຂໍ້ມູນຕົວຈິງ ໄລຍະຜ່ານມາ ຍັງປະກົດເຫັນວ່າ: ມີບັນຫາ ກ່ຽວກັບ ການອອກເອກະສານເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ພາຍໃນປະເທດ ທີ່ຍັງປະຕິບັດບໍ່ສອດຄ່ອງກັບເນື້ອໃນຈິດໃຈຂອງຄໍາສັ່ງ ເລກທີ 12/ນຍ ເນື່ອງຈາກຂະແໜງການທີ່ກ່ຽວຂ້ອງ ຍັງຄົງປະຕິບັດຕາມນິຕິກໍາສະເພາະໃຜລາວ ຊຶ່ງສະແດງອອກຄື: ການອອກເອກະສານເຄື່ອນຍ້າຍຂອງຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນເມືອງ ແລະ ແຂວງ ທີ່ມີລັກສະນະຊໍ້າຊ້ອນກັນ ຫຼື ບາງຄັ້ງບໍ່ເປັນເອກະພາບກັນ; ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການອື່ນທີ່ບໍ່ໄດ້ກໍານົດຢູ່ໃນຄໍາສັ່ງເລກທີ 12/ນຍ. ເພື່ອແກ້ໄຂບັນຫາດັ່ງກ່າວ, ຫຼາຍແຂວງ ໄດ້ສະເໜີໃຫ້ກົມຂອ ຄົ້ນຄວ້າສ້າງກົນໄກສໍາລັບການອອກເອກະສານເຄື່ອນຍ້າຍສິນຄ້າ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງ ເປັນອັນລະອຽດ ແລະ ຊັດເຈນ ເພື່ອເປັນເອກະພາບກັນ.

       ດັ່ງນັ້ນ,​ ບັນຫາເຫຼົ່ານີ້, ເປັນສິ່ງອຸດຕັນ ແລະ ປະກົດການຫຍໍ້ທໍ້ໃຫ້ແກ່ການເຄື່ອນຍ້າຍສິນຄ້າພາຍໃນປະເທດ ຊຶ່ງໄດ້ສ້າງອຸປະສັກທາງດ້ານເວລາ ແລະ ຄ່າໃຊ້ຈ່າຍທາງການຄ້າທີ່ບໍ່ຈໍາເປັນ ຕໍ່ປະຊາຊົນ ກໍຄືພາກທຸລະກິດ ໃນເວລາການເຄື່ອນຍ້າຍສິນຄ້າ ເປັນຕົ້ນ ສິນຄ້າກະສິກໍາ, ເຄື່ອງປ່າຂອງດົງ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກ ແລະ ອື່ນໆ ລະຫວ່າງ ເມືອງ ຫາ ເມືອງ, ແຂວງ ຫາ ແຂວງ. ສະນັ້ນ, ເພື່ອຫຼຸດຜ່ອນສິ່ງກີດຂວາງທີ່ບໍ່ຈໍາເປັນໃນການເຄື່ອນຍ້າຍສິນຄ້າ ພ້ອມທັງຮັບປະກັນການສະກັດກັ້ນການຄ້າຂາຍເຖື່ອນ ແລະ ການເກັບຄ່າພັນທະຕ່າງໆ ເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ ແລະ ຄົບຖ້ວນ, ກົມ ຂອ ຈຶ່ງໄດ້ຮ່າງແຈ້ງການສະບັບດັ່ງກ່າວ ຂຶ້ນ ເພື່ອຜັນຂະຫຍາຍ ສະເພາະຂໍ້ 3 ຂອງຄໍາສັ່ງເລກທີ 12/ນຍ. ຮ່າງ ແຈ້ງການນີ້ ໄດ້ຜ່ານການປຶກສາຫາລືພາຍໃນກົມຫຼາຍຄັ້ງສົມຄວນ ແລະ ລ່າສຸດໃນທ້າຍເດືອນ ສິງຫາ 2020 ໄດ້ປຶກສາຫາລືເປີດກ້ວາງຄັ້ງທໍາອິດກັບພາກລັດທີ່ກ່ຽວຂ້ອງ ແລ້ວ.

       ພາຍຫຼັງຄະນະກອງເລຂາໄດ້ປັບປຸງ ຮ່າງແຈ້ງການ ຕາມທີ່ໄດ້ຕົກລົງກັນໃນກອງປະຊຸມ  ຄັ້ງນີ້ແລ້ວ. ບາດກ້າວຕໍ່ໄປ ແມ່ນຈະໄດ້ສືບຕໍ່ທາບທາມຄໍາເຫັນ ໃນຂັ້ນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໂດຍແມ່ນບັນດາ ທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ຈາກກົມກອງທີ່ກ່ຽວຂ້ອງ ທີ່ເປັນສະມາຊິກຂອງກອງເລຂາຄະນະກໍາມະການ ເຂົ້າຮ່ວມຊຶ່ງຄາດວ່າຈະຈັດຂຶ້ນໃນເດືອນ ຕຸລາ 2020. ຫຼັງຈາກນັ້ນ,  ຈະດໍາເນີນຂັ້ນຕອນຕໍ່ໄປ. ກົມ ຂອ ຄາດວ່າຈະໃຫ້ແຈ້ງການສະບັບນີ້ ໄດ້ຖືກຮັບຮອງໃນເດືອນ ທັນວາ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.