ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ປະທານປະເທດ

ເລກທີ 138 /ປປທ

ນະຄອນຫຼວງວຽງຈັນ, ວັນທີ 10 ສິງຫາ 2020

ລັດຖະດຳລັດ

ຂອງປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ກ່ຽວກັບການປະກາດໃຊ້ກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ)

 

  • ອີງຕາມ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ ປີ 2015) ໝວດທີ VI ມາດຕາ 67 ຂໍ້ 1;
  • ອີງຕາມ ມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ, ລົງວັນທີ 29 ມິຖຸນາ 2020 ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ);
  • ອີງຕາມ ໜັງສືສະເໜີຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 07/ຄປຈ, ລົງວັນທີ 13 ກໍລະກົດ 2020.

 

ປະທານປະເທດ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກດຳລັດ;

 

    ມາດຕາ 1  ປະກາດໃຊ້ກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ)

    ມາດຕາ 2  ລັດຖະດໍາລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

 

ປະທານປະເທດ ແຫ່ງ ສປປ ລາວ

 

 

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ສະພາແຫ່ງຊາດ                                                                ເລກທີ  04  /ສພຊ                                                                 ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2020

 

ມະຕິ

ຂອງກອງປະຊຸມສະພາແຫ່ງຊາດ

ກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ)

 

        ອີງຕາມລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ      ປີ 2015) ມາດຕາ 53 ຂໍ້ 1 ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ ປີ 2015) ມາດຕາ 11       ຂໍ້ 1.

 

             ພາຍຫຼັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ຄົ້ນຄວ້າ         ພິຈາລະນາຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບ ເນື້ອໃນຂອງກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ)      ໃນວາລະກອງປະຊຸມຕັ້ງວັນທີ 29 ມິຖຸນາ 2020.

 

 

ກອງປະຊຸມສະພາແຫ່ງຊາດ ຕົກລົງ:

 

   ມາດຕາ 1  ຮັບຮອງເອົາກົດໝາຍວ່າດ້ວຍພາສີ (ສະບັບປັບປຸງ) ດ້ວຍຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງ    ຈຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.

 

    ມາດຕາ 2  ມະຕິສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

 

ປະທານສະພາແຫ່ງຊາດ

 

 

 

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ສະພາແຫ່ງຊາດ                                                                ເລກທີ   81/ສພຊ                                                                  ນະຄອນຫຼວງວຽງຈັນ, ວັນທີ 29 ມິຖຸນາ 2020

 

ກົດໝາຍວ່າດ້ວຍພາສີ

(ສະບັບປັບປຸງ)

 

ພາກທີ I

ບົດບັນຍັດທົ່ວໄປ

 

ມາດຕາ 1  (ປັບປຸງ) ຈຸດປະສົງ

                       ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ       ຄຸ້ມຄອງການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ, ຍານພາຫະນະ, ຜູ້     ໂດຍສານຜ່ານດ່ານພາສີຊາຍແດນ ເພື່ອອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ສົ່ງເສີມການ      ລົງທຶນ ແລະ ການເຊື່ອມໂຍງ, ເຊື່ອມຈອດ ກັບສາກົນ, ແນໃສ່ສ້າງຄວາມເຂັ້ມແຂງໃຫ້ລັດຖະການພາສີ, ເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ, ປົກປ້ອງຜົນປະໂຫຍດ ຂອງຜູ້   ປະກອບການ, ຄວາມປອດໄພຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ, ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

 

ມາດຕາ 2 (ປັບປຸງ) ພາສີ

                       ພາສີ ແມ່ນ ພັນທະເປັນເງີນທີ່ມອບໃຫ້ລັດ ໂດຍບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່     ດຳເນີນການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ຜ່ານດ່ານຊາຍແດນ         ຕາມອັດຕາທີ່ໄດ້ກຳນົດໄວ້ໃນ ປຶ້ມສາລະບານສິນຄ້າ ແລະ ອັດຕາພາສີ ແລະ ກົດໝາຍ.

 

ມາດຕາ 3 (ປັບປຸງ) ການອະທິບາຍຄຳສັບ

                       ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍດັ່ງນີ້:

                       1. ລັດຖະການພາສີ ໝາຍເຖິງ ກົມພາສີ, ພາສີປະຈໍາແຂວງ, ນະຄອນຫຼວງ ແລະ ການ     ຈັດຕັ້ງອື່ນຂອງພາສີ ທີ່ຂຶ້ນກັບກະຊວງການເງີນ, ມີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດກົດໝາຍ         ສະບັບນີ້ ແລະ ກົດໝາຍສະບັບອື່ນທີ່ກ່ຽວຂ້ອງ ຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ;

 

 

                       2. ເຈົ້າຂອງສິນຄ້າ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຜູ້ທີ່ມີກໍາມະສິດໂດຍ    ກົງຕໍ່ສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ເກັບຮັກສາ ສິນຄ້າ, ເຄື່ອງຂອງ    ໃນລະບົບສາງ;

                       3. ລາຍເຊັນເອເລັກໂຕຣນິກ ໝາຍເຖິງ ລາຍເຊັນຂອງເຈົ້າຂອງສິນຄ້າ, ເຄື່ອງຂອງ ຫຼື ຜູ້    ແຈ້ງພາສີ ທີ່ໄດ້ເຊັນລົງໃນໃບແຈ້ງພາສີທາງເອເລັກໂຕຮນິກ ຊຶ່ງຖືກຮັບຮອງ ໂດຍລັດຖະການພາສີ ໃນການ    ແຈ້ງການພາສີ ຜ່ານລະບົບເອເລັກໂຕຣນິກ ແລະ ລະບົບອື່ນໆ ທີ່ໄດ້ກຳນົດໄວ້ໃນລະບຽບການທາງພາສີ.

                       4. ການມາເຖິງຂອງສິນຄ້າ ໝາຍເຖິງ ສິນຄ້າທີ່ນໍາເຂົ້າມາຈາກຕ່າງປະເທດມາເຖິງດ່ານ      ພາສີຊາຍແດນຂອງ ສປປ ລາວ ທີ່ໄດ້ກຳນົດໄວ້, ລະບົບສາງ ຫຼື ສະຖານທີ່ອື່ນ ທີ່ລັດຖະບານໄດ້ກຳນົດໄວ້    ເພື່ອດຳເນີນຕາມລະບຽບການທາງດ້ານພາສີ;

                       5. ການອອກໄປຂອງສິນຄ້າ ໝາຍເຖິງ ສິນຄ້າທີ່ເຄື່ອນຍ້າຍອອກຈາກດ່ານພາສີຊາຍ         ແດນຂອງ ສປປ ລາວ ທີ່ໄດ້ກຳນົດໄວ້ ພາຍຫຼັງສຳເລັດການດຳເນີນການຕາມລະບຽບການທາງພາສີ;

                       6. ສິນຄ້າຜ່ານແດນ ໝາຍເຖິງ ສິນຄ້າທີ່ປະເທດສົ່ງອອກໄປເຖິງປະເທດນໍາເຂົ້າໃດໜຶ່ງ      ໂດຍຜ່ານດິນແດນຂອງ ສປປ ລາວ ຕາມລະບຽບການ;

                       7. ການຄ່ຽນຖ່າຍສິນຄ້າ ໝາຍເຖິງ ການຍົກຍໍເອົາ ສິນຄ້າ, ເຄື່ອງຂອງ ຈາກຍານພາຫະ     ນະຂົນສົ່ງໜຶ່ງ ໄປຍັງຍານພາຫະນະຂົນສົ່ງອື່ນ;

                       8. ສິນຄ້າປະເພດຄວບຄຸມ ໝາຍເຖິງ ສິນຄ້າທີ່ຕ້ອງໄດ້ຮັບອະນຸຍາດໃຫ້ ນໍາເຂົ້າ-ສົ່ງ        ອອກ, ເຄື່ອນຍ້າຍ, ເກັບຮັກສາ ຕາມລະບຽບການສະເພາະ;

                       9. ສິນຄ້າປະເພດເກືອດຫ້າມ ໝາຍເຖິງ ສິນຄ້າທີ່ບໍ່ອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກ,          ຂົນສົ່ງຜ່ານແດນ, ເກັບຮັກສາ ແລະ ເຄື່ອນຍ້າຍ ຕາມກົດໝາຍ ເປັນຕົ້ນ ອາວຸດເສິກ, ສານເສບຕິດ;

                       10. ໂລຊິດສະຕິກ (Logistics) ໝາຍເຖິງ ລະບົບການຄຸ້ມຄອງບໍລິຫານຢ່າງເປັນຕ່ອງ     ໂສ້ຂອງຂະບວນການເຄື່ອນຍ້າຍສິນຄ້າ ທີ່ມີການວາງແຜນ, ການຄວບຄຸມ, ການເກັບຮັກສາ, ການຫຸ້ມຫໍ່,       ການຄ່ຽນຖ່າຍ, ການຂົນສົ່ງ, ການບໍລິການ ແລະ ການສະໜອງຂໍ້ມູນ ຂ່າວສານທີ່ກ່ຽວຂ້ອງ ທີ່ມີ  ປະສິດທິພາບ ແລະ ປະສິດທິຜົນ ຈາກຕົ້ນທາງໄປຍັງປາຍທາງ ຕາມຄວາມຕ້ອງການຂອງລູກຄ້າ;

                       11. ລານຕູ້ສິນຄ້າ ໝາຍເຖິງ ສະຖານທີ່ເກັບຮັກສາ ແລະ ສ້ອມແປງຕູ້ສິນຄ້າ ຫຼື ບ່ອນຄັດ  ແຍກສິນຄ້າ ໃຫ້ເຈົ້າຂອງຕາມທຸລະກຳທາງການຄ້າ;

                       12. ການເກັບຮັກສາສິນຄ້າ ໝາຍເຖິງ ການເກັບມ້ຽນສິນຄ້າໃນລະບົບສາງ ຫຼື ສະຖານທີ່   ໃດໜຶ່ງ ຕາມລະບຽບການຄຸ້ມຄອງສາງ ເພື່ອລໍຖ້າການແຈ້ງພາສີເປັນລາຍລະອຽດ;

                       13. ການຍຶດສິນຄ້າ, ຍານພາຫະນະ ໝາຍເຖິງ ການຮັກສາສິນຄ້າ, ຍານພາຫະນະໄວ້      ຊົ່ວຄາວເພື່ອລໍຖ້າຜົນຂອງການດຳເນີນຄະດີ;

                       14. ການອາຍັດ ສິນຄ້າ, ຍານພາຫະນະ ໝາຍເຖິງ ການຮັກສາສິນຄ້າ, ຍານພາຫະນະໄວ້  ຊົ່ວຄາວຢູ່ສະຖານທີ່ຂອງຜູ້ຖືກຫາ ຫຼື ສາງພາສີ ໂດຍຫ້າມຊື້ ຂາຍ, ໂອນ ຫຼື ຈຳນຳ, ຈຳນອງ ຫຼື ຄ້ຳປະກັນ          ເພື່ອລໍຖ້າຜົນຂອງການພິສູດ ຫຼື ຜົນຂອງການດຳເນີນຄະດີ;

                       15. ການຮິບ ສິນຄ້າ, ເຄື່ອງຂອງ ໝາຍເຖິງ ການເອົາສິນຄ້າ, ເຄື່ອງຂອງທີ່ເປັນກາງໃນ      ການກະທຳຜິດທາງພາສີ ມາເປັນຂອງລັດ ຕາມຄຳຕັດສິນຂອງສານ;

 

 

                       16. ດ່ານພາສີຊາຍແດນ ໝາຍເຖິງ ດ່ານພາສີສາກົນ, ດ່ານພາສີທ້ອງຖິ່ນ ແລະ ດ່ານພາສີ   ປະເພນີ ທີ່ອະນຸຍາດໃຫ້ນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ຍານພາຫະນະ ແລະ ຜູ້ໂດຍສານ ຕາມກົດ            ໝາຍ;

                       17. ການງົດເກັບພາສີ ໝາຍເຖິງ ການບໍ່ຈ່າຍ ພາສີ ສໍາລັບສິນຄ້າທີ່ໄດ້ຮັບອະນຸຍາດໃຫ້      ນຳເຂົ້າເປັນການຊົ່ວຄາວ ພາຍໃຕ້ເງື່ອນໄຂທີ່ສິນຄ້າເຫຼົ່ານັ້ນ ຕ້ອງໄດ້ຖືກສົ່ງອອກຄືນຕາມກຳນົດເວລາ;

                       18. ສິນຄ້າ ໝາຍເຖິງ ຜະລິດຕະພັນ ທີ່ມີມູນຄ່າທາງເສດຖະກິດ ຊຶ່ງຖືກນໍາເຂົ້າ, ສົ່ງ       ອອກ ແລະ ຜ່ານແດນ ເພື່ອຈຸດປະສົງການຜະລິດ, ປຸງແຕ່ງ, ຊົມໃຊ້ ແລະ ຈຳໜ່າຍ ຕາມທີ່ໄດ້ກຳນົດໄວ້ໃນ ປື້ມສາລະບານສິນຄ້າ ແລະ ອັດຕາພາສີ ລະບົບເອກະພາບ;

                       19. ເຄື່ອງຂອງ ໝາຍເຖິງ ຜະລິດຕະພັນທີ່ມີ ຫຼື ບໍ່ມີ ມູນຄ່າທາງເສດຖະກິດ ຊື່ງຖືກນໍາ    ເຂົ້າ ແລະ ສົ່ງອອກ ເພື່ອຈຸດປະສົງການນຳໃຊ້ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;

                       20. ຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operator-     AEO) ໝາຍເຖິງ ຜູ້ປະກອບການດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່    ກ່ຽວຂ້ອງ;

                       21. ລະບອບພາສີ ໝາຍເຖິງ ການນໍາໃຊ້ລະຫັດໃນການແຈ້ງພາສີເປັນລາຍລະອຽດ ທີ່     ຕິດພັນກັບການນໍາເຂົ້າ, ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາສິນຄ້າ ແລະ ເຄື່ອງ   ຂອງ;                      

                       22. ສາລະບານສິນຄ້າ ແລະ ອັດຕາພາສີ ໝາຍເຖິງ ສາລະບານລະບົບເອກະພາບ ທີ່       ກຳນົດເລກລະຫັດສິນຄ້າ ຕາມຫຼັກການຂອງອົງການພາສີໂລກ ແລະ ອັດຕາພາສີ ຂອງ ສປປ ລາວ         ແລະ ຕາມຂອບສັນຍາການຄ້າເສລີ ທີ່ ສປປ ລາວ ເປັນພາຄີ;

                       23. ທ່າບົກ (Dry Port) ໝາຍເຖິງ ສະຖານີຄ່ຽນຖ່າຍສິນຄ້າ ພາຍໃນ ແລະ     ຕ່າງປະເທດຂອງເຂດໂລຊິດສະຕິກ ຊື່ງເຊື່ອມກັບໜຶ່ງ ຫຼື ຫຼາຍຮູບແບບການຂົນສົ່ງ ເພື່ອຄວບຄຸມ, ເກັບ       ຮັກສາ ແລະ ກວດກາຄວາມຖືກຕ້ອງຂອງສິນຄ້າທີ່ເຄື່ອນຍ້າຍ ໃຫ້ສອດຄ່ອງກັບລະບົບການຄ້າສາກົນ         ໂດຍເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ.

 

ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານພາສີ

                       ລັດ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ປະກອບການໃນການດຳເນີນທຸລະກິດນໍາເຂົ້າ-     ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ແລະ ເກັບຮັກສາສິນຄ້າ.

                       ລັດ ຊຸກຍູ້, ສົ່ງເສີມ ວຽກງານພາສີດ້ວຍການກຳນົດ ນະໂຍບາຍ, ລະບຽບການ,   ສະຫນອງງົບປະມານ, ປະກອບບຸກຄະລາກອນ, ຍານພາຫະນະ ແລະ ວັດຖຸປະກອນ ທີ່ຈຳເປັນສຳລັບ        ການເຄື່ອນໄຫວວຽກງານພາສີໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ.

                       ລັດ ພັດທະນາບຸກຄະລາກອນຂອງລັດຖະການພາສີ ໃຫ້ມີຄວາມຮູ້, ຄວາມສາມາດ,        ສັດຊື່, ໂປ່ງໃສເປັນຜູ້ຊຳນານງານໃນການຄຸ້ມຄອງ ແລະ ບໍລິຫານ ວຽກງານພາສີ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ.

                       ລັດ ຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ປະກອບການປະຕິບັດພັນທະຂອງຕົນ       ໃນການເສຍພາສີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

 

ມາດຕາທີ 5 (ໃໝ່) ການອຳນວຍຄວາມສະດວກທາງພາສີ

                       ລັດ ອຳນວຍຄວາມສະດວກທາງພາສີ ດ້ວຍການກຳນົດກົນໄກ, ສ້າງສິ່ງອຳນວຍຄວາມ      ສະດວກຕ່າງໆເຊັ່ນ ສະໜອງ ຂໍ້ມູນ ຂ່າວສານ, ເຄື່ອງມືທີ່ທັນສະໄໝ, ບຸກຄະລາກອນທີ່ມີຄວາມຮູ້, ຄວາມ            ສາມາດ ເພື່ອບໍລິການໃຫ້ສອດຄ່ອງກັບມາດຕະຖານຂອງສາກົນ ແລະ ຕາມກົດໝາຍ.

                       ລັດ ໃຫ້ບູລິມະສິດຄວາມສະດວກທາງດ້ານພາສີ ແກ່ຜູ້ປະກອບການມາດຕະຖານເອອີ      ໂອ, ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງຍ້າຍຖານການຜະລິດເຂົ້າມາໃນ ສປປ ລາວ.                        

ມາດຕາ 6 (ໃໝ່) ການບໍລິການເຊື່ອມໂຍງເຊື່ອມຈອດ

                       ລັດ ນຳໃຊ້ທ່າແຮງທີ່ຕັ້ງພູມສາດຂອງປະເທດ ທີ່ເປັນຈຸດໃຈກາງໃນພາກພື້ນ ເພື່ອ  ຮັບປະກັນດ້ານວຽກງານພາສີໃນການຕອບສະໜອງ ການບໍລິການລະບົບໂລຊິດສະຕິກ, ກຳນົດນະໂຍບາຍ     ກົນໄກ ແລະ ລະບຽບການ ເພື່ອອຳນວຍຄວາມສະດວກໃນການເຊື່ອມໂຍງ ເຊື່ອມຈອດ ດ້ວຍລະບົບທັນ    ສະໄໝໃຫ້ມີຄວາມວ່ອງໄວ, ປອດໄພ, ທັນເວລາ ແລະ ມີປະສິດທິຜົນ.

 

ມາດຕາ 7 (ໃໝ່) ການພັດທະນາວຽກງານພາສີເປັນທັນສະໄໝ

                       ລັດ ໃຫ້ຄວາມສໍາຄັນແກ່ການພັດທະນາວຽກງານພາສີໃຫ້ເປັນທັນສະໄໝ ເພື່ອຄຸ້ມຄອງ     ກົງຈັກການຈັດຕັ້ງ ແລະ ພະນັກງານ, ສ້າງລະບົບ, ກົນໄກ, ວິທີການຄຸ້ມຄອງ, ຂັ້ນຕອນການບໍລິຫານ, ການ    ບໍລິການ ລວມທັງການນຳໃຊ້ເຄື່ອງມື ໃນການເກັບກຳ ແລະ ຮັກສາຂໍ້ມູນ ກ່ຽວກັບວຽກງານພາສີໃຫ້ ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ສາມາດກວດສອບໄດ້.

                       ລັດ ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງລົງທຶນ, ມີສ່ວນຮ່ວມການ ພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີ ທາງທຸລະກຳການຄ້າ ແລະ ການແຈ້ງພາສີ ໃຫ້ທັນສະໄໝ, ມີ  ປະສິດທິພາບ ແລະ ປະສິດທິຜົນ.

ມາດຕາ 8 (ປັບປຸງ) ຫຼັກການເຄື່ອນໄຫວກ່ຽວກັບວຽກງານພາສີ

                       ໃນການເຄື່ອນໄຫວກ່ຽວກັບວຽກງານພາສີ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

                       1. ສອດຄ່ອງກັບ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນພັດທະນາເສດຖະ       ກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ;

                       2. ຄຸ້ມຄອງລວມສູນ ຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ;

                       3. ອໍານວຍຄວາມສະດວກທາງພາສີ ເພື່ອສົ່ງເສີມການລົງທຶນ, ການຜະລິດ, ການຄ້າ,       ການບໍລິການ ຕາມກົດໝາຍ;

                       4. ຮັບປະກັນການມີສ່ວນຮ່ວມຂອງບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ;

                       5. ບໍລິການວ່ອງໄວ, ທັນສະໄໝ, ຖືກຕ້ອງ, ຄົບຖ້ວນ, ຍຸຕິທໍາ, ໂປ່ງໃສ ແລະ ກວດສອບ  ໄດ້ຕາມກົດໝາຍ;

                       6. ປະສານສົມທົບກັບ ກະຊວງ, ອົງການ, ຂະແໜງການອື່ນ ແລະ ອົງການປົກຄອງ        ທ້ອງຖິ່ນທີ່ກ່ຽວຂ້ອງ;

                       7. ສອດຄ່ອງກັບ ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

 

 

ມາດຕາ 9 (ປັບປຸງ) ສິນຄ້າ, ເຄື່ອງຂອງ ທີ່ຕ້ອງເສຍພາສີ

                       ສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າ-ສົ່ງອອກ ສປປ ລາວ ລວມທັງສິນຄ້າ, ເຄື່ອງຂອງ ທີ່ຈັດຊື້     ດ້ວຍງົບປະມານຂອງລັດ ຕ້ອງໄດ້ເສຍພາສີ ຕາມອັດຕາທີ່ໄດ້ກຳນົດໄວ້ໃນກົດໝາຍ, ເວັ້ນເສຍແຕ່ກໍລະນີ      ງົດເກັບ ຫຼື ຍົກເວັ້ນພາສີ.

                       ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການ ກ່ຽວກັບການນຳເຂົ້າ- ສົ່ງອອກ          ສິນຄ້າ, ເຄື່ອງຂອງ ຕ້ອງເສຍພາສີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

 

ມາດຕາ 10 (ໃໝ່) ການປະສານສົມທົບກ່ຽວກັບວຽກງານພາສີ

                       ລັດຊຸກຍູ້ໃຫ້ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ, ພາກລັດ ແລະ ເອກະ     ຊົນຮ່ວມມື ແລະ ປະສານສົມທົບໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ.

                       ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງມີຄວາມຮັບຜິດຊອບຮ່ວມກັນແກ້ໄຂສິ່ງ      ກີດຂວາງ, ອຸດຕັນ ໃນການນຳເຂົ້າ-ສົ່ງອອກສິນຄ້າ, ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ,      ການເຂົ້າ-ອອກຂອງຍານພາຫະນະ ແລະ ຜູ້ໂດຍສານຜ່ານດ່ານພາສີຊາຍແດນ, ສະກັດກັ້ນ ແລະ ຕ້ານ ການ         ຄ້າຂາຍເຖື່ອນ.

 

ມາດຕາ 11 (ໃໝ່) ພັນທະຂອງພົນລະເມືອງຕໍ່ການສະກັດກັ້ນການລັກລອບຫຼົບຫຼີກພາສີ

                       ພົນລະເມືອງທຸກຄົນ ມີພັນທະໃນການຕິດຕາມ, ສະໜອງຂໍ້ມູນ ຂ່າວສານ, ລາຍງານ       ແລະ ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ພາສີ ໃນການສະກັດກັ້ນ ແລະ ປາບປາມການລັກລອບຫຼົບຫຼີກພາສີ,      ການຄ້າຂາຍເຖື່ອນ ແລະ ການລະເມີດອື່ນກ່ຽວກັບພາສີ.

 

ມາດຕາ 12 (ໃໝ່) ຂອບເຂດການນຳໃຊ້ກົດໝາຍ

                       ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເຄື່ອນໄຫວກ່ຽວ    ກັບການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາສິນຄ້າ, ເຄື່ອງຂອງ, ການເຂົ້າ-         ອອກຂອງຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ວຽກງານອື່ນກ່ຽວກັບພາສີ ຢູ່        ສປປ ລາວ.

 

ມາດຕາ 13 (ປັບປຸງ) ການຮ່ວມມືສາກົນ

                       ລັດ ເປີດກວ້າງ ແລະ ສົ່ງເສີມໃຫ້ມີການພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ   ສາກົນກ່ຽວກັບວຽກງານພາສີ ດ້ວຍການແລກປ່ຽນ ບົດຮຽນ, ຂໍ້ມູນ ຂ່າວສານ, ເຕັກນິກ, ເຕັກໂນໂລຊີ,       ການເຝິກອົບຮົມ, ການຍົກລະດັບພະນັກງານ ແລະ ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ    ລາວ ເປັນພາຄີ.

 

 

 

 

ພາກທີ II

ລະບຽບການທາງພາສີ ແລະ ການແຈ້ງພາສີ

ໝວດທີ 1

ລະບຽບການທາງພາສີ

 

ມາດຕາ 14 (ປັບປຸງ) ລະບຽບການທາງພາສີ

                       ລະບຽບການທາງພາສີແມ່ນ ບົດບັນຍັດທີ່ກຳນົດອອກ ເພື່ອຄຸ້ມຄອງ, ຕິດຕາມ ກວດກາ    ການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາສິນຄ້າ, ການເຂົ້າ-ອອກຂອງຍານ     ພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ ແລະ ພາຍໃນອານາເຂດພາສີຕາມທີ່ໄດ້ກຳນົດໄວ້ໃນ     ກົດໝາຍສະບັບນີ້.

                       ສິນຄ້າ, ເຄື່ອງຂອງ ທຸກຊະນິດ ລວມທັງສິນຄ້າງົດເກັບ ຫຼື ຍົກເວັ້ນພາສີ ທີ່ນຳເຂົ້າ-ສົ່ງ       ອອກ, ການຜ່ານແດນ, ການເຄື່ອນຍ້າຍ ຕ້ອງໄດ້ດຳເນີນຕາມລະບຽບການທາງພາສີ.

 

ມາດຕາ 15 (ປັບປຸງ) ມູນຄ່າແຈ້ງພາສີສົ່ງອອກ

                       ມູນຄ່າແຈ້ງພາສີສົ່ງອອກ (Customs Valuation for Export) ແມ່ນມູນຄ່າຕົວຈິງ       ຂອງສິນຄ້າ, ເຄື່ອງຂອງ ລວມທັງຄ່າຂົນສົ່ງ, ຄ່າປະກັນໄພ (ຖ້າມີ) ແລະ ຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງ ຮອດ   ດ່ານພາສີຊາຍແດນບ່ອນສົ່ງອອກ ຫຼື ບ່ອນລັດຖະການພາສີກຳນົດ.

 

ມາດຕາ 16 (ປັບປຸງ) ມູນຄ່າແຈ້ງພາສີນຳເຂົ້າ

                       ມູນຄ່າແຈ້ງພາສີນຳເຂົ້າ (Customs Valuation for Import) ແມ່ນ ມູນຄ່າຕົວຈິງ        ຂອງສິນຄ້າ, ເຄື່ອງຂອງ ລວມທັງຄ່າຂົນສົ່ງ ແລະ/ຫຼື ຄ່າປະກັນໄພ ແລະ ຄ່າໃຊ້ຈ່າຍອື່ນທີ່ກ່ຽວຂ້ອງ (ຖ້າມີ)          ທີ່ສົ່ງຮອດດ່ານພາສີຊາຍແດນບ່ອນນຳເຂົ້າ ຫຼື ສະຖານທີ່ບ່ອນສິນຄ້າມາເຖິງ ໂດບສອດຄ່ອງກັບມາດຕາ 7     ຂອງຂໍ້ຕົກລົງທົ່ວໄປວ່າດ້ວຍອັດຕາພາສີ ແລະ ການຄ້າໂລກ ມີດັ່ງນີ້:

  1. ການກຳນົດມູນຄ່າແຈ້ງພາສີ ດ້ວຍການນຳໃຊ້ມູນຄ່າສິນຄ້າ ຊື້ ຂາຍ;
  2. ການກຳນົດມູນຄ່າແຈ້ງພາສີ ດ້ວຍການນຳໃຊ້ມູນຄ່າສິນຄ້າ ຊື້ ຂາຍ ທີ່ຄືກັນ;
  3. ການກຳນົດມູນຄ່າແຈ້ງພາສີ ດ້ວຍການນຳໃຊ້ມູນຄ່າສິນຄ້າ ຊື້ ຂາຍ ທີ່ຄ້າຍຄືກັນ;
  4. ການກຳນົດມູນຄ່າແຈ້ງພາສີ ດ້ວຍວິທີຫັກລົບມູນຄ່າ;
  5. ການກຳນົດມູນຄ່າແຈ້ງພາສີ ດ້ວຍວິທີຄຳນວນ;
  6. ການກຳນົດມູນຄ່າແຈ້ງພາສີ ດ້ວຍວິທີຍ້ອນຄືນທີ່ສົມເຫດສົມຜົນ.

                             ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບຫຼັກການປະເມີນມູນຄ່າແຈັ້ງພາສີ                          ນຳເຂົ້າ.

 

ມາດຕາ 17 (ປັບປຸງ) ການຈັດເລກລະຫັດ ສິນຄ້າ, ເຄື່ອງຂອງ

                       ການຈັດເລກລະຫັດ ສິນຄ້າ, ເຄື່ອງຂອງ ທຸກຊະນິດທີ່ນຳເຂົ້າສົ່ງອອກ, ຂົນສົ່ງຜ່ານແດນ     ເຄື່ອນຍ້າຍ ແມ່ນ ການກຳນົດເລກລະຫັດສິນຄ້າ ເພື່ອເປັນພື້ນຖານໃຫ້ແກ່ການຄິດໄລ່ພາສີ, ການປະຕິບັດ  ນະໂຍບາຍຄຸ້ມຄອງສິນຄ້າ ແລະ ສະຖິຕິສິນຄ້າ. ການຈັດເລກລະຫັດສິນຄ້າ ຕ້ອງອີງໃສ່ເອກະສານທາງພາສີ   ເອກະສານດ້ານເຕັກນິກ ແລະ ຂໍ້ມູນອື່ນທີ່ກ່ຽວຂ້ອງກັບສິນຄ້າ ເພື່ອກຳນົດຊື່ ແລະ ເລກລະຫັດສິນຄ້າ.

                       ການກຳນົດເລກລະຫັດສິນຄ້າສຳລັບສິນຄ້າປະເພດຄວບຄຸມ ແລະ ເກືອດຫ້າມຂະແໜງ     ການກ່ຽວຂ້ອງຕ້ອງໄດ້ສົມທົບກັບລັດຖະການພາສີ ໃນການຈັດເລກລະຫັດສິນຄ້າໃຫ້ຖືກຕ້ອງ, ສອດຄ່ອງ     ກັບເນື້ອໃນລາຍລະອຽດຂອງສິນຄ້າທີ່ມີເລກລະຫັດເຄົ້າ ແລະ ເລກລະຫັດຍ່ອຍ ຕາມທີ່ໄດ້ກຳນົດໃນ      ສາລະບານສິນຄ້າລະບົບເອກະພາບ.

                       ເຈົ້າຂອງສິນຄ້າ ຫຼື ຜູ້ແຈ້ງພາສີ ມີພັນທະແຈ້ງສິນຄ້າ, ເຄື່ອງຂອງຕາມເລກລະຫັດ ຂອງ      ແຕ່ລະປະເພດສິນຄ້າ, ເຄື່ອງຂອງ ທີ່ໄດ້ກຳນົດໄວໃນສາລະບານສິນຄ້າລະບົບເອກະພາບ ໂດບສອດຄ່ອງ       ກັບສາລະບານສິນຄ້າລະບົບເອກະພາບຂອງອົງການພາສີໂລກ ແລະ ອາຊຽນ.

                       ໃນເວລາກວດກາສິນຄ້າຕົວຈິງ, ເຈົ້າໜ້າທີ່ພາສີຕ້ອງກວດກາເລກລະຫັດສິນຄ້າ ຕາມ        ເອກະສານແຈ້ງພາສີ, ຜົນການກວດກາສິນຄ້າ ຫຼື ຜົນການວິເຄາະ, ວິໄຈ ແລະ ການປະເມີນສິນຄ້າຕົວຈິງ.     ກໍລະນີຜູ້ແຈ້ງພາສີຈັດສິນຄ້າບໍ່ຖືກຕ້ອງຕາມເລກລະຫັດສິນຄ້າ, ເຈົ້າໜ້າທີ່ພາສີສາມາດເກັບຕົວຢ່າງໄປວິໄຈ          ເພື່ອກຳນົດເລກລະຫັດສິນຄ້າດັ່ງກ່າວໃຫ້ຖືກຕ້ອງ. ໃນກໍລະນີຜູ້ແຈ້ງພາສີ ຫາກເຫັນວ່າການຈັດເລກ          ລະຫັດສິນຄ້າດັ່ງກ່າວບໍ່ຖືກຕ້ອງຕາມລະບຽບການທີ່ລັດກຳນົດອອກ ກໍສາມາດສະເໜີເຈົ້າໜ້າທີ່ພາສີ      ພິຈາລະນາຄືນ.

                             ກະຊວງການເງີນມີໜ້າທີ່ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ໃນການສະໜອງຂໍ້      ມູນກ່ຽວກັບການຈັດເລກລະຫັດ ແຕ່ລະປະເພດສິນຄ້າ, ເຄື່ອງຂອງທຸກຊະນິດ ທີ່ນຳເຂົ້າ-ສົ່ງອອກ, ຂົນສົ່ງ        ຜ່ານແດນເຄື່ອນຍ້າຍ ໃນແຕ່ລະໄລຍະ. 

 

ມາດຕາ 18 (ປັບປຸງ) ແຫຼ່ງກຳເນີດສິນຄ້າ

                       ແຫຼ່ງກຳເນີດສິນຄ້າ ແມ່ນ ການຢັ້ງຢືນແຫຼ່ງທີ່ມາຂອງສີນຄ້າຈາກ ປະເທດທີ່ໄດ້ຂຸດຄົ້ນ, ຜະລິດ ຫຼື ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງສິນຄ້າ, ການກຳນົດທາງດ້ານປະລິມານຂອງສ່ວນປະກອບ ຕາມລະບຽບການທີ່ໄດ້ກຳນົດໄວ້ ໂດບສອດຄ່ອງກັບລະບຽບການຂອງການນຳໃຊ້ສາລະບານສິນຄ້າລະບົບເອກະພາບຂອງອົງການພາສີໂລກ ແລະ ອາຊຽນ.

                       ການນຳໃຊ້ແຫຼ່ງກຳເນີດສິນຄ້າ ແມ່ນ ການຢັ້ງຢືນປະເທດຕົ້ນກຳເນີດຂອງແຫຼ່ງສິນຄ້າ ແລະ ການໄດ້ຮັບສິດທິພິເສດໃນການຫຼຸດຜ່ອນອັດຕາພາສີ ກັບບັນດາປະເທດທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມລົງນາມ ແລະ ເປັນພາຄີ.

 

ມາດຕາ 19 (ໃໝ່) ການກວດກາແຫຼ່ງກຳເນີດສິນຄ້າ

                       ການກວດກາແຫຼ່ງກຳເນີດສິນຄ້າໃຫ້ປະຕິບັດດັ່ງນີ້:

                       1. ສໍາລັບສິນຄ້າສົ່ງອອກ ໃຫ້ປະຕິບັດໃນເວລາປະເທດນໍາເຂົ້າສະເໜີມາ, ເຈົ້າໜ້າທີ່ພາສີ   ຕ້ອງປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ເພື່ອກວດກາ ໂດຍອີງໃສ່ແບບພິມແຈ້ງພາສີ, ເອກະສານ     ປະກອບການແຈ້ງພາສີເກັບລາຍລະອຽດ, ຜົນການກວດກາສິນຄ້າຕົວຈິງ, ຂະບວນການຜະລິດ ແລະ         ສ່ວນປະກອບຂອງສິນຄ້າ. ໃນເວລາລໍຖ້າຜົນການກວດກາແຫຼ່ງກຳເນີດສິນຄ້າເຈົ້າໜ້າທີ່ພາສີສາມາດ          ອະ      ນຸຍາດໃຫ້ສົ່ງອອກສິນຄ້າກ່ອນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດໝາຍສະບັບນີ້;

                       2. ສໍາລັບສິນຄ້ານໍາເຂົ້າ ເຈົ້າໜ້າທີ່ພາສີ ຕ້ອງກວດກາ ໂດຍອີງໃສ່ແບບພິມແຈ້ງພາສີ,        ເອກະສານປະກອບການແຈ້ງພາສີ ເປັນລາຍລະອຽດ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ຜົນການກວດກາ         ສິນຄ້າຕົວຈິງ, ໃນກໍລະນີມີຂໍ້ສົົງໄສຕໍ່ແຫຼ່ງກຳເນີດສິນຄ້າ, ເຈົ້າໜ້າທີ່ພາສີ ຕ້ອງສົມທົບກັບຂະແໜງການທີ່       ກ່ຽວຂ້ອງກວດກາແຫຼ່ງກຳເນີດສິນຄ້າຢູ່ປະເທດຜະລິດສິນຄ້າພາຍໃຕ້ເງື່ອນໄຂຂອງສົນທິສັນຍາທີ່ ສປປ ລາວ ເຂົ້າເປັນພາຄີ. ຜົນ       ການກວດກາມີຜົນບັງຄັບໃຊ້ທາງກົດໝາຍສຳລັບການຢັ້ງຢືນແຫຼ່ງກຳເນີດສິນຄ້າ. ໃນເວລາລໍຖ້າຜົນ   ກວດກາແຫຼ່ງກຳເນີດສິນຄ້າ, ຜູ້ແຈ້ງພາສີສາມາດນຳສິນຄ້າເຂົ້າໄດ້ ຕາມທີ່ກຳນົດໄວ້ໃນມາດຕາ 38    ຂອງກົດໝາຍສະບັບນີ້ແຕ່ຈະບໍ່ໄດ້ຮັບສິດທິພິເສດດ້ານອັດຕາພາສີ.

                       ສຳລັບຂັ້ນຕອນ, ວິທີການ ແລະ ກຳນົດເວລາ ໃນການກວດກາແຫຼ່ງກຳເນີດສິນຄ້າໄດ້        ກຳນົດໄວ້ໃນລະບຽບການສະເພາະ.                           

 

ມາດຕາ 20 (ໃໝ່) ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ

                       ຫີບຫໍ່ ແລະ ພາຊະນະບັນຈຸສິນຄ້າ ທີ່ນຳເຂົ້າ ຫຼື ສົ່ງອອກ ຕ້ອງມີເຄື່ອງໝາຍ ແລະ ເລກ     ໝາຍສະເພາະ ຕາມມາດຕະຖານສາກົນ, ບໍ່ໃຫ້ໂຮມເອົາຫຼາຍຊະນິດສິນຄ້າ ທີ່ແຕກຕ່າງກັນເຂົ້າໃນຫີບຫໍ່       ດຽວ ແລະ ບໍ່ໃຫ້ມີການດັດແປງພາຊະນະບັນຈຸສິນຄ້າ.

                       ສຳລັບ ສິນຄ້ານຳເຂົ້າ ຕ້ອງຕິດສະຫຼາກເປັນພາສາລາວ ໃສ່ຫີບຫໍ່ ແລະ ພາຊະນະບັນຈຸ      ຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ.

