ສາລະບານ

ໝວດທີ I - ຂໍ້ກໍານົດທົ່ວໄປ

ມາດຕາ 1. ວັດຖຸປະສົງ
ມາດຕາ 2. ຕະຫຼາດຊາຍແດນ
ມາດຕາ 3. ຂອບເຂດດັດສົມຂອງຂໍ້ກໍານົດ

ໝວດທີ II - ເງື່ອນໄຂ ແລະ ລະບຽບການຂອງການເຄື່ອນໄຫວໃນຕະຫຼາດຊາຍແດນ

ມາດຕາ 4. ຫຼັກການພື້ນຖານຂອງການເຄື່ອນໄຫວ
ມາດຕາ 5. ເງື່ອນໄຂສໍາລັບຄົນລາວ
ມາດຕາ 6. ເງື່ອນໄຂສໍາລັບຄົນຫວຽດນາມ
ມາດຕາ 7. ສິດ ແລະ ໜ້າທີ່ຂອງຜູ້ຄ້າຂາຍໃນຕະຫຼາດ
ມາດຕາ 8. ປະເພດສິນຄ້າທີ່ອະນຸຍາດໃຫ້ຊື້-ຂາຍ
ມາດຕາ 9. ສະກຸນເງິນທີ່ອະນຸຍາດໃຫ້ນໍາໃຊ້
ມາດຕາ 10. ການເສຍພາສີສໍາລັບປະຊາຊົນລາວ ແລະ ປະຊາຊົນຫວຽດນາມ
ມາດຕາ 11. ການເສຍພາສີ-ອາກອນ ສໍາລັບຫົວໜ່ວຍທຸລະກິດລາວ ແລະ ຫວຽດນາມ

ໝວດທີ III - ການຈັດຕັ້ງ ແລະ ການຄຸ້ມຄອງຕະຫຼາດຊາຍແດນ

ມາດຕາ 12. ການຈັດຕັ້ງຕະຫຼາດຊາຍແດນ
ມາດຕາ 13. ຄະນະຄຸ້ມຄອງຕະຫຼາດຊາຍແດນ

ໝວດທີ IV - ຂໍ້ກໍານົດສຸດທ້າຍ

ມາດຕາ 14. ການຈັດຕັ້ງປະຕິບັດ
ມາດຕາ 15. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ  ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການຄ້າ ແລະ ທ່ອງທ່ຽວ    ເລກທີ 0807/ກຄທ

ຂໍ້ກໍານົດ
ວ່າດ້ວຍການຈັດຕັ້ງ ແລະ ການຄຸ້ມຄອງຕະຫຼາດຊາຍແດນລາວ - ຫວຽດນາມ

  • ອີງໃສ່ລະບຽບການ, ຂໍ້ກໍານົດ, ກົດໝາຍທີ່ກ່ຽວຂ້ອງ ສປປ ລາວ;
  • ອີງໃສ່ສັນຍາການຮ່ວມມືທາງດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດເຕັກນິກ ແລະ ສັນຍາການຄ້າລະຫວ່າງກະຊວງການຄ້າ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງການຄ້າ ສສ ຫວຽດນາມ ທີ່ໄດ້ເຊັນກັນໃນເດືອນ 3/98;
  • ອີງໃສ່ດໍາລັດ ເລກທີ 24/ນຍ, ລົງວັນທີ 24/03/99 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຄ້າ ແລະ ທ່ອງທ່ຽວ.

ລັດຖະມົນຕີວ່າການກະຊວງການຄ້າ ແລະ ທ່ອງທ່ຽວອອກຂໍ້ກໍານົດ:

ໝວດທີ I
ຂໍ້ກໍານົດທົ່ວໄປ

ມາດຕາ 1. ວັດຖຸປະສົງ
   ຂໍ້ກໍານົດສະບັບນີ້ ກໍານົດລະບຽບການກ່ຽວກັບການຈັດຕັ້ງ ແລະ ການຄຸ້ມຄອງຕະຫຼາດຊາຍແດນ ລາວ-ຫວຽດນາມ ແນໃສ່ເພື່ອເຮັດໃຫ້ການຈໍລະຈອນສິນຄ້າ ຕາມແນວຊາຍແດນເຄື່ອນໄຫວເປັນລະບົບ, ລະບຽບ, ສົ່ງເສີມການຜະລິດ, ປະກອບສ່ວນເຂົ້າໃນການຂະຫຍາຍເສດຖະກິດ ແລະ ການພົວພັນມິດຕະພາບພິເສດ ລະຫວ່າງປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຍິ່ງຂຶ້ນ. ຂ້າງເທິງ

