ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ​ ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນະ​ຖາວອນ

ກະຊວງ​ການ​ເງິນ       ​ເລກທີ 2526/ກງ
ນະຄອນຫຼວງວຽງຈັນ, ວັນ​ທີ 28 ກັນຍາ 2020

ຄໍາ​ແນະ​ນໍາ

ວ່າ​ດ້ວຍ​ສະພາ​ບໍລິຫານ ລັດ​ວິ​ສາ​ຫະກິດ

  • ອີງ​ຕາມ ກົດໝາຍ ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ) ສະບັບ​ເລກທີ 46/ສພຊ, ລົງ​ວັນ​ທີ 26 ທັນວາ 2013;
  • ອີງ​ຕາມ ດໍາລັດ ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ ຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ 144/ນຍ, ລົງ​ວັນ​ທີ 8 ພຶດສະພາ 2017;
  • ອີງ​ຕາມ ຄໍາ​ແນະ​ນໍາ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຜູ້ຕາງໜ້າຜູ້​ຖື​ຮຸ້ນ​ຂອງ​ລັດ ​ແລະ ສະພາ​ບໍລິຫານ ​ໃນ​ວິ​ສາ​ຫະກິດ​ລັດ​ລົງທຶນ ສະບັບ​ເລກທີ 2230/ກງ, ລົງ​ວັນ​ທີ 9 ກໍລະກົດ 2018;
  • ອີງ​ຕາມ ໜັງສື​ສະ​ເໜີຂອງ​ກົມ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ລັດ​ລົງທຶນ ​ແລະ ການ​ປະກັນ​ໄພ ກະຊວງ​ການ​ເງິນ ສະບັບ​ເລກທີ 0982/ຄລປ, ລົງ​ວັນ​ທີ 22 ກັນຍາ 2020;

ລັດຖະມົນຕີ​ກະຊວງ​ການ​ເງິນ ອອກ​ຄໍາ​ແນະ​ນໍາ:

ມາດຕາ 1 ຈຸດປະສົງ

ຄໍາ​ແນະ​ນໍາ​ສະບັບ​ນີ້ຜັນ​ຂະຫຍາຍ ​ແລະ ​ແນະ​ນໍາ​ການຈັດ​ຕັ້ງ​ປະຕິບັດ ພາກ​ທີ VI ຂອງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ ສະບັບ​ເລກທີ 46/ສພຊ, ລົງ​ວັນ​ທີ 26 ທັນວາ 2013 ​ແລະ ດໍາລັດ​ວ່າ​ດ້ວຍ​ວິ​ສາ​ຫະກິດ​ລັດ​ລົງທຶນ ​ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ຂອງ​ກົດໝາຍ ​ແລະ ດໍາລັດ​ດັ່ງກ່າວ ມີ​ຄວາມ​ລະອຽດ ຈະ​ແຈ້ງ​ຂຶ້ນຕື່ມ, ສ້າງ​ຄວາມ​ເຂົ້າ​ໃຈ ຕໍ່ພາລະ​ບົດບາດ, ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ສະພາ​ບໍລິຫານ ​ແລະ ຜູ້ຕາງໜ້າຂອງລັດ ທີ່​ຖື​ຮຸ້ນ​ໃນ​ວິ​ສາ​ຫະກິດ; ຄໍາ​ແນະ​ນໍາ​ສະບັບ​ນີ້ ຍັງ​ບໍ່​ໄດ້​ກໍານົດຫຼັກການ​ແນະ​ນໍາ ກ່ຽວກັບ ວິທີ​ການ​ຄັດ​ເລືອກ, ການ​ແຕ່ງ​ຕັ້ງ ​ແລະ ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ສະພາ​ບໍລິຫານ​ລັດ​ວິ​ສາ​ຫະກິດ ​ແລະ ຜູ້​ຕາງໜ້າຂອງ​ລັດ​ທີ່​ຖື​ຮຸ້ນ​ໃນ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ຊຶ່ງ​ລັດ​ຖື​ຮຸ້ນຫຼາຍກ່າວ​ຫ້າ​ສິບ​ສ່ວນ​ຮ້ອຍ​ຂຶ້ນ​ໄປ ​ເພື່ອ​ເປັນ​ແນວທາງ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ການ​ເຄື່ອນ​ໄຫວ​ວຽກງານ​ຕົວ​ຈິງ ​ແລະ ​ເປັນ​ເອກະ​ພາບ ​ໃນ​ການ​ນໍາພາ-ຊີ້ນໍາ, ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຂອງ​ລັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໃຫ້​ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ, ມີ​ຄວາມ​ເຂັ້ມ​ແຂງ ​ແລະ ສາມາດ​ແຂ່ງຂັນ​ໄດ້​ກັບ​ພາກພື້ນ ​ແລະ ສາກົນ.

ມາດຕາ 2​ ສະພາ​ບໍລິຫານ

ສະພາ​ບໍລິຫານ​ລັດ​ວິ​ສາ​ຫະກິດ ​ແມ່ນ​ການຈັດ​ຕັ້ງ​ສູງ​ສຸດ​ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຖື​ຮຸ້ນ​ຮ້ອຍ​ສ່ວຍ​ຮ້ອຍ​ຊຶ່ງ​ປະກອບ​ດ້ວຍ​ສະມາຊິກ​ຕັ້ງ​​ແຕ່ ຫ້າ ຄົນຂຶ້ນ​ໄປ​ຕາມ​ຂະໜາດ ​ແລ​ະ ​ໂຄງ​ສ້າງ​ຂອງ​ວິ​ສາ​ຫະກິດ. ​ໃນ​ນັ້ນ, ປະກອບ​ມີ​ປະທານ​ສະພາ​ບໍລິຫານ, ຮອງ​ປະທານ​ສະພາ​ບໍລິຫານ ​ແລະ ກໍາມະການ​ສະພາ​ບໍລິຫານ​ຈໍານວນໜຶ່ງ ຊຶ່ງ​ທັງ​ເປັນ​ບຸກຄົນ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຕົວ​ແທນ ສິດ​ຜົນ​ປະ​ໂຫຍ​ດຂອງ​ລັດ ຫຼື ຜູ້​ຖື​ຮຸ້ນ ໃນການ​ນໍາພາ-ຊີ້ນໍາ ​ເພື່ອ​ຄຸ້ມ​ຄອງ​ບໍລິຫານ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ.

ໃນ​ກໍລະນີ​ຈໍາ​ເປັນ ປະທານ ຫຼື ກໍາມະການ​ສະພາ​ບໍລິຫານ​ຈໍານວນໜຶ່ງ ສາມາດ​ປະ​ຈໍາ​ການ​ຢູ່​ວິ​ສາ​ຫະກິດ​ຍຸດ​ທະ​ສາດ​ກໍ​ໄດ້.

​ໃນ​ຈໍານວນ​ສະມາຊິກ​ສະພາ​ບໍລິຫານ ຄວນ​ໃຫ້​ມີ​ສະມາຊິກ​ທີ່​ເປັນ​ເພດ​ຍິງ​ໃຫ້​ກວມ ສິບ​ສ່ວນ​ຮ້ອຍ​ຂຶ້ນ​ໄປ​ຂອງ​ຈໍານວນ​ສະມາຊິກ​ສະພາ​ບໍລິຫານ​ທັງໝົດ.

ມາດຕາ 3 ລັດ​ວິ​ສາ​ຫະກິດ

ລັດ​ວິ​ສາ​ຫະກິດ ຫຼື ວິ​ສາ​ຫະກິດ​ຂອງ​ລັດ ​ແມ່ນ​ຫົວໜ່ວຍວິ​ສາ​ຫະກິດ​ທີ່​ລັດ​ເປັນ​ຜູ້​ສ້າງ​ຕັ້ງ​ຂຶ້ນ ຫຼື ການ​ຫັນ​ວິ​ສາ​ຫະກິດ ຫຼື ການ​ຊື້ຮຸ້ນ​ໃນ​ວິ​ສາ​ຫະກິດ​ອື່ນ​ມາ​ເປັນ​ຂອງ​ລັດ​ຕາມ​ການ​ຕົກລົງ​ເປັນ​ເອກະ​ພາບ ຊຶ່ງ​ລັດ​ມີ​ທຶນຫຼາຍກວ່າ​ຫ້າ​ສິບ​ສ່ວນ​ຮ້ອຍ​ຂຶ້ນ​ໄປ, ​ເນື່ອງ​ຈາກ​ວ່າ​ເປັນ​ອັດຕາ​ສ່ວນ​ທີ່​ລັດ​ມີ​ອໍານາດ​ໃນ​ການ​ຕັດ​ສິນ​ການ​ຄຸ້ມ​ຄອງ​ຫົວໜ່ວຍທຸລະ​ກິດ ທີ່​ລັດ​ມີ​ການ​ລົງທຶນ;

​ໃນ​ກໍລະນີ ທີ່​ວິ​ສາ​ຫະກິດ​ຂອງ​ລັດ​ຖືກ​ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວທຸລະ​ກິດ​ພາຍ​ໃຕ້ຫຼັກການ​ຂອງ​ຮູບ​ແບບ​ບໍລິສັດ ​ໃຫ້​ເອີ້ນວ່າ ບໍລິສັດ​ລັດ.

ມາດຕາ 4 ອະທິບາຍ​ຄໍາ​ສັບ

  1. ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ​ແມ່ນ​ການຈັດ​ຕັ້ງ​ສູງ​ສຸດ​ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ຫຼື ພາກ​ເອກະ​ຊົນ (ລັດ​ຖື​ຮຸ້ນຫຼາຍກວ່າ​ຫ້າ​ສິບ​ສ່ວນ​ຮ້ອຍ ​ແຕ່ບໍ່ຮອດ​ຮ້ອຍ​ສ່ວນ​ຮ້ອຍ) ຊຶ່ງ​ປະກອບ​ມີ​ຜູ້ຕາງໜ້າຜູ້​ຖື​ຮຸ້ນ​ຂອງ​ລັດ ​ແລະ ຜູ້​ຖື​ຮຸ້ນ​ຈາກ​ພາກສ່ວນ​ອື່ນ. ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ປະກອບ​ມີ ກອງ​ປະຊຸມ​ສາມັນ ​ແລະ ກອງ​ປະຊຸມ​ວິສາມັນ. ກອງ​ປະຊຸມ​ສາມັນ​ເປີດ​ຂຶ້ນຢ່າງໜ້ອຍ ໜຶ່ງຄັ້ງ​ຕໍ່ປີ​ຕາມ​ກົດໝາຍ ​ແລະ ກົດ​ລະບຽບຂອງ​ວິ​ສາ​ຫະກິດ. ກອງ​ປະຊຸມ​ວິສາມັນ​ສາມາດ​ເປີດ​ຂຶ້ນ​ເວລາ​ໃດ​ກໍ​ໄດ້ ​ໃນ​ກໍລະນີ​ມີ​ຄວາມ​ຈໍາ​ເປັນ.
  2. ປະທານ​ສະພາ​ບໍລິຫານ​ຂອງ​ລັດ​ວິ​ສາ​ຫະກິດ ​ແມ່ນ​ບຸກຄົນ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງ ຈາກ​ລັດຖະມົນຕີ ກະຊວງ​ການ​ເງິນ​ບົນ​ພື້ນຖານ​ການສະ​ເໜີຂອງ​ຂະ​ແໜງການ​ທີ່​ລັດ​ວິ​ສາ​ຫະກິດ​ຂຶ້ນກັບ,​ໃຫ້​ເປັນ​ປະທານ​ສະພາ​ບໍລິຫານ ​ເພື່ອ​ນໍາພາ-ຊີ້ນໍາ​ວຽກງານ​ຄຸ້ມ​ຄອງ​ການ​ດໍາ​ເນີນ​ທຸລະ​ກິດ ຂອງ​ລັດ​ວິ​ສາ​ຫະກິດ​ຢ່າງ​ໃກ້ຊິດ.
  3. ຮອງ​ປະທານ​ສະພາ​ບໍລິຫານ ​ແມ່ນ​ສະມາຊິກ​ສະພາ​ບໍລິຫານ. ​ໃນ​ກໍລະນີຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຖື​ຮຸ້ນ​ຮ້ອຍ​ສ່ວນຮ້ອຍ ​ແມ່ນ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເປັນ​ຜູ້​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງ; ​ໃນ​ກໍລະນີ ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມທຶນ​ກັບ​ພາກສ່ວນອື່ນ ບົນ​ພື້ນຖານ​ການ​ເຫັນ​ດີ​ເປັນ​ເອກະ​ພາບ​ຈາກ​ຂະ​ແໜງການ​ກ່ຽວຂ້ອງ ​ແລະ ຜູ້​ຖື​ຮຸ້ນ​ຈາກ​ພາກສ່ວນ​ອື່ນ ​ແມ່ນ​ພາກສ່ວນ​ອື່ນ​ເປັນ​ຜູ້​ແຕ່ງ​ຕັ້ງ.
  4. ຜູ້​ອໍານວຍ​ການ​ຂອງ​ລັດ​ວິ​ສາ​ຫະກິດ ​ແມ່ນ​ບຸກຄົນ​ທີ່​ໄດ້​ຮັບ​ການ​ມອບໝາຍຈາກ​ສະພາ​ບໍລິຫານ​ໃຫ້​ປະຕິບັດໜ້າທີ່ ທີ່​ຄຸ້ມ​ຄອງ​ໂດຍ​ກົງ, ຮັບ​ຜິດ​ຊອບ​ລວມ​ໃນ​ການ​ຄຸ້ມ​ຄອງ​ການ​ດໍາ​ເນີນ​ທຸ​ລະ​ກິດ​ປະ​ຈໍາ​ວັນ​ຂອງ​ລັດ​ວິ​ສາ​ຫະກິດ, ມີ​ໜ້າທີ່​ຮັບຜິດຊອບ​ໂດຍ​ກົງ ຕໍ່ສະພາ​ບໍລິຫານ ​ແລະ ​ໃນ​ກໍລະນີ​ຫາກ​ມີ​ຄວາມ​ຈໍາ​ເປັນ ຜູ້​ອໍານວຍ​ການ​ອາດ​ເປັນ​ຮອງ​ປະທານ ຫຼື ກໍາມະການ​ສະພາ​ບໍລິຫານ​ຕາມ​ການ​ແຕ່ງ​ຕັ້ງ​ຂອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ກໍ່​ໄດ້; ​ໃນ​ກໍລະນີ ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ຊຶ່ງ​ລັດ​ຖື​ຮຸ້ນ​ເທົ່າ​ກັນ ຫຼື ຫຼາຍກວ່າ​ຫ້າ​ສິບ​ສ່ວນ​ຮ້ອຍ ​ແມ່ນ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເປັນ​ຜູ້​​ແຕ່ງ​ຕັ້ງ​ບົນ​ພື້ນຖານ​ສະ​ເໜີຊື່ ຈາກ​ຂະ​ແໜງການ​ກ່ຽວຂ້ອງ​ທີ່​ຂໍ​ສະ​ເໜີສ້າງ​ຕັ້ງ​ລັດ​ວິ​ສາ​ຫະກິດ​ນັ້ນ ຫຼື ຕາມ​ການ​ຕົກລົງ​ໃນ​ສັນຍາ​ຮ່ວມ​ທຶນ ລະຫວ່າງ ພາກສ່ວນ​ລັດ ​ແລະ ພາກສ່ວນ​ອື່ນ ທີ່​ເປັນ​ສັນຍາ​ຮ່ວມ​ທຶນ​ສ້າງ​ຕັ້ງ​ລັດ​ວິ​ສາ​ຫະກິດ​ນັ້ນ ​ແລະ ຫຼັງຈາກ​ນັ້ນ​ຜູ້​ອໍານວຍ​ການ​ກໍຕ້ອງຖືກ​ຮັບຮອງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ຕາມ​ກົດໝາຍ ​ແລະ ລະບຽບການ; ​ໃນ​ກໍລະນີ​ວິ​ສາ​ຫະກິດ​ປະສົມ (ລັດ​ຖື​ຮຸ້ນໜ້ອຍກວ່າ​ຫ້າ​ສິບ​ສ່ວນ​ຮ້ອຍ) ​ແມ່ນ​ພາກສ່ວນ​ອື່ນ ຫຼື ພາກ​ເອກະ​ຊົນ ​ເປັນ​ຜູ້​ສະ​ເໜີຊື່​ຂອງ​ຜູ້​ອໍານວຍ​ການ ​ເພື່ອ​ໃຫ້​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ພິຈາລະນາ​ຮັບຮອງ ​ໂດຍຂຶ້ນກັບ​ການ​ຕົກລົງ​ເປັນ​ເອກະ​ພາບ​ຂອງ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ.
  5. ກໍາມະການ​ຂອງ​ສະພາ​ບໍລິຫານ ​ແມ່ນ​ສະມາຊິກ​ສະພາ​ບໍລິຫານ ຊຶ່ງ​ເປັນ​ຕົວ​ແທນ​ຂອງ​ຜູ້​ຖື​ຮຸ້ນ​ໂດຍ​ເຮັດໜ້າທີ່​ຊ່ວຍ​ປະທານ ​ແລະ ຮອງ​ປະທານ​ໃນ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ການ​ປະຕິບັດ​ງານ​ຂອງ​ຄະນະ​ອໍານວຍ​ການ​ລັດ​ວິ​ສາ​ຫະກິດ.
  6. ກໍາມະການ​ສະພາ​ບໍລິຫານ​ປະ​ຈໍາ​ການ ​ແມ່ນ​ສະມາຊິກ​ສະພາ​ບໍລິຫານ ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ປະ​ຈໍາ​ການ​ຢູ່​ວິ​ສາ​ຫະກິດ ​ເພື່ອ​ເປັນ​ຫົວໜ້າຄະນະ​ກໍາມະການ​ໃດໜຶ່ງຂອງ​ສະພາ​ບໍລິຫານ ​ເພື່ອ​ເຮັດໜ້າທີ່​ປະ​ຈໍາ​ການ, ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ ຈະ​ມີ​ແຕ່​ຜູ້​ອໍານວຍ​ການ​ເທົ່າ​ນັ້ນ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ກໍາມະການ​ສະພາ​ບໍລິຫານ​ປະ​ຈໍາ​ການ ​ເພື່ອ​ຕາງໜ້າ​ໃຫ້​ສະພາ​ບໍລິຫານ ຫຼື ​ໃນ​ບາງ​ກໍລະນີ ອາດ​ຈະ​ແຕ່ງ​ຕັ້ງ​ຮອງ​ອໍານວຍ​ການ​ບາງ​ຄົນ​ເປັນ​ກໍາມະການ​ສະພາ​ບໍລິຫານ​ປະ​ຈໍາ​ການ​ເພີ່ມ​ເຕີມ​ອີກ​ກໍ​ໄດ້.
  7. ກໍາມະການ​ສະພາ​ບໍລິຫານ​ບໍ່ປະ​ຈໍາ​ການ ​ແມ່ນ​ສະມາຊິກ​ສະພາ​ບໍລິຫານ​ທີ່​ບໍ່ປະ​ຈໍາ​ການ​ຢູ່​ວິ​ສາ​ຫະກິດ. ກໍາມະການ​ສະພາ​ບໍລິຫານ​ທີ່​ບໍ່ປະ​ຈໍາ​ການ​ອາດ​ຈະ​ເປັນ​ກໍາມະການ​ອິດສະຫຼະຈາກ​ພາຍ​ນອກ ຫຼື ອາດ​ຈະ​ເປັນ​ພະນັກງານ​ລັດຖະກອນ.
  8. ຄະນະ​ອໍານວຍ​ການ ປະກອບ​ມີ ຜູ້​ອໍານວຍ​ການ​ເປັນ​ຫົວໜ້າຄະນະ ​ແລະ ມີ​ຮອງ​ຜູ້​ອໍານວຍ​ການ​ຈໍານວນໜຶ່ງ. ຄະນະ​ອໍານວຍ​ການ ​ເປັນ​ຕົວ​ແທນ​ທີ່​ມາ​ຈາກ​ພາກ​ລັດ ​ແລະ ຈາກ​ພາກສ່ວນ​ອື່ນ ຫຼື ຖືກ​ວ່າ​ຈ້າງ​ (​ໃນ​ກໍລະນີ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ), ມີໜ້າທີ່​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ຂອງ​ວິ​ສາ​ຫະກິດ.

