ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງ ໂຍທາທິການ ແລະ ຂົນສົ່ງ    ເລກທີ 17582/ຍທຂ
ນະຄອນຫຼວງວຽງຈັນ, ວັນທີ 8 ສິງຫາ 2018

ຂໍ້ຕົກລົງ

ຂອງລັດຖະມົນຕີ

ວ່າດ້ວຍ ລະບຽບຄຸ້ມຄອງການຂໍອະນຸຍາດດໍາເນີນທຸລະກິດ ໃນຂະແໜງການ ໂຍທາທິການ ແລະ ຂົນສົ່ງ

 

  • ອີງຕາມດໍາລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 295/ຍທຂ, ລົງວັນທີ 04 ກັນຍາ 2017;
  • ອີງຕາມກົດໝາຍຄຸ້ມຄອງວິສາຫະກິດ ສະບັບເລກທີ 46/ສພຊ, ລົງວັນທີ 26/12/2013 ແລະ ກົດໝາຍສົ່ງເສີມການລົງທຶນ ສະບັບເລກທີ 032/ສພຊ, ລົງວັນທີ 17/11/2016;
  • ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01/02/2018;
  • ອີງຕາມບົດແນະນໍາຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ເລກທີ 0537/ອຄ.ກທຄວ, ລົງວັນທີ 04 ພຶດສະພາ 2018;
  • ອີງຕາມການສະເໜີຂອງກົມແຜນການ ແລະ ການຮ່ວມມື ສະບັບເລກທີ 14116/ຍທຂ, ລົງວັນທີ 27 ມິຖຸນາ 2018.

    ເພື່ອເປັນການສົ່ງເສີມຍົກລະດັບມາດຕະຖານການດໍາເນີນທຸລະກິດ ຂອງບັນດາວິສາຫະກິດ ແລະ ເພີ່ມທະວີການຄຸ້ມຄອງ ຫົວໜ່ວຍທຸລະກິດທີ່ນັບມື້ຂະຫຍາຍຕົວຫຼາຍຂຶ້ນ, ໂດຍແນໃສ່ການປະກອບສ່ວນຊ່ວຍພາກລັດໃນການຮັບໃຊ້ ແລະ ການບໍລິການປະຊາຊົນ ດ້ວຍຄວາມວ່ອງໄວຈິງໃຈ ແລະ ໂປ່ງໃສ, ສ້າງວຽກເຮັດງານທໍາ, ປະກອບສວ່ນການພັດທະນາເສດຖະກິດ ແລະ ສັງຄົມ, ສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍ ແຜນພັດທະນາ ຂອງຂະແໜງການ ໂຍທາທິການ ແລະ ຂົນສົ່ງ ແຕ່ລະໄລຍະ, ກະຊວງໂຍທາທິການ ແລະ ຂົນສົ່ງ ອອກລະບຽບການ ວ່າດ້ວຍການຄຸ້ມຄອງການອອກໃບຂໍອະນຸຍາດດໍາເນີນທຸລະກິດ ໃນທົ່ວຂະແໜງການ ໂຍທາທິການ ແລະ ຂົນສົ່ງ ດັ່ງນີ້:

ໜວດທີ 1
ຫຼັກການລວມໃນການຄຸ້ມຄອງການຂໍອະນຸຍາດດໍາເນີນທຸລະກິດ

ມາດຕາ 1. ຫຼັກການລວມ

ທຸກໆການເຄື່ອນໄຫວດໍາເນີນທຸລະກິດ (ບຸກຄົນ ຫຼື ນິຕິບຸກຄົນ ລວມມີ: ຄົນລາວ, ຄົນຕ່າງປະເທດ, ຫຼື ບໍລິສັດຕ່າງປະເທດ) ທີ່ມີຈຸດປະສົງຢາກດໍາເນີນທຸລະກິດ ໃນຂົງເຂດໂຍທາທິການ ແລະ ຂົນສົ່ງຮັບຜິດຊອບ ຕາມການແບ່ງປະເພດທຸລະກິດ ການຈັດແບ່ງຂະແໜງອຸດສາຫະກໍາ ຂອງລາວ (Lao Standard Industrial Classifcation-LSIC), ຕ້ອງໄດ້ຂຶ້ນທະບຽນນໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ແລ້ວຈຶ່ງຂໍອະນຸຍາດດໍາເນີນທຸລະກິດ ທີ່ອອກໃຫ້ໂດຍຂະແໜງການ ໂຍທາທິການ ແລະ ຂົນສົ່ງ ຫຼື ອົງການຈັດຕັ້ງທີ່ໄດ້ຮັບສິດຢ່າງຖືກຕ້ອງຈາກ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈຶ່ງສາມາດດໍາເນີນທຸລະກິດຖືກຕ້ອງຕາມກົດໝາຍ.         

ໜວດທີ 2
ການອອກອະນຸຍາດດໍາເນີນທຸລະກິດ

ມາດຕາ 2. ການແບ່ງຂັ້ນຄຸ້ມຄອງ

   ບັນດາກິດຈະການທີ່ຖືກຈັດແບ່ງປະເພດຢູ່ໃນ LSIC ປະກອບດ້ວຍ ທຸລະກິດທົ່ວໄປ (ທຸລະກິດບໍ່ຄວບຄຸມ) ແລະ ທຸລະກິດມີເງື່ອນໄຂ (ທຸລະກິດຄວບຄຸມ ຫຼື ທຸລະກິດສໍາປະທານ) ທີ່ຂະແໜງການ ແຜນການ ແລະ ການລົງທຶນຮັບຜິດຊອບນັ້ນ, ຕ້ອງໄດ້ຮັບອະນຸຍາດດໍາເນີນທຸລະກິດ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ ໂດຍມີການແບ່ງຂັ້ນຄຸ້ມຄອງ ດັ່ງນີ້:

  1. ກົມແຜນການ ແລະ ການຮ່ວມມື (ກະຊວງ ໂຍທາທິການ ແລະ ຂົນສົ່ງ)

   ໜ່ວຍງານລົງທຶນປະຕູດຽວ, ກົມແຜນການ ແລະ ການຮ່ວມມື, ກະຊວງໂຍທາທິການ ແລະ ຂົນສົ່ງ ມີຄວາມຮັບຜິດຊອບຕໍ່ການຄົ້ນຄວ້າລົງລາຍເຊັນ ການອອກອະນຸຍາດ ແລະ ຄຸ້ມຄອງການດໍາເນີນທຸລະກິດຂະແໜງການ ໂຍທາທິການ ແລະ ຂົນສົ່ງ ໃນຂອບເຂດຄວາມຮັບຜິດຊອບຂອງກະຊວງໂຍທາທິການ ແລະ ຂົນສົ່ງ ຕາມກໍານົດເວລາດັ່ງນີ້: ທຸລະກິດທົ່ວໄປ (ທຸລະກິດບໍ່ຄວບຄຸມ) ແມ່ນອອກອະນຸຍາດດໍາເນີນທຸລະກິດພາຍໃນ 03 ວັນລັດຖະການ, ຖ້າເປັນທຸລະກິດມີເງື່ອນໄຂ (ທຸລະກິດຄວບຄຸມ) ຕ້ອງໄດ້ປະສານສົມທົບກັບກົມກ່ຽວຂ້ອງ ແລະ ລາຍງານເພື່ອຂໍທິດຊີ້ນໍາຈາກທ່ານ ລັດຖະມົນຕີ ແລະ ມີບົດບັນທຶກກອງປະຊຸມຈາກ ຄະນະ ຄລທ ຂັ້ນສູນກາງ ຈຶ່ງຈະອອກອະນຸຍາດດໍາເນີນທຸລະກິດ ພາຍໃນ 10 ວັນລັດຖະການ (ຕາມບົດແນະນໍາຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0537/ອຄ.ກທຄວ, ລົງວັນທີ 04 ພຶດສະພາ 2018).