 

ມາດຕາ 21 (ໃໝ່) ການມາເຖິງ ແລະ ການອອກໄປ ຂອງສິນຄ້າ

                       ການມາເຖິງ ແລະ ການອອກໄປ ຂອງສິນຄ້າ ມີດັ່ງນີ້:

                       1. ການມາເຖິງຂອງສິນຄ້ານໍາເຂົ້າທາງນໍ້າ ຈະສິ້ນສຸດ ເມື່ອເຮືອບັນທຸກສິນຄ້າເຂົ້າມາຈອດ    ທຽບທ່າເຮືອ ທີ່ລັດຖະບານພາສີກຳນົດ ແລະ ຂົນສິນຄ້າອອກຈາກເຮືອສຳເລັດ, ສຳລັບການອອກໄປຂອງ       ສິນຄ້າ ຈະສິ້ນສຸດ ເມື່ອເຮືອບັນທຸກສິນຄ້າໄດ້ອອກຈາກທ່າເຮືອຂອງ ສປປ ລາວ;

                       2. ການມາເຖິງຂອງສິນຄ້ານໍາເຂົ້າທາງບົກ ຈະສິ້ນສຸດ ເມື່ອຍານພາຫະນະຂົນສົ່ງສິນຄ້າ      ໄດ້ມາເຖິງດ່ານຊາຍແດນ ແລະ ຂົນສິນຄ້າຈາກຍານພາຫະນະລົງສາງ ຫຼື ສະຖານທີ່ທີ່ລັດຖະການກຳນົດ,       ສຳລັບການອອກໄປຂອງສີນຄ້າ ຈະສີ້ນສຸດເມື່ອຍານພາຫະນະຂົນສົ່ງສິນຄ້າ ອອກຈາກດ່ານຊາຍແດນຂອງ   ສປປ ລາວ;

                       3. ການມາເຖິງຂອງສິນຄ້ານໍາເຂົ້າທາງອາກາດ ຈະສິ້ນສຸດ ເມື່ອເຮືອບິນຂົນສົ່ງສິນຄ້າ ຫຼື     ເຮືອບິນສ່ວນຕົວ ໄດ້ມາເຖິງສະໜາມບິນທີ່ມີດ່ານພາສີຕັ້ງຢູ່, ສຳລັບການອອກໄປຂອງສິນຄ້າ ຈະສິ້ນສຸດ     ເມື່ອເຮືອບິນໄດ້ບິນອອກຈາກສະໜາມບິນທີ່ມີດ່ານພາສີຕັ້ງຢູ່ຈຸດສຸດທ້າຍ ຂອງ ສປປ ລາວ;

                       4. ການມາເຖິງຂອງສີນຄ້ານໍາເຂົ້າທາງລົດໄຟ ຫຼື ທາງລາງ ຈະສິ້ນສຸດ ເມື່ອຂະບວນ          ລົດໄຟຂົນສົ່ງສິນຄ້າໄດ້ມາເຖິງສະຖານີ ບ່ອນມີດ່ານພາສີຕັ້ງຢູ່ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດໄວ້    ເພື່ອເອົາສີນຄ້າລົງສາງ. ສຳລັບການອອກໄປຂອງສິນຄ້າ ຈະສິ້ນສຸດ ເມື່ອຂະບວນລົດດັ່ງກ່າວໄດ້ອອກຈາກ  ສະຖານີສຸດທ້າຍທີ່ມີດ່ານພາສີຕັ້ງຢູ່ ແລະ ອອກຈາກຊາຍແດນຂອງ ສປປ ລາວ;

                       5. ການມາເຖິງຂອງສິນຄ້ານໍາເຂົ້າທາງໄປສະນີ ຈະສິ້ນສຸດ ເມື່ອໄດ້ເປີດກ່ອງສິນຄ້າ,         ພັດສະດຸພັນ ແລະ ຖົງເມທາງໄປສະນີ ທີ່ຫ້ອງການໄປສະນີ ທີ່ມີເຈົ້າໜ້າທີ່ພາສີປະຈຳຢູ່ ຫຼື ສະຖານທີ່ ທີ່     ລັດຖະການພາສີກຳນົດ. ສຳລັບການອອກໄປຂອງສິນຄ້າ ຈະສິ້ນສຸດ ເມື່ອໄດ້ປິດກ່ອງສິນຄ້າ, ພັດສະດຸ       ແລະ ຖົງເມທາງໄປສະນີ ແລະ ໄດ້ດຳເນີນການສົ່ງອອກໄປຕາມເນື້ອໃນຂໍ້ 1, 2, 3 ຫຼື 4 ຂອງມາດຕານີ້     ແລ້ວແຕ່ກໍລະນີ;

                       6. ການມາເຖິງສິນຄ້ານໍາເຂົ້າທາງຫໍ່, ສາຍສົ່ງ ຫຼື ທາງອື່ນທີ່ຄ້າຍຄຽງ ຈະສິ້ນສຸດເມື່ອ         ສິນຄ້າສົ່ງຜ່ານທາງດັ່ງກ່າວໄປມາເຖິງສະຖານທີ່ ຫຼື ບ່ອນທີ່ຂະແໜງການກ່ຽວຂ້ອງກຳນົດ ແລະ ສຳເລັດ       ການມອບ ສົ່ງສິນຄ້າ ຕາມການວັດແທກຫົວໜ່ວຍ, ບໍລິມາດ. ສຳລັບການອອກໄປຈະສິ້ນສຸດ ເມື່ອສິນຄ້າ   ອອກຈາກສະຖານທີ່ ຫຼື ບ່ອນທີ່ຂະແໜງການກ່ຽວຂ້ອງກຳນົດ ແລະ ອອກຈາກ ສປປ ລາວ.

                       ສຳລັບ ການມາເຖິງ ແລະ ການອອກໄປຂອງສິນຄ້າຜ່ານແດນ ໄດ້ກຳນົດໄວ້ໃນລະບຽບ      ການສະເພາະ.

 

ມາດຕາ 22 (ປັບປຸງ) ການຄວບຄຸມທາງພາສີ

                       ການຄວບຄຸມທາງພາສີ ແມ່ນການນຳໃຊ້ມາດຕະການ, ວິທີການ ໂດຍລັດຖະການພາສີ      ຕາມກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເພື່ອຄວາມຄຸມການນຳເຂົ້າ-ສົ່ງອອກ, ການຜ່ານ       ແດນ, ການເຄື່ອນຍ້າຍ, ການເກັບຮັກສາ, ການຄ່ຽນຖ່າຍສິນຄ້າ, ການເຂົ້າ-ອອກ ຂອງຍານພາຫະນະ

    ແລະ ຜູ້ໂດຍສານຜ່ານດ່ານພາສີຊາຍແດນ.

 

ມາດຕາ 23 (ໃໝ່) ການສິ້ນສຸດການຄວບຄຸມທາງພາສີ

                       ການຄວບຄຸມທາງພາສີ ຈະສິ້ນສຸດລົງກໍຕໍ່ເມື່ອ ໄດ້ສຳເລັດການປະຕິບັດຕາມລະບຽບການທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງກົດໝາຍສະບັບນີ້.

 

ໝວດທີ 2

ການແຈ້ງພາສີ

 

ມາດຕາ 24 (ໃໝ່) ການແຈ້ງພາສີ

                       ການແຈ້ງພາສີ ແມ່ນ ການແຈ້ງຂໍ້ມູນກ່ຽວກັບ ສິນຄ້າ, ເຄື່ອງຂອງ, ເຈົ້າຂອງສິນຄ້າ, ການຂົນສົ່ງ ແລະ ເອກະສານທຸລະກຳທາງການຄ້າ ເພື່ອເປັນຂໍ້ມູນໃນການຄວບຄຸມ ແລະ ກວດກາ ຂອງເຈົ້າໜ້າທີ່ພາສີ ແລະ/ຫຼື ເສຍພາສີໃຫ້ຖືກຕ້ອງ.

                       ການແຈ້ງພາສີ ດຳເນີນດ້ວຍ ການແຈ້ງພາສີໂດຍສັງເຄບ ແລະ ການແຈ້ງພາສີເປັນລາຍ       ລະອຽດຊື່ງສາມາດແຈ້ງຕາມແບບເອເລັກໂຕຣນິກ ຫຼື ແຈ້ງຕາມແບບພິມທີ່ເປັນເຈ້ຍ ຢູ່ດ່ານພາສີຊາຍແດນ          ຫຼື ສະຖານທີ່ທີ່ລັດຖະການພາສີກຳນົດ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການກ່ຽວກັບການແຈ້ງພາສີ.

 

ມາດຕາ 25 (ປັບປຸງ) ການແຈ້ງພາສີໂດຍສັງເຂບ

                       ການແຈ້ງພາສີໂດຍສັງເຂບ ແມ່ນ ການແຈ້ງຂໍ້ມູນສິນຄ້າ, ເຄື່ອງຂອງ ຕາມເອກະສານ        ຂົນສົ່ງລ່ວງໜ້າ ຫຼື ທັນທີ ເມື່ອມາຮອດດ່ານພາສີຊາຍແດນ ຕໍ່ເຈົ້າໜ້າທີ່ພາສີ ເພື່ອປະຕິບັດຕາມການຄວບ       ຄຸມທາງພາສີ.

                       ໃນການແຈ້ງພາສີໂດຍສັງເຂບ ຜູ້ແຈ້ງພາສີ ຫຼື ຜູ້ຂົນສົ່ງ ຕ້ອງປະຕິບັດດັ່ງນີ້:

                       1. ແຈ້ງຍານພາຫະນະ ແລະ ເອກະສານຂົນສົ່ງ ຕາມແບບພິມທີ່ລັດຖະການພາສີໄດ້        ກຳນົດໄວ້ພາຍໃນເວລາ ຊາວສີ່ຊົ່ວໂມງ ນັບແຕ່ເວລາສິນຄ້າ, ເຄື່ອງຂອງມາເຖິງດ່ານພາສີຊາຍແດນ;

                       2. ແຈ້ງລ່ວງໜ້າ ຊາວສີ່ຊົ່ວໂມງ ກ່ອນສິນຄ້າມາເຖິງດ່ານພາສີຊາຍແດນຕາມກົດໝາຍ.

                       ໃນການແຈ້ງພາສີໂດຍສັງເຂບ ບໍ່ອະນຸຍາດໃຫ້ຄ່ຽນຖ່າຍສິນຄ້າ, ເຄື່ອງຂອງ ອອກຈາກ      ຍານພາຫະນະຂົນສົ່ງ, ເວັ້ນເສຍແຕ່ໄດ້ຮັບອະນຸຍາດຈາກລັດຖະການພາສີ ຫຼື ມີເຫດສຸດວິໄສ.

 

ມາດຕາ 26 (ປັບປຸງ) ການແຈ້ງພາສີເປັນລາຍລະອຽດ

                       ການແຈ້ງພາສີເປັນລາຍລະອຽດ ແມ່ນການແຈ້ງຂໍ້ມູນ ສິນຄ້າ, ເຄື່ອງຂອງ ໃຫ້ຖືກຕ້ອງ,     ຄົບຖ້ວນ ຕາມແບບພິມທີ່ລັດຖະການພາສີກຳນົດໄວ້.

                       ຜູ້ແຈ້ງພາສີ ຕ້ອງມີຄວາມຮັບຜິດຊອບ ຕໍ່ຂໍ້ມູນ ສິນຄ້າ, ເຄື່ອງຂອງ ທີ່ໄດ້ແຈ້ງໃນແບບ       ພິມແຈ້ງພາສີ ລວມທັງເອກະສານປະກອບໃນການແຈ້ງພາສີ.

 

 

ມາດຕາ 27 (ປັບປຸງ) ເອກະສານແຈ້ງພາສີເປັນລາຍລະອຽດ

                       ເອກະສານແຈ້ງພາສີເປັນລາຍລະອຽດ ມີ ດັ່ງນີ້:

  1. ແບບພິມການແຈ້ງພາສີໂດບສັງເຂບ ພ້ອມດ້ວຍ ເອກະສານຂົນສົ່ງ;
  2. ແບບພິມການແຈ້ງພາສີເປັນລາຍລະອຽດ;
  3. ໃບແຈ້ງລາຄາສິນຄ້າ;
  4. ໃບລາຍການຫຸ້ມຫໍ່.

                       ເອກະສານປະກອບການແຈ້ງພາສີ ເພື່ອສະເໜີການປະຕິບັດເງື່ອນໄຂສິດທິພິເສດ ມີ                      ດັ່ງນີ້:

  1. ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃນກໍລະນີທີ່ຕ້ອງການສິດທິພິເສດທາງດ້ານອັດຕາພາສີ;
  2. ໃບອະນູຍາດ ແລະ/ຫຼື ໃບຢັ້ງຢືນ ການນຳເຂົ້າ-ສົ່ງອອກ ໃນກໍລະນີທີ່ເປັນສິນຄ້າປະເພດຄວບຄຸມ.

 

ມາດຕາ 28 (ປັບປຸງ) ກຳນົດເວລາໃນການແຈ້ງພາສີເປັນລາຍລະອຽດ

                       ກຳນົດເວລາໃນການແຈ້ງພາສີເປັນລາຍລະອຽດ ໃຫ້ປະຕິບັດດັ່ງນີ້:

                       1. ຜູ້ແຈ້ງພາສີ ຕ້ອງແຈ້ງພາສີເປັນລາຍລະອຽດ ຕາມໂມງເວລາທາງລັດຖະການ ຫຼື         ນອກໂມງລັດຖະການ ຕາມລະບຽບການ.

                       2. ຜູ້ແຈ້ງພາສີ ຕ້ອງແຈ້ງພາສີເປັນລາຍລະອຽດ ພາຍໃນເວລາ ສິບຫ້າວັນ ນັບແຕ່ວັນ       ໄດ້ແຈ້ງພາສີ ໂດຍສັງເຂບ, ຖ້າຫາກກາຍກຳນົດເວລາດັ່ງກ່າວ ເຈົ້າໜ້າທີ່ພາສີ ຈະດຳເນີນມາດຕະການຕາມ    ທີ່ໄດ້ກຳນົດໄວັໃນກົດໝາຍສະບັບນີ້.

                       ເຈັ້າໜ້າທີ່ພາສີ ສາມາດດຳເນີນລະບຽບການທາງພາສີ ໃນວັນພັກລັດຖະການ ແລະ          ນອກເວລາລັດຖະການເພື່ອຮັບປະກັນເວລາ ໃນການຄ່ຽນຖ່າຍສິນຄ້າ, ການນຳເຂົ້າ-ສົ່ງອອກສິນຄ້າ, ການ ຜ່ານແດນການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ, ການເຂົ້າ-ອອກຂອງຍານພາຫະນະ ແລະ ຜູ້ໂດຍສານ ຕາມ      ການສະເໜີຂອງຜູແຈ້ງພາສີ ໂດຍໃຫ້ສອດຄ່ອງກັບລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ຕາມ ເງື່ອນໄຂ ແລະ ສະຖານທີ່ດຳເນີນລະບຽບການທາງພາສີ. ສໍາລັບຄ່າໃຊ້ຈ່າຍ ແມ່ນຄວາມຮັບຜິດຊອບຂອງ  ຜູ້ແຈ້ງພາສີ.

 

ມາດຕາ 29 (ໃໝ່) ການກວດກາເອກະສານແຈ້ງພາສີ

                       ເຈົ້າໜ້າທີ່ພາສີ ມີໜ້າທີ່ກວດກາເອກະສານແຈ້ງພາສີ ຕາມແບບພິມການແຈ້ງພາສີເປັນ      ລາຍລະອຽດ ກັບເອກະສານອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ກວດກາຄວາມສອດຄ່ອງກັບນະໂຍບາຍຄຸ້ມຄອງ       ສິນຄ້າ ແລະ ອັດຕາພາສີ ຕາມກົດໝາຍ. ຖ້າເຈົ້າໜ້າທີ່ພາສີ ຫາກເຫັນວ່າມີຂໍ້ມູນດັ່ງກ່າວຖືກຕ້ອງ ກໍໃຫ້        ຮັບ ແລະ ລົງທະບຽນ ການແຈ້ງພາສີເປັນລາຍລະອຽດ. ໃນກໍລະນີເຈົ້າໜ້າທີ່ພາສີ ຫາກກວດພົບເຫັນຂໍ້  ມູນແຈ້ງພາສີ ບໍ່ຖືກຕ້ອງ, ຄົບຖ້ວນຕ້ອງໃຫ້ຜູ້ແຈ້ງພາສີຮັບຊາບ ໃນທັນທີ.

                       ການກວດກາເອກະສານແຈ້ັງພາສີ ຕ້ອງດຳເນີນຜ່ານລະບັບເອເລັກໂຕຣນິກ ແລະ/ຫຼື         ການກວດເອກະສານຕົວຈິງ.

                       ໃນກໍລະນີ ຜູ້ແຈ້ງພາສີ ຫາກກວດພົບເຫັນຄວາມຜິດພາດຂອງຕົນໃນການແຈ້ງພາສີ         ເປັນລາຍລະອຽດ, ພາຍໃນເວລາ ສາມສິບວັນ, ຕ້ອງປະກອບໃບແຈ້ງພາສີຄືນໃໝ່ໃຫ້ຖືກຕ້ອງ, ສ່ວນ   ຄວາມຜິດພາດທີ່ໄດ້ແຈ້ງຜ່ານມາ ຈະຖືກດຳເນີນການທາງດ້ານບໍລິຫານ ດ້ວຍການ ສຶກສາອົບຮົມ ແລະ        ກ່າວເຕືອນ.

                       ໃນກໍລະນີ ຜູ້ແຈ້ງພາສີ ມີຈຸດປະສົງຍົກເລີກລະບອບການແຈ້ງພາສີໃນເບື້ອງຕົ້ນ ໂດຍ       ໄປນຳໃຊ້ລະບອບການແຈ້ງພາສີອື່ນ ດ້ວຍເຫດຜົນໃດໜື່ງ ຜູ້ກ່ຽວຕ້ອງສະເໜີຕໍ່ລັດຖະການພາສີ ພາຍໃນ         ເວລາບໍ່ເກີນເກົ້າສິບວັນ ພາຍຫຼັງແຈ້ງພາສີເປັນລາຍລະອຽດ, ເຈົ້າໜ້າທີ່ພາສີ ຕ້ອງພິຈາລະນາ ພາຍໃນ ເວລາ ສິບຫ້າ ວັນລັດຖະການ.

 

ມາດຕາ 30 (ໃໝ່) ການປະຕິເສດການແຈ້ງພາສີເປັນລາຍລະອຽດ

                       ລັດຖະການພາສີ ສາມາດປະຕິເສດການແຈ້ງພາສີ ໃນກໍລະນີກວດພົບເຫັນການແຈ້ງຂໍ້       ມູນໃນແບບພິມແຈ້ງພາສີເປັນລາຍລະອຽດ ບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ, ບໍ່ມີລາຍເຊັນຂອງຜູ້ແຈ້ງພາສີ, ນຳ   ໃຊ້ແບບພິມບໍ່ຖືກຕ້ອງ ຫຼື ເອກະສານປະກອບການແຈ້ງພາສີ ບໍ່ຄົບຖ້ວນ, ມີຮອຍລືບ, ຮອຍຂີດຂ້າ,    ຮອຍເປື້ອນ.

                       ໃນກໍລະນີປະຕິເສດການແຈ້ງພາສີ ລັດຖະການພາສີ ຕ້ອງແຈ້ງໃຫ້ຜູ້ແຈ້ງພາສີຮັບຊາບ       ເປັນລາຍລັກອັກສອນຜ່ານລະບົບເອເລັກໂຕຣນິກ ຫຼື ໃຫ້ຄຳແນະນຳ ພ້ອມດ້ວຍເຫດຜົນໃນທັນທີ.

 

ມາດຕາ 31 (ປັບປຸງ) ການແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າມາເຖິງ

                       ຜູ້ແຈ້ງພາສີ ສາມາດແຈ້ງພາສີເປັນລາຍລະອຽດກ່ອນສິນຄ້າມາເຖິິງດ່ານພາສີຊາຍແດນ       ໃຫ້ປະຕິບັດດັ່ງນີ້:

                       1. ຜູ້ແຈ້ງພາສີ ສາມາດແຈ້ງພາສີເປັນລາຍລະອຽດລ່ວງໜ້າ ພາຍໃນເວລາ ເຈັດວັນ          ລັດຖະການ ແລະ ຕ້ອງປະກອບເອກະສານໃຫ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງກົດ       ໝາຍສະບັບນີ້. ສຳລັບແບບພິມການແຈ້ງພາສີໂດຍສັງເຂບ ຫຼື ໃບຂົນສົ໋ງສິນຄ້າ ໃຫ້ຍື່ນຕໍ່ເຈົ້າໜ້າທີ່ພາສີ      ພາຍຫຼັງສິນຄ້າມາເຖິງແລ້ວ;

                       2. ພາຍຫຼັງການແຈ້ງພາສີເປັນລາຍລະອຽດໄດ້ລົງທະບຽນແລ້ວ ໃຫ້ຜູ້ແຈ້ງພາສີ ຊຳລະ      ຄ່າພາສີ ເມື່ອສິນຄ້າມາເຖິງດ່ານພາສີຊາຍແດນ;

                       3. ພາຍຫຼັງສິນຄ້າມາເຖິງດ່ານພາສີຊາຍແດນແລ້ວ ເຈົ້າໜ້າທີ່ພາສີ ຕ້ອງກວດກາຕົວຈິງ      ຫຼື ກວດກາຄວາມສ່ຽງ ຕາມລະບຽບການ.

 

ມາດຕາ 32 (ປັບປຸງ) ການຮັບຮອງລ່ວງໜ້າ

                       ການຮັບຮອງລ່ວງໜ້າ ແມ່ນ ການອອກໜັງສືຮັບຮອງ ເລກລະຫັດ, ແຫຼ່ງກຳເນີດ, ມູນ      ຄ່າແຈ້ງພາສີ ຫຼື ຂໍ້ມູນອື່ນ ເພື່ອປະກອບໃນການແຈ້ງພາສີເປັນລາຍລະອຽດ ຊື່ງມີຜົນໃຊ້ບັງຄັບສຳລັບເຈົ້າ       ໜ້າທີ່ພາສີໃນການກວດກາ ຕາມລະບຽບການທາງພາສີ.

                       ໃນກໍລະນີຜູ້ແຈ້ງພາສີ ຫາກບໍ່ໝັ້ນໃຈຕໍ່ການອອກໜັງສືຮັບຮອງລ່ວງໜ້າຂອງເຈົ້າໜ້າທີ່       ພາສີທີ່ກຳນົດໄວ້ໃນວັກໜຶ່ງ ຂອງມາດຕານີ້, ຜູ້ແຈ້ງພາສີ ສາມາດສະໜອງຂໍ້ມູນເພີ່ມ ຫຼື ຂໍຄຳແນະນຳ         ຈາກເຈົ້າໜ້າທີ່ພາສີດັ່ງນີ້:

                       1. ຜູ້ແຈ້ງພາສີ ຕ້ອງສະໜອງຂໍ້ມູນ, ເອກະສານ ແລະ ຕົວຢ່າງສິນຄ້າ ໃຫ້ເຈົ້າໜ້າທີ່         ພາສີ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ. ກໍລະນີບໍ່ສາມາດສະໜອງຕົວຢ່າງສິນຄ້າ ຜູ້ແຈ້ງພາສີຕ້ອງສະໜອງ      ຂໍ້ມູນເອກະສານດ້ານເຕັກນິກກ່ຽວກັບສິນຄ້າດັ່ງກ່າວ

                       2. ເຈົ້າໜ້າທີ່ພາສີ ຕ້ອງດໍາເນີນການຄົ້ນຄວ້າ ກ່ຽວກັບການຈັດເລກລະຫັດສິນຄ້າ, ການ     ຢັ້ງຢືນແຫຼ່ງກຳເນີດສິນຄ້າ, ມູນຄ່າແຈ້ງພາສີ ແລະ ຂໍ້ມູນອື່ນ ແລະ ອອກໜັງສືຮັບຮອງລ່ວງໜ້າໃຫ້ຜູ້ແຈ້ງ   ພາສີພາຍໃນເວລາ ຫົກສິບວັນ ນັບແຕ່ວັນທີ່ໄດ້ຮັບໜັງສືຮ້ອງຂໍ, ໃນກໍລະນີຂໍ້ມູນຫາກ ບໍ່ຄົບຖ້ວນ ຫຼື ບໍ່     ຖືກຕ້ອງ ເຈົ້າໜ້າທີ່ພາສີ ຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ແຈ້ງພາສີຮັບຊາບ ເພື່ອໃຫ້ຜູ້ກ່ຽວສະໜອງ ເອກະສານເພີ່ມຕື່ມພາຍເວລາ ຫ້າວັນ ລັດຖະການ; ໃນກໍລະນີຜູ້ແຈ້ງພາສີຫາກຍັງບໍ່ເຫັນດີ ຕໍ່ການອອກ      ໜັງສືຮັບຮອງລ່ວງໜ້າຂອງເຈົ້າໜ້າທີ່ພາສີ ພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບໜັງສືຮັບຮອງ, ຜູ້    ແຈ້ງພາສີ ຕ້ອງສະເໜີໃຫ້ເຈົ້າໜ້າທີ່ພາສີ ພິຈາລະນາຄືນ ແລະ ແຈ້ງຜົນການຄົ້ນຄວ້າໃຫ້ຜູ້ແຈ້ງພາສີຮັບ    ຊາບ ພາຍໃນເວລາ ເຈັດວັນ ລັດຖະການ.

                       ໜັງສືຮັບຮອງລ່ວງໜ້າ ມີອາຍຸນຳໃຊ້ທາງກົດໝາຍສຳລັບເຈົ້າໜ້າທີ່ພາສີ ສາມປີ, ຖ້າຄຸນ     ລັກສະນະຂອງສິນຄ້າ, ເຄື່ອງຂອງ ທີ່ໄດ້ຮັບການຮອງຮັບແລ້ວຫາກບໍ່ມີການປ່ຽນແປງ. ໃນກໍລະນີສິນຄ້າ,      ເຄື່ອງຂອງ ມີການປ່ຽນແປງທາງດ້ານຄຸນລັກສະນະ ຜູ້ແຈ້ງພາສີຕ້ອງສະເໜີຕໍ່ລັດຖະການພາສີ ພິຈາລະນາ    ອອກໜັງສືຮັບຮອງລ່ວງໜ້າສະບັບໃໝ່.

                       ກະຊວງການເງີນ ເປັນຜູ້ກຳນົດລະບຽບການ ກ່ຽວກັບການຮັບຮອງລ່ວງໜ້າ.

 

ມາດຕາ 33 (ໃໝ່) ອັດຕາແລກປ່ຽນ

                       ອັດຕາແລກປ່ຽນສຳລັບການຄິດໄລ່ຄ່າພາສີ ແມ່ນ ອັດຕາແລກປ່ຽນລະຫວ່າງສະກຸນເງີນ     ກີບຂອງ ສປປ ລາວ ກັບສະກຸນເງີນຕາຕ່າງປະເທດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃຊ້ໃນເວລາ        ແຈ້ງພາສີເປັນລາຍລະອຽດ ເປັນພື້ນຖານໃນການຄິດໄລ່.

 

ໝວດທີ 3

ການກວດກາ, ການອະນຸຍາດ ແລະ ການຄ້ຳປະກັນ

 

ມາດຕາ 34 (ໃໝ່) ຫຼັກການໃນການກວດກາ

                       ການກວດກາຂອງລັດຖະການພາສີ ແມ່ນ ການດຳເນີນຕາມຜົນຂອງການວິເຄາະ, ວິໄຈ,     ການເລືອກເຟັ້ນແຫຼ່ງຂໍ້ມູນ ຂອງສິນຄ້າ, ເຄື່ອງຂອງ ເພື່ອປະເມີນຄວາມສ່ຽງ ເຂົ້າໃນການຄວບຄຸມ     ກວດກາຂອງລັດຖະການພາສີ ຕາມລະບົບບໍລິຫານຄວາມສ່ຽງ ດັ່ງນີ້:

                       1. ຄວາມສ່ຽງລະດັຍຕໍ່າ ບໍ່ຈໍາເປັນຕ້ອງດໍາເນີນການກວດກາ;

                       2. ຄວາມສ່ຽງລະດັບກາງ ຕ້ອງດໍາເນີນການກວດກາຂໍ້ມູນ ແລະ ເອກະສານການແຈ້ງ                     ພາສີ;

                       3. ຄວາມສ່ຽງລະດັບສູງ ຕ້ອງດໍາເນີນການກວດກາຂໍ້ມູນ, ເອກະສານແຈ້ງພາສີ ແລະ                     ສິນຄ້າຕົວຈິງ.

                       ພາຍຫຼັງທີ່ເຈົ້າໜ້າທີ່ພາສີ ໄດ້ກວດກາ ແລະ ເຫັນວ່າຖືກຕ້ອງແລ້ວ ກໍສາມາດຮັບຮອງ        ການແຈ້ງພາສີເປັນລາຍລະອຽດ ເພື່ອໃຫ້ຜູ້ແຈ້ງພາສີ ຊຳລະຄ່າພາສີ.

 

ມາດຕາ 35 (ໃໝ່) ການກວດກາ ຂໍ້ມູນ ແລະ ເອກະສານ

                       ໃນກໍລະນີລະບົບບໍລິຫານຄວາມສ່ຽງ ສະແດງຄວາມສ່ຽງໃນລະດັບກາງຂຶ້ນໄປ, ເຈົ້າ        ໜ້າທີ່ພາສີຕ້ອງກວດກາຄືນຂໍ້ມູນທີ່ປະກອບໃນແບບພິມແຈ້ງພາສີເປັນລາຍລະອຽດ ແລະ ບັນດາ     ເອກະສານປະກອບການແຈ້ງພາສີ. ນອກຈາກນັ້ນ, ເຈົ້າໜ້າທີ່ພາສີ ຍັງສາມາດແຈ້ງຜູ້ປະກອບການ ໃຫ້ສະ        ໜອງຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງເພີ່ມເຕີມ ເປັນຕົ້ນ ເອກະສານ ທຸລະກຳທາງການຄ້າ, ທຸລະກຳ       ທາງການເງີນ, ໃບຢັ້ງຢືນທາງດ້ານຄຸນນະພາບ.

 

ມາດຕາ 36 (ປັບປຸງ) ການກວດກາສິນຄ້າຕົວຈິງ

                       ໃນກໍລະນີລະບົບບໍລິຫານຄວາມສ່ຽງ ສະແດງຄວາມສ່ຽງໃນລະດັບສູງ ໃຫ້ດຳເນີນການ     ກວດກາສິນຄ້າຕົວຈິງດັ່ງນີ້:

                       1. ເຈົ້າໜ້າທີ່ພາສີກວດກາສິນຄ້າຕົວຈິງ ທັງໝົດ ຫຼື ບາງສ່ວນ ໂດຍກົງ ຫຼື ນໍາໃຊ້ອຸປະ      ກອນ, ເຄື່ອງຈັກ ແລະ ວິທີການດ້ານວິຊາສະເພາະອື່ນ ໂດຍຮັບປະກັນບໍ່ໃຫ້ສິນຄ້າເປ່ເພ, ເສຍຫາຍ;

                       2. ເຈົ້າໜ້າທີ່ພາສີ ກວດກາ ໂດຍຊ້ອງໜ້າຜູ້ແຈ້ງພາສີ ຢູ່ດ່ານພາສີ, ສາງສິນຄ້າ ຫຼື ສະຖານທີ່ທີ່ລັດຖະການພາສີກໍານົດ, ຍົກເວັ້ນກໍລະນີທີ່ໄດ້ກຳນົດໄວ້ໃນມາດຕາ 38 ຂອງກົດມາຍສະບັບ       ນີ້;

                       3. ສິນຄ້າປະເພດ ພືດຜັກ, ວັກແຊງ, ສັດມີຊີວິດ ຊື່ງຫຍຸ້ງຍາກຕໍ່ການຮັກສາ ຫຼື ສິນຄ້າ     ພິເສດອື່ນ ຕ້ອງໄດ້ຮັບບຸລິມະສິດກ່ອນໃນການກວດກາ;

                       4. ໃນກໍລະນີສິນຄ້າ ທີ່ມີການກວດກາຂອງຫຼາຍຂະແໜງການຮ່ວມກັນ ຢູ່ດ່ານພາສີ,        ສາງສິນຄ້າ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ ໃຫ້ປະສານສົມທົບກັນໃນການດຳເນີນການກວດກາ      ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ;

                       5. ການກວດກາສິນຄ້າຕົວຈິງ ຢູ່ບໍລິເວນທີ່ມີການກວດກາຮ່ວມກັນ ລະຫວ່າງລັດຖະ       ການພາສີ ສປປ ລາວ ແລະ ລັດຖະການພາສີ ຂອງປະເທດໃກ້ຄຽງ ຕ້ອງປະຕິບັດຕາມການຕົກລົງ      ລະຫວ່າງ ສປປ ລາວ ແລະ ປະເທດດັ່ງກ່າວ.

                       6. ເຈົ້າໜ້າທີ່ພາສີ ຕ້ອງດໍາເນີນການກວດກາສິນຄ້າຕົວຈິງໃຫ້ສໍາເລັດ ພາຍໃນເວລາ         ແປດຊົ່ວໂມງ ພາຍຫຼັງໄດ້ຮັບແບບພິມແຈ້ງພາສີເປັນລາຍລະອຽດ. ສຳລັບສິນຄ້າທີ່ມີຈຳນວນຫຼາຍ ແລະ       ມີຫຼາຍປະເພດສິນຄ້າ ຊື່ງມີຄວາມຫຍຸ້ງຍາກໃນການກວດກາ ໃຫ້ສຳເລັດພາຍໃນເວລາສອງວັນ. ສຳລັບ         ສິນຄ້າທີ່ ຕ້ອງໄດ້ກວດກາສະເພາະທາງດ້ານຄຸນນະພາບ, ສຸຂານາໄມ, ສຸຂານາໄມພືດ, ສັດ, ຄວາມປອດ   ໄພທາງດ້ານສະບຽງອາຫານ, ວັດທະນະທຳ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ;

                       7. ພາຍຫຼັງສິ້ນສຸດການກວດກາສິນຄ້າແລ້ວ ເຈົ້າໜ້າທີ່ພາສີ ຕ້ອງບັນທຶກລາຍລະອຽດ      ກ່ຽວກັບຊະນິດ, ຈຳນວນ, ນ້ຳໜັກ, ລາຄາ, ປະເທດຜະລິດ, ຍານພາຫະນະຂົນສົ່ງ, ວັນເວລາ ແລະ       ສະຖານທີ່ກວດກາສິນຄ້າພ້ອມທັງລົງລາຍເຊັນ, ຊື່ ແລະ ນາມສະກຸນ ໃສ່ໃບແຈ້ງພາສີເປັນລາຍລະອຽດ        ແລະ/ຫຼື ໃບປ່ອຍສິນຄ້າ;

                       8. ໃນກໍລະນີຜົນຂອງການກວດກາສິນຄ້າ ບໍ່ຖືກຕ້ອງຕາມຂໍ້ມູນທີ່ໄດ້ແຈ້ງລົງໃນແບບ       ພິມແຈ້ງພາສີເປັນລາຍລະອຽດ, ແຈ້ງຂໍ້ມູນເທັດ, ປອມແປງເອກະສານ ຫຼື ມີເຈດຕະນາລັກລອບຫຼົບຫຼີກ    ເຈົ້າໜ້າທີ່ພາສີ ຕ້ອງເຮັດບົດບັນທຶກ ເພື່ອດຳເນີນຄະດີທາງພາສີ ຕາມກົດໝາຍສະບັບນີ້ ແລະ ກົດໝາຍ  ອື່ນທີ່ກ່ຽວຂ້ອງ. ໃນກໍລະນີ ຜູ້ແຈ້ງພາສີຍໍ່ພໍໃຈຕໍ່ຜົນຂອງການກວດກາທັງໝົດ ຫຼື ບາງສ່ວນ ກໍສາມາດ         ສະເໜີ  ໃຫ້ເຈົ້າໜ້າທີ່ພາສີກວດກາສິນຄ້າຄືນໃໝ່;

                       9. ການກວດກາຍານພາຫະນະ ຕ້ອງຮັບປະກັນ ການຄ່ຽນຖ່າຍສິນຄ້າ, ການນໍາເຂົ້າ-ສົ່ງ    ອອກ ຊື່ງການຄວບຄຸມ ແລະ ການກວກກາສິນຄ້າ ຕ້ອງປະຕິບັດໃຫ້ສອດຄ່ອງກັບກົດໝາຍສະບັບນີ້.

 

ມາດຕາ 37 (ໃໝ໋) ສະຖານທີ່ກວດກາສິນຄ້າຕົວຈິງ

                       ສະຖານທີ່ກວດກາສິນຄ້າຕົວຈິງ ມີ ດັ່ງນີ້:

                       1. ດ່ານພາສີຊາຍແດນ, ສະໜາມບິນສາກົນ, ສະຖານີລົດໄຟ, ຫ້ອງການໄປສະນີ,          ທ່າເຮືອ, ທ່າບົກ, ສາງ, ເຂດເສດທະກິດພິເສດ ຫຼື ສະຖານທີ່ອື່ນ ທີ່ລັດຖະການພາສີກຳນົດ ໃຫ້ເປັນບ່ອນ   ນຳເຂົ້າ-ສົ່ງອອກ, ຂົນສົ່ງຜ່ານແດນ, ເຄື່ອນຍ້າຍ ແລະ ເກັບຮັກສາ ທີ່ໄດ້ດຳເນີນລະບຽບການທາງພາສີ;

                       2. ສະຖານທີ່ວາງສະແດງສິນຄ້າ;

                       3. ສະຖານທີ່ບ່ອນໂຄງການກໍ່ສ້າງຕັ້ງຢູ່;

                       4. ສະຖານທີ່ ຜະລິດ, ປຸງແຕ່ງ ແລະ ປະກອບ;

                       5. ສະຖານທີ່ກວດກາສິນຄ້າຮ່ວມກັນ  ລະຫວ່າງເຈົ້າໜ້າທີ່ພາສີ ສປປ ລາວ ແລະ ເຈົ້າ     ໜ້າທີ່ພາສີປະເທດອ້ອມຂ້າງ;

                       6. ສະຖານທີ່ອື່ນ ທີ່ລັດຖະການພາສີກໍານົດ  ໃຫ້ເປັນບ່ອນກວດກາສິນຄ້າຕົວຈິງ.

                       ຂະແໜງການ ແລະ ອົງການທີ່ກ່ຽວຂ້ອງ ຕ້ອງສະໜອງສະຖານທີ່ ທີ່ເໝາະສົມ ແລະ       ສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເພື່ອໃຫ້ເຈົ້າໜ້າທີ່ພາສີສາມາດປະຕິບັດໜ້າທີ່ ໃນການກວດກາ       ສິນຄ້າ, ເຄື່ອງຂອງຕົວຈິງ.

 

 

ມາດຕາ 38 (ໃໝ່) ການອະນຸຍາດໃຫ້ນຳສິນຄ້າອອກສາງ ຫຼື ດ່ານພາສີ

                       ການອະນຸຍາດໃຫ້ນຳສິນຄ້າອອກສາງ ຫຼື ດ່ານພາສີ ໃຫ້ປະຕິບັດ ດັ່ງນີ້:

                       1. ສິນຄ້າຕ້ອງໄດ້ຮັບອະນຸຍາດໃຫ້ນໍາອອກ ພາຍຫຼັງສໍາເລັດລະບຽບການທາງພາສີ;

                       2. ຜູ້ແຈ້ງພາສີ ຫຼື ເຈົ້າຂອງສິນຄ້າ ທີ່ຖືກເຈົ້າໜ້າທີ່ພາສີ ຫຼື ເຈົ້າໜ້າທີ່ຂະແໜງການອື່ນ      ທີ່ກ່ຽວຂ້ອງ ດຳເນີນຄະດີຍ້ອນການກະທຳຜິດທາງພາສີ ຈະນຳສິນຄ້າອອກຈາກສາງ ຫຼື ດ່ານພາສີໄດ້ ກໍຕໍ່    ເມື່ອມີການຊຳລະຄ່າປັບໃໝ ຫຼື ຕ້ອງມີການຄ້ຳປະກັນ ໂດຍທະນາຄານ ຫຼື ສະຖາບັນການເງີນອື່ນ;

                       3. ສິນຄ້າທີ່ຕ້ອງໃຫ້ມີການກວດກາ, ວິໄຈ ແລະ ປະເມີນຜົນ ເພື່ອຮັບປະກັນຄວາມ        ຖືກຕ້ອງ ນັ້ນກ່ອນຈະອະນູຍາດໃຫ້ນຳເຂົ້າ, ສົ່ງອອກ ຕ້ອງມີໜັງສືຢັ້ງຢືນດ້ານວິຊາສະເພາະຂອງຂະ                    ແໜງການທີ່ກ່ຽວຂ້ອງ;

                       4. ສິນຄ້າ, ເຄື່ອງຂອງ ປະເພດ ບູດເນົ່າ ຫຼື ເຊື່ອມຄຸນນະພາບໄວ, ສິນຄ້າກະຊິກໍາ, ສັດ     ທີ່ມີຊີວິດ, ສິນຄ້າທີ່ນຳໃຊ້ເປັນກໍລະນີສຸກເສີນ, ສິນຄ້າທີ່ຮັບໃຊ້ວຽກງານປ້ອງກັນຊາດປ້ອງກັນຄວາມ       ສະຫງົບ, ເຄື່ອງຂອງນັກການທູດ, ອົງການຈັດຕັ້ງ ແລະ ບຸກຄົນທີ່ໄດ້ຮັບສິດທິພິເສດ ຖ້າມີຈຸດປະສົງນຳ         ສິນຄ້າ, ເຄື່ອງຂອງ ອອກກ່ອນນັ້ນ ໃຫ້ປະຕິບັດຕາມລະບຽບການຄ້ຳປະກັນຕາມທີ່ໄດ້ກຳນົດໃນມາດຕາ        41 ຂອງກົດໝາຍສະບັບນີ້.