ມາດຕາ 5 ​ໂຄງ​ປະກອບ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ ຂອງ​ສະພາ​ບໍລິຫາ​ນ

  1. ສໍາ​ລັບລັດ​ວິ​ສາ​ຫະກິດ ທີ່​ລັດ​ຖື​ຮຸ້ນ​ຮ້ອຍ​ສ່ວນ​ຮ້ອຍ​ມີ​ໂຄງ​ສ້າງ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ສະພາ​ບໍລິຫານ ດັ່ງ​ນີ້:
  • ສະພາ​ບໍລິຫານ;
  • ຄະ​ນະ​ອໍານວຍ​ການ;
  • ພະ​ແນ​ກການ/ຫ້ອງການ;
  • ໜ່ວຍງານ, ຂະ​ແໜງການ,​ ສູນ ຫຼື ພາກສ່ວນ.
  1. ສໍາລັບ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ທີ່​ລັດ​ຖື​ຮຸ້ນຫຼາຍກວ່າ ຫ້າ​ສິບ​ສ່ວນ​ຮ້ອຍ ຫາ ​ເກົ້າ​ສິບ​ສ່ວນ​ຮ້ອຍ ມີ​ໂຄງ​ສ້າງ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ສະພາ​ບໍລິຫານ ດັ່ງນີ້:
  • ຜູ້​ຖື​ຮຸ້ນ ​ແລະ ກອງ​ປະຊຸມ​ຜູ້​ຖື​ຮຸ້ນ;
  • ສະພາ​ບໍລິຫານ;
  • ຄະນະ​ອໍານວຍ​ການ;
  • ພະ​ແນ​ກການ/ຫ້ອງການ;
  • ໜ່ວຍງານ, ຂະ​ແໜງການ, ສູນ ຫຼື ພາກສ່ວນ.

ມາດຕາ 6 ການຈັດ​ແບ່ງ​ຂະໜາດຂອງ​ລັດ​ວິ​ສາ​ຫະກິດ

ລັດ​ວິ​ສາ​ຫະກິດ​ຖືກ​ຈັດ​ແບ່ງ​ເປັນ ສາມ ປະ​ເພດ​ຄື: ຂະໜາດນ້ອຍ, ຂະໜາດກາງ ​ແລະ ຂະໜາດ​ໃຫຍ່. ສໍາລັບ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ແມ່ນ​ໃຫ້​ຈັດ​ແບ່ງ​ຂະໜາດ​ໂດຍ​ອີງ​ຕາມ​ດໍາລັດ​ວ່າ​ດ້ວຍ​ການຈັດ​ແບ່ງ​ຂະໜາດວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ສະບັບ​ເລກທີ 25/ລບ, ລົງ​ວັນ​ທີ 16 ມັງກອນ 2017.

ສໍາລັບ​ລັດ​ວິ​ສາ​ຫະກິດ ທີ່​ມີ​ຈໍານວນ​ແຮງ​ງານ​ສະ​ເລ່ຍ​ໃນ​ປີ, ມູນ​ຄ່າ​ຊັບ​ສິນ​ທັງໝົດ ​ແລະ ຍອດ​ລາຍ​ຮັບ​ທຸລະ​ກິດ​ປະ​ຈໍາປີ ​ເກີນ​ລາຍ​ຮັບ​ຂອງ​ວິ​ສາ​ຫະກິດ​ຂະໜາດກາງ ​ແລ້ວ ​ແມ່ນ​ໃຫ້​ຈັດ​ເປັນ​ປະ​ເພດ​ລັດ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່.

ມາດຕາ 7 ຂອບ​ເຂດ​ການ​ນໍາ​ໃຊ້

ຄໍາ​ແນະ​ນໍາ​ສະບັບ​ນີ້ ​ແມ່ນ​ນໍາ​ໃຊ້​ສໍາລັບ​ສະພາ​ບໍລິຫານ​ຂອງ​ລັດ​ວິ​ສາ​ຫະກິດ,​ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ​ພາກ​ລັດ​ທີ່​ພົວພັນ​ກັບ​ການຈັດ​ຫາ, ການ​ຄັດ​ເລືອກ, ການ​ແຕ່ງ​ຕັ້ງ, ການ​ຄຸ້ມ​ຄອງ, ຕິດຕາມ, ກວດກາ​ການ​ເຄື່ອນ​ໄຫວ​ດໍາ​ເນີນ​ທຸລະ​ກິດ ຂອງ​ລັດ​ວິ​ສາ​ຫະກິດ. ສໍາລັບ​ສະພາ​ບໍລິຫານ ຂອງ​ລັດ​ວິ​ສາ​ຫະກິດ​ປະສົມ ທີ່​ລັດ​ຖື​ຮຸ້ນໜ້ອຍກວ່າ ຫ້າ​ສິບ​ສ່ວນ​ຮ້ອຍ​ລົງ​ມາ ​ແມ່ນ​ໃຫ້​ປະຕິບັດ​ຕາມ​ກົດໝາຍວ່າ​ດ້ວຍວິ​ສາ​ຫະກິດ ​ແລະ ກົດ​ລະບຽບບໍລິສັດ; ສ່ວນ​ລັດ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ພາຍ​ໃຕ້​ຮູບ​ແບບ ບໍລິສັດ​ມະຫາຊົນ ນອກຈາກ​ປະຕິບັດ​ຕາມ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ​ແລ້ວ ​ແມ່ນ​ໃຫ້​ປະຕິບັດ​ຕາມ​ກົດໝາຍວ່າ​ດ້ວຍຫຼັກຊັບ ສະບັບ​ເລກທີ 21/ສພຊ, ລົງ​ວັນ​ທີ 10 ທັນວາ 2012 ​ແລະ ກົດ​ລະບຽບທີ່​ກ່ຽວຂ້ອງ.

ມາ​ດຕາ 8 ພາລະ​ບົດບາດ​ຂອງ​ສະພາ​ບໍລິຫານ

  1. ຄົ້ນຄວ້າ​ຍຸດ​ທະ​ສາດ, ທິດ​ທາງ, ​ແຜນການ ​ໃນ​ການ​ບໍລິຫານ​ຈັດການ​ວິ​ສາ​ຫະກິດ ​ເພື່ອ​ນໍາ​ສະ​ເໜີກອງ​ປະຊຸມ​ຜູ້​ຖື​ຮຸ້ນ (​ໃນ​ກໍ​ລະ​ນີ ລັດ​ວິ​ສາ​ຫະກິດ​ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ) ພິຈາລະນາ;
  2. ຕີ​ລາຄາ​ຜົນ​ການ​ດໍາ​ເນີນ​ທຸລະ​ກິດ ຂອງ​ວິ​ສາ​ຫະກິດ;
  3. ຮັບຜິດຊອບ​ຕໍ່ປະສິດທິ​ຜົນ ຂອງ​ການ​ນໍາ​ໃຊ້​ຊັບ​ສິນ ​ແລະ ທຶນຮອນ ທີ່​ລັດ​ປະກອບ​ໃຫ້;
  4. ຮັບຮອງ​ການ​ແຕ່ງ​ຕັ້ງ​ຜູ້​ກວດ​ສອບ​ບັນຊີ ຈາກ​ພາຍ​ນອກ;
  5. ຕິດຕາມ ກວດກາ ການ​ເຄື່ອນ​ໄຫວ​ວຽກງານ ຂອງ​ຄະນະ​ອໍານວຍ​ການ;
  6. ​ເປັນ​ຕົວ​ແທນ​ຄຸ້ນ​ຄອງ​ສິດຜົນປະ​​ໂຫຍ​ດຂອງ​ລັດ ຫຼື ຜູ້​ຖື​ຮຸ້ນ ​ໃນ​ການ​ບໍລິຫານ, ຕິດຕາມ, ກວດກາ, ຄຸ້ມ​ຄອງ​ການ​ດໍາ​ເນີນ​ງານ ພ້ອມ​ທັງ​ນໍາພາ-ຊີ້ນໍາ ​ແລະ ​ໃຫ້​ຄໍາ​ປຶກສາ​ແກ່​ຄະນະ​ອໍານວຍ​ການ ​ໃນ​ການ​ບໍລິຫານ​ວຽກງານ​ເພື່ອ​ຮັບປະກັນ​ໃຫ້​ວິ​ສາ​ຫະກິດ ​ເຄື່ອນ​ໄຫວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ​ໂປ່​ງ​ໃສ ​ແລະ ມີ​ປະສິດທິ​ຜົນ; ​ໃນ​ກໍລະນີ​ທີ່​ຈໍາ​ເປັນ ລັດຖະບານ ສາມາດ​ມອບໝາຍ​ໃຫ້​ປະທານ​ສະພາ​ບໍລິຫານ ຫຼື ກໍາມະການ​ສະພາ​ບໍລິຫານ​ບາງ​ທ່ານ​ໄປ​ປະ​ຈໍາ​ການ ​ເພື່ອ​ຊີ້ນໍາ​ຢ່າງ​ໃກ້ຊິດ​ໃນ​ການ​ດໍາ​ເນີນ​ງານ ຂອງ​ຄະນະ​ອໍານວຍ​ການ.
  7. ມີ​ອໍານາດ ​ແລະ ສິດ​ໃນ​ການ​ຕັດສິນ​ບັນຫາ​ໃນ​ການ​ດໍາ​ເນີນ​ງານ​ເພື່ອ​ບັນລຸ​ຈຸດປະສົງ, ​​ເປົ້າໝາຍການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ​ທີ່​ໄດ້​ວາງ​ໄວ້.
  8. ​ເປັນ​ເອກະ​ພາບ​ກັບ​ກະຊວງ, ຂະ​ແໜງການ ທີ່​ລັດ​ວິ​ສາ​ຫະກິດ​ຂຶ້ນກັບ ກ່ຽວກັບ​ພາລະກິດ, ຈຸດປະສົງ​ເປົ້າໝາຍ ​ແລະ ຍຸດ​ທະ​ສາດ​ທາງ​ທຸລະ​ກິດ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ.

ມາດຕາ 9 ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ສະພາ​ບໍລິຫານ

  1. ຮັບຜິດ​ຊອບ​ຮ່ວມ​ກັບ​ຄະນະ​ອໍານວຍ​ການ ຕໍ່ການ​ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ຄໍາ​ແນະ​ນໍາ​ສະບັບ​ນີ້, ລວມທັງ​ສິດ ​ແລະ ໜ້າທີ່​ອື່ນ​ທີ່​ໄດ້​ຮັບ​ມອບໝາຍ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ລັດ​ວິ​ສາ​ຫະກິດ ກໍ​ຄື​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ຜູ້​ຖື​ຮຸ້ນ;
  2. ຮັບຜິດຊອບ​ຕໍ່ໜ້າກົດໝາຍ ກ່ຽວກັບ​ຜົນ​ໄດ້ ​ແລະ ຜົນ​ເສຍ ​ໃນ​ການ​ເຄື່ອນ​ໄຫວ​ດໍາ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ;
  3. ຮັບປະກັນ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ ​ໃຫ້​ສອດຄ່ອງ​ກົດໝາຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ, ສະໜອງຂໍ້​ມູນ​ໃຫ້​ສະມາຊິກ​ສະພາ​ບໍລິຫານ​ໄດ້​ຄົ້ນຄວ້າ​ກ່ອນ​​ເປີດ​ກອງ​ປະຊຸມ;
  4. ຮັບຜິດຊອບ​ຕໍ່ການປະກອບ​ຄໍາ​ເຫັນ, ການ​ອອກ​ມະຕິ​ຕົກລົງ​ຂອງ​ສະພາ​ບໍລິຫານ;
  5. ຮັບຜິດຊອບ​ຕໍ່ ລັດຖະມົນຕີ​ກະຊວງ​ການ​ເງິນ ຫຼື ຜູ້​ຖື​ຮຸ້ນ ທີ່​ແຕ່ງຕັ້ງສະມາຊິກ​ສະພາບໍລິຫານ​ນັ້ນ;
  6. ຮັບຜິດຊອບຕໍ່ການ​ນໍາ​ໃຊ້​ສິດ ​ແລະ ປະຕິບັດໜ້າທີ່​ອື່ນ ຕາມ​ການ​ມອບໝາຍ.