  1. ພະແນກ ໂຍທາທິການ ແລະ ຂົນສົ່ງ ປະຈໍາແຂວງ, ນະຄອນຫຼວງ

   ພະ​ແນ​ກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຂວງ​, ນະຄອນຫຼວງ ມີ​ຄວາມ​ຮັບຜິດຊອບ​ຕໍ່ການ​ຄົ້ນຄວ້າການ​ອອກ​ອະ​ນຸຍາດ​ດໍາ​ເນີນ​ທຸລະ​ກິດ ພາຍ​ໃນ​ແຂ​ວງຂອງ​ຕົນ​. ​ໂດຍ​ຖືກຕ້ອງ ​ແລະ ສອດຄ່ອງ​ກັບ​ລະບຽບການ​ຂອງ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ວາງ​ອອກ, ​​ໄດ້​ກໍານົດ​ເວລາ​ດັ່ງນີ້: ທຸລະ​ກິດ​ທົ່ວ​ໄປ​ແມ່ນ​ອອກ​ອ​ະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ພາຍ​ໃນ 03 ວັນ​ລັດຖະການ, ຖ້າ​ເປັນ​ທຸລະ​ກິດ​ຄວບ​ຄຸມ​ແມ່ນ​ຕ້ອງ​ໄດ້​ປະສານ​ສົມທົບ​ກັບ​ກົມ​ກ່ຽວຂ້ອງ ​ໂດຍ​ມີ​ບົດ​ບັນທຶກ​ກອງ​ປະຊຸມ​ຈາກ​ ຄະນະ ຄລທ ຂັ້ນ​ແຂວງ ຈຶ່ງ​ຈະ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ພາຍ​ໃນ 10 ວັນ​ລັດຖະການ. ​ແລະ ຕ້ອງ​ໄດ້​ສະຫຼຸບຕີ​ລາຄາ, ຂໍ້​ມູນ​ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ຂອງ​ແຂວງ​ຕົນ ​ແລ້ວ​ລາຍ​ງານ​ກະຊວງ ​ເປັນ​ແຕ່ລະ​ໄຕ​ມາດ ​ແລະ ປີ ​ເພື່ອ​ສະຫຼຸບ, ສັງ​ລວມ ​ແລະ ນໍາ​ໃຊ້​ເຂົ້າ​ໃນ​ການວາງ​ແຜນ​ພັດທະນາ ​ແຕ່ລະ​ໄລຍະ.

  1. ຫ້ອງການ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ຂັ້ນ​ເມືອງ

   ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຂັ້ນ​ເມືອງ​ມີ​ຄວາມ​ຮັບຜິດຊອບ​ຕໍ່ການ​ຄົ້ນຄວ້າ ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ພາຍ​ໃນ​ເມືອງ​ຂອງ​ຕົນ ບົນ​ພື້ນຖານ​ອີງ​ໃສ່​ລະບຽບການ​ຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ວາງ​ອອກ ​ແລະ ຕ້ອງ​ໄດ້​ສະຫຼຸບຕີ​ລາຄາ,​ ຂໍ້​ມູນການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ຂອງ​ເມືອງຂອງ​ຕົນ ​ແລ້ວ​ລາຍ​ງານ​ແຂວງ​ທີ່​ຕົນ​ຂຶ້ນກັບ ​ເປັນ​ແຕ່ລະ​​ໄຕ​ມາດ ​ແລະ ປີ.

   ຫ້າມ​ບໍ່​ໃຫ້​ວິ​ສາ​ຫະກິດ​ໃດໜຶ່ງ ຂໍ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ປະ​ເພດ​ດຽວກັນ​ເປັນ​ຫຼາຍ​ໃບ, ຫຼາຍບ່ອນ. ຕ້ອງ​ປະຕິບັດ​ຕາມ​ກົນ​ໄກການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ຢ່າງ​ເຂັ້ມ​ງວດ ຖ້າ​ມີ​ການກວດ​ພົບ​ຈະ​ຖືກ​ປັບ​ໃໝ ຫຼື ຍົກ​ເລີກ​ການ​ອອກ​ອະນຸຍາດ.

ມາດຕາ 3 ​ເງື່ອນ​ໄຂ​ກ່ຽວກັບ​ການ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ

​    ເພື່ອ​ກໍາ​ນົດ​ເງື່ອນ​ໄຂ​ຂອງ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ ບຸກຄົນ ຫຼື ນິຕິບຸກຄົນ ທີ່​ຕ້ອງການ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ການ​ຜະລິດ ຫຼື ການ​ບໍລິການ ​ໃນ​ຂະ​ແໜງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ມີ​ເງື່ອນ​ໄຂ​ດັ່ງນີ້:

  1. ກໍລະນີ​ບຸກຄົນ: ຜູ້​ສະ​ເໜີຂໍ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິ​ດ ຕ້ອງ​ມີ​ອາຍຸ 18 ປີ​ຂຶ້ນ​ໄປ, ມີ​ທີ່ຢູ່​ອາ​ໃສ​ຢູ່​ໃນ ສປປ ລາວ, ບໍ່​ເປັນ​ບຸກຄົນ​ລົ້ມ​ລະລາຍ, ບໍ່​​ເຄີຍ​ໄດ້​ຮັບ​ການ​ຕັດສິນ​ລົງ​ໂທດ, ຜູ້​ທີ່​ຖືກ​ສັ່ງ​ໂຈະ ຫຼື ຍົ​ກ​ເລີກ​ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ມາ​ກ່ອນ.
  2. ກໍລະນີ​ນິຕິບຸກຄົນ: ຜູ້​ສະ​ເໜີຂໍອະນຸຍາດ​ເປັນ​ນິຕິບຸກຄົນ ​ໃນ​ຮູບ​ແບບ​ບໍລິສັດ ຈໍາກັດ ຫຼື ບໍລິສັດ​ມະຫາຊົນ, ຜູ້​ຖື​ຫຸ້ນ, ອໍານວຍ​ການ​ບໍລິສັດ ຫຼື ຜູ້​ຮັບ​ມອບ​ສິດ ຕ້ອງ​ບໍ່​ເຄີຍ​ຖືກ​ສັ່ງ​ໂຈະ ຫຼື ຍົກ​ເລີກ​ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ມາ​ກ່ອນ.
  3. ດ້ານ​ການ​ເງິນ: ບຸກຄົນ ຫຼື ນິຕິບຸກຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕ້ອງ​ມີ​ຖານະ​ການ​ເງິນ​ທີ່ໝັ້ນຄົງ ແລະ ພຽງພໍ​ກັບ​ຂະໜາດການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ຕົນ​ ຊັບ​ສິນ​ທັງໝົດທີ່​ນໍາ​ມາ​ປະກອບ​ເປັນ​ທຶນ​ຕ້ອງ​ໄດ້​ຮັບ​ການ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເສ່ຍກ່ອນ.
  4. ດ້ານ​ເຕັກນິກ​ວິຊາ​ການ: ຜູ້​ຂໍອະນຸຍາດ​ກໍ​ຄື​ຜູ້​ອໍານວຍ​ການ​ຕ້ອງ​ແມ່ນ ວິຊາ​ການສະ​ເພາະ​ທາງ​ທີ່​ກ່ຽວຂ້ອງ​ກັບ​ທຸລະ​ກິດ ທີ່​ຕົນ​ເອງ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ນັ້ນ ຫຼື ຕ້ອງ​ມີ​ພະນັກງານ​ວິຊາ​ການ​ທີ່​ຈົບ​ວິຊາ​ສະ​ເພາະ​ນັ້ນ​ໆຢ່າງໜ້ອຍສອງ​ຄົນຂຶ້ນ​ໄປ ຫຼື ມີ​ປະສົບ​ການ​ຕົວ​ຈິງ ທີ່​ມີ​ການ​ຮັບຮອງ​ຈາ​ກສະພາ​ວິຊາ​ທີ່​ກ່ຽວຂ້ອງ.
  5. ທີ່​ຕັ້ງ​ສໍານັກງານ: ຕ້ອງ​ມີ​ສະຖານ​ທີ່​ຕັ້ງ​ສໍານັກງານ​ຢູ່ ສປປ ລາວ, ​ເປັນ​ສະຖານ​ທີ່ໆ​ ເໝາະສົມ​ກັບ​ຂະໜາດກິດຈະການ, ບໍ່ສ້າງ​ຜົນ​ກະທົບ​ທີ່​ບໍ່ດີ​ຕໍ່ຂະພາບ​ແວດ​ລ້ອມ, ສັງຄົມ, ບຸກຄົນ ​ແລະ ສ່ວນ​ລວມ.
  6. ຄ່າ​ທໍານຽມ ​ແລະ ບໍລິການ: ​ໃນ​ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ແມ່ນ​ໃຫ້​ປະຕິບັດ ຕາມ​ລະບຽບການ (ລັດ​ຖະບັນຍັດ​ວ່າ​ດ້ວຍ ຄ່າ​ທໍານຽມ ​ແລະ ບໍລິການ).

