ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ
ກົມມາດຕະຖານ ແລະ ວັດແທກ     ເລກທີ 2800/ກວຕ.ກມວ
ນະຄອນຫຼວງວຽງຈັນ, ວັນທີ 25 ພະຈິກ 2020

 

ເຖິງ: ທ່ານ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ແລະ ນະຄອນຫຼວງ ທີ່ນັບຖື.

ເລື່ອງ: ການຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ ທີ່ນໍາເຂົ້າ-ສົ່ງອອກ ຢູ່ ສປປ ລາວ.

  • ອີງຕາມ ກົດໝາຍ ມາດຕະຖານ ສະບັບເລກທີ 49/ສພຊ, ລົງວັນທີ: 18 ກໍລະກດ 2014.
  • ອີງຕາມ ກົດໝາຍ ວັດແທກ ສະບັບເລກທີ 35/ສພຊ, ລົງວັນທີ: 13 ທັນວາ 2013.
  • ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ,    ສະບັບເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011.
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງກົມມາດຕະຖານ ແລະ ວັດແທກ, ສະບັບ ເລກທີ 2642/ກວຕ, ລົງວັນທີ 22 ພະຈິກ 2019.

   ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວໜ້າພະແນກ ຊາບວ່າ: ເພື່ອຈັດຕັ້ງປະຕິບັດໃນການອໍານວຍຄວາມສະດວກທາງດ້ານການຄ້າກ່ຽວຂ້ອງ ທີ່ຕິດພັນວຽກງານມາດຕະຖານ ແລະ ວັດແທກກໍ່ຄືການອອກໃບອະນຸຍາດ ແລະ ໃບຢັ້ງຢືນຄຸນນະພາບຜະລິດຕະພັນຂອງການນໍາເຂົ້າ-ສົ່ງອອກ ເພື່ອປະຕິບັດຕາມພັນທະຂອງອົງການການຄ້າໂລກ (WTO), ປະຊາຄົມເສດຖະກິດອາຊຽນ (AEC). ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອເປັນເອກະພາບກັນໃນການອະນຸຍາດອອກໃບຢັ້ງຢືນຄຸນນະພາບຂອງຜະລິດຕະພັນສິນຄ້າແມ່ນອີງຕາມຂໍ້ຮຽກຮ້ອງຂອງແຕ່ລະປະເທດໃນການນໍາເຂົ້າ-ສົ່ງອອກ.    

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຮ່ວມມືໃນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ຫົວໜ້າກົມ
ມາດຕະຖານ ແລະ ວັດແທກ

ວຽງທອງ ວົງທະວິໄລ

 

# ຫົວຂໍ້ ດາວໂຫຼດ
1 Product quality certification Import-export goods for Lao PDR, No.2800/DSM.MOST, dated 25 November 2020 PDF
2 ການຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ ທີ່ນໍາເຂົ້າ-ສົ່ງອອກ ຢູ່ ສປປ ລາວ, ເລກທີ 2800/ກວຕ.ກມວ, ລົງວັນທີ 25 ພະຈິກ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.