(ພາບປະກອບຈາກອິນເຕີເນັດ)

ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມ ຄະນະສະເພາະກິດ ຈຶ່ງອອກ ແຈ້ງການເພີ່ມເຕີມສະບັບນີ້ ເພື່ອປ່ຽນແທນແຈ້ງການ ເລກທີ 1194/ອຄ.ກຂອ, ລົງວັນທີ 23 ທັນວາ 2020. ໂຈະການນຳເຂົ້າຊົ່ວຄາວ ປະເພດສິນຄ້າດັ່ງກ່າວ ທີ່ນຳເຂົ້າມາຈາກທຸກປະເທດ ທີ່ມີການລະບາດຂອງພະຍາດໂຄວິດ-19 ໂດຍນຳໃຊ້ມາດຕະການທີ່ຈຳເປັນ ແລະ ຮີບດ່ວນ ຄື:

1. ໂຈະການນຳເຂົ້າ ແລະ ຜ່ານແດນ ຊົ່ວຄາວ ອາຫານທະເລ (ສົດ, ແຊ່ແຂງ) ທີ່ມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19.

2. ມາດຕະການໂຈະການນໍາເຂົ້າ ແລະ ຜ່ານແດນຊົ່ວຄາວນີ້ ເປັນມາດຕະການຊົົ່ວຄາວ ແລະ ຈະຖືກຍົກເລີກ ກໍ່ຕໍ່ເມື່ອ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ປະເທດຜູ້ສົ່ງອອກ ຢັ້ງຢືນ ແລະ ຮັບປະກັນວ່າ ອາຫານທະເລ (ສົດ, ແຊ່ແຂງ) ມີຄວາມປອດໄພຕໍ່ຜູ້ບໍລິໂພກ ຢ່າງແທ້ຈິງ.

3. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນແຈ້ງການ ເລກທີ     1194/ອຄ.ກຂອ, ລົງວັນທີ 23 ທັນວາ 2020.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.