ມາດຕາ 4 ການ​ປະກອບ​ເອກະສານ

   ຜູ້​ທີ່​ມີ​ຈຸດປະສົງ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຕ້ອງ​ໄດ້​ຍື່ນ​ຄໍາ​ຮ້ອງ ຢູ່​ຂະ​ແໜງອຸດສາຫະກໍາ ​ແລະ ການ​ຄ້າ, ຂັ້ນ​ເມືອງ, ຂັ້ນ​ແຂວງ ​ແລະ ກົມ​ທະບຽນ ​ແລະ ຄຸ້ມ​ຄອງ​ວິ​ສາ​ຫະກິດ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ເມື່ອ​ເອກະສານ​ຜ່ານ​ການ​ກວດກາ​ຄວາມ​ຖືກຕ້ອງ ​ແລະ ​ໄດ້ຮັບ​ການ​ຂຶ້ນທະບຽນວິ​ສາ​ຫະກິດ​ຕາມ​ກໍານົດ​ເວລາ​ແລ້ວ, ຕ້ອງ​ໄດ້​ປະກອບ​ເອກະສານ ຄໍາ​ຮ້ອງ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ຕໍ່ຂະ​ແໜງການ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ດັ່ງນີ້:

  1. ທະບຽນວິ​ສາ​ຫະກິດ​ຈາກ​ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ ທີ່​ພົວພັນ​ເຖິງ​ບັນດາ​ກິດຈະການ​ທີ່​ຂຶ້ນກັບ ຂະ​ແໜງການ ຍທຂ;
  2. ​ໃບ​ຄໍາ​ຮ້ອງ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຫຼື ຂໍອະນຸຍາດ​ລົງທຶນ;
  3. ​ແຜນ​ການ​ດໍາ​ເນີນ​ທຸລະ​ກິດ, ການ​ຜະລິດ ຫຼື ການ​ບໍລິການ, ປະຫວັດ​ຂອງ​ຄະນະ​ອໍານວຍ​ການ ​ແລະ ວິຊາ​ການ, ປະກາດ​ສະ​ນີຍະ​ບັດ​ຂອງ​ຫົວໜ້າບໍລິສັດ ​ແລະ ວິຊາ​ການ​ກ່ຽວຂ້ອງ ກັບ​ທຸລະ​ກິດ​ນັ້ນໆ, ບັນຊີ​ຊັບ​ສິມ​ບັດ​ຄົງ​ທີ່,​ໃບ​ຢັ້ງຢືນ​ເງິນ​ຝາກ​ຈາກ​ທະນາຄານ, ​ໃບ​ຢັ້ງຢືນ​ກໍາມະສິດ​ພາຫາ​ນະ ​ແລະ ອື່ນໆ;
  4. ບັດປະ​ຈໍາ​ຕົວ ຫຼືສໍາມະ​ໂນ​ຄົວ (ບຸກຄົນ ຫຼື ນິຕິບຸກຄົນ ພາຍ​ໃນ), ພັດ​ສະປອດ; ຫຼື ບັດ​ພັກ​ອາ​ໃສ​ຂອງ​ຄົນ​ຕ່າງ​ດ້າວ (ບຸກຄົນ ຫຼື ນິຕິບຸກຄົນ ຕ່າງປະ​ເທດ);
  5. ຮູບຜູ້​ອໍານວຍ​ການ 3x4 ຈໍານວ 2 ​ໃບ.

ມາດຕາ 5 ຂັ້ນ​ຕອນ​ການ​ຄົ້ນຄ້ວາ​ພິຈາລະນາ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ

​  ເມື່ອ​ໄດ້​ຮັບ​ຄໍາ​ຮ້ອງ​ຄົບ​ຖ້ວນ ​ຕາມມາດ​ຕາ 3 ​ແລະ ມາດຕາ 4 ​ແລ້ວ ພາກສ່ວນ​ຮັບຜິດຊອບ​ຕ້ອງ​ໄດ້​ດໍາ​ເນີນ​ຕາມ​ຂັ້ນ​ຕອນ​ພິຈາລະນາ ດັ່ງນີ້:

  1. ກວດກາ​ລາຍ​ລະອຽດ (ຊີ​ວະ​ປະຫວັດ​ຂອງ​ນັກ​ລົງທຶນ, ວິຊາ​ການ) ຕາມ​ລະບຽບການ​ຂອງ​ທຸລະ​ກິດ​ທົ່ວ​ໄປ (ທຸ​ລະ​ກິດ​ບໍ່ຄວບ​ຄຸມ), ທຸລະ​ກິດ​ມິ​ເງື່ອນ​ໄຂ (ທຸລະ​ກິດ​ຄວບ​ຄຸມ ຫຼື ທຸລະ​ກິດ​ສໍາ​ປະທານ), ​ເປັນ​ການ​ລົງທຶນ​ຂອງ​ນັກ​ລົງທຶນ​ພາຍ​ໃນ ຫຼື ຕ່າງປະ​ເທດ, ຖ້າ​ເປັນ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ແມ່ນ​ອີງ​ໃສ່ ພັນທະ​ການ​ເຂົ້າ​ເປັນ​ສະມາຊິກ WTO ​ແລະ ASEAN, ລະບຽບການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ.
  2. ກວດກາ​ເບິ່ງ​ລາຍ​ລະອຽດ ທີ່​ຕັ້ງ, ຂະໜາດ, ​ລັກສະນະ ຫຼື ມາດຕະຖານ​ການ​ດໍາ​ເນີນ​ທຸລະ​ກິດ​ຕາມ​ກົດໝາຍກ່ຽວຂ້ອງ​ກັບປະ​ເພດ​ທຸລະ​ກິດ​ນັ້ນໆ.
  3. ກໍລະນີ​ທຸລະ​ກິດ​ສໍາ​ປະທານ ທີ່​ມີ​ລັກສະນະ​ຂະໜາດ​ໃຫຍ່, ​ໄລຍະ​ສໍາ​ປະທານ​ຍາວ​ນານ​ເປັນ​ຕົ້ນ (ຈະ​ມີ​ລະບຽບການສະ​ເພາະ) ພາກສ່ວນ​ຮັບຜິດຊອບ​ອະນຸມັດ ຈະ​ພິຈາລະນາ ​ແລະ ສະ​ເໜີຜ່ານ ການ​ຄົ້ນຄວ້າ​ພິຈາລະນາ ​ແລະ ຢັ້ງຢືນ​ຈາ​ກພາກສ່ວນ​ກ່ຽວຂ້ອງ​ກ່ອນ​ເຊັ່ນ: ສະພາ​ສະຖາປະນິກ ​ແລະ ວິສະວະກອນ ກ່ອນ.

