ສາລະບານ

ຫມວດທີ I - ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ລະດັບຄາດໝາຍ 
ມາດຕາ 3. ຄວາມຫມາຍຄໍາສັບທີ່ນໍາໃຊ້ໃນຂໍ້ກໍານົດສະບັບນີ້

ຫມວດທີ II - ສິດ ແລະ ໜ້າທີ່ຂອງຜູ້ອະນຸຍາດ

ມາດຕາ 4. ອົງການຄຸ້ມຄອງ
ມາດຕາ 5. ສິດ ແລະ ໜ້າທີ່ຂອງຜູ້ອະນຸຍາດແຕ່ລະຂັ້ນ

ຫມວດທີ III - ການດໍາເນີນທຸລະກິດກ່ຽວກັບຜະລິດຕະພັນເຄື່ອງສໍາອາງ

ມາດຕາ 7. ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດເຄື່ອງສໍາອາງ
ມາດຕາ 8. ການນໍາເຂົ້າຜະລິດຕະພັນເຄື່ອງສໍາອາງ
ມາດຕາ 9. ການຈໍາໜ່າຍ
ມາດຕາ 10. ການໂຄສະນາ

ຫມວດທີ IV - ການຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ

ມາດຕາ 11. ການຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ
ມາດຕາ 12. ເນື້ອໃນຂອງສະຫລາກ
ມາດຕາ 13. ອາຍຸຂອງໃບຢັ້ງຢືນການຂຶ້ນທະບຽນຜະລິດຕະພັນ ແລະ ການລົບລ້າງ

ຫມວດທີ V - ການເສຍຄ່າທໍານຽມ ແລະ ຄ່າບໍລິການວິຊາສະເພາະ

ມາດຕາ 14. ຜູ້ປະກອບການກ່ຽວກັບຜະລິດຕະພັນເຄື່ອງສໍາອາງ

ຫມວດທີ VI - ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15. ຂໍ້ຫ້າມຕ່າງໆ
ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ

ຫມວດທີ VII - ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
ມາດຕາ 18. ມອບໃຫ້ກົມອາຫານ ແລະ ຢາ...
ມາດຕາ 19. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງສາທາລະນະສຸກ    ເລກທີ 2580/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 12 ພະຈິກ 2003

ຂໍ້ກໍານົດ
ວ່າດ້ວຍການຄຸ້ມຄອງຄຸນນະພາບຜະລິດຕະພັນເຄື່ອງສໍາອາງ

  • ອີງຕາມມາດຕາ 15 ຂອງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ01/ ສພຊ, ລົງວັນທີ 8 ເມສາ 2000 ແລະ ລັດຖະດໍາລັດ ປະທານປະເທດປະກາດໃຊ້ ເລກທີ 13/ສປປ, ລົງວັນທີ 22 ພຶດສະພາ 2000.
  • ອີງຕາມດຳລັດນາຍົກລັດຖະມົນຕີ ເລກທີ 020/ນຍ, ລົງວັນທີ 9 ມີນາ 1999, ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ.
  • ອີງຕາມການຄົ້ນຄ້ວາ ແລະ ສະເໜີຂອງກົມອາຫານ ແລະ ຢາ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກຕົກລົງອອກຂໍ້ກໍານົດ:

ຫມວດທີ I
ຫຼັກການທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ກໍານົດສະບັບນີ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆໃນການຄຸ້ມຄອງ ແລະ ສົ່ງເສີມຜະລິດຕະພັນເຄື່ອງສໍາອາງທີ່ຜະລິດ, ນໍາເຂົ້າ-ສົ່ງອອກ ແລະ ຈໍາຫນ່າຍພາຍໃນປະເທດໃຫ້ມີຄຸນນະພາບ ແລະ ມາດຕະຖານແນໃສ່ຮັບປະກັນຄວາມປອດໄພແກ່ຜູ້ຊົມໃຊ້. ຂ້າງເທິງ

