ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຄູ້ມຄອງໂຮງງານ, ເລກທີ 0264/ອຄ.ກອຫ, ລົງວັນທີ 15 ມີນາ 2019 ໄດ້ກ່າວແນະນໍາເຖິງຂັ້ນຕອນການປະກອບເອກະສານ ຂໍໃບຢັ້ງຢືນອະນຸຍາດຂະຫຍາຍໂຮງງານ ດັ່ງນີ້:

ຂັ້ນຕອນທີ 1. ການປະກອບເອກະສານສະເໜີ ຂໍອະນຸຍາດຂະຫຍາຍໂຮງງານ ຕາມແບບພິມ ຮ/ງ 1:

          ສໍາລັບຜູ້ປະກອບການທີ່ມີຈຸດປະສົງຂະຫຍາຍໂຮງງານຕື່ມ ແມ່ນຕ້ອງປະກອບໃບຄຳຮ້ອງຂໍຂະຫຍາຍໂຮງງານ ຕາມຄໍາຮ້ອງ ຂອງແບບພິມ ຮ/ງ 1 (ລີ້ງແບບຟອມໃສ່) ໃນລາຍການເອກະສານ ຊ້ອນທ້າຍ 03.

  1. ໃບຄຳຮ້ອງຂໍຂະຫຍາຍໂຮງງານ ຕາມແບບພິມ ຮ/ງ 1;
  2. ໃບມອບສິດໃຫ້ຜູ້ມາພົວພັນປະກອບເອກະສານ ກໍລະນີທີ່ບໍໄດ້ມາພົວພັນດ້ວຍຕົນເອງ;
  3.  ແຜນວາດຂະບວນການຜະລິດ ພ້ອມບົດອະທິບາຍ ສະບັບດັດແກ້;
  4.  ລາຍການເຄື່ອງຈັກໃນໂຮງງານ ສະບັບດັດແກ້;
  5.  ແຜນການເຄື່ອນໄຫວປະຈຳປີຂອງໂຮງງານ ຕາມແບບພິມ ສະບັບດັດແກ້;
  6. ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຂະໝາດເຈັ້ຍ A3

ທີ່ຖືກຕ້ອງຕາມລະບຽບ ການກ່ຽວກັບການປຸກສ້າງ ສະບັບດັດແກ້ ເຊັ່ນ:

  1. ແຜນຜັງສະແດງໃຫ້ເຫັນທີ່ຕັ້ງໂຮງງານ ໃນຂອບເຂດລັດສະເໜີ 500 ແມັດ;
  2. ແຜນຜັງສະແດງສີ່ງປຸກສ້າງໃນບໍລິເວນໂຮງງານ;
  3. ແຜນຜັງກໍ່ສ້າງອາຄານຜະລິດ ຮູບດ້ານໜ້າ,  ຂ້າງ, ຫຼັງ ແລະ ຮູບຕັດ;
  4. ແຜນຜັງຕິດຕັ້ງເຄື່ອງຈັກ ແລະ ເຄື່ອງຍົກນໍ້າໝັກ ຕາມເລກໝາຍຂອງລາຍການເຄື່ອງຈັກຂໍ້ທີ 4;
  5. ແຜນຜັງຕິດຕັ້ງເຕົາອົບ ແລະ ໝໍ້ຕົ້ມນໍ້າ ຫຼື ເຕົາສະຕີມ, ຖ້າມີ;
  6. ແຜນຜັງຕິດຕັ້ງລະບົບໄຟຟ້າ, ພັດລົມ ແລະ ລະບົບລະບາຍອາກາດ.
  7. ແຜນຜັງຕິດຕັ້ງລະບົບປ້ອງກັນອັນຕະລາຍ, ອັກຄີໄພ ແລະ ທາງອອກສຸກເສີນ.
  1. ຮູບຖ່າຍຂະໜາດ 3x4 ຊມ ຈຳນວນ 4 ໃບ ຮູບຖ່າຍຕ້ອງບໍ່ເກີນ 3 ເດືອນ.
  2. ສຳເນົາເອກະສານຄັດຕິດ ມີດັ່ງນີ້:
  1.  ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ຫຼື ໃບອະນຸຍາດລົງທືນ;
  2. ໃບຢັ້ງຢືນດຳເນີນກິດຈະການໂຮງງານ;
  3. ໃບອະນຸຍາດປຸກສ້າງໂຮງງານ ສ່ວນຂະຫຍາຍ;
  4. ໃບຢັ້ງຢືນການມອບເລກປະຈຳຕົວຜູ້ເສຍອາກອນ ຫຼື ໃບຢັ້ງຢືນການມອບພັນທະອາກອນ;
  5. ໃບຢັ້ງຢືນກ່ຽວກັບສີ່ງແວດລ້ອມ;
  6. ໃບຢັ້ງຢືນແຜນການຕິດຕັ້ງລະບົບບຳບັດ ແລະ/ຫຼື ໃບຢັ້ງຢືນການປ່ອຍສີ່ເສດເຫຼືອອອກຈາກໂຮງງານ;
  7. ໃບສັນຍາເຊົ່າທີ່ດນ/ອາຄານ ຫຼື ໃບມອບກຳມະສິດທີ່ດິນ ແລະ ໃບຕາດິນ;
  8. ໃບຢັ້ງຢືນຄຸນນະພາບຜະລິດຕະພັນໃໝ່ ສຳລັບຜະລິດຕະພັນອາຫານ, ເຄື່ອງດຶ່ມ ແລະ ຢາປົວພະຍາດ.

