ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການກ່ຽວກັບ ຢຸດຕິການອອກໃບຢັ້ງຢືນຜະລິດຕະພັນອຸດສາຫະກໍາເພື່ອສົ່ງອອກ, ເລກທີ 1777/ກອຫ.ມຖ, ລົງວັນທີ 18 ທັນວາ 2020 ພ້ອມດ້ວຍເອກກະສານຄັດຕິດ ເລກທີ 663/ອຄ.ກອກ ກ່ຽວກັບການນໍາໃຊ້ຕາຕະລາງຮ່າງເອກະສານສໍາລັບການເຄື່ອນໄຫວປະຈໍາປີ ຂອງໂຮງງານອຸດສາຫະກໍາປຸງແຕ່ງ ສະບັບເລກທີ 663/ອຄ.ກອຖ, ລົງວັນທີ 08 ຕຸລາ 2008.

ພາບປະກອບ

          ຈຸດປະສົງຂອງແຈ້ງການສະບັບໃໝ່ນີ້ແມ່ນໃຫ້ ຢຸດຕິການອອກໃບຢັ້ງຢືນຜະລິດຕະພັນອຸດສາຫະກໍາເພື່ອສົ່ງອອກ ເພື່ອເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃນການສົ່ງອອກຜະລິດຕະພັນອຸດສາຫະກໍາ ໃຫ້ວອ່ງໄວ ແລະ ຄ່ອງຕົວ ແນ່ໃສ່ຫຼຸດຜ່ອນຂັ້ນຕອນໃນການດໍາເນີນທຸລະກິດ ຂອງພາກທຸລະກິດ ແລະ ສ້າງສິ່ງອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ (ຍົກເວັ້ນຜະລິດຕະພັນໄມ້).

ພາບປະກອບ

          ເຖິງຢ່າງໄດກໍ່ຕາມ ບັນດາປະເພດອຸດສາຫະກໍາເພື່ອສົ່ງອອກດັ່ງກ່າວ (ຍົກເວັ້ນຜະລິດຕະພັນໄມ້) ຍັງຕ້ອງໄດ້ສືບຕໍ່ປະຕິບັດ ຂື້ນແຜນການເຄື່ອນໄຫວປະຈໍາປີຂອງຕົນຢ່າງປົກກະຕິ ຕາມແຈ້ງການ ສະບັບເລກທີ 663/ອຄ.ກອຖ, ລົງວັນທີ 08 ຕຸລາ 2008. ດັ່ງລາຍລະອຽດລຸ່ມນີ້:

ພາບປະກອບ

         

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.