ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການນໍາທຶນເຂົ້າ-ອອກ ສປປ ລາວ ແລະ ການໃຫ້ກູ້ ຫຼື ຮັບເງິນກູ້ ແລະ ສິນເຊື່ອການຄ້າກັບຕ່າງປະເທດສະບັບເລກທີ 453/ທຫລ, ລົງວັນທີ 30 ພຶດສະພາ 2019 ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແນໃສ່ເຮັດໃຫ້ການເຄື່ອນໄຫວຂອງບຸກຄົນ,​ ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມສອດຄ່ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຂອງຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຢ່າງຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ ຕ້ອງນໍາທຶນເຂົ້າມາ ສປປ ລາວ ແລະ ຕ້ອງສະເໜີຂໍຢັ້ງຢືນການນໍາເຂົ້າທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ນໍາທະນາຄານແຫ່ງ ສປປ ລາວ ເປັນປະຈໍາປີ ຈົນກວ່ານໍານໍາເງິນທຶນເຂົ້າມາຄົບຖ້ວນຕາມທີ່ໄດ້ຮັບອະນຸຍາດລົງທຶນ, ຊຶ່ງການສະເໜີຂໍໃບຢັ້ງຢືນການນໍາທຶນເຂົ້າມາລົງທຶນຢູ່ ສປປ ລາວ ຕ້ອງປະກອບເອກະສານ ດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ
  2. ສໍາເນົາທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດທີ່ກ່ຽວຂ້ອງ
  3. ເອກະສານທີ່ກ່ຽວຂ້ອງຕາມແຕ່ລະກໍລະນີການນໍາທຶນເຂົ້າມາ ສປປ ລາວ ທີ່ໄດ້ກໍານົດໄວ້ໃນຂໍ້ ກ ແລະ ຂໍ້ ຂ ດັ່ງນີ້:

ກ. ການນໍາທຶນເຂົ້າ ທີ່ເປັນເງິນໂອນຜ່ານລະບົບທະນາຄານ ແລະ ເງິນສົດ.

  • ໃບແຈ້ງເງິນເຂົ້າບັນຊີເງິນຝາກ ຫຼື ໃບລາຍງານບັນຊີສໍາຮອງ
  • ສໍາເນົາໃບອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ອອກໂດຍທະນາຄານແຫ່ງ ສປປ ລາວ (ກໍລະນີນໍາທຶນທີເປັນເງິນກູ້ເຂົ້າມາ)
  • ໃບຢັ້ງຢືນການນໍາເງິນສົດຕິດຕົວຜູ້ໂດຍສານ ເຂົ້າ ສປປ ລາວ ຈາກເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແດນ ຫຼື ດ່ານສາກົນ (ກໍາລະນີນໍາທຶນທີ່ເປັນເງິນສົດນໍາເຂົ້າມາ)

ຂ. ການນໍາທຶນເຂົ້າ ທີ່ເປັນວັດຖຸ

  • ສໍາເນົາໃບຢັ້ງຢືນການຊໍາລະຄ່າສິນຄ້າ
  • ສໍາເນົາໃບແຈ້ງພາສີນໍາເຂົ້າເປັນລາຍລະອຽດ.

ໝາຍເຫດ: ການຢັ້ງຢືນການນໍາທຶນຈາກຕ່າງປະເທດ ເພື່ອມາດໍາເນີນທຸລະກິດ ຢູ່ ສປປ ລາວ ສໍາລັບຄົນຕ່າງປະເທດ ທີ່ໄດ້ຮັບອະນຸຍາດລົງທຶນ ຫຼື ຂຶ້ນທະບຽນວິສາຫະກິດ ຈາກຂະແໜງການກ່ຽວຂ້ອງຢູ່ສູນກາງ ສາມາດສະເໜີຂໍການຢັ້ງຢືນ ນໍາກົມນະໂບບາຍເງິນຕາ ທະນາຄານແຫ່ງ ສປປ ລາວ.

          ສໍາລັບຜູ້ລົງທຶນຕ່າງປະເທດທີ່ໄດ້ຮັບອະນຸຍາດລົງທຶນ ຫຼື ຂຶ້ນທະບຽນວິີສາຫະກິດ ຈາກຂະແໜງການກ່ຽວຂ້ອງຢູ່ຂັ້ນແຂວງ ສາມາດສະເໜີຂໍການຢັ້ງຢືນນໍາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ທີ່ສໍານັກງານໃຫຍ່ຂອງຕົນຕັັ້ງຢູ່ພາຍໃຕ້ຂອບເຂດຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ປະຈໍາພາກນັ້ນ.

          ການນໍາທຶນອອກໄປລົງທຶນ ຢູ່ຕ່າງປະເທດ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຢູ່ ສປປ ລາວ ທີ່ມີຈຸດປະສົງນໍາທຶນ ຢູ່ຕ່າງປະເທດຕ້ອງສະເໜີຂໍອະນຸຍາດນໍາທຶນອອກໄປລົງທຶນຢູ່ຕ່າງປະເທດ ນໍາກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ ໂດຍປະກອບເອກະສານ ດັ່ງລຸ່ມນີ້

  1. ໃບຄໍາຮ້ອງ ຕາມແບບພິມຂອງທະນາຄານແຫ່ງ ສປປ ລາວ
  2. ສໍາເນົາໃບອະນຸຍາດອອກໄປລົງທຶນຢູ່ຕ່າງປະເທດ ອອກໂດຍກະຊວງແຜນການ ແລະ ການລົງທຶນ (ກໍລະນີເປັນການລົງທຶນ ໂດຍກົງຢູ່ຕ່າງປະເທດ)
  3. ສໍາເນົາໃບອະນຸຍາດອອກໄປລົງທຶນໃນຫຼັກຊັບຢູ່ຕ່າງປະເທດ ອອກໂດຍສໍານັກງານຄຸ້ມຄອງຫຼັກຊັບ (ກໍລະນີເປັນການລົງທຶນໃນຫຼັກຊັບ ຢູ່ຕ່າງປະເທດ)
  4. ສໍາເນົາໃບອະນຸຍາດລົງທຶນຈາກຕ່າງປະເທດ ອອກໂດຍອົງການຈັດຕັ້ງທີ່ກ່ຽວຂ້ອງຂອງປະເທດທີ່ໄປລົງທຶນ (ຖ້າມີ)
  5. ສໍາເນົາໃບອະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ສໍາລັບນິຕິບຸກຄົນ)
  6. ສໍາເນົາໃບຢັ້ງຢືນການມອບພັນທະອາກອນປະຈໍາປີ
  7. ແຜນການໂອນເງິນລົງທຶນອອກເປັນແຕ່ລະງວດ/ປີ ແລະ ວົງເງິນທີ່ຈະໂອນໄປລົງທຶນ
  8. ສໍາເນົາໃບລາຍງາານບັນຊີສໍາຮອງຍ້ອນຫຼັງ 3 ປີ
  9. ສໍາເນົາໃບຢັ້ງຢືນການນໍາທຶນເຂົ້າ ເພື່ອມາດໍາເນີນທຸລະກິດຢູ່ ສປປ ລາວ ປີຫຼ້າສຸດ (ສໍາລັບບຸກຄົນທີເປັນການລົງທຶນຈາກຕ່າງປະເທດ)
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.