 

ຂັ້ນຕອນທີ 2 ການຍື່ນເອກະສານ ຂໍໃບອະນຸຍາດຂະຫຍາຍໂຮງງານ.

          ຖ້າເປັນໂຮງງານຂະໜາດໃຫຍ່ ແມ່ນໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກແຕ່ 201 ແຮງມ້າຂຶ້ນໄປ ຫຼື ຈຳນວນແຮງງານແຕ່ 201 ຄົນຂຶ້ນໄປ ຫຼື ມູນຄ່າການລົງທຶນທັງໝົດແຕ່ 1 ຕື້ກີບຂຶ້ນໄປ ແມ່ນໃຫ້ຍືນເອກະສານຢູ່ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ.

          ສໍາລັບໂຮງງານຂະໜາດນ້ອຍ ແລະ ກາງ ແມ່ນໃຫ້ຍື່ນເອກະສານຢູ່ຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ/ນະຄອນຫຼວງ.

 

ຂັ້ນຕອນທີ 3: ການລົງກວດກາ ເພື່ອພິຈາລະນາອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ

          ຂັ້ນຕອນການພິຈາລະນາຂະຫຍາຍໂຮງງານ ໃຫ້ປະຕິບັດຄືກັນກັບຂັ້ນຕອນການປະກອບເອກະສານ ຂໍອະນຸຍາດດໍາເນີນກິດຈະການໂຮງງານ (ລີ້ງໃສ່ຂັ້ນຕອນ) ຕາມມາດຕາ 13, 14, 15 ແລະ 16 ຂອງຂໍ້ຕົກລົງສະບັບນີ້. ອາຍຸໃບຢັ້ງຢືນດຳເນີນກິດຈະການໂຮງງານສ່ວນຂະຫຍາຍ ໃຫ້ກຳນົດເອົາຕາມອາຍຸໃບຢັ້ງຢືນດຳເນີນກິດຈະການໂຮງງານ.

          ການຂະຫຍາຍໂຮງງານ ຖ້າມີການເພີ່ມ ຫຼື ຫຼຸດທຶນ, ເພີ່ມຫຼື ຫຼຸດກິດຈະການຜະລິດ ຜູ້ດຳເນີນກິດຈະການໂຮງງານ ຕ້ອງສະເໜີປ່ຽນແປງເນື້ອໃນໃບອະນຸຍາດລົງທຶນ ຫຼື ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ແລ້ວຈຶ່ງສະເໜີປ່ຽນແປງເນື້ອໃນໃບຢັ້ງຢືນດຳເນີນກິດຈະການໂຮງງານ.

          ກໍລະນີເພີ່ມເຄື່ອງຈັກ ຫຼື ເພີ່ມເນືອທີ່ອາຄານຜະລິດຂອງໂຮງງານ ແຕ່ບໍ່ເຖິງຂັ້ນຂະຫຍາຍຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ແລະ ມາດຕາ 35 ຂອງຂໍ້ຕົກລົງສະບັບນີ້. ຜູ້ດຳເນີນກິດຈະການໂຮງງານ ຕ້ອງລາຍງານຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຊາບ.

 

ຂັ້ນຕອນທີ 4: ຮັບໃບອະນຸຍາດ

          ພາຍຫຼັງໄດ້ອອກໃບຢັ້ງຢືນດຳເນີນກິດຂະການໂຮງງານແລ້ວ ສຳລັບໂຮງງານຂະໜາດໃຫຍ່ ຕ້ອງຈ້ຳກາຂອງກົມໃສ່ເອກະສານທັງໝົດ ແລະ ສຳເນົາໄວ້ກົມອຸດສາຫະກຳ ແລະ ຫັດຖະກຳ 1 ຊຸດ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ 1 ຊຸດ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ 1 ຊຸດ ແລະ ໂຮງງານ 1 ຊຸດ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາ ຕາມລະບຽບກົດໝາຍ.

 

ໝາຍເຫດ: ການຂະຫຍາຍໂຮງງານ ມີ 3 ຮູບການຄື: ການເພີ່ມເຄື່ອງຈັກ, ການເພີ່ມເນື້ອທີ່ອາຄານຜະລິດຂອໂຮງງານ ແລະ ການເພີ່ມທັງສອງຢ່າງພ້ອມກັນ. ເຊິ່ງຈະມີຂັ້ນຕອນອັນດຽວກັນ.

