ອີງຕາມແຫຼ່ງຂ່າວເວັບໄຊ http://gss.mof.gov.cn ໃຫ້ຮູ້ວ່າ: ຄະນະກໍາມະການຄຸ້ມຄອງອັດຕາພາສີປະຈໍາສະພາແຫ່ງຊາດ ສປ ຈີນ ໄດ້ອອກແຈ້ງການເລກທີ 9, 2019 ເພື່ອຫຼຸດຜ່ອນອັດຕາພາສີ 0% ໃຫ້ກັບສິນຄ້າຂອງສປປ ລາວ ກວມເອົາ 97% ຫຼື 8256 ລາຍການສິນຄ້າທັງໝົດ ເຊິ່ງຈະເລີ້ມຈັດຕັ້ງປະຕິບັດໃນວັນທີ 01 ທັນວາ 2020 ເປັນຕົ້ນໄປ.

ພາບປະກອບ

       ສປປ ລາວ ຖືວ່າຍັງເປັນປະເທດດ້ອຍພັດທະນາ ມີລະບົບການຜະລິດຍັງບໍ່ເຂັ້ມແຂງ, ຄວາມສາມາດໃນການແຂ່ງຂັນຍັງອ່ອນແອ. ການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຈາກ ສປ ຈີນ ທີ່ເປັນປະເທດກໍາລັງຈະກາຍເປັນມະຫາອໍານາດທາງດ້ານເສດຖະກິດ ຫຼື ເວົ້າອິກຢ່າງໜຶ່ງ ແມ່ນກໍາລັງຈະກາຍເປັນປະເທດທີ່ມີຂະໜາດເສດຖະກິດທີີ່ໃຫຍ່ທີ່ສຸດໃນໂລກ ທັງຍັງປະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ. ສປປ ລາວ ແລະ ສປ ຈີນ ຍັງເປັນເພື່ອນບ້ານທີ່ດີຕໍ່ກັນ ມີການຮ່ວມມືຮອບດ້ານ ຜົ່ນເດັ່ນດ້ານການຮ່ວມມືສ້າງພື້ນຖານໂຄງລ່າງ ແມ່ນການຮ່ວມມືສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງສອງປະເທດ ແລະ ເຊື່ອມຕໍ່ໄປຍັງບັນດາປະເທດອາຊຽນ, ການສ້າງທາງດ່ວນແຕ່າເໜືອຮອດໃຕ້, ໂຄງການພະລັງງານໄຟຟ້າ ແລະ ອື່ນໆ.

ພາບປະກອບ

       ການໄດ້ຮັບສິດທິພິເສດຫຼຸດຜ່ອນອັດຕາພາສີ 0% ບວກກັບລະບົບການຂົນສົ່ງທີ່ກໍາລັງໄດ້ຮັບການກໍ່ສ້າງໃຫ້ສະດວກ ແລະ ທັນສະໄໝ ມັນເປັນໂອກາດທີ່ດີເລີດໃຫ້ ສປປ ລາວ ຫຼື ປະຊາຊົນລາວ ທີ່ມີຄວາມດຸໝັ້ນຂະຍັນພຽນຢູ່ແລ້ວ ໃນການສ້າງສາພັດທະນາປະເທດຊາດ ຄວນຈັບເອົາໂອກາດນີ້ ຂຸ່ນຂ້ຽວສ້າງຄວາມເຂັ້ມແຂງດ້ານການຜະລິດສິນຄ້າໃຫ້ມີຄຸນນະພາບສູງ ເພື່ອສົ່ງສິນຄ້າໄປຍັງ ສປ ຈີນ ໂດຍສະເພາະແມ່ນສິນຄ້າທີ່ ປະເທດເຮົາມີທ່າແຮງ ແລະ ຄຽງຄູ່ກັບສິນຄ້າທີ່ ສປ ຈີນ ມີຄວາມຕ້ອງການ. ປະເທດເຮົາມີສະພາບແວດລ້ອມທີ່ດີເລີດ ເໝາະແກ່ການຜະລິດສິນຄ້າກະສິກໍາ (ປູກຝັງ ແລະ ລ້ຽງສັດ) ເຊິ່ງມີອາກາດທີ່ບໍລິສັດ,​ ອຸນະພຸມເໝາະສົມ,​ ແລະ ດິນ-ນໍ້າອຸດົມສົມບຸນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.