ມາດຕາ 2. ຕະຫຼາດຊາຍແດນ
   ຕະຫຼາດຊາຍແດນແມ່ນຂອບເຂດພື້ນທີ່ ທີ່ໄດ້ຮັບອະນຸຍາດໃຫ້ຈັດຕັ້ງຕະຫຼາດຊາຍແດນ ເພື່ອດໍາເນີນທຸລະກິດຊື້-ຂາຍ, ແລກປ່ຽນສິນຄ້າລະຫວ່າງປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງ ຂອງສອງປະເທດລາວ-ຫວຽດນາມ. ອົງການຈັດຕັ້ງທີ່ມີສິດອະນຸຍາດ ໃຫ້ຈັດຕັ້ງຕະຫຼາດຊາຍແດນແມ່ນອົງການຈັດຕັ້ງທີ່ໄດ້ ຮັບມອບໝາຍຕາມຂໍ້ກໍານົດສະບັບນີ້.
   ຂອບເຂດຕະຫຼາດຊາຍແດນ ອາດຈະກວມເອົາຂອບເຂດໃດໜຶ່ງຂອງບ້ານ ຫຼື ຂອບເຂດພື້ນທີ່ ທີ່ເໝາະສົມໃດໜຶ່ງ ທີ່ອະນຸຍາດໃຫ້ຕາມເງື່ອນໄຂຂອງແຕ່ລະບ່ອນ. ຂ້າງເທິງ

ມາດຕາ 3. ຂອບເຂດດັດສົມຂອງຂໍ້ກໍານົດ
   ຂໍ້ກໍານົດສະບັບນີ້ນໍາໃຊ້ໄດ້ສະເພາະແຕ່ ຂອບເຂດລັນດາຕະຫຼາດຊາຍແດນຂອງລາວ ທີ່ມີພື້ນທີ່ຕິດຈອດກັບຊາຍແດນ ສສ ຫວຽດນາມເທົ່ານັ້ນ. ຂ້າງເທິງ

ໝວດທີ II
ເງື່ອນໄຂ ແລະ ລະບຽບການຂອງການເຄື່ອນໄຫວ ໃນຕະຫຼາດຊາຍແດນ

ມາດຕາ 4. ຫຼັກການພື້ນຖານຂອງການເຄື່ອນໄຫວ
   ທຸກການເຄື່ອນໄຫວ ໃນຕະຫຼາດຊາຍແດນລາວ-ຫວຽດນາມ ຈະຕ້ອງສອດຄ່ອງກັບບັນດາລະບຽບການ, ຂໍ້ກໍານົດ, ກົດໝາຍຕ່າງໆທີ່ກ່ຽວຂ້ອງຂອງ ສປປ ລາວ ລວມທັງເງື່ອນໄຂຂອງຂໍ້ກໍານົດສະບັບນີ້ ແລະ ນິຕິກໍາທີ່ກ່ຽວຂ້ອງກັບກັບການຈັດຕັ້ງ, ການຄຸ້ມຄອງ ແລະ ການເຄື່ອນໄຫວຂອງ ສສ ຫວຽດນາມ ກ່ຽວກັບຕະຫຼາດ ຊາຍແດນຫວຽດນາມ-ລາວ. ຂ້າງເທິງ

ມາດຕາ 5. ເງື່ອນໄຂສໍາລັບຄົນລາວ
   ຜູ້ທີ່ສາມາດເຂົ້າໄປດໍາເນີນທຸລະກິດຊື້-ຂາຍ, ແລກປ່ຽນສິນຄ້າໃນຕະຫຼາດຊາຍແດນ ລາວ-ຫວຽດນາມ (ສໍາລັບຄົນລາວ) ປະກອບດ້ວຍ: ປະຊາຊົນລາວ ທີ່ອາໄສຢູ່ໃນຂອບເຂດຊາຍແດນ ແລະ ບັນດາຫົວໜ່ວຍທຸລະກິດບຸກຄົນ ຫຼື ນິຕິບຸກຄົນ ໃນນີ້ສໍາລັບບັນດາຫົວໜ່ວຍທຸລະກິດຈະຕ້ອງ:

  • ມີທະບຽນວິສາຫະກິດການຄ້າຂາອອກ-ຂາເຂົ້າ, ການຄ້າຂາຍສົ່ງ, ການຄ້າຂາຍຍ່ອຍ ຫຼື ທະບຽນວິສາຫະກິດດ້ານອື່ນໆທີ່ກ່ຽວຂ້ອງກັບທຸລະກິດທີ່ໄດ້ຮັບອະນຸ ຍາດໃຫ້ເຄື່ອນໄຫວໃນຕະຫຼາດຊາຍແດນແຕ່ລະບ່ອນ;
  • ໄດ້ຜ່ານການອະນຸຍາດຈາກຫ້ອງການ ການຄ້າເມືອງ ແລະ ໄດ້ຮັບການຈັດສັນສະຖານທີ່ ໃຫ້ຈາກຄະນະຄຸ້ມຄອງຕະຫຼາດຊາຍແດນ ທີ່ກ່ຽວຂ້ອງໃນແຕ່ລະບ່ອນ;

   ໃຫ້ພະແນກການຄ້າແຂວງປະສານ ກັບອໍານາດການປົກຄອງທ້ອງຖິ່ນແຂວງ, ເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອກໍານົດວ່າ: ‘‘ປະຊາຊົນລາວທີ່ອາໄສ ຢູ່ໃນຂອບເຂດຊາຍແດນ’’ ປະກອບດ້ວຍປະຊາຊົນໃນຂອບເຂດພື້ນທີ່ໃດ ໃນທ້ອງຖິ່ນຂອງຕົນໂດຍໃຫ້ອີງໃສ່ສະພາບ ຄວາມເປັນຈິງຂອງແຕ່ລະບ່ອນ. ຂ້າງເທິງ

ມາດຕາ 6. ເງື່ອນໄຂສໍາລັບຄົນຫວຽດນາມ
   ຜູ້ທີ່ສາມາດເຂົ້າໄປເຄື່ອນໄຫວ ດໍາເນີນທຸລະກິດຊື້-ຂາຍ, ແລກປ່ຽນສິນຄ້າໃນຕະຫຼາດຊາຍແດນ ລາວ-ຫວຽດນາມ (ສໍາລັບຄົນຫວຽດນາມ) ປະກອບດ້ວຍ: ປະຊາຊົນຫວຽດນາມ ທີ່ອາໄສຢູ່ໃນຂອບເຂດຊາຍແດນ ແລະ ບັນດາຫົວໜ່ວຍທຸລະກິດບຸກຄົນ ຫຼື ນິຕິບຸກຄົນ ໃນນີ້ສໍາລັບບັນດາຫົວໜ່ວຍທຸລະກິດຈະຕ້ອງ:

  • ຂໍອະນຸຍາດດໍາເນີນທຸລະກິດປົກກະຕິໃນຕະຫຼາດຊາຍແດນລາວ-ຫວຽດນາມ ຕາມແບບຟອມໃບຄໍາຮ້ອງທີ່ກໍານົດໄວ້ພ້ອມທັງ ຄໍາໝັ້ນສັນຍາວ່າ: ຈະປະຕິບັດ ຕາມຂໍ້ກໍານົດ ກ່ຽວກັບຕະຫຼາດຊາຍແດນສະບັບນີ້ ແລະ ບັນດາລະບຽບ, ກົດໝາຍທີ່ກ່ຽວຂ້ອງອື່ນໆຂອງ ສປປລາວ ແລະ ສສ ຫວຽດນາມ. ຄໍາວ່າດໍາເນີນທຸລະກິດປົກກະຕິ ໝາຍເຖິງການອະນຸຍາດໃຫ້ ຫົວໜ່ວຍທຸລະກິດ ມີຮ້ານຄ້າຂາຍສິນຄ້າດັ່ງນີ້ເປັນຕົ້ນ;
  • ໄດ້ຮັບການຢັ້ງຢືນຈາກ ອໍານາດການປົກຄອງທ້ອງຖິ່ນຂອງຫວຽດນາມ;
  • ໂດ້ຮັບການອະນຸຍາດຈາກຫ້ອງການ ການຄ້າເມືອງ ແລະ ໄດ້ຮັບການຈັດສັນສະຖານທີ່ໃຫ້ດໍາເນີນທຸລະກິດ ໂດຍຄະນະຄຸ້ມຄອງຕະຫຼາດຊາຍແດນຂອງລາວ. ຂ້າງເທິງ

