ໃນວັນທີ 23-24 ກັນຍາ 2020 ທີ່ຜ່ານມາ,  ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ແລະ ໜ່ວຍງານ NTMs-WG, ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ Lao Competitiveness and Trade - LCT ຂອງ ທະນາຄານໂລກ ໄດ້ຈັດ “ກອງປະຊຸມຂອງໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs-Working Group) ຄັ້ງທີ V” ທີ່ໂຮງແຮມ ທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດເປັນປະທານ ໂດຍ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມທີ່ຕາງໜ້າ ບັນດາຂະແໜງການທີ່ກ່ຽວຂ້ອງ ຄື: ກົມພາສີ, ກົມ ປ່າໄມ້ ແລະ ກົມລ້ຽງສັດ ແລະ ການປະມົງ, ກົມຂົນສົ່ງ ແລະ ກົມສົ່ງເສີມການລົງທຶນ ລວມທັງໝົດ 40 ທ່ານ.

          ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບເລກທີ 002/ຄອຄສ, ລົງວັນທີ 02 ກໍລະກົດ 2020 ວ່າດ້ວຍການຮັບຮອງເອົານິຕິກໍາ ແລະ ແຜນການສ້າງ, ປັບປຸງນິຕິກໍາ ກ່ຽວກັບການອອກອະນຸຍາດ, ຢັ້ງຢືນນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍ ສິນຄ້າ (ເອກະສານຊ້ອນທ້າຍ 01) ຂອງຄໍາສັ່ງ ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ ການນໍາເຂົ້າ-ການສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າ ຢູ່ ສປປ ລາວ ເລກທີ 12/ນຍ,​ ລົງວັນທີ 16 ຕຸລາ 2019. ຂໍ້ຕົກລົງດັ່ງກ່າວ ແມ່ນຮັບຮອງເອົາ ແຜນປັບປຸງນິຕິກໍາ ແລະ ແຜນການສ້າງ, ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບການອອກອຸນະຍາດ,​ ຢັ້ງຢືນ ການນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ລວມທັງໝົດ 51 ມາດຕະການ.

          ໃນກອງປະຊຸມ ແຕ່ລະຂະແໜງການ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງດັ່ງກ່າວ ຊຶ່ງອີງຕາມການລາຍງານ ໂດຍລວມແລ້ວເຫັນວ່າ ແມ່ນສາມາດປະຕິບັດຕາມແຜນການທີ່ໄດ້ກໍານົດໄວ້ ໂດຍສະເພາະແມ່ນການປັບປຸງນິີຕິກໍາ ຕາມທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 01 ຂອງຄໍາສັ່ງ ເລກທີ 12/ນຍ ມາຮອດປະຈຸບັນສໍາເລັດແລ້ວ 07 ມາດຕະການ, ກໍາລັງສ້າງນິຕິກໍາໃໝ່ 10 ມາດຕະການ, ກໍາລັງປັບປຸງ 31 ມາດຕະການ ແລະ ລ່າຊ້າ 03 ມາດຕະການ. ຕາມແຜນການສ້າງ ແລະ ປັບປຸງນິຕິກໍາຂອງແຕ່ລະຂະແໜງກ່ຽວຂ້ອງ ຄື: ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສໍາເລັດ 4 ມາດຕະການ, ກໍາລັງສ້າງ 4 ມາດຕະການ ແລະ ຍັງລ່າຊ້າ 2 ມາດຕະການ;​ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສໍາເລັດ 1 ມາດຕະການ,​ ກໍາລັງສ້າງ 2 ມາດຕະການ, ກໍາລັງປັບປຸງ 7 ມາດຕະການ; ກະຊວງສາທາລະນະສຸກ ກໍາລັງສ້າງ 1 ມາດຕະການ, ກໍາລັງປັບປຸງ 4 ມາດຕະການ ແລະ ລ່າຊ້າ 1 ມາດຕະການ; ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກໍາລັງປັບປຸງ 3 ມາດຕະການ; ກະຊວງໄປຊະນີ ໂທລະຄົມມະນາຄົມ ໄດ້ສໍາເລັດ 2 ມາດຕະການ,​ ກໍາລັງປັບປຸງ 1 ມາດຕະການ; ກະຊວງໂຍທາທິການ ແລະ ຂົນສົ່ງ ກໍາລັງສ້າງ 2 ມາດຕະການ; ກະຊວງພະລັງງານ ແລະ ບໍ່ແຮ່ ກໍາລັງປັບປຸງ 2 ມາດຕະການ; ກະຊວງການເງິນ ກໍາລັງສ້າງ 1 ມາດຕະການ ແລະ ກໍາລັງປັບປຸງ 1 ມາດຕະການ; ກະຊວງແຜນການ ແລະ ການລົງທຶນ ກໍາລັງປັບປຸງ 1 ມາດຕະການ;​ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍາລັງປັບປຸງ 1 ມາດຕະການ ແລະ ກະຊວງຖະແຫຼ່ງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ກໍາລັງປັບປຸງ 1 ມາດຕະການ.

          ໃນກອງປະຊຸມຮັບຊາບເຖິງ ຄວາມໝາຍຄວາມສໍາຄັນຂອງວຽກງານ NTMs ແລະ ຜົນການຈັດຕັ້ງປະຕິບັດວຽກງານ NTMs ໃນໄລຍະຜ່ານມາ ແລະ ຈະເອົາໃຈໃສ່ສືບຕໍ່ປະຕິບັດແຜນວຽກໃນຕໍ່ໜ້າ. ພ້ອມທັງຮັບຊາບ ຫຼັກການຂອງການຮ່າງນິຕິກໍາ ທີ່ຕິດພັນກັບ NTMs ເພື່ອເປັນແນວຄວາມຄິດໜຶ່ງ ໃຫ້ແຕ່ລະຂະແໜງການພິຈາລະນາໃນເວລາສ້າງ ຫຼື ປັບປຸງນິຕິກໍາ  ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ ໃຫ້ແກ່ພາກທຸລະກິດໃນການດຳເນີນທຸລະກິດນຳເຂົ້າ ຫຼື ສົ່ງອອກ ພ້ອມທັງເປັນການປະຕິບັດພັນທະສັນຍາທີ່ ສປປ ລາວ ມີຕໍ່ສາກົນ ແລະ ພາກພື້ນ ກໍ່ຄືອົງກອນການຄ້າໂລກ ແລະ ອາຊຽນ, ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນໜ່ວຍງານຈັດຕັ້ງປະຕິບັດວຽກງານ NTMs ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທົບທວນຄືນບັນດາລະບຽບການທາງດ້ານການຄ້າ ເພື່ອລົບລ້າງສິ່ງກີດຂວາງທາງດ້ານການຄ້າ, ຫຼຸດຜ່ອນຄ່າໃຊ້ຈ່າຍທາງການຄ້າທີ່ບໍ່ຈໍາເປັນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ ຂອງພາກທຸລະກິດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.