ມາດຕາ 6 ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ

​  ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຂອງ​ຂະ​ແໜງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແມ່ນ​ເອກະສານ​ຢັ້ງຢືນ​ຄວາມ​ຖືກຕ້ອງ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ​ບຸກຄົນ ຫຼື ນິຕິບຸກຄົນ ທີ່​ພາກ​ລັດ ກໍ​ຄື​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ອອກ​ອະນຸຍາດ​ໃຫ້​ບຸກຄົນ ຫຼື ນິຕິບຸກຄົນ ​ໃນ​ຂອບ​ເຂດ​ການ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ນັ້ນໆ, ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິ​ດປະກອບ​ດ້ວຍ ລາຍ​ລະອຽດດັ່ງນີ້:

  1. ຊື່ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ
  2. ຊື່ ວິ​ສາ​ຫະກິດ​ທີ່​ໄດ້​ຮັບ​ອະນຸຍາດ (​ເປັນ​ພາສາ​ລາວ ​ແລະ ພາສາ​ຕ່າງປະ​ເທດ)
  3. ​ເລກ​ລະຫັດ​ວິ​ສາ​ຫະກິດ (ຖ້າ​ມີ)
  4. ​ເລກ​ປະ​ຈໍາ​ຕົວ​ຜູ້​ເສຍ​ອາກອນ (ຖ້າ​ມີ)
  5. ທີ່​ຕັ້ງ​ສໍານັກ​ງານ
  6. ກິດຈະການ​ທີ່​ໄດ້​ຮັບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ
  7. ອາຍຸ​ນໍາ​ໃຊ້​ໃບ​ອະນຸຍາດດໍາ​ເນີນ​ທຸລະ​ກິດ
  8. ລະຫັດ​ຜູ້​​ເສຍ​ອາກອນ ຈາກ​ຂະ​ແໜງການ​ເງິນ

   ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ໃຫ້​ໃຊ້​ກັບ​ທຸລະ​ກິດ​ທີ່​ລະບຸ​ຊື່​ໄວ້​ໃນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ເທົ່າ​ນັ້ນ, ມີ​ອາຍຸ​ການ​ນໍາ​ໃຊ້ 01 ປີ ນັບ​ແຕ່​ມື້​ໄດ້​ຮັບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຫຼື ຖ້າ​ເປັນ​ການ​ຕໍ່​ໃບ​ອະນຸຍາດ ​ໃຫ້​ນັບ​ຕໍ່ຈາກ​ໃບ​ອະນຸຍາດ​ເກົ່າ​ທີ່​ໄດ້​ຮັບ​ອະນຸຍາດ​ມາ​ແລ້ວ.

ມາດຕາ 7 ການ​ຕໍ່​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ

   ການ​ຂໍ​ຕໍ່​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ໃຫ້​ຍື່ນຄໍາ​ຮ້ອງ ຂໍ​ຕໍ່​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ກ່ອນ​ວັນ​ທີ່​ໃບ​ອະນຸຍາດໝົດອາຍຸ ​ເມື່ອ​ໄດ້​ຍື່ນຄໍາ​ຮ້ອງ​ແລ້ວ ​ແມ່ນ​ຜູ້​ຍື່ນ​ຄໍາ​ຮ້ອງ​ຢູ່​ໃນ​ຖານະ​ຜູ້​ໄດ້​ຮັບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຈົນ​ກວ່າ​ຈະ​ມີ​ຄໍາ​​ເຫັນ ຈາກ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ພະ​ແນ​ກ​ໂຍທາ​ທິການ​ແຂວງ, ນະຄອນຫຼວງ ​ແລະ ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ເມືອງ.

   ຖ້າ​ຜົນ​ການ​ຄົ້ນຄວ້າ​ເຫັນ​ວ່າ: ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຖືກຕ້ອງ ຕາມ​ການ​ອອກ​ອະນຸຍາດ​ໃຫ້, ຄະນະ​ຮັບຜິດຊອບ​ຈະ​ເຫັນ​ດີ​ໃຫ້​ຕໍ່​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ. ​ແຕ່​ຫາກ​ຜົນ​ການ​ຄົ້ນຄວ້າ​ພົບ​ເຫັນ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກັບ​ການ​ອອກ​ໃບ​ອະນຸຍາດ​ໃຫ້. ຄະນະ​ຮັບຜິດຊອບ​ອອກ​ອະນຸຍາດ​ໃຫ້​ແກ້​ໄຂ​ຕາມ​ກໍານົດ​ເວລາ​ທີ່​ແນ່ນອນ, ​ເມື່ອ​ແກ້​ໄຂ​ແລ້ວ ຈຶ່ງ​ຕໍ່​ໃບ​ອະນຸຍາດ​ໃຫ້​ໄດ້. ຫາກ​ບໍ່ສາມາດ​ແກ້​ໄຂ​ຕາມ​ກໍານົດ​ເວລາ ຄະນະ​ຮັບຜິ​ດຊອບ​ຈະ​ບໍ່ອະນຸຍາດ​ໃຫ້​ຕໍ່ອາຍຸ​​ໄດ້.

​   ໃນ​ກໍລະນີ ​ໃບ​ຄໍາ​ຮ້ອງ​ຂໍ​ຕໍ່​ໃບ​ອະນຸຍາດ​ບໍ່ທັນຕາ​ມກໍານົດ​ເວລາ ກ່ອນ​ໃບ​ອະນຸຍາດໝົດອາ​ຍຸ, ​ແຕ່​ວິ​ສາ​ຫະກິດ​ໄດ້​ຍື່ນ​ພາຍ​ໃນ​ກໍານົດ​ເວລາ 20 ວັນ ຫຼັງຈາກ​ໃບ​ອະນຸຍາດໝົດອາຍຸ ​ແມ່ນ​ຖື​ວ່າ​ຍື່ນ​ຄໍາຮ້ອງ​ພາຍ​ໃນ​ກໍານົດ​ເວລາ ​ແລະ ການ​ດໍາ​ເນີນ​ທຸ​ລະ​ກິດ​ໃນ​ໄລຍະ​ເວລາ​ນັ້ນ​ແມ່ນ​ຖື​ວ່າ​ເປັນ​ການ​ດໍາ​ເນີນ​ທີ່​ໄດ້​ຮັບ​ອະນຸຍາດ ​ແຕ່​ເມື່ອ​ຄະນະ​ຮັບຜິດຊອບ ອອກ​ອະນຸຍາດ​ໃຫ້​ຕໍ່​ໃບ​ອະນຸຍາດ,​ ວິ​ສາ​ຫະກິດ​ຕ້ອງ​ເສຍ​ຄ່າ​ປັບ​ໃໝ 20% ຂອງ​ຄ່າ​ທໍານຽມຕໍ່​ໃບ​ອະນຸຍາດ, ຖ້າ​ກາຍ​ກໍານົດ 20 ວັນ ຕ້ອງ​ເລີ່​ມຕົ້ນຂະ​ບວນການ​ຂໍອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ໃໝ່.