ມາດຕາ 7. ສິດ ແລະ ໜ້າທີ່ຂອງຜູ້ຄ້າຂາຍໃນຕະຫຼາດ
   ຜູ້ຄ້າຂາຍ, ຫົວໜ່ວຍທຸລະກິດບຸກຄົນ ຫຼື ນິຕິບຸກຄົນ ທີ່ເຄື່ອນໄຫວທຸລະກິດຊື້-ຂາຍ, ແລກປ່ຽນສິນຄ້າໃນຂອບເຂດຕະຫຼາດຊາຍແດນຕາມທີ່ໄດ້ກ່າວມາໃນມາດຕາ 05 ແລະ 06 ຂໍ້ກໍານົດສະບັບນີ້ມີສິດ ແລະ ໜ້າທີ່ຕົ້ນຕໍດັ່ງນີ້:

  • ໄດ້ຮັບການປົກປ້ອງສິດຄ້າຂາຍທີ່ຖືກຕ້ອງຕາມກົດໝາຍຢ່າງເຕັມສ່ວນ;
  • ໄດ້ຮັບການຊ່ວຍເຫຼືອ, ແນະນໍາດ້ານການເຄື່ອນໄຫວທຸລະກິດຄ້າຂາຍຢູ່ຕະຫຼາດ;
  • ມີສິດໃນການຮ້ອງຂໍໃຫ້ຄະນະຄຸ້ທຄອງຕະຫຼາດ ແລະ ບັນດາອົງການລັດບໍລິຫານທີ່ກ່ຽວຂ້ອງ ເພື່ອໄກ່ເກ່ຍບັນດາບັນຫາທີ່ເກີດຂຶ້ນກັບຕົນ;
  • ມີໜ້າທີ່ໃນການປະຕິບັດ ບັນດາລະບອບລະບຽບ, ຂໍ້ກໍານົດກົດໝາຍຕ່າງໆທີ່ກ່ຽວຂ້ອງ ລວມທັງຂໍ້ກໍານົດສະບັບນີ້, ໃນນີ້ຕົ້ນຕໍແມ່ນໜ້າທີ່ໃນການປະຕິບັດພັນທະ ພາສີ, ອາກອນຕ່າງໆ;
  • ມີໜ້າທີ່ຮັກສາຄວາມສະອາດ, ຮັບປະກັນຄວາມສະຫງົບ ແລະ ລະບຽບການຄຸ້ມຄອງອື່ນໆຂອງຄະນະຄຸ້ມຄອງຕະຫຼາດວາງອອກ. ຂ້າງເທິງ

ມາດຕາ 8. ປະເພດສິນຄ້າທີ່ອະນຸຍາດໃຫ້ຊື້-ຂາຍ
   ສິນຄ້າທີ່ອະນຸຍາດໃຫ້ຊື້-ຂາຍ ໃນຕະຫຼາດຊາຍແດນລາວ-ຫວຽດນາມປະກອບດ້ວຍສິນຄ້າທຸກປະເພດ ທີ່ອະນຸຍາດໃຫ້ຈໍລະຈອນຈໍາໜ່າຍໃນທ້ອງຕະຫຼາດ ພາຍໃນຂອງລາວເວັ້ນເສຍແຕ່ບາງປະເພດສິນຄ້າ ທີ່ລະບຽບກົດໝາຍຂອງລາວກໍານົດໄວ້ເປັນຢ່າງອື່ນ. ລັດຖະບານແຫ່ງ ສປປລາວ ສົ່ງເສີມການຊື້-ຂາຍ ແລກປ່ຽນຂອງປະຊາຊົນສອງປະເທດໃນຕະຫຼາດ ຊາຍແດນຕໍ່ບັນດາປະເພດສິນຄ້າຕ່າງໆ ທີ່ສາມາດຜະລິດໄດ້ຢູ່ທ້ອງຖິ່ນຂອງລາວ ແລະ ຫວຽດນາມດ້ວຍຮູບການ ແລະ ມາດຕະການກະຕຸກຊຸກຍູ້ຕ່າງໆ ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 9. ສະກຸນເງິນທີ່ອະນຸຍາດໃຫ້ນໍາໃຊ້
   ທຸກການຊໍາລະສະສາງຊື້-ຂາຍ ໃນຂອບເຂດຕະຫຼາດຊາຍແດນລາວ - ຫວຽດນາມ ຕ້ອງປະຕິບັດບົນພື້ນຖານເງິນກີບຂອງລາວ ແລະ ເງິນດົງຂອງຫວຽດນາມ ເທົ່ານັ້ນ. ຂ້າງເທິງ

