ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ      ເລກທີ 1183/ຫສນຍ
ນະຄອນຫຼວງວຽງຈັນ, ວັນທີ 28 ຕຸລາ 2020

ແຈ້ງການ

ຮຽນ:- ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ເຄົາລົບ.

ເລື່ອງ: ທິດຊີ້ນໍາ ກ່ຽວກັບການນໍາເຂົ້າ ສົ່ງອອກຕໍ່ສິນຄ້າປະເພດໝາກໄມ້ສົດ ທີ່ນໍາເຂົ້າຈາກປະເທດໄທ ເພື່ອສົ່ງອອກຕໍ່ໄປປະເທດຫວຽດນາມ ໃສ່ລົດບັນທຸກ 10 ລໍ້.

- ອີງຕາມ ເອກະສານລາຍງານ ຂອງກະຊວງການເງິນ ສະບັບເລກທີ 2606/ກງ, ວົງວັນທີ 29 ກັນຍາ 2020

- ອີງຕາມ ການຕົກລົງ ແລະ ຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 20 ຕຸລາ 2020.

     ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: ໃຫ້ກວດເບິ່ງລະອຽດ ຖ້າບໍ່ຂັດກັບນິຕິກໍາຫຍັັງ ກໍ່ເຫັນດີໃຫ້ນໍາເຂົ້າ-ສົ່ງອອກ ຕໍ່ສິນຄ້າປະເພດໝາກໄມ້ສົດ ທີ່ນໍາເຂົ້າຈາກປະເທດໄທ ເພື່ອສົ່ງອອກຕໍ່ໄປປະເທດຫວຽດນາມ ໃສ່ລົດບັນທຸກ 10 ລໍ້ ໂດຍໃຫ້ລົດໄທໄປຮອດດ່ານພາສີສາກົນປາຍທາງ ກໍ່ຄືດ່ານສາກົນນາເພົ້າ (ໜ່ວຍບໍລິການ ແລະ ລະບົບສາງປະຈໍາດ່່ານພາສີສາກົນນໍ້າເພົ້າ) ຈຶ່ງດໍາເນີນການຄ່ຽນຖ່າຍສີນຄ້າ ຕາມການສະເໜີຂອງກະຊວງການເງິນ. ພ້ອມດຽວກັນນັ້ນ, ກໍ່ໃຫ້ກະຊວງການເງິນ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຄຸ້ມຄອງ ການນໍາເຂົ້າ ແລະ ສົ່ງອອກດັ່ງກ່າວ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີຊ່ອງວ່າງ ແລະ ໃຫ້ປະຕິບັດຕາມມາດຕະການສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ,
ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ທິດຊີ້ນໍາ ກ່ຽວກັບການນໍາເຂົ້າ ສົ່ງອອກຕໍ່ສິນຄ້າປະເພດໝາກໄມ້ສົດ ທີ່ນໍາເຂົ້າຈາກປະເທດໄທ ເພື່ອສົ່ງອອກຕໍ່ໄປປະເທດຫວຽດນາມ ໃສ່ລົດບັນທຸກ 10 ລໍ້, ເລກທີ 1183/ຫສນຍ, ລົງວັນທີ 28 ຕຸລາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.