ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ
ກົມອຸດສາຫະກໍາ ແລະ ຫັດຖະກໍາ     ເລກທີ 1777/ກອຫ.ມຖ
ນະຄອນຫຼວງວຽງຈັນ, ວັນທີ 18 ທັນວາ 2020

ແຈ້ງການ

ຮຽນ: ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ: ຢຸດຕິການອອກໃບຢັ້ງຢືນຜະລິດຕະພັນອຸດສາຫະກໍາເພື່ອສົ່ງອອກ.

  • ອີງຕາມກົດໝາຍວ່າດ້ວຍອຸດສາຫະກໍາປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013.
  • ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ ສະບັບເລກທີ 1551/ອຄ, ລົງວັນທີ 31 ສິງຫາ 2016.
  • ອີງຕາມແຈ້ງການກ່ຽວກັບ ການນໍາໃຊ້ຕາຕະລາງຮ່າງເອກະສານສໍາລັບການເຄື່ອນໄຫວປະຈໍາປີ ຂອງ ໂຮງງານອຸດສາຫະກໍາປຸງແຕ່ງ ສະບັບເລກທີ 663/ອຄ.ກອກ, ລົງວັນທີ 08 ຕຸລາ 2008.

    ກົມອຸດສາຫະກໍາ ແລະ ຫັດຖະກໍາ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃນການສົ່ງອອກຜະລິດຕະພັນອຸດສາຫະກໍາ ໃຫ້ວອ່ງໄວ ແລະ ຄ່ອງຕົວ ແນ່ໃສ່ຫຼຸດຜ່ອນຂັ້ນຕອນໃນການດໍາເນີນທຸລະກິດ ຂອງພາກທຸລະກິດ ແລະ ສ້າງສິ່ງອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ. ສະນັ້ນ, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຈຶ່ງໄດ້ອອກແຈ້ງການສະບັບນີ້ ໃຫ້ຢຸດຕິການອອກໃບຢັ້ງຢືນຜະລິດຕະພັນອຸດສາຫະກໍາເພື່ອສົ່ງອອກ (ຍົກເວັ້ນຜະລິດຕະພັນໄມ້) ຕາມແຈ້ງການຂອງກົມອຸດສາຫະກໍາ ກ່ຽວກັບການນໍາໃຊ້ຕາຕະລາງຮ່າງເອກະສານສໍາລັບການເຄື່ອນໄຫວປະຈໍາປີ ຂອງໂຮງງານອຸດສາຫະກໍາປຸງແຕ່ງ ສະບັບເລກທີ 663/ອຄ.ກອຖ, ລົງວັນທີ 08 ຕຸລາ 2008 ນັບຕ້ັງແຕ່ມື້ລົງລາຍເຊັນແຈ້ງການສະບັບນີ້ເປັນຕົ້ນໄປ.

   ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ເຊັນແທນຫົວໜ້າກົມ
ຮອງຫົວໜ້າກົມ

ສະຫວາດ ຂຸນດາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification in ending certification of industrial products for export, No.1777/DIH, dated 18 December 2020. PDF
2 ແຈ້ງການ ຢຸດຕິການອອກໃບຢັ້ງຢືນຜະລິດຕະພັນອຸດສາຫະກໍາເພື່ອສົ່ງອອກ, ເລກທີ 1777/ກອຫ.ມຖ, ລົງວັນທີ 18 ທັນວາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.