ມາດຕາ 10. ການເສຍພາສີສໍາລັບປະຊາຊົນລາວ ແລະ ປະຊາຊົນຫວຽດນາມ
   ການນໍາສິນຄ້າທີ່ເປັນຜະລິດຕະພັນ ພາຍໃນຂອງລາວ ຫຼື ຫວຽດນາມທີ່ຈໍາເປັນຕໍ່ຊີວິດປະຈໍາວັນຂອງປະຊາຊົນ ເຂົ້າຊື້-ຂາຍ, ແລກປ່ຽນສິນຄ້າຢູ່ຕະຫຼາດ ຊາຍແດນລາວ-ຫວຽດນາມ ຜ່ານດ່ານຊາຍແດນຊຶ່ງມີມູນຄ່າບໍ່ເກີນ 300.000 ກີບ ຕໍ່ຄົນ/ຕໍ່ວັນ ແມ່ນຈະໄດ້ຮັບການຍົກເວັ້ນພາສີ, ໃນກໍລະນີມູນຄ່າວັດແທກ ເປັນຫົວໜ່ວຍຂອງສິນຄ້າໃດໜຶ່ງ ທີ່ເປັນຜະລິດຕະພັນດ້ານກະສິກໍາ ຫຼື ຫັດຖະກໍາ ຫຼື ເຄື່ອງປ່າຂອງນາ ບໍ່ອາດຕັດແຍກກັນໄດ້ທາງກາຍຍະພາບ ແຕ່ມີມູນຄ່າເກີນກວ່າ 300.000 ກີບ (ເຊັ່ນ: ສັດ 1ໂຕ, ວັດຖຸ 1ອັນ) ກໍຈະໄດ້ຮັບການຍົກເວັ້ນພາສີ ເຊັ່ນດຽວກັນ. ມູນຄ່າກໍານົດຕາມທີ່ກ່າວມານີ້ ຈະໄດ້ຮັບການປັບປຸງ, ດັດແປງຕາມເງື່ອນໄຂ ສະພາບຄວາມເປັນຈິງໃນແຕ່ລະໄລຍະ.
   ການນໍາເອົາສິນຄ້າເຂົ້າ-ອອກຕະຫຼາດຊາຍແດນ ນອກຈາກເງື່ອນໄຂທີ່ກ່າວມາທັດເທິງນີ້, ມູນຄ່າທີ່ເກີນ 300.000 ກີບ ຈະຕ້ອງໄດ້ເສຍພາສີຂາເຂົ້າ-ຂາອອກ ທັງໝົດ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.
   ບັນດາປະເພດສິນຄ້າທີ່ເປັນຜະລິດຕະພັນ ຂອງປະເທດທີ 3 ທີ່ນໍາມາຈໍລະຈອນຊື້-ຂາຍ ໃນຕະຫຼາດຊາຍແດນລາວ-ຫວຽດນາມ ຈະຕ້ອງໄດ້ເສຍພາສີຂາເຂົ້າ-ຂາອອກ ຕາມລະບຽບກົດໝາຍຂອງ ສປປລາວ. ຂ້າງເທິງ