 

ມາດຕາ 39 (ໃໝ່) ການກວດກາສິນຄ້າຕົວຈິງໂດຍບໍ່ຊ້ອງໜ້າເຈົ້າຂອງສິນຄ້າ ຫຼືຜູ້ແຈ້ງພາສີ

                       ລັດຖະການພາສີ ສາມາດກວດກາສິນຄ້າຕົວຈິງ ໂດຍບໍ່ຊ້ອງໜ້າເຈົ້າຂອງສິນຄ້າ ຫຼື ຜູ້        ແຈ້ງພາສີໃນກໍລະນີໃດໜຶ່ງດັ່ງນີ້:

                       1. ເພື່ອປ້ອງກັນຄວາມປອດໄພຂອງຊາດ;

                       2. ເພື່ອປ້ອງກັນສຸຂະພາບ ແລະ ສິ່ງແວດລ້ອມ;

                       3. ເມື່ອສົງໄສວ່າເປັນສິນຄ້າທີ່ຜິດກົດໝາຍ;

                       4. ຜູ້ແຈ້ງພາສີ ບໍ່ປະຕິບັດຕາມລະບຽບການທາງພາສີຢູ່ດ່ານພາສີຊາຍແດນ ພາຍຫຼັງ         ສິນຄ້າມາຮອດດ່ານກາຍກຳນົດ ສາມສິບວັນ;

                       5. ກໍລະນີອື່ນທີ່ກົດໝາຍກໍານົດ.

                       ການກວດກາສິນຄ້າຕົວຈິງ ໂດຍບໍ່່ຊ້ອງໜ້າເຈົ້າຂອງສິນຄ້າ ຫຼື ຜູ້ແຈ້ງພາສີ ໃຫ້ປະຕິບັດ      ດັ່ງນີ້:

                       1. ກວດກາດ້ວຍເຄື່ອງສາຍແສງ;

                       2. ກວດກາດ້ວຍອຸປະກອນເຕັກນິກ ຫຼື ວິທີການອື່ນດ້ານພາສີ ຂອງລັດຖະການພາສີ;

                       3. ກວດກາ ໂດຍມີການເຂົ້າຮ່ວມຂອງຂະແໜງການທີ່ກ່ຽວຂ້ອງ ທີ່ປະຈໍາການຢູ່ດ່ານ       ພາສີຊາຍແດນ, ວິສາຫະກິດຂົນສົ່ງ ແລະ ສາງສິນຄ້າ ຊື່ງຕ້ອງມີການບັນທຶກຜົນການກວດກາ ແລະ ລົງ ລາຍເຊັນ ໂດຍພາກສ່ວນທີ່ເຂົ້າຮ່ວມໃນການກວດກາດັ່ງກ່າວ.

 

ມາດຕາ 40 (ປັບປຸງ) ການຊຳລະຄ່າພາສີ

                       ພາຍຫຼັງເຈົ້າໜ້າທີ່ພາສີ ໄດ້ຮັບຮອງການແຈ້ງພາສີເປັນລາຍລະອຽດແລ້ວ ຜູ້ແຈ້ງພາສີ        ຕ້ອງຊໍາລະຄ່າພາສີ ເປັນສະກຸນເງິນກີບ ໃຫ້ຄົບຖ້ວນໂດຍທັນທີ.

                       ພາຍຫຼັງຜູ້ແຈ້ງພາສີ ຊຳລະຄ່າພາສີ ໂດຍຜ່ານລະບົບທະນາຄານສຳເລັດແລ້ວ ເຈົ້າໜ້າທີ່      ພາສີ ຫຼື ຜູ້ຖືກມອບໝາຍໃຫ້ຮັບເງີນ ຕ້ອງອອກໃບຮັບເງີນ ຜ່ານລະບົບເອເລັກໂຕຮນິກ ຫຼື ແບບພິມທົ່ວ      ໄປ ເພື່ອຢັ້ງຢືນວ່າຜູ້ແຈ້ງພາສີໄດ້ຊຳລະຕາມກົດໝາຍແລ້ວ.

 

 

ມາດຕາ 41 (ປັບປຸງ) ການຄ້ຳປະກັນ ເພື່ອນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ

                       ການຄ້ຳປະກັນ ເພື່ອນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນ ແຈ້ງ      ພາສີເປັນລາຍລະອຽດ ແລະ/ຫຼື ຊຳລະຄ່າພາສີຕ້ອງປະຕິບັດດັ່ງນີ້:

                       1. ຜູ້ແຈ້ງພາສີຕ້ອງຍື່ນຄໍາຮ້ອງຂໍຄໍ້າປະກັນ ຕາມແບບພິມ ຕໍ່ລັດຖະການພາສີ ເພື່ອ ພິຈາລະນາ;

                       2. ການຄໍ້າປະກັນປະກັນສາມາດຄໍ້າປະກັນດ້ວຍເງີນສົດ, ໜັງສືຄໍ້າປະກັນຂອງ ທະນາ      ຄານ, ສະຖາບັນການເງິນອື່ນ ຫຼື ນິຕິບຸກຄົນ. ມູນຄ່າການຄໍ້າປະກັນຕ້ອງເທົ່າກັບ ມູນຄ່າພາສີ ທີ່ຕ້ອງ         ຊຳລະ;

                       3. ຜູ້ແຈ້ງພາສີຕ້ອງແຈ້ງພາສີເປັນລາຍລະອຽດ ພາຍໃນເວລາ ສາມສິບວັນ ນັບແຕ່ວັນ       ເອົາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ;

                       4. ໃນການຊໍາລະສະສາງການຄໍ້າປະກັນນັ້ນ ໃຫ້ລັດຖະການພາສີແຕ່ລະຂັ້ນ ຖືເອົາມູນ      ຄ່າແຈ້ງພາສີ, ການຈັດເລກລະຫັດ ແລະ ຂໍ້ມຸນອື່ນ ທີ່ໄດ້ແຈ້ງລົງໃນໃບແຈ້ງພາສີເປັນລາຍລະອຽດໃນ         ການຄໍ້າປະກັນເບື້ອງຕົ້ນ ເປັນພື້ນຖານໃນການຄິດໄລ່ຄ່າພາສີ. ສຳລັບອັດຕາແລດປ່ຽນ ແລະ ອັດຕາພາສີ   ໃຫ້ຖືເອົາຕາມອັດຕາໃນວັນທີ່ລົບລ້າງເອກະກະສານຄ້ຳປະກັນດັ່ງກ່າວ. ສ່ວນເງີນ ຫຼື ໜັງສືຄ້ຳປະກັນນັ້ນ       ຕ້ອງສົ່ງຄືນໃຫ້ຜູ້ແຈ້ງພາສີພາຍໃນເວລາ ຫ້າວັນ ລັດຖະການ ຕາມຂໍ້ຕົກລົງຂອງຫົວໜ້າດ່ານພາສີຊາຍ        ແດນ;

                       5. ການຄໍ້າປະກັນການນໍາເຂົ້າຕາມນະໂຍບາຍການສົ່ງເສີມການລົງທຶນ ໃຫ້ຖືເອົາວັນ        ຮັບຮອງ ຫຼື ການອະນຸມັດ ແຜນນຳເຂົ້າ ຂອງຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນໄປ. ຖ້າບໍ່ແຈ້ງພາສີເປັນ     ລາຍລະອຽດ ຫຼື ຊໍາລະຄ່າພາສີ ພາຍໃນເວລາ ສາມສິບວັນ, ຜູ້ແຈ້ງພາສີຕ້ອງເສຍຄ່າປັບໃໝ ເທົ່າກັບ ສູນ    ຈຸດສິບສ່ວນຮ້ອຍ (0,10%) ຂອງຄ່າພາສີຕໍ່ວັນ ທີ່ກາຍກຳນົດ;

                       6. ອົງການຈັດຕັ້ງລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ກໍ      ສາມາດເຮັດໜັງສືຄ້ຳປະກັນເອົາສິນຄ້າ, ເຄື່ອງຂອງ ຂອງຕົນອອກກ່ອນ. ຖ້າອົງການຈັດຕັ້ງດັ່ງກ່າວ ຫາກບໍ່     ປະຕິບັດຕາມໜັງສືຄ້ຳປະກັນນັ້ນ ກໍຈະຖືກປະຕິບັດຕາມມາດຕະການຕາມກົດໝາຍນັ້ນ.

 

ໝວດທີ 4

ຜູ້ແຈ້ງພາສີ

 

ມາດຕາ 42 (ໃໝ່) ຜູ້ແຈ້ງພາສີ

                   ຜູ້ແຈ້ງພາສີແມ່ນບຸກຄົນນິຕິບຸກຄົນ ຫຼື ການຈັດຕັ້ງ, ຜຸ້ບໍລິການແຈ້ງພາສີ ຫຼື ຜຸ້ໄດ້ຮັບ        ມອບສິດ ທີ່ໄດ້ຮັບອະນຸຍາດໃຫ້ແຈ້ງພາສີ, ເຊິ່ງປະກອບມີ ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ.

 

ມາດຕາ 43 (ໃໝ່) ຜູ້ແຈ້ງພາສີທົ່ວໄປ

                   ຜູ້ແຈ້ງພາສີທົ່ວໄປ ແມ່ນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງສິນຄ້າ,        ເຄື່ອງຂອງ ຫຼື ຜູ້ໄດ້ຮັບມອບສິດຈາກເຈົ້າຂອງ ສິນຄ້າ, ເຄື່ອງຂອງ.

 

ມາດຕາ 44 (ປັບປຸງ) ຜູ້ບໍລິການແຈ້ງພາສີ

                   ຜູ້ບໍລິການແຈ້ງພາສີ ແມ່ນ ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດຈາກລັດຖະການພາສີ ໃຫ້        ດຳເນີນການແຈ້ງພາສີແທນເຈົ້າຂອງ ສິນຄ້າ, ເຄື່ອງຂອງ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບການຄຸ້ມຄອງຜູ້ບໍລິການແຈ້ງພາສີ.

 

ມາດຕາ 45 (ປັບປຸງ) ຄວາມຮັບຜິດຊອບຂອງຜູ້ແຈ້ງພາສີ

                       ຜູ້ແຈ້ງພາສີ ມີຄວາມຮັບຜິດຊອບ ດັ່ງນີ້:

                       1. ດໍາເນີນການແຈ້ງພາສີ ຢູ່ບັນດາດ່ານພາສີຊາຍແດນ ແລະ/ຫຼື ສະຖານທີ່ອື່ນ ບ່ອນ        ລັດຖະການພາສີກຳນົດ ໃນຂອບເຂດທົ່ວປະເທດ;

                   2. ແຈ້ງສິນຄ້າ, ເຄື່ອງຂອງ ຢ່າງຖືກຕ້ອງ ແລະ ຍືື່ນເອກະສານທີ່ກ່ຽວຂ້ອງ ຕໍ່ລັດຖະ        ການພາສີ;

                       3. ຊໍາລະຄ່າພາສີ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຕາມກົດໝາຍ;

                       4. ໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ພາສີ ໃນການຄຸ້ມຄອງ, ຕິດຕາມ ກວດກາ ການນໍາ       ເຂົ້າສົ່ງອອກ ສິນຄ້າ, ເຄື່ອງຂອງ;

                       5. ປະຕິບັດລະບຽບການໃນການແຈ້ງສິນຄ້າ, ເຄື່ອງຂອງ, ການປະກອບເອກະສານ         ທາງພາສີ, ການແຈ້ງພາສີ, ການເສຍພາສີ, ການນຳເອົາສິນຄ້າ, ເຄື່ອງຂອງ ອອກຈາກດ່ານພາສີ ຫຼື      ສາງ     ແທນເຈົ້າຂອງສິນຄ້າ, ເຄື່ອງຂອງ;

                       6. ສາມາດເຂົ້າເຖິງຂໍ້ມູນ, ຂ່າວສານ, ກົດໝາຍ ແລະ ລະບຽບການ ກ່ຽວກັບການນໍາ       ເຂົ້າ, ການສົ່ງອອກຂອງສິນຄ້າ, ເຄື່ອງຂອງ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ;

                       7. ສະເໜີຂໍດັດແກ້ຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ;

                       8. ສະເໜີຄໍ້າປະກັນ ເພື່ອນໍາສິນຄ້າ, ເຄື່ອງຂອງ ອອກຈາກດ່ານພາສີ ຫຼື ສາງ ກ່ອນການ     ແຈ້ງພາສີເປັນລາຍລະອຽດ ແລະ/ຫຼື ຊຳລະຄ່າພາສີ;

                       ສຳລັບຜູ້ທີ່ໄດ້ຮັບມອບສິດ ແລະ ຜູ້ບໍລິການແຈ້ງພາສີ ຈະມີຄວາມຮັບຜິດຊອບໃນຂອບ     ເຂດທີ່ໄດ້ຮັບມອບໝາຍ ຫຼື ຕາມທີ່ໄດ້ກຳນົດໄວ້ໃນສັນຍາ.

                       ໃນກໍລະນີ ເຈົ້າຂອງ ສິນຄ້າ, ເຄື່ອງຂອງ ຫາກສະໜອງຂໍ້ມູນ ຫຼັກຖານ ໃຫ້ຜູ້ແຈ້ງພາສີ      ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ຕ້ອງຮັບຜິດຊອບຕໍ່ໜ້າກົດໝາຍ.

 

ໝວດທີ 5

ຜູ້ປະກອບການມາດຕະຖານເອອີໂອ

 

ມາດຕາ 46 (ໃໝ່) ເງື່ອນໄຂຜູ້ປະກອບການມາດຕະຖານເອອີໂອ

                       ຜູ້ປະກອບການມາດຕະຖານເອອີໂອ ຕ້ອງມີເງື່ອນໄຂຕົ້ນຕໍດັ່ງນີ້:

                       1. ຂື້ນທະບຽນຖືກຕ້ອງຕາມກົດໝາຍ;

                       2. ດໍາເນີນທຸລະກິດ ທີ່ຕິດພັນກັບ ການນໍາເຂົ້າ-ສົ່ງອອກ, ການບໍລີການແຈ້ງພາສີ, ການ     ບໍລິການສາງ, ການບໍລິການຂົນສົ່ງສິນຄ້າ, ການບໍລິການທ່າເຮືອ, ການບໍລິການສະໜາມບິນສາກົນ, ການ     ບໍລິການໂລຊິດສະຕິກ, ການຜະລິດ ແລະ ການຈຳໜ່າຍສິນຄ້າ, ເຄື່ອງຂອງ;

                       3. ປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງຢ່າງຖືກຕ້ອງ ແລະ      ຄົບຖ້ວນ;

                       4. ມີລະບົບຄວາມປອດໄພ ດ້ານຂໍ້ມູນບໍລິສັດ, ດ້ານພະນັກງານ, ດ້ານການຂົນສົ່ງ ສິນຄ້າດ້ານການເກັບມ້ຽນສິນຄ້າ, ອາຄານຫ້ອງການ ແລະ ການແກ້ໄຂເຫດການສຸກເສີນ;

                       5. ບໍ່ຖືກດໍາເນີນຄະດີທາງພາສີ ແລະ/ຫຼື ບໍ່ຖືກລົງໂທດໃນການກະທໍາຜິດທາງພາສີ          ເປັນເວລາ ສາມປີ ກ່ອນການສະເໜີເປັນຜູ້ປະກອບການມາຕະຖານເອອີໂອ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການກ່ຽວກັບການຄຸ້ມຄອງຜູ້ປະກອບການເອອີ        ໂອ.

 

ມາດຕາ 47 (ໃໝ່) ສິດທິພິເສດຂອງຜູ້ປະກອບການມາດຕະຖານເອອີໂອ

                       ຜູ້ປະກອບການມາດຕະຖານເອອີໂອ ຈະໄດ້ັຮັບສິດທິພິເສດດັ່ງນີ້:

                       1. ໄດ້ຮັບການບົກເວັ້ນ ການກວດກາເອກະສານແຈ້ງພາສີ, ເອກະສານປະກອບການ        ແຈ້ງພາສີ ແລະ ກວດກາສິນຄ້າຕົວຈິງ ໃນເວລາດຳເນີນລະບຽບການທາງພາສີ, ເວັ້ນເສຍແຕ່ມີຂໍ້ມູນວ່າມີ        ການລະເມີດລະບຽບການທາງພາສີ.

                       2. ໄດ້ຮັບຮອງການແຈ້ງພາສີ ແລະ ນໍາເອົາສິນຄ້າອອກຈາກ ດ່ານພາສີ ຫຼື ສາງກ່ອນ         ເຖິງວ່າເອກະສານໃດໜຶ່ງບໍ່ຄົບຖ້ວນກໍຕາມ ແຕ່ຕ້ອງສະໜອງເອກະສານນັ້ນ ໃຫ້ເຈົ້າໜ້າທີ່ພາສີ ແລະ ດຳເນີນການຊຳລະຄ່າພາສີ ພາຍໃນເວລາ ສາມສິບວັນ ນັບແຕ່ວັນເອົາສິນຄ້າອອກຈາກສາງ;

                       3. ສາມາດນໍາສິນຄ້າອອກຈາກດ່ານພາສີ ຫຼື ສາງນອກໂມງລັດຖະການ;

                       4. ສາມາດຄໍ້າປະກັນດ້ວຍຫນັງສືຄໍ້າປະກັນ ໃນການນໍາເອົາສິນຄ້າ, ເຄື່ອງຂອງ ອອກ        ກ່ອນ.

                       ຜູ້ປະກອບການມາດຕະຖານເອອີໂອ ຂອງ ສປປ ລາວ ແລະ ຕ່າງປະເທດ ຈະໄດ້ຮັບ        ສິດທິພິເສດຕາມການຕົກລົງຮ່ວມກັນ ລະຫວ່າງລັດຖະການພາສີຂອງສອງປະເທດ.

 

ມາດຕາ 48 (ໃໝ່) ຄວາມຮັບຜິດຊອບຂອງຜູ້ປະກອບການມາດຕະຖານເອອີໂອ

                       ຜູ້ປະກອບການມາດຕະຖານໄອອີໂອ ມີຄວາມຮັບຜິດຊອບດັ່ງນີ້:

                       1. ຮັບປະກັນການຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

                       2. ແຕ່ງຕັ້ງບຸກຄົນ ຫຼື ໜ່ວຍງານຮັບຜິດຊອບຕິດຕໍ່ພົວພັນ ແລະ ປະສານງານກັບລັດ        ຖະການພາສີ;

                       3. ສະໜອງຂໍ້ມູນ ແລະ ເອກະສານ ໃຫ້ເຈົ້າໜ້າທີ່ພາສີ ຕາມການສະເໜີ;

                       4. ການຊໍາລະສະສາງຜ່ານລະບົບທະນາຄານທຸລະກິດ;

                       5. ຝຶກອົບຮົມກ່ຽວກັບ ລະບຽບການທາງພາສີ, ການຈັດສົ່ງສິນຄ້າ ແລະ ການດໍາເນີນ       ທຸລະກຳຕ່າງໆ ໃຫ້ພະນັກງານທີ່ກ່ຽວຂ້ອງຂອງຕົນ;

                       6. ການຮ່ວມມື ແລະ ອຳນວຍຄວາມສະດວກ ແກ່ເຈົ້າໜ້າທີ່ພາສີໃນການລົງ    ກວດກາ ຫ້ອງການ, ສາງ, ລະບົບປ້ອງກັນໄພ ຂອງຕົນ.

 

ບົດທີ 6

ການບໍລິຫານຄວາມສ່ຽງ

 

ມາດຕາ 49 (ໃໝ່) ຄວາມສ່ຽງທາງພາສີ

                   ຄວາມສ່ຽງທາງພາສີ ແມ່ນ ການລະເມີດກົດໝາຍ ທີ່ອາດຈະເກີດຂຶ້ນກ່ຽວກັບການນຳ       ເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ, ການເກັບຮັກສາສິນຄ້າ, ເຄື່ອງຂອງ, ການເຂົ້າ-ອອກຂອງ     ຍານພາຫະນະ ແລະ ຜູ້ໂດຍສານ ຜ່ານດ່ານພາສີຊາຍແດນ.

 

ມາດຕາ 50 (ປັບປຸງ) ການບໍລິຫານຄວາມສ່ຽງທາງພາສີ

                       ການບໍລິຫານຄວາມສ່ຽງທາງພາສີ ແມ່ນ ຂັ້ນຕອນ ແລະ ມາດຕະການດ້ານວິຊາ    ສະເພາະ ທີ່ລັດຖະການພາສີນຳໃຊ້ເຂົ້າໃນການກຳນົດ, ປະເມີນຜົນ ແລະ ຈັດລະດັບຄວາມສ່ຽງ ເພື່ອເປັນ     ບ່ອນອີງ ໃນການຈັດສັນຊັບພະຍາກອນຢ່າງມີປະສິດຜົນເຂົ້າໃນການຄວບຄຸມ ຕິດຕາມ, ກວດກາ ແລະ     ສະໜັບສະໜູນການດຳເນີນການອື່ນໆທາງພາສີ.

                       ລັດຖະການພາສີ ຕ້ອງບໍລິຫານຄວາມສ່ຽງທາງພາສີ ດັ່ງນີ້:

                       1. ນໍາໃຊ້ການບໍລິຫານຄວາມສ່ຽງ ເພື່ອຕັດສິນໃຈ ຄວບຄຸມ ຕິດຕາມ,  ກວດກາ  ສິນຄ້າ, ຍານພາຫະນະ ແລະ ຜູ້ໂດຍສານ ແລະ ປາບປາມການລັກລອບຫຼົບຫຼີກພາສີທຸກຮູບແບບ;

                       2. ເກັບກໍາ, ວິເຄາະຂໍ້ມູນ, ກໍານົດເງືື່ອນໄຂ ແລະ ປະເມີນຜົນການຈັດຕັ້ງປະຕິບັດ  ກົດ      ໝາຍ, ຈັດປະເພດຄວາມສ່ຽງ, ວາງມາດຕະການທີ່ເໝາະສົມໃນການຄວບຄຸມທາງພາສີ;

                       3. ມີລະບົບການສື່ສານແບບອັດຕະໂນມັດ ໃນການຮິບໂຮມ ແລະ ປະເມີນຂໍ້ມູນ ເພື່ອ     ຮັບໃຊ້ວຽກງານບໍລິຫານຄວາມສ່ຽງ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການລະອຽດ ກ່ຽວກັບການບໍລິຫານຄວາມສ່ຽງ       ທາງພາສີ.

 

ມາດຕາ 51 (ປັບປຸງ) ການຄວຍຄຸມ ແລະ ກວດກາເຄື່ອງຂອງຕິດຕົວຜູ້ໂດຍສານ

                   ເຄື່ອງຂອງຕິດຕົວຜູ້ໂດຍສານທີ່ເຂົ້າ-ອອກຜ່ານດ່ານພາສີຊາຍແດນ ທາງລົດ, ທາງລົດໄຟ    ທາງເຮືອ ແລະ ທາງເຮືອບິນ ຕ້ອງຢູ່ພາຍໃຕ້ການຄວບຄຸມທາງພາສີຖ້າເປັນເຄື່ອງຂອງຕິດຕົວຜູ້ໂດຍສານ        ທີ່ມີມູນຄ່າບໍ່ເກີນຕາມກົດໝາຍກຳນົດ, ບໍ່ຈຳເປັນຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ແລະ ໃຫ້ໄປທາງທີ່     ກຳນົດ.

                       ຜູ້ໂດຍສານທີ່ນຳສິນຄ້າ, ເຄື່ອງຂອງ ເກີນຈຳນວນທີ່ກົດໝາຍກຳນົດ ຕ້ອງໄດ້ແຈ້ງທາງ       ປາກເປົ່າ ຫຼື ຕາມແບບພິມ ຕໍ່ເຈົ້າໜ້າທີ່ພາສີ ແລະ ໃຫ້ໄປຕາມທາງທີກຳນົດ.

                       ຜູ້ໂດຍສານ ທີ່ເດີນທາງເຂົ້າ-ອອກ ສປປ ລາວ ທີ່ນຳເງີນສົດ, ວັດຖຸມີຄ່າ ຫຼື ເຄື່ອງມືທາງ    ດ້ານການເງີນ ຊື່ງມີມູນຄ່າເກີນ ໜຶ່ງຮ້ອຍລ້ານກີບ ຫຼື ທຽບເທົ່າ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານພາສີ     ຊາຍແດນຕາມແບບພິມຂອງລັດຖະການພາສີ.

                       ສຳລັບ ເຄື່ອງວັດຖຸບູຮານ ແລະ ວັດທະນະທຳ ຈະນຳເຂົ້າ-ສົ່ງອອກໄດ້ ກໍຕໍ່ເມື່ອໄດ້ຮັບ      ອະນຸຍາດຈາກພາກສ່ວນກ່ຽວຂ້ອງ ແລະ ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານພາສີຊາຍແດນ.

 

ມາດຕາ 52 (ປັບປຸງ) ການຄວບຄຸມ ສິນຄ້າ, ເຄື່ອງຂອງ ທາງໄປສະນີ ແລະ ສົ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ

                   ພັດສະດຸພັນ, ຖົງເມທາງໄປສະນີ ແລະ ສິນຄ້າ ທີ່ມີການຊື້-ຂາຍ ຜ່ານທາງອອກລາຍ ຫຼື     ສື່ກາງອື່ນ ນຳເຂົ້າ-ສົ່ງອອກ ຫຼື ຜ່ານແດນ ຕ້ອງຢູ່ພາຍໃຕ້ການຄວບຄຸມທາງພາສີ ແລະ ຈະສິ້ນສຸດລົງເມື່ອ     ໄດ້ສຳເລັດການປະຕິບັດລະບຽບການທາງພາສີ.

                       ນິຕິບຸກຄົນ ທີ່ດຳເນີນທຸລະກິດບໍລິການຈັດສົ່ງ ແລະ ແຈກຢາຍພັດສະດຸພັນ, ຖົງເມທາງ    ໄປສະນີ ສາມາດແຈ້ງພາສີແທນເຈົ້າຂອງສິນຄ້າ, ເຄື່ອງຂອງ ຕາມທີ່ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

                       ກະຊວງການເງີນ ເປັນຜູ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳນົດລະບຽບການ      ໃນການຄຸ້ມຄອງ ສິນຄ້າ, ເຄື່ອງຂອງ ສົ່ງຜ່ານທາງໄປສະນີ ແລະ ສັ່ງຜ່ານທາງອອນລາຍ ຫຼື ສື່ກາງອື່ນ.

ມາດຕາ 53 (ປັບປຸງ) ການນຳເອົາຍານພາຫະນະສ່ວນບຸກຄົນເຂົ້າ-ອອກຜ່ານດ່ານ

                   ຜູ້ມີຈຸດປະສົງ ນຳເອົາຍານພາຫະນະສ່ວນບຸກຄົນ ເຂົ້າ-ອອກຊົ່ວຄາວ ເພື່ອທ່ອງທ່ຽວ        ຢ້ຽມຢາມ ຫຼື ພົວພັນວຽກງານ ຕ້ອງປະຕິບັດຕາມລະບຽບການພາສີ, ລະບຽບການຂອງຂະແໜງການທີ່       ກ່ຽວຂ້ອງ ແລະ ສັນຍາ ຫຼື ອະນຸສັນຍາ ທີ່ ສປປ ລາວ ເປັນພາຄິ ຕາມເງື່ອນໄຂດັ່ງນີ້:

                       1. ຕ້ອງແມ່ນຍານພາຫະນະທີ່ຂຶ້ນທະບຽນແລ້ວ;

                       2. ຕ້ອງແຈ້ງລາຍລະອຽດຂອງພາຫະນະ ຕໍ່ເຈົ້າໜ້າທີ່ພາສີ ຫຼື ແຈ້ງຜ່ານລະບົບເອເລັກ       ໂຕຣນິກເພື່ອດຳເນີນຕາມລະບຽບການ;

                       3. ຕ້ອງນໍາຍານພາຫະນະດັ່ງກ່າວ ເຂົ້າ-ອອກຄືນຕາມກໍານົດເວລາ ທີ່ໄດ້ຮັບອະນຸຍາດ,      ຖ້າກາຍກຳນົດເວລາດັ່ງກ່າວ ຕ້ອງຖືກປັບໃໝຕາມລະບຽບການ ແລະ ໃຫ້ເຂົ້າ-ອອກຕາມດ່ານພາສີຊາຍ       ແດນທີ່ເຈົ້າໜ້າທີ່ພາສີກຳນົດ;

                       4. ຍານພາຫະນະດັ່ງກ່າວ ຫ້າມຊື້ ຂາຍ, ມອບ, ໂອນ, ຈໍານໍາ, ຈໍານອງ ຫຼື ຄໍ້າປະກັນ,       ປົດປ້າຍທະບຽນ

                       ໃນກໍລະນີ ມີຈຸດປະສົງຂໍຕໍ່ອາຍຸນຳໃຊ້ຢູ່ພາຍໃນປະເທດ ຕ້ອງນຳເອົາເອກະສານ ແລະ       ຍານພາຫະນະ ສະເໜີຕໍ່ລັດຖະການພາສີບ່ອນທີ່ໃກ້ທີ່ສຸດ ກ່ອນວັນໝົດກຳນົດ ຂອງໃບອະນຸຍາດດັ່ງກ່າວ      ຫ້າວັນ.

 

ມາດຕາ 54 (ໃໝ່) ການກວດກາສິນຄ້າ ແລະ ຍານພາຫະນະສະເພາະ

                   ສິນຄ້າ ແລະ ຍານພາຫະນະສະເພາະ ແມ່ນ ສິນຄ້າ ແລະ ຍານພາຫະນະ ທີ່ມີຄຸນ  ລັກສະນະພິເສດ ທີ່ຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນທາງດ້ານວິຊາການ ຈາກຂະແໜງການທີ່   ກ່ຽວຂ້ອງ.

                       ການກວດກາສິນຄ້າ ແລະ ຍານພາຫະນະສະເພາະ ໃຫ້ປະຕິບັດ ດັ່ງນີ້:

                       1. ເຈົ້າໜ້າທີ່ພາສີ ຕ້ອງກວດກາສິນຄ້າ ແລະ ຍານພາຫະນະຢູ່ບໍລິເວນສະຖານທີ່ເຄື່ອນ      ໄຫວຂອງຕົນ. ຖ້າມີຄວາມຈຳເປັນຕ້ອງກວດກາດ້ານວິຊາສະເພາະກ່ຽວກັບ ປະລິມານ, ສຸຂະພາບ, ສຸຂາ       ນາໄມ ພືດ ແລະ ສັດ, ຄວາມປອດໄພທາງດ້ານສະບຽງອາຫານ, ວັດທະນະທຳ, ເຈົ້າໜ້າທີ່ພາສີຕ້ອງ    ອີງໃສ່ຜົນ ການກວດກາດ້ານວິຊາສະເພາະ ຂອງຂະແໜງການລັດທີ່ກ່ຽວຂ້ອງ ເພື່ອອະນຸຍາດປ່ອຍ     ສິນຄ້າ;

                       2. ສິນຄ້າທີ່ຕ້ອງຜ່ານການກວດກາດ້ານວິຊາສະເພາະ ຕ້ອງເກັບຮັກສາໄວ້ຢູ່ດ່ານພາສີ        ຊາຍແດນຈົນກວ່າຈະສຳເລັດລະບຽບການທາງພາສີ. ຖ້າມີການອະນຸຍາດໃຫ້ນຳສິນຄ້າໄປສະຖານທີ່ອື່ນ      ເພື່ອການກວດກາດ້ານວິຊາສະເພາະຕາມກົດໝາຍກຳນົດ ຫຼື ຖ້າເຈົ້າຂອງສິນຄ້າສະເໜີໃຫ້ເກັບຮັກສາໄວ້ຢູ່         ສະຖານທີ່ອື່ນເພື່ອປ້ອງກັນການເສຍຫາຍ, ສະຖານທີ່ດັ່ງກ່າວຕ້ອງຖືກຕ້ອງຕາມເງື່ອນໄຂທີ່ໄດ້ກຳນົດ ແລະ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ ຈົນກວ່າສຳເລັດລະບຽບການທາງພາສີ;

                       3. ຂະແໜງການທີ່ຮັບຜິດຊອບກວດກາດ້ານວິຊາການ ຕ້ອງລາຍງານຜົນການກວດກາ      ໃຫ້ລັດຖະການພາສີ ພາຍໃນເວລາ ສອງວັນ ລັດຖະການ ຫຼັງຈາກໄດ້ຮັບຜົນການກວດກາ.

                       ລັດຖະການພາສີ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ດຳເນີນການກວດກາ        ດ້ານວິຊາການ ເພື່ອຮັບປະກັນການອະນຸຍາດນຳສິນຄ້າ ແລະ ຍານພາຫະນະອອກຢ່າງວ່ອງໄວ.

 

ມາດຕາ 55 (ໃໝ່) ການຄວບຄຸມ, ການກວດກາເຄື່ອງຂອງ, ສິນຄ້າ ທີ່ມີໃນຍານພາຫະນະໂດຍສານ

                   ການຄວບຄຸມ, ການກວດກາເຄື່ອງຂອງ, ສິນຄ້າ ທີ່ມີໃນຍານພາຫະນະໂດຍສານ ໃຫ້       ດຳເນີນດັ່ງນີ້:

                       1. ເຄື່ອງຂອງ ທີ່ໃຊ້ສອຍມານໍາຍານພາຫະນະໂດຍສານຜ່ານດ່ານຊາຍແດນ ບໍ່ຈໍາເປັນ       ຕ້ອງປະຕິບັດລະບຽບການທາງພາສີ ແຕ່ຕ້ອງຢູ່ພາຍໃຕ້ການຄວບຄູມ ຕິດຕາມ ແລະ ກວດກາຂອງເຈົ້າ       ໜ້າທີ່ພາສີ;

                       2. ສິນຄ້າ ທີ່ມານໍາຍານພາຫະນະໂດຍສານຜ່ານດ່ານຊາຍແດນຂາເຂົ້າ ຕ້ອງປະຕິບັດ         ລະບຽບການແຈ້ງພາສີຄືກັນກັບສິນຄ້ານຳເຂົ້າ;

                       3. ສິນຄ້າ ທີ່ໃຫ້ບໍລິການຢູ່ຍານພາຫະນະໂດຍສານຜ່ານດ່ານຊາຍແດນຂາອອກ ຫຼື          ຜ່ານແດນ ຕ້ອງປະຕິບັດລະບຽບການແຈ້ງພາສີ ຄືກັບສິນຄ້າຂາອອກ.

 

ມາດຕາ 56 (ໃໝ່) ການຄວບຄຸມ ຕິດຕາມ ແລະ ກວດກາສິນຄ້າ, ເຄື່ອງຂອງ ທີ່ປະຊາຊົນແລກປ່ຽນ ຊື້ ຂາຍ ຕາມຊາຍແດນ

                   ສິນຄ້າທີ່ມີການແລກປ່ຽນ ຊື້ ຂາຍ ຕາມຊາຍແດນ ແມ່ນ ສິນຄ້າທີ່ຮັບໃຊ້ຊີວິດປະຈຳ        ວັນ ແລະ ຮັບໃຊ້ການຜະລິດ ຂອງປະຊາຊົນໃນທ້ອງຖິ່ນ ລະຫວ່າງ ສປປ ລາວ ແລະ ປະເທດໃກ້ຄຽງ;

                       ສຳລັບສິນຄ້າທີ່ມີການແລກປ່ຽນ ຊື້ ຂາຍ ຕາມຊາຍແດນ ຕ້ອງຢູ່ພາຍໃຕ້ການຄວບຄຸມ      ຕິດຕາມ ແລະ ກວດກາຂອງເຈົ້າໜ້າທີ່ພາສີ; ໃນກໍລະນີບໍ່ມີເຈົ້າໜ້າທີ່ພາສີ ປະຈຳການຢູ່ບໍລິເວນດັ່ງກ່າວ,       ມອບໃຫ້ເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງ ທີ່ປະຈຳຢູ່ຊາຍແດນເປັນຜູ້ຄວບຄຸມ ຕິດຕາມ ແລະ ກວດກາ ຕາມກົດ     ໝາຍສະບັບນີ້.

                       ກະຊວງການເງີນ ເປັນຜູ້ອອກລະບຽບການສະເພາະ ກ່ຽວກັບການນຳເຂົ້າ-ສົ່ງອອກ          ສິນຄ້າ, ເຄື່ອງຂອງ ທີ່ປະຊາຊົນແລກປ່ຽນ ຊື້ ຂາຍ ຕາມຊາຍແດນ.

 

ໝວດທີ 7

ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ແລະ ເກືອດຫ້າມ

 

ມາດຕາ 57 (ປັບປຸງ) ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ

                   ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ແມ່ນ ສິນຄ້າ, ເຄື່ອງຂອງ ທີ່ໄດ້ກຳນົດໄວ້ໃນກົດ       ໝາຍທີ່ກ່ຽວຂ້ອງ ດ້ວຍເຫດຜົນດ້ານ ຄວາມປອດໄພຂອງສັງຄົມ, ຄວາມໝັ້ນຄົງຂອງຊາດ, ສຸຂານາໄມ,         ສຸຂານາໄມພືດ ແລະ ສັດ, ຮັກສາສິ່ງແວດລ້ອມ ແລະ ເຫດຜົນອື່ນ ຊື່ງຕ້ອງຢູ່ພາຍໃຕ້ການຄວບຄຸມຂອງ         ລັດຖະການພາສີ.

                       ສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ຈະນຳເຂົ້າ-ສົ່ງອອກ, ຜ່ານດ່ານ, ເກັບຮັກສາ,          ເຄື່ອນຍ້າຍໄດ້ ກໍຕໍ່ເມື່ອ ໄດ້ຮັບອະນຸຍາດຈາກລັດຖະບານ ຫຼື ຂະແໜງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດ      ໄວ້ໃນກົດໝາຍ.

 

ມາດຕາ 58 ສິນຄ້າ, ເຄື່ອງຂອງປະເພດເກືອດຫ້າມ

                   ສິນຄ້າ, ເຄື່ອງຂອງ ປະເພດເກືອດຫ້າມ ແມ່ນ ສິນຄ້າ, ເຄື່ອງຂອງ ທີ່ໄດ້ກຳນົດໄວ້ໃນ        ກົດໝາຍ ເຊັ່ນ ອາວຸດເສິກ, ຢ່າເສບຕິດ, ວັດຖຸອອກລິດຕໍ່ຈິດປະສາດ ແລະ ສານເຄມີອັນຕະລາຍ ບໍ່ອະນຸ      ຍາດໃຫ້ ນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ, ຊື້ ຂາຍ ຫຼື ມີໄວ້ໃນຄອບຄອງ.

 

ໝວດທີ 8

ມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ

 

ມາດຕາ 59 (ປັບປຸງ) ມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ

                   ຖ້າເຈົ້າຂອງສິດຕໍ່ຊັບສິນທາງປັນຍາ ຫາກມີຂໍ້ມູນທີ່ໜ້າເຊື່ອຖືໄດ້ວ່າການນຳເຂົ້າ-ສົ່ງ         ອອກ ຫຼື ການຂົນສົ່ງສິນຄ້າຜ່ານແດນ ມີສິນຄ້າທີ່ລະເມີດຊັບສິນທາງປັນຍາ, ເຈົ້າຂອງສິດນັັ້ນ ສາມາດປະ     ກອບຄຳຮ້ອງຍື່ນຕໍ່ລັດຖະການພາສີ ເພື່ອຂໍໃຫ້ດຳເນີນການກວດກາ ແລະ ຍຶດສິນຄ້ານັ້ນໄວ້ຊົ່ວຄາວ.        ກໍລະນີເຈົ້າໜ້າທີ່ພາສີຫາກມີຂໍ້ມູນກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ ກໍສາມາດຍຶດ ແລະ       ດຳເນີນຄະດີ ຕາມກົດໝາຍໄດ້.