ມາດຕາ 10 ມາດຕະຖານ ​ແລະ ​ເງື່ອນ​ໄຂ ຂອງ​ສະມາຊິກ​ສະພາ​ບໍລິຫານ

  1. ​ເປັນ​ບຸກຄົນ​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ມີ​ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ທຸລະ​ກິດ ຫຼື ມີ​ປະສົບ​ການ​ໃນ​ຂົງ​ເຂດ​ວຽກງານ​ທີ່​ກ່ຽວຂ້ອງ ຢ່າງໜ້ອຍ 3 ປີ​ຂຶ້ນ​ໄປ ​ແລະ ມີ​ປະຫວັດ​ການ​ບໍລິຫານ​ທີ່​ດີ. ສໍາລັບ ປະທານ​ສະພາ​ບໍລິຫານ ຕ້ອງ​ມີ​ປະສົບ​ການ ​ໃນ​ການ​ເປັນ​ຜູ້​ບໍລິຫານ​ອົງ​ກອນ​ໃດໜຶ່ງຢ່າງໜ້ອຍ 3 ປີ​ຂຶ້ນ​ໄປ.
  2. ຕ້ອງ​ມີ​ວິຊາ​ສະ​ເພາະ​ທີ່​ຖືກຕ້ອງ​ກັບ ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ນັ້ນ ຫຼື ຕາມ​ຕໍາ​ແໜ່ງງານ​ທີ່​ຕ້ອງການ​ໃນ​ລະດັບ​ປະລິນຍາ​ຕີ​ຂຶ້ນ​ໄປ, ຕ້ອງ​ມີ​ຄວາມ​ຮູ້​ທາງ​ດ້ານ​ການ​ບັນຊີ-ການ​ເງິນ, ກົດໝາຍ, ການ​ບໍລິຫານ​ບຸກຄະລາ​ກອນ, ການ​ຕະຫຼາດ, ກາ​ນລົງທຶນ ​ແລະ ມີ​ຄວາມ​ຮູ້​ດ້ານ​ພາສາ​ອັງ​ກິດ​ໃນ​ລະດັບ​ດີ;
  3. ​ໄດ້​ຮຽນຮູ້​ຄໍາ​ແນະ​ນໍາ ວ່າ​ດ້ວຍ​ສະພາ​ບໍລິຫານ​ສະບັບ​ນີ້ ຫຼື ຜ່ານຫຼັກສູດ​ການ​ຝຶກ​ອົບຮົມ​ກ່ຽວກັບ​ການ​ເປັນ​ສະມາຊິກ​ສະພາ​ບໍລິຫານ ​ແລະ ຫຼັກການ​ບໍລິຫານ​ບໍລິສັດ​ທີ່​ດີ​ພາຍ​ໃນ ຫຼື ຕ່າງປະ​ເທດ ດ້ວຍ​ທຶນ​ອຸປະຖໍາ​ຂອງ​ລັດ​ວິ​ສາ​ຫະກິດ;
  4. ມີ​ຄວາມ​ສັດ​ຊື່​ບໍລິສຸດ, ມີ​ຄຸນສົມບັດ​ດີ, ມີ​ວິ​ໄສ​ທັດ, ຄວາມ​ຮອບ​ຮູ້, ຄວາມ​ພາກພຽນມຸ້ງໝັ້ນ​ໃສ່​ເປົ້າໝາຍ, ມີ​ແນວ​ຄິດ​ສ້າງສັນ, ສົ່ງ​ເສີມ​ຄວາມ​ກ້າວໜ້າ, ມີ​ຈິດ​ໃຈ​ເປີດ​ເຜີຍ-ກວ້າງຂວາງ, ມີ​ຄວາມ​ສາມາດ​ໃນ​ການ​ແກ້​ໄຂ​ບັນຫາ, ມີ​ທັກ​ສະ​ໃນ​ການ​ສື່ສານ ​ແລະ ທັກ​ສະການ​ເປັນ​ຜູ້​ນໍາ;
  5. ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ຮັບຜິດຊອບ​ສູງ​ຕໍ່ໜ້າທີ່, ມີ​ສະຕິ​ຕໍ່ກົດໝາຍ ​ແລະ ລະບຽບການ;
  6. ສາມາດ​ຕັດສິນ​ບັນຫາ​ໄດ້​ຢ່າງ​ພາວະ​ວິ​ໄສ ຕາມ​ຂອບ​ເຂດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດ​ຊອບຂອງ​ຕົນ;
  7. ມີ​ຈັນ​ຍາ​ບັນ, ຈັນຍາ​ທໍາ​ສູງ ​ໃນ​ການ​ປະຕິບັດໜ້າທີ່;
  8. ບໍ່​ເຄີຍ​ຕ້ອງ​ໂທດ ຫຼື ຖືກ​ລົງ​ໂທດ​ໃນ​ຄະດີ​ສໍ້​ໂກງ, ຍັກ​ຍອກ​ຊັບ​ສິນ​ຂອງ​ລັດ, ບຸກຄົນ ​ແລະ ນິຕິບຸກຄົນ, ບໍ່​ແມ່ນ​ບຸກຄົນ​ທີ່​ລົ້ມ​ລະລາຍ ຫຼື ຖືກ​ຫ້າມ​ດໍາ​ເນີນ​ທຸລະ​ກິດ;
  9. ພະນັກງານ​ ລັດຖະກອນ ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ໄປ​ເປັນ​ປະທານ, ຮອງ​ປະທານ ​ແລະ ກໍາມະການ ສະພາ​ບໍລິຫານ ຂອງ​ລັດ​ວິ​ສາ​ຫະກິດ ຕ້ອງ​ມີ​ຕໍາ​ແໜ່ງລັດ​ບໍລິຫານ ​ໂດຍ​ອີງ​ຕາມ​ຂະໜາດຂອງລັດ​ວິ​ສາ​ຫະກິດ ດັ່ງ​ນີ້:
  • ປະທານ​ສະພາ​ບໍລິຫານ​ທຽບ​ເທົ່າ ຕໍາ​ແໜ່ງບໍລິຫານ​ປະ​ເພດ 3 ​ຂຶ້ນ​ໄປ;
  • ຮອງ​ປະທານ​ສະພາ​ບໍລິຫານ ທຽບ​ເທົ່າ​ຕໍາ​ແໜ່ງບໍລິຫານ​ປະ​ເພດ 4 ຂຶ້ນ​ໄປ;
  • ກໍາມະການ​ສະພາ​ບໍລິຫານ ທຽບ​ເທົ່າ​ຕໍາ​ແໜ່ງບໍລິຫານ​ປະ​ເພດ 5 ຂຶ້ນ​ໄປ.

ມາດຕາ 11 ກອງ​ປະຊຸມ​ສະພາ​ບໍລິຫານ

ສະພາ​ບໍລິຫານ​ນໍາ​ໃຊ້​ສິດ ​ແລະ ໜ້າທີ່​ຂອງ​ຕົນ​ໂດຍ​ຜ່ານ​ກອງ​ປະ​ຊຸມ​ສະພາ​ບໍລິຫານ. ຈໍານວນ​ກອງ​ປະຊຸມ​ສະພາ​ບໍລິຫານ​ປະ​ຈໍາປີ​ຕ້ອງ​ໄດ້​ຖືກ​ລະບຸ​ໄວ້​ໃນ​ກົດ​ລະບຽບພາຍ​ໃນ ຂອງ​ລັດ​ວິ​ສາ​ຫະກິດ. ​ໂດຍ​ທົ່ວ​ໄປ​ແລ້ວ​ການ​ຈັດ​ກອງ​ປະຊຸມ​ສາມັນ​ຂອງ​ສະພາ​ບໍລິຫານ​ຕໍ່າ​ສຸດ ​ແມ່ນ​ບໍ່​ໃຫ້ຫຼຸດ ສອງ​ຄັ້ງ​ຕໍ່ປີ. ສະພາ​ບໍລິຫານ​ຍັງ​ສາມາດ​ຮຽກກອງ​ປະຊຸມ​ສະ​ໄໝວິສາມັນ​ໃນ​ກໍ​ລະ​ນີຫາກ​ມີ​ຄວາມ​ຈໍາ​ເປັນ ​ແລະ ຮີບ​ດ່ວນ​ໂດຍ​ສະມາຊິກ​ສະພາ​ບໍລິຫານ​ທັງໝົດ ຕ້ອງ​ໄດ້​ຮັບ​ແຈ້ງ​ການ​ລ່ວງໜ້າກ່ອນ ​ເຈັດ​ວັນ ທາງ​ລັດຖະການ;

ສະພາ​ບໍລິຫານ​ມີ​ມະຕິ​ກອງ​ປະຊຸມ ທີ່​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ດ້ວຍ​ສຽງສ່ວນຫຼາຍ ​ແລະ ຄະ​ແນນ​ສຽງ ທີ່​ມີ​ຜົນ​ສັກສິດ​ນໍາ​ໃຊ້​ໄດ້ ກໍ​ຕໍ່​ເມື່ອ​ມີ​ສະມາຊິກ​ສະພາ​ບໍລິຫານ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄົບ​ອົງ​ປະຊຸມ ​ແລະ ​ເປັນ​ຜູ້​ທີ່​ມີ​ສິດ​ອອກສຽງສະ​ເພາະ​ແຕ່​ອົງ​ປະຊຸມ ຂອງ​ສະມາຊິກ​ສະພາ​ບໍລິຫານ ທີ່​ມີໜ້າຢູ່​ກອງ​ປະຊຸມ​ເທົ່າ​ນັ້ນ;

ກອງ​ປະຊຸມ​ຂອງ​ສະພາ​ບໍລິຫານ ຕ້ອງ​ມີ​ສະມາຊິກຫຼາຍກວ່າ​ເຄິ່ງໜຶ່ງຂຶ້ນ​ໄປ ຂອງ​ຈໍານວນ​ສະມາຊິກ​ສະພາ​ບໍລິຫານ​ທັງໝົດ;

ນອກຈາກ​ນີ້ ກອງ​ປະຊຸມ​ສະພາ​ບໍລິຫານ ຈະ​ມີ​ຜົນ​ສັກສິດ​ນໍາ​ໃຊ້ໄດ້​ກໍ​ຕໍ່​ເມື່ອ​ມີ​ບົດ​ບັນທຶກ ຫຼື ບົດ​ລາຍ​ງານ​ກອງ​ປະຊຸມ. ບົດ​ບັນທຶກ​ກອງ​ປະຊຸມ​ຂອງ​ສະພາ​ບໍລິຫານ ຕ້ອງ​ເກັບ​ຮັກສາ​ໄວ້​ໃນ​ສໍານັກງານ​ໃຫຍ່ ຂອງ​ວິ​ສາ​ຫະກິດ​ຊຶ່ງ​ຜູ້​ຖື​ຮຸ້ນ​ສາມາດ​ຕິດຕາມ ຫຼື ກວດ​ສອບ​ໄດ້;

ມະຕິ​ກອງ​ປະຊຸມ ສະພາ​ບໍລິຫານ ຕ້ອງ​ໄດ້​ເຮັດ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ, ຖ້າ​ສະມາຊິກ​ສະພາ​ບໍລິຫານ ຫຼື ຄະນະ​ອໍານວຍ​ການ​ຫາກ​ລະ​ເມີດ ຫຼື ບໍ່ປະຕິບັດ​ຕາມ ຕ້ອງ​ຮັບຜິດຊອບ​ຕໍ່ຜົນ​ເສຍ​ຫານ​ທີ່​ເກີດ​ຂຶ້ນທັງໝົດ;

ມະຕິ​ກອງ​ປະຊຸມ ທີ່​ບໍ່ຖືກຕ້ອງ ​ແລະ ບໍ່​ສອດຄ່ອງ ກັບ​ທິດ​ຊີ້ນໍາ​ຂອງ​ຜູ້​ຖື​ຮຸ້ນ​ກໍານົດ ຫຼື​ແນະ​ນໍາ​ໃຫ້​ປະຕິບັດ ຄະນະ​ສະພາ​ບໍລິຫານ​ຕ້ອງ​ຮັບຜິດຊອບ​ຮ່ວມ​ກັນ​ຕໍ່ຜົນ​ໄດ້ຜົນ​ເສຍ, ຍົກ​ເວັ້ນຜູ້​ທີ່​ໄດ້​ຄັດຄ້ານ​ຫາກ​ມີ​ຄໍາ​ເຫັນ​ທີ່​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ຄໍາ​ຊີ້​ແນະ​ດັ່ງ​ກ່າວ ຂອງ​ຜູ້​ຖື​ຮຸ້ນ.

ມາດຕາ 12 ໜ້າທີ່​ຂອງ​ສະພາ​ບໍລິຫານ

     ກ. ການ​ຊີ້ນໍາ, ຕິດຕາມ​ວຽກບໍລິຫານ​ງານ​ຂອງ​ຄະນະ​ອໍານວຍ​ການ:

  1. ຊີ້ນໍາ​ລວມ, ທົບ​ທວນ ​ແລະ ​ແນະ​ນໍາ​ໃນ​ການ​ກໍານົດ​ທິດ​ທາງ, ​ແຜນ​ຍຸດ​ທະ​ສາດ, ນະ​ໂຍບາຍ, ​ແຜນ​ດໍາ​ເນີນ​ງານ, ​ແຜນ​ງົບປະມານ ​ແລະ ​ແຜນ​ດໍາ​ເນີນ​ທຸລະ​ກິດ​ປະ​ຈໍາປີ, ​ແຜນກນ​ປັບປຸງ​ການຈັດຕັ້ງ, ບຸກຄະລາ​ກອນຫຼັກ​ແຫຼ່ງ;
  2. ກໍານົດ​ຈຸດປະສົງ ການ​ດໍາ​ເນີນ​ງານ​ຂອງ​ວິ​ສາ​ຫະກິດ ​ແລະ ຄະນະ​ອໍານວຍ​ການ ພ້ອມ​ທັງຕິດຕາມ, ກວດກາ​ຜົນ​ກາ​ນປະຕິບັດ​ງານ;
  3. ຄວບ​ຄຸມ​ການ​ໃຊ້​ຈ່າຍ​ເງິນ​ທຶນ ຫຼື ການ​ລົງທຶນ, ການ​ຖື​ກໍາມະສິດ​ຂອງ​ຊັບ​ສິນ ​ແລະ ປັບປຸງ​ໂຄງ​ສ້າງ ຫຼື ການ​ຂາຍ​ກິດຈະການ;
  4. ລາຍ​ງານ ຂໍ​ທິດ​ຊີ້ນໍາ​ຈາກ​ຂະແ​ໜງການ​ຂອງ​ລັດ, ຜູ້​ຖື​ຮຸ້ນ ທີ່​ແຕ່ງ​ຕັ້ງ​ຕົນ​ໄປ​ປະຕິບັດໜ້າທີ່​ໃນ​ສະພາ​ບໍລິຫານ ຂອງ​ລັດ​ວ​ິສາ​ຫະກິດ.

     ຂ. ການ​ປະຕິບັດຫຼັກການ​ບໍລິຫານ​ບໍລິສັດ​ທີ່​ດີ (Corporate Governance)

  1. ຕິດຕາມ, ກວດກາ​ປະສິດທິພາບ​ຂອງການ​ປະຕິບັດ​ວຽກງານ​ຕາມຫຼັກການ​ບໍລິຫານ​ບໍລັດ​ທີ່​ດີ ​ແລະ ປັບ​ປ່ຽນຕາມ​ສະພາບ​ຄວາມປັນ​ຈິງ​ຢ່າງ​ເໝາະສົມ;
  2. ຕິດຕາ​ມ, ກວດກາ ​ແລະ ​ແກ້​ໄຂ​ບັນຫາ​ຜົນ​ປະ​ໂຫຍ​ດ​ແອບ​ແຝງ​ທີ່​ອາດ​ມີ​ພາຍ​ໃນ​ຄະນະ​ອໍານວຍ​ການ, ສະມາຊິກ​ສະພາ​ບໍລິຫານ ​ແລະ ຜູ້​ຖື​ຮຸ້ນ ​ເພື່ອ​ຮັບປະກັນ​ຄວາມ​ສາມັກຄີ;
  3. ປະ​ເມີນ​ຜົນງານ​ປະ​ຈໍາປີ​ກ່ຽວກັບ​ການ​ປະຕິບັດ​ວຽກງານ​ຂອງ​ສະພາ​ບໍລິຫານ;
  4. ສົ່ງ​ເ​ສີ​ມວັດທະນະ​ທໍາ​ຂອງ​ອົງ​ກອນ ດ້ວຍ​ການ​ປູກ​ຈິດ​ສໍານຶກ​ໃຫ້​ພະນັກງານ​ປະຕິບັດໜ້າທີ່​ບົນ​ພື້ນຖານ​ຈັນ​ຍາ​ບັນ, ຈັນຍາ​ທໍາ ​ແລະ ການ​ບໍລິຫານ​ບໍລິສັດ​ທີ່​ດີ (Corporate Governance), ມີ​ຄວາມື່ສັດ ​ແລະ ​ໂປ່​ງ​ໃສ.

