ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້     

ເລກທີ 1893/ກປ
ນະຄອນຫຼວງວຽງຈັນ

ວັນທີ 24 ກັນຍາ 2020

 

ຄໍາສັ່ງ

ກ່ຽວກັບ ການເພີ່ມທະວິຄວາມເອົາໃຈໃສ່ ໃນການກວດກາການຕິດສະຫຼາກ  ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ

ເຖິງ:   -  ທ່ານ ຫົວໜ້າກົມປູກຝັງ;

-   ທ່ານ ຫົວໜ້າພະແນກກະສິກໍາ ແລະ  ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ.

  • ອີງຕາມ ກົດໝາຍ ວ່າດ້ວຍ ກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
  • ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້;
  • ອີງຕາມ ໜັງສືສະເໜີ ຂອງກົມປູກຝັງ ເລກທີ 1976/ກປຝ, ລົງວັນທີ 10 ກັນຍາ 2020;
  • ອີງຕາມ ການຄົ້ນຄວ້າ ແລະ ສະເໜີ ຂອງກົມນະໂຍບາຍ ແລະ ນິຕິກໍາ ເລກທີ 0712/ກບນ, ລົງວັນທີ 21 ກັນຍາ 2020.

        ໃນໄລຍະທີ່ຜ່ານມາ ຂະແໜງການກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະຫຍາຍກົດໝາຍ, ດໍາລັດ ອອກເປັນນິຕິກໍາ ໃຕ້ກົດໝາຍ ລວມທັງຄູ່ມືວິຊາການ ຫຼາຍສະບັບ ພ້ອມທັງໂຄສະນາເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບ ແລະ ຈັດຕັ້ງ ປະຕິບັດ ເປັນຢ່າງດີ ໂດຍສະເພາະການຕິດສະຫຼາກ ພາຊະນະບັນຈຸຝຸ່ນ,ຢາປາບສັດຕູພືດ ແລະ ເມັດພັນພືດ, ແຕ່ເຖິງ ຢ່າງໃດກໍ່ຕາມ ຜ່ານການກວດກາຕົວຈິງຂອງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ຍັງພົບເຫັນການຕິດສະຫຼາກທີ່ບໍ່ຖືກຕ້ອງ ເປັນຕົ້ນ ສະຫຼາກບໍ່ເປັນພາສາລາວ, ບໍ່ມີຂໍ້ມູນ ຫຼື ເຕັກນິກການນໍາໃຊ້ ເຮັດໃຫ້ເກີດຄວາມສ່ຽງຕໍ່ການນໍາໃຊ້ ປັດໄຈການຜະລິດທີ່ ບໍ່ໄດ້ຄຸນນະພາບ, ເສຍຄຸນນະພາບ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ.

        ເພື່ອແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ ແລະ ຮັບປະກັນໃຫ້ຜູ້ນໍາໃຊ້ຝຸ່ນ, ຢາປາບສັດຕູພຶດ ແລະ ເມັດພັນພືດ ໄດ້ຮັບຂໍ້ມູນຢ່າງຖືກຕ້ອງ ກ່ຽວກັບ ປະເພດ, ເຕັກນິກການນໍາໃຊ້ ແລະ ການຮັກສາຄວາມປອດໄພ ນັ້ນ,

ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກຄໍາສັ່ງ:

1. ໃຫ້ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ເປັນເຈົ້າການ ກວດກາ ແລະ ແນະນໍາໃຫ້ ຜູ້ປະກອບການ ທີ່ດໍາເນີນທຸລະກິດ ກ່ຽວກັບ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ ເອົາໃຈໃສ່ໃນການຕິດສະຫຼາກ ໃຫ້ຖືກຕ້ອງຕາມລະບຽບການ ດັ່ງນີ້:

  1. 1 ການຜະລິດ ຫຼື ນໍາເຂົ້າ ເພື່ອຈໍາໜ່າຍ ຕ້ອງຕິດສະຫຼາກເປັນພາສາລາວ ຫຼື ໃນກໍລະນີທີ່ຜູ້ປະກອບການຕ້ອງການຮັກສາເນື້ອໃນພາສາຕ່າງປະເທດໄວ້ ກໍໃຫ້ເຮັດເປັນສອງພາສາ ມີທັງ ພາສາລາວ ແລະ ພາສາ ຕ່າງປະເທດ ໂດຍໄດ້ຮັບການຮັບຮອງຈາກກົມປູກຝັງ ບົນພື້ນຖານ ເງື່ອນໄຂ ດັ່ງນີ້:
  • ເນື້ອໃນຂອງສະຫຼາມ ທີ່ເປັນພາສາລາວ ຕ້ອງຖຶກກັບເນື້ອໃນຂອງສະຫຼາກທີ່ເປັນພາສາຕ່າງປະເທດ;
  • ການພິມຫນັງສືໃສ່ພາຊະນະບັນຈຸ ຕ້ອງຈະແຈ້ງ ແລະ ອ່ານອອກງ່າຍ;
  • ຂະຫນາດຂອງສະຫຼາກ ຕ້ອງກວມ ສາມສ່ວນສີ່ ຂອງເນື້ອທີ່ພາຊະນະບັນຈຸ;
  • ພາຊະນະບັນຈຸທີ່ເປັນ ກະເປົ້າ ຫຼື ຊອງ ຕ້ອງພິມໃສ່ທັງສອງດ້ານ, ຖ້າເປັນພາຊະນະບັນຈຸທີ່ເປັນ ກະຕຸກ ຫຼືແກ້ວ ແມ່ນໃຫ້ພິມໃສ່ເຈ້ຍສະຕິກເກີຕິດໃສ່ ແລະ ໃນກໍລະນີທີ່ບໍ່ສາມາດພິມໃສ່ພາຊະນະບັນຈຸທີ່ເປັນ ກະຕຸກ ຫຼື ຊອງ ຕ້ອງມີສະຫຼາກແນບຕິດໄປກັບພາຊະນະບັນຈຸ.

      1.2 ສໍາລັບການນໍາເຂົ້າ ເພື່ອຄົ້ນຄວ້າທົດລອງ, ຊ່ວຍເຫຼືອການລະບາດຂອງສັດຕູພືດ ແລະ ຮັບໃຊ້ໃນກິດຈະການທີ່ໄດ້ຮັບນະໂຍບາຍສົ່ງເສີມການລົງທຶນ ແມ່ນໃຫ້ຍົກເວັ້ນການຕິດສະຫຼາກ ຕາມທີ່ໄດ້ກໍານົດໄວ້ ໃນຂໍ້ 1.1 ຂອງຄໍາສັ່ງສະບັບນີ້, ແຕ່ຕ້ອງມີຂໍ້ມູນ ກ່ຽວກັບ ຊື່, ທີ່ຢູ່ ແລະ ເບີໂທລະສັບຂອງຜູ້ນໍາເຂົ້າ ຕິດ ໃສ່ພາຊະນະບັນຈຸ ພ້ອມທັງພິມຂໍ້ຄວາມ “ຫ້າມຈໍາໜ່າຍ” ແລະ ເລກທີໃບທະບຽນຝຸ່ນ, ຢາປາບສັດຕູ ພືດ ຫຼື ເມັດພັນພືດ ທີ່ສາມາດເຫັນຊັດເຈັນ ແລະ ອ່ານອອກງ່າຍ.

2. ໃຫ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຊີ້ນໍາຂະແໜງປູກຝັງ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ດ່ານກັກກັນພືດ ເອົາໃຈໃສ່ ກວດກາການຕິດສະຫຼາກ ແລະ ການສະໜອງປັດໄຈການຜະລິດ ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

      2.1 ການນໍາເຂົ້າ ແລະ ການຈໍາໜ່າຍ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ ໃຫ້ກວດກາຄືນການຕິດສະຫຼາກເປັນພາສາລາວ ແລະ ມີເນື້ອໃນສອດຄ່ອງກັບແບບສະຫຼາກ ທີ່ໄດ້ຮັບຮອງຈາກກົມປູກຝັງ ພ້ອມທັງນໍາໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ ເປັນຕົ້ນ