 

ມາດຕາ 60 (ປັບປຸງ) ການຈັດຕັ້ງປະຕິບັດມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ

                   ການຈັດຕັ້ງປະຕິບັດມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາ ໃຫ້ປະຕິບັດ ດັ່ງນີ້:

                       1. ເຈົ້າໜ້າທີ່ພາສີ ສາມາດໂຈະຊົ່ວຄາວການດໍາເນີນລະບຽບການທາງພາສີ ຕໍ່ສິນຄ້າທີ່ມີ     ຂໍ້ ສົງໄສໃນການລະເມີດສິດຕໍ່ຊັບສິນທາງປັນຍາ ຖ້າໄດ້ຮັບການສະເໜີຢ່າງເປັນລາຍລັກອັກສອນ  ຈາກ     ເຈົ້າຂອງສິດ ຫຼື ຜຸ້ທີ່ໄດ້ຮັບການມອບສິດຢ່າງຖືກຕ້ອງ ພ້ອມທັງສະແດງຫຼັກຖານເອກະສານການ    ລະເມີດສິດ ແລະ ວາງເງີນຄ້ຳປະກັນ ຫຼື ການຄ້ຳປະກັນດ້ວຍສະຖາບັນການເງີນ ເພື່ອເປັນການທົດ   ແທນຄ່າເສຍຫາຍໃນ ກໍລະນີຫາກກວດພົບວ່າບໍ່ມີການລະເມີດຊັບສິນທາງປັນຍາແຕ່ຢ່າງໃດ;

                       2. ມາດຕະການກັກຊົ່ວຄາວຂອງເຈົ້າໜ້າທີ່ພາສີ ຕໍ່ສິນຄ້ານໍາເຂົ້າ-ສົ່ງອອກ ທີ່ມີຂໍ້ສົງໄສ      ວ່າລະເມີດຕໍ່ສິດຊັບສິນທາງປັນຍາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ບໍ່ໃຫ້ປະຕິບັດຕໍ່ເຄື່ອງ          ຊ່ວຍເຫຼືອດ້ານມະນຸດສະທຳ, ເຄື່ອງໃຊ້ສ່ວນຕົວ, ສິນຄ້າໄດ້ຮັບນະໂຍບາຍ ແລະ ສິດທິພິເສດຖືກຕ້ອງ,    ກະເປົາ, ຂອງຂວັນ, ເຄື່ອງຂອງບໍລິຈາກທີ່ນອນໃນຂອບເຂດການຍົກເວັ້ນພາສີ.

                       ກະຊວງການເງີນ ສົມທົບກັບກະຊວງທີ່ກ່ຽວຂ້ອງ ອອກລະບຽບການກ່ຽວກັບມາດ          ຕະການປົກປ້ອງສິດ ຕໍ່ຊັບສິນທາງປັນຍາ.

 

 

ພາກທີ III

ການຜ່ານແດນ, ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ

ໝວດທີ 1

ການຜ່ານແດນ

 

ມາດຕາ 61 (ໃໝ່) ການຜ່ານແດນ

                   ການຜ່ານແດນ (Custom Transit) ແມ່ນ ການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ, ຍານພາຫະນະ, ຕູ້ບັນຈຸສິນຄ້າ, ເຄື່ອງຂອງ ຈາກດ່ານພາສີຕົ້ນທາງ ໄປສູ່ດ່ານພາສີປາຍທາງ ຫຼື ບ່ອນລັດ        ຖະການພາສີກຳນົດ.

                       ການຜ່ານແດນອາດມີການສັບປ່ຽນພາຫະນະ (Transshipment) ຊື່ງຕ້ອງປະຕິບັດ         ລະບຽບການທາງພາສີ ທີ່ຄວບຄຸມການຄ່ຽນຖ່າຍສິນຄ້າ ລວມທັງ ຕູ້ບັນຈຸສິນຄ້າ, ຫົວລາກ ແລະ ຫາງ       ລາກ ຈາກພາຫະນະຂົນສົ່ງຂາເຂົ້າ ໃສ່ພາຫະນະຂົນສົ່ງຂາອອກ ພາຍໃນດ່ານ ຫຼື ບ່ອນລັດຖະການ     ພາສີ     ກຳນົດ.

                       ການຜ່ານແດນ ມີ ສອງປະເພດ:

                       ກ. ການຜ່ານແດນພາຍໃນ

                       ການຜ່ານແດນພາຍໃນ (National Customs transit) ແມ່ນ ການເຄື່ອນຍ້າຍ  ສິນຄ້າ   ເຄື່ອງຂອງ, ຍານພາຫະນະ, ຕູ້ບັນຈຸສິນຄ້າ, ເຄື່ອງຂອງ ພາຍໃຕ້ການຄວບຄຸມຂອງລັດຖະການ     ພາສີ ຈາກດ່ານພາສີໜຶ່ງ ໄປຫາດ່ານພາສີອື່ນ ພາຍໃນອານາເຂດພາສີ ໂດຍບໍ່ມີການຂ້າມແດນ ດັ່ງນີ້:

                       1. ການເຄື່ອນຍ້າຍສິນຄ້າ ຈາກດ່ານພາສີຊາຍແດນ ບ່ອນສິນຄ້າມາເຖິງ ໄປຫາດ່ານ         ພາສີ ທີ່ຢູ່ໃນອານາເຂດພາສີ ເພື່ອການນຳເຂົ້າສິນຄ້າ;

                       2. ການເຄື່ອນຍ້າຍສິນຄ້າ ຈາກດ່ານພາສີໃນອານາເຂດພາສີ ເຖິງດ່ານພາສີຊາຍແດນ        ເພື່ອການສົ່ງອອກ;

                       3. ການເຄື່ຶຶອນຍ້າຍສິນຄ້າ ຈາກດ່ານພາສີຊາຍແດນຂາເຂົ້າບ່ອນສິນຄ້າມາເຖິງ ໄປຫາ        ດ່ານພາສີຊາຍແດນຂາອອກ ຫຼື ດ່ານພາສີອື່ນ ເພື່ອເກັບມ້ຽນໃນສາງ ເພື່ອການສົ່ງອອກ ຫຼື ລໍຖ້າການນຳ       ເຂົ້າ;

                       4. ການເຄື່ອນຍ້າຍສິນຄ້າລະຫວ່າງສອງດ່ານ ພາຍໃນອານາເຂດພາສີ.

                       ຂ. ການຜ່ານແດນສາກົນ

                       ການຜ່ານແດນສາກົນ (International Customs Transit) ແມ່ນ ການເຄື່ອນ  ຍ້າຍ ສິນຄ້າ, ເຄື່ອງຂອງ, ຍານພາຫະນະ, ຕູ້ບັນຈຸສິນຄ້າ, ເຄື່ອງຂອງຜ່ານແດນ (In Transit Goods) ພາຍໃຕ້ ການຄວບຄຸມຂອງລັດຖະການພາສີ ຈາກປະເທດໜຶ່ງ ຜ່ານອານາເຂດພາສີ        ຂອງ     ສປປ ລາວ ໄປປະເທດທີ  ສາມ ໂດຍ ບໍ່ມີການສັບປ່ຽນ ແລະ/ຫຼື ມີການສັບປ່ຽນພາຫະນະ ຢູ່     ອານາເຂດພາສີ ຂອງ ສປປ ລາວ ບໍ່ເກີນ ສອງຄັ້ງ.

                       ໃນກໍລະນີມີການສັບປ່ຽນພາຫະນະ ຢູ່ອານາເຂດພາສີ ສປປ ລາວ ຕ້ອງດຳເນີນຕາມ         ລະບຽບການທາງພາສີ ວ່າດ້ວຍການສັບປ່ຽນພາຫະນະ ຢູ່ດ່ານພາສີຊາຍແດນຂາອອກ ຕາມລະດັບ.

                       ສິນຄ້າຜ່ານແດນສາກົນ ຈະໄດ້ຖືກຍົກເວັ້ນຄ່າພາສີ ແຕ່ຈະຕ້ອງໄດ້ເສຍຄ່າບໍລິການຕາມ      ອັດຕາທີ່ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດໄວ້ໃນແຕ່ລະໄລຍະ.

 

ມາດຕາ 62 (ໃໝ່) ຫຼັກການຜ່ານແດນສາກົນ

                   ການຜ່ານແດນສາກົນ (International Custom Transit Principle) ໃຫ້      ປະຕິບັດ ຕາມຫຼັກການ ດັ່ງນີ້:

                       1. ຜູ້ແຈ້ງພາສີ, ຜູ້ຂົນສົ່ງ ຫຼື ຕົວແທນ ຕ້ອງແຈ້ງເອກະສານຜ່ານແດນພາສີ ຂອງສິນຄ້າ      ຜ່ານແດນ ຕໍ່ເຈົ້າໜ້າທີ່ພາສີຢູ່ດ່ານຊາຍແດນຂາເຂົ້າ ຕາມແບບພິມທີ່ກຳນົດ ຫຼື ຕາມທາງເອເລັກໂຕຣນິກ;

                       2. ຜູ້ແຈ້ງພາສີ, ຜູ້ຂົນສົ່ງ ຫຼື ຕົວແທນ ຕ້ອງຄໍ້າປະກັນຄວາມສ່ຽງທາງພາສີ ຕາມວົງເງີນ     ຄວາມສ່ຽງ ຫຼື ໃຊ້ການຄໍ້ຳປະກັນ ໂດຍນິຕິບຸກຄົນ ລວມທັງ ບໍລິສັດ ຫຼື ສະມາຄົມ ທີ່ຖືກຕ້ອງຕາມກົດ        ໝາຍ;

                       3. ສິນຄ້າຜ່ານແດນ ຕ້ອງບົ່ງບອກຢ່າງຊັດເຈນ ແລະ ບັນຈຸເຂົ້າຕູ້ສິນຄ້າທີ່ເປັນອັນ  ສະເພາະໂດຍມີການໜີບກົ່ວ ຫຼື ສາຍຮັດເອເລັກໂຕນິກ ຫຼື ອຸປະກອນອື່ນ ພ້ອມທັງບົ່ງບອກໃນ       ເອກະສານ ຂົນສົ່ງສິນຄ້າ ແລະ ເຄື່ອງໝາຍພາຊະນະບັນຈຸ ວ່າ ສິນຄ້າໃນລະບອບຜ່ານແດນ ຜ່ານ     ສປປ ລາວ ໄປສູ່  ປະເທດປາຍທາງ “Cargo in Transit Via Lao PDR to name of   destination country”.

 

ມາດຕາ 63 (ໃໝ່) ການບໍລິການຜ່ານແດນພາສີ

                   ການບໍລິການຜ່ານແດນພາສີ (Custom Transit Service) ໃຫ້ປະຕິບັດດັ່ງນີ້:

                       1. ການບໍລີການຜ່ານແດນພາສີ ໂດຍສະເພາະການສັບປ່ຽນພາຫະນະ (ຫົວລາກ, ຫາງ     ລາກ) ເປັນບຸລິມະສິດ ຂອງນິຕິບຸກຄົນສັນຊາດລາວ ທີ່ເປັນສະມາຊິກຂອງສະມາຄົມຜູ້ຂົນສົ່ງ ແລະ ຈັດ    ສົ່ງ ລະຫວ່າງປະເທດຂອງລາວ ຕາມການແບ່ງຂັ້ນຄຸ້ມຄອງ ໂດຍຜ່ານການປະມູນ, ເລືອກເຟັ້ນຕາມ ມາດຕະຖານເຕັກນິກສະເພາະ ທີ່ໄດ້ຮັບການຄຸ້ມຄອງຈາກລັດ ແລະ ໄດ້ເຊັນສັນຍາຄ້ຳປະກັນການ      ບໍລິການ ຜ່ານແດນພາສີກັບລັດຖະການພາສີ;

                       2. ຜູ້ບໍລິການຜ່ານແດນພາສີ ເປັນຜູ້ຄໍ້າປະກັນ ການອະນຸຍາດຜ່ານຊົ່ວຄາວ ຂອງບັນດາ      ຕູ້ສິນຄ້າ, ພາຊະນະບັນຈຸ ແລະ ພາຫະນະຂົນສົ່ງ ທີ່ຈົດທະບຽນ ພາຍໃນປະເທດ ຫຼື ຢູ່ຕ່າງປະເທດ ໃຫ້  ປະຕິບັດຕາມລະບຽບການຂ້າມແດນ ແລະ ຜ່ານແດນ ໃຫ້ສອດຄ່ອງກັບກົດໝາຍ ແລະ ປະຕິບັດຕາມ       ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

                       ກະຊວງການເງີນ ເປັນຜູ້ປະສານສົມທົບ ກະຊວງໂຍທາທິການ ແລະ ຂົນສົ່ງ ກຳນົດ         ລະບຽບການຜ່ານແດນພາສີ ແລະ ການສັບປ່ຽນພາຫະນະ.

 

ມາດຕາ 64 (ໃໝ່) ຜູ້ບໍລິການຜ່ານແດນພາສີ

                   ຜູ້ບໍລິການຜ່ານແດນພາສີ ແມ່ນ ນິຕິບຸກຄົນທີ່ຖືສັນຊາດ ທີ່ໃຫ້ການບໍລິການ ແຈ້ງ ເອກະສານ ແລະ ບໍລິການມອບຮັບສິນຄ້າຢູ່ດ່ານ ຊື່ງໄດ້ຮັບອະນຸຍາດຈາກລັດຖະການພາສີ ໃຫ້ດຳເນີນ  ການແຈ້ງຜ່ານແດນພາສີແທນເຈົ້າຂອງ, ຜູ້ຂົນສົ່ງສິນຄ້າ, ເຄື່ອງຂອງ.

                       ຜູ້ບໍລິການຜ່ານແດນພາສີ ມີເງື່ອນໄຂ ແລະ ມາດຕະການ ດັ່ງນີ້:

                       1. ມີໃບອະນຸຍາດດໍາເນີນທຸລະກິດ ຕາມຂະແໜງການ;

                       2. ມີຫ້ອງການ ແລະ ພະນັກງານ ເພື່ອດໍາເນີນການ;

                       3. ມີລະດັບ ວິຊາສະເພາະ ແລະ ຄວາມຮູ້ດ້ານກົດໝາຍທີ່ກ່ຽວຂ້ອງ;

                       4. ມີການນໍາໃຊ້ ອຸປະກອນທັນສະໄໝ ທີ່ເຊື່ອມຕໍ່ກັບລະບົບໄອທີ ຂອງດ່ານຊາຍ ແດນ;

                       5. ປະຕິບັດພັນທະທາງດ້ານອາກອນ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ        ຢ່າງເຂັ້ມງວດ.

                       ການຊວງການເງີນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳນົດລະບຽບການກ່ຽວ     ກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການຄຸ້ມຄອງການບໍລິການຜ່ານແດນພາສີ.

 

ມາດຕາ 65 (ປັບປຸງ) ການເຄື່ອນຍ້າຍ ສິນຄ້າຜ່ານແດນສາກົນ

                   ບຸກຄົນ, ນິຕິບຸກຄົນ ທີ່ດຳເນີນການຂົນສົ່ງສິນຄ້າຜ່ານແດນສາກົນ ໂດຍຜ່ານດິນແດນ        ຂອງ ສປປ ລາວ ໃຫ້ປະຕິບັດຕາມສັນຍາ, ສົນທິສັນຍາ ແລະ ລະບຽບການ ດັ່ງນີ້:

                       1. ຕ້ອງໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ລັດຖະການພາສີ;

                       2. ຕ້ອງຄໍ້າປະກັນ ແຊັກ ຫຼື ໜັງສືຄໍ້າປະກັນຂອງທະນາຄານ ຫຼື ສະຖາບັນການເງີນອື່ນ      ຕາມທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ;

                       3. ຕ້ອງປະກອບເອກະສານແຈ້ງພາສີຢູ່ດ່ານຊາຍແດນບ່ອນນໍາເຂົ້າ ແລະ ສົ່ງອອກ ຕາມ    ລະບຽບການກຳນົດ;

                       4. ຍານພາຫະນະຂົນສົ່ງສິນຄ້າຜ່ານແດນ ຕ້ອງແມ່ນພາຫະນະຂົນສົ່ງຕູ້ບັນຈຸສິນຄ້າ          ສະເພາະ ແລະ ຕ້ອງໄປຕາມເສັ້ນທາງສະເພາະ ແລະ ຕາມກຳນົດເວລາ;

                       5. ສິນຄ້າຜ່ານແດນສາກົນ ແມ່ນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ ໂດຍໜີບ      ກົ່ວ ຫຼື ສາຍຮັດເອເລັກໂຕຣນິກ ຫຼື ອຸປະກອນອື່ນ ເພື່ອບໍໃຫ້ມີການຄ່ຽນຖ່າຍ, ຈຳໜ່າຍສິນຄ້າພາຍໃນ;

                       6. ໃນກໍລະນີເກີດອຸປະຕິເຫດ ຫຼື ເຫດສຸດວິໄສຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີບ່ອນໃກ້ທີ່         ສຸດ ຖ້າມີການຄ່ຽນຖ່າຍສິນຄ້າ ຕ້ອງໄດ້ຮັບອະນູຍາດຈາກເຈົ້າໜ້າທີ່ພາສີ;

                       7. ໃນກໍລະນີສິນຄ້າ ຫາກໄດ້ຮັບຄວາມເສຍຫາຍຈາກອຸປະຕິເຫດ ຊື່ງບໍ່ສາມາດເກັບກູ້      ຄືນໄດ້ ຫຼື ມີຜົນສະທ້ອນຕໍ່ສິ່ງແວດລ້ອມນັ້ນ ຜູ້ດຳເນີນການຂົນສົ່ງ ຕ້ອງຮັບຜິດຊອບຕໍ່ກົດໝາຍຂອງ ສປປ ລາວ.

                       ໃນກໍລະນີມີແຫຼ່ງຂ່າວ ກ່ຽວກັບການລະເມີດກົດໝາຍ ເຈົ້າໜ້າທີ່ພາສີ ສາມາດດຳເນີນ       ການກວດກາສິນຄ້າດັ່ງກ່າວ.

                       ກະຊວງການເງີນ ເປັນຜູ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳນົດການຄຸ້ມຄອງ     ສິນຄ້າຜ່ານແດນສາກົນ.

 

ມາດຕາ 66 (ໃໝ່) ການຄ່ຽນຖ່າຍສິນຄ້າຜ່ານດ່ານສາກົນ

                   ການຄ່ຽນຖ່າຍສີນຄ້າຜ່ານແດນສາກົນ ສາມາດສັບປ່ຽນຫົວລາກ, ຫາງລາກ ຫຼື ຍົກຍໍຕູ້      ສິນຄ້າຢູ່ດ່ານພາສີຊາຍແດນ ບ່ອນທີ່ມີການນຳເຂົ້າ ຫຼື ສົ່ງອອກ ຫຼື ສະຖານທີ່ ທີ່ລັດຖະການພາສີກຳນົດ.

                       ສຳລັບການຄ່ຽນຖ່າຍ ຫຼື ການຂົນສົ່ງ ທີ່ບໍ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ແລ້ວ ຖືວ່າ     ບໍ່ໄດ້ຢູ່ໃນເງື່ອນໄຂຂອງສິນຄ້າຜ່ານແດນສາກົນ.

 

ມາດຕາ 67 (ໃໝ່) ການສິ້ນສຸດການຂົນສົ່ງສິນຄ້າຜ່ານແດນສາກົນ

                   ການຂົນສົ່ງສິນຄ້າຜ່ານແດນສາກົນ ລວມທັງການຄ້ຳປະກັນໄດ້ສິ້ນສຸດລົງ ເມື່ອສິນຄ້າ        ຖືກນຳອອກຈາກດິນແດນ ສປປ ລາວ ແບະ ມີການຢັ້ງຢືນຈາກເຈົ້າໜ້າທີ່ພາສີຊາຍແດນ. ເງີນຄ້ຳປະກັນ     ຕ້ອງຖືກສົ່ງຄືນໃຫ້ເຈົ້າຂອງ, ສ່ວນໜັງສືຄ້ຳປະກັນແມ່ນຖືກລົບລ້າງ. ສຳລັບຍານພາຫະນະຂົນສົ່ງສິນຄ້າ    ຜ່ານແດນສາກົນໄດ້ກຳນົດໄວ້ໃນລະບຽບການສະເພາະ.

ໝວດທີ 2

ການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ພາຍໃນ

 

ມາດຕາ 68 ການຄຸ້ມຄອງການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ພາຍໃນອານາເຂດພາສີ

                   ສິນຄ້າທີ່ຕ້ອງປະກອບເອກະສານການເຄື່ອນຍ້າຍ ແມ່ນ ສິນຄ້າ, ເຄື່ອງຂອງ ທີ່ຍັງບໍ່ທັນ     ໄດ້ເສຍພາສີ, ສິນຄ້າປອດພາສີ, ສິນຄ້າ, ເຄື່ອງຂອງນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ແລະ ສິນຄ້າ   ເຄື່ອງຂອງເຄື່ອນຍ້າຍພາຍໃນລະບົບສາງ.

                       ຜູ້ແຈ້ງພາສີ ທີ່ມີຈຸດປະສົງເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ພາຍໃນອານາເຂດພາສີ ຕ້ອງ       ໄປຕາມເສັ້ນທາງທີ່ລັດຖະການພາສີກຳນົດ ເມື່ອຮອດປາຍທາງແລ້ວຕ້ອງນຳໄປແຈ້ງຕໍ່ເຈົ້າໜ້າທີ່ພາສີ ເພື່ອ        ດຳເນີນຕາມລະບຽບການ.

 

ມາດຕາ 69 ການເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ນອກອານາເຂດພາສີ

                   ໃນກໍລະນີມີຄວາມຈຳເປັນ ທີ່ບໍ່ສາມາດເຄື່ອນຍ້າຍສິນຄ້າ, ເຄື່ອງຂອງ ພາຍໃນ     ອານາເຂດພາສີໄດ້, ລັດຖະການພາສີ ຈະອະນຸຍາດໃຫ້ເຄື່ອນຍ້າຍໂດຍອາໄສດິນແດນຂອງຕ່າງປະເທດ    ຕາມການຕົກລົງຂອງປະເທດໃຫ້ຜ່ານ; ສິນຄ້າ, ເຄື່ອງຂອງຜ່ານແດນດັ່ງກ່າວນັ້ນ ຈະບໍ່ຖືກເກັບພາສີ. ການ  ຂົນສົ່ງ ສິນຄ້າ, ເຄື່ອງຂອງດັ່ງກ່າວຕ້ອງມີເອກະສານແຈ້ງພາສີຕິດຕາມໄປນຳ.

 

ໝວດທີ 3

ເຮືອຂົນສົ່ງ ຜຸ້ໂດຍສານ ຫຼື ສິນຄ້າ, ເຄື່ອງຂອງ ຕາມແມ່ນ້ຳຊາຍແດນ

 

ມາດຕາ 70 (ປັບປຸງ) ການຄວບຄຸມເຮືອຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ, ເຄື່ອງຂອງ ຕາມແມ່ນ້ຳຊາຍແດນ

                   ເຮືອ ທີ່ນຳໃຊ້ເຂົ້າໃນການຂົນສົ່ງ ຜູ້ໂດຍສານ ຫຼື ສິນຄ້າ, ເຄື່ອງຂອງ ຕາມແມ່ນ້ຳຊາຍ        ແດນ ຂອງ ສປປ ລາວ ຫຼື ຕ່າງປະເທດ ຕ້ອງມີທະບຽນ ແລະ ຂຶ້ນບັນຊີ ນຳຂະແໜງການທີ່ກ່ຽວຂ້ອງ. ໃນ ເວລາເຮືອເຂົ້າ ຫຼື ອອກຈາກທ່າ ຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີ ບ່ອນດ່ານພາສີຕັ້ງຢູ່.

 

ມາດຕາ 71 (ປັບປຸງ) ການຂົນສົ່ງສິນຄ້າ, ເຄື່ອງຂອງທາງເຮືອ ຕາມແມ່ນ້ຳຊາຍແດນ

 

                       ເຮືອ ສປປ ລາວ ຫຼື ຕ່າງປະເທດ ທີ່ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ເຄືື່ອງຂອງ ຕາມ       ແມ່ນ້ຳຊາຍແດນ ໃນເວລາເດີນທາງ ຫຼື ພາຍຫຼັງເຂົ້າທຽບທ່າ ຫຼື ຖ້າຫາກມີການກວດຄົ້ນເຮືອຕາມເສັ້ນທາງ ເດີນເຮືອ, ເຈົ້າຂອງເຮືອຕ້ອງເອົາປື້ມທະບຽນເຮືອ ແລະ ໃບຂົນສົ່ງສິນຄ້າ, ເຄື່ອງຂອງ ທາງນ້ຳ ແຈ້ງຕໍ່ເຈົ້າ     ໜ້າທີ່ພາສີ ເພື່ອກວດກາ ເຖິງວ່າເຮືອນັັ້ນຈະບັນທຸກສິນຄ້າ, ເຄື່ອງຂອງ, ຜູ້ໂດຍສານ ຫຼື ບໍ່ກໍຕາມ.

                       ສຳລັບເຮືອ ສປປ ລາວ ທີ່ມີການຊື້ ຂາຍ, ໂອນ, ປ່ຽນແປງລັກສະນະຂອງເຮືອ ຫຼື ຢຸດ      ເຊົາການເດີນເຮືອ, ເຈົ້າຂອງເຮືອຕ້ອງແຈ້ງໃຫ້ເຈົ້າໜ້າທີ່ພາສີ ແລະ ຂະແໜງການທີ່ກ່ຽວຂ້ອງ ບ່ອນເຮືອ      ໄດ້ຂຶ້ນທະບຽນນັ້ນຮັບຊາບ ພາຍໃນເວລາ ຊາວວັນ ນັບແຕ່ວັນໄດ້ຊື້ ຂາຍ, ໂອນ, ປ່ຽນແປງ ຫຼື ຢຸດ  ເຊົາ      ເປັນຕັ້ນໄປ.

                       ການເດີນເຮືອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ເຄື່ອງຂອງ ຕາມແມ່ນ້ຳຊາຍແດນ ຕ້ອງ       ເສຍຄ່າທຳນຽມ ແລະ ຄ່າບໍລິການຈອດທຽບທ່າ ຕາມກົດໝາຍ, ລະບຽບການຂອງ ສປປ ລາວ ແລະ ອະນຸສັນຍາຂອງບັນດາປະເທດລຸ່ມແມ່ນ້ຳຂອງ.

 

ພາກທີ IV

ການຄຸ້ມຄອງ ລະບົບສາງ ແລະ ເຂດປອດພາສີ

ໝວດທີ 1

ລະບົບສາງພາສີ

ມາດຕາ 72 (ປັບປຸງ) ສາງພາສີ

                   ສາງພາສີ ແມ່ນ ສະຖານທີ່ເກັບຮັກສາສິນຄ້າ, ເຄື່ອງຂອງ ເພື່ອນຳເຂົ້າ-ສົ່ງອອກ ພາຍໃນ     ເວລາອັນແນ່ນອນໂດຍງົດເກັບພາສີ ແລະ ຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະການພາສີ ເພື່ອລໍຖ້າການ ປະຕິບັດລະບຽບການທາງພາສີ.

                       ລະບົບສາງພາສີ (Customs Warehouse Regime) ປະກອບດ້ວຍ:

                       1. ສາງເກັບມ້ຽນສິນຄ້າຊົ່ວຄາວ (Temporary Storage Warehouse);

                       2. ສາງອຸດສາຫະກໍໍາ (Industry Warehouse);

                       3. ສາງພິເສດ (Specific Warehouse);

                       4. ສາງພາງ (Bonded Warehouse);

                       5. ສາງນິຕິບຸກຄົນ (Private Warehouse).

                       ກະຊວງການເງີນ ເປັນຜູ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຳນົດລະບຽບການ     ກ່ຽວກັບລະບົບສາງພາສີ.

ມາດຕາ 73 (ໃໝ່) ສາງເກັບມ້ຽນສິນຄ້າຊົ່ວຄາວ

                   ສາງເກັບມ້ຽນສິນຄ້າຊົ່ວຄາວ ແມ່ນ ສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງທົ່ວໄປ ຢູ່       ໃນດ່ານພາສີຊາຍແດນ ຫຼື ບ່ອນລັດຖະການພາສີກຳນົດ ພາຍຫຼັງສິນຄ້າມາຮອດ ແລະ ລໍຖ້າການດຳເນີນ     ລະບຽບການທາງພາສີນຳເຂົ້າ-ສົ່ງອອກ ພາຍໃນເວລາ ສິບຫ້າວັນ ແລະ ສາມາດຂໍຕໍ່ອາຍຸການເກັບຮັກສາ       ໄວ້ອີກໜຶ່ງຄັ້ງ ບໍ່ເກີນ ເຈັດວັນ ນຳລັດຖະການພາສີບ່ອນສາງຕັ້ງຢູ່, ຖ້າຫາກບໍ່ສາມາດດຳເນີນການຕາມ        ໄລຍະ ເວລາດັ່ງກ່າວ ໃຫ້ປ່ຽນໄປນຳໃຊ້ລະບົບສາງອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

 

ມາດຕາ 74 (ໃໝ່) ສາງອຸດສາຫະກຳ

                   ສາງອຸດສາຫະກຳ ແມ່ນ ສະຖານທີ່ເກັບມ້ຽນສິນຄ້າ, ວັດຖຸດິບ ແລະ ອຸປະກອນ ຢູ່ສາງ     ສິນຄ້າຂອງບັນດາໂຮງງານ ຫຼື ສະຖານທີ່ ຊື່ງລັດຖະການພາສີກຳນົດ ທີ່ນຳເຂົ້າຊົ່ວຄາວ ເພື່ອຜະລິດ,        ປະກອບ, ດັດແປງ, ປຸງແຕ່ງ, ຫຸ້ມຫໍ່ ຫຼື ສ້ອມແປງ ແລ້ວສົ່ງອອກຄືນ ພາຍໃນເວລາ ໜຶ່ງຮ້ອຍແປດສິບ          ວັນ ແລະ ສາມາດຂໍຕໍ່ອາຍຸການເກັບຮັກສາໄວ້ອີກໜຶ່ງຄັ້ງບໍ່ເກີນ ໜຶ່ງຮ້ອຍແປດສິບວັນ ນຳລັດຖະການ ພາສີ ບ່ອນສາງຕັ້ງຢູ່, ຖ້າເກີນກຳນົດເວລາດັ່ງກ່າວ ຈະໄດ້ປະຕິບັດຕາມລະບຽບການຄວບຄຸມທາງພາສີ.

 

ມາດຕາ 75 (ໃໝ່) ສາງພິເສດ

                   ສາງພິເສດ ແມ່ນ ສະຖານທີ່ເກັບມ້ຽນສິນຄ້າ, ເຄື່ອງຂອງ ປະເພດຄວບຄຸມ ຫຼື ຕົກຢູ່        ໃນການຄຸ້ມຄອງສະເພາະ ຫຼື ກັກກັນ ເຊັ່ນ ພືດ, ສັດມີຊີວິດ, ສິນຄ້າທີ່ເສື່ອມຄຸນນະພາບໄວ, ສິນຄ້າ,       ເຄື່ອງຂອງ ທີ່ມີຄວາມສ່ຽງສູງ ແລະ ເປັນອັນຕະລາຍ ຊື່ງຕ້ອງໄດ້ເກັບຮັກສາໄວ້ໃນສາງ ທີ່ມີທີ່ຕັ້ງ ແລະ     ໄດ້ມາດຕະຖານເຕັກນິກສະເພາະ. ກຳນົດເວລາໃນການເກັບຮັກສາໃຫ້ປະຕິບັດຕາມກົດໝາຍ ແລະ           ລະບຽບ ການຂອງຂະແໜງການທີ່ກ່ຽວຂ້ອງ.

 

ມາດຕາ 76 (ໃໝ່) ສາງພາງ

                   ສາງພາງ ແມ່ນ ສະຖານທີ່ເກັບມ້ຽນສິນຄ້າທົ່ວໄປ ຢູ່ພື້ນທີ່ກຳນົດພາຍໃນເຂດທ່າບົກ ຫຼື     ບ່ອນລັດຖະການພາສີກຳນົດ ພາຍຫຼັງສິນຄ້າມາຮອດ ແລະ ລໍຖ້າການດຳເນີນລະບຽບການທາງພາສີ.        ສິນຄ້າທົ່ວໄປສາມາດເກັບມ້ຽນ ຢູ່ພື້ນທີ່ດັ່ງກ່າວ ພາຍໃນເວລາ ໜຶ່ງຮ້ອຍແປດສິບວັນ ແລະ ສາມາດຂໍຕໍ່        ໄດ້ໜຶ່ງຄັ້ງ ແຕ່ບໍ່ເກີນ ໜຶ່ງຮ້ອຍແປດສິບວັນ ນຳລັດຖະການພາສີບ່ອນສາງຕັ້ງຢູ່, ຖ້າເກີນກຳນົດເວລາ      ດັ່ງກ່າວ ຈະໄດ້ປະຕິບັດຕາມລະບຽບການຄວບຄຸມທາງພາສີ.

                       ສິນຄ້າພາຍໃນສາງພາງ ສາມາດໄດ້ຮັບການປັບປຸງການຫຸ້ມຫໍ່, ການຕິດກາໝາຍ,   ກວດກາຄຸນນະພາບ, ເຕົ້າໂຮມ ແລະ ແບກຫີບຫໍ່ ໂດຍບໍ່ກະທົບເຖິງລັກສະນະເດີມຂອງສິນຄ້າ.

 

ມາດຕາ 77 (ໃໝ່) ສາງນິຕິບຸກຄົນ

                   ສາງນິຕິບຸກຄົນ ແມ່ນ ສະຖານທີ່ເກັບຮັກສາສິນຄ້າ ຢູ່ສະຖານທີ່ເກັບສິນຄ້າ ຂອງຕົນ        ເອງ ສະເພາະຊື່ງລັດຖະການພາສີຮັບຮອງ ແລະ ຢູ່ພາຍໃຕ້ການຄວບຄຸມຂອງເຈົ້າໜ້າທີ່ພາສີ.

                       ສິນຄ້າດັ່ງກ່າວ ສາມາດເກັບຮັກສາໄວ້ ພາຍໃນເວລາ ສາມສິບວັນ ແລະ ສາມາດຂໍຕໍ່         ອາຍຸ ການເກັບຮັກສາໄວ້ອີກໜຶ່ງຄັ້ງບໍ່ເກີນ ສາມສິບວັນ ນຳລັດຖະການພາສີ, ຖ້າຫາກບໍ່ສາມາດດຳເນີນ        ການຕາມ ໄລຍະເວລາດັ່ງກ່າວ ໃຫ້ປ່ຽນໄປນຳໃຊ້ລະບົບສາງອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບ     ນີ້.

 

ມາດຕາ 78 (ໃໝ່) ການດຳເນີນທຸລະກິດກ່ຽວກັບ ລະບົບສາງພາສີ

                   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບລະບົບ         ສາງ ພາສີໃດໜຶ່ງ ຕ້ອງໄດ້ຂໍອະນຸຍາດ ນຳກະຊວງການເງີນ ແລະ ກະຊວງອື່ນທີ່ກ່ຽວຂ້ອງ ຕາມລະບຽບ        ການ.

                       ກະຊວງການເງີນ ເປັນຜູ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ອອກລະບຽບການ      ກ່ຽວກັບການຂໍອະນຸຍາດ ສ້າງຕັ້ງ, ຄຸ້ມຄອງ, ຕໍ່ອາຍຸ, ໂຈະ ແລະ ຍົກເລີກ ລະບົບສາງພາສີ.

 

ມາດຕາ 79 (ໃໝ່) ເງື່ອນໄຂຂອງລະບົບສາງພາສີ

                   ລະບົບສາງພາສີ ຕ້ອງມີເງື່ອນໄຂ ດັ່ງນີ້:

                       1. ຕ້ອງແມ່ນບ່ອນທີ່ມີຄວາມຈໍາເປັນຕາມຄວາມຕ້ອງການຕົວຈິງ ຂອງລັດຖະການ          ພາສີ ບໍ່ແມ່ນດ່ານພາສີສາກົນທີ່ເຂົ້າຮ່ວມໃນການປະຕິບັດຂໍ້ຕົກລົງຂອງບັນດາປະເທດອະນຸພາກພື້ນແມ່ນ້ຳ    ຂອງ ໃນການກວດກາຮ່ວມກັນຈຸດດຽວ;

                       2. ຕ້ອງຮັບປະກັນປະສິດທິຜົນ, ບໍ່ເປັນການເພີ່ມຕົ້ນທຶນທຸລະກິດຂອງຜູ້ປະກອບການ       ນຳເຂົ້າ-ສົ່ງອອກ ແນໃສ່ອຳນວຍຄວາມສະດວກທາງດ້ານການຄ້າ;

                       3. ອາຄານຂອງສາງ ຕ້ອງມີສະຖານທີ່ພຽງພໍ ໃນການເກັບຮັກສາສິນຄ້າຊົ່ວຄາວ ທັງ         ຮັບປະກັນການຈັດສັນ ໃຫ້ສອດຄ່ອງກັບລະບົບສາງ, ພ້ອມນັ້ນ ກໍມີສະຖານທີ່ອຳນວຍຄວາມສະດວກໃນ      ການເຮັດວຽກຂອງເຈົ້າໜ້າທີ່ພາສີ;

                       4. ມາດຕະຖານເຕັກນິກການປຸກສ້າງ ຕ້ອງໄດ້ຖືກຮັບຮອງ ຈາກຂະແໜງການທີ່  ກ່ຽວຂ້ອງ.

 

ມາດຕາ 80 (ປັບປຸງ) ລະບຽບການຄຸ້ມຄອງສາງ

                   ເຈົົ້າໜ້າທີ່ພາສີ ສາມາດກວດ ບັນຊີ, ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນສາງປະເພດຕ່າງໆໄດ້        ທຸກ ເວລາ ຕາມລະບຽບການຖ້າເຫັນວ່າມີຄວາມຈຳເປັນ.

                       ກໍລະນີ ສິນຄ້າ, ເຄື່ອງຂອງ ຢູ່ໃນສາງມີຈຳນວນບໍ່ຄົບຖ້ວນ ຕາມບັນຊີທີ່ໄດ້ແຈ້ງໄວ້ໃນ       ເບື້ອງຕົ້ນ ຜູ້ຄຸ້ມຄອງສາງຕ້ອງຮັບຜິດຊອບຕາມກົດໝາຍ.

                       ການເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ພາຍໃນລະບົບສາງ ຕ້ອງມີໃບເຄື່ອນຍ້າຍ ສິນຄ້າ,      ເຄື່ອງຂອງ ຈາກເຈົ້າໜ້າທີ່ພາສີ.

                       ຜູ້ປະກອບການກິດຈະການລະບົບສາງພາສີ ຕ້ອງມີລະບົບບັນຊີທີ່ສາມາດເຊື່ອມໂຍງ         ເຂົ້າ ກັບລະບົບການຄຸ້ມຄອງຂອງເຈົ້າໜ້າທີ່ພາສີ.

 

ມາດຕາ 81 (ໃໝ່) ການສະສາງສິນຄ້າຄ້າງສາງ

                   ລັດຖະການພາສີ ສາມາດດຳເນີນການສະສາງສິນຄ້າຄ້າງສາງ ໃນກໍລະນີ ດັ່ງນີ້:

                       1. ສິນຄ້າ ທີ່ເສື່ອມຄຸນນະພາບໄວ ໂດຍບໍ່ມີເຈົ້າຂອງມາພົວພັນ;

                       2. ສິນຄ້າ ທີ່ຮັກສາໄວ້ເກີນກໍານົດເວລາທີ່ກົດໝາຍກໍານົດ ທີ່ມີເຈົ້າຂອງ ຫຼື ບໍ່ມີເຈົ້າ         ຂອງ ມາພົວພັນ;

                       3. ສິນຄ້າ ທີ່ແຈ້ງສະລະສິດ ຊື່ງບໍ່ເປັນມົນລະພິດ;

                       4. ສິນຄ້າປະເພດລັດຄວບຄຸມ ທີ່ນໍາເຂົ້າສາງໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການ       ທີ່ ກ່ຽວຂ້ອງ;

                       5. ລັດຖະການພາສີ ມີສິດປະມູນຂາຍອອກ ແລະ ຫັກຄ່າໃຊ້ຈ່າຍຕ່າງໆທີ່ຈໍາເປັນໃນ        ການປະມູນ, ສ່ວນເງີນທີ່ຍັງເຫຼືອ ແມ່ນມອບເຂົ້າງົບປະມານແຫ່ງລັດ.