ມາດຕາ 2. ລະດັບຄາດໝາຍ    
   ການຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ຈະເຮັດໃຫ້ຜູ້ຊົມໃຊ້ມີຄວາມປອດໄພ, ການດໍາເນີນທຸລະກິດມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ເປັນບ່ອນອີງໃຫ້ແກ່ພະນັກ ງານທີ່ມີໜ້າທີ່ກ່ຽວຂ້ອງຂອງລັດແຕ່ລະຂັ້ນໃນການຄຸ້ມຄອງ ແລະ ກວດກາຄຸນນະພາບຜະລິດຕະພັນເຄື່ອງສໍາອາງ. ຂ້າງເທິງ

ມາດຕາ 3. ຄວາມຫມາຍຄໍາສັບທີ່ນໍາໃຊ້ໃນຂໍ້ກໍານົດສະບັບນີ້

  • ຜູ້ອະນຸຍາດ: ແມ່ນກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ເຂດພິເສດ;
  • ຜະລິດຕະພັນເຄື່ອງສໍາອາງ: ໝາຍເຖິງວັດຖຸທີ່ໃຊ້ສໍາລັບທາ, ຖູ, ນວດ, ໂຮຍ, ພົ່ນ, ຢອດໃສ່, ອົບ ຫຼື ກະທໍາດ້ວຍວິທີໃດໜຶ່ງຕໍ່ສ່ວນໃດສ່ວນໜຶ່ງພາຍນອກ ຂອງຮ່າງກາຍຂອງຄົນ ເພື່ອຄວາມສະອາດສວຍງາມ ຫຼື ສົ່ງເສີມໃຫ້ເກີດຄວາມສວຍງາມ ຊຶ່ງລວມທັງວັດຖຸທີ່ມີຈຸດປະສົງໃຊ້ເປັນສ່ວນປະສົມໃນການຜະລິດ ເຄື່ອງສໍາອາງໂດຍສະເພາະ ຫຼື ວັດຖຸອື່ນທີ່ກະຊວງສາທາລະນະສຸກກໍານົດໃຫ້ເປັນເຄື່ອງສໍາອາງ ແຕ່ບໍ່ໄດ້ກວມເອົາເຄື່ອງປະດັບເອ້;
  • ພາຍນອກຂອງຮ່າງກາຍ: ໝາຍເຖິງເທິງຜິວໜັງ, ຜົ້ງປາກ, ເລັບ, ຜົມ ແລະອື່ນໆ;
  • ເຄື່ອງປະດັບເອ້: ໝາຍເຖິງສາຍສ້ອຍ, ຕຸ້ມຫູ, ໂມງ, ເສື້ອຜ້າ ແລະອື່ນໆ;
  • ເຄື່ອງບັນຈຸຫຸ້ມຫໍ່: ແມ່ນວັດຖຸໃດໜຶ່ງທີ່ໃຊ້ບັນຈຸ ຫຼື ຫຸ້ມຫໍ່ຜະລິດຕະພັນເຄື່ອງສໍາອາງໂດຍສະເພາະ;
  • ສະຫຼາກ: ແມ່ນຮູບ, ຮອຍປະດິດ ຫຼື ຂໍ້ຄວາມໃດຫນຶ່ງແນະນໍາກ່ຽວກັບເຄື່ອງສໍາອາງທີ່ຕິດໃສ່ ຫຼື ສອດໄວ້ໃນເຄື່ອງບັນຈຸຫຸ້ມຫໍ່ຊຶ່ງລວມເຖິງເອກະສານ ຫຼື ຄູ່ມື ເພື່ອໃຊ້ສໍາລັບແນະນໍາຜະລິດຕະພັນເຄື່ອງສໍາອາງນັ້ນໆ;
  • ຜະລິດ: ແມ່ນການປຸງແຕ່ງ ຫຼື ການດໍາເນີນການປະສົມ, ປ່ຽນຮູບ, ແປສະພາບ, ແບ່ງບັນຈຸ ຫຼື ປ່ຽນເຄື່ອງບັນຈຸຫຸ້ມຫໍ່;
  • ນໍາເຂົ້າ: ແມ່ນການນໍາເຂົ້າ ຫຼື ສັ່ງເຂົ້າມາໃນ ສ.ປ.ປ.ລາວ ຕາມການອະນຸຍາດຈາກຜູ້ອະນຸຍາດ;
  • ຈໍາໜ່າຍ: ແມ່ນການຂາຍ, ແຈກຢາຍ ຫຼື ແລກປ່ຽນເພື່ອຜົນປະໂຫຍດໃນທາງການຄ້າ ແລະ ລວມທັງການມີໄວ້ໃນຄອບຄອງເພື່ອຂາຍ;
  • ສະຖານທີ່: ແມ່ນທີ່ຕັ້ງຂອງອາຄານ ຫຼື ພາກສ່ວນໃດໜຶ່ງຂອງອາຄານ ແລະ ລວມທັງບໍລິເວນຂອງສະຖານທີ່ໆໃຊ້ໃນການດໍາເນີນທຸລະກິດ;
  • ຜູ້ປະກອບການ: ແມ່ນຜູ້ທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນເຄື່ອງສໍາອາງ ໃນນີ້ໝາຍຄວາມລວມເຖິງຜູ້ຈັດການ ຫຼື ຜູ້ຕາງໜ້າ, ນິຕິ ບຸກຄົນຊຶ່ງເປັນຜູ້ດໍາເນີນທຸລະກິດນັ້ນດ້ວຍ;
  • ເຄື່ອງສໍາອາງຄວບຄຸມ: ແມ່ນຜະລິດຕະພັນເຄື່ອງສໍາອາງທີ່ມີວັດຖຸເຄມີຄວບຄຸມ ເປັນສ່ວນປະກອບຕາມການກໍານົດຂອງກະຊວງສາທາລະນະສຸກ. ຂ້າງເທິງ