ມາດຕາ 8 ການ​ໂອນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸ​ບະ​ກິດ

   ໃບ​ອະນຸຍາດ​ດໍາ​ເນີນ​ທຸ​ລະ​ກິດ ​ເປັນ​ສິດສະ​ເພາະ​ຂອງ​ຜູ້​ທີ່​ໄດ້​ຮັບ​ອະນຸຍາດ​ເທົ່າ​ນັ້ນ ​ເພາະ​ການຂໍອະນຸຍາດ​ຕ້ອງ​ໄດ້​ພິຈາລະນາ​ເຖິງ ປະຫວັດ ​ແລະ ຄຸນ​ລັກສະນະສະ​ເພາະ​ຂອງ​ບຸກຄົນ, ​ແຕ່​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ​ໄດ້​ກໍານົດ​ໃຫ້​ມີ​ການ​ໂອນ (ມາດຕາ 30) ດັ່ງ​ນັ້ນ, ຈຶ່ງ​ອະນຸຍາດ​ໃຫ້​ມີ​ການ​ໂອນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ໃຫ້​ບຸກຄົນ​ທີ່​ມີ​ເງື່ອນ​ໄຂ​ຕາມ ມາດຕາ 5 ຂອງ​ລະບຽບການ​ສະບັບ​ນີ້, ​ແຕ່​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງກ່ອນ. ດັ່ງ​ນັ້ນ, ຖ້າ​ຫາກ​ຜູ້​ຖື​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຕ້ອງການ​ໂອນ​ໃບ​ອະນຸຍາດ​ໃຫ້​ຜູ້​ໃດ, ​ແມ່ນ​ສາມາດ​ຍື່ນ​ຄໍາ​ຮ້ອງ​ຕໍ່ພາກສ່ວນ​ຮັບຜິດຊອບ​ອະນຸຍາດ​ນັ້ນ. ​ເຊິ່ງການ​ກວດກາ​ຜູ້​ຖືກ​ໂອນ​ແມ່ນ​ດໍາ​ເນີນ​ຕາມ​ຂັ້ນ​ຕອນ​ຜູ້​ຂໍ​ອະນຸມັດ​​ໃໝ່ (ມາດຕາ: 7 ຂອງລະບຽບການ​ສະບັບ​ນີ້).

   ຖ້າ​ຫາກ​ຄໍາ​ຮ້ອງ​ຂໍ​ໂອນ​​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ໄດ້​ຮັບ​ການ​ອະນຸຍາດ ​ໃຫ້​ພາກສ່ວນ​ຮັບຜິດຊ​ອບ  ລະບຸ​ຂໍ້ຄວາມ​ທີ່​ອະນຸຍາດ​ໄວ້​ດ້ານຫຼັງຂອງ​ໃບ​ອະນຸຍາດ ​ແລະ ​ແຈ້ງ​ໃຫ້ ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ເພື່ອ​ຊາບ.

   ການ​ໂອນ​​ໃບ​ອະນຸຍາດ​ໃນ​ກໍ​ລະ​ນີຜູ້​ໄດ້​ຮັບ​ອະນຸຍາດ​ເສຍ​ຊີ​ວິດ, ຖ້າ​ຫາກ​ຍາດຕິ​ພີ່ນ້ອງ ມີ​ຈຸດປະ​ສົງ​ຢາກ​ດໍາ​ເນີນ​ກິດຈະການ​ຕໍ່​ໄປ ​ໃຫ້​ຍາດຕິ​ພີ່​ນ້ອງ​ທີ່​ມີ​ເງື່ອນ​ໄຂ​ຕາມ (ມາດ​ຕາ 7 ຂອງ​ລະບຽບການ​ສະບັບ​ນີ້) ພາຍ​ໃນ​ກໍານົດ​ເວລາ 90ວັນ (​ເລີ່​ມ​ແຕ້ມື້​ເສຍ​ຊີວິດ), ​ແຕ່​ຖ້າ​ຫາກ​ບໍ່ມາສະ​​ເໜີ ຕໍ່​ການດໍາ​ເນີນ​ທຸລະ​ກິດ ພາຍ​ໃນ 90 ວັນ​ດັ່ງກ່າວ ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ແມ່ນ​ຈະ​ສິ້ນສຸດ​ລົງ.

   ຖ້າ​ຫາກ​ຄໍາ​ຮ້ອງ​ຂໍ​ໂອນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ໄດ້​ຮັບ​ການ​ອະນຸຍາດ ​ໃຫ້​ພາກສ່ວນ​ຮັບຜິດຊອບ ລະບຸຂໍ້ຄວາມ​ທີ່​ອະນຸຍາດ​ໄວ້​ດ້ານຫຼັງຂອງ​ໃບ​ອະນຸຍາດ ​ແລະ ​ແຈ້ງ​ໃຫ້ ກະຊວງອຸດ​ສາ​ຫະກໍາ ​ແລະ ການ​ຄ້າ​ເພື່ອ​ຊາບ.

ມາດຕາ 9 ການ​ຍຸບ​ເລີກ ຫຼື ຢຸດ​ເຊົາ

   ວິ​ສາ​ຫະກິດ​ທີ່​ຕ້ອງການ​ຫຍຸບ​ເລີກ ຫຼື ຢຸດ​ເຊົາ​,ຈະ​ຕ້ອງ​ແຈ້ງ​ໃຫ້​ພາກສ່ວນ​ຮັບຜິດຊອບ​ອອກ​ອະນຸ​ຍາດ​ກ່ອນ​ພາຍ​ໃນ​ກໍານົດ​ເວລາ 30ວັນ, ​ເມື່ອ​ພາກສ່ວນຮັບຜິດຊອບ​ອອກ​ອະນຸຍາດ​ໄດ້​ຮັບ​ການ​ແຈ້ງ​ຫຍຸບ​ເລີກ​ຂອງ​ວິ​ສາ​ຫະກິດ​ແລ້ວ ​ໃຫ້​ພິຈາລະນາ ​ແລະ ມີ​ຄໍາ​ສັ່ງ​ໃຫ້ຫ​ຍຸບ​ເລີກ​ໄດ້​ເວລາ​ໃດ, ພາຍ​ໃຕ້​ເງື່ອນ​ໄຂ ​ແລະ ວິທີ​ການ​ແນວ​ໃດ​ນັ້ນ,​​ໃຫ້​ພິຈາລະ​ນາ​ເຖິງ​ຜົນ​ປະ​ໂຫຍ​ດ ສ່ວນ​ໄດ້ ສ່ວນ​ເ​ສຍ ຂອງ​ລູກ​ຄ້າ ​ແລະ ຜູ້​ໃຊ້​ບໍລິການ​ເປັນຫຼັກ ວິ​ສາ​ຫະກິດ​ຕ້ອງ​ໄດ້​ລໍຖ້າ​ການ​ອະນຸມັດ​ຂອງ​ພາກສ່ວນ​ຮັບ​ຜິດ​ຊອບ​ອອກ​ອະນຸຍາດ​ໃຫ້​ກ່ອນ.

   ການ​ອະນຸ​ຍາດຫຍຸບ​ເລີກກິດຈະການ ມອບ​ໃຫ້​ພາກ​ສ່ວນ​ຮັບຜິດ​ຊອບ​ອອກ​ອະນຸຍາດ​ນັ້ນ​ເກັບ​ຄືນ​ໃບ​ອະນຸຍາດ​ທີ່​ອອກ​ໃຫ້ ພ້ອມ​ໃບ​ທະບຽນວິ​ສາ​ຫະກິດ ​ແລະ ​ແຈ້ງ​ໃຫ້​ກະຊວງ ອຸດສາຫະກໍາ ​ແລະ ການ​ຄ້າ​ຊາບ.