                       ສຳລັບສິນຄ້າ ທີ່ເປັນມົນລະພິດ ເຈົ້າຂອງສິນຄ້າ, ຜູ້ຂັບລົດ ຫຼື ຜູ້ທີ່ໄດ້ຮັບມອບໝາຍ        ຈາກ ເຈົ້າຂອງສິນຄ້າ ຕ້ອງຂົນສິນຄ້າດັ່ງກ່າວອອກຈາກອານາເຂດຂອງ ສປປ ລາວ. ກໍລະນີບໍ່ສາມາດລະບຸ     ເຈົ້າຂອງສິນຄ້າດັ່ງກ່າວ ແມ່ນມອບໃຫ້ເຈົ້າໜ້າທີ່ພາສີ ສົມທົບກັບຜູ້ບໍລິການສາງ ແລະ ຂະແໜງການທີ່    ກ່ຽວຂ້ອງ ທຳລາຍສິນຄ້າດັ່ງກ່າວ.

 

ໝວດທີ 2

ຮ້ານຄ້າປອດພາສີ ແລະ ເຂດປອດພາສີ

 

 

 

ມາດຕາ 82 (ປັບປຸງ) ການສ້າງຕັ້ງຮ້ານຄ້າປອດພາສີ    

                   ຮ້ານຄ້າປອດພາສີສ້າງຕັ້ງຂຶ້ນ ເພື່ອຈຳໜ່າຍ ສິນຄ້າ, ເຄື່ອງຂອງ ໃຫ້ຜູ້ເດີນທາງອອກ          ນອກປະເທດ. ສິນຄ້າ, ເຄື່ອງຂອງດັ່ງກ່າວ ຖືກງົດເກັບພາສີ ຕາມກົດໝາຍ.

                       ຮ້ານຄ້າປອດພາສີ ສາມາດສ້າງຕັ້ງຂຶ້ນ ແລະ ໃຫ້ບໍລິການຢູ່ສະໜາມບິນສາກົນ, ຖ້ຽວ        ບິນລະຫວ່າງປະເທດ, ດ່ານຊາຍແດນສາກົນ, ທ່າເຮືອສາກົນ, ສະຖານີລົດໄຟ ແລະ ລົດໂດຍສານ ລະຫວ່າງປະເທດ ຫຼື ຢູ່ໃນຕົວເມືອງ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການກ່ຽວກັບການສ້າງຕັ້ງ ແລະ ຄຸ້ມຄອງການ        ດຳເນີນກິດຈະການຮ້ານຄ້າປອດພາສີ.

 

ມາດຕາ 83 (ໃໝ່) ການດຳເນີນກິດຈະການຮ້ານຄ້າປອດພາສີ

                   ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການຮ້ານຄ້າປອດພາສີ ຕ້ອງເຄື່ອນ         ໄຫວ ໃນເຂດ ຫຼື ສະຖານທີ່ ທີ່ໄດ້ຮັບອະນຸຍາດ ແລະ ຖືກຕ້ອງຕາມມາດຕະຖານ.

 

ມາດຕາ 84 (ໃໝ່) ການຢຸດເຊົາກິດຈະການຮ້ານຄ້າປອດພາສີ

                   ການຢຸດເຊົາກິດຈະການຮ້ານຄ້າປອດພາສີ ມີສອງ ກໍລະນີ ດັ່ງນີ້:

                       1. ການຢຸດເຊົາດ້ວຍຕົນເອງ ຊື່ງຕ້ອງແຈ້ງເປັນລາຍລັກອັກສອນຕໍ່ກະຊວງການເງີນ         ລ່ວງ ໜ້າເກົ້າສິບວັນ ກ່ອນວັນຢຸດເຊົາກິດຈະການ;

                       2. ການຢຸດເຊົາດ້ວຍຄໍາສັ່ງຂອງ ການຈັດຕັ້ງ ຫຼື ພາກສ່ວນກ່ຽວຂ້ອງ.

                       ພາຍຫຼັງຢຸດເຊົາກິດຈະການຮ້ານຄ້າປອດພາສີ ຕ້ອງນຳສິນຄ້າອອກຈາກດິນແດນ ສປປ      ລາວພາຍໃນເວລາ ສີ່ສິບຫ້າວັນ ຫຼື ນຳໃຊ້ໃນລະບອບພາສີອື່ນ ແລະ ຕ້ອງແຈ້ງເສຍພາສີເປັນລາຍລະອຽດ   ພາຍໃນເວລາ ສາມສິບວັນ.

 

ມາດຕາ 85 (ໃໝ່) ເຂດປອດພາສີ

                   ເຂດປອດພາສີ ແມ່ນ ຂອບເຂດ, ບໍລິເວນ ຫຼື ສະຖານທີ່ໃດໜຶ່ງ ທີ່ລັດຖະບານກຳນົດ       ເພື່ອລົງທຶນເຂົ້າໃນການຜະລິດ, ປຸງແຕ່ງ, ປະກອບ. ສຳລັບສິນຄ້າ, ເຄື່ອງຂອງທີ່ນຳເຂົ້າ ແລະ ສົ່ງອອກ         ຜ່ານ ເຂດດັ່ງກ່າວ ແມ່ນປະຕິບັດຄືກັບລະບອບງົດເກັບພາສີ.

                       ກະຊວງການເງິນ ເປັນຜູ້ກຳນົດລະບຽບການ ກ່ຽວກັບການຄຸ້ມຄອງເຂດປອດພາສີ.

 

ພາກທີ V

ການນຳເຂົ້າ ແລະ ສົ່ງອອກ ສິນຄ້າ, ເຄື່ອງຂອງ ຊົ່ວຄາວ

 

ມາດຕາ 86 (ປັບປຸງ) ການນຳເຂົ້າຊົ່ວຄາວທົ່ວໄປ

                       ການນຳເຂົ້າເຄື່ອງຂອງຊົ່ວຄາວທົ່ວໄປ ແມ່ນການນຳເຂົ້າໃນໄລຍະເວລາໃດໜຶ່ງ ຫຼັງຈາກ     ນັ້ນໃຫ້ສົ່ງອອກຄືນຕາມເວລາ ທີ່ລັດຖະການພາສີກຳນົດ, ຕາມຈຳນວນ ແລະ ສະພາບເດີມ ມີ ດັ່ງນີ້:

                       1. ຍານພາຫະນະກົນຈັກໜັກ, ເຄື່ອງມື, ວັດຖຸປະກອນເພື່ອຮັບໃຊ້ວຽກງານສະເພາະ       ໃດໜຶ່ງ;

                       2. ພາຫະນະຂົນສົ່ງສິນຄ້າ ລວມທັງ ຫົວລາກ, ຫາງລາກ, ພາຊະນະບັນຈຸສິນຄ້າລວມ       ທັງຕູ້ສິນຄ້າ;

                       3. ເຄື່ອງຂອງ ເພື່ອການສຶກສາ, ສາທາລະນະສຸກ, ວັດທະນະທໍາ, ການສະແດງ, ວາງສະແດງ ແລະ ການທົດລອງ.

                       ເຄື່ອງຂອງທີ່ກ່າວໄວ້ໃນຂໍ້ 1 ຫາ 3 ຂອງມາດຕານີ້ ຕ້ອງໄດ້ຮັບອະນຸຍາດ ຫຼື ຢັ້ງຢືນ         ຈາກ ຂະແໜງການທີ່ກ່ຽວຂ້ອງ ແລະ ຈະໄດ້ຮັບການງົດເກັບພາສີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ສະບັບນີ້.

                       ລັດຖະການພາສີ ເປັນຜູ້ກຳນົດເວລາໃນການນຳເຂົ້າຊົ່ວຄາວ ແຕ່ລະກໍລະນີ ຕາມ   ລະບຽບ ການທີ່ກະຊວງການເງີນ ກຳນົດໄວ້.

 

ມາດຕາ 87 (ປັບປຸງ) ການນຳເຂົ້າຊົ່ວຄາວຂອງວັດຖຸສິ່ງຂອງ ເພື່ອການຜະລິດ, ປຸງແຕ່ງ, ປະກອບ, ດັດແປງ, ຫຸ້ມຫໍ່ ຫຼື ສ້ອມແປງ

                   ການນຳເຂົ້າຊົ່ວຄາວວັດຖຸສິ່ງຂອງ ລວມທັງພາຊະນະບັນຈຸ ແລະ ວັດສະດຸຫຸ້ມຫໍ່ຕ່າງໆ      ເພື່ອຜະລິດ, ປະກອບ, ດັດແປງ ຫຼື ສ້ອມແປງ, ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ     ແລ້ວນຳອອກຄືນ ທີ່ໄດ້ຮັບອະນຸຍາດຕາມລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ແມ່ນໄດ້ຮັບການ ງົດເກັບພາສີ ໃນເວລານຳເຂົ້າ ໂດຍໃຫ້ປະຕິບັດ ດັ່ງນີ້:

                       1. ຕ້ອງມີແຜນນໍາເຂົ້າ ແລະ/ຫຼື ສູດການຜະລິດ ສະເໜີຕໍ່ລັດຖະການພາສີ;

                       2. ຕ້ອງປະຕິບັດຕາມກໍານົດເວລາຂອງລະບຽບການນໍາເຂົ້າຊົ່ວຄາວ, ຖ້າປະຕິບັດບໍ່ໄດ້       ຕ້ອງສະເໜີຕໍ່ລັດຖະການພາສີ;

                       3. ສິ່ງເສດເຫຼືອຈາກການຜະລິດ, ການປຸງແຕ່ງ, ການປະກອບ, ການດັດແປງ ຫຼື   ຜະລິດຕະພັນສຳເລັດຮູບ, ເຄິ່ງສຳເລັດຮູບ ທີ່ມີຄຸນນະພາບບໍ່ສອດຄ່ອງກັບເງື່ອນໄຂສົ່ງອອກຄືນໄດ້ນັ້ນ       ຕ້ອງໄດ້ເສຍພາສີ. ໃນກໍລະນີສິ່ງເສດເຫຼືອບໍ່ສາມາດນຳໃຊ້ໄດ້ ຫຼື ສົ່ງຜົນກະທົບຕໍ່ສຸຂະພາບ ແລະ      ສິ່ງແວດລ້ອມ ຕ້ອງແຕ່ງຕັ້ງຄະນະກຳມະການທຳລາຍຖິ້ມ.

 

ມາດຕາ 88 (ປັບປຸງ) ການນຳເຂົ້າ-ສົ່ງອອກຕາມນະໂຍບາຍສົ່ງເສີມການລົງທຶນ

                   ລັດ ມີນະໂຍບາຍສົ່ງເສີມການລົງທຶນ ສຳລັບກິດຈະການ, ໂຄງສ້າງ ທີ່ເປັນບຸລິມະສິດ        ຂອງລັດຖະບານ ລວມທັງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ໃນເວລາການນຳເຂົ້າ-ສົ່ງ       ອອກ ຈະໄດ້ຮັບນະໂຍບາຍດ້ານພາສີ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ. ສຳລັບການນຳເຂົ້າ        ຊົ່ວຄາວ ຍານພາຫະນະກົນຈັກໜັກນັ້ນ ຕ້ອງໄດ້ປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດໝາຍອັນທີ່          ກ່ຽວຂ້ອງ.

                       ກະຊວງການເງີນ ເປັນຜູ້ຄຸ້ມຄອງ ແລະ ປະຕິບັດແຜນນຳເຂົ້າ ສິນຄ້າ ແລະ ພາຫະນະ       ທີ່ ຜ່ານການຮັບຮອງຂອງຂະແໜງການກ່ຽວຂ້ອງ.

 

ມາດຕາ 89 (ປັບປຸງ) ການນຳອອກສິນຄ້າ, ເຄື່ອງຂອງ ຊົ່ວຄາວ

                   ການນຳເອົາສິນຄ້າ, ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ ໃນເວລານຳກັບ        ຄືນປະເທດ ຕ້ອງນຳເຂົ້າຄືນຕາມຈຳນວນ ແລະ ສະພາບເດີມ. ຖ້າຫາກມີການດັດແປງ, ເສີມແຕ່ງ ຫຼື ເພີ່ມ  ອຸປະກອນໃດໜຶ່ງ ຕ້ອງເສຍພາສີ ໂດຍຖືເອົາມູນຄ່າຂອງການດັດແປງ, ເສີມແຕ່ງ ຫຼື ເພີ່ມເຕີມອຸປະກອນ       ນັ້ນ ເປັນພື້ນຖານການຄິດໄລ່.

                       ການນຳເອົາສິນຄ້າ, ເຄື່ອງຂອງ ອອກນອກປະເທດເປັນການຊົ່ວຄາວ ໃນເວລານຳກັບ        ຄືນປະເທດ ຕ້ອງນຳເຂົ້າຄືນຕາມຈຳນວນ ແລະ ສະພາບເດີມ. ຖ້າຫາກມີການດັດແປງ, ເສີມແຕ່ງ ຫຼື ເພີ່ມ  ອຸປະກອນໃດໜຶ່ງ ຕ້ອງເສຍພາສີ ໂດຍຖືເອົາມູນຄ່າຂອງການດັດແປງ, ເສີມແຕ່ງ ຫຼື ເພີ່ມເຕີມອຸປະກອນ       ນັ້ນ ເປັນພື້ນຖານການຄິດໄລ່.

                       ການນຳເອົາສິນຄ້າ, ເຄື່ອງຂອງ ໄປວາງສະແດງ, ທົດລອງ, ຄົ້ນຄວ້າ, ວິໄຈ ແລະ ອື່ນໆ      ຢູ່ ຕ່າງປະເທດ ຕ້ອງໄດ້ແຈ້ງພາສີເປັນລາຍລະອຽດ, ເວັ້ນເສຍແຕ່ບາງລາຍການສິນຄ້າ, ເຄື່ອງຂອງ ທີ່ໄດ້        ກຳນົດໄວ້ໃນລະບຽບການສະເພາະ ໃນແຕ່ລະໄລຍະ ຕ້ອງໄດ້ຄ້ຳປະກັນຄ່າພາສີຂາອອກ.

                       ສຳລັບ ສິນຄ້າ, ເຄື່ອງຂອງ ທີ່ອະນຸຍາດນຳອອກຊົ່ວຄາວນັ້ນ ແມ່ນໄດ້ຮັບການງົດເກັບ       ພາສີຂາອອກ.

 

ມາດຕາ 90 (ປັບປຸງ) ມາດຕະການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກ ສິນຄ້າ, ເຄື່ອງຂອງ ຊົ່ວຄາວ

                   ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຊົ່ວຄາວ ຕ້ອງປະຕິບັດຕາມມາດຕະການ     ດັ່ງນີ້:

                       1. ເຮັດສັນຍາຄໍ້າປະກັນນໍາລັດຖະການພາສີ;

                       2. ບໍ່ອະນຸຍາດໃຫ້ໂອນກໍາມະສິດ, ມັດຈໍາ, ຈໍານອງ ຫຼື ຄໍ້າປະກັນ, ແລກປ່ຽນ, ຊື້ ຂາຍ     ແລະ ນຳໃຊ້ໂດຍບໍ່ຖືກເປົ້າໝາຍ. ຖ້າຫາກມີການລະເມີດ ຈະຖືກດຳເນີນຄະດີ. ໃນກໍລະນີມີຄວາມ         ຕ້ອງການຊົມໃຊ້ພາຍໃນ ຕ້ອງໄດ້ແຈ້ງເສຍພາສີ;

                       3. ນໍາເຂົ້າຄືນຄົບຕາມຈໍານວນ ແລະ ສະພາບເດີມ. ໃນກໍລະນີ ມີການດັດແປງ, ເສີມ       ແຕ່ງ ຫຼື ເພີ່ມອຸປະກອນໃດໜຶ່ງ ຕ້ອງເສຍພາສີ;

                       4. ການນໍາເຂົ້າ ວັດຖຸດິບ, ແຮ່ທາດ, ວັດຖຸປະກອນ ແລະ ຊິ້ນສ່ວນປະກອບ ທີ່ຮັບໃຊ້     ການຜະລິດ ເພື່ອສົ່ງອອກ ຈະໄດ້ຮັບການງົດເກັບພາສີ. ໃນກໍລະນີສິນຄ້າດັ່ງກ່າວ ຫາກບໍ່ສົ່ງອອກ ຫຼື ມີ      ການຊົມໃຊ້ພາຍໃນປະເທດຕ້ອງໄດ້ເສຍພາສີ.

 

ພາກທີ VI

ການຍົກເວັ້ນ ແລະ ການງົດເກັບພາສີ

ໝວດທີ 1

ການຍົກເວັ້ນ, ການງົດເກັບພາສີ ທາງການທູດ ແລະ ອັງການຈັດຕັ້ງສາກົນ

 

ມາດຕາ 91 (ປັບປຸງ) ການນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ເພື່ອຮັບໃຊ້ທາງການທູດ

                   ການນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ເພື່ອຮັບໃຊ້ທາງການທູດ ຊື່ງໄດ້ປະຕິບັດ        ຕາມສົນທິສັນຍາກຸງວຽນວ່າດ້ວຍການພົວພັນທາງການທູດ ສະບັບລົງວັນທີ 18 ເມສາ 1961 ແລະ ໄດ້      ຮັບການຢັ້ງຢືນຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະໄດ້ຮັບການຍົກເວັ້ນ ຫຼື ງົດເກັບພາສີ.

                       ນັກການທູດ ແລະ ພະນັກງານກົງສຸນ ໄດ້ຮັບນະໂຍບາຍ ຫຼື ສິດທິພິເສດ ດັ່ງນີ້:

                       1. ນະໂຍບາຍ ຫຼື ສິດທິພິເສດ ທີ່ກໍານົດໃນກົດໝາຍສະບັບນີ້ ລວມເອົານະໂຍບາຍ ຫຼື      ສິດທິພິເສດ ກ່ຽວກັບການແຈ້ງພາສີ ແລະ ການກວດກາສິນຄ້າ;

                       2. ກະເປົານັກການທູດ ແລະ ພະນັກງານກົງສຸນ ໄດ້ຮັບການຍົກເວັ້ນການແຈ້ງພາສີ         ແລະ ການກວດກາສິນຄ້າຕົວຈິງ. ກະເປົາ ແລະ ຍານພາຫະນະຂອງນັກການທູດ, ພະນັກງານກົງສຸນ       ແລະ ພະນັກງານອົງການຈັດຕັ້ງສາກົນປະຈຳການ ຢູ່ ສປປ ລາວ ທີ່ໄດ້ຮັບນະໂຍບາຍ ຫຼື ສິດທິພິເສດ        ໄດ້ຮັບການ ຍົກເວັ້ນການກວດກາສິນຄ້າຕົວຈິງ;

                       3. ກໍລະນີ ທີ່ມີຂໍ້ມູນ ຫຼັກຖານສະແດງໃຫ້ເຫັນວ່າ ກະເປົານັກການທູດ ຫຼື ພະນັກງານ      ກົງສຸນຖືກນຳໃຊ້ບໍ່ສອດຄ່ອງກັບຈຸດປະສົງທີ່ກຳນົດໃນສົນທິສັນຍາກຸງວຽນ ວ່າດ້ວຍການພົວພັນທາງການ    ທູດທີ່ ສປປ ລາວ ເປັນພາຄີ ຫຼື ກໍລະນີກະເປົາ ຫຼື ຍານພາຫະນະຂອງນັກການທູດ ມີສິ່ງເກືອດຫ້າມນຳ       ເຂົ້າ ຫຼື ສົ່ງອອກ ຊື່ງບໍ່ໄດ້ຮັບນະໂຍບາຍ ຫຼື ສິດທິພິເສດ, ເຈົ້າໜ້າທີ່ພາສີ ສາມາດປະຕິບັດມາດຕະການ      ຕາມກົດ ໝາຍ;

                       4. ຍານພາຫະນະສ່ວນຕົວຂອງ ນັກການທູດ, ກົງສຸນທີ່ມາປະຈໍາການ ຢູ່ ສປປ ລາວ       ມີ ກຳນົດເວລານຳໃຊ້ ສາມປີ ແລະ ສາມາດຕໍ່ອາຍຸໄດ້ຕາມການຢັ້ງຢືນຂອງກະຊວງການຕ່າງປະເທດ.

 

ມາດຕາ 92 (ປັບປຸງ) ການນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ເພື່ອຮັບໃຊ້ອົງການຈັຕຕັ້ງສາກົນ

                   ການນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ເພື່ອຮັບໃຊ້ອົງການຈັດຕັ້ງສາກົນ ຫຼື ອົງ         ການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ຊ່ຽວຊານຕ່າງປະເທດ ປະຈຳໂຄງການໂດຍໄດ້ຮັບການຢັ້ງຢືນ       ຫຼື ການອະນຸຍາດຈາກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈະໄດ້ຮັບການຍົກເວັ້ນ ຫຼື ງົດເກັບ       ພາສີ.

                       ຍານພາຫະນະສ່ວນຕົວ ຂອງອົງການຈັດຕັ້ງສາກົນທີ່ມາປະຈຳການ ຢູ່ ສປປ ລາວ ມີ        ກຳນົດເວລານຳໃຊ້ ສອງປີ ແລະ ສາມາດຕໍ່ອາຍຸໄດ້ຕາມການຢັ້ງຢືນຂອງກະຊວງການຕ່າງປະເທດ.

 

ມາດຕາ 93 ການສິ້ນສຸດການຍົກເວັ້ນ ແລະ ງົດເກັບພາສີ

                   ເຄື່ອງຂອງ ແລະ ຍານພາຫະນະ ທີ່ໄດ້ຮັບການຍົກເວັ້ນ ແລະ ງົດເກັບ ພາສີ ຂອງນັກ        ການທູດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ຜູ້ຊ່ຽວຊານຕ່າງປະເທດ         ປະຈຳໂຄງການ ພາຍຫຼັງສີ້ນສຸດໜ້າທີ່ຢູ່ ສປປ ລາວ ແລ້ວໃຫ້ນຳເຄື່ອງຂອງ ແລະ ຍານພາຫະນະດັ່ງກ່າວ        ອອກຄືນ ຖ້າຫາກມີຈຸດປະສົງຊົມໃຊ້ພາຍໃນ ຕ້ອງເສຍພາສີ.

 

ໝວດທີ 2

ການຍົກເວັ້ນພາສີ

ມາດຕາ 94 (ປັບປຸງ) ການຍົກເວັ້ນພາສີ

                   ສິນຄ້າ, ເຄື່ອງຂອງ ນຳເຂົ້າທີ່ໄດ້ຮັບການຍົກເວັ້ນພາສີ ມີ ດັ່ງນີ້:

                       1. ເຄື່ອງຕິດຕົວຜູ້ໂດຍສານ;

                       2. ເຄື່ອງໃຊ້ສ່ວນຕົວ ທີ່ໃຊ້ແລ້ວ, ເຄື່ອງໃຊ້ບາງປະເພດ ໃນເວລາຍົກຍ້າຍບ່ອນຢູ່ ແລະ     ຂອງຂວັນຄະນະຜູ້ແທນທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ;

                       3. ສິນຄ້າ, ເຄື່ອງຂອງ ຂອງລັດຖະບານ ທີ່ໄດ້ຈາກການຊ່ວຍເຫຼືອລ້າ ແລະ ກູ້ຢືມ;

                       4. ເຄື່ອງຮັບໃຊ້ອັນຈໍາເປັນແກ່ການສຶກສາ, ສາທາລະນະສຸກ, ການຄົ້ນຄວ້າ        ວິທະຍາສາດເຄື່ອງຂອງຕົວຢ່າງ ແລະ ທາງສາສະໜາ ທີ່ບໍ່ມີລັກສະນະທາງການຄ້າ;

                       5. ເຄື່ອງຮັບໃຊ້ສະເພາະໃນການປ້ອງກັນຊາດ, ປ້ອງກັນຄວາມສະງົບ;

                       6. ແນວພັນພືດ, ແນວພັນສັດ, ນໍ້າເຊື້ອສັດ, ວັກແຊັງກັນພະຍາດສັດ ແລະ ສິນຄ້າ ປະເພດອື່ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 100 ຂອງກົດໝາຍສະບັບນີ້.

                       ສຳລັບສິນຄ້າ, ເຄື່ອງຂອງ ນຳເຂົ້າ ທີ່ມີມູນຄ່າບໍ່ເກີນ 1.500.000 (ໜຶ່ງລ້ານຫ້າແສນ)      ກີບ ໄດ້ຮັບການຍົກເວັ້ນພາສີ.

                       ໃນກໍລະນີທີ່ມີຄວາມຈຳເປັນ ແລະ ຮີບດ່ວນ, ເຫດສຸດວິໄສ ຫຼື ໄພທຳມະຊາດເຊັ່ນ:        ພາຍຸ, ພະຍາດລະບາດ, ນ້ຳຖ້ວມ, ໄພແຫ້ງແລງ, ແຜ່ນດິນໄຫວ, ອັກຄີໄພ ແລະ ເຫດການອື່ນ ທີ່   ກໍ່ໃຫ້ເກີດຄວາມ  ເສຍຫາຍຢ່າງຫຼວງຫຼາຍ, ບາງໂຄງການກໍ່ສ້າງໂຄງລ່າງພື້ນຖານລະດັບຊາດ ເພື່ອເຊື່ອມ         ໂຍງ, ເຊື່ອມຈອດກັບ ພາກພື້ນ ແລະ ສາກົນ ບົນພື້ນຖານການສະເໜີຂອງລັດຖະບານ ຕໍ່ຄະນະປະຈຳ ສະພາແຫ່ງຊາດ ເພື່ອພິຈາລະນາຍົກເວັ້ນພາສີ.

 

ມາດຕາ 95 (ປັບປຸງ) ການຍົກເວັ້ນພາສີ ສຳລັບເຄື່ອງຕິດຕົວຜູ້ໂດຍສານ

                   ຜູ້ໂດຍສານທີ່ເດີນທາງເຂົ້າມາໃນ ສປປ ລາວ ທີ່ນຳໃຊ້ໜັງສືຜ່ານແດນ ມີເຄື່ອງຕິດຕົວ       ຈະໄດ້ຮັບການຍົກເວັ້ນພາສີ ດັ່ງນີ້:

                       1. ເງີນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງີນ ທີ່ມີມູນຄ່າບໍ່ເກີນ         100.000.000 (ໜຶ່ງຮ້ອຍລ້ານ) ກີບ ຫຼື ທຽບເທົ່າ;

                       2. ເຫຼົ້າທຸກຊະນິດບໍ່ເກີນ ສອງລິດ ຫຼື ເບຍທຸກຊະນິດບໍ່ເກີນ ຫ້າລິດ ຫຼື ເຫຼົ້າແວງທຸກ       ຊະນິດບໍ່ເກີນ ສາມລິດ;

                       3. ຢ່າສູບທຸກຊະນິດບໍ່ເກີນ ໜຶ່ງຕຸດ (200 ກອກ) ຫຼື ຢາສູບຊີກາບໍ່ເກີນ ຫ້າສິບກອກ ຫຼື   ໃບຢາສູບບໍ່ເກີນ 250 ກຣາມ;

                       4. ນໍ້າຫອມ ແລະ ຫົວນໍ້າຫອມ ບໍ່ເກີນຊະນິດລະໜຶ່ງຢ່າງ.

 

ມາດຕາ 96 (ປັບປຸງ) ການຍົກເວັ້ນພາສີ ສຳລັບເຄື່ອງໃຊ້ສ່ວນຕົວ ທີ່ໃຊ້ແລ້ວ, ເຄື່ອງໃຊ້ບາງປະເພດໃນເວລາຍົກຍ້າຍບ່ອນຢູ່

                   ນັກສຶກສາ, ລັດຖະກອນ, ສະມາຊິກຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ ທີ່ສິ້ນສຸດກຳນົດເວລາປະຈຳການ ແລະ ເດີນທາງກັບຄືນປະເທດ ແລະ ຄົນຕ່າງປະເທດທີ່ມີ     ຈຸດປະສົງຍົກຍ້າຍມາຢູ່ແບບຖາວອນ ທີ່ນຳເຂົ້າເຄື່ອງຮັບໃຊ້ບາງປະເພດ ລວມທັງຂອງຂວັນຂອງຄະນະຜູ້       ແທນ ທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ ຈະໄດ້ຮັບການຍົກເວັ້ນພາສີ ດັ່ງນີ້:

                       1. ເຄື່ອງຂອງບາງຊະນິດ ແລະ ບາງຈໍານວນທີ່ບໍ່ມີລັກສະນະທາງການຄ້າ;

                       2. ເຄື່ອງໃຊ້ທີ່ຈໍາເປັນສໍາລັບຄົວເຮືອນ;

                       3. ວັດຖຸສິ່ງຂອງທີ່ໄດ້ຈາກການສືບທອດມູນມໍລະດົກ.

                       ສຳລັບຍານພາຫະນະ ຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນ ພາສີຕາມທີ່ໄດ້ກຳນົດໄວ້ໃນ     ລະບຽບການ.

 

ມາດຕາ 97 (ປັບປຸງ) ການຍົກເວັ້ນພາສີ ສຳລັບ ສິນຄ້າ, ເຄື່ອງຂອງ ຂອງລັດຖະບານ ທີ່ໄດ້ຈາກການຊ່ວຍເຫຼືອລ້າ ແລະກູ້ຢືມ

                   ການນຳເຂົ້າ ສິນຄ້າ, ເຄື່ອງຂອງ ຂອງລັດຖະບານ ທີ່ໄດ້ຈາກການຊ່ວຍເຫຼືອລ້າຂອງ ຕ່າງປະເທດ ຕາມສັນຍາ ແລະ/ຫຼື ການຕົກລົງຂອງລັດຖະບານ ຈະໄດ້ຮັບການຍົກເວັ້ນພາສີ.

                       ສຳລັບການນຳເຂົ້າວັດຖຸປະກອນ, ຍານພາຫະນະ ແລະ ອື່ນໆ ທີ່ນຳໃຊ້ທຶນກູ້ຢືມຂອງ       ລັດຖະບານ ຈາກຕ່າງປະເທດ ແມ່ນອີງຕາມເງື່ອນໄຂສັນຍາຂອງລັດຖະບານ ແລະ ຜູ້ໃຫ້ກູ້ຢືມເປັນແຕ່ລະ   ກໍລະນີ.

                       ເຄື່ອງຂອງຊ່ວຍເຫຼືອ ດ້ານມະນຸດສະທຳ, ໄພພິບັດທາງທຳມະຊາດ, ເຄື່ອງບັນເທົາທຸກ       ແລະ ພະຍາດລະບາດ ຈະໄດ້ຮັບການຍົກເວັ້ນພາສີ ຕາມການຕົກລົງຂອງລັດຖະບານ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການຄຸ້ມຄອງກ່ຽວກັບການຍົກເວັ້ນພາສີ ທີ່ໄດ້        ຈາກການຊ່ວຍເຫຼືອລ້າ ແລະ ກູ້ຢືມ.

 

ມາດຕາ 98 ການຍົກເວັ້ນພາສີ ສຳລັບເຄື່ອງຮັບໃຊ້ອັນຈຳເປັນແກ່ການສຶກສາ, ສາທາລະນະສຸກ, ການຄົ້ນຄວ້າ  ວິທະຍາສາດ, ເຄື່ອງຂອງຕົວຢ່າງ ແລະ ທາງສາສະໜາ

                   ການນຳເຂົ້າເຄື່ອງຂອງບາງຊະນິດທີ່ຈຳເປັນ ແລະ ບໍ່ມີລັກສະນະທາງການຄ້າ ຈະໄດ້ຮັບ      ການຍົກເວັ້ນພາສີ ດັ່ງນີ້:

                       1. ເຄື່ອງຮັບໃຊ້ການສຶກສາ, ສາທາລະນະສຸກ, ການຄົ້ນຄວ້າວິທະຍາສາດ, ເຄື່ອງຂອງ      ຕົວຢ່າງ ໂດຍໄດ້ຮັບການຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງ;

2. ເຄື່ອງຮັບໃຊ້ທາງສາສະໜາ ເຊັ່ນ ພະພຸດທະຮູບທີ່ບໍ່ແມ່ນວັດຖຸບູຮານ, ເຄື່ອງສັກກະລະບູຊາ, ວັດຖຸປະກອນຈຳເປັນ ແລະ ເຄື່ອງຮັບໃຊ້ພິທີທາງສາສະໜາຊື່ງມີໜັງສືຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງໂດຍການເຫັນດີຂອງຂະແໜງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

 

ມາດຕາ 99 (ປັບປຸງ) ການຍົກເວັ້ນພາສີ ສຳລັບເຄື່ອງຮັບໃຊ້ສະເພາະໃນວິຊາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ

ການນຳເຂົ້າວັດຖຸ, ເຄື່ອງຂອງ, ອາວຸດຍຸດໂທປະກອນ ແລະ ຍານພາຫະນະວິຊາສະເພາະເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໂດຍມີການຢັ້ງຢືນ ແລະ ໄດ້ຮັບການ       ອະນຸຍາດ ຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ຈະໄດ້ຮັບການຍົກເວັ້ນພາສີ.

 

ມາດຕາ 100 (ໃໝ່) ການຍົກເວັ້ນພາສີ ສຳລັບ ແນວພັນພືດ, ແນວພັນສັດ, ນ້ຳເຊື້ອສັດ, ວັກຊີນກັນພະຍາດສັດ

ການນຳເຂົ້າ ແນວພັນພືດ, ແນວພັນສັດ, ນ້ຳເຊື້ອສັດ, ວັກຊີນກັນພະຍາດສັດ, ຢາປົວສັດ ວັດຖຸດິບຮັບໃຊ້ການຜະລິດຫົວອາຫານສັດ, ອຸປະກອນ ແລະ ເຄື່ອງມື ຫ້ອງວິໄຈ ຮັບໃຊ້ກະສິກຳ ທີ່ບໍ່ສາມາດຜະລິດໄດ້ຢູ່ພາຍໃນປະເທດ ແລະ ບໍ່ມີລັກສະນະທາງການຄ້າ ຈະໄດ້ຮັບການຍົກເວັ້ນພາສີ ແຕ່ຕ້ອງໄດ້ຮັບການອະນຸຍາດຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຕາມການແບ່ງຂັ້ນຄຸ້ມຄອງ.

 

ມາດຕາ 101 (ປັບປຸງ) ການຍົກເວັ້ນພາສີຂາອອກທົ່ວໄປ

ການສົ່ງອອກຜະລິດຕະພັນກະສິກຳ ທີ່ໄດ້ຈາກ ການຜະລິດ, ການປູກ ແລະ ການລ້ຽງ, ສິນຄ້າອຸດສາຫະກຳທີ່ຜ່ານຂະບວນການຜະລິດ ຫຼື ປຸງແຕ່ງ ເປັນຜະລິດຕະພັນສຳເລັດຮູບ, ຜະລິດຕະພັນຫັດຖະກຳຈະໄດ້ຮັບການຍົກເວັ້ນພາສີຂາອອກ, ເວັ້ນເສຍແຕ່ບາງລາຍການ ສິນຄ້າ, ເຄື່ອງຂອງ ທີ່ໄດ້ກຳນົດໄວ້ໃນລະບຽບການສະເພາະ ໃນແຕ່ລະໄລຍະ.

 

ພາກທີ VII

ການສົ່ງເງີນຄ່າພາສີຄືນ

 

ມາດຕາ 102 (ໃໝ່) ການສົ່ງເງີນຄ່າພາສີຄືນ

                   ການສົ່ງເງີນຄ່າພາສີຄືນ ໃຫ້ຜູ້ແຈ້ງພາສີ ປະຕິບັດຕາມກໍລະນີດັ່ງນີ້:

                       1. ຈໍານວນເງີນທີ່ໄດ້ຈ່າຍເກີນ ອັນເນື່ອງມາຈາກຄວາມຜິດພາດຂອງ ການກໍານົດມູນຄ່າ     ແຈ້ງພາສີ, ແຫຼ່ງກຳເນີດສິນຄ້າ, ເລກລະຫັດສິນຄ້າ;

                       2. ການແຈ້ງລະບອບພາສີ ບໍ່ຖືກກັບຈຸດປະສົງຕົວຈິງ;

                       3. ຈໍານວນເງີນທີ່ໄດ້ຊໍາລະຄ່າພາສີ ສໍາລັບສິນຄ້າທີ່ໄດ້ນໍາເຂົ້າ ແຕ່ໄດ້ຖືກນໍາອອກຄືນ        ດ້ວຍເຫດຜົນໃດໜຶ່ງ;

                       4. ຈໍານວນເງີນທີ່ຊໍາລະຄ່າພາສີ ຕາມການແຈ້ງພາສີລ່ວງໜ້າແຕ່ສິນຄ້າບໍ່ມາ ຫຼື ມາບໍ່ຄົບ     ຕາມຈໍານວນ.

 

ມາດຕາ 103 (ໃໝ່) ການສະເໜີຂໍເງີນຄືນ

                   ຜູ້ແຈ້ງພາສີ ທີ່ມີຈຸດປະສົງຂໍເງີນຄືນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 102 ຂອງກົດ

ໝາຍສະບັບນີ້ ໃຫ້ປະຕິບັດ ດັ່ງນີ້:

1. ຍື່ນຄໍາຮ້ອງຂໍເງີນຄືນ ເປັນລາຍລັກອັກສອນ ຕໍ່ລັດຖະການພາສີ ພ້ອມດ້ວຍເອກະສານ, ຫຼັກຖານ ທີ່ກ່ຽວຂ້ອງສະບັບຕົ້ນ ພາຍໃນເວລາ ຫົກສິບວັນ ນັບແຕ່ວັນໄດ້ຊຳລະຄ່າພາສີແລ້ວ;

2. ເງີນຄ່າພາສີ ສາມາດສະເໜີຂໍຄືນໄດ້ ຫຼື ນໍາໄປໄລ່ລຽງຫັກລົບກັບຄ່າພາສີ ໃນການນໍາ    ເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ໃນຄັ້ງຕໍ່ໄປ.

                       ລັດຖະການພາສີແຕ່ລະຂັ້ນ ຈະຕ້ອງອອກຂໍ້ຕົກລົງສົ່ງເງີນຄ່າພາສີຄືນ ໃຫ້ຜູ້ຮ້ອງຂໍ ພາຍ     ໃນກຳນົດເວລາ ສິບວັນລັດຖະການ.

ກະຊວງການເງີນ ເປັນຜູ້ອອກລະບຽບການ ແລະ ກົນໄກ ກ່ຽວກັບການສະເໜີຂໍເງີນຄືນ.

 

ມາດຕາ 104 (ໃໝ່) ການເລື່ອນຊຳລະຄ່າພາສີ

ຜູ້ປະກອບການມາດຕະຖານເອອີໂອ ທີ່ໄດ້ຮັບສິດທິພິເສດ ກ່ຽວກັບການເລື່ອນຊຳລະຄ່າພາສີ ຕ້ອງຊຳລະ ພາຍໃນເວລາ ສາມສິບວັນ ຫຼັງຈາກໄດ້ຮັບອະນຸຍາດນຳສິນຄ້າອອກຈາກສາງ ຫຼື ດ່ານພາສີ ກ່ອນແລ້ວ. ໃນກໍລະນີບໍ່ຊຳລະພາຍໃນເວລາດັ່ງກ່າວ ຕ້ອງໄດ້ເສຍຄ່າປັບໃໝໃນອັດຕາ ສູນຈຸດສິບສ່ວນຮ້ອຍ (0.10%) ຂອງຄ່າພາສີ ຕໍ່ວັນ ທີ່ໄດ້ກາຍກຳນົດ.