ຫມວດທີ II
ສິດ ແລະ ໜ້າທີ່ຂອງຜູ້ອະນຸຍາດ

ມາດຕາ 4. ອົງການຄຸ້ມຄອງ
   ອົງການຄຸ້ມຄອງ ແລະ ກວດກາຄຸນນະພາບຜະລິດຕະພັນເຄື່ອງສໍາອາງປະກອບມີ 2 ຂັ້ນຄື: 

  1. ຂັ້ນສູນກາງ: ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  2. ຂັ້ນແຂວງ: ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແລະ ເຂດພິເສດ. ຂ້າງເທິງ

ມາດຕາ 5. ສິດ ແລະ ໜ້າທີ່ຂອງຜູ້ອະນຸຍາດແຕ່ລະຂັ້ນ
   ເພື່ອຄຸ້ມຄອງ ແລະ ກວດກາຄຸນນະພາບຜະລິດຕະພັນເຄື່ອງສໍາອາງໃຫ້ມີປະສິດທິຜົນ ແລະ ປອດໄພ, ຜູ້ອະນຸຍາດແຕ່ລະຂັ້ນມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຂັ້ນສູນກາງ
  • ອອກລະບຽບການ, ກໍານົດມາດຕະຖານ, ຈັດປະເພດ-ບັນຊີຜະລິດຕະພັນເຄື່ອງສໍາອາງ, ເຄື່ອງສໍາອາງຄວບຄຸມພິເສດ, ວັດຖຸເຄມີຄວບຄຸມ ແລະ ຕ້ອງຫ້າມ ແລະ ອອກແຈ້ງການຕ່າງໆ.
  • ຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ.
  • ອະນຸຍາດໃຫ້ຜະລິດ, ນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍ.
  • ຕິດຕາມ, ກວດກາຄຸນນະພາບກ່ອນ ແລະ ຫຼັງການຈໍາໜ່າຍ ແລະ ເກັບຜະລິດຕະພັນຕົວແບບເພື່ອວິໃຈ.
  • ຄຸ້ມຄອງ ແລະ ກວດກາເນື້ອໃນໂຄສະນາຜະລິດຕະພັນເຄື່ອງສໍາອາງ.
  • ຖອນ ຫຼື ຍົກເລີກຜະລິດຕະພັນເຄື່ອງສໍາອາງທີ່ເປັນອັນຕະລາຍຕໍ່ຜູ້ຊົມໃຊ້ .
  • ຮັບ ແລະ ພິຈາລະນາຄໍາຮ້ອງຟ້ອງກ່ຽວກັບບັນຫາຄຸນນະພາບຜະລິດຕະພັນເຄື່ອງສໍາອາງ.
  1. ຂັ້ນແຂວງ
  • ອະນຸຍາດໃຫ້ຜະລິດ, ນໍາເຂົ້າ-ສົ່ງອອກ ແລະ ຈໍາໜ່າຍຕາມການມອບໝາຍຈາກກະຊວງສາທາລະນະສຸກ.
  • ຕິດຕາມ ແລະ ກວດກາຄຸນນະພາບກ່ອນ ແລະ ຫຼັງການຈໍາໜ່າຍ ແລະ ເກັບຜະລິດຕະພັນຕົວແບບ.