     ຄ. ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ ​ແລະ ການ​ດໍາ​ເນີນ​ງານ

  1. ຮັບປະກັນ​ໃຫ້​ລັດ​ວິ​ສາ​ຫະກິດ​ມີລະບົບ​ການ​ບໍລິຫານ​ຄຸ້ມ​ຄອງ​ທີ່​ເໝາະສົມ ​ໂດຍ​ສະ​ເພາະ​ແມ່ນ ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ, ການ​ບໍລິຫານ​ຈັດການ​ຄວາມ​ສ່ຽງ ​ແລະ ການ​ປະຕິບັດ​ຕາມ​ກົດໝາຍ ແລະ ລະບຽບຫຼັກການ ທີ່​ກ່ຽວຂ້ອງ;
  2. ທົບ​ທວນ ​ແລະ ຮັບຮອງ​ເອົາ​ຜັງ​ບັນຊີ, ລະບົບ​ການ​ຖື​ບັນຊີ, ການ​ເງິນ ​ແລະ ບົດ​ລາຍງານ​ການ​ເງິນ​ປະ​ຈໍາ​ໄຕ​ມາດ, ປະ​ຈໍາປີ​ຂອງ​ລັດ​ວິ​ສາ​ຫະກິດ;

     ງ. ຄ່າ​ຕອບ​ແທນ​ຂອງ​ສະພາ​ບໍລິຫານ

ຮັບປະກັນ​ໃຫ້ການ​ກໍານົດ​ນະ​ໂຍບາຍ ​ແລະ ຄ່າ​ຕອບ​ແທນ​ການ​ດໍ​ເນີນ​ງານ​ຂອງສະພາ​ບໍລິຫານ ​ເບ້ຍ​ປະຊຸມ ຫຼື ​ເງິນ​ອຸດໜູນອື່ນໆ) ທີ່​ເໝາະສົມ,​ ບໍ່ກະທົບ ​ແລະ ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດ​​ໃນ​ໄລຍະ​ຍາວ ຂອງ​ລັດ​ວິ​ສາ​ຫະກິດ ​ແລະ ຜູ້​ຖື​ຮຸ້ນ​ຂອງ​ລັດ​ວິ​ສາ​ຫະກິດ;

     ຈ. ການຈັດ​ຫາ, ຄັດ​ເລືອກ ​ແລະ ກໍ່ສ້າງ​ຜູ້​ບໍລິຫານ​ສືດ​ທອດ

  1. ຄັດ​ເລືອກ, ຕິດຕາມ, ກວດກາ ​ແລະ ສັບ​ຊ້ອນ ຜູ້​ບໍລິຫານ​ທີ່​ມີ​ຕໍາ​ແໜ່ງສໍາຄັນ​ເພື່ອ​ປ່ຽນ​ແທນ;
  2. ປະສານ​ງານ ກັບ ພາກ​ລັດ ກ່ຽວກັບ​ການ​ຮັບ​ສະໝັກ, ການ​ຄັດ​ເລືອກ ​ແລະ ການ​ແຕ່ງ​ຕັ້ງ​ສະມາຊິກ​ສະພາ​ບໍລິຫານ ​ແລະ ຄະນະ​ອໍານວຍ​ການ;
  3. ປະສານສົມທົບ​ກັບ​ກະຊວງ​ການ​ເງິນ (ຫຼື ຜູ້​ຖື​ຮຸ​້ນ) ​ໃນ​ການຈັດ​ຫາ, ການ​ຄັດ​ເລືອກ​ສະມາຊິກ​ໃໝ່ຂອງ​ສະພາ​ບໍລິຫານ​ຢ່າງ​ຖືກຕ້ອງ​ຕາມ​ຂັ້ນ​ຕອນ ​ແລະ ມາດຕະຖານ ​ເງື່ອນ​ໄຂ​ທີ່​ໄດ້​ກໍານົດ;
  4. ກໍານົດ​ວາງ​ແຜນການ​ກໍ່ສ້າງ​ຜູ້​ບໍລິຫານ​ການ​ສືດ​ທອດ ​ແລະ ພະນັກງານຫຼັກ​ແຫຼ່ງ;
  5. ຮັບປະກັນ​ໃຫ້​ການ​ປະສານ​ສົມທົບ​ກັບ​ກະຊວງ​ການ​ເງິນ (ຫຼື ຜູ້​ຖື​ຮຸ​້ນ) ຢ່າງ​ເປັນ​ປົກກະຕິ;
  6. ນໍາ​ໃຊ້​ສິດ ​ເພື່ອ​ປະຕິບັດໜ້າທ​ີ່ອື່ນ ຕາມການ​ມອບໝາຍຂອງ​ລັດ ຫຼືກອງ​ປະຊຸມຜູ​້ຖື​ຮຸ້ນ ​ແລະ ກົດ​ລະບຽບຂອງ​ວິສາກິດ.

ມາ​ດຕາ 13 ໜ້າທີ່​ຂອງ​ປະທານ​ສະພາ​ບໍລິຫານ

  1. ນໍາພາ-ຊີ້ນໍາ​ການ​ດໍາ​ເນີນ​ງານ​ຂອງ​ສະພາ​ບໍລິຫານ;
  2. ຊີ້​ແນະ ​ແລ​ະ ​ໃຫ້​ຄໍາ​ປຶກສາ ແກ່​ຜູ້​ອໍານວຍ​ການ;
  3. ຮັບປະກັນ​ໃຫ້​ສະມາຊິກ​ສະພາ​ບໍລິຫານ​ມີ​ມາດຕະຖານ​ທາງ​ດ້ານຄວາມ​ຊື່ສັດ, ຄວາມ​ທ່ຽງທໍາ ​ແລະ ປະຕິບັດຫຼັກການລິຫານ​ບໍລິສັດ​ທີ່​ດີ (Corporate Governance);
  4. ສະເໜີຕໍ່ກະຊວງ​ການ​ເງິນ​ (ຫຼື ກອງ​ປະຊຸມ​ຜູ້ຮຸ້ນ) ​ເພື​່ອຈັດ​ຝຶກ​ອົບຮົ​ມ ​ໃຫ້​ສະມາຊິກ​ສະພາ​ບໍລິຫານ​ມີ​ຄວາມ​ຮູ້​ພື້ນຖານ​ທີ່​ຈໍາ​ເປັນ​ກ່ຽວກັບ​ວຽກງານ​ການ​ເງິນບການ​ບັນຊີ;
  5. ສະ​ເໜີ​ແຕ່ງ​ຕັ້ງ ຄະນະກໍາມະການ​ດ້ານ​ຕ່າງໆ ທີ່​ຈໍາປັນ​ຂອງສະພາ​ບໍລິຫານ;
  6. ຮັບປະກັນ​ໃຫ້ມາຊິກ​ສະພາ​ບໍລິຫານ​ໄ​ດ້ຖືກ​ປະ​ເມີນ​ຜົນ​ຢ່າງໜ້ອຍໜຶ່ງຄັ້ງ​ຕໍ່ປີ;
  7. ກໍານົດ​ວາລະ ສໍາລັບ​ກອງ​ປະຊຸມ ​ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ກາປຶກສາ​ຫາລື​ໃນ​ກອງ​ປຊຸມ​ຂອງສະພາບໍລິຫານ;
  8. ​ເປັນ​ປະທານ​ກອ​ປະຊຸມສະພາ​ບໍລິຫານ ​ແລະ ​ໃນ​ກໍລະນີຂອງລັດ​ວິ​ສາ​ຫະກິດ​ທີ່​ລັດ​ຮ່ວມ​ທຶນ​ກັບ ພາກສ່ວນ​ອື່ນ ​ແມ່ນ​ອາດ​ຖືກ​ເລືອກ​ເປັນ​ທັງ​ປະທາ​ນກອງ​ປະຊຸມ​ຜູ້​ຖື​ຮຸ້ນ, ຊີ້ນໍາ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃຫ້​ມີ​ປະສິດທິພາບ, ຈັດ​ສັນ​ເວລາ​ປະຊຸມ​ຢ່າງ​ພຽງພໍ​ໃນ​ການ​ຄົ້ນຄວ້າ ພິຈາລະນາ​ບັນ​ຫາ​ສໍາ​ຄັນ​ຢ່າງຮອບ​ຄອບ​ພ້ອມ​ທັງ​ມີ​ສ່ວນ​ຮ່ວມ​ໃນ​ການ​ປຶກສາ​ຫາລື​ໃນ​ທີ່​ປະຊຸມ, ດໍາ​ເນີນ​ກອງ​ປະຊຸມ​ຕາມ​ລະບຽບວາລະ​ທີ່​ໄດ້​ກໍານົດ ​ແລະ ຕາມ​ກົດ​ລະບຽບຂອງ​ລັດ​ວິ​ສາ​ຫະກິດ;
  9. ​ໃນ​ກໍລະນີ​ຂອງ​ປະທານ​ສະພາ​ບໍຫານ​ທີ່​ປະ​ຈໍາ​ການ ​ແມ່ນ​ຈະ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນລຂາ​ຄະນະ​ພັກ​ຮາກ​ຖານ ຫຼື ໜ່ວຍພັກ ຂອງ​ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ອົງຄະ​ນະ​ພັກ​ຂອງ​ຂະ​ແໜງການ​ກ່ຽວຂ້ອງ ທີ່​ວິ​ສາ​ຫະກິດ​ຂຶ້ນກັບ ​ແລະ ​ໄດ້​ຮັບ​ນະ​ໂຍບາຍ​ດ້ານ​ຕ່າງໆ ຕາມ​ກດ​ລະບຽບຂອງ​ພັກ ​ແລະ ຂອງ​ລັດ​ວິ​ສາ​ຫະກິ​ດ;
  10. ມີ​ສິດ ​ແລະ ໜ້າ​ທີ່​ພິຈາລະນາ​ຮັບຮອງ​ເອົາ​ການສະ​ເໜີ​ແຕ່ງຕັ້ງ ຫຼື ປົດ​ຕໍາ​ແໜ່ງຜູ້​ອໍານວຍ​ການ​ຂອງ​ລັດ​ວິ​ສາ​ຫະກິດ ຕາມ​ການ​ຄົ້ນຄວ້າ ຂອງ​ກະຊວງານ​ເງິນ.

ມາດາ 14 ຄະນະ​ກໍາມະການ​ພາຍ​ໃນ​ຂອ​ສະພາ​ບໍລິຫານ

ສະພາ​ບໍລິຫານ​ຂອ​ງລັດ​ວິ​ສາ​ຫະກິດ ຂະໜາດກາງ ​ແລະ ​ໃຫຍ່ທີ່​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ ຕ້ອງ​ສ້າງ​ຕັ້ງ​ຄະນະ​ກໍາມະການເພື່ອ​ຊ່ວຍ​ລົງ​ເລິກ ຄົ້ນຄວ້າ ຫຼື ນໍາພາ-ຊີ້ນໍາວຽກງານ​ດ້ານຕ່າງໆດັ່ງ​ລຸ່ມ​ນີ້:

  1. ຄະນະ​ກໍາ​ມະ​ການວຽກງານ​ຄຸ້ມ​ຄອງ​ບໍລິຫານ;
  2. ຄະນະ​ກໍາມະການ​ກວດກາ​ພາຍ​ໃນ;
  3. ຄະນະ​ກໍາ​ມະ​ການວຽກງານຄຸ້ມ​ຄອງ​ຄວາມ​ສ່ຽງ;
  4. ຄະນະ​ກໍາ​ມະ​ການວຽກງານຈັດ​ຫາ​ຜູ້​ບໍລິຫານ ​ແລະ ກໍານົດ​ຄ່າ​ຕອບ​ແທນ;
  5. ຄະນະ​ກໍາ​ມະ​ການວຽກງານບໍລິຫານ​ບໍລິສັດ​ທີ່​ດີ (Corporate Governance).

ຄະນະ​ກໍາມະການ​ດ້ານ​ອື່ນໆ ຕາມ​ເງື່ອນ​ໄຂ, ​ຄວາມ​ຈໍາ​ເປັນ ​ແລະ ​ເໝາະສົມ. ​ແຕ່ລະ​ຄະນະ​ກໍາມະການ​ປະກອບ​ມີ​ສະມາຊິກ​ສະພາ​ບໍລິຫານ ສາມ ຫາ ຫ້າ ຄົນ. ​ໃນ​ກໍລະນີ ທີ່​ບໍ່ພຽງພໍ ສາມາດ​ເອົາ​ຄະນະ​ອໍານວຍ​ການ ຫຼື ວ່າ​ຈ້າງ​ກໍາມະການ​ອິດສະຫຼະ ມາ​ຈາກ​ພາຍ​ນອກ ​ເພື່ອ​ປະກອບ​ເຂົາ​ໃນ​ຄະນະ​ກໍາມະການ​ຕ່າງໆ​ໄດ້ ຊຶ່ງ​ແຕ່ລະ​ຄະນະ​ມີ​ສະມາຊິກ​ສະພາ​ບໍລິຫານ​ເປັນ​ຫົວໜ້າຄະນະ, ຄະນະ​ອໍານວຍ​ການ​ເປັນ​ຮອງ, ສະມາຊິກ​ສະພາ​ບໍລິຫານ ຫຼື ກໍາມະການ​ຜູ້ໜຶ່ງສາມາດ​ສັງກັດ​ຢູ່ຫຼາຍຄະນະ​ກໍາມະການ ​ແຕ່​ສາມາດ​​ເປັນ​ຫົວໜ້າຄະນະ​ໄດ້​ພຽງຄະນະ​ດຽວ.