ມາດຕາ 10​ ການ​ຕົກ​ເຮ່ຍ​ເສຍ​ຫາຍ​ຂອງ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ

​ ໃນ​ກໍລະນີ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ຖືກ​ຕົກ​ເຮ່ຍ​ເສຍ​ຫາຍ ​ໃຫ້​ວິ​ສາ​ຫະກິດ​ຍື່ນ​ຄໍາ​ຮ້ອງ ຂໍ​ຮັບ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ພາຍ​ໃນ​ກໍານົດ 30ວັນ, ນັບ​ແຕ່​ວັນ​ທີ່​ຮັບ​ຊາບ​ວ່າ​ໃບ​ອະນຸຍາດ​ຖືກ​ຕົກ​ເຮ່ຍ​ເສຍ​ຫາຍ​ດັ່ງ​ກວ່າ ​ເຊິ່ງຕ້ອງ​ເສຍ​ຄ່າ​ທໍາ​ນຽມຕາມ​ມູນ​ຄ່າ​ທີ່​ກໍານົດ.

ມາດຕາ 11 ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ ທີ່​ຕ້ອງໄດ້​ຂໍອະນຸຍາດ ຈາກ​ພາກສ່ວນ​ຂຶ້ນທະບຽນ

   ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ ທີ່​ຕ້ອງ​ໄດ້​ຂໍ​ອະນຸຍາດ ຈາກ​ພາກສ່ວນ​ຂຶ້ນທະບຽນວິ​ສາ​ຫະກິດກ່ອນ​ມີ​ດັ່ງນີ້:

  1. ປ່ຽນ​ແປງ​ປະ​ເພດ​ທຸລະ​ກິດ (ມາດຕາ 13 ຂອງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ)
  2. ປ່ຽນ​ແປງ​ຮູບ​ການ​ຂອງ​ວິ​ສາ​ຫະກິດ, ຜູ້​ຖື​ຫຸ້ນ
  3. ປ່ຽນຊື່​ວິ​ສາ​ຫະກິດ ​ແລະ ອື່ນໆ ຕາມ​ກົດໝາຍວິ​ສາ​ຫະກິດ​ກໍານົດ.

ມາດຕາ 12 ພັນທະໜ້າທີ່​ຂອງ​ວິ​ສາ​ຫະກິດ

   ​ເພື່ອ​ໃຫ້​ວິ​ສາ​ຫະກິດ ມີ​ມາດຕະຖານ, ສົ່ງ​ເສີມ ​ແລະ ​ເພີ່ມ​ທະວີ​ການ​ຄຸ້​ມຄອງ ຈຶ່ງ​ໄດ້​ກໍານົດ​ພັນທະໜ້າທີ່​ຂອງ​ວິ​ສາ​ຫະກິດ​​ໄວ້ ດັ່ງນີ້:

  1. ຕ້ອງ​ໃຫ້​ມີ​ປ້າຍ​ຊື່​ວິ​ສາ​ຫະກິດ ຖ້າ​ດໍາ​ເນີນ​ທຸລະ​ກິດ​ປະ​ເພດ​ໃດ ຕ້ອງ​ມີ​ຄໍາ​ສັບ​ນັ້ນໆ ​ໄວ້ດ້ານໜ້າ ຫຼື ດ້ານຫຼັງຂອງ​ຊື່ (ລະບຽບການ​ກ່ຽວກັບ​ການ​ຄຸ້ມ​ຄອງ​ປ້າຍ)
  2. ຕ້ອງ​ໃຫ້​ມີ​ການສະ​ແດງ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ​ໄວ້​ໃນ​ທີ່​ເປີດ​ເຜີຍ ສັງ​ເກດ​ເຫັນ​ໄດ້​ງ່າຍ
  3. ມີ​ລາຍ​ລະອຽດ ບົດ​ແນະ​ນໍາ ຂອງ​ສິນຄ້າ ​ແລະ ບໍລິການ
  4. ມີ​ເອກະສານ​ສະ​ແດງ​ລາຄາ ສິນຄ້າ ​ແລະ ຄ່າ​ບໍລິການ
  5. ຈັດ​ໃຫ້​ມີ​ແຜນຜັງ ​ແນະ​ນໍາ​ກ່ຽວກັບ​ຄວາມ​ປອດ​ໄພ​ໃຫ້​ຜູ້​ບໍລິ​ໂລກ ​ແລະ ​ໃຊ້​ການ​ບໍລິການ
  6. ຮັກສາ​ຄວາມ​ສະອາດ, ອານາ​ໄມ​ ຕາມລະບຽບສາທາລະນະ​ສຸກ​ວາງ​ອອກ
  7. ຮັກສາ​ຕຶກ, ອາຄານ ​ໃຫ້ໝັ້ນຄົງ ພ້ອມ​ດ້ວຍ​ລະບົບ​ປ້ອງ​ກັນ​ອັກ​ຄີ​ໄພ ຕາມ​ກົດໝາຍກໍ່ສ້າງ
  8. ຮັກສາ​ສິ່ງ​ແວດ​ລ້ອມ ຕາມ​ກົດໝາຍສິ່ງ​ແວດ​ລ້ອມ​ກໍານົດ​ໄວ້
  9. ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ ​ແລະ ຜູ້​ໃຊ້​ບໍລິການ.

ໝວດທີ 3
ການ​ບໍລິຫານ​ທຸລະ​ກິດ

ມາດຕາ​ 13​​ ເຈົ້າຂອງ​ກິດຈະການ

   ລະບຽບການ​ສະບັບ​ນີ້​ໄດ້​ກໍານົດຫຼັກການ, ວິທີ​ການ ​ແລະ ຂັ້ນ​ຕອນ ​ໃນ​ການ​ບໍລິຫານ​ທຸລະ​ກິດ ຂອງ​ວິ​ສາ​ຫະກິດ ​ໃນ​ຂົງ​ເຂດ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ພ້ອມ​ດ້ວຍ​ອໍານາດໜ້າທີ່​ຂອງ​ຜູ້​ຂໍ​ບໍລິຫານ​ທຸລະ​ກິດ ​ແລະ ຜູ້​ຈັດການ (ມາດຕາ 33 ຂອງ​ກົດໝາຍວ່າ​ດ້ວຍ​ວິ​ສາ​ຫະກິດ) ​ເພື່ອ​ໃຫ້ການ​ບໍລິຫານ​ຈັດການ​ທຸລະ​ກິດ ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ​ຕາມ​ກົດໝາຍກໍານົດ.