  • ຄຸ້ມຄອງ ແລະ ກວດກາເນື້ອໃນໂຄສະນາຜະລິດຕະພັນເຄື່ອງສໍາອາງ.
  • ຮັບ ແລະ ພິຈາລະນາຄໍາຮ້ອງຟ້ອງກ່ຽວກັບບັນຫາຄຸນນະພາບຜະລິດຕະພັນເຄື່ອງສໍາອາງ. ຂ້າງເທິງ

ຫມວດທີ III
ການດໍາເນີນທຸລະກິດກ່ຽວກັບຜະລິດຕະພັນເຄື່ອງສໍາອາງ

ມາດຕາ 6. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ມີຈຸດປະສົງຢາກດໍາເນີນທຸລະກິດກ່ຽວກັບການຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍຜະລິດຕະພັນເຄື່ອງສໍາອາງ ຕ້ອງໄດ້ຍື່ນຄໍາຮ້ອງ ເພື່ອຂໍອະນຸຍາດຢ່າງເປັນທາງການຈາກຂະແຫນງການສາທາລະນະສຸກ ແລະ ຂະແຫນງການອື່ນທີ່ກ່ຽວຂ້ອງ ແລະ ຕ້ອງໄດ້ນໍາເອົາຜະລິດຕະພັນ ຂອງຕົນທີ່ຈະຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍມາຂຶ້ນທະບຽນຢູ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 7. ເງື່ອນໄຂຂອງການດໍາເນີນທຸລະກິດການຜະລິດເຄື່ອງສໍາອາງ
   ບຸກຄົນ ຫຼື ການຈັດຕັ້ງໃດຫນື່ງທີ່ມີຈຸດປະສົງຢາກດໍາເນີນທຸລະກິດກ່ຽວກັບການຜະລິດເຄື່ອງສໍາອາງ, ໂຮງງານຕ້ອງມີເງື່ອນໄຂຄືດັ່ງນີ້:

  • ມີວິຊາການທີ່ເຫມາະສົມເຊັ່ນ: ມີເພສັດຊະກອນ ຫຼື ນັກເຄມີສາດ ຫຼື ນັກວິຊາການທີ່ມີປະສົບການດ້ານນີ້.
  • ມີສິ່ງອໍານວຍຄວາມສະດວກທີ່ຈໍາເປັນເພື່ອຮັບປະກັນມາດຕະຖານການຜະລິດທີ່ດີເຊັ່ນ: ມີຫ້ອງຜະລິດ, ມີສາງເກັບມ້ຽນທີ່ໄດ້ມາດຕະຖານຕາມທາງການວາງອອກ ແລະ ອຸປກອນຮັບໃຊ້ທີ່ຈໍາເປັນອື່ນໆ.
  • ມີລະບົບປົກປັກຮັກສາຄວາມປອດໄພ ແລະ ສິ່ງແວດລ້ອມ.
  • ກ່ອນຈະຜະລິດເຄື່ອງສໍາອາງ ຕ້ອງເຮັດຄໍາຮ້ອງຂໍອະນຸຍາດຜະລິດທົດລອງຊຶ່ງກໍານົດລາຍການຜະລິດ ພ້ອມດ້ວຍສູດຕໍາລາ ແລະ ຂັ້ນຕອນການຜະລິດຕໍ່ກົມ ອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ຂ້າງເທິງ