ມາດຕາ 15 ໜ້າທີ່ ຂອງ​ຄະນະ​ກໍາມະການ​ວຽກງານ​ຄຸ້ມ​ຄອງ​ບໍລິຫານ

ຄະນະ​ກໍາມະການ​ວຽກງານ​ຄຸ້ມ​ຄອງ​ບໍລິຫານ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ​ສ້າງ​ວິ​ໄສ​ທັດ, ​ແຜນ​ຍຸດ​ທະ​ສາດ, ນະ​ໂຍບາຍ, ​​ເປົ້າໝາຍ ​ແລະ ​ແຜນການ​ດໍາ​ເນີນ​ທຸລະ​ກິດ​ລວມທັງ​ວິທີ​ການ​ແບ່ງປັນເງິນ​ປັນ​ຜົນ ​ເພື່ອ​ສະ​ເໜີຕໍ່ປະ​ທານ​ສະພາ​ບໍລິຫານ​ ແລະ ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ພິຈາ​ລະ​ນາ​ຮັບຮອງ;
  2. ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ​ນະ​ໂຍບາຍ ​ແລະ ນິຕິ​ກໍາ​ຕ່າງໆ ທີ່​ໄດ້​ກໍານົດ​ໄວ້ ​ໃຫ້​ບັນລຸ​ຕາມຈຸດປະສົງ ​ເປົ້າໝາຍຂອງ​ວິ​ສາ​ຫະກິດ ຢ່າງມີ​ປະສິດທິພາບ.
  3. ຄົ້ນຄວ້າ ພິຈາລະນາ ວິ​ເຄາະ​ວິ​ໄຈ​ບັນຫາ​ຕ່າງໆ​ໃນວຽກງານ​ບໍລິຫານ ທີ່​ຈ​ະນໍາ​ສະ​ເໜີຕໍ່ປະທານ​ສະພາ​ບໍລິຫານ ​ເພື່ອ​ພິຈາລະນາ​ອະນຸມັດ.
  4. ພິຈາລະນາ​ການ​ນໍາ​ສະ​ເໜີ​ແຜນການ​ໃຊ້​ຈ່າຍ​ງົບປະມານ ​ເພື່ອ​ຮັບ​ໃຊ້​ວຽກລິຫານ​ການດໍາ​ເນີນ​ງານ​ປະ​ຈໍາ​ວັນ, ການຈັດ​ຊື້ ຈັດ​ຈ້າງ ຫຼື ​ເຊົ່າ-​ເຊົ່າ​ຊື້ ​ແລະ ການ​ລົງທຶນ​ຂອງ​ລັດ​ວິ​ສາ​ຫະກິດ ຕາມ​ຂອບ​ເຂດ​ສິດ​ຂອງ​ຕົນ ​ໃນ​ຈໍານວນ​ວົງ​ເງິນ​ທີ່​ໄດ້​ກໍານົດ;
  5. ຊີ້ນໍາ​ຄະນະ​ອໍານວຍ​ການ​ຄົ້ນຄວ້າ ​ແລະ ປະກອບຄໍາ​ເຫັນ ຕໍ່ຮ່າງ​ສັນຍາ​ຮ່ວມ​ທຶນ, ສັນຍາ​ເຊົ່າ ​ແລະ ຮ່າງ​ສັນຍາ​ຕ່າງໆ ລວມທັງ​ກົດ​ລະບຽບພາຍ​ໃນ​ວິ​ສາ​ຫະກິດ​ລັດ​ລົງທຶນ; ການ​ກູ້ ຫຼື ການ​ຂໍ​ສິນ​ເຊື່ອ​ກັບ ສະ​ຖາ​ບັນ​ການ​ເງິນ​ເພື່ອ​ສະ​ເໜີຕໍ່ປະທານ​ສະພາ​ບໍລິຫານ ​ແລະ ກອງ​ປະຊຸມຜູ້​ຖື​ຮຸ​້ນພິຈາລະນາ​ຮັບຮອງ ​ເພື່ອນໍາ​ສະ​ເໜີຕໍ່ສະ​ຖາ​ບັນ​ການ​ເງິນ​ຄົ້ນຄວ້າ ພິຈາລະນາ​ອະນຸມັດ;
  6. ພິຈາລະນາ​ຮັບຮອງ​ເອົາ​ສັນຍາ​ປະ​ເພດ​ຕ່າງໆ ຕາມ​ການສະເໜີຂອງຄະນະ​ອໍານວຍ​ກາ​ນ;
  7. ຄົ້ນຄວ້າ​ສ້າງ​ແຜນການ​ລົງທຶນ​ປະ​ຈໍາປີ, ການ​ເພີ່ມ​ທຶນ ຫຼື ການຫຼຸດທຶນ, ການ​ຄວບ​ຄຸມ, ການ​ສ້າງ​ຕັ້ງ, ການ​ຍຸບ​ເລີກ​ວິ​ສາ​ຫະກິດ ຫຼື ສາຂາ, ໜ່ວຍບໍລິການ ​ແລະ ຫ້ອງການ​ຜູ້ຕາງໜ້າ ຂອງ​ລັດ​ວິ​ສາ​ຫະກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ການ​ຊື້-ຂາຍ​ໂອນ​ຮູ້ ຫຼື ກິດຈະການ​ທັງໝົດ ຫຼື ບາງ​ສ່ວນ, ກໍານົດ​ການ​ປະກອບ​ທຶນ ​ແລະ ອັດຕາ​ສ່ວນ​ທາງ​ການ​ເງິນ​ທີ່​ສໍາຄັນ​ເພື່ອ​ສະ​ເໜີປະທານ​ສະພາ​ບໍລິຫານ ​ແລະ ກອງ​ປະຊຸມ​ຜູ້ຖື​ຮຸ້ນ​ພິຈາລະນ​າຮັບຮອງ;
  8. ປະຕິບັດໜ້າທີ່​ອື່ນ​ຕາມ​ການ​ມອບໝາຍ ຂອງ​ສະພາ​ບໍລິຫານ.

ມາດຕາ 16 ໜ​້າທີ່​ຂອງ​ຄະນະ​ກໍາມະການ​ຄຸ້ມ​ຄອງ​ຄວາມ​ສ່ຽງ

  1. ຄົ້ນຄວ້າ ພິຈາລະນາ ວິ​ເຄາະ​ວິ​ໄຈ ​ເພື່ອ​ລະບຸ​ຄວາມ​ສ່ຽງ ​ແລະ ​ແຫຼ່ງທີ່​ມາ​ຂອງ​ຄວາມ​ສ່ຽງ​ໂດ​ຍລວມຂອງ​ວິ​ສາ​ຫະກິດ ຊຶ່ງ​ກວມ​ເອົາ​ຄວາມ​ສ່ຽງປະ​ເພດ​ຕ່າງໆ ​ໂດຍ​ຈັດ​ລໍາດັບ​ຄວາມ​ສໍາຄັນ​ຂອງ​ຄວາມ​ສ່ຽງ ​ເປັນ​ຕົ້ນ: ຄວາມ​ສ່ຽງດ້ານ​ການ​ເງິນ, ຄວາມສ່ຽງດ້ານ​ການ​ລົງທຶນ, ດ້ານ​ໂລ​ຈີດ​ສະຕິ​ກ, ການ​ຕະຫຼາດ ​ແລະ ຄວາມ​ສ່ຽງອື່ນໆ ທີ່​ມີ​ຜົນ​ກະທົບ​ຕໍ່ວິ​ສາ​ຫະກິດ ​ແລະ ອື່ນໆ ​ເພື່ອ​ນໍາ​ສະ​ເໜີຕໍ່ປະທານ​ສະພາ​ບໍລິຫານ​ພິຈາລະນາ​ຮັບຮອງ​;
  2. ຄົ້ນຄວ້າ ກໍານົດ​ຍຸດ​ທະ​ສາດ​ ນະ​ໂຍບາຍ ​ແລະ ລະບຽບຫຼັກການ​ບໍລິຫານ​ຄວາມສ​່ຽງຂອງ​ວິສາຫະກິດ​ໃຫ້​ສອດຄ່ອງ​ກັບ ບັນດາ​ຄວາມ​ສ່ຽງທີ່​​ໄດ້​ລະບຸ​;
  3. ຄຸ້ມ​ຄອງ​ບໍລິຫານ ​ແລະ ຈັດການ​ຄວາມ​ສ່ຽງນ​ການ​ດໍາ​ເນີນ​ທຸລະ​ກິດ​ໃຫ້​ມີ​ປະສິດທິ​ຜົນ ​ແລະ ຄວບ​ຄຸມປະລິມານ​ຄວາມ​ສ່ຽງຂອງ​ວິ​ສາ​ຫະກິດ​ໃຫ້​ຢູ່​ໃ​ລະດັບ​ທີ່ເໝາະສົມ;
  4. ກໍານົດມາດ​ຕະການ​ທີ່​ຈະ​ໃຊ້​ໃນ​ການ​ຈັດການ​ຄວາມ​ສ່ຽງ​ໃຫ້​ເໝາະສົມ​ກັບ​ສະພາບ​ການ​ປະຈຸ​ບັນ;
  5. ປະຕິບັດໜ້າທີ່​ອື່ນ​ຕາມ​ການ​ມອບໝາຍ ຂອງ​ສະພາ​ບໍລິຫານ.

ມາດຕາ 17 ໜ້າທີ່​ຂອງ​ຄະນະ​ກໍາມະການ​ກວດ​ສອບ​ພາຍ​ໃນ

  1. ຕິດຕາມ, ກວດກາ ການ​ເຄື່ອນ​ໄຫວ ດໍານີນ​ທຸລະ​ກິດ ​ໂດຍ​ຕິດ​ພັນ​ກັບ ການ​ປະຕິບັດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ ຂອງ​ສະພາ​ບໍລິຫານ, ຄະນະ​ອໍານວຍ​ການ, ຜູ້​ກວດ​ສອບ​ບັນຊີ, ທີ່​ປຶກສາ ​ແລະ ພະນັກງານ​ຂອງ​ລັດ​ວິ​ສາ​ຫະກິດ​ໃຫ້​ດໍາ​ເນີນ​ໄປ​ຢ່າງ​ມີ​ປະສິດ​ທິພາ​ບ, ບັນລຸ​ຈຸດປະສົງ-​ເປົ້າໝາຍຂອງ​ລັດ​ວິ​ສາ​ຫະກິດ;
  2. ຕິດຕາມ, ກວດກາ​ການວາງ​ແຜນຜັງ, ຂອບ​ຂ່າຍ​ລະບົບ​ການ​ຖື​ບັນຊີ-ກາ​ນ​ເງິນ, ການ​ເຄື່ອນ​ໄຫວ​ທາງ​ດ້ານ​ບັນຊີ-ການ​ເງິນ​ເພື່ອ​ຮັບປະກັນ​ໃຫ້​ມີ​ການຈັດ​ຕັ້ງປະຕິບັດ ​ໂດຍ​ສອດຄ່ອງ​ກັບ​ມາດຕະຖານ​ການບັນຊີ ທີ່​ກົດໝາຍ ​ແລະ ລະບຽບການ​ກໍານົດ, ມີ​ການ​ລາຍ​ງານ​ທາງ​ການ​ເງິນ​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນ​ພຽງພໍ ​ແລະ ສາມາດ​ເປີດ​ເຜີຍ​ໄດ້;
  3. ກວດກາ​ລັດ​ວິ​ສາ​ຫະກິດ​ເພື່ອ​ຮັບປະກັນ​ໃຫ້​ມີ​ລະບົບ​ການ​ຄວບ​ຄຸມ ​ແລະ ກວດ​ສອບ​ພາຍ​ໃນ​ທີ່​ເໝາະສົມ ​ແລະ ມີ​ປະສິດ​ທິພາ​ບ;
  4. ຕິດຕາມ, ກວດກາ​ເພື່ອ​ຮັບປະກັນ​ໃຫ້​ປະຕິບັດ​ກົດໝາຍ ​ແລະ ລະບຽບການ​ທີ່​ກ່ຽວຂ້ອງ​ຕ່າງໆ, ຫຼັກການ​ບໍລິຫານ​ບໍລິສັດ​ທີ່​ດີ, ຈັນ​ຍາ​ບັນ, ຈັນຍາ​ທໍາ ​ແລະ ຄວາມ​ໂປ່​ງ​ໃສ​ໃນການ​ເຄື່ອນ​ໄຫວ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ ​ເປັນຕົ້ນ: ກົດໝາຍວ່າ​ດ້ວຍ​ສາ​ຫະກິດ, ກົດໝາຍ, ລະບຽບການ​ອື່ນ​ທີ່​ກ່ຽວຂ້ອງ ​ແລະ ຄໍາ​ແນະ​ນໍາະບັບ​ນີ້; ​ປະຕິບັດ​ພັນທະ​ດ້ານ​ພາສີ, ອາກອນ, ການ​ໃຊ້​ຈ່າຍ​ບໍລິຫານ, ​ເງິນ​ເດືອນ-ຄ່າ​ແຮງ​ງານ, ​ເງິນ​ນະ​ໂຍບາຍ, ​ເງິນ​ອຸດໜູນ​ແລະ ອື່ນໆ;
  5. ຕິດຕາມ, ກວດກາ ການຈັດຕັ້ງ​ປະຕິບັດ​ມະຕິ ກອງ​ປະຊຸມ​ສະພາ​ບໍລິຫານ, ກອງ​ປະຊຸມ​ຜູ້​ຖື​ຮຸ້ນ, ຄໍາ​ສັ່ງ ​ແລະ ຂໍ້​ຕົກລົງ​ຂອງ​ສະພາ​ບໍລິຫານ;
  6. ພິຈາລະນາ​ບັນຫາ​ທີ່​ພົວພັນ ຫຼື ອາດ​ມີ​ຄວາມ​ຂັດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍ​ດ ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການ;
  7. ປະຕິບັດໜ້າທີ່​ອື່ນ​ຕາມ​ການ​ມອບໝາຍ ຂອງ​ສະພາ​ບໍລິຫານ.

ມາດຕາ 18 ໜ້າທີ່​ຂອງ​ຄະນະ​ກໍາມະການວຽກງານ​ຈັດ​ຫາ​ຜູ້​ບໍລິຫານ ​ແລະ ກໍານົດ​ຄ່າ​ຕອ​ແທນ

ຄະນະ​ກໍາມະການ​ວຽກງານ​ຈັດ​ຫາ ​ແລະ ກໍານົດ​ຄ່າ​ຕອບ​ແທນ ມີ​ສິດ ​ແລະ ໜ້າທີ່​ເປັນ​ຕົ້ນ​ດັ່ງນີ້:

  1. ຄົ້ນຄວ້າ ພິຈາ​ລະນາ, ກໍານົດ​ນະ​ໂຍບາຍ​, ຫຼັກການ ວິທີ​ການ ​ໃນ​ການ​ຄັ​ດເລືອກສະມາຊິກ​ສະພາ​ບໍລິຫາ​ນ, ຄະນະ​ອໍານວຍ​ການ, ຜູ້​ກວດ​ສອບ​ບັນຊີ, ທີ່​ປຶກສາ ​ແລະ ລວມທັງ​ດໍາ​ເນີນ​ການ​ສັນ​ຫາ, ຄັດ​ເລືອກ​ເອົາ​ບຸກຄົນ​ດັ່ງ​ກ່າວ ​ແລະ ສະ​ເໜີຊື່​ຜູ້​ທີ່​ມີ​ຄຸນ​ວຸນທິ​ເໝາະສົມ ຕາມ​ມາດຕະຖານ ​ແລະ ​ເງື່ອນ​ໄຂ​ທີ່​ກໍານົດ​ໄວ້​ໂດຍ​ຄໍານຶງ​ເຖິງ​ຄວາມ​ຮູ້, ຄວາມ​ສາມາດ, ປະສົບ​ການ ​ແລະ ມີ​ປະຫວັດ​ທີ່​ດີ ເປັນຫຼັກ ເພື່ອນໍາສະ​ເໜີຕໍ່ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ພິຈາ​ລະນາ​ແຕ່ງ​ຕັ້ງ,
  2. ຄົ້ນຄວ້າ ພິຈາລະນາ, ທົບ​ທວນ ນະ​ໂຍບາຍ ​ແລະ ລະບຽບຫຼັກການ​ກ່ຽວກັບ​ການ​ກໍານົດ​ຄ່າ​ຕອບ​ແທນ ​ແລະ ຜົນ​ປະ​ໂຫຍ​ດອື່ນ ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການ​ກ່ຽວຂ້ອງ​ກໍານົດ ​ໃຫ້​ສະມາຊິກ​ສະພາ​ບໍລິຫານ, ຄະນະ​ອໍານວຍ​ການ, ຊ່ຽວຊານ ທີ່​ປຶກສາ ​ແລະ ພະນັກງານ ​ເພື່ອສະ​ເໜີຕໍ່ກອງ​ປະຊຸມ​ສະພາ​ບໍລິຫານ ​ແລະ ກ​ອງປະຊຸມ​ຜູ້​ຖື​ຮຸ​້ນ ພິຈາລະນາ​ຮັບຮອງ ​ແລະ ​ໃຫ້​ມີ​ການ​ທົບ​ທວນ​ທຸກ​ປີ;
  3. ຄົ້ນຄວ້າ​ສ້າງ​ແຜນ​ເບີກ​ຈ່າຍ​ເງິນ​ເດືອ​ນ, ​ເງິນ​ອຸດໜູນ, ​ເງິນ​ນະ​ໂຍບາຍ, ​ເງິນ​ບໍລິຫານ, ​ເບ້ຍ​ປະຊຸມ, ບໍາ​ເນັດ​ປະ​ຈໍາປີ ຂອງ​ສະພາ​ບໍລິຫານ, ຄະນະ​ອໍານວຍ​ການ, ພະນັກງານ-ກໍາມະກອນ, ຄ່າ​ຈ້າງ​ຜູ້ກວດ​ສອບ​ບັນຊີ ​ແລະ ທີ່​ປຶກສາ​ໃຫ້​ສອດ​ຄ່ອງ​ຕາມ​ກົດໝາຍ ​ແລະ ລະບຽບກນ​ກໍານົດ​ເພື່ອ​ສະ​ເໜີຕໍ່ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ພິຈາລະນາ​ຮັບຮອງ.
  4. ປະຕິບັດໜ້າທີ່​ອື່ນ​ຕາມ​ການ​ມອບໝາຍ ຂອງ​ສະພາ​ບໍລິຫານ.