ມາດຕາ 14 ຜູ້​ຈັດການ

   ​ເຈົ້າ​ຂອງ​ທຸລະ​ກິດ ​ແຕ່ງ​ຕັ້ງ​ຜູ້​ຈັດການ 1 ທ່ານ ຫຼື ອາດ​ຈະ​ແຕ່ງ​ຕັ້ງ​ຕົນ​ເອງ​ເປັນ​ຜູ້​ຈັດການ​ກໍ​ໄດ້ ​ເຊິ່ງຜູ້​ຈັດການ​ຕ້ອງ​ມີ​ເອກະສານ​ດັ່ງນີ້:

  1. ສໍາ​ເນົາ​ບັດ​ປະຊາຊົນ
  2. ສໍາມະ​ໂນ​ຄົວ
  3. ຮູບ​ຖ່າຍ 3 x 4 ຈໍານວນ 2 ​ໃບ
  4. ​ໃບ​ແຈ້ງ​ໂທດ
  5. ໜັງສື​ແຕ່ງ​ຕັ້ງ​ຈາກ​ເຈົ້າ​ຂອງ​ກິດຈະການ
  6. ​ໃບ​ກວດ​ສຸຂະພາບ 1 ສະບັບ

   ກໍລະນີ​ຜູ້​ຈັດການ​ເປັນ​ຄົນ​ຕ່າງປະ​ເທດ ​ໃຫ້​ແຈ້ງ​ສໍາ​ເນົາ​ພັດ​ສະປອດ ພ້ອມ​ດ້ວຍ​ສໍາ​ເນົາ​ໃບອະນຸຍາດ ​ເຮັດ​ວຽກ ​ເພື່ອ​ເປັນຫຼັກການ​ປະກອບ​ການ​ພິຈາລະນາ.

   ​ເມື່ອ​ພາກສ່ວນ​ຮັບຜິດຊອບ​ອອກ​ອະນຸຍາດ ກວດກາ​ຄວາມ​ຖືກຕ້ອງ​ຂອງ​ເອກະສານ​ແລ້ວ​ຕ້ອງ​ອອກໜັງສື​ຮັບຮອງ ​ເພື່ອ​ເປັນຫຼັກຖານ ​ແລະ ​ແຈ້ງ​ໃຫ້​ຜູ້​ຖືກ​ແຕ່ງ​ຕັ້ງ​ຊາບ, ​ໃນ​ກໍລະນີ​ກວດ​ພົບ​ພາຍຫຼັງວ່າ​ຜູ້​ແຈ້ງ​ໄດ້​ແຈ້ງ​ຂໍ້​ມູນ​ບໍ່ຖືກຕ້ອງ ​ໃຫ້​ດໍາ​ເນີນ​ແກ້​ໄຂ​ໃຫ້​ຖືກຕ້ອງ ​ແລະ ຄົບ​ຖ້ວນພາຍ​ໃນ​ກໍານົດ 7ວັນ.

   ​ໃນ​ກໍລະນີ ຜູ້​ຈັດການ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ເຈົ້າຂອງທຸລະ​ກິດ​ແລ້ວ ​ແລະ ​ໄດ້​ຮັບ​ແຈ້ງ​ເປັນ​ຜູ້​ຈັດການ​ຈາກ​ຄະນະ​ຮັບຜິດຊອບ​ແລ້ວ ​ແຕ່​ບໍ່ສາມາດ​ປະຕິບັດໜ້າທີ່​ໄດ້ ຫຼື ພົ້ນ​ຈາກ​ຕໍາ​ແໜ່ງ ຈະ​ຕ້ອງ​ມີ​ການ​ແຕ່ງ​ຕັ້ງ​ຜູ້​ຈັດການ​ແທນ ຕາມ​ເງື່ອນ​ໄຂ​ຂ້າງ​ເທິງ ດັ່ງນີ້:

  1. ກໍລະນີ​ຜູ້​ຈັດການ​ບໍ່ສາມາດ​ປະຕິບັດໜ້າທີ່​ກໍານົດ 7ວັນ ຫຼັງອອກ​ໃບຮັບ​ຮອງ ​ໃຫ້​ເຈົ້າ​ຂອງ​ທຸລະ​ກິດ ຫຼື ຜູ້​ຈັດການ​ມອບໝາຍ​ໃຫ້​ຜູ້​ໃໝ່ປະຕິບັດ​ແທນ​ບໍ່​ໃຫ້​ກາຍ 30ວັນ ​ແລະ​ໃຫ້​ບຸກຄົນ​ທີ່​ຮັບຜິດຊອບ​ແທນ​ແຈ້ງ​ໃຫ້​ຜູ້​ຮັບຜິດຊອບ​ອອກ​ທະບຽນພາຍ​ໃນ 30ວັນ ນັບ​ແຕ່​ມື້ທີ່​ໄປ​ປະຕິບັດໜ້າທີ່​ແທນ ​ໂດຍ​ມີໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຄື​ກັບ​ຜູ້ຈັດການ.
  2. ກໍລະນີ​ຜູ້​ຈັດການ​ພົ້ນ​ຈາກໜ້າທີ່ ​ໃຫ້​ເຈົ້າ​ຂອງ​ທຸລະ​ກິດ​ແຕ່ງ​ຕັ້ງ​ຜູ້​ໃໝ່​ເຮັດໜ້າທີ່​ແທນ ​ແລະ ​ໃຫ້​ຜູ້​ຈັດການ​ທີ່​ໄດ້​ຮັບໜ້າທີ່​ໃໝ່​ແຈ້ງ​​ໃຫ້ ຜູ້​ຮັບຜິດຊອບ​ອອກ​ອະນຸຍາດ ຍົກ​ເວັ້ນກໍລະນີ​ຜູ້​ຮັບຜິດຊອບ​ໃໝ່​ເຄີຍ​ແຈ້ງ​ເປັນ​ຜູ້​ຈັດການ​ໄວ້​ແລ້ວ ​ໃຫ້​ເຈົ້າ​ຂອງ​ທຸລະ​ກິດ​ແຈ້ງ​ການ​ປ່ຽນ​ແປງ​ຜູ້​ຈັດການ ຕາມ​ລະບຽບ.

ມາດຕາ 15 ມາດ​ຕະການ​ຄວບ​ຄຸມ​ທຸລະ​ກິດ​ທີ່​ຂຶ້ນກັບ​ຂະ​ແໜງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ

   ນອກຈາກ​ຈຸດປະສົງ​ສົ່ງ​ເສີມ ​ແລະ ຄຸ້ມ​ຄອງ​ການ​ດໍາ​ເນີນ​ທຸລະ​ກິດ​​ໃນ​ຂະ​ແໜງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແລ້ວ ກໍ​ຍັງ​ມີ​ການ​ຄວບ​ຄຸມ ປະ​ເພດ​ກິດຈະການ ທີ່​ຂັດ​ກັບ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ວັດທະນະ​ທໍາ​ອັນ​ດີງາມ​ຂອງ​ຊາດ ​ເຊິ່ງມີ​ການ​ດໍາ​ເນີນ​ງານ​ດັ່ງນີ້:

   ການສັ່ງຢຸດ​ເຊົາ​ກິດຈະການ ຫຼື ດໍາ​ເນີນ​ການ​​ແກ້​ໄຂ ​ໂດຍ​ຜູ້​ອອກ​ອະນຸຍາດ​ດໍາ​ເນີນ​ ທຸລະ​ກິດ​ສັ່ງ​ໃຫ້​ໂຈະ​ກິດຈະການ ຫຼື ດໍາ​ເນີນ​ການ​ແກ້​ໄຂ​ຕາມ​ເຫັນ​ສົມຄວນ ​ເມື່ອ​ຜູ້​ຮັບຜິດຊອບ​ອອກ​ອະນຸຍາດ​ພົບ​ເຫັນ​ກໍລະນີ​ດັ່ງນີ້:

  1. ຝ່າຝືນ​ລະບຽບການ​ສະບັບ​ນີ້ ​ແລະ ກົດໝາຍກ່ຽວຂ້ອງ
  2. ບໍ່ປະຕິບັດ​ຕາມ​ຄໍາ​ສັ່ງ ຫຼື ໜັງສື​ແຈ້ງ​ເຕືອນ ຂອງ​ຄະນະ​ຮັບ​ຜິດ​ຊອບ​ອອກ​ອະນຸຍາດ
  3. ​ໃນ​ກໍລະນີ ​ເຈົ້າ​ຂອງ​ທຸລະ​ກິດ ຫຼື ຜູ້​ຈັດການ ບໍ່ຢຸດ​ການ​ກະທໍາ ຫຼື ດໍາ​ເນີນ​ການ​ແກ້​ໄຂ ຕາມ​ຄໍາ​ສັ່ງ​ຂອງ​ຜູ້​ອອກ​ອະນຸຍາດ ​ໃຫ້​ພາກ​ສ່ວນ​ຮັບຜິດຊອບ​ອອກ​ອະນຸຍາດ ​ເຮັດໜັງສື​ແຈ້ງ​​ໃຫ້​ບຸກຄົນ​ດັ່ງກ່າວ​ໃນ​ກໍານົດ​ເວລາ 30 ວັນ.

