ໃນວັນທີ 22-23  ຕຸລາ 2020 ທີ່ ໂຮງແຮມອຸດົມສິນ, ແຂວງຫລວງນໍ້າທາ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດການຝຶກອົບຮົມສືບຕໍ່ເຜີຍແຜ່ ວິທີການຕອບແບບສອບຖາມຂອງບົດສຶກສາເວລາໃນການຂໍອະນຸຍາດ ແລະ ເວລາໃນການກວດປ່ອຍສິນຄ້າ TRS ປະຈຳປີ 2020 ຂັ້ນແຂວງ ກໍ່ຄືແຂວງຫຼວງນໍ້າທາ. ໂດຍການເປັນປະທານ ທ່ານ ມົ່ວວີໄຊ ປາລີ, ຮອງຫົວໜ້າ ກົມການນຳເຂົ້າ ແລະ ສົ່ງອອກ (ຮອງຫົວໜ້າ ກອງເລຂາຄະຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ) ພ້ອມແຂກທີ່ຖືກເຊີນຈາກຂະແໜງການລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງ ຈໍານວນ 70 ທ່ານ.

          ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອທໍາຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດຕອບແບບສອບຖາມຂອງບົດສຶກສາ TRS 2020 ທີ່ຈະໄດ້ເລີ່ມດຳເນີນການເກັບກຳຂໍ້ມູນຕົວຈິງໃນ ເດືອນພະຈິກ ທີ່ຈະມາເຖິງ ເພື່ອນຳເອົາໄປເປັນຜົນຊີ້ວັດໃນການຈັດລຳດັບຄວາມງ່າຍດາຍໃນການດຳເນີນທຸລະກິດຂອງ ສປປ ລາວ. ນອກຈາກນັ້ນ, ຂໍ້ມູນທີ່ໄດ້ກໍ່ຍັງສາມາດສະແດງຜົນເຖິງ ສາເຫດ ແລະ ບັນຫາຫຼັກອັນສໍາຄັນທີ່ ກະທົບຕໍ່ວຽກງານອໍານວຍຄວາມສະດວກທາງການຄ້າ ກໍ່ຄືຂອດຫຍຸ້ງຍາກທີ່ກະທົບໃສ່ພາກທຸລະກິດໃນການຂົນສົ່ງຜ່ານຊາຍແດນ.

          ຜົນສໍາເລັດຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນສາມາດຕີລາຄາໄດ້ວ່າ ຜູ້ເຂົ້າຮ່ວມໄດ້ທໍາຄວາມເຂົ້າໃຈ ແລະ ສາມາດເຮັດການທົດສອບໄດ້ດີ ໂດຍສະແດງອອກໃນເວລາຕື່ມແບບຟອມຄໍາຖາມ ໄດ້ຖືກຕ້ອງ ແລະ ວ່ອງໄວ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ມີການແລກປ່ຽນຄໍາຄິດເຫັນ ໂດຍອີງໃສ່ສະພາບການປະຕິບັດງານຕົວຈີງ ໃນການປັບປຸງບາງເນື້ອໃນຄໍາຖາມຂອງແບບຟອມທີ່ຕິດພັນກັບຂະແໜງການຕົນ ເພື່ອໃຫ້ແບບຟອມມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂື້ນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.