ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ       ເລກທີ 1107/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 14 ຕຸລາ 2020

ແຈ້ງການ

ຮຽນ:- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທີ່ເຄົາລົບ.

   - ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ເຄົາລົບ.

   - ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ.

   - ທ່ານ ລັດຖະມົນຕີ ກະຊວງສາທາລະນະສຸກ.

   - ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.

   - ທ່ານ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

   - ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.

   - ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.

   - ທ່ານເຈົ້າແຂວງ ແຂວງບໍລິຄໍາໄຊ.

ເລື່ອງ: ທິດຊີ້ນໍາຕໍ່ການອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ ຢູ່ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວໃຫ້ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ເພື່ອນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນການກໍ່ສ້າງໂຄງການ ເຂື່ອນໄຟຟ້ານໍ້າເທີນ 1.

      - ອີງຕາມ ເອກະສານລາຍງານ ສະບັບເລກທີ 1267/ພບ, ລົງວັນທີ 28 ສິງຫາ 2020 ຂອງກະຊວງພະລັງງານ ແລະ ບໍ່ແຮ່.

      - ອີງຕາມ ສະໂໜດນໍາສົ່ງ ສະບັບເລກທີ 2106/ຫກງ, ລົງວັນທີ 8 ຕຸລາ 2020 ຂອງກະຊວງການເງິນ.

      - ອີງຕາມ ການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 13 ຕຸລາ 2020.

      ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ, ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວ ເພື່ອຮັບໃຊ້ໃຫ້ແກ່ການນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ຂອງບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ສະເພາະຈໍານວນ 4 ລາຍການ ເຊິ່ງມີນໍ້າໜັກລວມ 134 ໂຕນ-191,60 ໂຕນ ຕໍ່ລາຍການ ຕາມອີນວອຍເລກທີ INV-NT1-HIN-110, INV-NT1-HIN-111, INV-NT1-HAV-034a ແລະ INV-NT1-HAV-034b. ພາຍຫຼັງຂົນເຄື່ອງສໍາເລັດແລ້ວ ໃຫ້ປິດດ່ານດັ່ງກ່າວຄືນ. ໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງ ແລະ ຕິດຕາມການນໍາເຂົ້າຕາມລະບຽບການ ບໍ່ໃຫ້ມີການສວຍໂອກາດອື່ນໆ, ພ້ອມນີ້ກໍ່ຕ້ອງປະຕິບັດຕາມມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ທີ່ລັດຖະບານ ວາງອອກຢ່າງເຂັ້ມງວດ”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ທິດຊີ້ນໍາຕໍ່ການອະນຸມັດໃຫ້ເປີດດ່ານປະເພນີທ່າສະອາດ ຢູ່ເມືອງປາກກະດິງ, ແຂວງບໍລິຄໍາໄຊ ຊົ່ວຄາວໃຫ້ບໍລິສັດ ໄຟຟ້ານໍ້າເທີນ 1 ຈໍາກັດ ເພື່ອນໍາເຂົ້າວັດສະດຸອຸປະກອນທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ໃນການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າເທີນ 1, ສະບັບເລກທີ 1107/ຫສນຍ. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.