ມາດຕາ 16 ການ​ສັ່ງ​ພັກ​ໃບ​ອະນຸຍາດ

   ຖ້າ​ບໍ່ມີ​ການ​ປະຕິບັດ​ຕາມ​ຄໍາ​ສັ່ງ ຫຼື ​ແຈ້​ງ​ເຕືອນ, ຜູ້​ຮັບຜິດຊອບ​ອອກ​ໃບ​ອະນຸຍາດ ຈະ​ອອກໜັງສື​ແຈ້ງ​ເຕືອນ​ໃຫ້​ພັກ​ເຊົາ​ກິດຈະການ​ຄັ້ງ​ລະ 15 ວັນ, ບໍ່​ໃຫ້​ເກີດ 3ຄັ້ງ ຕໍ່​ເຈົ້າຂອງ​ທຸລະ​ກິດ, ສໍາລັບ​ຜູ້​ຈັດການ ຜູ້​ອອກ​ອະນຸຍາດ ຈະ​ແຈ້ງ​ໃຫ້​ປັບປຸງ​ພາຍ​ໃນ​ກໍານົດ 30ວັນ. ຜູ້​ທີ່​ໄດ້​ຮັບ​ການ​ສັ່ງ​ຢຸດ​ເຊົາ​ກິດຈະການ ຫຼື ດໍາ​ເນີນ​ການ​ແກ້​ໄຂ ຈະ​ບໍ່ສາມາດ​ເຄື່ອນ​ໄຫວ​ທຸລະ​ກິດ​ໄດ້​ໃນ​​ໄລຍະ​ທີ່​ຖືກ​ສັ່ງ​ພັກ.

ມາດຕາ 17 ການ​ເພີກ​ຖອນ​ໃບ​ອະນຸຍາດ

   ຜູ້​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ມີ​ສິດ ສັ່ງ​ຖອນ​ໃບ​ອະນຸຍາດ ຫຼື ​ໃບ​ແຈ້ງ​ຮັບຮອງ​ຜູ້​ຈັດການ ​ແລ້ວ​ແຕ່​ລະ​ກໍລະນີ ​ເມື່ອ​ພົບ​ເຫັນ​ການ​ກະ​ທໍ່​ຕໍ່​ໄປ​ນີ້:

  1. ​ເປັນ​ຜູ້​ຂາດ​ເງື່ອນ​ໄຂ ຕາ​ມມາດຕາ: 3 ​ແລະ ມາດຕາ 4 ຂອງ​ລະບຽບການ​ສະບັບ​ນີ້
  2. ​ເຄີຍ​ຖືກ​ສັ່ງ​ພັກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ​ມາ​ແລ້ວ ຝ່າຝືນ ບໍ່ປະຕິບັດ​ຕາ​ມມາດຕາ 11 ຂອງ​ລະບຽບການ​ສະບັບ​ນີ້.

ມາດຕາ 18 ການ​ແຈ້ງ​ຖອນ​ອະນຸຍາດ

   ໜັງສື​ແຈ້ງ​ໂຈະ​ໃບ​ອະນຸຍາດ, ການ​ຖອນ​ໃບ​ອະ​ນຸຍາດ​ດໍາ​ເນີນ​ທຸລະ​ກິດ ຫຼື ​ໃບຮັບ​ແຈ້ງ​ເປັນ​ຜູ້​ຈັດການ ​ໃຫ້​ສົ່ງ​ເປັນ​ລາຍ​ລັກ​ອັກສອນ ​ແລະ ມີ​ການ​ເຊັນ​ຮັບ​ເອົາ​ເອກະສານ​ຢ່າງ​ດີ ຈາກ​ພາກສ່ວນ​ກ່ຽວຂ້ອງ, ​ເຈົ້າ​ຂອງ​ທຸລະ​ກິດ ຫຼື ຜູ້​ຈັດການ​ຕາມ​ແຕ່​ລະ​ກໍລະນີ ​ແລະ ຖື​ວ່າ​ເຈົ້າ​ຂອງ​ວິ​ສາ​ຫະກິດ​ຮັບ​ຊາບ​ແລ້ວ​ພາຍ​ໃນ​ກໍານົດ 7ວັນ ນັບ​ແຕ່​ມື້ສົ່ງ​ເອກະສານ, ຍົກ​ເວັ້ນມີ​ການ​ພິສູດ​ໄດ້​ວ່າ​ຜູ້​ກ່ຽວບໍ່​ໄດ້​ຮັບ​ເອກະສານ.

   ຄໍາ​ສັ່ງ​ຖອນ​ໃບ​ອະນຸຍາດ ຫຼື ​ໃບຮັບ​ແຈ້ງ​ຜູ້​ຈັດການ ​ເປັນ​ຄໍາສັ່ງ​ທາງ​ການ​ຂອງ​ລັດ ດັ່ງ​ນັ້ນ​ເຈົ້າ​ຂອງ​ວິ​ສາ​ຫະກິດ ຫຼື ຜູ້​ຈັດການ ສາມາດ​ຍື່ນ​ຄໍາ​ຮ້ອງ ​ເພື່ອ​ພິຈາລະ​ນາ​ແກ້​ໄຂ ຕາມ​ຄວາມ​ເໝາະສົມ ຫຼື ຮ້ອງ​ຟ້ອງ​ຕໍ່ສານ​ເພື່ອ​ຕັດສິນ.

ໝວດທີ 4
ບົດ​ບັນຍັດ​ສຸດ​ທ້າ​ຍ

ມາດຕາ 19. ຜົນ​ສັກສິດ​​ໃນ​ການຈັດ​ຕັ້ງ​ປະຕິບັດ

   ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຜົນ​ສັກສິດ ​ແລະ ນໍາ​ໃຊ້​ໄດ້​ນັບ​ແຕ່​ວັນ​ລົງ​ລາຍ​ເຊັນ ​ເປັນ​ຕົ້ນ​ໄປ. ທຸກ​ຂໍ້​ກໍານົດ, ກົດ​ລະບຽບທີ່​ວາງ​ອອກ​ໃນ​ເມື່ອ​ກ່ອນ, ທີ່​ຂັດ​ກັບ​ເນື້ອ​ໃນ​ຈິດ​ໃຈ ຂອງ​ລະບຽບສະບັບ​ນີ້ຈະ​ຖືກ​ລົບລ້າງ.

ລັດຖະມົນຕີ

ດຣ. ບຸນຈັນ ສິນທະວົງ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງຂອງ ລັັດຖະມົນຕີ ວ່າດ້ວຍລະບຽບຄຸ້ມຄອງການຂໍອະນຸຍາດດຳເນີນທຸລະກິດໃນຂະແໜງການໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 17582/ຍທຂ, ລົງວັນທີ 8 ສິງຫາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.