ມາດຕາ 19 ໜ້າທີ່​ຂອງ​ຄະນະ​ກໍາມະການ​ວຽກງານ​ການບໍລິຫານໍລິສັດ​ທີ່​ດີ

ຄົນ​ຄວ້າ, ກໍານົດ​ຮ່າງ​ນະ​ໂຍບາຍ ​ແລະ ລະບຽບຫຼັກການ​ກ່ຽວກັບ ຫຼັກການ​ບໍລິຫານບໍລິສັດ​ທີ່​ດີ (Corporate Governance Policy) ຂອງ​ວິ​ສາ​ຫະກິດ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການ​ທີ່່ກ່ຽວຂ້ອງ​ເປັນ​ຕົ້ນ: ນິຕິ​ກໍາ ​ແລະ ລະບຽບຫຼັກການ ທີ່​ສໍານັກງານ​ຄະນະ​ກໍາ​ມະ​ການ​ຄຸ້ມ​ຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ກະຊວງ​ການ​ເງິນ ​ແລະ ກະຊວງ​ກ່ຽວຂ້ອງ ​ໄດ້​ກໍານົດ ລວມທັງ​ແນວທາງ ​ແລະ ຫຼັກການ​ບໍລິຫານ​ກິດຈະການ​ທີ່​ດີ ຕາມ​ມາດ​ຕະຖານ​ສາກົນ ​ເພື່ອ​ນໍາ​ສະ​ເໜີຕໍ່ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ພິຈາລະນາ​ຮັບຮອງ ດັ່ງ​ນີ້:

  1. ຄຸ້ມ​ຄອງ ​ແລະ ຊຸກຍູ້ ສົ່ງ​ເສີມ ສະມາຊິກ​ສະພາ​ບໍລິຫານ ​ແລະ ຄະນະ​ອໍານວ​ການ ​ໃນ​ການ​ປະຕິບັດໜາທີ່​ວຽກງານ ​ແລະ ຄວາ​ມຮັບຜິດຊອບ​ຂອງ​ຕົນ ຕາມຂອບ ​ແລະ ລະບຽບຫຼັກການ​ຂອງ​ນະ​ໂຍບາຍ​ການ​ບໍລິຫານ​ບໍລິສັດ​ທີ່​ດີ ຢ່າງ​ເຂັມ​ງວດ;
  2. ພິຈາລະນາ ທົບ​ທວນ ​ແລະ ປັບປຸງ​ນະ​ໂຍບາຍ, ລະບຽບຫຼັກການ​ບໍລິຫານ​ບໍລິສັດ​ທີ່​ດີ ຢ່າງ​ເປັນ​ປົກກະຕິ ຢ່າງໜ້ອຍ ໜຶ່ງຄັ້ງ​ຕໍ່ປີ ​ເພື່ອ​ໃຫ້​ທັນ​ສະ​ໄໝ ​ແລະ ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ ​ແລະ ປະຕິບັດ​ຕາ​ມາດຕະຖານ​ສາກົນ;
  3. ຕິດຕາມ ​ແລະ ​ປະ​ເມີນ​ຜົນ​ການ​ປະຕິບັດໜ້າທີ່​ຂອງ​ສະມາຊິກ​ສະພາ​ບໍລິຫານ ​ແລະ ຄະນະ​ອໍານວຍ​ການ ຕາມ​ແນວທາງ​ການ​ປະຕິບັດ​ທີ່​ດີ ທີ່​ໄດ້​ກໍານົດ​ໄວ້​ໃນ​ນະ​ໂຍບາຍ ​ແລະ ລະບຽບຫຼັກການ ການລິຫານ​ບໍລິສັດ​ທີ່​ດີຂອງ​ວິ​ສາ​ຫະກິດ ຢ່າງ​ເປັນ​ປົກກະຕິ ຢ່າງໜ້ອຍປີ​ລະຄັ້ງ;
  4. ປະຕິບັດ​ວຽງານ​ອື່ນ ຕາມ​ການ​ມອບໝາຍ.

ມາດຕາ 20 ການ​ເລືອກ​ຕັ້ງ​ ຫຼື ປົດ​ຕໍາ​ແໜ່ງ ​ແລະ ການ​ປ່ຽນ​ແທນສະມາຊິກ​ສະພາ​ບໍລິຫານ

ສະມາຊິກ​ສະພາ​ບໍລິຫານ ​ເມື່ອ​ຄົບ​ອາຍຸ​ການ ສາມ​ປີ, ກະຊວງ​ການເ​ງິນ ຫຼື ກອງ​ປະຊຸມ​ຜູ້​ຖື​ຮຸ້ນ (​ໃນ​ກໍລະນີ​ລັດ​ວິ​ສາ​ຫະກິດ​ຮ່ວມ​ທຶນ ກັບ ພາກສ່ວນ​ອື່ນ) ​ເປັນ​ຜູ້​ພິຈາລະນາ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງສະມາຊິກ​ສະພາ​ບໍລິຫານ ສະມາຊິກ​ສະພາ​ບໍລິຫານ​ຊຸດ​ເກົ່າ​ສາມາດ​ໄດ້​ຮັບ​ການ​ພິຈາລະນາ​ແຕ່ງ​ຕັ້ງ ຄືນ​ໃໝ່​ໄດ້​ອີກ​ໜຶ່ງສະ​ໄໜ ຖ້າ​ມີ​ຜົນ​ການ​ດໍາ​ເນີນ​ງານ​ທີ່​ດີ ​ແຕ່​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່ນີ້ ຄວນ​ຜ່ານ​ຂັ້ນ​ຕອນ​ການ​ປະ​ເມີນ​ຜົນງານ ​ໂດຍ​ກະຊວງ​ການ​ເງິນ (​ໃນ​ກໍລະນີ​ຂອງ​ລັດ​ວິສາຫະກິດ​ທີ່​ລັດ​ຖື​ຮຸ້ນ​ຮ້ອຍ​ສວນ​ຮ້ອຍ) ຫຼື ​ໂດຍ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ( ​​ໃນ​ກໍ​ລະນີຂອງ​ລັດ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ).

ສໍາລັບສະມາຊິກ​ສະພາ​ບໍລິຫານ​ທີ່​ມາ​ຈາກ​ລັດ ​ແມ່ນ​ກະຊວງການ​ເງິນ​ເປັນ​ຜູ້​ແຕ່ງ​ຕັ້ງ ຫຼື ປົດ ຕໍາ​ແໜ່ງ ສະມາຊິກ​ສະພາ​ບໍລິຫານ ​ແມ່ນປັນ​ຜູ້ຕາງໜ້າ​ໃຫ້​ລັດຖະບານ ຫຼື ອາດ​ເປັນ​ທັງ​ຜູ້​ຕາງໜ້າ​ຂະ​ແໜງການ​ທີ່​ລັດ​ວິ​ສາ​ຫະກິດ​ນັ້ນ​ຂຶ້ນກັບ.

ບຸກຄົນໜຶ່ງ ສ​າມາດຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາຊິກ ຫຼື ກໍາມະການ​ສະພາ​ບໍລິຫານ​ຂອງ​ລັດ​ວິ​ສາ​ຫະກິດ​ໄດ້​ບໍ່​ເກີນ ສາມ ວິ​ສາ​ຫະກິດ ​ແລະ ບໍ່​ແມ່ນ​ວິ​ສາ​ຫະກິດ​ທີ່​ເຄື່ອນ​ໄຫວ​ດໍານີນ​ທຸລະ​ກິດ ທີ່​ມີ​ລັກສະນະ​ຄ້າຍຄື​ກັນ.

ສະມາຊິກ​ສະພາ​ບໍລິຫານ​ຈະ​ຖືກ​ປົດ​ໃນ​ກໍລະນີ​ໃດໜຶ່ງ ດັ່ງນີ້:

  1. ບໍ່ສາມາດ​ປະຕິບັດໜ້າທີ່​ສໍາ​ເລັດ​ຕາມ​ທີ່​ໄດ້​ຮັບ​ມອບໝາຍ ຫຼື ດໍາ​ເນີນ​ທຸລະ​ກິດ​ຂາດ​ປະສິດທິພາບ 2 ປີ ລຽນຕິດ ​ໂດຍ​ບໍ່ມີ​ເຫດຜົນ​ຢັ້ງຢືນ​ພຽງພໍ ກ່ຽວກັບ​ສາ​ເຫດ​ຂອງ​ການ​ຂາດທຶນ​ດັ່ງກ່າວ;
  2. ບໍ່ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປະຕິບັດໜ້າທີ່ ​ຫຼື ສວຍ​ໃຊ້ອໍານາດໜ້າທີ່​ເພື່ອ​ສ້​າງຜົນ​ປະ​ໂຫຍ​ດ​ໃຫ້​​ແກ່​ຕົນ​ເອງ, ຍາດ​ພີ່ນ້ອງ ຫຼື ​ໃຫ້​ແກ່​ຄົນ​ອື່ນ, ລາຍ​ງານ​ບໍ່ຖືກ​ຄວາມ​ຈິງ​ກ່ຽວກັບ​ວຽກງານ​ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;
  3. ຖືກ​ສານ​ຕັດສິນ​ລົງ​ໂທດ​ຕັດ​ອິດສະຫຼະພາບ;
  4. ມີ​ບັນຫາ​ທາງ​ດ້ານ​ສຸຂະພາບ​ທີ່​ພາ​ໃຫ້​ບໍ່ສມາດ​ປະຕິບັດໜ້າທີ່ ຫຼື ​ເສຍ​ຊີວິດ​;
  5. ຕາມ​ການ​ຕົກລົງ​ຂອງ​ກະຊວງ​ການ​ເງິນ ຫຼື ຜູ​້ຖື​ຮຸ້ນ.

​ເມື່ອ​ສະມາຊິກ​ສະພາ​ບໍລິຫານຖືກ​ປົດ​ຕໍາ​ແໜ່ງຕາມ​ກໍ​ລະ​ນີຂ້າງ​ເທິງ​ນີ້ ກະຊວງ​ການ​ເງິນ (ຫຼື ​ໃນ​ກໍລະນີ​ຂອງ​ລັດ​ວິ​ສາ​ຫະກິດ​ທີ່​ລັດ​ຮ່ວມ​ທຶນ ກັບ ພາກ່ວນ​ອື່ນ ​ແມ່ນ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ) ພິຈາລະນາ​ແຕ່ງ​ຕັ້ງ​ສະມາຊິກ​ສະພາ​ບໍລິຫານ​ຜູ້​ໃໝ່ປ່ຽນ​ແທນ. ສໍາລັບ​ສະມາຊິກ​ສະພາ​ບໍລິຫານທີ່​ມາ​ຈາກ​ພາກ​ລັດ ​ແມ່ນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ເປັນ​ຜູ້​ແຕ່ງ​ຕັ້ງ.

ມາດຕາ 21 ພາລະບົດບາດ​ຂອງ​ສະພາ​ບໍລິຫານ​ໃນ​ໄລຍະ​ດໍາ​ເນີນ​ຂະ​ບວນກນ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ

ໃນ​ກໍລະນີ​ທີ່​ລັດຖະບານ ມີ​ແຜນການ​ປັບປຸງ​ໂຄງສ້າງ, ການ​ຫັນ ຫຼື ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິ​ດ​ໄ​ປສູ່​ຮູບ​ການ​ອື່ນ, ລັດຖະບານ​ອາດ​ຈະ​ແຕ່ງ​ຕັ້ງ​ສະພາ​ບໍລິຫານ ​ແລະ ຄະນະ​ອໍານວຍ​ການ​ຊົ່ວຄາວ​ໃນ​ໄລຍະ​ຂ້າມ​ຜ່ານ​ດັ່ງກ່າວ, ລັດຖະບານຈະ​ກໍານົດ​ບັນດາໜ້າວຽກສໍາລັບ​ສະພາ​ບໍລິຫານ​ໃນ​ໄລຍະ​ຂ້າມ​ຜ່ານ​ໜຶ່ງ​ຈະ​ລະບຸ​ຈຸດປະສົງ​ຂອງ​ກາ​ຫັນ​ວິ​ສາ​ຫະກິດ​ໄປສູ່​ຮູບ​ການ​ໃດໜຶ່ງ. ສັນຍາ​ການວ່າ​ຈ້າງ ​ແລະ ນະ​ໂຍບາ​ຄ່າ​ຕອບ​ແທນ ຂອງ​ສະມາຊິກ​ສະພາ​ບໍລິຫານ​ຜູ້​ປະ​ຈໍາ​ການ ​ແລະ ຄະນະ​ອໍານວຍ​ການ​ຊົ່ວຄາວ​ຈະ​ຕ້ອງ​ໄດ້​ຖືກ​ກໍານົດ​ຢ່າງ​ຈະ​ແຈ້ງ.

ມາດຕາ 22 ການາງ​ແຜນານ​ກໍ່ສ້າງ​ຜູ້​ບໍລິຫານ​ສືບ​ທອດ

​ເມື່ອ​ຄົບ​ກໍານົດ​ວາລະ​ແລ້ວ, ສະມາຊິກ​ສະພາ​ບໍລິຫານ ຈະ​ຕ້ອງ​ໄດ້​ຖືກ​ປ່ຽນ​ແທນ ຊຶ່ງ​ແມ່ນ​ວຽກຂອງ​ສະພາ​ບໍລິຫານ​ໃນ​ການ​ຄົ້ນຄວ້າ​ພັດທະນາ​ແຜນການ​ກໍ່ສ້າງ​ຜູ້​ບໍລິຫານ ສືບ​ທອດ ​ໂດຍ​ການ​ດໍາ​ເນີນ​ການຈັດ​ຝຶກ​ອົບຮົມ​ໃຫ້​ສະມາຊິກ​ສະພາ​ບໍລິ​ຫານ, ຄະນະ​ອໍານວຍການ ​ແລະ ພະນັກງານຫຼັກ​ແຫຼ່ງ ຂອງ​ລັດ​ວິ​ສາ​ຫະກິດ​.

ຄວນ​ມີ​ການ​ພັດທະນາ​ບັນຊີ​ລາຍ​ຊື່​ຜູ້​ສະໝັກ ​ເພື່ອ​ຄັດ​ເລືອກ​ເອົາ​ສະມາຊິກ​ສະພາບໍລິຫານ ຈາກ​ພາຍ​ໃນ ​ແລະ ພາຍ​ນອກ. ການ​ຄັດ​ເລືອກ​ຮອບ​ສຸດທ້າຍ​ຈະພິິຈາລະນາ​ເອົາ​ຜູ້​ສະໝັກທີ່​ມີ​ມາດຕະຖານ ​ແລະ ​ເງື່ອນ​ໄຂ ຄົບ​ຖ້ວນ​ທີ່​ສຸດ ​ເພື່ອ​ນໍາພາ​ລັດ​ວິ​ສາ​ຫະກິດ​ໃຫ້​ບັນລຸ​ເປົ້າໝາຍ ​ໃນ​ໄລຍະ​ຍາ​ວທີ່ສະພາ​ບໍລິຫານ​ກໍ​່ຄື​ຜູ້​ຖື​ຮຸ້ນ ຫຼື ລັດຖະບານ​ໄດ້​ກໍານົດ.

ມາດຕາ 23 ​ເງິນ​ເດືອນ, ​ເບ້ຍ​ປະຊຸມ ​ແລະ ​ເງິນ​ບໍາ​ເນັດ​ຂອງ​ສະພາ​ບໍລິຫານ

ລັດ​ວິ​ສາ​ຫະກິດ ຕ້ອງ​ກໍານົດ​ຊີ້ວັດ​ປະສິດທິ​ຜົນ​ການ​ດໍາ​ເນີນງານ ​ເພື່ອ​ປະ​ເມີນ​ຜົນ ຫຼື ວັດ​ແທກ​ການ​ປະຕິບັດ​ງານ​ຂອງ​ສະພາ​ບໍລິຫານ ​ແລະ ຜູ້​ອໍານວຍ​ການ ຊຶ່ງ​ແມ່ນ​ຄະນະ​ກໍາມະການ​ກວດ​ສອບ​ພາຍ​ໃນ ຂອງ​ສະພາ​ບໍລິຫານ​ເປັນ​ຜູ້​ກໍານົດ, ຜູ້​ອໍານວຍ​ການ​ເປັນ​ຜູ້ານົດຕົວ​ຊີ້ວັດ​ປະສິດທິ​ຜົນ​ການ​ດໍາ​ເນີນ​ງານ ຂອງ​ຄະນະ​ອໍານວຍ​ການ, ຄະນະ​ອໍານວຍ​ການ ​ເປັນ​ຜູ້​ກໍານົດ​ຕົວ​ຊີ້ວັດ​ປະສິດ​ທິຜົນ​ການ​ດໍາ​ເນີນ​ງານ​ຂອງ​ພະນັກງານ-ກໍາມະກອນ ​ໂດຍ​ອີງ​ຕາມ​ພາລະ​ບົດບາດ, ສິດ, ໜ້າທີ່ ຫຼື ຕໍາ​ແໜ່ງ ​ແລະ ​ແຜນວຽກປະ​ຈໍາ​ປີຂອງ​ແຕ່​ລະບຸ​ກຄົນ​.