ມາດຕາ 8. ການນໍາເຂົ້າຜະລິດຕະພັນເຄື່ອງສໍາອາງ
   ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ມີຈຸດປະສົງຢາກດໍາເນີນທຸລະກິດກ່ຽວກັບການນໍາເຂົ້າຜະລິດຕະພັນເຄື່ອງສໍາອາງຕ້ອງມີບາງເງື່ອນໄຂດັ່ງນີ້:

  • ເປັນບຸກຄົນ ຫຼື ນິຕິບຸກຄົນທີ່ມີປະສົບປະການ ແລະ ມີທະບຽນວິສະຫະກິດ.
  • ສ້າງບັນຊີເຄື່ອງສໍາອາງທີ່ມີເຄມີຄວບຄຸມ ເພື່ອຂໍອະນຸມັດນໍາເຂົ້າຈາກຂະແຫນງການສາທາລະນະສຸກ.
  • ມີເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກເພື່ອເກັບຮັກສາ ແລະ ຂົນສົ່ງຜະລິດຕະພັນເຄື່ອງສໍາອາງໃຫ້ຢູ່ໃນສະພາບດີ.

   ຜະລິດຕະພັນເຄື່ອງສໍາອາງຄວບຄຸມພິເສດ ທີ່ຈະນໍາເຂົ້າມາຈໍາໜ່າຍຢູ່ ສປປລາວ ຕ້ອງໄດ້ຈົດທະບຽນຢູ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ທຸກການນໍາເຂົ້າຜະລິດຕະພັນດັ່ງກ່າວ ຕ້ອງໄດ້ຮັບການກວດກາຈາກຂະແໜງສາທາລະນະສຸກເສຍກ່ອນ. ຂ້າງເທິງ

ມາດຕາ 9. ການຈໍາໜ່າຍ
   ການຈໍາໜ່າຍຜະລິດຕະພັນເຄື່ອງສໍາອາງ ສາມາດດໍາເນີນການໄດ້ຢູ່ຮ້ານຂາຍຢາ, ຮ້ານເສີມສວຍ ຫຼື ຕາມຮ້ານຄ້າທົ່ວໄປທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ.
   ຜູ້ດໍາເນີນທຸລະກິດກ່ຽວກັບຜະລິດຕະພັນເຄື່ອງສໍາອາງ ຕ້ອງຮັບຜິດຊອບຕໍ່ຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຂອງຕົນຕໍ່ໜ້າກົດໝາຍ.

ມາດຕາ 10. ການໂຄສະນາ
   ບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງທີ່ມີຈຸດປະສົງຢາກໂຄສະນາກ່ຽວກັບຜະລິດຕະພັນເຄື່ອງສໍາອາງ ຕ້ອງໄດ້ຮັບອະນຸຍາດ ແລະ ປະຕິບັດຕາມຂໍ້ກໍານົດວ່າດ້ວຍ ການໂຄສະນາ ທີ່ກະຊວງສາທາລະນະສຸກວາງອອກ.
   ການໂຄສະນາຕ້ອງໃຊ້ຖ້ອຍຄໍາທີ່ເປັນທໍາຕໍ່ຜູ້ບໍລິໂພກ, ບໍ່ໃຊ້ຖ້ອຍຄໍາທີ່ອາດກໍ່ໃຫ້ເກີດຄວາມເຊື່ອມເສຍຕໍ່ສັງຄົມສ່ວນລວມ. ຂ້າງເທິງ

ຫມວດທີ IV
ການຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ

ມາດຕາ 11. ການຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ

  1. ຜະລິດຕະພັນເຄື່ອງສໍາອາງທີ່ຕ້ອງໄດ້ຂຶ້ນທະບຽນ ແມ່ນຜະລິດຕະພັນທີ່ມີວັດຖຸເຄມີເປັນສ່ວນປະກອບ ຕາມການກໍານົດຂອງກະຊວງສາທາລະນະສຸກ;
  2. ການປະກອບເອກະສານໃນການຂໍຂຶ້ນທະບຽນ.

