ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ     ເລກທີ 1064/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 02 ຕຸລາ 2020

ແຈ້ງການ

ຮຽນ:- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ເຄົາລົບ.

          - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ເຄົາລົບ.

          - ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ.

          - ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ.

          - ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

          - ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

          - ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

          - ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

          - ທ່ານເຈົ້າແຂວງ ແຂວງຄໍາມ່ວນ.

ເລື່ອງ: ການອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ.

  • ອີງຕາມ ໜັງສືສະເໜີ ສະບັບເລກທີ 78/ບຮລ-ກຈ, ລົງວັນທີ 8 ກັນຍາ 2020 ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ.
  • ອີງຕາມ ການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 30 ກັນຍາ 2020.

      ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ. ພ້ອມນັ້ນ, ຕ້ອງປະຕິບັດຕາມມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ”.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການອະນຸມັດໃຫ້ເປີດດ່ານປະເພນີ ໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສໍາເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈໍາກັດຜູ້ດຽວ, ເລກທີ 1064/ຫສນຍ, ລົງວັນທີ 02 ຕຸລາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.