ສໍາລັບ​ຕົວ​ຊີ້ວັດ​ປະສິດທິ​ຜົນ​ການ​ດໍາ​ເນີນງານ​ຂອງ​ລັດ​ວິ​ສາຫກິດ ​ແມ່ນ​ຂະ​ແໜງການ​ເງິນ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ຂະ​ແໜງການ​ກ່ຽວຂ້ອງ ​ແລະ ວິ​ສາ​ຫະກິດ​ນັ້ນ​ກໍານົດ​ເປັນ ສອງ ປະ​ເພດ ຄື:

  1. ຕົວ​ຊີ້ວັດ​ປະສິດທິ​ຜົນ​ສະ​ເພາະ​ດ້ານ ​ແມ່ນ​ການ​ກໍານົດ​ນໍາ​ໃຊ້​ສະ​ເພາະ​ວິ​ສາ​ຫະກິດ​ໃດໜຶ່ງຕມ​ຂະ​ແໜງການ​ທີ່​ວິ​ສາ​ຫະກິດດໍາ​ເນີນ​ທຸ​ລະກິດ;
  2. ຕົວ​ຊີ້ວັດ​ປະສິດທິ​ຜົນ​ທົ່ວ​ໄປ​ແມ່ນ​ການ​ກໍານົດ​ນໍາ​ໃຊ້​ໄດ້​ທົ່ວ​ໄປ​ຂອງ​ທຸກ​ຫົວໜ່ວຍວິ​ສາ​ຫະກິດ ​ເພື່ອ​ປະ​ເມີນ​ປະສິດທິ​ຜົນ​ການ​ດໍາ​ເນີນ​ທຸລະ​ກິດ ​ໂດຍ​ອີງ​ຕາມ​ອັດຕາ​ສ່ວນ​ດ້ານ​ການ​ເງິນ​ເປັນ​ຕົວວັດ​ແທກ ​ເປັນ​ຕົ້ນ: ກໍາ​ໄລ​ສຸດທິ​ພາຍຫຼັງຫັກອາກອນ​ໃນ​ຮູບ​ແບບ​ອັດຕາ​ສ່ວນ​ຮ້ອຍ​ຂອງ​ລາຍ​ຮັບ, ກໍາໄລ​ສຸດທິ​ກ່ອນ ລະ ຫຼັງຫັກ​ອາກອນ ​ໃນ​ຮູບ​ແບບ​ອັດຕາ​ສ່ວນ​ຮ້ອຍ​ຂອງ​ທຶນ​ຜູ້​ຖື​ຮຸ້ນ, ກໍາ​ໄລ​ສຸດທິກ່ອນ ​ແລະ ຫຼັງຫັກ​ອາກອນ​ໃນ​ຮູບ​ແບບ​ອັດຕາ​ສ່ວນ​ຮ້ອຍ​ຂອບ​ຊັບ​ສົມບັດ​ຄົງ​ທີ່ ​ແລະ ບັນດາ​ຕົວ​ວັດ​ແທກ​ອື່ນ​ທີ່​ກ່ຽວຂ້ອງ.

(ການ​ກໍານົດ​ຕົວ​ຊີ້ວັດ​ປະສິດທິ​ຜົນ​ການ​ດໍາ​ເນີນ​ງານ​ຂອງ​ລັດ​ວິ​ສາ​ຫະກິດ ມີ​ລະບຽບການສະ​ເພາະ).

ມາດຕາ 25 ກາ​ແຕ່ງ​ຕັ້ງ​ຜູ້ຕາງໜ້າຜູ້​ຖື​ຮຸ້ນ

ຜູ້​ຖື​ຮຸ້ນ​ແຕ່ລະ​ຝ່າຍ​ແຕ່ງ​ຕັ້ງ​ຜູ້ຕາງໜ້າຂອງ​ຕົນ ​ເພື່ອ​ເປັນ​ຕົວ​ແທນ​ໃນ​ການ ນໍາພາ-ຊີ້ນໍາ, ຕິດຕາມ, ກວດກາ​ກນ​ປະຕິບັດ​ວຽກງານ​ຂອງ​ສະພາ​ບໍລິຫານ;

ກະຊວງ​ການ​ເງິນ​ເປັນ​ຜູ້ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງ ຜູ້ຕາງໜ້າຜູ້​ຖື​ຮຸ້ນ​ພາກ​ລັດ ​ໃນ​ກໍລະນີ ​ເປັນ​ລັດ​ວິ​ສາ​ຫະກິດ​ຮ່ວມ​ທຶນ ກັບ ພາກສ່ວນ​ອື່ນ);

​ເມື່ອ​ຄົບ​ອາຍຸ​ກນ​ສາມ​ປີ ກະຊວງ​ການ​ເງິນ​ເປັນ​ຜູ້​ພິຈາລະນາ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງຜູ້ຕາງໜ້າຜູ້​ຖື​ຮຸ້ນ​ຂອງ​ພາກ​ລັດ. ຜູ້ຕາງໜ້າຜູ້​ຖື​ຮຸ້ນ​ພາກ​ລັດ​ສາມາດ​ໄດ້​ຮັບ​ການ​ພິຈາລະນາ​ແຕ່ງຕັ້ງ​ຄືນ​ໃໝ່​ໄດ້​ອີກໜຶ່ງສະໃໝ ຖ້າ​ມີ​ຜົນງານ​ທີ່​ດີ, ​ແຕ່​ການ​ແຕ່ງ​ຕັ້ງ​ຄືນ​ໃໝ່ນີ້ຄວນ​ຜ່ານ​ການ​ປະ​ເມີນ​ຜົນງານ;

ພະນັກງານ ລັດຖະກອນ ທີ່ຈະ​ຖືກ​ແຕ່ງ​ຕັ້ງ​​ໄປ​ເປັນ ຜູ້ຕາງໜ້າຜູ້​ຖື​ຮຸ້ນ​ຕ້ອງ​ມີ​ຕໍາ​ແໜ່ງລັດ​ບໍລິຫານ ປະ​ເພດ 3 ຂຶ້ນ​ໄປ.

ມາດຕາ 26 ກອ​ປະຊຸມ​ຜູ້​ຖື​ຮຸ້ນ

ກອງ​ປະຊຸມ​ຜູ້​ຖືກ​ຮຸ້ນ​ຂອງ​ລັດ​ວິ​ສາ​ຫະກິດ​ຮ່ວມ​ທຶນ ກັບ​ພາກສ່ວນ​ອື່ນ​ ທີ່​ລັດ​ຖື​ຮຸ້ນຫຼາຍກວ່າ​ຫ້າ​ສິບ​ສ່ວນ​ຮ້ອຍ ຫາ​ ເກົ້າ​ສິບ​ສ່ວນ​ຮ້ອຍ ​ແມ່ນ​ການຈັດ​ຕັ້ງ​ສູງ​ສຸດ​ຂອງ​ໂຄງ​ປະກອບ​ການຈັດ​ຕັ້ງ ຂອງ​ລັດ​ວິ​ສາ​ຫະກິດ ທີ່​ລັດ​ຮ່ວມ​ທຶນ​ກັບ​ພາກສ່ວນ​ອື່ນ ຊຶ່ງ​ປະກອບ​ດ້ວຍ​ຜູ້ຕາງໜ້າຜູ້​ຖື​ຮຸ​້ນພາກ​ລັດ ​ແລະ ຜູ້​ຖື​ຮຸ້ນ​ຈາກ​ພາກ​ສ່ວນ​ອື່ນ ​ເຂົ້າ​ຮ່ວມ;

ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ​ເປັນ​ເວທີ ທີ່​ສໍາ​ຄັນ​ທີ່​ຜູ້​ຖື​ຮຸ້ນ​ຈະ​ໄດ້​ມີ​ໂອກາດ ປຶກສາ​ຫາລື, ​ແລກ​ປ່ຽນ ​ແລະ ຕັ້ງ​ຄໍາ​ຖາມ​ຕໍ່ສະພາ​ບໍລິຫານ​ກ່ຽວກັບ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ, ​ແຜນ​ທຸລະ​ກິດ​ໃນ​ປີ​ທີ່​ຜ່ານ​ມາ ​ແລະ ຮັບຮອງ​ເອົາ​ແຜນ​ໃໝ່​ໃນຕໍ່ໜ້າ;

ກອງ​ປະຊຸມ​ຜູ້​ຖື​ຮຸ້ນ ຕ້ອງ​ໄດ້​ມີ​ມະຕິ ​ແລະ ຈະ​ມີ​ຄຸນຄ່າ​ໃຊ້​ໄດ້​ກໍ​ຕໍ່​ເມື່ອ​ທີ​ສຽງຂອງ​ຜູ້​ຖື​ຮຸ​້ນ ຫຼື ຜູ້ຕາງໜ້າຜູ້ຖື​ຮຸ້ນ​ຢ່າງ​ໜ້ອຍ​ ສອງ​ສ່ວນສາມ ຂອງ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຊຶ່ງ​ມີ​ຢ່າງໜອຍ ​ແປດ​ສິບ​ສ່ວນ​ຮ້ອຍ ຂອງ​ຈໍານວນ​ຮຸ້ນ​ທີ່​ຖອກ​ລ້ວ​ທັງໝົດ.

ກອງ​ປະຊຸມ​ຜູ້​ຖື​ຮຸ້ນ​ຈັດ​ປີ​ລະ​ຄັ້ງ ຫຼື ຫຼາຍກວ່າ​ນັນ​ໂດຍ​ອີງ​ຕາມ​ກົດ​ລະບຽບຂອງ​ວິ​ສາ​ຫະກິດ ຊຶ່ງ​ເອີ້ນວ່າ​ກອງ​ປະຊຸມ​ສາມັນ ​ແລະ ຖ້າ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ການຈັດ​ປະຊຸມ​ແບບ​ດ່ວນ​ກະທັນຫັນ ກໍ​ຈະ​ຖື​ເປັນ​ກອງ​ປະຊຸມ​ແບບ​ວິສາມັນ.

ມາດຕາ 27 ໜ້າທີ່​ຂອງ​ກອງ​ປະຊຸມ​ຜູ້​ຖື​ຮຸ້ນ

  1. ພິຈາລະນາ​ຮັບຮອງ​ເອົາ​ແຜນຍຸດ​ທະ​ສາດ, ​ແຜນການ​ດໍາ​ເນີນ​ທຸລະ​ກິດ, ​ແຜນ​ງົບປະມານ ​ແລະ ​ແຜນການ​ລົງທຶນ​ປະ​ຈໍາປີ ພ້ອມ​ທັງ​ຮັບຮອງ​ເອົາ​ວິທີ​ການ​ແບ່ງປັນ​ເງິນ​ປັນ​ຜົນ​ທ້າ​ຍປີ;
  2. ພິຈາລະນາ​ຮັບຮອງ ຫຼື ປັບປຸງ ສັນຍາ​ຮ່ວມ​ທຶນ, ສັນຍາ​ສ້າງ​ຕັ້ງ ຫຼື ກົດ​ລະບຽບຂອງ​ວິ​ສາ​ຫະກິດ;
  3. ພິຈາລະນາ​ຮັບອງ​ເອົາ​ບົດ​ສະຫຼຸບລາຍ​ງານ​ກ່ຽວກັບ​ຜົນ​ການ​ດໍາ​ເນີນ​ທຸລະ​ກິດ, ບົດ​ລາຍ​ງານ​ການ​ເງິນ ​ແລ​ະ ບົດ​ລາ​ຍງານ​ຜົນການກວດ​ສອບ​ປະ​ຈໍາ​ປີ;
  4. ພິຈາລະນາ​ຮັບ​ຮອງ​ເອົາ​ແຜນການ​ເພີ່ມ​ທຶນ ຫຼື ການຫຼຸດທຶນ, ການ​ຄວບ, ກາ​ນສ້າງຕັ້ງ, ການ​ຍຸບເລີກ​ວິ​ສາ​ຫະກິດ, ສາຂາ ຫຼື ໜ່ວຍງານ;
  5. ພິຈາລະນາ​ຮັບຮອງ​ເອົາ ການ​ຊື້, ຂາຍ, ​ໂອນ​ຮຸ້ນ ຫຼື ກິດຈະກາ​ນທັງໝົດ ຫຼື ບາງ​ສ່ວນ, ກໍານົດ​ການ​ປະກອບ​ທຶນ ​ແລະ ອັດຕາ​ສ່ວນ​ທາງ​ການ​ເງິນ​ທີ່​ສໍາ​ຄັນ;
  6. ພິຈາລະນາຮັບຮອງ​ເອົາ​ແຫຼ່ງທຶນ​ຕາມ​ການສະ​ເໜີຂອງ​ສະພາ​ບໍລິຫານ;
  7. ພິຈາລະ​ນາ​ຮັບຮອງ​ແຜນ​ເບີກ​ຈ່າຍ​ບໍາ​ເນັດປະ​ຈໍາປີ, ​ເບ້ຍ​ປະຊຸມ, ​ເງິ​ນ​ເດືອນຂອງ​ສະພາບໍລິຫານ​ສໍາລັບ​ຜູ້​ປະ​ຈໍາ​ການ, ຄະນະ​ອໍານວຍ​ການ, ຄ່າ​ຈ້າງ​ຜູ້ກວດ​ສອບ​ບັນຊີ, ​ເງິນ​ໃຊ້​ຈ່າຍ​ບໍລິຫານ, ​ເງິນ​ເດືອນ, ​ເງິນ​ອຸດໜູນ ​ແລະ ນະ​ໂຍບາຍ​ຂອງ​ພະນັກງານ ຕາມ​ການສະ​ເໜີຂອງ​ສະພາບໍລິຫານ;
  8. ​ເລືອກ​ຕັ້ງ ຫຼື ປົດຕໍາ​ແໜ່ງສະພາ​ບໍລິຫານ ​ແລະ ຄະນະ​ກໍາມະການ​ຂອງ​ສະພາ​ບໍລິຫານ (ຖ້າ​ມີ), ຄະນະ​ອໍານວຍ​ການ, ຜູ້​ກວດ​ສອບ​ບັນຊີ ​ແລະ ການວ່າ​ຈ້າງ​ຊ່ຽວຊານ ​ເພື່​ອຊ່ວຍ​ໃຫ້​ຄໍາ​ປຶກສາ ​ແນະ​ນໍາ​ດ້ານ​ຕ່າງໆ;
  9. ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ​ແລະ ລະບຽບການ.

