ພາບປະກອບ

 

ອີງຕາມຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ບໍລິສັດ ດໍາເນີນທຸລະກິດ ດ້ານຢາ ແລະ ຜະລິດຕະພັນການແພດ ສະບັບປັບປຸງເລກທີ 1820/ສທ, ລົງວັນທີ 25 ສິງຫາ 2017. ການຂໍສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ມີຂັ້ນຕອນດັ່ງນີ້:

ຂັ້ນຕອນ 1: ການປະກອບເອກະສານ

ບຸກຄົນ ຫຼື ນິຕິບຸກຄົນທີ່ມີເງື່ອນໄຂຄົບຕາມ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ແມ່ນສາມາດປະກອບເອກະສານເພີ່ມເຕີມດັ່້ງນີ້:

  1. ໃບຄໍາຮ້ອງຂໍອະນຸຍາດວິຊາຊີບເພສັດຊະກໍາ.
  2. ໃບຊີວະປະຫວັດຫຍໍ້ທີ່ມີຮູບຕິດ (ຮູບຖ່າຍບໍ່ໃຫ້ກາຍ 1 ປີ)
  3. ໃບຢັ້ງຢືນສຸຂະພາບ (ບໍ່ໃຫ້ກາຍ 3 ເດືອນ)
  4. ໃບຢັ້ງຢືນທີ່ຢູ່ປະຈຸບັນທີ່ມີຮູບ (ຮູບຖ່າຍບໍ່ໃຫ້ກາຍ 3 ເດືອນ)
  5. ຮູບຖ່າຍຂະໜາດ 3x4 ຈໍານວນ 03 ໃບ (ຮູບຖ່າຍບໍ່ໃຫ້ກາຍ 1 ປີ)
  6. ໃບປະກາດຊະນິຍະບັດ
  7. ໃບແຈ້ງໂທດເລກທີ 3
  8. ໃບຢັ້ງຢືນການອອກຈາກລັດຖະການ ຫຼື ໃບແຕ່ງຕັ້ງຂອງກົມກອງໃນກໍລະນີທີ່ເປັນລັດວິສາຫະກິດ
  9. ແຜນວາດກ່ຽວກັບທີ່ຕ້ັ້ງ ບໍລິສັດ,​ ສາຂາບໍລິສັດ/ໂຮງງານ,​ ຕົວແທນຈໍາໜ່າຍ
  10. ໃບອະນຸຍາດຈາກ ບໍລິສັດທີ່ຕົນຈະເປັນຕົວແທນຈໍາໜ່າຍ (ສໍາລັບສາຂາ ຫຼື ຕົວແທນຈໍາໜ່າຍ)
  11. ໃບຢັ້ງຢືນການລົງກວດກາສະຖານທີ່ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງກ່ອນການອະນຸຍາດ
  12. ບົດວິພາກກ່ຽວກັບການເຄື່ອນໄຫວທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ, ສະໜອງຂໍ້ມູນຊື່ລະອຽດ ແລະ ແຫຼ່ງທີ່ມາຂອງຢາ ແລະ ຜະລິດຕະພັນການແພດ.

ຂັ້ນຕອນ 2: ການສະເໜີ ແລະ ຍື່ນເອກະສານ

ຂັ້ນຕອນການຂໍອະນຸຍາດໃໝ່ ຂອງບໍລິສັດຂາອອກ-ຂາເຂົ້າ,​ ສາຂາ ຫຼື ຕົວແທນຈໍາໜ່າຍ ແລະ ບໍລິສັດຂາຍຍົກພາຍໃນ ຕ້ອງປະຕິບັດ ດັ່ງນີ້:

ພາຍຫຼັງການປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນຕາມຂັ້ນຕອນທີ 1 ແລ້ວ ຍືນເອກະສານດັ່ງກ່າວເຖິງກົມອາຫານ ແລະ ຢາ (ກະຊວງສາທາລະນະສຸກ) ໂດຍຜ່ານໜ່ວຍງານອາຫານ ແລະ ຢາ ເມືອງ, ຂະແໜງອາຫານ ແລະ ຢາ, ພະແນກສາທາລະນະສຸກ ແຂວງ/ນະຄອນ ບ່ອນທີ່ ບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍຈະຕັ້ງຢູ່.

ຂັ້ນຕອນ 3: ການຄົ້ນຄວ້າພິຈາລະນາ

ໄລຍະເວລາຂອງການຄົ້ນຄວ້າ ພິຈາລະນາເອກະສານທັງໝົດຢູ່ຂະແໜງສາທາລະນະສຸກ ຄືເລີ້ມຈາກການຍື່ນຄໍາຮ້ອງຫາເມືອງ,​ ເມືອງສະເໜີຫາແຂວງ ແລະ ແຂວງນໍາສົ່ງຫາ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ລວມເວລາໃນການພິຈາລະນາທັງໝົດ 90 ວັນ.

ຂັ້ນຕອນ 4: ການຮັບໃບອະນຸຍາດສ້າງຕັ້ງບໍລິສັດ

ຜູ້ສະເໜີສ້າງຕັ້ງບໍລິສັດ ໄປຮັບເອົາໃບອະນຸຍາດສ້າງຕັ້ງບໍລິສັດຢູ່ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ

ລາຍລະອຽດເພີ່ມເຕີມສາມາດຕິດຕໍ່ສອບຖາມໄດ້ທີ່:​ ບ້ານທາດຂາວ, ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປລາວ 

ໂທລະສັບ: +(856-21) 214013
ໂທລະສານ: +(856-21) 214015
ເວັບໄຊທ໌: www.fdd.gov.la
ອີເມວ: [email protected]

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.