ໃນວັນທີ 29-30 ຕຸລາ 2020 ທີ່ ສວນອາຫານລະບຽງນ້ຳ, ແຂວງຄຳມ່ວນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດຝອກອົບຮົມສືບຕໍ່ເຜີຍແຜ່ ວິທີການຕອບແບບສອບຖາມຂອງບົດສຶກສາເວລາໃນການຂໍອະນຸຍາດ ແລະ ເວລາໃນການກວດປ່ອຍສິນຄ້າ TRS ປະຈຳປີ 2020 ໃນຂັ້ນແຂວງຄໍາມ່ວນ. ໂດຍການເປັນປະທານ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ (ຮອງຫົວໜ້າ ກອງເລຂາຄະຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ) ພ້ອມແຂກທີ່ຖືກເຊີນຈາກຂະແໜງການລັດ ແລະ ພາກເອກະຊົນທີ່ກ່ຽວຂ້ອງ ຈໍານວນ 70 ທ່ານ.

          ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ແມ່ນເພື່ອທໍາຄວາມເຂົ້າໃຈ ແລະ ເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດຕອບແບບສອບຖາມຂອງບົດສຶກສາ TRS 2020 ທີ່ຈະໄດ້ເລີ່ມດຳເນີນການເກັບກຳຂໍ້ມູນຕົວຈິງໃນ ເດືອນພະຈິກ ທີ່ຈະມາເຖິງ ການຝຶກອົບຮົມໃນຄັ້ງນີ້ແມ່ນມີເນື້ອໃນດຽວກັນກັບ ການຈັດຝຶກອົບຮົມໃນຂັ້ນຂັ້ນສູນກາງ ທີ່ ໂຮງແຮມລາວເທວ ໃນວັນທີ 19 ຕຸລາ ແລະ ຂັ້ນແຂວງຫຼວງນໍ້າທາ ໃນວັນທີ 22-23 ຕຸລາ ທີ່ຜ່ານມານີ້ ກໍ່ເພື່ອໃຫ້ມີການຈັດຕັ້ງປະຕິບັດທີ່ເປັນເອກະພາບ, ເກັບກໍາຂໍ້ມູນທີ່ຖືກຕ້ອງ ແລະ ໄດ້ປະສິດທິພາບອັນດີທີ່ສຸດ ເພື່ອການສຶກສາໄລຍະເວລາ ຂອງການຂໍໃບອະນຸຍາດຕ່າງ ແລະ ການກວດປ່ອຍສີນຄ້າ ກ່ອນການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ. 

          ຜົນສໍາເລັດຂອງການຈັດຝຶກອົບຮົມໃນ ທັງ 3 ຄັ້ງ ທີ່ກ່ວາມານີ້ ແມ່ນສາມາດຕີລາຄາໄດ້ວ່າ ຜູ້ເຂົ້າຮ່ວມໄດ້ທໍາຄວາມເຂົ້າໃຈ ແລະ ສາມາດເຮັດການທົດສອບໄດ້ດີ ແລະ ເຂົ້າໃຈຈຸດປະສົງຂອງການລົງມືປະຕິບັດໄດ້ຢ່າງຊ່ຽວຊານ ແລະ ຄ່ອງແຄວ. ເຊິ່ງຈະຊ່ວຍໃຫ້ການລົງເກັບກໍາຂໍ້ມູນຕົວຈີງໃນເດືອນພະຈິກນີ້ ມີຄວາມຄາດໝາຍທີ່ຈະປະຕິບັດໃຫ້ສໍາເລັດຕາມແຜນທີ່ວ່າງອອກ ແລະ ໄດ້ຮັບໝາກຜົນທີ່ມີປະສິດທິພາບອັນສູງສຸດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.