ໃນຕອນເຊົ້າ ຂອງ ວັນທີ 04 ກຸມພາ 2021 ທີ່ ໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ. ການຄ້າເພື່ອການພັດທະນາ (TDF) ໄດ້ຈັດກອງປະຊຸມ ໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 17 (TPSWG). ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ອີນາ ມາຈູລໍນີແຕ (H.E Ms. Ina Marciulionyte), ເອກອັກຄະລະສະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ມີກຽດໄດ້ເຂົ້າຮ່ວມ.

ພາບປະກອບ

         

     ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຍົກສູງລະດັບຂອດການປະສານງານຂອງພາກລັດ ແລະ ເອກະຊົນ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນອັນສູງສຸດ ເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຍັງເປັນເວທີໃຫ້ແຂກທີ່ຖືກເຊີນໄດ້ປະກອບຄໍາຄິດເຫັນເຂົ້າ ໃນວຽກງານການສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ກໍ່ຄືແຜນໄລຍະກາງຂອງການພັດທະນາຂະແໜງການຄ້າ ຂອງ ສປປ ລາວ ໂດຍໄດ້ນໍາສະເໜີ ແນວຄວາມຄິດເບື້ອງຕົ້ນຂອງບົດປັບປຸງບົດວິໄຈການເຊືີ່ອມໂຍງເຂົ້າສາກົນດ້ານການຄ້າ (DTIS Update Concept Note) ແລະ ລາຍງານຜົນກະທົບຕໍໍ່ຂະແໜງການຄ້າ ຂອງການຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ. ນອກຈາກນັ້ນ, ຍັງລາຍງານຄວາມຄືບໜ້າໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໃນ ສປປ ລາວ ໂດຍສະເພາະ ດໍາລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ເລກທີ 02/ນຍ ແລະ 03/ນຍ ແລະ ການນໍາສະເໜີກ່ຽວກັບການເຊືີ່ອມໂຍງເຂົ້າສາກົນດ້ານການຄ້າ.

       ແນວຄວາມຄິດເບື້ອງຕົ້ນຂອງບົດປັບປຸງບົດວິໄຈການເຊືີ່ອມໂຍງເຂົ້າສາກົນດ້ານການຄ້າ (DTIS Update Concept Note) ໂດຍຊ່ຽວຊານສາກົນ ໃຫ້ຮູ້ວ່າ: ວຽກງານກະສິກຳ/ການຫັນກະສິກຳໃຫ້ເປັນທຸລະກິດ, ການທ່ອງທ່ຽວ ແລະ ການຜະລິດທົ່ວໄປ ມີຄວາມຈໍາເປັນທີ່ຕ້ອງໄດ້ສູ້ຊົນຜະລີດສິນຄ້າໃຫ້ໄດ້ຕາມມາດຕະຖານສາກົນ, ສ້າງມູນຄ່າເພີ້ມໃຫ້ແກ່ຜະລິດຕະພັນທ້ອງຖີ່ນ, ມີກົນໄກ ແລະ ແນວທາງແກ້ໄຂບັນຫາໃຫ້ທັນກັບການປ່ຽນແປງ.

ພາບປະກອບ

 

      ໂດຍພາບລວມແລ້ວ ແຜນແນະນໍາການຈັດຕັ້ງປະຕິບັດ ຂອງຂະແໜງການຄ້າ ແລະ ພາກເອກະຊົນ ແມ່ນແບ່ງອອກເປັນ 3 ເສົາຫຼັກຄື: ເສົາຫຼັກ 1 ໄດ້ສ້າງຕັ້ງສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນທີ່ມີປະສິດຕິພາບ, ເສົາຫຼັກ 2 ການແຂ່ງຂັນທີ່ມີປະສິດທິຜົນ ແລະ ເສົາຫຼັກ 3 ປັບປຸງກອບການຄຸ້ມຄອງການຄ້າ ແລະ ການພັດທະນາຂະແໜງເອກະຊົນ. ໃນປີ 2021 ຂອງ DTIS ແມ່ນສາມາດຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດຜ່ານມາຂອງປີ 2012 ໂດຍໃນປະຈຸບັນນີ້ຈະແນ່ໃສ່ປັບປຸງພັດທະນາດ້ານນະໂຍບາຍການຄ້າ ແລະ ການປະເມີນຜົນທາງການຄ້າ, ປັບປຸງຄຸນນະພາບພື້ນຖານໂຄງລ່າງຂອງຊາດ, ການຄຸ້ມຄອງຊາຍແດນ ກໍ່ຄືການຂົນສົ່ງເພື່ອການຄ້າ ແລະ ການເຊື່ອມຕໍ່ສາກົນ ແລະ ນະໂຍບາຍການຄ້າເພື່ອການສ້າງມູນຄ່າໃຫ້ແກ່ວຽກງານທີ່ເປັນຕ່ອງໂສ້ເຊັ່ນ: ວຽກງານກະສິກຳ/ການຫັນກະສິກຳໃຫ້ເປັນທຸລະກິດ, ການທ່ອງທ່ຽວ ແລະ ການຜະລິດ.

      ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການນໍາສະເໜີແນວທາງການຈັດຕັ້ງປະຕິບັດ ແລະ ຄາດໝາຍສູ້ຊົນໃຫ້ສໍາເລັດຕາມແຕ່ລະໄລຍະ ເຊິ່ງຜູ້ຈັດຕັ້ງປະຕິບັດຫຼັກໆ ແມ່ນ NIU ແລະ ກະຊວງ ອຸດສາຫະກໍາ ແລະ ການຄ້າ ເຊັ່ນ: ກຳນົດຂະແໜງການທີ່ກ່ຽວຂ້ອງໃນທີ່ປະຊຸມປຶກສາຫາລື (ເດືອນພະຈິກ 2020 - ກຸມພາ 2021), ພິຈາລະນາຄືນທຸກເອກະສານ ນະໂຍບາຍ ແລະ ຍຸດທະສາດທີ່ກ່ຽວຂ້ອງ (ເດືອນພະຈິກ 2020 – ເມສາ 2021), ຮ່າງນະໂຍບາຍເບື້ອງຕົ້ນ (ທັນວາ 2020), ຈັດກອງປະຊຸມປຶກສາຫາລື (ທັງພາຍໃນ ແລະ ຕ່າງປະເທດ), ຮ່າງບົດລາຍງານສະບັບສຸດທ້າຍ ລວມທັງແຜນພັດທະນາການຄ້າ ແລະ ການພັດທະນາພາກເອກະຊົນ ເພື່ອນໍາສະເໜີທີ່ກອງປະຊຸມຄັ້ງຕໍ່ຂອງ TPSWG (ເດືອນເມສາ 2021), ສ້າງຕາຕະລາງສັງລວມວຽກງານທີ່ກໍາລັງດໍາເນີນງານ ແລະ ພວມທີ່ຈະຈັດຕັ້ງປະຕິບັດ ພາຍໃຕ້ທຶນສະໜັບສະໜູນຂອງຜູ້ໃຫ້ທຶນ (ພຶດສະພາ 2021) ແລະ ກະກຽມກອງປະຊຸມຮັບຮອງໃຫ້ເປັນເອກະພາບກັນໃນການຈັດຕັ້ງປະຕິບັດຕໍ່ (ມິຖຸນາ 2021).

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.