        ການຂະຫຍາຍໂຮງງານ ດ້ວຍການເພີ່ມອາຄານທີ່ບໍ່ແມ່ນອາຄານການຜະລິດ, ສາງວັດຖຸດິບ, ສາງຜະລິດຕະພັນ ຫຼື ຫ້ອງການບໍລິຫານອື່ນໆ ບໍ່ຖືວ່າເປັນການຂະຫຍາຍ ແຕ່ຕ້ອງໄດ້ປະຕິບັດໃຫ້ຖືກຕ້ອງຕາມລະບຽບການກ່ຽວກັບການປຸກສ້າງ. ຜູ້ດຳເນີນກິດຈະການໂຮງງານ ສາມາດຂະຫຍາຍໂຮງງານຢູ່ໃນສະຖານທີ່ດຽວກັນໄດ້ ແຕ່ຕ້ອງປະຕິບັດຕາມຂັ້ນຕອນຄືກັນກັບການຂໍດຳເນີນກິດຈະການໂຮງງານ ໃນສ່ວນທີ່ຂະຫຍາຍ.

 

ຄ່າທໍານຽມ

1        ໃຊ້ຄົນງານແຕ່ 10-25 ຄົນ ຫຼື ໃຊ້ເຄື່ອງຈັກຕໍ່າກວ່າ 10 ແຮງມ້າ ກີບ/ຄັ້ງ          20.000

2        ໃຊ້ຄົນງານແຕ່ 26 ຄົນຂຶ້ນໄປ ຫຼື ໃຊ້ເຄື່ອງຈັກຕໍ່າກວ່າ 10 ແຮງມ້າ ກີບ/ຄັ້ງ       33.000

3        ໃຊ້ເຄື່ອງຈັກແຕ່ 10 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 20 ແຮງມ້າ ກີບ/ຄັ້ງ                40.000

4        ໃຊ້ເຄື່ອງຈັກແຕ່ 20 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 50 ແຮງມ້າກີບ/ຄັ້ງ                 65.000

5        ໃຊ້ເຄື່ອງຈັກແຕ່ 50 ແຮງມ້າຂຶ້ນໄປ ແຕ່ບໍ່ເຖີງ 100 ແຮງມ້າ ກີບ/ຄັ້ງ              130.000

6        ໃຊ້ເຄື່ອງຈັກແຕ່ 100 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 200 ແຮງມ້າ ກີບ/ຄັ້ງ            190.000

7        ໃຊ້ເຄື່ອງຈັກແຕ່ 200 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 300 ແຮງມ້າ ກີບ/ຄັ້ງ            260.000

8        ໃຊ້ເຄື່ອງຈັກແຕ່ 300 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 400 ແຮງມ້າ ກີບ/ຄັ້ງ            320.000

9        ໃຊ້ເຄື່ອງຈັກແຕ່ 400 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 600 ແຮງມ້າ ກີບ/ຄັ້ງ            450.000

10      ໃຊ້ເຄື່ອງຈັກແຕ່ 600 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 800 ແຮງມ້າ ກີບ/ຄັ້ງ            650.000

11      ໃຊ້ເຄື່ອງຈັກແຕ່ 800 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 1,000 ແຮງມ້າ ກີບ/ຄັ້ງ          970.000

12      ໃຊ້ເຄື່ອງຈັກແຕ່ 1,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 2,000 ແຮງມ້າ ກີບ/ຄັ້ງ       1.250.000

13      ໃຊ້ເຄື່ອງຈັກແຕ່ 2,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 3,000 ແຮງມ້າ ກີບ/ຄັ້ງ       1.500.000

14      ໃຊ້ເຄື່ອງຈັກແຕ່ 3,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 4,000 ແຮງມ້າ ກີບ/ຄັ້ງ       1.750.000

15      ໃຊ້ເຄື່ອງຈັກແຕ່ 4,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 5,000 ແຮງມ້າ ກີບ/ຄັ້ງ       2.000.000

16      ໃຊ້ເຄື່ອງຈັກແຕ່ 5,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 6,000 ແຮງມ້າ ກີບ/ຄັ້ງ       2.200.000

17      ໃຊ້ເຄື່ອງຈັກແຕ່ 6,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 7,000 ແຮງມ້າ ກີບ/ຄັ້ງ       2.400.000

18      ໃຊ້ເຄື່ອງຈັກແຕ່ 7,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 8,000 ແຮງມ້າ ກີບ/ຄັ້ງ       2.600.000

19      ໃຊ້ເຄື່ອງຈັກແຕ່ 8,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 9,000 ແຮງມ້າ ກີບ/ຄັ້ງ       2.800.000

20      ໃຊ້ເຄື່ອງຈັກແຕ່ 9,000 ແຮງມ້າຂຶ້ນໄປ ແຕ່ບໍ່ເຖິງ 10,000 ແຮງມ້າ ກີບ/ຄັ້ງ     3.000.000

21      ໃຊ້ເຄື່ອງຈັກແຕ່ 10,000 ແຮງມ້າຂຶ້ນໄປ ກີບ/ຄັ້ງ                                 3.200.000

 

ຂໍ້ມູນເພີ່ມເຕີບພົວພັນ ພະແນກ ຄຸ້ມຄອງໂຮງງານ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໂທ: 021 453493; ແຟັກ: 021 452425

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.