ຫ້ອງການກະຊວງການເງິນອອກແຈ້ງການສະບັບເລກທີ 0163/ຫກງ, ລົງວັນທີ 27 ມັງກອນ 2021 ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງການນໍາເຂົ້າສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ດ່ານພາສີສາກົນຂົວມິດຕະພາບ (https://www.laonsw.net/web/epermitsv2/presentation-structure) ເພື່ອຫັນວຽກງານພາສີເປັນທັນສະໄໝ, ລວມສູນ, ຮັບປະກັນປະສິດທິຜົນ ແລະ ຄວາມຄ່ອງຕົວ ໃນການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ.

ຜູ້ປະກອບການ ທີ່ນໍາເຂົ້າທຸກໆປະເພດສິນຄ້າ, ເຄື່ອງຂອງຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພັດທະນາລາວ ເຊັ່ນ: ລະບົບ i-Banking, BCEL One Corportate Banking, ເງິນສົດ, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ.

ຄ່າທໍານຽມ ຫຼື ຄ່າບໍລິການນໍາໃຊ້ລະບົບດັ່ງກ່າວ ແມ່ນ 120.000 (ໜຶ່ງແສນຊາວພັນ) ກີບ ຕໍ່ການແຈ້ງພາສີເປັນລາຍລະອຽດ 1 ຊຸດ.

ໝາຍເຫດ: ສໍາລັບຜູ້ປະກອບການໃດທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝຶກອົບຮົມການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ແມ່ນໃຫ້ຂຸ້ນຂ້ຽວດໍາເນີນຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນກ່ອນວັນທີ 22 ກຸມພາ 2021 ຈາກນັ້ນນັບແຕ່ວັນທີ 23 ກຸມພາ 2021 ເປັນຕົ້ນໄປ ການນໍາເຂົ້າທຸກໆປະເພດສິນຄ້າ ແລະ ທຸກໆບໍລິສັດທີ່ມີການນໍາເຂົ້າສິນຄ້າ (ລວມທັງສິນຄ້າປະເພດຍົກເວັ້ນ ຫຼື ງົດເກັບພາສີ) ທີ່ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດທັງໝົດ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.