   ຜູ້ທີ່ມີຈຸດປະສົງຢາກຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງ ຕ້ອງຍື່ນໃບຄໍາຮ້ອງຂໍຂຶ້ນທະບຽນຕໍ່ກົມອາຫານ ແລະ ຢາ ພ້ອມດ້ວຍເອກະສານທີ່ຈໍາເປັນ ແລະ ຜະລິດຕະພັນຕົວແບບຄືດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ (ຕາມແບບຟອມອອກໃຫ້ໂດຍກົມອາຫານ ແລະ ຢາ)
  2. ໃບທະບຽນການຄ້າ/ທຸລະກິດ
  3. ໃບຢັ້ງຢືນຄຸນນະພາບຈາກປະເທດຜູ້ຜະລິດ (ໃບຢັ້ງຢືນການຜະລິດທີ່ດີ, ການວິໃຈ, ການຂຶ້ນທະບຽນ) ທີ່ຍັງມີຜົນບັງຄັບໃຊ້.
  4. ໃບຢັ້ງຢືນການຈໍາຫນ່າຍຈາກປະເທດຜູ້ຜະລິດທີ່ຍັງມີຜົນບັງຄັບໃຊ້.
  5. ຜະລິດຕະພັນຕົວແບບ (ຈໍານວນຕາມການກໍານົດ) ທີ່ຢູ່ໃນຫົວໜ່ວຍມັດຫໍ່ເດີມ. ຂ້າງເທິງ

ມາດຕາ 12. ເນື້ອໃນຂອງສະຫລາກ
   ຜະລິດຕະພັນເຄື່ອງສໍາອາງທີ່ຈະຂໍຂຶ້ນທະບຽນ ຕ້ອງມີສະຫຼາກທີ່ມີເນື້ອໃນຄົບຖ້ວນເປັນພາສາລາວ ຫຼື ພາສາສາກົນທີ່ອ່ານໄດ້ຊັດເຈນດັ່ງນີ້:

  • ຊື່ຜະລິດຕະພັນເຄື່ອງສໍາອາງຄວບຄຸມ;
  • ຊື່ວັດຖຸເຄມີທີ່ໃຊ້ເປັນສ່ວນປະກອບສໍາຄັນພ້ອມດ້ວຍປະລິມານ;
  • ເລກທະບຽນທີ່ປະເທດຜູ້ຜະລິດອອກໃຫ້;
  • ຊື່ຜູ້ຜະລິດ, ບ່ອນຜະລິດ, ຄັ້ງທີ ແລະ ວັນເດືອນປີຜະລິດ ແລະ ວັນໝົດອາຍຸ;
  • ວິທີໃຊ້, ຄໍາເຕືອນ ຫລື ຂໍ້ຫ້າມໃຊ້ເພື່ອຄວາມປອດໄພ;
  • ຂະໜາດບັນຈຸ. ຂ້າງເທິງ