 

 

ພາກທີ VIII

ການກວດສອບຄືນການແຈ້ງພາສີ ແລະ ການສະເໜີຄືນ

ໝວດທີ 1

ການກວດສອບຄືນການແຈ້ງພາສີ

 

ມາດຕາ 105 (ປັບປຸງ) ການເກັບຮັກສາເອກະສານທາງພາສີ

                   ຜູ້ແຈ້ງພາສີ ຕ້ອງດຳເນີນການກວດສອບຄືນ ໃບແຈ້ງພາສີເປັນລາຍລະອຽດ ຫຼື ຂໍ້ມູນ        ການແຈ້ງພາສີ ພ້ອມດ້ວຍເອກະສານ ແລະ ຂໍ້ມູນອື່ນທີ່ກ່ຽວຂ້ອງ ພາຍໃນເວລາ ສາມປີ ຫຼັງຈາກໄດ້ຮັບ        ອະນຸຍາດນຳສິນຄ້າ ອອກສາງ ຫຼື ດ່ານພາສີ.

 

ມາດຕາ 106 (ປັບປຸງ) ກຳນົດເວລາໃນການກວດສອບຄືນຂອງລັດຖະການພາສີ

ລັດຖະການພາສີ ຕ້ອງດຳເນີນການກວດສອບຄືນ ໃບແຈ້ງພາສີເປັນລາຍລະອຽດ ຫຼື ຂໍ້ມູນການແຈ້ງພາສີ ພ້ອມດ້ວຍເອກະສານ ແລະ ຂໍ້ມູນອື່ນທີ່ກ່ຽວຂ້ອງພາຍໃນເວລາ ສາມປີ ຫຼັງຈາກໄດ້ຮັບອະນຸຍາດນຳສິນຄ້າ ອອກສາງ ຫຼື ດ່ານພາສີ.

 

ມາດຕາ 107 (ໃໝ່) ສະຖານທີ່ກວດສອບຄືນການແຈ້ງພາສີ

                   ການກວດສອບຄືນການແຈ້ງພາສີ ສາມາດດຳເນີນຢູ່ຫ້ອງການພາສີ, ສຳນັກງານ ຫຼື ສະຖານທີ່ຂອງຜູ້ດຳເນີນທຸລະກິດ.

 

ມາດຕາ 108 ການກວດສອບຄືນການແຈ້ງພາສີ

                   ການກວດສອບຄືນການແຈ້ງພາສີ ໃຫ້ປະຕິບັດ ດັ່ງນີ້:

                       1. ກວດສອບຄືນບັນດາຂໍ້ມູນທັງໝົດ ກ່ຽວກັບການແຈ້ງພາສີ ລວມທັງສິນຄ້າ, ເຄື່ອງ      ຂອງ ທີ່ຍັງຢູ່ໃນສາງຂອງຜູ້ດຳເນີນທຸລະກິດ.

2. ກວດສອບບັນດາເອກະສານອ້າງອີງ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງເຊັ່ນ: ມູນຄ່າແຈ້ງພາສີ, ແຫຼ່ງກໍາເນີດສິນຄ້າ, ການຈັດເລກລະຫັດສິນຄ້າ, ຂໍ້ມູນການຊໍາລະສະສາງ, ຂໍ້ມູນດ້ານ          ການເງີນ, ການບັນຊີ ແລະ ຂໍ້ມູນອື່ນຂອງຜູ້ດຳເນີນທຸລະກິດ;

                       3. ຮັກສາ ຫຼື ອາຍັດໄວ້ຊົ່ວຄາວ ບັນດາຫຼັກຖານອ້າງອີງທັງໝົດ ຫຼື ບາງສ່ວນຂອງຜູ້         ດຳເນີນທຸລະກິດໃນໄລຍະດຳເນີນການກວດສອບ ຫຼື ການສຶບສວນ-ສອບສວນ;

4. ຕ້ອງແຈ້ງຜົນການກວດສອບໃຫ້ຜູ້ດໍາເນີນທຸລະກິດຮັບຊາບ ພາຍໃນເວລາ ສິບຫ້າວັນລັດຖະການ. ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໃຫ້ຄວາມຮ່ວມມືເມື່ອມິການຮ້ອງຂໍຂອງ ເຈົ້າໜ້າທີ່ພາສີກ່ຽວກັບຂໍ້ມູນຂອງຜູ້ດຳເນີນທຸລະກິດ.

 

ມາດຕາ 109 (ປັບປຸງ) ຂັ້ນຕອນການກວດສອບຄືນການແຈ້ງພາສີ

                   ການກວດສອບຄືນການແຈ້ງພາສີ ຂອງເຈົ້າໜ້າທີ່ພາສີ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

                   1. ນໍາໃຊ້ຫຼັກການບໍລິຫານຄວາມສ່ຽງທາງດ້ານພາສີເພືື່ອກໍານົດເປົ້າໝາຍການກວດສອບ;

                       2. ເກັບກໍາ ແລະ ວິເຄາະຂໍ້ມູນໃນໃບແຈ້ງພາສີເປັນລາຍລະອຽດ;

                       3. ແຈ້ງເປັນລາຍລັກອັກສອນໃຫ້ຜູ້ດໍາເນີນທຸລະກິດຮັບຊາບລ່ວງໜ້າ ເພື່ອກະກຽມ         ບັນດາຂໍ້ມູນຫຼັກຖານໃນການດຳເນີນການກວດສອບ;

                       4. ດໍາເນີນການກວດສອບ;

                       5. ສະຫຼູບຜົນການກວດສອບ ແລະ ດໍາເນີນການແກ້ໄຂ;

                       6. ແຈ້ງຜົນຂອງການກວດສອບຄືນການແຈ້ງພາສີ ໃຫ້ຜູ້ດໍາເນີນທຸລະກິດ.

 

ມາດຕາ 110 (ໃໝ່) ມາດຕະການຕໍ່ຜົນຂອງການກວດສອບຄືນການແຈ້ງພາສີ

                   ມາດຕະການຕໍ່ຜົນຂອງການກວດສອບຄືນການແຈ້ງພາສີ ໃຫ້ປະຕິບັດ ດັ່ງນີ້:

                             1. ຖ້າເຫັນວ່າຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ດໍາເນີນທຸລະກິດ ຫາກຖືກຕ້ອງຕາມກົດໝາຍແລ້ວ, ລັດຖະການພາສີ ຕ້ອງຮັບຮອງເອົາຜົນການກວດສອບ ພາຍໃນເວລາ ສິບຫ້າວັນ;

2. ຖ້າເຫັນວ່າຂໍ້ມູນ, ເອກະສານຫຼັກຖານ ແລະ ຄໍາຊີ້ແຈງຂອງຜູ້ດໍາເນີນທຸລະກິດ ຫາກບໍ່ຖືກຕ້ອງຕາມກົດໝາຍ, ລັດຖະການພາສີ ຕ້ອງນຳໃຊ້ມາດຕະການທາງບໍລິຫານ ຫຼື ດຳເນີນຄະດີ ຕາມກົດໝາຍ.

 

ໝວດທີ 2

ການສະເໜີຄືນ ແລະ ການແກ້ໄຂ

 

ມາດຕາ 111 (ປັບປຸງ) ການສະເໜີຄືນ

                   ຜູ້ແຈ້ງພາສີ ມີສິດສະເໜີຄືນ ກ່ຽວກັບການຢັ້ງຢືນ ຫຼື ຄຳຕົກລົງເປັນລາຍລັກອັກສອນ       ຂອງລັດຖະການພາສີ ທີ່ພົວພັນກັບມູນຄ່າແຈ້ງ, ເລກລະຫັດສິນຄ້າ, ແຫຼ່ງກຳເນີດສິນຄ້າ ຫຼື ຄຳຕົກລົງອື່ນ   ທີ່ຕົນເຫັນວ່າບໍ່ໄດ້ຮັບຄວາມເປັນທຳ ພາຍໃນເວລາ ສາມສິບວັນ.

ການສະເໜີຄືນ ຕ້ອງຍື່ນຟ້ອງດ້ວຍເອກະສານ ແລະ ຫຼັກຖານອ້າງອີງທີ່ກ່ຽວຂ້ອງສະບັບຕົ້ນຕໍ່ຄະນະກຳມະການແກ້ໄຂການສະເໜີຄືນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 112 ຂອງກົດໝາຍສະບັບນີ້.

 

ມາດຕາ 112 (ປັບປຸງ) ຄະນະກຳມະການແກ້ໄຂການສະເໜີຄືນ

                   ຄະນະກຳມະການແກ້ໄຂການສະເໜີຄືນ ມີສອງຂັ້ນ ດັ່ງນີ້:

                   1. ຄະນະກໍາມະການແກ້ໄຂການສະເໜີຄືນຂັ້ນສູນກາງ ຖືກແຕ່ງຕັ້ງໂດຍລັດຖະມົນຕິກະຊວງການເງີນ ປະກອບດ້ວຍ ຫົວໜ້າກົມພາສີ ເປັນປະທານ, ພະນັກງານຈາກກົມອື່ນຂອງກະຊວງການເງີນ, ກະຊວງທີ່ກ່ຽວຂ້ອງ ແລະ/ຫຼື ຜູ້ຊໍານານດ້ານພາສີ ເປັນຄະນະ;

2. ຄະນະກໍາມະການແກ້ໄຂການສະເໜີຄືນ ຂອງລັດຖະການພາສີປະຈໍາທ້ອງຖິ່ນ ຖືກແຕ່ງຕັ້ງໂດຍຫົວໜ້າກົມພາສີ ປະກອບດ້ວຍ ຫົວໜ້າພາສີປະຈຳ ແຂວງ, ນະຄອນຫຼວງ ເປັນປະທານ, ພະນັກງານຈາກພະແນກການເງີນ ແຂວງ, ນະຄອນຫຼວງ, ຂະແໜງການທີ່ກ່ຽວຂ້ອງ ແລະ/ຫຼື ຜູ້ຊຳນານງານດ້ານພາສີບ່ອນດ່ານພາສີສາກົນຕັ້ງຢູ່ເປັນຄະນະ.

 

ມາດຕາ 113 (ປັບປຸງ) ຂັ້ນຕອນການແກ້ໄຂການສະເໜີຄືນ

                   ຂັ້ນຕອນການແກ້ໄຂການສະເໜີຄືນ ກ່ຽວກັບ ມູນຄ້າແຈ້ງພາສີ, ເລກລະຫັດສິນຄ້າ,        ແຫຼ່ງກຳເນີດສິນຄ້າ ແລະ ອື່ນໆ ໃຫ້ປະຕິບັດດັ່ງນີ້:

1. ພາຍຫຼັງໄດ້ຮັບການສະເໜີຄືນແລ້ວ ຄະນະກໍາມະການແກ້ໄຂການສະເໜີຄືນຂັ້ນທ້ອງຖິ່ນຕ້ອງດຳເນີນການແກ້ໄຂ ແລະ ແຈ້ງຄຳຕົກລົງໃຫ້ຜູ້ສະເໜີ ພາຍໃນເວລາ ເກົ້າສິບວັນ;

                       2. ໃນກໍລະນີ ບໍ່ພໍໃຈຕໍ່ຄໍາຕົກລົງຂອງຄະນະກໍາມະການແກ້ໄຂການສະເໜີຄືນຂັ້ນ  ທ້ອງຖິ່ນນັ້ນ ຜູ້ສະເໜີມີສິດຍື່ນຄຳສະເໜີຄືນ ຕໍ່ຄະນະກຳມະການແກ້ໄຂການສະເໜີຄືນຂັ້ນສູນກາງ ພາຍ      ໃນເວລາ ສິບຫ້າວັນລັດຖະການ ນັບແຕ່ວັນໄດ້ຮັບຄຳຕົກລົງ ເປັນຕົ້ນໄປ;

3. ໃນກໍລະນີຍັງບໍ່ພໍໃຈຕໍ່ຄໍາຕົກລົງ ຂອງຄະນະກໍາມະການແກ້ໄຂການສະເໜີຄືນຂັ້ນສູນກາງນັ້ນ ຜູ້ສະເໜີ ມີສິດຍື່ນຄຳຮ້ອງຟ້ອງຕໍ່ສານປະຊາຊົນ ພາຍໃນເວລາ ສາມສິບວັນ ນັບແຕ່ວັນໄດ້ຮັບຄຳຕົກລົງດັ່ງກ່າວເປັນຕົ້ນໄປ. ຄຳຕັດສິນຂອງສານປະຊາຊົນ ໃຫ້ຖືເປັນອັນສິ້ນສຸດ ແລະ ໃຊ້ໄດ້ຢ່າງເດັດຂາດ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບການສະເໜີຄືນ ແລະ ແກ້ໄຂການ     ສະເໜີຄືນ.

 

ພາກທີ IX

ຂໍ້ມູນ ແລະ ຖານຂໍ້ມູນ ສະຖິຕິທາງພາສີ

 

ມາດຕາ 114 (ໃໝ່) ຂໍ້ມູນສະຖິຕິທາງພາສີ

ຂໍ້ມູນສະຖິຕິທາງພາສີ ແມ່ນ ຂໍ້ມູນສະຖິຕິກ່ຽວກັບ ການຄ້າ, ມູນຄ່ານຳເຂົ້າ-ສົ່ງອອກ ສິນຄ້າ, ເຄື່ອງຂອງ ຜ່ານດ່ານພາສີຊາຍແດນ ທີ່ຄຸ້ມຄອງເປັນ ສອງປະເພດ ຄື ຂໍ້ມູນທົ່ວໄປ ແລະ ຂໍ້ມູນພາຍໃນ.

                       ຂໍ້ມູນທາງພາສີ ໃຫ້ເກັບຮັກສາໄວ້ ໃນຮູບແບບເອເລັກໂຕຣນິກ ແລະ ຮູບແບບພິມ ໃນ     ໄລຍະສິບປີ.

 

ມາດຕາ 115 (ໃໝ່) ຖານຂໍ້ມູນສະຖິຕິທາງພາສີ

                   ຖານຂໍ້ມູນສະຖິຕິທາງພາສີ ແມ່ນຂໍ້ມູນທີ່ໄດ້ຈາກການເກັບກຳ, ສັງລວມ, ວິເຄາະ, ວິໄຈ    ປະເມີນ ແລະ ສະໜອງຂໍ້ມູນ ແບບເອເລັກໂຕຣນິກ ຫຼື ແບບທົ່ວໄປ ເພື່ອນຳໃຊ້ໃນວຽກງານຂອງພາສີ,        ຂະແໜງການກ່ຽວຂ້ອງ ແລະ ສັງຄົມ.

ຖານຂໍ້ມູນສະຖິຕິທາງພາສີ ປະກອບດ້ວຍ ຂໍ້ມູນສາລະບານສິນຄ້າ ແລະ ອັດຕາພາສີ, ຂໍ້ມູນທາງດ້ານລາຍຮັບ, ສະຖິຕິການຄ້າ, ການຈັດຄ່າຄວາມສ່ຽງ, ການຄວບຄຸມ ແລະ ປາບປາມ.

 

ມາດຕາ 116 (ໃໝ່) ການສ້າງລະບົບ ແລະ ຖານຂໍ້ມູນ ສະຖິຕິທາງພາສີ

                   ກົມພາສີ ເປັນຜູ້ຮັບຜິດຊອບ ຄົ້ນຄວ້າ, ສ້າງ, ພັດທະນາລະບົບຄຸ້ມຄອງ ແລະ ລະບົບ       ຖານຂໍ້ມູນສະຖິຕິທາງພາສີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

                       ລັດຖະບານພາສີແຕ່ລະຂັ້ນເປັນເຈົ້າການປະສານສົມທົບກັບ ກະຊວງ, ອົງການ ແລະ        ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອແລກປ່ຽນ ແລະ ເຊື່ອມຕໍ່ລະບົບຄຸ້ມຄອງຂໍ້ມູນພາຍໃນ ແລະ         ສາກົນ ຕາມລະບຽບການ.

 

ມາດຕາ 117 (ໃໝ່) ການເຂົ້າເຖິງ, ການເຜີຍແຜ່ ແລະ ການສະໜອງຂໍ້ມູນສະຖິຕິທາງພາສີ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນທົ່ວໄປ ທີ່ໄດ້ຮັບການເຜີຍແຜ່ຢ່າງເປັນທາງການຂອງລັດຖະການພາສີ.

                       ລັດຖະການພາສີ ຕ້ອງເຜີຍແຜ່, ສະໜອງຂໍ້ມູູນທາງພາສີ ຕາມລະບຽບການສະຖິຕິທາງ      ການຄ້າດ້ວຍຫຼາຍຮູບແບບ ໃຫ້ສັງຄົມຮັບຊາບ ຢ່າງເປັນປົກກະຕິ.

ສຳລັບຂໍ້ມູນພາຍໃນ ຕ້ອງໄດ້ຂໍອະນຸຍາດນຳລັດຖະການພາສີ ແລະ ຕ້ອງແຈ້ງຕອບຜູ້ຮ້ອງຂໍພາຍໃນເວລາ ຫ້າວັນລັດຖະການ.

                       ສ່ວນຄ່າບໍລິການໃນການສະໜອງຂໍ້ມູນ ໄດ້ກຳນົດໄວ້ໃນລະບຽບການສະເພາະ.

 

ມາດຕາ 118 (ໃໝ່) ການປ້ອງກັນຂໍ້ມູນສະຖິຕິທາງພາສີ

ລັດຖະການພາສີ ຕ້ອງສ້າງລະບົບຄຸ້ມຄອງຄວາມປອດໄພ ແລະ ປ້ອງກັນຄວາມລັບຂອງຂໍ້ມູນສະຖິຕິທາງພາສີ.

 

ພາກທີ X

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດຖະການພາສີ

ໝວດທີ 1

ການຈັດຕັ້ງຂອງລັດຖະການພາສີ

 

ມາດຕາ 119 (ປັບປຸງ) ທີ່ຕັ້ງ ແລະ ພາລະບົດບາດ

ລັດຖະການພາສີ ແມ່ນ ກົງຈັກການຈັດຕັ້ງຂອງກະຊວງການເງີນ, ມີພາລະບົດບາດ ເປັນເສນາທິການໃຫ້ລັດຖະມົນຕີກະຊວງການເງີນ ໃນການຄຸ້ມຄອງວຽກງານພາສີຕາມສາຍຕັ້ງ, ຄຸ້ມຄອງມະຫາພາກກ່ຽວກັບວຽກງານພາສີ, ກວດກາກວດການ, ເປັນອົງການສືບສວນ-ສອບສວນ, ຈັດຕັ້ງປະຕິບັດກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

 

ມາດຕາ 120 (ປັບປຸງ) ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ

                   ໂຄງປະກອບການຈັດຕັ້ງຂອງລັດຖະການພາສີ ມີ ດັ່ງນີ້:

                             1. ກົມພາສີ ແມ່ນ ການຈັດຕັ້ງທີ່ຂຶ້ນກັບກະຊວງການເງີນ, ເປັນເສນາທິການໃຫ້ກະຊວງການເງີນ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານພາສີ ໃນຂອບເຂດທົ່ວປະເທດ;

2. ພາສີປະຈໍາ ແຂວງ, ນະຄອນຫຼວງ ແມ່ນ ການຈັດຕັ້ງສາຍຕັ້ງ ທີ່ຂຶ້ນກັບກົມພາສີ ເປັນເສນາທິການໃຫ້ກົມພາສີ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງ ກ່ຽວກັບວຽກງານຄຸ້ມຄອງພາສີ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ     ຂອງລັດຖະການພາສີ.

ມາດຕາ 121 (ປັບປຸງ) ໂຄງປະກອບບຸກຄະລາກອນ

                   ໂຄງປະກອບບຸກຄະລາກອນ ຂອງລັດຖະການພາສີ ມີ ດັ່ງນີ້:

                       1. ກົມພາສີ:

  • ຫົວໜ້າກົມ, ຮອງຫົວໜ້າກົມ;
  • ຫົວໜ້າພະແນກ, ຮອງຫົວໜ້າພະແນກ;
  • ຫົວໜ້າ, ຮອງຫົວໜ້າກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນປະຈຳພາກ;
  • ຫົວໜ້າ, ຮອງຫົວໜ້າຂະແໜງ;
  • ເຈົ້າໜ້າທີ່ພາສີ;
  • ລັດຖະກອນວິຊາການ.

                             2. ພາສີປະຈໍາ ແຂວງ, ນະຄອນຫຼວງ

  • ຫົວໜ້າ, ຮອງຫົວໜ້າ ພາສີປະຈຳແຂວງ, ນະຄອນຫຼວງ;
  • ຫົວໜ້າ, ຮອງຫົວໜ້າຂະແໜງ;
  • ເຈົ້າໜ້າທີ່ພາສີ;
  • ລັດຖະກອນວິຊາການ.

                             2.1 ດ່ານພາສີຊາຍແດນ:

  • ຫົວໜ້າ, ຮອງຫົວໜ້າ ດ່ານພາສີສາກົນ;
  • ຫົວໜ້າ, ຮອງຫົວໜ້າໜ່ວຍງານ; ຫົວໜ້າ ແລະ ຮອງຫົວໜ້າດ່ານພາສີທ້ອງຖິ່ນ ແລະ ປະເພນີ;
  • ເຈົ້າໜ້າທີ່ພາສີ;
  • ລັດຖະກອນວິຊາການ.

                       ສຳລັບການກຳນົດຕຳແໜ່ງບໍລີຫານ, ການແຕ່ງຕັ້ງ, ຍົກຍ້າຍ, ການປົດຕໍາແໜ່ງ, ການ        ປະຕິບັດ ການຍ້ອງຍໍ ແລະ ມາດຕະການຕໍ່ບຸກຄະລາກອນຂອງລັດຖະການພາສີ ໃຫ້ປະຕິບັດຕາມກົດ        ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

ມາດຕາ 122 (ປັບປຸງ) ການຮັກສາຄວາມລັບ

ລັດຖະການພາສີ ຕ້ອງຮັກສາຄວາມລັບຂອງລັດ, ຄວາມລັບທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຢ່າງເຂັ້ມງວດ, ເວັ້ນເສຍແຕ່ກົດໝາຍຫາກໄດ້ກຳນົດໄວ້ເປັນຢ່າງອື່ນ.

 

ໝວດທີ 2

ເຈົ້າໜ້າທີ່ພາສີ

 

ມາດຕາ 123 (ໃໝ່) ເຈົ້າໜ້າທີ່ພາສີ

                   ເຈົ້າໜ້າທີ່ພາສີ ຕ້ອງມີມາດຕະຖານ ດັ່ງນີ້:

                   1. ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ມີຄວາມສັດຊື່ບໍລິສຸດ;

                       2. ມີປະກາສະນີຍະບັດທີ່ກ່ຽວຂ້ອງແຕ່ ຊັ້ນສູງ ຂຶ້ນໄປ, ມີຄວາມຮູ້ຄວາມສາມາດ, ຮູ້       ພາສາຕ່າງປະເທດໃດໜຶ່ງ ເປັນຕົ້ນ ພາສາອັງກິດ, ມີປະສົບການທາງດ້ານວຽກງານພາສີ ຫ້າປີ ຂຶ້ນໄປ;

                       3. ມີສະຕິຕໍ່ການຈັດຕັ້ງ ແລະ ສາມາດໄປປະຕິບັດໜ້າທີ່ ຕາມການຈັດຕັ້ງມອບໝາຍ;

                       4. ມີສຸຂະພາບດີ.

 

ມາດຕາ 125 (ປັບປຸງ) ສິດຂອງເຈົ້າໜ້າທີ່ພາສີ

                   ເຈົ້າໜ້າທີ່ພາສີ ມີ ສິດ ດັ່ງນີ້:

                   1. ດໍາເນີນການຄວບຄຸມ ແລະ ກວດກາສິນຄ້າ, ການຫຸ້ມຫໍ່, ການແກະຫໍ່, ການຄ່ຽນຖ່າຍສິນຄ້າ, ການບັນຈຸ ແລະ ການຍົກຍໍສິນຄ້າ ຂຶ້ນ,ລົງ ຢູ່ດ່ານພາສີຊາຍແດນ ແລະ ສະຖານທີ່ລັດຖະການພາສີກຳນົດ;

                       2. ເກັບຕົວຢ່າງສິນຄ້າຈາກຜູ້ແຈ້ງພາສີ ເພື່ອດໍາເນີນການວິເຄາະ, ວິໄຈ ກ່ຽວກັບສິນຄ້າ;

                       3. ໃຫ້ຜູ້ແຈ້ງພາສີ ສະໜອງຂໍ້ມູນ, ຫຼັກຖານເອກະສານ ກ່ຽວກັບທີ່ມາຂອງສິນຄ້າເພື່ອ      ຮັບປະກັນການຈັດເລກລະຫັດສິນຄ້າ, ແຫຼ່ງກຳເນີດ ແລະ ມູນຄ່າແຈ້ງພາສີ;

                       4. ໃຫ້ເຈົ້າຂອງ ຫຼື ຜູ້ຂັບຂີ່ຍານພາຫະນະ ໄປຕາມເສັ້ນທາງ, ເວລາ ແລະ ສະຖານທີ່ກໍາ     ນົດໄວ້;

                       5. ສືບສວນ-ສອບສວນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍວ່າ      ດ້ວຍການດຳເນີນຄະດີອາຍາ;

6. ຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງ ແລະ ເກັບຮັກສາຂອງກາງ ທີ່ພົວພັນກັບການກະທໍາຜິດທາງພາສີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

7. ເຂົ້າໃນສະຖານທີ່ດໍາເນີນທຸລະກິດ ແລະ ສາງ ເພື່ອກວດກາ ສິນຄ້າ, ເຄື່ອງຂອງ ພ້ອມ   ດ້ວຍເອກະສານທີ່ກ່ຽວຂ້ອງ ກ່ຽວກັບການນຳເຂົ້າ-ສົ່ງອອກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;

8. ກວດຄົ້ນເຄຫະສະຖານ, ສະຖານທີ່ອື່ນ, ຍານພາຫະນະ ແລະ ຕົວບຸກຄົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

                       9. ນໍາໃຊ້ອາວຸດ, ເຄື່ອງມື ແລະ ອຸປະກອນວິຊາສະເພາະຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ      ລະບຽບການ ໃນເວລາປະຕິບັດໜ້າທີ່ຕາມການມອບໝາຍ;

                       10. ປະສານສົມທົບຂໍຄວາມຮ່ວມມື ແລະ ຊ່ວຍເຫຼືອໃນກໍລະນີຈໍາເປັນ ນໍາອົງການ         ປົກຄອງທ້ອງຖິ່ນທຸກຂັ້ນ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະຊາຊົນ ແລະ ພາກສ່ວນທີ່  ກ່ຽວຂ້ອງ;

                       11. ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 126 (ປັບປຸງ) ໜ້າທີ່ຂອງເຈົ້າໜ້າທີ່ພາສີ

                   ເຈົ້າໜ້າທີ່ພາສີ ມີ ໜ້າທີ່ ດັ່ງນີ້:

                   1. ຈັດຕັ້ງປະຕິບັດກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ;

2. ໂຄສະນາ ເຜີຍແຜ່, ໃຫ້ຄໍາແນະນໍາແກ່ສັງຄົມໂດຍສະເພາະບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນກິດຈະການກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ;

                       3. ອໍານວຍຄວາມສະດວກ ໃນການນໍາເຂົ້າ-ສົ່ງອອກ ແລະ ການຜ່ານແດນ ດ້ວຍການ       ບໍລິການຢ່າງວ່ອງໄວ ແລະ ຍຸຕິທຳ;

4. ຈັດເກັບຄ່າພາສີ ມອບເຂົ້າງົບປະມານແຫ່ງລັດ ຢ່າງຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນກຳນົດເວລາ;

                       5. ນໍາໃຊ້ບັນດາມາດຕະການ ເພື່ອປາບປາມການລັກລອບຫຼົບຫຼີກພາສີ ແລະ ການ          ຄ້າຂາຍເຖື່ອນ;

                       6. ຮັກສາຄວາມລັບຂອງລັດ, ຄວາມລັບທາງລັດຖະການ ແລະ ຂໍ້ມູນສ່ວນຕົວຂອງ        ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກ່ຽວຂ້ອງ;

                       7. ປະສານສົບທົບກັບເຈົ້າໜ້າທີ່ ຈາກຂະແໜງການອື່ນ ທີ່ປະຈໍາຢູ່ດ່ານຊາຍແດນ;

                       8. ສະຫຼຸບ, ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ຕໍ່ການຈັດຕັ້ງທີ່ຕົນຂຶ້ນ      ກັບຢ່າງເປັນປົກກະຕິ;

                       9. ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 127 (ໃໝ່) ສິດ ແລະ ໜ້າທີ່ ຂອງອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ

                   ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ມີສິດ ແລະ ໜ້າທີ່ ດັ່ງນີ້:

                       1. ຈັດຕັ້ງປະຕິບັດວຽກງານສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ,       ການຄ້າຂາຍເຖື່ອນທຸກຮູບແບບ, ການຄວບຄຸມການເຄື່ອນຍ້າຍ, ການດຳເນີນຄະດີທາງພາສີ ແລະ ນຳໃຊ້   ມາດຕະຖານຕໍ່ຜູ້ລະເມີດກົດໝາຍ;

                       2. ຕິດຕາມ, ກວດກາ, ຄວບຄຸມ ແລະ ບັນຊາ ການປະຕິບັດວຽກງານປາບປາມການ        ລັກລອບຫຼົບຫຼີກພາສີ ໃນວົງລັດສະໝີພາສີທີ່ຕົນຮັບຜິດຊອບ;

                       3. ດໍາເນີນການກວດກາລາດຕະເວນ, ຈັດວາງກໍາລັງ, ສ້າງພື້ນຖານແຫຼ່ງຂ່າວ, ວິເຄາະ,      ວິໄຈ, ເລືອກເຟັ້ນ, ນຳໃຊ້ຫຼັກການບໍລິຫານຄວາມສ່ຽງ, ກຳນົດຮູບແບບ, ວິທີການຄວບຄຸມ, ຕິດຕາມ,         ກວດກາ, ຈັບກຸມ ແລະ ຍຶດສິນຄ້າ, ເຄື່ອງຂອງ ໃນທຸກຮູບແບບ;

4. ກວດຄົ້ນເຄຫະສະຖານ, ສະຖານທີ່ອື່ນ, ຍານພາຫະນະ ແລະ ຕົວບຸກຄົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນ ທີ່໋ກ່ຽວຂ້ອງ;

                       5. ນໍາໃຊ້ອາວຸດ, ເຄື່ອງມື ແລະ ອຸປະກອນວິຊາສະເພາະຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ      ລະບຽບການ ໃນເວລາປະຕິບັດໜ້າທີ່ຕາມການມອບໝາຍ;

6. ສ້າງບົດບັນທຶກ ຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະທີ່ນໍາໃຊ້ເຂົ້າໃນການກະທຳຜິດ, ເກັບຮັກສາຂອງກາງ ເພື່ອດຳເນີນຕາມຂັ້ນຕອນຂອງກົດໝາຍ;

                       7. ອອກຄໍາສັ່ງເປີດການສືບສວນ-ສອບສວນ, ໝາຍຮຽກ, ໝາຍເຊີນ ຫຼື ແຈ້ງເຊີນ         ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມກົດໝາຍ;

                       8. ສັງລວມຜົນການສືບສວນ-ສອບສວນ ແລະ ປະກອບສໍານວນຄະດີຍື່ຶນຈໍ່ອົງການໄອ      ຍະການປະຊາຊົນເພື່ອສັ່ງຟ້ອງສານ ຕາມກົດໝາຍ;

                       9. ປະສານສົມທົບຂໍຄວາມຮ່ວມມື ແລະ ຊ່ວຍເຫຼືອໃນກໍລະນີຈໍາເປັນ ນໍາອົງການ ປົກຄອງທ້ອງຖິ່ນທຸກຂັ້ນ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ,ປະຊາຊົນ ແລະ ພາກສ່ວນ ທີ່       ກ່ຽວຂ້ອງ;

10. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ຄັງວິຊາການ, ເງີນບໍລິຫານແຫຼ່ງຂ່າວ, ຍານພາຫະນະ, ເຄຫາສະຖານ, ວັດຖຸປະກອນ ແລະ ເຄື່ອງມືທັນສະໄໝ ເຂົ້າໃນການເຄື່ອນໄຫວວຽກງານສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ;

11. ສະຫຼຸບ, ລາຍງານຜົນການເຄື່ອນໄຫວວຽກງານສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ຕໍ່ກົມພາສີ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

                       12. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ໝວດທີ່ 3

ອານາເຂດ ແລະ ວົງລັດສະໝີ ພາສີ

 

ມາດຕາ 128 ອານາເຂດພາສີ

                   ອານາເຂດພາສີ ກວມເອົາຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ ທີ່ໄດ້ກຳນົດຂອບ      ເຂດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ. ເຈົ້າໜ້າທີ່ພາສີ ສາມາດປະຕິບັດໜ້າທີ່ຂອງຕົນນອກ         ອານາເຂດພາສີ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ຢູ່ໃນອານາເຂດພາສີ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໂດຍບໍ່ຈຳແນກເຊື້ອຊາດ ທີ່ດຳເນີນທຸລະກິດການນຳເຂົ້າ-ສົ່ງອອກ, ການຜ່ານແດນ, ການເຄື່ອນຍ້າຍ ແລະ ການເກັບຮັກສາສິນຄ້າ ຕ້ອງປະຕິບັດຕາມກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

 

ມາດຕາ 129 (ປັບປຸງ) ການເຄື່ອນໄຫວໃນວົງລັດສະໝີພາສີ

                   ການເຄື່ອນໄຫວໃນວົງລັດສະໝີພາສີ ແມ່ນ ການເຄື່ອນໄຫວໃນ ຂອບເຂດ, ບໍລິເວນ       ສຳລັບການປະຕິບັດວຽກງານສະເພາະໃນການຄວບຄຸມ ຕິດຕາມ, ກວດກາ ຂອງເຈົ້າໜ້າທີ່ພາສີ ແລະ      ລັດຖະການພາສີແຕ່ລະຂັ້ນ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບວົງລັດສະໝີພາສີ,

 

ມາດຕາ 130 ການເຄື່ອນໄຫວນອກວົງລັດສະໝີພາສີ

                   ໃນກໍລະນີ ທີ່ມີການຕິດຕາມການລັກລອບຫຼົບຫຼີກພາສີ ຢ່າງບໍ່ຂາດໄລຍະ ໂດຍມີຂໍ້ມູນ     ຫຼັກຖານໜັກແໜ້ນນັ້ນ, ເຈົ້າໜ້າທີ່ພາສີ ມີສິດປະຕິບັດໜ້າທີ່ຂອງຕົນນອກວົງລັດສະໝີພາສີ ໃນທົ່ວເຂດ      ພາສີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 128 ຂອງກົດໝາຍສະບັບນີ້.

 

ພາກທີ XI

ຄວາມຮັບຜິດຊອບຂອງອົງການລັດ ກ່ຽວກັບວຽກງານຄຸ້ມຄອງພາສີ

ມາດຕາ 131 (ໃໝ່) ຄວາມຮັບຜິດຊອບຂອງສະພາແຫ່ງຊາດ

                   ສະພາແຫ່ງຊາດ ມີຄວາມຮັບຜິດຊອບຕໍ່ວຽກງານພາສີ ດັ່ງນີ້:

                       1. ພິຈາລະນາ ຮັບຮອງເອົາ ການກໍານົດ, ການປ່ຽນແປງ, ການຍົກເລີກ, ການລົບລ້າງ,      ການຍົກເວັ້ນ ຫຼື ການຫຼຸດຜ່ອນອັດຕາພາສີ ຕາມການສະເໜີຂອງລັດຖະບານ;

                       2. ໃຫ້ສັດຕະຍາບັນຕໍ່ສົນທິສັນຍາສາກົນ ກ່ຽວກັບວຽກງານພາສີ ຕາມການສະເໜີຂອງ     ລັດຖະບານ;

                       3. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍສະບັບນີ້;

                       4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 132 (ໃໝ່) ຄວາມຮັບຜິດຊອບຂອງສະພາປະຊາຊົນຂັ້ນແຂວງ

                   ສະພາປະຊາຊົນຂັ້ນແຂວງ ມີຄວາມຮັບຜິດຊອບຕໍ່ວຽກງານພາສີ ດັ່ງນີ້:

                       1. ຄົ້ນຄວ້າ ປະກອບຄໍາເຫັນ ຕໍ່ຮ່າງກົດໝາຍ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ      ກົດໝາຍວ່າດ້ວຍພາສີ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;

                       2. ຊຸກຍູ້ ບັນດາຂະແໜງການທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ຈັດຕັ້ງປະຕິບັດການເກັບລາຍຮັບ      ເຂົ້າງົບປະມານແຫ່ງລັດ ໃນທ້ອງຖິ່ນຂອງຕົນ;

                       3. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 133 (ໃໝ່) ຄວາມຮັບຜິດຊອບຂອງລັດຖະບານ

                   ລັດຖະບານ ມີຄວາມຮັບຜິດຊອບຕໍ່ວຽກງານພາສີ ດັ່ງນີ້:

                       1. ຄົ້ນຄວ້າ ນໍາສະເໜີຕໍ່ສະພາແຫ່ງຊາດ ກ່ຽວກັບ ການກໍານົດ, ການປ່ຽນແປງ, ການ       ຍົກເລີກ, ການລົບລ້າງ, ການຍົກເວັ້ນ ຫຼື ການຫຼຸດຜ່ອນອັດຕາພາສີ;

                       2. ສະເໜີການເຂົ້າເປັນພາຄີຂອງສົນທິສັນຍາສາກົນກ່ຽວກັບວຽກງານພາສີ;

                       3. ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ;

                       4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 134 (ໃໝ່) ຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ

                   ອົງການປົກຄອງທ້ອງຖິ່ນ ມີຄວາມຮັບຜິດຊອບ ດັ່ງນີ້:

                   1. ຊີ້ນໍາ, ນໍາພາດ້ານການເມືອງ, ແນວຄິດ ຕໍ່ເຈົ້າໜ້າທີ່ພາສີ ທີ່ປະຈໍາການໃນຂອບເຂດທ້ອງຖິ່ນຂອງຕົນ ເພື່ອຍົກສູງສະຕິຄວາມເປັນເຈົ້າການໃນການປະຕິບັດກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານພາສີ;

                       2. ອໍານວຍຄວາມສະດວກ ແລະ ມີສ່ວນຮວມ ໃນການຈັດຕັ້ງໂຄສະນາ ເຜີຍແຜ່ ກົດ      ໝາຍ ແລະ ນິຕິກຳອື່ນ ກ່ຽວກັບວຽກງານພາສີໃນທ້ອງຖິ່ນຂອງຕົນ ເພື່ອຮັບຮູ້, ເຂົ້າໃຈ ເປັນເອກະພາບ         ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

                       3. ຕິດຕາມ ກວດກາ, ຊຸກຍູ້ ແລະ ໃຫ້ການຮ່ວມມື ແກ່ລັດຖະການພາສີ ໃນການ ປະຕິບັດສິດ ແລະ ໜ້າທີ່;

                       4. ມີຄວາມຮັບຜິດຊອບອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

 

ພາກທີ XII

ຂໍ້ຫ້າມ

 

ມາດຕາ 135 (ໃໝ່) ຂໍ້ຫ້າມທົ່ວໄປ

                   ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:

                       1. ປະຕິເສດການສະໜອງຂໍ້ມູນດ້ານພາສີ;

                   2. ຮ່ວມມື ກະທໍາຜິດ, ປົກປິດ ແລະ ຊຸກເຊື່ອງ ຫຼື ປົກປ້ອງ ຜູ້ກະທໍາຜິດ, ກົດໜ່ວງຖ່ວງດຶງ ຫຼື ຂັດຂວາງການຈັດຕັ້ງປະຕິບັດວຽກງານພາສີ;

                       3. ໝິ່ນປະໝາດ, ໃສ່ຮ້າຍປ້າຍສີ, ບັງຄັບນາບຂູ່, ທໍາຮ້າຍຮ່າງກາຍ ພະນັກງານ-   ລັດຖະກອນ ແລະ ເຈົ້າໜ້າທີ່ພາສີ ແລະ ຜູ້ແຈ້ງພາສີ;

                       4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

 

ມາດຕາ 136 (ປັບປຸງ) ຂໍ້ຫ້າມສຳລັບເຈົ້າໜ້າທີ່ພາສີ

                   ຫ້າມເຈົ້າໜ້າທີ່ພາສີ ມີ ພຶດຕິກຳ ດັ່ງນີ້:

                       1. ເປີດເຜີຍຄວາມລັບຂອງລັດ, ຄວາມລັບທາງລັດຖະການ ຫຼື ຂໍ້ມູນສ່ວນຕົວຂອງຜູ້        ແຈ້ງພາສີ;

2. ກົດໜ່ວງຖ່ວງດຶງ, ປອມແປງເອກະສານ, ເລິ່ນເລີ້ໃນການປະຕິບັດໜ້າທີ່, ປະລະໜ້າທີ່ ຫຼື ຂາດຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບມອບໝາຍ;

                       3. ສວຍໃຊ້ໜ້າທີ່ຕໍາແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບນາບຄູ່ ຫຼື ຮັບສິນບົນ;

                       4. ປົກປ້ອງ ຫຼື ສົມຮູ້ຮ່ວມຄິດກັບຜູ້ດໍາເນີນທຸລະກິດລະເມີດກົດໝາຍ;

                       5. ນໍາເອົາເງີນຄ່າພາສີ ທີ່ເກັບໄດ້ມານໍາໃຊ້ສ່ວນຕົວ;

                       6. ນໍາໃຊ້, ເຮັດໃຫ້ເປ່ເພ, ຕົກເຮ່ຍເສຍຫາຍ ຫຼື ຍັກຍອກເອົາຂອງກາງຄະດີທາງພາສີ;

                       7. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

 

ມາດຕາ 137 (ປັບປຸງ) ຂໍ້ຫ້າມສຳລັບຜຸ້ແຈ້ງພາສີ

                   ຫ້າມຜູ້ແຈ້ງພາສີ ມີ ພຶດຕິກຳດັ່ງນີ້:

                       1. ປອມແປງຂໍ້ມູນ, ລາຍເຊັນ, ຕາປະທັບ ແລະ ເອກະສານແຈ້ງພາສີ, ສະໜອງຂໍ້ມູນ      ແລະ ເອກະສານທີ່ບໍ່ຖືກຕ້ອງໃຫ້ເຈົ້າໜ້າທີ່ພາສີ;

2. ສົມຮູ້ຮ່ວມຄິດ ກັບເຈົ້າໜ້າທີ່ພາສີ ແລະ/ຫຼື ເຈົ້າຂອງສິນຄ້າ ບິດເບືອນຂໍ້ມູນການແຈ້ງພາສີ ແລະ ຫຼົບຫຼີກການປະຕິບັດພັນທະຢ່າງຖືກຕ້ອງ;

                       3. ໃຫ້ສິນບົນ, ຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ພາສີ;

                       4. ໝິ່ນປະໝາດ, ນາບຂູ່ ຫຼື ທໍາຮ້າຍຮ່າງກາຍຂອງເຈົ້າໜ້າທີ່ພາສີ;

                       5. ຫຼົບຫຼີກພາສີ, ຮ່ວມມືໃນການປົກປິດ ຫຼື ຊຸກຍູ້ການຫຼົບຫຼີກພາສີ ແລະ ພັນທະອື່ນ      ຂອງຜູ້ດຳເນີນທຸລະກິດ;

                       6. ດັດແກ້ ຫຼື ການດັດແປງ ຂໍ້ມູນໃບແຈ້ງພາສີ ທີ່ໄດ້ລົງທະບຽນ ໃນລະບົບແຈ້ງພາສີ       ແບບເອເລັກໂຕຣນິກແລ້ວ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ພາສີ;

                       7. ທໍາລາຍຂໍ້ມູນຫຼັກຖານ ສໍາລັບການກວດກາ ຫຼື ກວດສອບ ຂອງເຈົ້າໜ້າທີ່ພາສີ;

                       8. ເອົາບັດອະນູຍາດແຈ້ງພາສີຂອງຕົນ ໃຫ້ຜູ້ອື່ນນໍາໃຊ້;

                       9. ເປີດເຜີຍຂໍ້ມູນຄວາມລັບຂອງລູກຄ້າ ທີ່ອາດສົ່ງຜົນກະທົບຕໍ່ການດໍາເນີນທຸລະກິດ        ຂອງບໍລິສັດດັ່ງກ່າວ;

                       10. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ.