ມາດຕາ 28 ສາມາ​ຊິກ​ສະພາ​ບໍລິຫານ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ:

ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ສະພາ​ບໍລິຫານ​ລັດ​ວິ​ສາ​ຫະກິດ ລະຫວ່າງ ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ແມ່ນ​ໃຫ້​ແບ່ງ​ຕາມ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ ລະຫວ່າງ ສູນ​ກາງ ​ແລະ ທ້ອງ​ຖິ່ນ ດັ່ງນີ້:

  1. ສະພາ​ບໍລິຫານ ລັດ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ ທີ່​ມີ​ທີ່​ຕັ້ງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຂະໜາດກາງ ​ແລະ ນ້ອຍ ທີ່​ຖືກ​ສ້າງ​ຂຶ້ນ​ໂດຍ​ຂະ​ແໜງການ​ຢູ່​ສູນ​ກາງ ​ແລະ ມີ​ທີ່​ຕັ້ງ​ສໍານັກງານ​ໃຫຍ່​ຢູ່ ນະຄອນຫຼວງວຽງຈັນ ​ແມ່ນ​ມອບ​ໃຫ້​ກະຊວງ​ການ​ເງິນ ​ແລະ ຂະ​ແໜງການ​ທີ່​ກ່ຽວຂ້ອງ​ຄຸ້ມ​ຄອງ;

ການ​ແຕ່ງ​ຕັ້ງຜູ້ຕາງໜ້າຜູ້​ຖື​ຮຸ້ນ, ປະທານ, ຮອງ​ປະທານ ​ແລະ ກໍາມະການ​ສະພາ​ບໍລິຫານ ຜູ້​ປະ​ຈໍາ​ການ ແລະ ບໍ່ປະ​ຈໍາ​ການ, ຄະນະ​ອໍານວຍ​ການ ຂອງ​ຝ່າຍ​ລັດ​ປະ​ຈໍາ​ຢູ່​ລັດ​ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ນັ້ນ​ແມ່ນ​ລັດຖະມົນຕີ​ກະຊວງ​ການ​ເງິນ​ເປັນ​ຜູ້​ແຕ່ງ​ຕັ້ງ ຕາມ​ການສະ​ເໜີຂອງ​ຂະ​ແໜງການ​ທີ່​ກ່ຽວຂ້ອງ​ ແລະ ​ຜ່ານ​ການ​ພິຈາລນາ​ເຫັນ​ດີ​ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

  1. ສະພາ​ບໍລິຫານ ລັດ​ວິ​ສາ​ຫະກິດ ຂະໜາດ​ນ້ອຍ ​ແລະ ກາງ​ ​ທີ່​ຖືກສ້າງ​ຂຶ້ນ​ໂດຍ​ອົ​ງການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ມີ​ທີ່​ຕັ້ງ​ຢູ່​ທ້ອງ​ຖິ່ນ ​ແມ່ນ​ມອບ​ໃຫ້​ອໍານາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຄຸ້ມ​ຄອງ;

ການ​ແຕ່ງ​ຕັ້ງ​ຜູ້ຕາງໜ້າຜູ້​ຖື​ຮຸ້ນ, ປະທານ, ຮອງ​ປະທານ ​ແລະ ກໍາມະການ​ສະພາ​ບໍລິຫານ​ຜູ້​ປະ​ຈໍາ​ການ ​ແລະ ບໍ່ປະ​ຈໍາ​ການ, ຄະນະ​ອໍານວຍການ ຂອງ​ພາກ​ລັດ ປະ​ຈໍາ​ຢູ່ ລັດ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ແ​ມ່ນລັດຖະມົນຕີ​ກະຊວງ​ການ​ເງິນ ຫຼື ​ເຈົ້າ​ຄອງ​ນະຄອນຫຼວງ, ​ເຈົ້າ​ແຂວງ​ບ່ອນ​ທີ່​ວິ​ສາ​ຫະກິດ​ຂຶ້ນກັບ​ເປັນ​ຜູ້​ພິຈາລະນາ​ຕົກລົງ​ແຕ່ງ​ຕັ້ງ​, ຍົກຍ້າຍ ຫຼື ປົດ​ຕໍາ​ແໜ່ງຕາມ​ການ​ຄົ້ນ​ຄວ້າ​ນໍາ​ສະ​ເໜີຂອງ​ກົມ​ຄຸ້ມ​ຄອງ​ວ​ສາ​ຫະກິດ​ລັດ​ລົງທຶນ ​ແລະ ການ​ປະກັນ​ໄພ (ກະຊວງ​ການ​ເງິນ) ຫຼື ຕາມ​ການ​ຄົ້ນຄວ້າ​ນໍາ​ສະ​ເໜີຂອງ​ຫົວໜ້າພະ​ແນ​ກການ​ເງິນ ​ແລະ ພະ​ແນ​ກການ​ທີ່​ກ່ຽວຂ້ອງ​ຢູ່​ທ້ອງ​ຖິ່ນ.

ໃນ​ກໍລະນີ ທີ່​ພະນັກງານ​ທີ່​ມີ​ຕໍາ​ແໜ່ງບໍລິຫານ​ປະ​ເພດ 2 (ຫົວໜ້າກົມ ​ແລະ ທຽບ​ເທົ່າ​ກົມ) ຂຶ້ນ​ໄປ​ທີ່​ເປັນ​ພະນັກງານ​ຂັ້ນ​ສູນ​ກາງຄຸ້ມ​ຄອງ ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້ຕາງໜ້າຜູ້​ຖື​ຮຸ້ນ, ປະທານ, ຮອງ​ປະທານ ​ແລະ ຜູ້​ອໍານວຍ​ການ​ໃຫຍ່ ຂອງ​ລັດ​ວິ​ສາ​ຫະກິດ ​ໃຫ້​ອີງ​ຕາມ​ມະຕິ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 031/ກມສພ, ລົງ​ວັນ​ທີ 3 ມັງກອນ 2018 ວ່າ​ດ້ວຍ​ວຽກງານ​ຄຸ້ມ​ຄອງ​ພະນັກງານ, ກະ​ຊວງ​ການ​ເງິນ​​ເປັນ​ເຈົ້າ​ການ​ປະສານ​ສົມທົບ​ກັບ​ຂະ​ແໜງການກ່ຽວຂ້ອງ ​ແລະ ​ເປັນ​ຜູ້​ຄົ້ນຄວ້າ​ນໍາ​ສະ​ເໜີ​ເຖິງຄະນະ​ຈັດ​ຕັ້ງ​ສູນກາງ​ພັກ ​ເພື່ອ​ພິຈາລະນາ. ພາຍຫຼັງ​ໄດ້ມີ​ແຈ້ງ​ການ​ເຫັນ​ດີ​ຂອງ​ຄະນະ​ຈັດ​ຕັ້ງ​ສູນກາງ​ພັກ​ແລ້ວ, ກະຊວງ​ການ​ເງິນ ຈຶ່ງຄົ້ນຄວ້າ​ອອກ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງຕາມ​ລະບຽບການ. ຈາກ​ນັ້ນ ຈຶ່ງ​ໃຫ້​ສະພາ​ບໍລິຫານ​ເປັນ​ຜູ້​ຮັບຮອງ​ໃນ​ກອງ​ປະຊຸມ​ສະພາ​ບໍລິຫານ ຂອງ​ລັດ​ວິ​ສາ​ຫະກິດ.

ໃນ​ກໍລະນີ ລັດ​ວິ​ສາ​ຫະກິດ​ວ່າ​ຈ້າງ​ບຸກຄົນ​ພາຍ​ນອກ​ທີ່​ເປັນ​ຜູ້​ຊ່ຽວຊານ​ສະ​ເພາະ​ດ້ານ ​ມາ​ເປັນ​ຜູ້​ອໍານວຍ​ການ​ລັດ​ວິ​ສາ​ຫະກິດ, ປະທານ​ສະພາ​ບໍລິຫານ​ສາມາດ​ນໍາ​ສະ​ເໜີ​ເຖິງ​ກະຊວງ​ການ​ເງິນ​ເພື່ອ​ພິຈາລະນາ​ຮັບຮອງ​ການ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງຕາມ​ລະບຽບການ.

ມາດຕາ 29 ໜ້າ​ທີ່​ຂອງ​ກະຊວງ​ການ​ເງິນ

  1. ​ເປັນ​ເຈົ້າ​ການ ປະສານ​ສົມທົບ​ກັບ​ຂະ​ແໜງການ​ກ່ຽວຂ້ອງ ​ແລະ ຜູ້​ຮ່ວມ​ທຶນ​ຄົ້ນຄວ້າ ​ແລະ ຮັບຮອງ​ເນື້ອ​ໃນ​ສັນຍາ​ຮ່ວມ​ທຶນ, ຮ່າງ​ກົດລະບຽບພາຍ​ໃນ​ຂອງ​ລັດ​ວິ​ສາ​ຫະກິດ.
  2. ຄົ້ນຄວ້າ ພິຈາລະນາ​ການ​ແຕ່ງ​ຕັ້ງ ຫຼື ປົດ​ຕໍາ​ແໜ່ງ ຜູ້ຕາງໜ​້າຜູ້​ຖື​ຮຸ້ນ​ຂອງ​ລັດ, ປະທານ, ຮອງ​ປະທານສະພາ​ບໍລິຫານ ​ແລະ ​ຄະນະອໍານວຍ​ການ ຂອງ​ລັດ​ວິ​ສາ​ຫະກິດ​ຈາກ​ພາກ​ລັດ ຕາມ​ການສະ​ເໜີຂອງ​ຂະ​ແໜງການ​ກ່ຽວຂ້ອງ;
  3. ຄຸ້ມ​ຄອງ, ຕິດຕາມ, ກວດກາ, ກວດ​ສອບ ປະ​ເມີນ​ຜົນ-ຈັດ​ປະ​ເພດ​ການ​ເຄື່ອນ​ໄຫວ​ດໍາ​ເນີນ​ທຸລະ​ກິດ​ຂອງ​ລັດ​ວິ​ສາ​ຫະກິດ ກໍ​ຄື​ຂອງ​ສະພາ​ບໍລິຫານ ​ແລະ ຄະນະ​ອໍານວຍ​ການ ລັດ​ວິ​ສາ​ຫະກິດ;
  4. ກໍານົດ​ຕົວ​ຊີ້ວັດ​ປະສິດທິ​ຜົນ​ການ​ດໍາ​ເນີນ​ງານ​ຂອງ​ລັດ​ວິ​ສາ​ຫະກິດ​ລັດ​ລົງທຶນ;
  5. ປະຕິບັດໜ້າທີ່​ອື່ນໆ ຕາມ​ພາລະ​ບົດບາດ ​ແລະ ຕາມ​ການ​ມອບໝາຍ ຂອງ​ລັດຖບານ.

ມາດຕາ 3​0 ໜ້າທີ່​ຂອງ​ຂະ​ແໜງການ​ກ່ຽວຂ້ອງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ

ຂະ​ແໜງການ​ທີ່​ກ່ຽວຂ້ອງ ​ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ມີ​ສິດ ​ແລະ ໜ້າທີ່ ​ໃນ​ການ​ຊຸກຍູ້, ສົ່ງ​ເສີມ, ກໍານົດ​ພາ​ລະ​ກິດ, ຈຸດປະສົງ ​ແລະ ທິດ​ທາງ​ຂອງ​ທຸ​ລະ​ກິດ ຂອງ​ລັດ​ວິ​ສາ​ຫະກິດ, ຄຸ້ມຄອງ ​ແລະ ຕິດຕາມ, ກວດກາ​ການ​ປະຕິບັດໜ້າທີ່ ຂອງ​ສະມາຊິກ​ສະພາ​ບໍລິຫານ​ໃນ​ລັດ​ວ​ິສາ​ຫະກິດ ທີ່​ຂະ​ແໜງການ​ຕົນ​ໄດ້​ນໍາ​ສົ່ງ​ໄປ​ປະຕິບັດ​ງານ ​ໂດຍ​ປະສານ​ສົມທົບ​ກັບ​ຂະ​ແໜງການ​ເງິນ ຕາມ​ພາລະ​ບົດບາດ ​ແລະ ຂອບ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ.

ມາດຕາ 31 ມາດ​ຕະການ​ຕໍ່ຜູ້​ລະ​ເມີດ

ຫາກ​ສະມາຊິ​ກສະພາບໍລິຫານ​ລະ​ເມີດ​ກົດໝາຍ, ຄໍາ​ແນ​ະນໍາ​ສະບັບ​ນີ້ ​ແລະ ລະບຽບການ​ທີ່​ກ່ີຽວຂ້ອງ​ອື່ນໆ ​ໃນ​ການ​ນໍາພາ-ຊີ້ນໍາ ​ເຄື່ອນ​ໄຫວ​ດໍາ​ເນີນ​ທຸລະກິດ ​ເກີນຂອບ​ເຂດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ຊຶ່ງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ວິ​ສາ​ຫະກິດຈະ​ຕ້ອງ​ຖືກ​ພິຈາລະນາ​ໃຫ້​ຢຸດຕິ​ການ​ປະຕິບັດໜ້າ​ທີ່​ເປັນສະມາຊິກ​ສະພາ​ບໍລິຫານ​ຂອງ​ວິ​ສາ​ຫະກິດ​ດັ່ງກ່າວ ​ແລະ ພ້ອມ​ທັງ​ຮັບຜິດຊອບ​ຕາມ​ແຕ່ລະກໍລະນີ​ດັ່ງ​ນີ້:

  1. ​ເສຍ​ຫາຍ​ເກີນໜຶ່ງລ້ານ​ກີບຂຶ້ນ​ໄປ​ຮອດ​ສິບ​ລ້ານ​ກີບ​ຈະ​ຖືກ​ສຶກສາ​ອົບຮົ​ມ ​ແລະ ​ໃຊ້​ແທນ​ຄືນ;
  2. ​ເສຍ​ຫາຍ​ເກີນ​ສິບ​ລ້ານ​ກີບ​ຂຶ້ນ​ໄປ​ຮອດໜຶ່ງຮ້ອຍ​ລ້ານ​ກີບ​ຈະ​ຖືກ​ຂຽນ​ໃບ​ສໍາຫຼວດ ​ແລະ ຈະ​ຖືກ​ປັບ​ໄໝ ສິບ​ສ່ວນ​ຮ້ອຍ​ຂອງມູນ​ຄ່າ​ເສຍ​ຫາຍ​ຕົວ​ຈິງ, ຖືກ​ລົງ​ວິ​ໄນ​ດ້ວຍ​ການ​ໂຈະ ຫຼື ພັກ​ວຽກລັ​ດຖະການ​ເປັນ​ໄລຍະ​ເວລາໜຶ່ງປີ ພ້ອມ​ທັງ​ໃຊ້​ແທນ​ຄືນ;
  3. ​ເສຍ​ຫາຍ​ເກີນໜຶ່ງຮ້ອຍ​ລ້ານ​ກີບ ຂຶ້ນ​ໄປ ຈະ​ຖືກ​ປັບ​ໄໝຊາວ​ສ່ວນ​ຮ້ອຍ​ຂອງ​ມູນ​ຄ່າ​ເສຍ​ຫາຍ​ຕົວ​ຈິງ, ຖືກ​ລົງ​ວິ​ໄນ​ດ້ວຍ​ການ​ປົດ​ອອກ​ຈາ​ກການ​ເປັນ​ສະມາຊິກ​ພັກ ຫຼື ສະມາຊິກ​ຂອງ​ການຈັດຕັ້ງ​ທີ່​ຜູ້ກ່ຽວສັງກັດ ຖືກ​ລົງ​ໂທດ​ທາງ​ອາຍາ​ຕາມ​ແຕ່​ລະ​ກໍລະນີ​ເບົາ ຫຼື ໜັກ ພ້ອມ​ທັງ​ໃຊ້​ແທນ​ຄືນ​ຄ່າ​ເສຍ​ຫາຍ​ທາງ​ແພ່ງ.

ມາດຕາ 32 ການຈັດ​ຕັ້ງ​ປະຕິບັດ

ຜູ້ຕາງໜ້າຜູ້​ຖື​ຮຸ້ນ, ສະມາຊິກ​ສະພາ​ບໍລິຫານ, ຄະນະ​ອໍານວຍ​ການ​ຂອງ​ລັດ​ວິ​ສາ​ຫະກິດ​, ກະຊວງ​ການ​ເງິນ, ບັນດາ​ກະຊວງ​ທີ່​ກ່ຽວຂ້ອງ, ກົມ​ຈັດ​ຕັ້ງ ​ແລະ ພະນັກງານ​ກະຊວງ​ການ​ເງິນ, ກົມ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ລັດ​ລົງທຶນ ​ແລະ ການ​ປະກັນ​ໄພ ກະຊວງ​ການ​ເງິນ, ບັນດາ​ວິ​ສາ​ຫະກິດ​ປະສົມ ​ແລະ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈົ່ງ​ຮັບ​ຮູ້ ​ແລະ ພ້ອມ​ກັນ​ປະຕິບັດ​ຕາມ​ຄໍາ​ແນ​ະນໍາ​ສະບັບ​ນີ້​ໃຫ້​ໄ້ດ້ຮັບ​ຜົນ​ດີ.

ມາດຕາ 33 ຜົນ​ສັກສິດ

ຄໍາ​ແນະ​ນໍາສະບັບ​ນີ້ ມີ​ຜົນ​ສັກສິດ​ນັບ​ແຕ່​ມື້ລົງ​ລາຍ​ເຊັນ ​ແລະ ພາຍຫຼັງ​ໄດ້​ລົງ​ໃນ​ຈົດໝາຍ​ເຫດ​ທາງ​ລັດຖະການ​ສິບ​ຫ້າ​ວັນ​, ທຸກ​ການ​ປັບປຸງ ​ແລະ ການປ່ຽນ​ແປງ​ບັນດາ​ເນື້ອ​ໃນ​ຂອງ​ຄໍາ​ແນະ​ນໍາ​ສະບັບ​ນີ້ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ໂດຍ​ລັດຖະມົນຕີ​ກະຊວງ​ການ​ເງິນ​ກ

​ແຈ້ງ​ການ, ຂໍ້​ຕົກລົງ ​ແລະ ຄໍາ​ແນະ​ນໍາ​ໃດ ທີ່​ຂັດ​ກັບ​ຄໍາ​ແນະ​ນໍາ​ສະບັບ​ນີ້ ລ້ວນ​ແຕ່​ຖືກ​ຍົກ​ເລີກ​.

ລັດຖະມົນຕີ ກະຊວງ​ການ​ເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາວ່າດ້ວຍສະພາບໍລິຫານ ລັດວິສາຫະກິດ ສະບັບເລກທີ 2526/ກງ,​ ລົງວັນທີ 28 ກັນຍາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.