  • ການລັກລອບນໍາເຂົ້າ;
  • ການຈໍາໜ່າຍ ໂດຍມີການຄຽນຖ່າຍປັດໄຈການຜະລິດ ຈາກພາຊະນະບັນຈຸເດີມໄປໃສ່ພາຊະນະບັນຈຸອື່ນ ຫຼື ມີການຫຸ້ມຫໍ່ຄືນໃຫມ່;
  • ການແບ່ງຂາຍ ແລະ ໃຊ້ພາຫະນະຂົນສົ່ງ, ແຈກຢາຍ ຫຼື ນໍາໃຊ້ແບບຊະຊາຍ;
  • ການດັດແປງເນື້ອໃນຂອງສະຫຼາກ ເຊັ່ນ: ຕັດ ຫຼື ເພີ່ມ ຂໍ້ມູນອື່ນໃສ່ໂດຍບໍ່ໄດ້ຮັບອະນຸຍາດ ເປັນຕົ້ນຂໍ້ຄວາມທີ່ຂຽນວ່າ “ອັນຕະລາຍຕໍ່”, “ປອດໄພ”, “ບໍ່ເປັນພິດ”, “ບໍ່ເບື່ອ”, “ອັນຕະລາຍໜ້ອຍ”. “ບໍ່ອັນຕະລາຍ”, “ປອດສານພິດ”, “ສະມັດຕະພາບຂອງຜົນຜະລິດສູງ”, “ກໍາໄລດີ” ຫຼື ຂໍ້ຄວາມອື່ນ ທີ່ແອບອ້າງຜົນການຄົ້ນຄວ້າ ຫຼື ນໍາໃຊ້ຄໍາສັບວິທະຍາສາດສະເພາະດ້ານເກິນຄວາມເປັນຈິງ;
  • ຈໍາຫນ່າຍ ຫຼື ແຈກຍາຍຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ໃນກິດຈະການສົ່ງເສີມການລົງທຶນ ຊຶ່ງບໍ່ສອດຄ່ອງກັບເງື່ອນໄຂການອະນຸຍາດ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 1.2 ຂອງຄໍາສັ່ງສະບັບນີ້.

3. ເມື່ອເຈົ້າໜ້າທີ່ກວດກາຢາປາບສັດຕູພືດ ພົບເຫັນຝຸ່ນ, ຢາປາບສັດຕູພຶດ ແລະ ເມັດພັນພືດ ບໍ່ໄດ້ຕິດສະຫຼາກ ຫຼື ຕິດສະຫຼາກບໍ່ຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກໍານົດໄວ້ຂໍ້ 1 ຂອງຄໍາສັ່ງສະບັບນີ້ ໃຫ້ກັກປັດໄຈການຜະລິດດັ່ງກ່າວ ໄວ້ໃນບໍລິເວນໃດໜຶ່ງ ເພື່ອດໍາເນີນການກວດກາ ແລະ ພິສູດເອກະສານຢັ້ງຢືນຮັບຮອງສະຫຼາກ ແລະ ການຂຶ້ນ ທະບຽນວິຊາການ ພ້ອມທັງສະເໜີພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ນໍາໃຊ້ມາດຕະການຕໍ່ ຜູ້ລະເມີດຕາມແຕ່ລະກໍລະນີ ດັ່ງນີ້:

  1. 1 ລະເມີດຄັ້ງທີ 1 ໃຫ້ກ່າວເຕືອນ, ສຶກສາອົບຮົມ, ເຮັດບົດບັນທຶກ ແລະ ເຊັນຮັບຮູ້ການລະເມີດ ພ້ອມທັງກໍານົດວິທີການແກ້ໄຂຮ່ວມກັນ; ໃນກໍລະນີບໍ່ມີເອກະສານຢັ້ງຢືນ ແລະ ຮັບຮອງການຂຶ້ນທະບຽນ ຕ້ອງຢືດ ແລະ ນໍາສົ່ງຕົວຢ່າງເຖິງກົມປູກຝັງ ເພື່ອວິໄຈຄຸນນະພາບ ແລະ ຄວາມປອດໄພ ຂອງຝຸ່ນ, ຢາ ປາບສັດຕູພືດ ແລະ ເມັດພັນພືດ ໂດຍໃຫ້ຜູ້ລະເມີດຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ;
  2. 2 ລະເມີດຄັ້ງທີ 2 ຈະຖືກຢຶດປັດໄຈການຜະລິດ ແລະ ຖືກປັບໃໝ ໜຶ່ງເທົ່າ ຂອງມູນຄ່າ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພຶດ ພ້ອມທັງ ໂຈະໃບທະບຽນ ຝຸ່ນ, ຢາປາບສັດຕູພຶດ ແລະ ເມັດພັນພືດ ຈົນກວ່າຈະມີການແກ້ໄຂຕາມຄໍາແນະນໍາໃນບົດບັນທຶກ ຂອງເຈົ້າໜ້າທີ່ກວດກາຢາປາບສັດຕູພືດ;
  3. 3 ລະເມີດຄັ້ງທີ 3 ຈະຖືກຢຶດປັດໄຈການຜະລິດ ແລະ ຖືກປັບໃໝ ໜຶ່ງເທົ່າ ຂອງມູນຄ່າ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ ພ້ອມທັງ ຖອນໃບທະບຽນ ຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດ.

