ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ    ເລກທີ 1071/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 05 ຕຸລາ 2020

ແຈ້ງການ

 ຮຽນ:- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ເຄົາລົບ.

- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ເຄົາລົບ.

- ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ.

- ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ.

- ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

- ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

- ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

- ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

- ທ່ານເຈົ້າແຂວງ ແຂວງວຽງຈັນ.

ເລື່ອງ: ການອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ.

  • ອີງຕາມ ໜັງສືລາຍງານ ສະບັບເລກທີ 618/ຍທຂ, ລົງວັນທີ 21 ກັນຍາ 2020 ຂອງກະຊວງໂຍທາທິການ ແລະ ຂົນສົ່ງ.
  • ອີງຕາມ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 30 ກັນຍາ 2020.

      ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ ແຕ່ຕ້ອງໄດ້ມີການຄຸ້ມຄອງຕິດຕາມການສົ່ງອອກໃຫ້ຮັດກຸມ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຊ່ອງວ່າງສວຍໂອກາດຢ່າງເດັດຂາດ. ພ້ອມນັ້ນ, ຕ້ອງປະຕິບັດຕາມມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ”.

      ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການອະນຸມັດໃຫ້ເປີດດ່ານບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດ ຂອງບໍລິສັດ ເພັດທອງຄໍາ ບໍ່ແຮ່ ຈໍາກັດ, ເລກທີ 1071/ຫສນຍ, ລົງວັນທີ 05 ຕຸລາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.