ມາດຕາ 13. ອາຍຸຂອງໃບຢັ້ງຢືນການຂຶ້ນທະບຽນຜະລິດຕະພັນ ແລະ ການລົບລ້າງ

  1. ອາຍຸໃບຢັ້ງຢືນການຂຶ້ນທະບຽນຜະລິດຕະພັນເຄື່ອງສໍາອາງມີ ກໍານົດໃຊ້ 5 ປີນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ກ່ອນມື້ຫມົດອາຍຸກໍານົດນໍາໃຊ້ຢ່າງຊ້າ 90 ວັນ, ເຈົ້າຂອງຜະລິດຕະພັນຕ້ອງໄດ້ຍື່ນໃບຄໍາຮ້ອງເພື່ອຂໍຂຶ້ນທະບຽນໃໝ່ ແລະ ຖ້າຫາກບໍ່ປະຕິບັດຕາມວັນເວລາດັ່ງກ່າວ ໃບຢັ້ງຢືນການຂຶ້ນທະບຽນນັ້ນແມ່ນຖືກລົບ ລ້າງ;
  2. ຜະລິດຕະພັນເຄື່ອງສໍາອາງທີ່ໄດ້ຮັບການຂຶ້ນທະບຽນໄວ້ແລ້ວອາດຖືກລົບລ້າງ, ຖ້າຫາກພົບເຫັນວ່າຜະລິດຕະພັນດັ່ງກ່າວບໍ່ມີຄຸນປະໂຫຍດ ຫລື ບໍ່ມີຄຸນນະພາບ ແລະ ບໍ່ປອດໄພແກ່ຜູ້ຊົມໃຊ້ຕາມທີ່ໄດ້ຂຶ້ນທະບຽນໄວ້ ຫລື ໃນກໍລະນີບໍລິສັດແມ່ຜູ້ຜະລິດປະກາດລົບລ້າງ. ຂ້າງເທິງ

ຫມວດທີ V
ການເສຍຄ່າທໍານຽມ ແລະ ຄ່າບໍລິການວິຊາສະເພາະ

ມາດຕາ 14. ຜູ້ປະກອບການກ່ຽວກັບຜະລິດຕະພັນເຄື່ອງສໍາອາງ ຕ້ອງໄດ້ເສຍຄ່າທໍານຽມ ແລະ ຄ່າບໍລິການວິຊາສະເພາະດ້ວຍຕົນເອງໃນການວິໃຈຄຸນນະພາບ ຜະລິດຕະພັນ, ໃນການອອກໃບຢັ້ງຢືນການຂຶ້ນທະບຽນ ແລະອື່ນໆ ຕາມທີ່ທາງການວາງອອກໃນແຕ່ລະໄລຍະ.

  1. ຄ່າທໍານຽມການຂຶ້ນທະບຽນຕາມກົດລະບຽບຂອງກະຊວງການເງິນວາງອອກ;
  2. ຄ່າບໍລິການວິຊາສະເພາະຕາມກົດລະບຽບຂອງກະຊວງສາທາລະນະສຸກ. ຂ້າງເທິງ

ຫມວດທີ VI
ຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 15. ຂໍ້ຫ້າມຕ່າງໆ

  1. ຫ້າມບຸກຄົນ ແລະ ການຈັດຕັ້ງໃດຫນຶ່ງຜະລິດນໍາເຂົ້າ-ສົ່ງອອກ ແລະ ຈໍາຫນ່າຍຜະລິດຕະພັນເຄື່ອງສໍາອາງ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການສາທາ ລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
  2. ຫ້າມບຸກຄົນ ແລະ ການຈັດຕັ້ງໃດໜຶ່ງໂຄສະນາເກີນຄວາມເປັນຈິງກ່ຽວກັບສັບພະຄຸນຜະລິດຕະພັນເຄື່ອງສໍາອາງ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການສາ ທາລະນະສຸກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ.
  3. ຫ້າມບຸກຄົນ ແລະ ການຈັດຕັ້ງໃດໜຶ່ງປອມແປງຜະລິດຕະພັນເຄື່ອງສໍາອາງ ຕາມທີ່ໄດ້ຮັບຢັ້ງຢືນການຂຶ້ນທະບຽນໄວ້ແລ້ວ. ຂ້າງເທິງ

ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ
   ຫາກບຸກຄົນໃດລະເມີດຕໍ່ຂໍ້ກໍານົດສະບັບນີ້ຈະຖືກສຶກສາອົບຮົມ, ກ່າວເຕືອນ, ຢຶດຜະລິດຕະພັນ ແລະ ປັບໃໝ ຫລື ຮ້ອງຟ້ອງຕາມລະບຽບກົດຫມາຍຂອງບ້ານເມືອງ ຕາມກໍລະນີຫນັກ ຫລື ເບົາ, ໂດຍສະເພາະບັນດາມາດຕາດັ່ງຕໍ່ໄປນີ້:

  • ລະເມີດມາດຕາ 8 ຈະຖືກສຶກສາອົບຮົມ, ກ່າວເຕືອນສະເຫນີປິດກິດຈະການຊົ່ວຄາວ ເພື່ອລໍຖ້າການອອກອະນຸຍາດໃຫ້ຖືກຕ້ອງ.
  • ລະເມີດມາດຕາ11: ຄັ້ງທີໜຶ່ງຈະຖືກສຶກສາອົບຮົມ, ກ່າວເຕືອນ, ຄັ້ງທີສອງຈະຖືກປັບໃຫມ 1 ເທົ່າຕົວຂອງມູນຄ່າການອອກອະນຸຍາດໂຄສະນາຕາມຂໍ້ກໍານົດ ວ່າດ້ວຍການຄຸ້ມຄອງການໂຄສະນາ.
  • ລະເມີດມາດຕາ12: ຄັ້ງທີໜຶ່ງ ຖືກປັບໃຫມ 1 ເທົ່າຕົວຕາມມູນຄ່າຈົດທະບຽນຜະລິດຕະພັນເຄື່ອງສໍາອາງ ແລະ ກ່າວເຕືອນ. ຄັ້ງທີ 2 ຈະຖືກປັບໃຫມ 3 ເທົ່າ ຕົວຕາມມູນຄ່າຈົດທະບຽນຜະລິດຕະພັນເຄື່ອງສໍາອາງ ແລະ ປິດກິດຈະການຢ່າງຖາວອນ. ຂ້າງເທິງ

ຫມວດທີ VII
ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
   ທຸກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງຕ່າງໆຈົ່ງໃຫ້ການຮ່ວມມື ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ກໍານົດສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 18. ມອບໃຫ້ກົມອາຫານ ແລະ ຢາເປັນໃຈກາງຮັບຜິດຊອບໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຂໍ້ກໍານົດສະບັບນີ້ໃຫ້ປະກົດຜົນເປັນຈິງ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 19. ຂໍ້ກໍານົດສະບັບນີ້ມີຜົນບັງຄັບໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ. ປອນເມກ ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 Provision on the Quality Control of Cosmetic Products No. 2580/MOH PDF
2 ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຈົດທະບຽນເຄື່ອງສຳອາງທີ່ນຳເຂົ້າ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຜະລິດຕະພັນເຄື່ອງສໍາອາງຄວບຄຸມພິເສດ ທີ່ຈະນໍາເຂົ້າມາຈໍາໜ່າຍຢູ່ ສປປລາວ ຕ້ອງໄດ້ຈົດທະບຽນຢູ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ 9999-12-31 ALL
2 ຕ້ອງຂຶ້ນທະບຽນຜູ້ນຳເຂົ້າ - ເຄື່ອງສຳອາງ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ສາທາລະນະສຸກ ຜູ້ນຳເຂົ້າເຄື່ອງສຳອາງ ຕ້ອງໄດ້ຍື່ນຄໍາຮ້ອງ ເພື່ອຂໍຂຶ້ນທະບຽນ ຢ່າງເປັນທາງການຈາກຂະແຫນງການສາທາລະນະສຸກ ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ 9999-12-31 ALL
3 ຕ້ອງຕິດສະຫຼາກເຄື່ອງສຳອາງນໍາເຂົ້າ TBT ກະຊວງ ສາທາລະນະສຸກ ເຄື່ອງສຳອາງທີ່ນຳເຂົ້າຕ້ອງໄດ້ຕິດສະຫຼາກທີ່ເປັນພາສາລາວ ຫຼື ອັງກິດ ຢ່າງ ຈະແຈ້ງ ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ເລກທີ 2580/ກຊສ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.