ມາດຕາ 11. ການເສຍພາສີ-ອາກອນ ສໍາລັບຫົວໜ່ວຍທຸລະກິດລາວ ແລະ ຫວຽດນາມ

   ບັນດາຫົວໜ່ວຍທຸລະກິດບຸກຄົນ ຫຼື ນິຕິບຸກຄົນຂອງລາວ ແລະ ຫວຽດນາມທີ່ໄດ້ຮັບອະນຸຍາດ ໃຫ້ດໍາເນີນທຸລະກິດໃນຂອບເຂດຕະຫຼາດຊາຍແດນ ລາວ-ຫວຽດນາມ ຫຼື ຕະຫຼາດຊາຍແດນຫວຽດນາມ-ລາວ ຈະຕ້ອງໄດ້ເສຍພາສີ-ອາກອນ ຕາມລະບຽບກົດໝາຍຂອງສອງປະເທດ. ຂ້າງເທິງ

ໝວດທີ III
ການຈັດຕັ້ງ ແລະ ການຄຸ້ມຄອງຕະຫຼາດຊາຍແດນ

ມາດຕາ 12. ການຈັດຕັ້ງຕະຫຼາດຊາຍແດນ
   ຕະຫຼາດຊາຍແດນຈະຖືກສ້າງຕັ້ງ ຫຼື ຍຸບເລີກໄດ້ກໍຕໍ່ເມື່ອ ໄດ້ຮັບການອະນຸມັດ, ຕົກລົງເຫັນດີຈາກເຈົ້າແຂວງ ບົນພື້ນຖານການສະເໜີຂອງເຈົ້າເມືອງ ແລະ ຫົວໜ້າພະແນກການຄ້າແຂວງ ຕາມເງື່ອນໄຂ, ສະພາບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ.
   ພາຍຫຼັງໄດ້ຮັບອະນຸຍາດສ້າງຕັ້ງແລ້ວ ພະແນກການຄ້າແຂວງ ຕ້ອງເປັນເຈົ້າການໃນການປະສານກັບ ພະແນກການເງິນແຂວງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຊ່ວຍເຈົ້າເມືອງໃນເມືອງທີ່ກ່ຽວຂ້ອງ ໃນການຈັດຕັ້ງ, ຄຸ້ມຄອງຕະຫຼາດໃຫ້ເຄື່ອນໄຫວສອດຄ່ອງ ກັບລະບຽບກົດໝາຍທີ່ກໍານົດໄວ້ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 13. ຄະນະຄຸ້ມຄອງຕະຫຼາດຊາຍແດນ
   ອົງການຄຸ້ມຄອງ, ບໍລິຫານຕະຫຼາດຊາຍແດນ ຊຶ່ງຕໍ່ໄປເອີ້ນຫຍໍ້ວ່າ: ‘‘ຄະນະຄຸ້ມຄອງຕະຫຼາດຊາຍແດນ’’ ຖືກແຕ່ງຕັ້ງໂດຍເຈົ້າແຂວງບົນພື້ນຖານການສະເໜີ ຂອງເຈົ້າເມືອງ ແລະ ຫົວໜ້າພະແນກການຄ້າແຂວງ.
   ມອບໃຫ້ພະແນກການຄ້າແຂວງປະສານກັບພະແນກການເງິນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງຄົ້ນຄວ່າກ່ຽວກັບສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບລະອຽດ ຂອງຄະນະຄຸ້ມຄອງຕະຫຼາດຊາຍແດນ ລວມທັງລະບຽບການຄຸ້ມຄອງລະອຽດຢູ່ໃນແຕ່ລະຕະຫຼາດ ເພື່ອສະເໜີເຈົ້າແຂວງອະນຸມັດປະກາດໃຊ້ຕາມເງື່ອນໄຂ ຂອງແຕ່ລະບ່ອນ.
   ລະບຽບການຄຸ້ມຄອງລະອຽດຂອງຕະຫຼາດຊາຍແດນ ກ່ອນຈະຂໍອະນຸມັດປະກາດໃຊ້ນໍາເຈົ້າແຂວງຕ້ອງປະສານສົມທົບເປັນເອກະພາບກັບພາກສ່ວນທີ່ກ່ຽວຂ້ອງ ຂອງຝ່າຍຫວຽດນາມກ່ອນ. ພາຍຫຼັງການປະກາດໃຊ້ ຕ້ອງແຈ້ງເປັນພາສາລາວ ແລະ ຫວຽດນາມ ເພື່ອໃຫ້ຜູ້ກ່ຽວຂ້ອງໃນຕະຫຼາດຊາຍແດນ ໄດ້ຮັບຊາບ ແລະ ປະຕິບັດຢ່າງທົ່ວເຖິງ. ຂ້າງເທິງ