 

ພາກທີ XIII

ການກະທຳຜິດ ແລະ ການດຳເນີນຄະດີທາງພາສີ

ໝວດທີ 1

ການກະທຳຜິດທາງພາສີ

 

ມາດຕາ 138 (ປັບປຸງ) ການກະທຳຜິດທາງພາສີ

                   ການກະທຳຜິດທາງພາສີ ແມ່ນ ການກະທຳ ຫຼື ການເມີນເສີຍ ທີ່ເປັນການລະເມີດກົດ       ໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນກ່ຽວກັບພາສີ ໃນທຸກຮູບແບບ ກ່ຽວກັບການນຳເຂົ້າ-ສົ່ງ       ອອກ, ການຜ່ານແດນ, ການເຄື່ອນຍ້າຍ ແລະ ການເກັບຮັກສາສິນຄ້າ.

 

ມາດຕາ 139 (ປັບປຸງ) ສະຖານການກະທຳຜິດທາງພາສີ

ການກະທຳຜິດທາງພາສີ ໄດ້ແບ່ງເປັນສອງສະຖານະການ ຄື ການກະທຳຜິດສະຖານເບົາ ແລະ ສະຖານໜັກ.

                       1. ການກະທໍາຜິດສະຖານເບົາ ມີ ສາມລະດັບ ຄື:

                       - ລະດັບທີ ໜຶ່ງ;

                       - ລະດັບທີ ສອງ;

                       - ລະດັບ ສາມ;

                       2. ການກະທໍາຜິດສະຖານໜັກ ມີ ສອງລະດັບ ຄື:

                       - ລະດັບທີ ໜຶ່ງ;

                       - ລະດັບທີ ສອງ;

 

ມາດຕາ 140 (ປັບປຸງ) ການກະທຳຜິດສະຖານເບົາລະດັບໜຶ່ງ

                   ການກະທຳຜິດສະຖານເບົາລະດັບໜຶ່ງ ມີ ດັ່ງນີ້:

                       1. ບໍ່ນໍາເອົາ ຍານພາຫະນະນໍາເຂົ້າຊົ່ວຄາວ ເພື່ອການທ່ອງທ່ຽວອອກຄືນຕາມກໍານົດ         ເວລາ;

2. ແຈ້ງຂໍ້ມູນເປັນລາຍລະອຽດບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມຕົວຈິງ ເຊິ່ງເຮັດໃຫ້ບໍ່ມີຜົນສະທ້ອນຕໍ່ຄ່າພາສີ;

                       3. ບໍ່ສະໜອງເອກະສານ ໃຫ້ເຈົ້າໜ້າທີ່ພາສີ ຕາມການສະເໜີ;

                       4. ບໍ່ໃຫ້ຄວາມຮ່ວມມື, ສ້າງອຸປະສັກ ໃຫ້ແກ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ພາສີ;

                   5. ເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ເຂົ້າ-ອອກ ສາງ ຫຼື ຂຶ້ນ, ລົງ ຍານພາຫະນະຢູ່ໃນສາງໂດຍບໍ່ໄດ້ຮັບອະນຸຍາດ;

                       6. ເປີດການຫຸ້ມຫໍ່ ຫຼື ຫຸ້ມຫໍ່ໃໝ່ ສິນຄ້າ, ເຄື່ອງຂອງ ໂດຍບໍ່ໄດ້ຮັບອະນຸຍາດ;

                   7. ນໍາເອົາສິນຄ້າ, ເຄື່ອງຂອງ, ຍານພາຫະນະ ອອກ ຫຼື ເຂົ້າ ສປປ ລາວ ບໍ່ຖືກຕາມດ່ານທີ່ໄດ້ກຳນົດໄວ້ໃນໃບອະນຸຍາດ;

                       8. ທໍາລາຍເຄື່ອງມືທາງພາສີ ເຊັ່ນ: ການຕັດກົ່ວ, ສາຍຮັດ, ກຸນແຈເອເລັກໂຕຣນິກ,         ກຸນແຈສາງ, ເຄື່ອງຕິດຕາມຈຸດພິກັດ (Global Positioning System-GPS);

                       9. ເຄື່ອນຍ້າຍ ສິນຄ້າ, ເຄື່ອງຂອງ ໂດຍບໍ່ມີເອກະສານເຄື່ອນຍ້າຍທີ່ຖືກຕ້ອງ ແລະ ຄົບ     ຖ້ວນຕາມລະບຽບການ;

10. ບໍ່ຕິດເຄື່ອງໝາຍ, ເລກໝາຍກໍາກັບຫີບຫໍ່ ຫຼື ພາຊະນະບັນຈຸສິນຄ້າ, ບໍ່ຕິດສະຫຼາກ    ເປັນພາສາລາວ, ບໍ່ຕິດສະແຕັມພາສີ, ໂຮມເອົາຫຼາຍຊະນິດສິນຄ້າ ທີ່ແຕກຕ່າງກັນເຂົ້າໃນຫີບຫໍ່ດຽວ;

11. ເຄື່ອນຍ້າຍ, ຂົນສົ່ງສິນຄ້າ, ເຄື່ອງຂອງ ບໍ່ໄປຕາມເສັ້ນທາງທີ່ລັດຖະການພາສີ ກໍານົດ ຫຼື ມີການຄ່ຽນຖ່າຍສິນຄ້າ, ເຄື່ອງຂອງ ຕາມເສັ້ນທາງໂດຍບໍ່ໄດ້ຮັບອະນຸຍາດ;

12. ບໍ່ນໍາເອົາ ຍານພາຫະນະ ແລະ ກົນຈັກ ທີ່ນໍາເຂົ້າໃນລະບອບຊົ່ວຄາວ ອອກຄືນຕາມກຳນົດເວລາ;

                       13. ພາຫະນະທີ່ບໍ່ໄດ້ດັດແປງ, ເສີມແຕ່ງ ທີ່ນໍາໃຊ້ເຂົ້າໃນການກະທໍາຜິດທາງພາສີ ເພື່ອ    ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ພາສີ.

 

ມາດຕາ 141 (ປັບປຸງ) ການກະທຳຜິດສະຖານເບົາລະດັບທີສອງ

                   ການກະທຳຜິດສະຖານເບົາລະດັບທີສອງ ມີ ດັ່ງນີ້:

                       1. ແຈ້ງຂໍ້ມູນບໍ່ຖືກຕ້ອງ ຊື່ງເຮັດໃຫ້ມີຜົນສະທ້ອນຕໍ່ຄ່າພາສີ ເຊັ່ນ: ເລກລະຫັດສິນຄ້າ,     ແຫຼ່ງກຳເນີດສິນຄ້າ, ອັດຕາພາສີ, ມູນຄ່າແຈ້ງພາສີ;

2. ແຈ້ງຫີບຫໍ່ສິນຄ້າ, ເຄື່ອງຂອງ ບໍ່ຖືກຕາມຈໍານວນຕົວຈິງ ຫຼື ການແຈ້ງຫຼາຍຫົວໜ່ວຍ ຫຼາຍຊະນິດສິນຄ້າ ເປັນຫົວໜ່ວຍ ຫຼື ຊະນິດດຽວ ເພື່ອຫຼົບຫຼີກຄ່າພາສີ;

3. ແຈ້ງຫີບຫໍ່ສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນລະບອບງົດເກັບ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ ບໍ່ຖືກຕາມຈຳນວນຕົວຈິງ;

4. ຫຼຸດ ຫຼື ເພີ່ມຈໍານວນສິນຄ້າ, ເຄື່ອງຂອງ ແລະ ບໍ່ແຈ້ງຈໍານວນສິນຄ້າ, ເຄື່ອງຂອງ ທີ່ຢູ່ໃນລະບົບສາງ;

5. ລະເມີດລະບຽບການນໍາເຂົ້າ-ສົ່ງອອກ, ການເຄື່ອນຍ້າຍ ແລະ ການຜ່ານແດນສິນຄ້າ, ເຄື່ອງຂອງ;

                       6. ນໍາໃຊ້ຍານພາຫະນະ, ສິນຄ້າ, ເຄື່ອງຂອງ ທີ່ນໍາເຂົ້າໃນລະບອບ ຊົ່ວຄາວ, ງົດເກັບ,      ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ ໂດຍບໍ່ຖືກຕ້ອງຕາມເປົ້າໝາຍ.

                       ສິນຄ້າ, ເຄື່ອງຂອງ ພ້ອມທັງວັດຖຸສິ່ງຂອງ ແລະ ພາຫະນະ ທີ່ນຳໃຊ້ເຂົ້າໃນການກະທຳ     ຜິດຊື່ງບໍ່ແມ່ນປະເພດຄວບຄຸມ ຫຼື ເກືອດຫ້າມ ທີ່ຖືກຍຶດໄວ້ນັ້ນ ໃຫ້ສົ່ງຄືນແກ່ເຈົ້າຂອງ ພາຍຫຼັງໄດ້ຊໍາລະ    ຄ່າພາສີ, ຄ່າປັບໃໝ ຢ່າງຄົບຖ້ວນ.

 

ມາດຕາ 142 (ປັບປຸງ) ການກະທຳຜິດສະຖານເບົາລະດັບທີສາມ

                   ການກະທຳຜິດສະຖານເບົາລະດັບທີສາມ ມີ ດັ່ງນີ້:

                   1. ນໍາເອົາຍານພາຫະນະ ຂົນສົ່ງ ທາງນໍ້າ, ທາງອາກາດ ທີ່ຂົນສົ່ງ ສິນຄ້າ, ເຄື່ອງຂອງ ເຂົ້າທຽບທ່າເຮືອ, ຈອດ ຫຼື ຄ່ຽນຖ່າຍສິນຄ້າ ຢູ່ສະຖານທີ່ໃດໜຶ່ງ ທີ່ບໍ່ມີດ່ານພາສີ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ພາສີ;

                       2. ນໍາເອົາ ສິນຄ້າ, ເຄື່ອງຂອງ ທີ່ບໍ່ແມ່ນປະເພດຄວບຄຸມ ຫຼື ເກືອດຫ້າມ ເຂົ້າ ຫຼື ອອກ     ສປປ ລາວ ໂດຍບໍ່ຜ່ານດ່ານພາສີຊາຍແດນ ແລະ ບໍ່ໄດ້ແຈ້ງາພາສີເປັນລາຍລະອຽດ;

                       3. ເຊື່ອງອໍາປິດບັງສິນຄ້າ, ເຄື່ອງຂອງ ໂດຍນໍາໃຊ້ຍານພາຫະນະ ຫຼື ວັດຖຸສິ່ງຂອງ ເພື່ອ     ລັກລອບຫຼົບຫຼີກພາສີ ໂດຍເຈດຕະນາ;

                       4. ເກັບມ້ຽນ ຫຼື ມີໄວ້ໃນຄອບຄອງສິນຄ້າ ໂດຍບໍ່ມີເອກະສານແຈ້ງພາສີເປັນລາຍ ລະອຽດ.

ສິນຄ້າ, ເຄື່ອງຂອງ ພ້ອມທັງວັດຖຸສິ່ງຂອງ ແລະ ພາຫະນະ ທີ່ນຳໃຊ້ເຂົ້າໃນການກະທຳຜິດ ຊື່ງບໍ່ແມ່ນປະເພດຄວບຄຸມ ຫຼື ເກືອດຫ້າມ ທີ່ຖືກຍຶດໄວ້ນັ້ນ ໃຫ້ສົ່ງຄືນແກ່ເຈົ້າຂອງ ພາຍຫຼັງໄດ້ຊໍາລະຄ່າພາສີ ແລະ ຄ່າປັບໃໝ ຢ່າງຄົບຖ້ວນ.

 

ມາດຕາ 143 (ປັບປຸງ) ການກະທຳຜິດສະຖານໜັກລະດັບໜຶ່ງ

                   ການກະທຳຜິດສະຖານໜັກລະດັບໜຶ່ງ ມີ ດັ່ງນີ້:

                       1. ນໍາເຂົ້າ-ສົ່ງອອກ, ເຄື່ອນຍ້າຍ, ມີໄວ້ໃນຄອບຄອງ ສິນຄ້າ, ເຄື່ອງຂອງ ປະເພດຄວບ     ຄຸມໂດຍບໍ່ມີການແຈ້ງພາສີເປັນລາຍລະອຽດ ຫຼື ບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງ ຈະຕົກ   ເປັນຂອງລັດຕາມກົດໝາຍ;

2. ນໍາເອົາເງີນສົດ, ວັດຖຸມີຄ່າ ແລະ ເຄື່ອງມືທາງດ້ານການເງີນ ເຂົ້າ-ອອກ ສປປ ລາວ ທີ່ມີມູນຄ່າເກີນລະບຽບການກຳນົດ ໂດຍບໍ່ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ຫຼື ບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຈະຖືກຍຶດຕາມກົດໝາຍ.

 

ມາດຕາ 144 (ປັບປຸງ) ການກະທຳຜິດສະຖານໜັກລະດັບທີສອງ

ການກະທຳຜິດສະຖານໜັກລະດັບທີສອງ ແມ່ນ ການກະທຳຜິດສະຖານໜັກລະດັບທີໜຶ່ງ ທີ່ໄດ້ມີການລະເມີດເທື່ອທີສາມຂຶ້ນໄປ, ການລັກລອບຫຼົບຫຼີກພາສີໃນທຸກຮູບແບບ ທີ່ມີຄ່າພາສີ ແຕ່ 100.000.000 (ໜຶ່ງຮ້ອຍລ້ານ) ກີບ ຂຶ້ນໄປ, ການລະເມີດສິດຕໍ່ຊັບສິນທາງປັນຍາ ແລະ ການປອມແປງເອກະສານທາງພາສີ, ລາຍເຊັນ, ຕາປະທັບ.

                       ການກະທຳຜິດສະຖານໜັກລະດັບທີສອງນີ້ ເປັນການກະທຳຜິດທາງອາຍາ ຊື່ງຈະຖືກ       ດຳເນີນຄະດີ ແລະ ລົງໂທດຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ ແລະ ກົດໝາຍທີ່ກ່ຽວຂ້ອງ.

 

ມາດຕາ 145 (ປັບປຸງ) ການກະທຳຜິດ ກ່ຽວກັບສິນຄ້າ, ເຄື່ອງຂອງປະເພດເກືອດຫ້າມ

ເມື່ອເຈົ້າໜ້າທີ່ພາສີ ກວດພົບເຫັນສິນຄ້າ, ເຄື່ອງຂອງ ປະເພດເກືອດຫ້າມ ກໍມີສິດຍຶດ ຫຼື ອາຍັດ ສິນຄ້າ, ເຄື່ອງຂອງ ລວມທັງຍານພາຫະນະທີ່ນຳໃຊ້ເຂົ້າໃນການກະທຳຜິດດັ່ງກ່າວ ພ້ອມ   ທັງກັກຕົວ        ແລະ ເຮັດບົດບັນທຶກ ແລ້ວສົ່ງຜູ້ຖືກຫາ ພ້ອມທັງຂອງກາງໃຫ້ອົງການໄອຍະການ      ປະຊາຊົນ ເພື່ອດຳເນີນຄະດີຕາມກົດໝາຍ.

 

ມາດຕາ 146 ການຄອບຄອງສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະຂົນສົ່ງ

                   ບຸກຄົນໃດຫາກມີສິນຄ້າ, ເຄື່ອງຂອງທີ່ຜິດກົດໝາຍ ຫຼື ມີຍານພາຫະນະຂົນສົ່ງ ຊຶ່ງ ບັນທຸກ ສິນຄ້າ, ເຄື່ອງຂອງດັ່ງກ່າວ ຢູ່ໃນການຄອບຄອງຂອງຕົນ ຈະຖືວ່າເປັນຜຸ້ຮັບຜິດຊອບຕໍ່ສິນຄ້າ,       ເຄື່ອງຂອງ ແລະ ຍານພາຫະນະນັ້ນ.

                       ຜູ້ຂັບຂີ່ຍານພາຫະນະຂົນສົ່ງທຸກປະເພດ ຈະມີຄວາມຮັບຜິດຊອບທາງພາສີ ແລະ ທາງ      ອາຍາ ກໍຕໍ່ເມື່ອການລະເມີດນັ້ນ ຫາກເກີດຈາກການກະທຳຂອງຜູ້ກ່ຽວເອງ.

 

ໝວດທີ 2

ການດຳເນີນຄະດີທາງພາສີ

ມາດຕາ 147 ບົດບັນທຶກການຍຶດ ສິນຄ້າ, ເຄື່ອງຂອງ

ເມື່ອພົບເຫັນການລະເມີດກົດໝາຍສະບັບນີ້ ເຈົ້າໜ້າທີ່ພາສີ ມີສິດຍຶດສິນຄ້າ, ເຄື່ອງຂອງຍານພາຫະນະ ທີ່ນຳໃຊ້ເຂົ້າໃນການກະທຳຜິດພ້ອມທັງເອກະສານທີ່ກ່ຽວຂ້ອງ ເພື່ອເປັນຫຼັກຖານການດໍາເນີນຄະດີ.

ການເຮັດບົດບັນທຶກການຍຶດ ສິນຄ້າ, ເຄື່ອງຂອງ ຕ້ອງດຳເນີນໃນທັນທີ ໂດຍມີເຈົ້າໜ້າທີ່ພາສີ ຢ່າງໜ້ອຍສອງຄົນ.

ບົດບັນທຶກການຍຶດ ສິນຄ້າ, ເຄື່ອງຂອງ ຕ້ອງເຮັດຊ້ອງໜ້າຜູ້ຖືກຫາ ແລະ ມອບໃຫ້ຜູ້ຖືກຫາອ່ານ, ໃນກໍລະນີທີ່ຜູ້ຖືກຫາບໍ່ສາມາດອ່ານໄດ້ ແມ່ນມອບໃຫ້ບຸກຄົນທີສາມອ່ານໃຫ້ຟັງແລ້ວ ຜູ້ຖືກຫາຕ້ອງລົງລາຍເຊັນ ຫຼື ແປະໂປ້ມືໃສ່ບົດບັນທຶກນັ້ນ.

                       ໃນກໍລະນີທີ່ຜູ້ຖືກຫາບໍ່ຍອມເຊັນ ຫຼື ແປະໂປ້ມືໃສ່ບົດບັນທຶກ ແມ່ນໃຫ້ໝາຍເຫດໄວ້.     ບົດບັນທຶກໃຫ້ເຮັດເປັນສາມສະບັບ, ໜຶ່ງສະບັບປະກອບເຂົ້າສຳນວນຄະດີ, ໜຶ່ງສະບັບມອບໃຫ້ຜຸ້ຖືກຫາ     ແລະ ອີກໜຶ່ງສະບັບເກັບໄວ້ສຳເນົາ.

ໃນກໍລະນີບໍ່ພົບເຫັນຜູ້ຖືກຫານັ້ນພາຍຫຼັງເຮັດບົດບັນທຶກແລ້ວ ເຈົ້າໜ້າທີ່ພາສີຕ້ອງແຈ້ງ ຫຼື ປະກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີ ຫຼື ຕາມສື່ຕ່າງໆ ພາຍໃນເວລາ ສີ່ສິບແປດຊົ່ວໂມງ ເພື່ອໃຫ້ຜູ້ເປັນເຈົ້າ ຂອງມາພົວພັນພາຍໃນເວລາ ຊາວເອັດວັນ ນັບແຕ່ວັນໄດ້ແຈ້ງ ຫຼື ປະກາດເປັນຕົ້ນໄປ. ຖ້າກາຍເວລາດັ່ງກ່າວ ສິນຄ້າ, ເຄື່ອງຂອງຈະຕົກເປັນຂອງລັດ ດ້ວຍການຕົກລົງຂອງລັດຖະມົນຕິກະຊວງການເງີນ, ຖ້າເປັນສິນຄ້າຄວບຄຸມ ຫຼື ສິນຄ້າເກືອດຫ້າມ ກໍຈະຖືກດຳເນີນຄະດີຕາມກົດໝາຍ.

 

ມາດຕາ 148 ການເອົາຄຳໃຫ້ການ

                   ພາຍຫຼັງເຮັດບົດບັນທຶກການຍຶດ, ການອາຍັດສິນຄ້າ, ເຄື່ອງຂອງແລ້ວ ເຈົ້າໜ້າທີ່ພາສີ       ຕ້ອງເອົາຄໍາໃຫ້ການຈາກຜູ້ຖືກຫາແລ້ວເຮັດບົດບັນທຶກຄຳໃຫ້ການດັ່ງກ່າວ.

                       ໃນການເອົາຄຳໃຫ້ການ ໃຫ້ປະຕິບັດ ດັ່ງນີ້:

                   1. ການເອົາຄໍາໃຫ້ການ ຕ້ອງດໍາເນີນເນີນໃນທັນທີ ເມື່ອມີການຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງແລ້ວ. ໃນກໍລະນີທີ່ບໍ່ສາມາດເອົາຄຳໃຫ້ການໄດ້ໃນທັນໃດນັ້ນ ຕ້ອງເຮັດບົດບັນທຶກພ້ອມດ້ວຍເຫດຜົນ;

                       2. ກ່ອນເອົາຄໍາໃຫ້ການ, ເຈົ້າໜ້າທີ່ພາສີຕ້ອງແຈ້ງຂໍ້ກ່າວຫາ ພ້ອມທັງອະທິບາຍສິດ         ແລະ ພັນທະຂອງຜູ້ຖືກຫາ, ໃນເວລາເອົາຄຳໃຫ້ການນັ້ນ ຕ້ອງມີເຈົ້າໜ້າທີ່ພາສີຢ່າງໜ້ອຍສອງຄົນ;

                       3. ການເອົາຄໍາໃຫ້ການຕ້ອງດໍາເນີນໃນສະຖານທີ່ ຊື່ງລັດຖະການພາສີ ກໍານົດ;

                   4. ເມື່ອເອົາຄໍາໃຫ້ການສິ້ນສຸດແລ້ວມອບໃຫ້ຜູ້ໃຫ້ການອ່ານເນື້ອໃນຂອງບົດບັນທຶກ, ໃນກໍລະນີຜູ້ໃຫ້ການບໍ່ສາມາດອ່ານໄດ້ ກໍມອບໃຫ້ບຸກຄົນທີສາມ ຫຼື ຜູ້ບັນທຶກອ່ານ ແລ້ວຜູ້ໃຫ້ການລົງລາຍເຊັນ ແລະ ແປະໂປ້ມື. ໃນກໍລະນີມີບາງຂໍ້ມູນໄດ້ຖືກດັດແປງ ຜູ້ໃຫ້ການຕ້ອງລົງລາຍເຊັນຢັ້ງຢືນ ແລະ ແປະໂປ້ມືໄວ້ຕໍ່ໜ້າແຖວບ່ອນມີການດັດແປງ;

                       5. ໃນກໍລະນີຜູ້ໃຫ້ການບໍ່ຍອມລົງລາຍເຊັນ ຫຼື ບໍ່ຍອມແປະໂປ້ມື ເຈົ້າໜ້າທີ່ພາສີຜູ້ ສືບສວນ-ສອບສວນ ຕ້ອງໝາຍເຫດໄວ້ໃນຕອນທ້າຍຂອງບົດບັນທຶກ;

                       6. ໃນເວລາເອົາຄໍາໃຫ້ການຂອງຜູ້ຖືກຫາ ຫຼື ບຸກຄົນທີ່ເຂົ້າຮ່ວມໃນຄະດີ ບໍ່ໃຫ້ເຈົ້າໜ້າ     ທີ່ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ ຫຼື ນຳໃຊ້ມາດຕະການອື່ນ ທີ່ບໍ່ຖືກຕ້ອງຕາມບະບຽບກົດໝາຍ;

                       7. ບົດບັນທຶກຄໍາໃຫ້ການຕ້ອງເຮັດເປັນສາມສະບັບ, ໜຶ່ງສະບັບປະກອບເຂົ້າສໍານວນ        ຄະດີ, ໜຶ່ງສະບັບມອບໃຫ້ຜູ້ຖືກຫາ ແລະ ອີກໜຶ່ງສະບັບເກັບໄວ້ສຳເນົາຂອງເຈົ້າໜ້າທີ່ພາສີ.

 

ມາດຕາ 149 (ປັບປຸງ) ການຮັກສາຂອງກາງ

                   ສິນຄ້າ, ເຄື່ອງຂອງ ແລະ ຍານພາຫະນະຂົນສົ່ງທີ່ຖືກຍືດເປັນຂອງກາງ ໃຫ້ເຈົ້າໜ້າທີ່        ພາສີເປັນຜູ້ປັກປັກຮັກສາໄວ້, ບໍ່ໃຫ້ນຳໃຊ້, ບໍ່ໃຫ້ເຮັດເປ່ເພ, ຕົກເຮ່ຍເສຍຫາຍ ແລະ ບໍ່ໃຫ້ຍັດຍອກ. ໃນ     ກໍລະນີມີການເປ່ເພ, ເສຍຫາຍ ເຈົ້າໜ້າທີ່ພາສີທີ່ກ່ຽວຂ້ອງ ຕ້ອງຮັບຜິດຊອບຕາມກົດໝາຍ.

                       ສຳລັບສິນຄ້າ, ເຄື່ອງຂອງ ທີ່ເສື່ອມຄຸນນະພາບໄວ ຫຼື ບໍ່ເໝາະສົມໃນການຮັກສາໄວ້ຈົນ     ກວ່າການດຳເນີນຄະດີຈະສິ້ນສຸດ.

 

ມາດຕາ 150 (ປັບປຸງ) ການສົມຍອມຄະດີ

                   ເຈົ້າໜ້າທີ່ພາສີ ສາມາດດຳເນີນການແກ້ໄຂຄະດີທາງພາສີ ຕາມການສົມຍອມ ຂອງຜູ້        ກະທຳຜິດ ທີ່ບໍ່ເປັນການກະທຳຜິດທາງອາຍາ.

ນັບແຕ່ວັນລົງລາຍເຊັນ ແລະ ແປະໂປ້ມືລົງໃນບົດບັນທຶກ ຜູ້ກະທຳຜິດຕ້ອງມາສົມຍອມ ຄະດີກັບລັດຖະການພາສີພາຍໃນເວລາ ເຈັດວັນລັດຖະການ, ຖ້າກາຍເວລາດັ່ງກ່າວ ເຈົ້າໜ້າທີ່ພາສີ ຕ້ອງ ແຈ້ງ ຫຼື ປະກາດໄວ້ຢູ່ຕໍ່ໜ້າຫ້ອງການພາສີ ຫຼື ຕາມສື່ຕ່າງໆ ເພື່ອໃຫ້ຜູ້ກະທຳຜິດມາພົວພັນ ພາຍໃນເວລາ ຊາວເອັດວັນ ນັບແຕ່ວັນໄດ້ແຈ້ງ ຫຼື ປະກາດ ເປັນຕົ້ນໄປ. ຖ້າກາຍເວລາດັ່ງກ່າວສິນຄ້າ, ເຄື່ອງຂອງ ຈະຕົກ ເປັນຂອງລັດ ດ້ວຍການຕົກລົງຂອງລັດຖະມົນຕີກະຊວງການເງີນ, ຖ້າເປັນສິນຄ້າຄວບຄຸມ ຫຼື ສິນຄ້າເກືອດຫ້າມ ກໍຈະຖືກດຳເນີນຄະດີຕາມກົດໝາຍ.

                       ໃນກໍລະນີຜູ້ທີ່ກະທຳຜິດ ຫາກສົມຍອມຄະດີຕາມບົດບັນທຶກການກະທຳຜິດແລ້ວ ເຈົ້າ     ໜ້າທີ່ພາສີຕ້ອງເຮັດບົດບັນທຶກການສົມຍອມຄະດີ ແລ້ວໃຫ້ຜູ້ກະທຳຜິດຊໍາລະຄ່າພາສີ ພ້ອມທັງຄ່າປັບ

ໃໝທັນທີ.

ໃນກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ສາມາດຊຳລະໄດ້ທັນທີນັ້ນ ຜູ້ກ່ຽວຕ້ອງຊຳລະ ຢ່າງຊ້າບໍ່ໃຫ້ກາຍ ສິບຫ້າວັນ ນັບແຕ່ວັນເຮັດບົດບັນທຶການສົມຍອມຄະດີເປັນຕົ້ນໄປ. ພາຍຫຼັງໄດ້ຊຳລະແລ້ວ ສິນຄ້າ, ເຄື່ອງຂອງທີ່ບໍ່ແມ່ນປະເພດຄວບຄຸມ ແລະ ເກືອດຫ້າມ ພ້ອມດ້ວຍຍານພາຫະນະຂົນສົ່ງ ແລະ ວັດຖຸສິ່ງຂອງທີ່ນຳໃຊ້ການກະທຳຜິດນັ້ນ ໃຫ້ສົ່ງຄືນແກ່ເຈົ້າຂອງ.

 

ມາດຕາ 151 ການກວດຄົ້ນຍານພາຫະນະ ແລະ ຕົວບຸກຄົນ

                   ການກວດຄົ້ນຍານພາຫະນະ ແມ່ນ ການກວດຄົ້ນລົດ ທຸກປະເພດ, ເຮືອ, ແພ, ກຳປັ່ນ,     ຍົນ, ລົດໄຟ ຫຼື ຍານພາຫະນະອື່ນ ທີ່ມີຂໍ້ມຸນໜັກແໜ້ນ ຫຼື ເຫັນສິ່ງມີພິລຸດ ທີ່ບົ່ງບອກວ່າມີການ       ຊຸກເຊື່ອງສິນຄ້າ, ເຄື່ອງຂອງລັກລອບຫຼົບຫຼີກພາສີ ຈະດຳເນີນໃນເວລາໃດກໍໄດ້ແຕ່ຕ້ອງໃຫ້ຊ້ອງໜ້າເຈົ້າ       ຂອງພະຍານພາຫະນະ ຫຼື ຜູ້ຂັບຂີ່ຍານພາຫະນະ.

                       ການກວດຄົ້ນຕົວບຸກຄົນ ຕ້ອງໄດ້ດຳເນີນໃນສະຖານທີ່ເໝາະສົມ ແລະ ຕ້ອງແມ່ນເຈົ້າ      ໜ້າທີ່ເພດດຽວກັນກັບຜູ້ຖືກກວດຄືນ.

 

ມາດຕາ 152 ການກວດຄົ້ນເຄຫະສະຖານ

                   ການກວດຄົ້ນເຄຫະສະຖານ ຕ້ອງປະຕິບັດ ດັ່ງນີ້:

                       1. ຂໍຄໍາສັ່ງກວດຄົ້ນເປັນລາຍລັກອັກສອນ ນໍາອົງການໄອຍະການປະຊາຊົນ ຫຼື ສານ        ປະຊາຊົນ, ເວັ້ນເສຍແຕ່ໃນກໍລະນີທີ່ເຈົ້າໜ້າທີ່ພາສີ ໄດ້ໄລ່ຕິດຕາມຜູ້ລັກລອບຫຼົບຫຼີກພາສີ ຢ່າງບໍ່ຂາດ ໄລຍະ ຫຼື ມີການກະທຳຜິດເຊິ່ງໜ້າ ແລະ ຮີບດ່ວນ ແຕ່ຕ້ອງລາຍງານໃຫ້ອົງການໄອຍະກາານປະຊາຊົນ ຫຼື     ສານປະຊາຊົນຮັບຊາບພາຍໃນເວລາ ສີ່ສິບແປດຊົ່ວໂມງ ພາຍຫຼັງການກວດຄົ້ນສິ້ນສຸດ;

                       2. ກ່ອນ ແລະ ຫຼັງການກວດຄົ້ນ ເຈົ້າໜ້າທີ່ພາສີ ແລະ ຜູ້ເຂົ້າຮ່ວມຕ້ອງສະແດງຄວາມ      ບໍລິສຸດຂອງຕົນຕໍ່ເຈົ້າຂອງເຄຫະສະຖານທີ່ຖືກກວດຄົ້ນ;

                       3. ເຮັດຊ້ອງໜ້າເຈົ້າຂອງເຄຫະສະຖານ, ພະຍານຢ່າງໜ້ອຍສອງຄົນ ແລະ ຜູ້ຕາງໜ້າ       ອົງການປົກຄອງທ້ອງຖິ່ນ. ສຳລັບການກວດຄົົ້ນ ບໍລິສັດ, ສຳນັກງານ, ອົງການນັ້ນ ຕ້ອງເຮັດຊ້ອງໜ້າຜູ້ຕ່າງ       ໜ້າສະຖານທີ່ ຫຼື ອົງການດັ່ງກ່າວ;

4. ເມື່ອໄດ້ກວດຄົ້ນສິ້ນສຸດແລ້ວ ຕ້ອງເຮັດບົດບັນທຶກຜົນການກວດຄົ້ນ ແລະ ອ່ານຊ້ອງໜ້າຜູ້ເຂົ້າຮ່ວມໃນການກວດຄົ້ນແລ້ວພ້ອມກັນລົງລາຍເຊັນ ແລະ ແປະໂປ້ມືໄວ້ເປັນຫຼັກຖານ, ບົດບັນທຶກ     ຜົນການກວດຄົ້ນເຮັດເປັນສີ່ສະບັບ ໜຶ່ງສະບັບປະກອບເຂົ້າສຳນວນຄະດີ, ໜຶ່ງສະບັບມອບໃຫ້ເຈົ້າຂອງ        ເຄຫະສະຖານທີ່ຖືກກວດຄົ້ນ, ໜຶ່ງສະບັບມອບໃຫ້ອົງການປົກຄອງທ້ອງຖິ່ນ ແລະ ອີກໜຶ່ງສະບັບເກັບໄວ້ ສຳເນົາຂອງເຈົ້າໜ້າທີ່ພາສີ.

 

ໝວດທີ 3

ການແກ້ໄຂຄະດີທາງພາສີ

 

ມາດຕາ 153 (ປັບປຸງ) ການແກ້ໄຂຄະດີທາງພາສີ

ຄະດີທາງພາສີທີ່ ສິນຄ້າ, ເຄື່ອງຂອງຕົກເປັນຂອງລັດ ຫຼື ມີການສົມຍອມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 147 ແລະ 150 ຂອງກົດໝາຍສະບັບນີ້ ຖືວ່າເປັນການສິ້ນສູດການແກ້ໄຂຄະດີທາງພາສີ ເວັ້ນເສຍແຕ່ເປັນການກະທຳຜິດທາງອາຍາ.

ສຳລັບການຈັດຕັ້ງຂັ້ນຕ່າງໆ, ພະນັກງານ, ທະຫານ ແລະ ຕຳຫຼວດ ຫາກໄດ້ຈັບກຸມ, ຍຶດສິນຄ້າ, ເຄື່ອງຂອງ ທີ່ລັກລອບຫຼົບຫຼີກພາສີ ໃນກໍລະນີເຊິ່ງໜ້າ ຫຼື ຮີບດ່ວນ ຕ້ອງມອບຄະດີພ້ອມດ້ວຍຂອງກາງ ແລະ ຂໍ້ມູນຫຼັກຖານທີ່ກ່ຽວຂ້ອງ ໃຫ້ເຈົ້າໜ້າທີ່ພາສີ ບ່ອນໃກ້ສຸດໃນທັນທີ ເພື່ອດຳເນີນການແກ້  ໄຂ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

 

ມາດຕາ 154 (ປັບປຸງ) ຄ່າປັບໃໝ ແລະ ຂາຍເຄື່ອງຮິບ

ພາຍຫຼັງທີ່ໄດ້ດຳເນີນຄະດີທາງພາສີສິ້ນສຸດແລ້ວ ເງີນຄ່າປັບໃໝ ແລະ ເງີນຂາຍເຄື່ອງຮິບຕ້ອງມອບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ, ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

 

ມາດຕາ 155 ພັນທະໃນການມີສ່ວນຮ່ວມ

ໃນເວລາປະຕິບັດໜ້າທີ່ສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ຂອງເຈົ້າໜ້າທີ່ພາສີ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ມີພັນທະໃນການຮ່ວມ ແລະ ໃຫ້ຄວາມຮ່ວມມື.

