ໃນວັນ 02 ພະຈິກ 2020 ທີ່ຜ່ານມາ,​ ກົມການນໍາເຂົ້າ ແລະ ສົ່ງອອກໃນນາມຫ້ອງການປະຈໍາກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ (ຂັ້ນຄະນະກົມ) ຂື້ນທີ່ໂຮງແຮມ ລາວເທລ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ໂດຍ ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ທັງເປັນຮອງຫົວໜ້າກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເຊິີ່ງມີຜູ້ເຂົ້າຮ່ວມທີ່ຕາງໜ້າຈາກບັນດາຂະແໜງການກ່ຽວຂ້ອງ ລວມທັງໝົດ 45 ທ່ານ.

ກອງປະຊຸມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຄັ້ງນີ້ ແມ່ນເປັນກອງປະຊຸມຄັ້ງທີ 3 ນັບແຕ່ມີ ຂໍ້ຕົກລົງແຕ່ງຕັ້ງຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມ ສະດວກທາງດ້ານການຄ້າ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ເລກທີ 001/ຄອຄສ, ລົງວັນທີ 26 ທັນວາ 2018 ແຕ່ເປັນຄັ້ງທໍາອິດໃນປີ 2020.

ທ່ານ ສຸລິຍົນ ພິລາວົງ ກ່າວວ່າ: ໃນໄລຍະຜ່ານມາ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ຮັບການສະເໜີບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ຫຼາຍສົມຄວນ ໂດຍຜ່ານຫຼາຍຊ່ອງທາງ ເປັນຕົ້ນ ບັນຫາທີ່ຍົກຂຶ້ນໃນກອງປະຊຸມ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເປັນຜູ້ຈັດ; ການເຮັດໜັງສືທາງການມາຍັງກົມການນໍາເຂົ້າ ແລະ ສົ່ງອອກ; ການປະສານສົມທົບ ແລະ ລົງເຮັດວຽກຕົວຈິງ ກັບ ພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ຊ່ອງທາງອື່ນໆ. ສາເຫດທີ່ເຮັດໃຫ້ເກີດມີບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆ ແມ່ນຍ້ອນການບັງຄັບໃຊ້ບັນດານິຕິກໍາທີ່ມີຢູ່ ທີ່ຍັງບໍ່ທັນຮັດກຸມ ແລະ ເຂັ້ມງວດ, ນິຕິກໍາບາງອັນຍັງບໍ່ສອດຄ່ອງ ກັບ ສະພາບການຕົວຈິງ, ການເຜີຍແຜ່ເພື່ອສ້າງຄວາມເຂົ້າໃຈ ຕໍ່ກັບ ບັນດານິຕິກໍາເຫັນວ່າຍັງບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ ແລະ ສາເຫດອື່ນໆ. ດັ່ງນັ້ນ, ຈິ່ງຈັດກອງປະຊຸມເປີດເວທີໃຫ້ບັນດາຂະແໜງການກ່ຽວຂ້ອງໄດ້ມີໂອກາດ ປຶກສາຫາລື ແລະ ແກ້ໄຂບັນຫາປິ່ນອ້ອມວຽກອໍານວຍຄວາມສະດວກທາງດ້ານການຄ້າ.

ຜົນຂອງການປຶກສາຫາລື ແລະ ທິດທາງແກ້ໄຂບັນຫາ ຂໍ້ຫຍຸ້ງຍາກຕ່າງໆ ທີ່ປິ່ນອ້ອມວຽກອໍານວຍຄວາມສະດວກທາງດ້ານການຄ້າ ທີ່ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ສັງລວມໃນຈໍານວນ 31 ບັນຫາ ແມ່ນຈະໄດ້ລາຍງານການນໍາຂອງແຕ່ລະກະຊວງ ກໍ່ຄືຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ. ສໍາລັບບັນຫາໃດທີ່ບໍ່ສາມາດຕົກລົງເຫັນດີເປັນເອກະພາບ ແມ່ນ ທາງກອງເລຂາ ຄອຄ ຈະນໍາສະເໜີຕໍ່ກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 3 ຫຼື ຂັ້ນລັດຖະບານ ຕໍ່ໄປ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.