ໝວດທີ IV
ຂໍ້ກໍານົດສຸດທ້າຍ

ມາດຕາ 14. ການຈັດຕັ້ງປະຕິບັດ

   ມອບໃຫ້ພະແນກການຄ້າຂອງບັນດາແຂວງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມຈັດຕັ້ງປະຕິບັດດັ່ງນີ້:

  • ປະສານກັບອໍານາດການປົກຄອງທ້ອງຖິ່ນ ແລະ ພະແນກການທີ່ກ່ຽວຂ້ອງ ໂດຍສະເພາະພະແນກການເງິນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບວຽກຊາຍແດນ ເພື່ອກໍານົດສະຖານທີ່ຕະລາດຊາຍແດນ ທີ່ຈະເປີດໃນແຕ່ລະໄລຍະ ເພື່ອແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນ, ທີ່ກ່ຽວຂ້ອງຂອງຝ່າຍຫວຽດນາມຊາບ ແລະ ຮ່ວມມືປະສານສົມທົບ ໃນການຈັດຕັ້ງຄຸ້ມຄອງຕະຫຼາດຊາຍແດນລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ເປັນເອກະພາບ ແລະ ມີຜົນໃນທາງປະຕິບັດ ເປັນຢ່າງດີ.
  • ເປັນເຈົ້າການໃນການປະສານກັບພະແນກການເງິນແຂວງ ເພື່ອເອກະພາບກັນໃນການຊີ້ນໍາ, ນໍາພາການຈັດຕັ້ງປະຕິບັດລະອຽດຢູ່ໃນຕະຫຼາດຊາຍແດນ ຕໍ່ຫ້ອງການການຄ້າເມືອງ, ຫ້ອງການການເງິນເມືອງ ແລະ ຄະນະຄຸ້ມຄອງຕະຫຼາດ ໃນວຽກງານທີ່ກ່ຽວກັບການຄຸ້ມຄອງການເຄື່ອນໄຫວ ການດໍາເນີນທຸລະກິດ ຊື້-ຂາຍ, ລະບຽບການເສຍພາສີ, ອາກອນ ຫຼື ຍົກເວັ້ນພາສີ, ການອະນຸຍາດດໍາເນີນທຸລະກິດ ໃນຕະຫຼາດຊາຍແດນ, ການປະກອບເອກະສານ ຫຼື ຂໍ້ມູນເຂົ້າໃນຟອມເອກະສານ ຫຼື ຕາຕະລາງຕ່າງໆທີ່ກໍານົດອອກ, ໃນນີ້ຕົ້ນຕໍແມ່ນບັນດາ (ເອກະສານຊ້ອນທ້າຍ: ກ, ຂ, ຄ ແລະ ງ) ຄັດຕິດມາພ້ອມນີ້;
  • ລາຍງານສະພາບຕະຫຼາດ, ຂໍ້ມູນກ່ຽວກັບການຊື້-ຂາຍ ຂອງຕະຫຼາດຊາຍແດນໃຫ້ກະຊວງການຄ້າ ແລະ ເຈົ້າແຂວງຢ່າງເປັນປະຈໍາທຸກໆ 3 ເດືອນ. ຂ້າງເທິງ

ມາດຕາ 15. ຜົນສັກສິດ

   ຂໍ້ກໍານົດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ວຽງຈັນ, ວັນທີ 02 ກັນຍາ 1999
ລັດຖະມົນຕີວ່າການກະຊວງການຄ້າ ແລະ ທ່ອງທ່ຽວ
ພູມີ ທິບພະວອນ

 

# ຫົວຂໍ້ ດາວໂຫຼດ
1 Provision on the Implementation and Administration of the Lao-Viet Border Markets No.0807/MOCT PDF
2 ຂໍ້ກໍານົດ ວ່າດ້ວຍ ການຈັດຕັ້ງ ແລະ ການຄຸ້ມຄອງ ຕະຫຼາດຊາຍແດນ ລາວ-ຫວຽດນາມ ເລກທີ 0807/ກຄທ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.