 

ໝວດທີ 4

ການສັ່ງຟ້ອງຂຶ້ນສານ

 

ມາດຕາ 156 ຄະດີທາງພາສີທີ່ສັ່ງຟ້ອງຂຶ້ນສານ

                   ຄະດີທາງພາສີທີ່ສັ່ງຟ້ອງຂຶ້ນສານ ມີ ດັ່ງນີ້:

                       1. ບໍ່ມີການຕົກລົງສົມຍອມເສຍຄ່າພາສີ ພ້ອມທັງຄ່າປັບໃໝ;

                       2. ບໍ່ປະຕິບັດຕາມບົດບັນທຶກການສົມຍອມຄະດີ;

                       3. ການຍຶດສິນຄ້າເກືອດຫ້າມ;

                       4. ບໍ່ປະຕິບັດຕາມສັນຍາຄໍ້າປະກັນ;

                   5. ການລັກລອບຫຼົບຫຼີກພາສີໃນທຸກຮູບແບບ ທີ່ມີຄ່າພາສີ ແລະ ຄ່າອື່ນ ແຕ່ 100.000.000 (ໜຶ່ງຮ້ອຍລ້ານ) ກີບ ຂຶ້ນໄປ;

                       6. ການກະທໍາຜິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 157 ການປະກອບສຳນວນຄະດີ

ລັດຖະການພາສີ ຕ້ອງປະກອບສຳນວນຄະດີຍື່ນຕໍ່ອົງການໄອຍະການປະຊາຊົນ ຫຼື ສານປະຊາຊົນທີ່ມີສິດອຳນາດ ເພື່ອດຳເນີນຄະດີຕາມກົດໝາຍ.

                       ສຳນວນຄະດີປະກອບດ້ວຍ ຄຳຮ້ອງ, ບົດບັນທຶກການຍຶດ ຫຼື ອາຍັດ, ຄຳສັ່ງເປີດການ       ສືບສວນ-ສອບສວນ, ບົດບັນທຶກການສືບສວນ-ສອບສວນ ແລະ ເອກະສານອື່ນ ທີ່ຈຳເປັນ.

                       ເນື້ອໃນຄຳຮ້ອງ ຕ້ອງບົ່ງບອກການກະທຳຜີດຂອງຜູ້ລະເມີດໂດຍສັງເຂບ, ຂໍ້ກ່າວຫາ,        ມາດຕາກົດໝາຍທີ່ລະເມີດ, ຈຸດປະສົງ ແລະ ເນື້ອໃນຂອງການຮ້ອງຟ້ອງ.

ການຮ້ອງຟ້ອງ ຕ້ອງສອດຄ່ອງກັບກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ຫຼື ກົດ

ໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

 

ມາດຕາ 158 (ປັບປຸງ) ການເປີດການສືບສວນ-ສອບສວນ

ລັັດຖະການພາສີ ຈະດຳເນີນການເປີດການສືບສວນ-ສອບສວນຄະດີທາງພາສີ ເມື່ອມີການກະທຳຜິດທາງອາຍາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 143 ແລະ ມາດຕາ 144 ຂອງກົດໝາຍສະບັບນີ້ ແລະ ການກະທຳຜິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍອາຍາ.        

                       ໃນກໍລະນີ ມີຫຼັກຖານຄົບຖ້ວນແລ້ວ ໃຫ້ລັດຖະການພາສີ ສົ່ງສຳນວນຄະດີໃຫ້ອົງການ      ໄອຍະການປະຊາຊົນ ເພື່ອທຳການສັ່ງຟ້ອງຂຶ້ນສານໂດຍກົງ ໂດຍບໍ່ຕ້ອງເປີດການສືບສວນ-ສອບສວນກໍ    ໄດ້.

 

ມາດຕາ 159 (ປັບປຸງ) ຄຳສັ່ງເປີດການສືບສວນ-ສອບສວນ

ຫົວໜ້າກົມພາສີ, ຫົວໜ້າພາສີປະຈຳ ແຂວງ, ນະຄອນຫຼວງ ຫຼື ຫົວໜ້າພະແນກ, ຫົວ ໜ້າກອງສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນປະຈຳພາກ ອອກຄຳສັ່ງເປີດການສືບສວນ-ສອບສວນ ຕາມຂອບເຂດ, ສິດອຳນາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ.

 

ມາດຕາ 160 ຫຼັກຖານໃນຄະດີ

                   ເຈົ້າໜ້າທີ່ພາສີ ຕ້ອງກວດກາຄວາມຖືກຕ້ອງ, ຄົບຖ້ວນ ແລະ ພາວະວິໄສຂອງຫຼັກຖານ     ຊື່ງມີຫຼັກຖານທາງດ້ານ ວັດຖຸ, ເອກະສານ ແລະ ບຸກຄົນ ດັ່ງນີ້:

                       1. ຫຼັກຖານທາງດ້ານວັດຖຸ ແມ່ນ ວັດຖຸສິ່ງຂອງທີ່ເປັນຂອງກາງ ຊື່ງພົວພັນກັບການ         ກະທຳຜິດທາງພາສີ ແລະ ໄດ້ມາຈາກການຍຶດ, ອາຍັດ ເຊັ່ນ: ສິນຄ້າ, ເຄື່ອງຂອງ, ວັດຖຸ, ອຸປະກອນ,         ຍານພາຫະນະ ແລະ ວັດຖຸສິ່ງຂອງອື່ນ ທີ່ນຳໃຊ້ເຂົ້າໃນການກະທຳຜິດທາງພາສີ;

2. ຫຼັກຖານທາງດ້ານເອກະສານ ແມ່ນ ບັນດາຂໍ້ມູນກ່ຽວກັບການແຈ້ງພາສີເປັນລາຍລະອຽດ ແລະ ເອກະສານປະກອບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 27 ຂອງກົດໝາຍສະບັບນີ້, ບົດບັນທຶກການສືບສວນ-ສອບສວນ, ປື້ມເຄື່ອນໄຫວທາງດ້ານການເງີນ-ການບັນຊີ, ຮູບພາບ ແລະ ເອກະສານ ອື່ນທີ່ພົວພັນກັບການກະທຳຜິດທາງພາສີ;

                       3. ຫຼັກຖານທາງດ້ານບຸກຄົນ ແມ່ນ ຄໍາໃຫ້ການຂອງຜູ້ຖືກຫາ, ພະຍານ ແລະ ຄໍາເຫັນ      ຢັ້ງຢືນຂອງຜູ້ຊ່ຽວຊານ ແບະ ບຸກຄົນອື່ນທີ່ພົວພັນກັບການກະທຳຜິດທາງພາສີ.

 

 

ພາກທີ XIV

ການຄຸ້ມຄອງ ແລະ ກວດກາ ວຽກງານພາສີ

ໝວດທີ 1

ອົງການຄຸ້ມຄອງວຽກງານພາສີ

 

ມາດຕາ 161 (ປັບປຸງ) ອົງການຄຸ້ມຄອງວຽກງານພາສີ

                       ລັັດຖະບານ ເປັນຜູ້ຄຸ້ມຄອງວຽກງານພາສີ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບ     ເຂດທົ່ວປະເທດໂດຍມອບໃຫ້ກະຊວງກາານເງີນເປັນເຈົ້າການປະສານສົມທົບກັບກະຊວງອື່ນ ແລະ     ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

                       ອົງການຄຸ້ມຄອງວຽກງານພາສີ ປະກອບດ້ວຍ:

                       1. ກະຊວງການເງີນ;

                       2. ກົມພາສີ;

                       3. ພາສີປະຈໍາ ແຂວງ, ນະຄອນຫຼວງ;

                   3.1 ດ່ານພາສີຊາຍແດນ;

                       3.2 ຕ້ອງການພາສີລະບົບສາງ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ.

                       ສຳລັບ ສິດ ແລະ ໜ້າທີ່ ຂອງຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ      ແລະ ເຂດເສດຖະກິດອື່ນ ໄດ້ກຳນົດໄວ້ໃນລະບຽບການຂອງກະຊວງການເງີນ.

 

ມາດຕາ 162 (ປັບປຸງ) ສິດ ແລະ ໜ້າທີ່ຂອງກະຊວງການເງີນ

                       ໃນການຄຸ້ມຄອງວຽກງານພາສີ ກະຊວງການເງີນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

                       1. ຄົ້ນຄວ້າ, ສ້າງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບ     ວຽກງານພາສີ ເພື່ອສະເໜີລັດຖະບານພິຈາລະນາ;

2. ສ້າງແຜນການ, ອອກລະບຽບການ, ຂໍ້ຕົກລົງ, ຄໍາສັ່ງ ແລະ ຄໍາແນະນໍາ ກ່ຽວກັບວຽກງານພາສີ;

                       3. ໂຄສະນາ ເຜີຍແຜ່ນະໂຍບາຍ, ກົດໝາຍ ແລະ ນິຕິກໍາອື່ນ ກ່ຽວກັບວຽກງານພາສີ;

                       4. ຮັບຮອງແຜນຍຸດທະສາດການພັດທະນາວຽກງານ ຂອງລັດຖະການພາສີ;

                       5. ຄຸ້ມຄອງບັນຊີສໍາຮອງສົ່ງຄືນເງີນພາສີ ແລະ ພັນທະອື່ນ;

                   6. ຊີ້ນໍາ, ຊຸກຍູ້, ຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາອື່ນ ແລະ ການປະຕິບັດໜ້າທີ່ ຂອງລັດຖະການພາສີ ໃນຂອບເຂດທົ່ວປະເທດ;

                       7. ສ້າງ, ບໍາລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນໍາໃຊ້ ພະນັກງານ-ລັດຖະກອນພາສີ;

                       8. ຕົກລົງແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ບຸກຄະລາກອນ ຂອງລັດຖະການພາສີ ໃນ     ຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍການປະສານສົມທົບ ກັບອົງການປົກຄອງທ້ອງຖິ່ນ;

                       9. ຍຶດ ສິນຄ້າ, ເຄື່ອງຂອງ ທີ່ບໍ່ມີເຈົ້າຂອງມາພົວພັນ ຫຼື ເຈົ້າຂອງແຈ້ງສະລະສິດ;

                   10. ປະສານສົມທົບກັບບັນດາຂະແໜງການຂັ້ນສູນການ ແລະ ອົງການປົກຄອງທ້ອງຖິ່ນ   ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳອື່ນ ກ່ຽວກັບວຽກງານພາສີ;

                       11. ພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານພາສີ;

                       12. ສະຫຼຸບ ແລະ ລາຍງານໃຫ້ລັດຖະບານ ແລະ ສະພາແຫ່ງຊາດ ກ່ຽວກັບວຽກງານ       ພາສີຢ່າງເປັນປົກກະຕິ;

                       13. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 163 (ປັບປຸງ) ສິດ ແລະ ໜ້າທີ່ ຂອງກົມພາສີ

                   ໃນການຄຸ້ມຄອງວຽກງານພາສີ ກົມພາສີ ມີ ສິດ ແລະ ໜ້າທີ ດັ່ງນີ້:

                       1. ເປັນເສນາທິການໃຫ້ກະຊວງການເງີນ ໃນການຄົ້ນຄ້ວາ ນະໂຍບາຍ, ແຜນຍຸດທະ       ສາດ, ກົດໝາຍ ແລະ ນິຕິກຳອື່ນ ກ່ຽວກັບວຽກງານພາສີ;

                       2. ຄັ້ນຄວ້າອອກ ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ແຈ້ງການທາງດ້ານວິຊາການ ໃນ      ການຈັດຕັ້ງປະຕິບັດວຽກງານພາສີ;

                       3. ຈັດຕັ້ງຜັນຂະຫຍາຍ, ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ      ແລະ ນິຕິກຳອື່ນ ກ່ຽວກັບວຽກງານພາສີ ໃນຂອບເຂດຄວາມຮັບຜີດຊອບຂອງຕົນ;

                       4. ສ້າງແຜນຍຸດທະສາດການພັດທະນາວຽກງານຂອງລັດຖະການພາສີ ເພື່ອສະເໜີ         ກະຊວງການເງີນ ພິຈາລະນາ;

                       5. ຄົ້ນຄວ້າການສະເໜີສ້າງຕັ້ງລະບົບສາງ, ຮ້ານຄ້າປອດພາສີ ເພື່ອສະເໜີກະຊວງການ      ເງີນພິຈາລະນາ;

                       6. ຊີ້ນໍາ, ນໍາພາ, ຊຸກຍູ້, ຕິດຕາມ ກວດກາກົງຈັກການຈັດຕັ້ງ, ວິຊາສະເພາະ ແລະ     ການເຄື່ອນໄຫວວຽກງານ ຂອງລັດຖະການພາສີ ໃນຂອບເຂດທົ່ວປະເທດ;

7. ເກັບກໍາ ສັງລວມ, ວິເຄາະ, ວິໄຈ ແລະ ສະໜອງຂໍ້ມູນສະຖິຕິ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ;

                       8. ບໍາລຸງ, ຍົກລະດັບ, ຄຸ້ມຄອງ, ນໍາໃຊ້ ພະນັກງານ-ລັດຖະກອນພາສີ ກ່ຽວກັບວຽກ      ງານພາສີ;

9. ສ້າງແຜນການສ້າງ ບໍາລຸງ, ຈັດວາງ, ສັບຊ້ອນ, ສະເໜີແຕ່ງຕັ້ງ, ເລື່ອນຊັ້ນ, ເລື່ອນຂັ້ນ ຍົກຍ້າຍ ຫຼື ປິດຕຳແໜ່ງ ລັດຖະກອນພາສີ;

                       10. ຄົ້ນຄວ້າ, ແກ້ໄຂຄໍາສະເໜີຂອງຜູ້ແຈ້ງພາສີ ຕາມພາລະບົດບາດ ແລະ ຂອບເຂດ       ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ;

11. ຍຶດ, ອາຍັດ ສິນຄ້າ, ເຄື່ອງຂອງ, ຍານພາຫະນະ ແລະ ຕົວບຸກຄົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ

                       12. ກວດຄົ້ນເຄຫະສະຖານ, ສະຖານທີ່ອື່ນ, ຍານພາຫະນະ ແລະ ຕົວບຸກຄົນ ຕາມທີ່     ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍອື່ນ ທີ່         ກ່ຽວຂ້ອງ;

                       13. ເຂົ້າສະຖານທີ່ດໍາເນີນທຸລະກິດ ແລະ ສາງ ເພື່ອກວດກາສິນຄ້າ, ເຄື່ອງຂອງ, ຍານພາຫະນະ ພ້ອມດ້ວຍເອກະສານກ່ຽວຂ້ອງກ່ຽວກັບການນຳເຂົ້າ-ສົ່ງອອກ;

                       14. ອອກຄໍາສັ່ງເປີດການສືບສວນ-ສອບສວນ, ໝາຍຮຽກ, ໝາຍເຊີນ ຫຼື ແຈ້ງເຊີນ        ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມກົດໝາຍ;

                       15. ດໍາເນີນການກວດສອບຄືນການແຈ້ງພາສີ, ການກວດກາ, ປາບປາມການລັກລອບ      ຫຼົບຫຼີກພາສີ ແລະ ພິຈາລະນາ ແກ້ໄຂຄະດີທາງພາສີ;

                       16. ດໍາເນີນການແກ້ໄຂຄະດີທາງພາສີ ຕາມການສົມຍອມຂອງຜູ້ກະທໍາຜິດ;

                       17. ສືບສວນ-ສອບສວນ ຄະດີທາງພາສີ ແລະ ປະກອບສໍານວນຄະດີທາງພາສີ ສົ່ງໃຫ້     ອົງການໄອຍະການປະຊາຊົນ ເພື່ອສັ່ງຟ້ອງຕໍ່ສານ;

                       18. ປະສານສົມທົບຂະແໜງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບ      ວຽກງານພາສີ;

                       19. ປະຕິບັດຂໍ້ຕົກລົງ, ສົນທິສັນຍາ, ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ພົວພັນ,     ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານພາສີ ຕາມການມອບໝາຍ;

                       20. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານພາສີ ຕໍ່ກະຊວງການເງີນ ຢ່າງເປັນ         ປົກກະຕິ;

                       21. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

 

ມາດຕາ 164 (ປັບປຸງ) ສິດ ແລະ ໜ້າທີ່ຂອງພາສີປະຈຳ ແຂວງ, ນະຄອນຫຼວງ

                   ພາສີປະຈຳ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

                       1. ເປັນເສນາທິການໃຫ້ກົມພາສີ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕາກົດ     ໝາຍຢ່າງເຂັ້ມງວດ;

                       2. ໂຄສະນາ ເຜີຍແຜ່ ກົດໝາຍກ່ຽວກັບວຽກງານພາສີ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື         ການຈັດຕັ້ງຢູ່ໃນສັງຄົມ ໃຫ້ມີຄວາມຮັບຮູ້ ແລະ ຕື່ນຕົວປະຕິບັດ;

3. ເກັບກໍາ, ສັງລວມ, ວິເຄາະ, ວິໄຈ ແລະ ສະໜອງຂໍ້ມູນສະຖິຕິ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ;

                       4. ຊີ້ນໍາ, ຄຸ້ມຄອງ, ກວດກາ, ກວດການ ໃນການຈັດຕັ້ງປະຕິບັດບັນດາວຽກງານວິຊາ       ສະເພາະ, ການປະຕິບັດໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງບັນດາດ່ານພາສີຊາຍແດນ ແລະ   ຫ້ອງການພາສີປະຈຳລະບົບສາງ, ເຂດເສດຖະກິດພິເສດ, ເຂດເສດຖະກິດອື່ນ ທີ່ຢູ່ໃນຂອບເຂດຄວາມ    ຮັບຜິດຊອບຂອງຕົນ;

5. ສ້າງແຜນຄາດຄະເນເກັບລາຍຮັບພາສີ ແລະ ພັນທະອື່ນ ຂອງສົກງົບປະມານພາຍໃຕ້ຄວາມຮັບຜິດຊອບຂອງຕົນ ເພື່ອລາຍງານໃຫ້ກົມພາສີ;

                       6. ຄົ້ນຄວ້າ, ແກ້ໄຂຄໍາສະເໜີ ຂອງຜູ້ແຈ້ງພາສີ ໃນຂອບເຂດຄວາມຮັບຜິດຊອບຂອງ        ຕົນ;

                       7. ດໍາເນີນການກວດສອບຄືນການແຈ້ງພາສີ, ການກວດກາ, ປາບປາມການລັກລອບ        ຫຼົບຫຼີກພາສີ, ດຳເນີນ ແລະ ແກ້ໄຂຄະດີທາງພາສີ ຕາມການແບ່ງຂັ້ນຄຸ້ມຄອງ;

8. ສືບສວນ-ສອບສວນຄະດີທາງພາສີ ແລະ ປະກອບສໍານວນຄະດີຍື່ນຕໍ່ອົງການໄອຍະການປະຊາຊົນ ເພື່ອສັ່ງຟ້ອງຕໍ່ສານ ຕາມການແບ່ງຂັ້ນຄຸ້ມຄອງ;

                       9. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນ    ການເຄື່ອນໄຫວວຽກງານຂອງຕົນ;

                       10. ສ້າງແຜນການສ້າງ ບໍາລຸງ, ຈັດວາງພະນັກງານ, ສະເໜີແຕ່ງຕັ້ງ, ປົດຕໍາແໜ່ງ,          ຍົກຍ້າຍສັບຊ້ອນໝຸນວຽນລັດຖະກອນພາສີ ໃນຂອບເຂດຄວາມຮັບຜິດຊອບຂອງຕົນຕໍ່ກົມພາສີ;

                       11. ຕິດຕາມ ກວດກາ, ປະເມີນຜົນການເຄື່ອນໄຫວແຈ້ງພາສີຂອງບຸກຄົນ, ນິຕິບຸກຄົນ,    ຫຼື ການຈັດຕັ້ງ ທີ່ປະຕິບັດກົດໝາຍວ່າດ້ວຍພາສີ ເພື່ອປະຕິບັດນະໂຍບາຍຍ້ອງຍໍຕາມຄວາມເໝາະສົມ;

                       12. ພົວພັນ ແລະ ຮ່ວມມືກັບສາກົນ ກ່ຽວກັບວຽກງານພາສີຕາມການມອບໝາຍ;

                   13. ສະຫຼຸບ, ວຽກງານ ການເຄື່ອນໄຫວວຽກງານພາສີຕໍ່ກົມພາສີ ແລະ ອົງການປົກຄອງ    ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

                       14. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ;

 

ມາດຕາ 165 ສິດ ແລະ ໜ້າທີ່ ຂອງດ່ານພາສີຊາຍແດນ

                   ໃນການຄຸ້ມຄອງວຽກງານພາສີ ດ່ານພາສີຊາຍແດນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດ     ຄວາມຮັບຜິດຊອບຂອງຕົນດັ່ງນີ້:

1. ເປັນເສນາທິການໃຫ້ ກົມພາສີ, ພາສີປະຈໍາ ແຂວງ, ນະຄອນຫຼວງ ໂຄສະນາເຜີຍແຜ່    ແລະ ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳອື່ນ ກ່ຽວກັບວຽກງານພາສີ ຢ່າງເຂັ້ມງວດ;

2. ສ້າງ ແລະ ປະຕິບັດ ແຜນການເກັບລາຍຮັບພາສີ ແລະ ພັນທະອື່ນ, ຄ່າທໍານຽມ ແລະ ຄ່າບໍລິການຂອງປີງົບປະມານຕາມຄາດໝາຍ;

                       3. ຈັດເກັບຄ່າພາສີ ແລະ ພັນທະອື່ນ, ຄ່າທໍານຽມ ແລະ ຄ່າບໍລີການ ຕາມກົດໝາຍ        ແລະ ລະບຽບການເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕອ້ງ, ຄົບຖ້ວນ, ຊັດເຈນ, ໂປ່ງໃສ ແລະ ທັນເວລາ;

                       4. ຊີ້ນໍາ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດໜ້າທີ່ ແລະ ການເຄື່ອນໄຫວວຽກງານ     ວິຊາສະເພາະຂອງເຈົ້າໜ້າທີ່ພາສີປະຈຳດ່ານ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ;

                       5. ບໍລິການ, ຕິດຕາມ ແລະ ອໍານວຍຄວາມສະດວກ ໃນການກວດກາ ສິນຄ້າ, ເຄື່ອງ       ຂອງ ທີ່ນຳເຂົ້າ-ສົ່ງອອກ ລວມທັງການຜ່ານແດນ ຢ່າງວ່ອງໄວ ແລະ ຖືກຕ້ອງ ຕາມກົດໝາຍ;

                       6. ຄົ້ນຄວ້າ, ແກ້ໄຂຄໍາສະເໜີຂອງຜູ້ແຈ້ງພາສີ;

                       7. ສະກັດກັ້ນທຸກການລະເມີດກົດໝາຍສະບັບນີ້, ກົດໝາຍ ແລະ ລະບຽບການອື່ນທີ່      ກ່ຽວຂ້ອງ, ດຳເນີນຄະດີຕໍ່ຜູ້ລະເມີດ ຕາມພາລະບົດບາດຂອງຕົນ;

                       8. ຕິດຕາມ, ປະເມີນຜົນການເຄື່ອນໄຫວ ຂອງຜູ້ແຈ້ງພາສີ ທີ່ປະຕິບັດກົດໝາຍ, ລະບຽບການ ກ່ຽວຂ້ອງກັບວຽກງານພາສີ;

9. ເກັບກໍາ, ສັງລວມ, ວິເຄາະ, ວິໄຈ ແລະ ສະໜອງຂໍ້ມູນສະຖິຕິ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ;

                       10. ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ     ໃນການປະຕິບັດໜ້າທີ່ຂອງຕົນ;

11. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານພາສີ ຕໍ່ຂັ້ນເທິງຂອງຕົນ ແລະ ອົງການ    ປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງຢ່າງເປັນປົກກະຕິ;

12. ນໍາໃຊ້ສິດ ແລະ ປະຕິບັດໜ້າອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ຕາມການມອບໝາຍ.

 

ມາດຕາ 166 (ປັບປຸງ) ສິດ ແລະ ໜ້າທີ່ ຂອງອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການອື່ນ

ອົງການປົກຄອງທ້ອງຖິ່ນທຸກຂັ້ນ ມີ ສິດ ແລະ ໜ້າທີ່ ຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານພາສີ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ.

                       ຂະແໜງການອື່ນ ມີ ສິດ ແລະ ໜ້າທີ່ ປະສານສົມທົບ, ຮ່ວມມື ແລະ ອຳນວຍຄວາມ       ສະດວກແກ່ລັດຖະການພາສີ ກ່ຽວກັບວຽກງານພາສີ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງ    ຕົນ ຕາມກົດໝາຍ.

 

 

 

 

 

ໝວດທີ 2

ການກວດກາວຽກງານພາສີ

ມາດຕາ 167 ອົງການກວດກາວຽກງານພາສີ

                   ອົງການກວດກາວຽກງານພາສີ ປະກອບດ້ວຍ: ອົງການກວດກາພາຍໃນ ແລະ ອົງການ      ກວດກາພາຍນອກ.

                       1. ອົງການກວດກາພາຍໃນ ມີ: ກະຊວງການເງີນ, ກົມກວດກາການເງີນຂອງກະຊວງ       ການເງີນ;

                       2. ອົງການກວດກາພາຍນອກ ມີ:

                       - ສະພາແຫ່ງຊາດ;

                       - ສະພາປະຊາຊົນແຂວງ;

                       - ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ;

                       - ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງ  ມະຫາຊົນ, ອົງການຈັດຕັ້ງສົງຄົມ, ສື່ມວນຊົນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຊື່ງມີສ່ວນຮ່ວມໃນການ       ກວດກາຕາມພາລະບົດບາດຂອງຕົນ.

 

ມາດຕາ 168 ສິດ ແລະ ໜ້າທີ່ຂອງອົງການກວດກາພາຍໃນ

                   ອົງການກວດກາພາຍໃນ ມີ ສິດ ແລະ ໜ້າທີ່ ກວດກາການຈັດຕັ້ງປະຕິບັດກົດໝາຍ,        ລະບຽບການ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງລັດຖະການພາສີແຕ່ລະຂັ້ນ.

 

ມາດຕາ 169 ສິດ ແລະ ໜ້າທີ່ຂອງອົງການກວດກາພາຍນອກ

ອົງການກວດກາພາຍນອກ ມີ ສິດ ແລະ ໜ້າທີ່ ກວດກາການຈັດຕັ້ງປະຕິບັດໜ້າທີ່ ຂອງລັດຖະການພາສີ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານພາສີ ມີປະສິດທິພາບ, ປະສິດທິຜົນ, ມີຄວາມໂປ່ງໃສ ແລະ ຍຸຕິທໍາ.

 

ມາດຕາ 170 ຮູບການກວດກາ

                   ການກວດກາລັດຖະການພາສີ ມີ ສາມຮູບການ ດັ່ງນີ້:

                   1. ການກວດກາຕາມລະບົບປົກກະຕິ ຊື່ງແມ່ນການກວດກາທີ່ດໍາເນີນໄປຕາມແຜນການ ຢ່າງເປັນປະຈຳ ແລະ ມີກໍານົດເວລາອັນແນ່ນອນ;

                       2. ການກວດກາໂດຍແຈ້ງໃຫ້ຮູ້ລ່ວງໜ້າ ຊື່ງແມ່ນການກວດການອກແຜນການ ເມື່ອ        ເຫັນວ່າມີຄວາມຈໍາເປັນ ຊື່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຮັບຊາບລ່ວງໜ້າ;

                       3. ການກວດກາແບບກະທັນຫັນ ຊື່ງແມ່ນການກວດກາຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້      ຖືກກວດກາຊາບລ່ວງໜ້າ;

ໃນການດຳເນີນການກວດກາລັດຖະການພາສີຕ້ອງປະຕິບັດຕາມກົດໝາຍຢ່າງເຂັ້ມງວດ.

 

ພາກທີ XV

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ໝວດທີ 1

ນະໂຍບາຍຕໍ່ຜູ້ມີຜົນງານ

 

ມາດຕາ 171 (ປັບປຸງ) ການຍ້ອງຍໍ

                   ເຈົ້າໜ້າທີ່ພາສີ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທີ່ໄດ້        ປະກອບສ່ວນເຂົ້າໃນວຽກງານພາສີດ້ວຍການໃຫ້ຂໍ້ມູນ, ການຈັບກຸມທາງກົງ ຫຼື ທາງອ້ອມກ່ຽວກັບການ      ລະເມີດກົດໝາຍສະບັບນີ້ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍ ເປັນເງີນ ຫຼື ວັດຖຸ ຕາມລະບຽບການ.

 

ມາດຕາ 172 (ປັບປຸງ) ນະໂຍບາຍຕໍ່ຜູ້ປະກອບການ ແລະ ຜູ້ແຈ້ງພາສີ

                   ຜູ້ປະກອບການ ແລະ ຜູ້ແຈ້ງພາສີ ທີມີຄວາມສັດຊື່ບໍລິສຸດ, ປະຕິບັດຢ່າງຖືກຕ້ອງ, ຄົບ     ຖ້ວນ, ທັນເວລາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ຈະໄດ້ຮັບການຍ້ອງຍໍ ແລະ ອຳນວຍຄວາມສະດວກ   ໃນການເຄື່ອນໄຫວກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ.

 

ໝວດທີ 2

ມາດຕາຕໍ່ຜູ້ລະເມີດ

 

ມາດຕາ 173 (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

                   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້, ກົດໝາຍ ແລະ       ລະບຽບການອື່ນທີ່ກ່ຽວຂ້ອງກັບວຽກງານພາສີ ນອກຈາກສຶກສາອົບຮົມ, ກ່າວເຕືອນ, ປັບໃໝ ຫຼື ຖືກ       ດຳເນີນຄະດີທາງພາສີແລ້ວ ຍັງຕ້ອງຮັບຜິດຊອບ ຊໍາລະຄ່າພາສີ ແລະ ພັນທະອື່ນ ໃຫ້ຄົບຖ້ວນ, ໃຊ້ແທນ   ຄ່າເສຍຫາຍທາງແພ່ງທີ່ເກີດຈາກການກະທຳຂອງຕົນ ແລະ ຈະຖືກລົງໂທດທາງອາຍາຕາມກົດໝາຍ.

 

ມາດຕາ 174 ມາດຕະການຕໍ່ເຈົ້າໜ້າທີ່ພາສີ ແລະ ລັດຖະກອນພາສີ

ເຈົ້າໜ້າທີ່ພາສີ ແລະ ລັດຖະກອນພາສີທີ່ໄດ້ລະເມີດກົດໝາຍສະບັບນີ້ ຊື່ງບໍ່ສ້າງຜົນເສຍຫາຍໃຫ້ແກ່ລາຍຮັບພາສີ ແລະ ພັນທະອື່ນ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ.

                       ໃນກໍລະນີທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ສ້າງຜົນເສຍຫາຍບໍ່ຫຼວງຫຼາຍ ຕໍ່ລາຍ       ຮັບພາສີ ແລະ ພັນທະອື່ນໂດຍເຈຕະນາ ຈະຖືກລົງວິໄນຕາມລະບຽບການ ແລະ ໃຊ້ແທນຄ່າເສຍຫາຍທີ່      ຕົນໄດ້ກໍ່ຂຶ້ນ.

                       ສຳລັບຜູ້ທີ່ກະທຳຜິດກົດໝາຍສະບັບນີ້ ແລະ ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່       ຜົນປະໂຫຍດຂອງລັດ, ລວມໝູ່ ຫຼື ບຸກຄົນ ເຊັ່ນ: ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຜົນ     ປະໂຫຍດສ່ວນຕົວ, ໃຊ້ອຳນາດເກີນຂອບເຂດ, ປອມແປງເອກະສານ, ຮັບສິນບົນໃນຮູບແບບໃດກໍຕາມ     ຫຼື ການກະທຳຜິດອື່ນທາງອາຍາ ຕ້ອງຖືກດຳເນີນຄະດີຕາມກົດໝາຍ.

 

ມາດຕາ 175 (ໃໝ່) ການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກະທຳຜິດທາງພາສີ ຊື່ງບໍ່ແມ່ນການກະທຳຜິດທາງອາຍາຈະຖືກປັບໃໝ ດັ່ງນີ້:

                       1. ການກະທໍາຜິດທາງພາສີ ສະຖານເບົາລະດັບທີໜຶ່ງ:

                       - ການກະທໍາຜິດຕາມມາດຕາ 140 ຂໍ້ 1 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ 100.000 (ໜຶ່ງແສນ) ກີບ/ວັນ, ເວັ້ນເສຍແຕ່ຫາກມີເຫດຜົນພຽງພໍ ແລະ ມີການຢັ້ງຢືນຄວາມຖືກຕ້ອງ       ຂອງພາກສ່ວນທີ່ກ່ຽວຂ້ອງ;

                       - ການກະທໍາຜິດຕາມມາດຕາ 140 ຂໍ້ 2, 3 ແລະ ຂໍ້ 4 ຂອງກົດໝາຍສະບັບນີ້ ທີ່ເປັນ     ການກະທຳຜິດເທື່ອທີສອງ ຈະຖືກປັບໃໝ 1.000.000 (ໜຶ່ງລ້ານ) ກີບ;

- ການກະທໍາຜິດຕາມມາດຕາ 140 ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ 1.000.000 (ໜຶ່ງລ້ານ) ກີບ;

- ການກະທໍາຜິດຕາມມາດຕາ 140 ຂໍ້ 7 ແລະ ຂໍ້ 8 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ 2.000.000 (ສອງລ້ານ) ກີບ;

                       - ການກະທໍາຜິດຕາມມາດຕາ 140 ຂໍ້ 9 ແລະ ຂໍ້ 10 ຂອງກົດໝາຍສະບັບນີ້ ຈະຖືກ      ປັບໃໝ 3.000.000 (ສາມລ້ານ) ກີບ

                       - ການກະທໍາຜິດຕາມມາດຕາ 140 ຂໍ້ 11 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ         5.000.000 (ຫ້າລ້ານ) ກີບ;

                       - ການກະທໍາຜິດຕາມມາດຕາ 140 ຂໍ້ 12 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ ສູນ     ຈຸດຫ້າສິບ ສ່ວນຮ້ອຍ (0.50%) ຂອງມູນຄ່າຂອງສິນຄ້າທີ່ແຈ້ງ ໃນເວລານຳເຂົ້າ;

- ການກະທໍາຜິດ ຕາມມາດຕາ 140 ຂໍ້ 13 ຂອງກົດໝາຍສະບັບນີ້ ຈະຖືກປັບໃໝ ສິບສ່ວນຮ້ອຍ (10%) ຂອງມູນຄ່າຂອງສິນຄ້າ, ເຄື່ອງຂອງ ທີ່ຫຼົບຫຼີກ.

                       2. ການກະທໍາຜິດທາງພາສີ ສະຖານເບົາລະດັບທີ່ສອງ ຕາມມາດຕາ 141 ຂອງກົດ

ໝາຍສະບັບນີ້ຈະຖືກປັບໃໝ ໜຶ່ງຮ້ອຍສ່ວນຮ້ອຍ (100%) ຂອງຄ່າພາສີ ທີ່ມີການລະເມີດ ຕາມອັດຕາພາສີຂາ       ເຂົ້າປົກກະຕິ ພ້ອມທັງ ເສຍຄ່າພາສີ ໃຫ້ຄົບຖ້ວນຕາມກົດໝາຍ. ໃນກໍລະນີ ກະທຳຜິດເທື່ອທີສອງຂື້ນໄປ ຈະຖືກປັບໃໝ ໜຶ່ງຮ້ອຍຫ້າສິບສ່ວນຮ້ອຍ (150%) ຂອງຄ່າພາສີ ທີ່ມີການລະເມີດ ຕາມອັດຕາພາສີຂາເຂົ້າປົກກະຕິ;

  1. ການກະທໍາຜິດທາງພາສີ ສະຖານເບົາລະດັບທີສາມ ຕາມມາດຕາ 142 ຂອງກົດ

ໝາຍສະບັບນີ້ ຈະຖືກປັບໃໝ ໜຶ່ງຮ້ອຍຫ້າສິບສ່ວນຮ້ອຍ (150%) ຂອງຄ່າພາສີ ທີ່ມີການລະເມີດ ຕາມອັດຕາ ພາສີຂາເຂົ້າປົກກະຕິ ພ້ອມທັງເສຍຄ່າພາສີ ໃຫ້ຄົບຖ້ວນຕາມກົດໝາຍ. ໃນກໍລະນີ ກະທຳຜິດເທື່ອທີສອງ       ຂຶ້ນໄປ ຈະຖືກປັບໃໝ ສອງຮ້ອຍສ່ວນຮ້ອຍ (200%) ຂອງຄ່າພາສີ ທີ່ມີການລະເມີດ ຕາມອັດຕາພາສີຂາ ເຂົ້າປົກກະຕິ;

                       4. ການກະທໍາຜິດທາງພາສີ ສະຖານໜັກລະດັບທີໜຶ່ງ ຕາມມາດຕາ 143 ຂອງກົດ         ໝາຍສະບັບນີ້ ຈະຖືກປັບໃໝ ຫ້າສິບສ່ວນຮ້ອຍ (50%) ຂອງມູນຄ່າສິນຄ້າ, ເຄື່ອງຂອງ. ໃນກໍລະນີກະ      ທໍາຜິດເປັນເທື່ອທີສອງ ຈະຖືກປັບໃໝສອງເທົ່າ ຂອງມູນຄ່າປັບໃໝຄັ້ງທຳອິດ.

                       ສຳລັບການກະທຳຜິດ  ທີ່ບໍ່ໄດ້ກຳນົດການປັບໃໝ ຫຼື ການດຳເນີນຄະດີອາຍາ ຕາມກົດ      ໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນ ບັນທຶກເຂົ້າໃນປະຫວັດການກະທຳຜິດທາງພາສີ ແລະ       ຈະບໍ່ໄດ້ຮັບການອຳນວຍຄວາມສະດວກທາງພາສີ.

 

ພາກທີ XVI

ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ

 

ມາດຕາ 176 (ໃໝ່) ງົບປະມານ

ລັດຖະການພາສີມີງົບປະມານທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງການເງິນ ໂດຍລັດຖະບານໃຫ້ບຸລິມະສິດໃນການຈັດສັນງົບປະມານແຫ່ງລັດປະຈໍາປີ ເຂົ້າໃນການພັດທະນາ ແລະ ຄຸ້ມຄອງການຫັນເປັນທັນສະໄໝ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານແຫ່ງລັດ.

ມາດຕາ 177 ເຄື່ອງແບບ, ກົດໝາຍ, ຕາປະທັບ ແລະ ບັດປະຈໍາໜ້າທີ່

                   ລັດຖະການພາສີ ມີ ເຄື່ອງໝາຍ ແລະ ຕາປະທັບທາງລັດຖະການ.

                   ເຈົ້າໜ້າທີ່ພາສີ ມີ ເຄື່ອງແບບຄົບຊຸດ, ບັດປະຈໍາໜ້າທີ່ ແລະ ກາໝາຍ ເຊັ່ນ: ທະນູບ່າຕິດກາໝາຍ, ສາຍອຳນາດ, ກາໝາຍບັນຊາ ແລະ ກາໝາຍອື່ນ.

                       ກະຊວງການເງີນ ເປັນຜູ້ອອກລະບຽບການ ກ່ຽວກັບ ເຄື່ອງແບບ, ບັດປະຈຳໜ້າທີ່, ກາ     ໝາຍ, ເຄື່ອງໝາຍ ແລະ ຕາປະທັບ ຂອງລັດຖະການພາສີ  ແລະ ເຈົ້າໜ້າທີ່ພາສີ.

 

ພາກທີ XVII

ບົດບັນຍັດສຸດທ້າຍ

 

ມາດຕາ 178 (ປັບປຸງ) ການປ່ຽນແປງສາລະບານ ສິນຄ້າ ແລະ ອັດຕາພາສີ

ໃນກໍລະນີ ມີຄວາມຈໍາເປັນໃນການປ່ຽນແປງສາລະບານສິນຄ້າ ແລະ ອັດຕາພາສີ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະນັ້ນ ລັດຖະບານມີສິດສິເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາສະເໜີຕໍ່ປະທານປະເທດ ອອກລັດຖະບັນຍັດປະກາດໃຊ້ໂດຍສອດຄ່ອງກັບກົດໝາຍທີ່ກ່ຽວຂ້ອງ, ສັນຍາ ແລະ ສົນທິສັນຍາສາກົນທີ່ ສປປ ລາວເປັນພາຄີ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນບໍ່ມີສິດປ່ຽນແປງສາລະບານ ສິນຄ້າ ແລະ ອັດຕາພາສີ.

 

ມາດຕາ 179 ການຈັດຕັ້ງປະຕິບັດ

                   ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງ   ປະຕິບັດກົດໝາຍສະບັບນີ້.

 

ມາດຕາ 180 (ປັບປຸງ) ຜົນສັກສິດ

                   ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການສິບຫ້າວັນ.

               ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014.

                       ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

ປະທານສະພາແຫ່ງຊາດ

 

                      

                       

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.