4. ໃຫ້ ກົມປູກຝັງ ສົມທົບກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ຮີບຮ້ອນໂຄສະນາເຜີຍແຜ່ຄໍາສັ່ງສະບັບນີ້ ໃຫ້ເຈົ້າໜ້າທີ່ກວດກາຢາປາບສັດຕູພືດ, ຜູ້ປະກອບການ, ດ່ານນໍາເຂົ້າ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຊາບຢ່າງທົ່ວເຖິງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແນວໃດ ໃຫ້ລາຍງານການນໍາກະຊວງກະສິກໍາ ແລະ ປ່າໄມ້ ຮັບຊາບຢ່າງເປັນປົກກະຕິ ເພື່ອຫາວິທີແກ້ໄຂຢ່າງ ທັນການ.

5. ຄໍາສັ່ງສະບັບນີ້ ມີຜົນສັກສິດນັບ ແຕ່ວັນລົງລາຍເຊັນ ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ລັດຖະມົນຕີ

ປອ.ລຽນ ທີແກ້ວ

 

 

# ຫົວຂໍ້ ດາວໂຫຼດ
1 Ministerial Ordinance on the Enhancing of the Inspection of Fertilizer, Pesticide and Plant Seeds Labelling No. 1893/MAF, dated September 24, 2020. PDF
2 ຄໍາສັ່ງ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາການຕິດສະຫຼາກຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດສະບັບເລກທີ 1893/ກປ, ລົງວັນທີ 24 ກັນຍາ 2020 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງຕິດສະຫຼາກຝຸ່ນ TBT ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອນຳເຂົ້າ ຕ້ອງໄດ້ຕິດສະຫຼາກເປັນພາສາລາວ ຕາມລາຍລະອຽດ ແລະ ຂໍ້ມູນທີ່ໄດ້ກຳນົດໄວ້.
  1. ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຄຸ້ມຄອງຝຸ່ນ ໃນ ສປປ ລາວ ເລກທີ 2169/ກປ, ລົງວັນທີ 24 ຕຸລາ 2013
  2. ຄໍາສັ່ງ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາການຕິດສະຫຼາກຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດສະບັບເລກທີ 1893/ກປ, ລົງວັນທີ 24 ກັນຍາ 2020
9999-12-31 ALL
2 ຮຽກຮ້ອງໃຫ້ມີການຕິດສະຫຼາກ - ແນວພັນພືດນຳເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ເມັດພັນພືດນໍາເຂົ້າ ຕ້ອງມີສະຫຼາກເປັນຮູບພາບ, ຂໍ້ຄວາມ ຫຼຶ ເປັນຕົວອັກສອນ ພາສາລາວ ແລະ ພາສາຕ່າງປະເທດ ເພື່ອສະແດງ, ຊີ້ບອກຊະນິດ ແລະ ຊື່ແນວພັນພືດ, ຄວາມງອກ, ຄວາມຊຸ່ມ, ຄວາມບໍລິສູດ, ນໍ້າໜັກ, ອາຍຸການນໍາໃຊ້ ລວມທັງຄໍາແນະນໍາໃນການປູກ
  1. ດໍາລັດ ວ່າດ້ວຍ ແນວພັນພືດ ເລກທີ 238/ລບ, ລົງວັນທີ 18 ພຶດສະພາ 2020
  2. ຄໍາສັ່ງ ກ່ຽວກັບການເພີ່ມທະວີຄວາມເອົາໃຈໃສ່ໃນການກວດກາການຕິດສະຫຼາກຝຸ່ນ, ຢາປາບສັດຕູພືດ ແລະ ເມັດພັນພືດສະບັບເລກທີ 1893/ກປ, ລົງວັນທີ 24 ກັນຍາ 2020
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.